ຂຽນເມື່ອ: ພ.ພ.. 27, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ຄວາມຮັກກໍ່ຄືນໍ້າລ້າໆ.......ເຖິ່ງບໍ່ມີລົດຊາດແຕ່ກໍ່ຂາດບໍ່ໄດ້.
ຄວາມຮັກກໍ່ຄືນໍ້າລ້າໆ.......ທີ່ເຮັດໃຫ້ເຮົາມີຊີວິດຢູ່ໄດ້.
ຄວາມຮັກກໍ່ຄືນໍ້າລ້າໆ.......ບາງຄັ້ງກໍ່ຕ້ອງການຫຼາຍບາງຄັ້ງກໍ່ນ່າເບື່ອ
ຄວາມຮັກກໍ່ຄືນໍ້າລ້າໆ.......ມັນເຮັດໃຫ້ເຮົາສົດໃສ ແລະ ມີກຳລັງໃຈທີ່ຈະກະທຳໃນສິ່ງທີ່ຕ້ອງການຕໍ່ໄປ.
ຄວາມຮັກກໍ່ຄືນໍ້າລ້າໆ.......ມັນອາດຈະເບິ່ງວ່າບໍ່ມີຫັຍງ.
ແຕ່ມັນກັບມີອິດທິພົນຕໍ່ກັບຊີວິດເຮົາຫຼາຍ
ຄວາມຮັກກໍ່ຄືນໍ້າລ້າໆ.......ນ້ອຍໄປກໍ່ບໍ່ພໍຫຼາຍໄປກໍ່ອື່ມໂພດ.
ຄວາມຮັກກໍ່ຄືນໍ້າລ້າໆ.......ຍິ່ງ*********ງເຫີນມັນຫຼາຍເທົ່າໃດກໍ່ຍິ່ງຕ້ອງການມັນຫຼາຍເທົ່ານັ້ນ.
ໃຜຈະ**ຂັດຂວາງ**ຄວາມຮັກຄົງຈະບໍ່ສຳເລັດຢ່າງທີ່ຄິດ.
ໃຜຈະ**ຕັດໃຈ** ຈາກຄວາມຮັກມັນຄົງຈະເຮັດບໍ່ໄດ້ເຊັນກັນ
ຫຼື ໃຜຄິດທີ່ຈະ**ລືມ**ຄວາມຮັກລະກໍ່ ບໍ່ມີທາງຄືກັບນໍ້າລ້າໆ
ເຮົາລືມນໍ້າລ້າໆໄດ້ບໍ່? ຢ່າເຂົ້າໃຈວ່າຄວາມຮັກຄືນໍ້າຫວານ ຫຼື ນໍ້າອັດລົມຊ່າໆ
ມັນເປັນພຽງນໍ້າລ້າໆເທົ່ານັ້ນ ຖ້າມັນເປັນຮັກແທ້.
ເຖິ່ງວ່ານໍ້າລ້າໆຈະຊາບຊ່າບໍ່ເທົ່ານໍ້າຫວານ ຫຼື ນໍ້າອັດລົມ
ເຖິ່ງວ່ານໍ້າລ້າໆຈະບໍ່ມີນໍ້າຕານເປັນຕົວກະຕຸ້ນໃຫ້ເກີດພະລັງໃນຮັກ
ແຕ່ນໍ້າລ້າໆມັນແທບຈະບໍ່ມີຜົນຂ້າງຄຽງໃດໆເລີຍມັນຮັກສາຄຸນຄ່າ
ໄດ້ດີກວ່ານໍ້າໃດໆນໍ້າລ້າໆເມື່ອພົບກັບເກືອມັນກໍ່ລະລາຍເກືອຄືກັບ
ຮັກແທ້ ຄົນທີ່ຮັກເຮົາແທ້ໆເມື່ອເຮົາພົບກັບຄວາມທຸກ ເຂົາກໍ່ຈະພະ
ຍາຍາມຮັບຄວາມທຸກນັ້ນຈາກເຮົາໃຫ້ໄດ້ຫຼາຍທີ່ສຸດ.