![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ພ.. 28, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
![alt](http://punlao.com/include/fckeditor/editor/images/smiley/msn/lightbulb.gif)
ຢ່າເບິ່ງໃຜທີ່ໜ້າຕາ ເພາະມັນອາດຫຼອກເຮົາໄດ້.
ຢ່າເບິ່ງໃຜຈາກຄວາມຮັ່ງມີ ເພາະມັນບໍ່ແມ່ນຄວາມຈິງທີ່ຢັ້ງຢືນ.
ໃຫ້ເບິ່ງຄົນທີ່ເຮັດໃຫ້ເຮົາຍີ້ມໄດ້ ເພາະພຽງຍີ້ມດຽວສາມາດເຮັດ
ໃຫ້ມື້ທີ່ໝົນໝອງກັບສົດໃສຂໍໃຫ້ເຮົາພົບຄົນທີ່ເຮັດໃຫ້ເຮົາຍີ້ມໄດ້.
![alt](http://punlao.com/include/fckeditor/editor/images/smiley/msn/lightbulb.gif)
ມີຊ່ວງເວລາໃນຊີວິດທີ່ເຮົາຄິດຮອດໃຜບາງຄົນຈົນກະທັ່ງຢາກດຶງ
ເຂົາມາຈາກຄວາມຝັນແລ້ວກອດເອົາໄວ້ຂໍໃຫ້ເຮົາຝັນເຫັນຄົນໆນັ້ນ.
![alt](http://punlao.com/include/fckeditor/editor/images/smiley/msn/lightbulb.gif)
ຝັນ...........ຄືສິ່ງທີ່ເຮົາຕ້ອງການຝັນ
ໄປ.............ໃນທີ່ໆເຮົາຕ້ອງການຢາກຈະໄປ
ເປັນ...........ໃນສິ່ງທີ່ເຮົາຕ້ອງການຈະເປັນ
ເພາະເຮົາມີພຽງຊີວິດດຽວ ແລະ ມີໂອກາດດຽວທີ່ຈະເຮັດໃນສິ່ງທີ່ເຮົາຕ້ອງການ.
![alt](http://punlao.com/include/fckeditor/editor/images/smiley/msn/lightbulb.gif)
ຂໍໃຫ້ເຮົາມີຄວາມສຸກທີ່ພຽງພໍ.......ທີ່ຈະເຮັດໃຫ້ເຮົາເປັນຄົນທີ່ອ່ອນຫວານ
ຜ່ານການທົດສອບມາພຽງພໍ.........ທີ່ຈະເຮັດໃຫ້ເຮົາເຂັ້ມແຂງ.
ມີຄວາມໂສກເສົ້າເສຍໃຈພຽງພໍ.....ທີ່ຈະເຮັດໃຫ້ເຮົາຍັງຄົງເປັນມະນຸດ.
ແລະ ມີຄວາມຫັວງພຽງພໍ............ທີ່ຈະເຮັດໃຫ້ເຮົາມີຄວາມສຸກ.
![alt](http://punlao.com/include/fckeditor/editor/images/smiley/msn/lightbulb.gif)
ເອົາໃຈເຂົາມາໃສ່ໃຈເຮົາ ຖ້າເຮົາຮູ້ສຶກວ່າສິ່ງນັ້ນຈະເຮັດໃຫ້ເຮົາເຈັບປວດ.
ຮູ້ໄວ້ກ່ອນວ່າຄົນອື່ນກໍ່ເຈັບປວດຈາກສິ່ງດຽວເຊັນກັນ.
![alt](http://punlao.com/include/fckeditor/editor/images/smiley/msn/lightbulb.gif)
ຄຳເວົ້າທີ່ບໍ່ໄດ້ຢັ້ງຄິດ......ອາດເກີດຄວາມຄັດແຍ້ງ.
ຄຳເວົ້າທີ່ໂຫດຮ້າຍ........ອາດທຳລາຍຊີວິດ
ຄຳເວົ້າທີ່ຖືກກາລະເທສະ....ອາດລຸດຄວາມຄຽດ.
ຄຳວ່າຮັກ......ເຮັດໃຫ້ມີສຸກໄດ້.