ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ບ່ອນໃດມີຮັກ ບ່ອນນັ້ນຍ່ອມມີທຸກ ຄຳກ່າວມານີ້ຍັງຄົງໃຊ້ໄດ້ຢູ່ທຸກຍຸກ
ທຸກສະໄໝ ເພາະນັ້ນຄືຄວາມຈິງແທ້ ແລະ ແນ່ນອນ ຫາກຈະຮັກແລ້ວ
ບໍ່ໃຫ້ທຸກກໍ່ຕ້ອງຮຽນຮູ້ຄວາມຈິງໃນຮັກແທ້ໃຫ້ຊັດເຈນສະກ່ອນ...!

1. ການຮັກ ແລະບໍ່ໄດ້ຮັບຮັກຕອບ ເປັນທຸກ ແຕ່ສິ່ງທີ່ທຸກຫລາຍກວ່າ ຄື:
ການຮັກໃຜຄົນຫນື່ງ ແຕ່ບໍ່ມີຄວາມກ້າພໍທີ່ຈະບອກໃຫ້ຄົນນັ້ນຮູ້ ແລະ ຕ້ອງມາ
ເສຍໃຈພາຍຫລັງ

2. ຄວາມຮັກຄືຄວາມຮູ້ສຶກທີ່ຄົນເຮົາຍັງຫວ່ງໃຍໃຜຄົນຫນື່ງຢູ່ ເຖິງວ່າຈະແຍກ
ຄວາມຮູ້ສຶກ ຄວາມຫລົງໃຫລ ແລະຄວາມສຳພັນແບບຮັກໃຄ່ອອກໄປແລ້ວ

3. ສິ່ງທີ່ເປັນຕາເສົ້າໃຈໃນຊີວິດ ຄືການຄົບຄົນທີ່ມີຄວາມສຳຄັນຫລາຍສຳຫລັບເຮົາ ແຕ່ມາຄົ້ນພົບພາຍຫລັງວ່າເຮົາບໍ່ໄດ້ຖືກກຳນົດມາ ເພື່ອ
ສິ່ງນັ້ນ ແລະຈະຕ້ອງປ່ອຍໃຫ້ມັນຜ່ານໄປ

4. ເມື່ອປະຕູແຫ່ງຄວາມສຸກປິດລົງ ປະຕູແຫ່ງຄວາມສຸກທີ່ເບີຍແຍ້ມອື່ນກໍ່ຈະເປີດຂື້ນ ແຕ່ເຮົາພັດມາຫລົງຢູ່ກັບປະຕູທີ່ປິດລົງໄປແລ້ວແຕ່ດົນນານ ຈົນເຮັດໃຫ້ເຮົາມອງບໍ່ເຫັນປະຕູທີ່ເປີດໄວ້ລໍຖ້າເຮົາຢູ່

5. ຫມູ່ເພື່ອນທີ່ດີທີ່ສຸດຄືຄົນທີ່ເຮົາສາມາດນັ່ງຢູ່ແຄມລະບຽງນຳກັນ ໂດຍບໍ່ໄດ້ລົມຫຍັງກັນຈັກຄຳເລີຍ ແຕ່ສາມາດເດີນຈາກໄປດ້ວຍຄວາມຮູ້ສຶກ
ຄ້າຍກັບໄດ້ລົມນຳກັນ ຢ່າງຫນ້າປະທັບໃຈທີ່ສຸດເລີຍ

6. ເປັນຄວາມຈິງທີ່ເຮົາບໍ່ສາມາດຮັບຮູ້ໄດ້ເລີຍວ່າເຮົາມີຫຍັງຢູ່ໃນໃຈ ຈົນເຖິງເວລາທີ່ເຮົາຈະສູນເສຍມັນໄປ ແຕ່ກໍ່ເປັນຈິງດັ່ງນັ້ນ ທີ່ເຮົາບໍ່ຮູ້ວ່າ
ເຮົາພາດຫຍັງໄປແນ່ ຈົນກະທັງສິ່ງນັ້ນເຂົ້າມາຫາເຮົາ

