ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

altaltຊີວິດຄົນເຮົາມີຫັຍງຫຼວງຫຼາຍທີ່ຜ່ານເຂົ້າມາໃຫ້ຮຽນຮູ້ ແລະ ມີຄົນຫຼວງຫຼາຍທີ່ຜ່ານເຂົ້າມາຝໃຫ້ຮູ້ຈັກມັກຄຸ້ນ.

ແຕ່ໃນຜູ້ຄົນຫຼວງຫຼາຍເລົ່ານັ້ນຢ່າງນ້ອຍຕ້ອງມີໃຜຈັກຄົນນື່ງທີ່ເຮັດໃຫ້ເຮົາຮູ້ສຶກ ***ບໍ່ທຳມະດາ***ທີ່ຈະນຶກເຖີ່ງເອີ້ນ

ວ່າ: **ຄວາມພິເສດ**ທີ່ເຮົາຈະຍົກເວັ້ນເອົາໄວ້ຈາກຄວາມປົກກະຕິທົ່ວໄປຂອງຈິດໃຈ. ກໍ່ໃນເມື່ອຄຳວ່າ:**ພິເສດ**

ໝາຍເຖິ່ງຄວາມຈຳສະເພາະ ຄວາມຈຳແນກ ຄວາມດີງາມ ຄວາມອົບອຸ່ນໃນຫົວໃຈ. ລະເປັນຫັຍງເຮົາບໍ່ປະຕິບັດຕໍ່

ເຂົາຄືດັ່ງໃຈຄິດ.

altaltໃຫ້ຄວາມຮູ້ສຶກດີດີ.......ຈາກຈິດໃຈທີ່ດີດີ................ໃຫ້ຄວາມຄຳນຶງເຖິ່ງ...............ຈາກຈິດໃຈທີ່ນຶກເຖີ່ງ

ໃຫ້ຄວາມຫ່ວງ......................ຈາກຈິດໃຈທີ່ເປັນຫ່ວງ... ໃຫ້ໄປເລີຍໃຫ້ໄປດີດີ ແຕ່ມີ ສະຕິ, ໃຫ້ໄປເລີຍໃຫ້ໄປເທົ່າ

ໃດກໍ່ໄດ້ແຕ່ເມື່ອໃຫ້ໄປແລ້ວຕ້ອງຮ້ອນຮົນກັງວົນ ແລະ....... ຫາກເມື່ອໃດຮູ້ສຶກຈິດໃຈກະວົນກະວາຍກໍ່ໃຫ້ຍຸດແລ້ວ

ຄິດໄຕ່ວຕ່ອງເບິ່ງກ່ອນຢ່າປ່ອຍໃຫ້ພາຍຸອາລົມພັດເອົາ **ສີ່ງດີດີ**ກະແຈກກະຈາຍເພາະການໃຫ້**ຄວາມໝາຍ**

ບໍ່ແມ່ນ**ການຕັ້ງຄວາມຫັວງ**ຄົນສອງຄົນໃຫ້ຄວາມໜາຍເຊິ່ງກັນ ແລະ ກັນ ແຕ່ຄົນສອງຄົນ**ບໍ່ຕັ້ງຄວາມຫັວງ**

ໄວ້ໃນກັນ ແລະ ກັນ.

altalt ຈົ່ງໃຫ້ຄວາມພິເສດເປັນຊີວິດຊີວາເປັນແວ່ວຕາທີ່ແຈ່ມໃສເປັນຄວາມຫ່ວງໄຍທີ່ເມື່ອໃດທີ່ນຶກເຖິ່ງກຍີ້ມໄດ້

ບໍ່ແລ່ນໜີແຕ່ບໍ່ແລ່ນຕາມບໍ່ຫັກຫ້າມ ແລະ ບໍ່ກະໂດດໃສ່ບໍ່ເປັນນໍ້າຕານທີ່ຫວານອ່ອນໄຫວ ແຕ່ເປັນຄວາມອົບອຸ່ນ

ໃນຫົວໃຈ ແລະ ເອື້ອອາທອນຈົງເປັນຄວາມແຈ່ມໃສໃນອາລົມຂອງຕົວເອງ, ເປັນຄວາມຊຸມຊື່ນສົດໃສເຊັນສາຍນໍ້າ

                    ຈະອີກດົນປານໃດ ບໍ່ວ່າຄົນພິເສດຄົນນັ້ນຈະຢູ່ໄກ້ ຫຼື ຕ້ອງຈາກກັນໄກ

                                ຄວາມພິເສດນັ້ນຈະຄົງຢູ່ຢ່າງມີຄຸນຄ່າ

                                        ທີ່ໃຈຂ້າງຊ້າຍຄືກັນ.

Delicious Digg Fark Twitter