ຂຽນເມື່ອ: ພ.ພ.. 28, 2009
| ມີ
2 ຄຳເຫັນ
ແລະ
0 trackback(s)
1. ການມີໄຫວພິບພິເສດ: ບໍ່ແມ່ນຈະສະຫລາດເທົ່ານັ້ນ ແຕ່ລວມເຖິງການທີ່ເຮົາຮູ້ທັນໂລກ ຄວາມວ່ອງໄວ ແລະ ໄຫວພິບຂອງຜູ້ຍິງທີ່ເຮັດໃຫ້ສາມາດເຂົ້າໃຈ ເຖິງພຶດຕິກຳເກົ່າ ແລະ ໃຫມ່ໄດ້ງ່າຍ.
2. ຄວາມເປັນຜູ້ນຳ: ມີຄວາມສາມາດໃນການແກ້ໄຂບັນຫານ້ອຍໆ ເຖິງບັນຫາໃຫຍ່ໆ ຮູ້ວ່າເລື່ອງໃດຄວນຈັດການ
ກ່ອນຫລັງ ອີກທັງມີວິທີການຈັດການກັບຜູ້ຄົນຢ່າງມີປະສິດທິພາບ ໂດຍບໍ່ໃຊ້ແຕ່ອາລົມສ່ວນຕົວມາເປັນໂຕນຳ.
3. ການກະທຳທີ່ບໍ່ໄດ້ຢູ່ພາຍໃຕ້ບັງຄັບຂອງຄົນອື່ນ: ຄວາມສາມາດພິເສດ ແລະ ຄວາມຫມັ້ນໃຈທີ່ເຮົາມີຢູ່ ຈະເປີດ
ໂອກາດໃຫ້ເຮົາໄດ້ສະແດງເຖິງຄວາມເປັນຂອງຕົນເອງ ສະແດງໃຫ້ເຫັນເຖິງທາດແທ້ຂອງເຮົາ ແລະ ຖ້າເຮົາເຄົາລົບຕົວ
ເຮົາເອງແລ້ວ ຄົນອື່ນກໍ່ຈະຮູ້ສຶກຄືກັນກັບເຮົາ
4. ຄວາມສາມາດພິເສດກັບໄລຍະເວລາທີ່ເຫມາະສົມ: ຄວາມສາມາດທີ່ຄືກັນ ແຕ່ຢູ່ທີ່ຜິດຈັງຫວະເວລາ ກໍ່ບໍ່ອາດ
ມີໃຜເຫັນ ຈົນບໍ່ໄດ້ຮັບສິ່ງຕອບແທນ ຫລື ຖືກມອງຂ້າມໄປ ດັ່ງນັ້ນກຽມຕົວໃຫ້ພ້ອມ ເພື່ອລໍຈັງຫວະ ແລະ ໂອກາດທີ່ເຂົ້າ
ມາ.
5. ຂະຫຍາຍຄວາມສາມາດທີ່ລັບຢູ່ໃຫ້ຕື່ນຂື້ນມາເພື່ອຄວາມກ້າວຫນ້າ: ຢ່າຄິດພະວົງຫລືສົງໄສ ໃຫ້ເຂົ້າຮ່ວມໃນ
ງານສຳມະນາຕ່າງໆ ເພື່ອຈະຊ່ວຍຂະຫຍາຍທັດສະນະຄະຕິ ແລະ ຕໍ່ຍອດຂອງຄວາມຄິດ ເພີ່ມພູມຄວາມຮູ້ ແລະ ປັບປຸງ
ຄວາມສາມາດພິເສດຂອງເຮົາໃຫ້ຫລາຍຂື້ນ ເທື່ອລະກ້າວ.
6. ຄວາມສຳນຶກເຖິງເປົ້າຫມາຍຂອງບໍລິສັດ: ຄວາມຕັ້ງໃຈ ຄວາມຮັບຜິດຊອບ ກ້າວໄປໃຫ້ເຖິງເປົ້າຫມາຍນັ້ນໆ ມີຜູ້ຍິງຫລາຍຄົນທີ່ໄປບໍ່ເຖິງ ເພາະຍັງມີທັດສະນະຄະຕິທີ່ຢູ່ໃນຂອບ ມອງໂລກແຄບ ໂດຍບໍ່ໄດ້ເບິ່ງພາບລວມຂອງບໍລິສັດ ເຮັດໃຫ້ພາດໂອກາດດີໆ ໃນຊີວິດໄປ.
ບັນຫາໃຫຍ່ທີ່ສຸດຂອງຜູ້ຍິງຄື: ມີຄວາມກັງວົນທີ່ໄດ້ຮັບມອບຫມາຍວຽກງານ ຫລື ເມື່ອຕ້ອງມີການປ່ຽນແປງບາງສິ່ງ
ບາງຢ່າງໃນບໍລິສັດ ແຕ່ຜູ້ຍິງທີ່ເປັນລະດັບແນວຫນ້າຮູ້ດີວ່າທຸກຄົນກຳລັງຈັບຕາເບິ່າງເຮົາຢູ່ສະເຫມີ ພ້ອມທີ່ຈະສ້າງຜົນ
ງານດີເດັ່ນໃຫ້ແກ່ຕົ້ນສັງກັດ ແລະ ສັງຄົມ ຕະຫລອດໄປ.