7. ການມອບຄວາມຮັກ ທັງຫມົດໃຫ້ໃຜຄົນຫນື່ງ ບໍ່ໄດ້ເປັນຫລັກປະກັນວ່າເຂົາຄົນນັ້ນຈະຕອບຮັກເຮົາ ຢ່າຫວັງທີ່ຈະໄດ້ຮັກຕອບ ແຕ່ຈົງເຝົ້າ
ຄອຍໃຫ້ມັນງອກງາມຂື້ນໃນຫົວໃຈຄົນນັ້ນ ແຕ່ຖ້າມັນບໍ່ໄດ້ເປັນດັ່ງນັ້ນ ກໍ່ໃຫ້ພໍໃຈວ່າຢ່າງຫນ້ອຍມັນກໍ່ໄດ້ງອກງາມຂື້ນໃນໃຈຂອງເຮົາ

8. ມີສິ່ງທີ່ທ່ານຕ້ອງການຈະໄດ້ຍິນ ແຕ່ທ່ານຈະບໍ່ໄດ້ຍິນມັນຈາກປາກຂອງຄົນທີ່ທ່ານຢາກໄດ້ຍິນ ແຕ່ຢ່າເຮັດຄືຄົນຫູໜວກ ໂດຍບໍ່ຮັບຟັງສິ່ງນັ້ນ
ຈາກຄົນທີ່ບອກກັບທ່ານຈາກຫົວໃຈ

9. ຢ່າບອກລາ ຖ້າເຈົ້າຍັງຕ້ອງການຈະພະຍາຍາມຕໍ່ໄປ ຢ່າທໍ້ໃຈຖ້າເຈົ້າ ຍັງຮູ້ສຶກວ່າເຈົ້າໄປກັນໄດ້ ຢ່າເວົ້າວ່າເຈົ້າບໍ່ຮັກຄົນໆ ນັ້ນອີກແລ້ວ ຖ້າເຈົ້າບໍ່ສາມາດທຳໃຈໄດ້

10. ຄວາມຮັກມັນມາຢຽມຢາມຜູ້ທີ່ຍັງຄົງຫວັງ ເຖິງວ່າຈະຜິດຫວັງ ແລະມາຢ້ຽມຜູ້ທີ່ຍັງເຊື່ອຫມັ້ນ ເຖິງວ່າຈະຖືກຫັກຫລັງ ແລະຈະມາຢ້ຽມຜູ້ທີ່ຍັງ
ຄົນຮັກ ເຖິງວ່າຈະເຄີຍເຈັບປວດມາກ່ອນ

11. ການທີ່ເຮົາຈະປະທັບໃຜຄົນນັ້ນຕ້ອງໃຊ້ເວລາຊ່ຳໃດ ການທີ່ເຮົາຈະມັກໃຜຄົນຫນື່ງໃຊ້ເວລາພຽງຊົ່ວໂມງ ການທີ່ເຮົາຈະຮັກໃຜຈະໃຊ້ເວລາ
ພຽງຄ່ຳຄືນ ແຕ່ການທີ່ຈະລືມໃຜຄົນນັ້ນຕ້ອງໃຊ້ເວລາຊົ່ວຊີວິດ

12. ຢ່າເບິ່ງຄົນທີ່ຫນ້າຕາ ເພາະມັນອາດຫລອກເຮົາໄດ້ ຢ່າເບິ່ງຄົນທີ່ຄວາມຮັ່ງມີ ເພາະມັນບໍ່ຈີລັງຢັ້ງຢືນ ໃຫ້ຊອກຫາຄົນທີ່ເຮັດໃຫ້ເຮົາຍິ້ມໄດ້ ເພາະພຽງຍິ້ມດຽວ ສາມາດເຮັດໃຫ້ວັນຄືນທີ່ຫມົ່ນຫມອງກັບມາສົດໃສໄດ້ ຂໍໃຫ້ເຮົາພົບຄົນທີ່ເຮັດໃຫ້ເຮົາມີຮອຍຍິ້ມໄດ້

13. ຊ່ວງເວລາໃນຊີວິດທີ່ເຮົາຄິດຮອດໃຜຄົນຫນື່ງ ຈົນຢາກຈະດຶງເຂົາມາຈາກຄວາມຝັນ ເພື່ອກອດເອົາໄວ້ ຂໍໃຫ້ທ່ານໄດ້ຝັນເຖິງຄົນພິເສດນັ້ນ

14. ຝັນ ເຖິງສິ່ງທີ່ທ່ານຕ້ອງການຝັນ ໄປໃນບ່ອນທີ່ທ່ານຕ້ອງການໄປ ເປັນໃນສິ່ງທີ່ທ່ານຕ້ອງການເປັນ ເພາະທ່ານມີພຽງຊີວິດດຽວ ແລະ ມີໂອກາດດຽວທີ່ຈະເຮັດທຸກສິ່ງທີ່ທ່ານຕ້ອງການ

