ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ທ່າທີ 1 ປົກໜ່ວຍຕາ: ໂຄ້ງໂອ້ງມືທັງສອງປົກໜ່ວຍຕາໄວ້ ລະວັງບໍ່ໃຫ້ໂອ້ງມືຖືກຫນ່ວຍຕາ ໃຫ້ຄິດເຖິງແຕ່ເລື່ອງດີໆ
ທີ່ຜ່ອນຄາຍ ປະມານ 10 ນາທີ.
ທ່າທີ 2 ສ້າງຈິນຕະນາການ: ຕໍ່ຈາກທ່າທີ 1 ຍັງຄົງປົກຫນ່ວຍຕາຢູ່ ສ້າງຈິນຕະນາການວ່າຕົນເອງກຳລັງເຫັນບາງ
ສິ່ງບາງຢ່າງທີ່ມີ ສີສັນສວຍງາມສົດໃສ ເຊັ່ນ: ເຫັນດອກຈວງຈັນ ທີ່ພວມບານແຍ້ມ, ສາຍຕາທີ່ຄົມຊັດຈາກຈິນຕະນາການ
ຂອງເຮົາເອງ ຈະຊ່ວຍຮັກສາສາຍຕາແທ້ ຂອງເຮົາໄດ້ດີ.
ທ່າທີ 3 ວາດສາຍຕາ ເບິ່ງແບບບໍ່ຕ້ອງຈົດຈໍ່: (ຄົນສາຍຕາສັ້ນມັກຈ້ອງ ແລະ ກຶ້ງສາຍຕາ) ແນມຮອບໆໄປຕາມ
ວັດຖຸທີ່ຢູ່ໄກໆ ຢູ່ແຕ່ລະບ່ອນ ເພື່ອເຮັດໃຫ້ຕາຂອງເຮົາໄດ້ຜ່ອນຄາຍ.
ທ່າທີ 4 ກະພິບຕາ ເປັນນິໄສປະມານ 1-2 ຄັ້ງ: ທຸກໆ 10 ວິນາທີ ຈະຊ່ວຍໃຫ້ແກ້ວຕາສະອາດ ແລະ ມີນ້ຳຫລໍ່
ລ້ຽງ ໂດຍສະເພາະ ຄົນທີ່ໃສ່ແວ່ນຕາ ຫລື ຄອນແທ໊ກເລນສ໌ຍິ່ງຈຳເປັນ.
ທ່າທີ 5 ໂຟກັສຮູບພາບໃກ້ ແລະ ໄກ ຢຽດ ແຂນຊ້າຍໄປໃຫ້ໄກທີ່ສຸດ ຕັ້ງນິ້ວຊີ້ຊ້າຍຂື້ນ ເພື່ອເປັນຈຸດໂຟກັສ, ຂະນະດຽວກັນ ໃຫ້ຕັ້ງນິ້ວຊີ້ມືເບື້ອງຂວາໃຫ້*********ງຈາກໃບຫນ້າປະມານ 7.5 ຊມ. ໂຟກັສຮູບພາບຢູ່ທີ່ແຕ່ລະນິ້ວສະລັບກັນ
ໄປມາ ເຮັດເລື້ອຍໆ ເມື່ອມີໂອກາດ.
ທ່າທີ 6 ລູບໜ່ວຍຕາ ຕື່ນນອນທຸກເຊົ້າໃຫ້ໃຊ້ມືກອບນ້ຳລູບໜ່ວຍຕາດ້ວຍນ້ຳອຸ່ນ ປະມານ 20 ຄັ້ງ, ທັງນີ້ເພື່ອຊ່ວຍ
ໃຫ້ເລືອດຫມູນວຽນມາລ້ຽງດວງຕາດີຂື້ນ ການລູບລ້ຽງດ້ວຍນ້ຳເຢັນ ເຮັດໃຫ້ກ້າມເນື້ອຕາ ແລະ ຫນັງຕາເຄັ່ງບໍ່ຢ່ອນຍານ ສະນັ້ນກ່ອນເຂົ້ານອນໃຫ້ກອບນ້ຳລູບດວງຕາອີກຄັ້ງໜື່ງ ແຕ່ຕອນນີ້ໃຫ້ລູບດ້ວຍນ້ຳເຢັນກ່ອນແລ້ວຕາມດ້ວຍນ້ຳອຸ່ນ ຈະເຮັດໃຫ້ກ້າມເນື້ອຕາ ແລະ ໜັງຕາໄດ້ຜ່ອນຄາຍ ກ່ອນເຂົ້ານອນ.
ທ່າທີ 7 ຫມູນຕົວ ຢືນງະຕີນໃຫ້ຊ່ຳກັບຊວງບ່າໄຫລ່: ການໝູນຕົວໄປມາຈາກຊ້າຍຫາຂວາ ເພື່ອຖ່າຍເທນ້ຳຫນັກ
ຕົວຂອງຂາແຕ່ລະຂ້າງສະລັບໄປມາ ສາຍຕາເບິ່ງໄປໄກໆ ແຕ່ບໍ່ຕ້ອງຈົດຈໍ່ ປ່ອຍໃຫ້ຈຸດທີ່ເຮົາເບິ່ງເຄື່ອນໄຫວຕາມການ
ຫມູນຕົວ ທ່ານີ້ຈະຊ່ວຍໃຫ້ດວງຕາໄດ້ພັກ ແລະ ມີການປັບຕົວດີຂື້ນ ເຮັດປະຈຳ ເມື່ອມີໂອກາດ ແລະ ເປີດເພລງທີ່ມັກ
ຟັງໄປນຳຈະເປັນການດີ.

Delicious Digg Fark Twitter