ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

altalt ຄວາມຝັນເປັນສິ່ງທີ່ສວຍງາມ...... ແຕ່ມັນຈະບໍ່ເກີດຂື້ນຖ້າມົວແຕ່ຝັນຢູ່ແບບນັ້ນ.

altalt ຄວາມຫັວງເປັນເໝືອນກຳລັງໃຈ....ແຕ່ມັນຈະບໍ່ສົມຫັວງເຊັນກັນຖ້າມົວແຕ່ຫັວງຢູ່ແບບນັ້ນ.

ແຕ່ກໍ່ແມ່ນຄວາມຈິງເມື່ອເລີ່ມຕົ້ນຕາມຝັນ ຫຼື ເຮັດຕາມຄວາມຫັວງແລ້ວ ມັນຈະສຳເລັດຕາມທີ່ໃຈຕ້ອງ

ການສະເໜີໄປ. ສຳລັບບາງຢ່າງມັນກໍ່ຕ້ອງເພື່ອໃຈໄວ້ເຊັນກັນ ມັນອາດຈະບໍ່ເປັນຢ່າງນັ້ນ ແລະ ກໍ່ອາດ

ຈະບໍ່ເປັນຢ່າງນີ້ຕາມທີ່ເຮົາຕ້ອງການໃຫ້ມັນເປັນ.

altalt ບໍ່ແມ່ນວ່າເຮົາບໍ່ດີ...... ແຕ່ເປັນເພາະວ່າເຮົາອາດດີບໍ່ພໍ.....ກໍ່ບໍ່ແມ່ນອີກຫັນລະ

ແທ້ຈິງແລ້ວກໍ່ເປັນເພາະມັນບໍ່ເໜາະສົມກັບເຮົາ...........ບໍ່ແມ່ນເຮົາບໍ່ເໝາະສົມກັບມັນ

ບາງສິ່ງບາງຢ່າງເມື່ອເຮົາເລືອກທີ່ຈະເດີນຕາມມັນ ເພື່ອໄຂ່ວຄ້ວາຫາກໍ່ຕ້ອງເຮັດໃຫ້ເຮົາພົບກັບຄວາມ

ຜິດຫັວງຢູ່ເລື້ອຍໆ....... ແຕ່ນັ້ນກໍ່ບໍ່ໄດ້ໜາຍຄວາມວ່າຈົບ ຫຼື ໝົດຫັວງທຸກສີ່ງທຸກຢ່າງ ບາງທີຄວາມ

ໝັ້ນໃຈ ຫຼື ການຕັ້ງຄວາມຫັວງໄວ້ສູງຫຼາຍ ກໍ່ອາດຈະເປັນດາບຍ້ອນກັບມາທຳຮ້າຍຕົວເຮົາເອງກໍ່ເປັນໄດ້.

altaltແຕ່ບາງຄັ້ງຕ້ອງພົບກັບຄວາມຜິດຫັວງຈາກສິ່ງໃດສີ່ງນື່ງ......ກໍ່ຢ່າເຖິງກັບຮ້ອງໄຫ້ເສຍໃຈ ກີນບໍ່ໄດ້

ນອນບໍ່ຫັລບ ຫຼື ວ່າທຳຮ້າຍຕົວເອງທາງອ້ອມເລີຍ......ເພາະແຕ່ລະສີ່ງກໍ່ບໍ່ແມ່ນທຸກຢ່າງຂອງຊີວິດ ຖ້າມັນ

ຄືທຸກຢ່າງຂອງຊີວິດເຮົາຄົງບໍ່ສາມາດຢືນໜັ້ນຈົນເຖີງທຸກມື້ນີ້......ເພາະສະນັ້ນຈົງເຮັດມື້ນີ້ໃຫ້ເປັນມື້ທີ່ດີທີ່ສຸດ

ເມື່ອລົ້ມກໍ່ລຸກຂື້ນໄໝ່ ເຖິ່ງຈະລຸກຊ້າ ແລະ ຍາກລຳບາກພຽງໃດກໍ່ຍັງດີກ່ວາບໍ່ພະຍາຍາມຈະລຸກແລະ ນັ່ງຖ້າ

ຄວາມຫັວງຢູ່ບ່ອນເກົ່າ.

altalt ເມື່ອເມື່ອຍກໍ່ຍຸດພັກແລ້ວເລີ່ມຕົ້ນໄໝ່ບາງຄັ້ງການສະແຫວງຫາສິ່ງໄໝ່ໆກໍ່ເປັນເລື້ອງທີ່ດີເພື່ອຈະໄດ້

ພົບກັບສີ່ງດີໆ ທີ່ດີກ່ວາເກົ່າແຕ່ບາງຄັ້ງ ສິ່ງເກົ່າກໍ່ອາດຈະດີກ່ວາສິ່ງໄໝ່ໆທີ່ກຳລັງຄົ້ນຫາຢູ່ກໍ່ເປັນໄປໄດ້ເດີເພື່ອນໆໆໆ

Delicious Digg Fark Twitter