ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
image/skype.jpg

Skype ບໍລິສັດຜູ້ໃຫ້ບໍລິການ  VoIP ທີ່ໄດ້ຮັບຄວາມນິຍົມຫລາຍໃນເຄືອຂອງ eBay  ໄດ້ເລີ່ມພະຍາຍາມຜັກດັນໃຫ້ສະມາຊິກໃຊ້ບໍລິການ SkypeOut ທີ່ຈະເປັນບໍລິການເຊື່ອມຕໍ່ເຂົ້າກັບໂທລະສັບໃນບ້ານ ຫລື ໂທລະສັບມືຖືກັນຫລາຍຂື້ນ ໂດຍໃນວັນຈັນທີ່ຜ່ານມາໄດ້ປະກາດໃຫ້ສະມາຊິກສາມາດໃຊ້ບໍລິການດັ່ງກ່າວໂທໄປຫາໂທລະສັບໃນ
ສະຫະລັດ ແລະ ແຄນາດາໄດ້ຟຣີຈົນເຖິງສິ້ນປີນີ້ ຊຶ່ງໃນປັດຈຸບັນເຖິງວ່າຈະມີຈຳນວນຜູ້ໃຊ້ບໍລິການພິເສດ
ຕ່າງໆ SkypeOut  ເຊັ່ນ: ບໍ່ຫລາຍກໍ່ຕາມ ແຕ່ຈຳນວນຜູ້ທີ່ໃຊ້ບໍລິການຂອງ Skype ນັ້ນມີຢູ່ຈຳນວນຫລາຍ
ທົ່ວໂລກ ໃນເດືອນເມສາທີ່ຜ່ານມາ Skype ມີຍອດຈຳນວນສະມາຊິກທັງຫມົດ 100 ລ້ານລາຍທົ່ວໂລກ ຫລາຍຂື້ນກວ່າຍອດສະມາຊິກໃນ
ເດືອນກັນຍາປີທີ່ຜ່ານມາຢ່າງເທົ່າຕົວ ໂດຍມີສະມາຊິກໃນສະຫະລັດປະມານ 6 ລ້ານລາຍ ຖ້າທຽບກັບສະມາຊິກໃນຈີນທີ່ມີ 13 ລ້ານລາຍ ແລະ ເຢຍລະມັນທີ່ມີຢູ່ 5 ລ້ານລາຍ ຊຶ່ງຄາດວ່າການເປີດໂປຣໂມຊັ່ນໂທຟຣີໃນສະຫະລັດ ແລະ ແຄນາດານັ້ນ ອາດຈະຊ່ວຍເພີ່ມຍອດ
ສະມາຊິກຂອງ  Skype ໃນສະຫະລັດ ແລະ ແຄນາດາໃຫ້ຫລາຍຂື້ນຢ່າງວ່ອງໄວ ໂດຍ Skype ເອງກໍ່ມີຄູ່ແຂງໃນຕະຫລາດເພີ່ມຂື້ນເລື້ອຍໆ ເຊັ່ນ: Yahoo ແລະ AOL ກໍ່ເລີ່ມເປີດບໍລິການ VoIP ໃຫ້ກັບສະມາຊິກແລ້ວຄືກັນ ເຮັດໃຫ້ Skype ຈຳເປັນຕ້ອງເສີມບໍລິການຕ່າງໆ ເພື່ອດຶງດູດລູກຄ້າໃຫ້ສະຫມັກເປັນສະມາຊິກຫລາຍຂື້ນ.

Delicious Digg Fark Twitter