ຂຽນເມື່ອ: ພ.ພ.. 28, 2009
| ມີ
4 ຄຳເຫັນ
ແລະ
0 trackback(s)
ອາການແຕກບ່າວ ແຕກສາວນີ້ແຫລະ! ທີ່ເຮັດໃຫ້ຊ່ວງໄວລຸ້ນ ມີການປ່ຽນແປງຄັ້ງຍິ່ງໃຫຍ່ ທັງຮ່າງກາຍ ແລະ ຈິດໃຈ. ຜູ້ຍິງກໍຈະເລີ້ມໄວກ່ອນຄືເລີ້ມຕັ້ງແຕ່ອາຍຸ 12-15 ປິ ສ່ວນຜູ້ຊາຍກໍເລີ້ມປະມານ 15 ປີ.
* ການປ່ຽນແປງທາງຮ່າງກາຍ
ເມື່ອກ້າວເຂົ້າສູ່ໄວລຸ້ນ ຮ່າງກາຍທີ່ເຄີຍນ້ອຍ ກໍມີຫລາຍພາກສ່ວນມີຂະຫນາດໃຫຍ່ຂື້ນ ແລະ ມີການປ່ຽນແປງຢ່າງເຫັນໄດ້ຊັດ ເລີ້ມຈາກຜູ້ຊາຍ ເມື່ອກ້າວເຂົ້າສູ່ໄວລຸ້ນ: ສຽງຈະແຕກ, ອະໄວຍະເພດໃຫຍ່ຂື້ນ, ມີຂົນຂື້ນຕາມຕົນໂຕເຊັ່ນ: ຕາມກ້ອງແຂນ ແລະ ຫວ່າງຂາ, ຂົນແຂນ, ຂາ, ໜວດ...
ເລື່ອງຄວນຮູ້ກ່ຽວກັບອະໄວຍະເພດຊາຍ:
* ການແຂງຕົວ: ເວລາມັນແຂງຕົວ ມັນຈະໃຫຍ່ ຍາວຂື້ນ ມີກ້າມຊີ້ນເຕັມໄປໝົດ ແຕ່ທີ່ແທ້ຈິງແລ້ວບໍ່ມີຫຍັງເລີຍນອກຈາກເລືອດ ທີ່ເຂົ້າໄປຄັ່ງຢູ່ ເວລາທີ່ເກີດຄວາມຕື່ນຕົວທາງເພດ ແຕ່ໄວລຸ້ນຄວນຮູ້ໄວ້ວ່າ ແອກໍຮໍ ເຮັດໃຫ້ມັນແຂງຕົວຍາກ
* ລູກອັນທະ: ເປັນຄືຫນ່ວຍໄຂ່ນ້ອຍ 2 ລູກ ມີໄວ້ສຳລັບຜະລິດເຊື້ອອະສຸຈິ ໃນເວລາທີ່ມີເພດສຳພັນ.
ສ່ວນຜູ້ຍິງຈະເລີ້ມຈາກ ໜ້າເອິກໃຫຍ່ຂື້ນ ຈາກທີ່ເຄີຍເປັນເນື້ອຫນັງທຳມະດາ ກໍກາຍເປັນແປ້ງນົມ ແລະ ຫົວນົມກໍໃຫຍ່ຂື້ນ. ລວມໄປເຖິງອະໄວຍະເພດກໍມີຂະຫນາດໃຫຍ່ຂື້ນ, ແຕ່ທີ່ເປັນບັນຫາສຳລັບແມ່ຍິງຫລາຍທີ່ສຸດນັ້ນກໍຄື: ປະຈຳເດືອນ!
ໃຜໆກໍມັກຈະເບິ່ງໄວລຸ້ນ ວ່າເປັນໄວ "ພາຍຸລົມແດງ" ກໍຍ້ອນອາລົມຮ້ອນຂອງໄວນີ້ແຮງເຫລືອເກີນ ຈາກເດັກນ້ອຍຊື່ໆ ໜ້າບໍ່ມີຫຍັງກໍສາມາດກາຍເປັນ ມະຫາໂຈນໄດ້! ສະແດງອອກເຕັມທີ່, ຈະຮ້າຍກໍແຮງ ຈະຮັກກໍແຮງ ເປີດເຜີຍກົງໄປກົງມາ ຈົນບໍ່ເຫລືອໃຫ້ຄາດເດົາ ແຖມຍັງຜັນແປໄດ້ງ່າຍ ມື້ນີ້ຮູ້ສຶກໂລກສົດໃສໄປຫມົດ ເຮັດອີຫຍັງກໍຫມັ້ນໃຈເຕັມຮ້ອຍ ແຕ່ມາມື້ໃຫມ່ກໍຊຶມເສົ້າ ເຫງົາຫງອຍ.
ສະມາຊິກທີ່ຢູ່ໃນເຮືອນ ຈະບໍ່ຄ່ອຍໄດ້ເຫັນຫນ້າ ເພາະມັກເກັບຕົວຢູ່ແຕ່ໃນຫ້ອງຕາມລຳພັງຫລາຍກວ່າ ຖ້າເປັນເວລາອອກນອກບ້ານ ພົບປະກັບຫມູ່ເພື່ອນໄວດຽວກັນ ແລ້ວກໍຈະສົດໃສລ່າເລີງ, ນອກນັ້ນຍັງເລີ້ມສົນໃຈຮູບຮ່າງຫນ້າຕາ ຂອງຕົວເອງ ແລະ ເພດກົງກັນຂ້າມອີກນຳ.
ອາການຂ້າງຄຽງອີກຢ່າງ ທີ່ພໍ່ແມ່ເກືອບທຸກເຮືອນປະສົບຢູ່ຄື ພຶດຕິກຳຕິດໂທລະສັບຂອງໄວລຸ້ນ ຫາກໍແຍກຈາກກັນບໍ່ພໍເທົ່າໃດຊົ່ວໂມງ ພໍມາຮອດເຮືອນກໍແລ່ນເຂົ້າໄປໃສ່ໂທລະສັບໂລດ ແລະ ທີ່ສຳຄັນບໍ່ໄດ້ລົມບຶດດຽວສອງບຶດຄືຄົນອື່ນ ລົມເທື່ອຫນື່ງເປັນສາມສີ່ສິບນາທີ ບໍ່ວ່າໄປສັນຫາເລື່ອງຢູ່ໃສມາລົມກັນ.
ແນວໃດກໍດີ ໃນຖານະທີ່ຍັງເປັນໄວລຸ້ນຄົນຫນື່ງ ກໍຂໍຝາກໄປເຖິງໄວລຸ້ນຫລາຍໆຄົນ ທີ່ຍັງມີພຶດຕິກຳແບບນີ້ຢູ່ ໃຫ້ລົດລະເລີກສາ ອີ່ຕົນພໍ່ແມ່ ຫັນມາຮູ້ຈັກຊ່ວຍເຫລືອວຽກບ້ານງານເຮືອນ ຮູ້ຈັກໃຊ້ເວລາວ່າງໃຫ້ເກີດປະໂຫຍດຕໍ່ຕົນເອງ ຄອບຄົວ ແລະ ສັງຄົມ ກັນເຖີ້ນ.
"ໄວລຸ້ນ ຍຸກໃຫມ່ ໃສ່ໃຈຕໍ່ການຮ່ຳຮຽນ ສ້າງສົມປະສົບການ ພັດທະນາ ເມືອງບ້ານ *********ງໄກຢາເສບຕິດ ຄິດທຳແຕ່ຄວາມດີ"