ຂຽນເມື່ອ: ພ.ພ.. 27, 2009
| ມີ
15 ຄຳເຫັນ
ແລະ
0 trackback(s)
ຊ່າງມັນເຖາະຂ້ອຍບໍ່ສົນໃຈ
ບໍ່ແມ່ນວ່າຈະບໍ່ສົນໃຈໄປໝົດທຸກເລື້ອງແຕ່ຕ້ອງການໃຫ້ເຮົາເລີກສົນໃຈເລື້ອງບໍ່ເປັນເລື້ອງຕ່າງຫາກ
ສົມມຸດວ່າ: ຄົນຂັບລົດຈຳໂບ້ຕວະເງິນທອນເຮົາໄປ ສອງພັນຈົນສາມມື້ຜ່ານໄປແຕ່ເຮົາຍັງຈື່ໜ້າຄົນຂັບໄດ້ຢູ່ແບບ
ນີ້ຜູ້ຍິງນ່າຮັກບໍ່ຄວນປະຕິບັດຢ່າງຍິ່ງເລື້ອງເລັກໆນ້ອຍໆທີ່ເຮົາສາມາດເບິ່ງຂ້າມໄປໄດ້ກໍ່ປ່ອຍມັນໄປດີກວ່າບໍ່ຕ້ອງ
ເກັບມາຄິດໃຫ້ໜົດຄວາມສົດໃສດີກວ່າ
ຍຸດອາລົມໃຫ້ດີ
ຖ້າຄົນຮອບຕົວເຮົາກຳລັງໂວຍວ້າຍ ງຸດງິດ ຫຼື ແມ່ນຫັຍງກໍ່ຊ່າງທີ່ບໍ່ກ່ຽວຂ້ອງກັບເຮົາເລີຍ, ກໍ່ບໍ່ມີປະ
ປະໂຫຍດອັນໃດທີ່ຜູ້ຍິງນ່າຮັກໆຈະຕ້ອງສະແດງນໍ້າໃຈໄມ້ຕີໂດຍການກະໂດດເຂົ້າໄປຮ່ວມວີພາກວິຈານ ຫຼື ສະ
ແດງອາລົມໄປກັບເຂົາ, ສູ້ເປັນຝ່າຍຢູ່ຊື່ໆຮັບຟັງຈະດີກວ່າ ນອກຈາກຈະບໍ່ທຳຮ້າຍສຸຂະພາບຈິດຂອງຕົນເອງແຕ່
ການຮັບຟັງແບບມິດງຽບຈະເປັນວິທີ່ແກ້ໄຂບັນຫາ ແລະ ເປັນສິ່ງທີ່ຄົນຮອບຂ້າງເຮົາຕ້ອງການກໍ່ໄດ້.
ນິນທາຄົນອື່ນໆຄືກັບປາໄຫຼ
ຍິ່ງນິນທາກໍ່ຍິ່ງມັນ ຍິ່ງນໍ້າລາຍຟົ່ງກະແຈກກະຈາຍໄປໝົດ, ດີບໍ່ດີລາມມາຮອດຕົວຜູ້ເວົ້ານຳ ການນິນ
ທາລັບຫຼັງຄົນອື່ນຍິ່ງເປັນສິ່ງຕ້ອງຫ້າມສຳລັບຜູ້ຍິງນ່າຮັກ ເພາະເວລາທີ່ເຮົາກຳລັງນິນທາຄົນອື່ນຢູ່ນັ້ນຕົວເຮົາເອງ
ກໍ່ອາດຈະບໍ່ແນ່ໃຈວ່າມື້ນື່ງຈະຕົກເປັນເຫື້ຍອໃຫ້ຄົນອື່ນນິນທາຕົວເຮົາກໍ່ໄດ້.
ຍຸດຄິດ
ບໍ່ແມ່ນໃຫ້ຍຸດແລ້ວຄິດ ແຕ່ວ່າຍຸດຄວາມຄິດບາງສິ່ງບາງຢ່າງ ໂດຍສະເພາະຄວາມຄິດແບບເປີດເສິກ
ບໍ່ວ່າຈະເປັນສົງຄາມກັບຕົວເອງ ຫຼື ຄົນຮອບຂ້າງທັນທີທີ່ເລີ່ມຄິດໃຫ້ຕິດເບກໄວ້ເລີຍ ເພາະມັນຈະທພລາຍອາລົມ
ແລະ ຈິດໃຈ ທີ່ນ່າຮັກຂອງເຮົາຊື່ໆ.
ເບື່ອຄົນເວົ້າຫຼາຍ
ນັບວ່າໂຊກດີຖ້າເຮົາຮູ້ໂຕວ່າເປັນຜູ້ຍິງທີ່ບໍ່ມັກການເວົ້າຫຼາຍແຕ່ບາງຄົນກໍ່ມັກຈະເວົ້າວ່າ: ເປັນຫັຍງ
ຄົນນັ້ນຄົນນີ້ເວົ້າຫຼາຍ ເມື່ອໃດລາວຈະຍຸດເວົ້າ ເປັນຕາເບື່ອທີ່ສຸດ. ຮູ້ຕົວບໍ່ວ່າຖ້າເຮົາຍັງເວົ້າເລື່ອງທີ່ຄົນອື່ນເວົ້າບໍ່
ເຊົ່າ ເຮົາກໍ່ຈະກາຍເປັນເວົ້າຫຼາຍເປັນຕາເບື່ອຄືກັນກັບເຂົາຫັນລະ.
ບໍ່ຢາກເກີນຄວາມສາມາດແມ່ນບໍ່ໆໆໆໆໆໆໆ