15. ຂໍໃຫ້ເຈົ້າມີຄວາມສຸກລົ້ນ ທີ່ຈະເຮັດໃຫ້ເຈົ້າກາຍເປັນຄົນອ່ອນຫວານ ຜ່ານການທົດສອບມາຫລາຍພໍທີ່ຈະເຮັດໃຫ້ເຈົ້າເຂັ້ມແຂງມີຄວາມເສົ້າ
ໂສກພໍທີ່ຈະເຮັດໃຫ້ເຈົ້າຍັງຮັກສາຄວາມເປັນມະນຸດ ແລະມີຄວາມຫວັງຫລາຍພໍທີ່ຈະເຮັດໃຫ້ເຈົ້າເປັນສຸກໄດ້

16. ເອົາໃຈເຂົາມາໃສ່ໃຈເຮົາ ຖ້າເຈົ້າຮູ້ສຶກວ່າສິ່ງນັ້ນຈະເຮັດໃຫ້ເຈົ້າເຈັບປວດ ຈົ່ງຮູ້ເລີຍວ່າຄົນອື່ນກໍ່ເຈັບປວດຈາກສິ່ງດຽວກັນ ຄືດັ່ງເຈົ້າເຈັບ

17. ຄຳເວົ້າທີ່ບໍ່ໄດ້ຢັ້ງຄິດອາດກໍ່ໃຫ້ເກີດຄວາມຂັດແຍ້ງ ຄຳເວົ້າທີ່ໂຫດຮ້າຍ ອາດທຳລາຍຊີວິດ ຄຳເວົ້າທີ່ເຫມາະສົມກັບເວລາສະຖານທີ່ອາດ
ລຸດຄວາມເຄັ່ງຄຽດ ຄຳຮັກອາດຮັກສາ ແລະ ເຮັດໃຫ້ມີຄວາມສຸກໄດ້

18. ຈຸດເລີ້ມຂອງຄວາມຮັກຄືການປ່ອຍໃຫ້ຄົນທີ່ເຮົາຮັກເປັນໂຕຂອງໂຕເອງ ຢ່າດືງເຂົາອກຈາກພາບລັກຂອງຄວາມເປັນໂຕຂອງເຂົາ

19. ຄົນທີ່ມີຄວາມສຸກທີ່ສຸດ ບໍ່ໄດ້ໝາຍຄວາມວ່າເຂົາມີສິ່ງທີ່ດີທີ່ສຸດ ພຽງແຕ່ເຂົາສາມາດເຮັດສິ່ງທີ່ເຂົາມີໃຫ້ດີທີ່ສຸດໄດ້ຕ່າງຫາກ

20. ຄວາມສຸກເຝົ້າລໍຢູ່ເບື້ອງຫນ້າຜູ້ທີ່ມີນ້ຳຕາ ຜູ້ທີ່ເຈັບປວດ ຜູ້ທີ່ຄົນຫາ ແລະ ຜູ້ທີ່ພະຍາຍາມແລ້ວ ເພາະມີພຽງພວກເຂົາເທົ່ານັ້ນ ທີ່ຮູ້ຈັກ
ຄຸນຄ່າຂອງຄົນທີ່ໄດ້ສຳຜັດຊີວິດຂອງພວກເຂົາເອງ

21. ຄວາມຮັກເລີ້ມຕົ້ນດ້ວຍຮອຍຍິ້ມ ງອກງາມດ້ວຍຮອຍຈູບ ແລະ ຈົບລົງດ້ວຍຢາດນ້ຳຕາ

22. ອະນາຄົດທີ່ສົດໃສມີຮາກຖານຢູ່ເທິງອະດີດທີ່ຖືກລືມ ເຈົ້າບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ດີ ຖ້າຫາກບໍ່ຮູ້ຈັກປ່ອຍວາງຄວາມຜິດພາດໃນອະດີດ ແລະຄວາມເຈັບປວດຂອງຫົວໃຈ

23. ເຈົ້າຮ້ອງໄຫ້ຕອນເຈົ້າເກີດໃນຂະນະທີ່ຄົນຮອບຂ້າງກຳລັງຍິ້ມ ຈົງມີຊີວິດຢູ່ ເພື່ອຕອນເຈົ້າຕາຍ ເຈົ້າຈະເປັນຄົນທີ່ຍິ້ມ ໃນຂະນະທີ່ຄົນຢູ່ອ້ອມຂ້າງຮ້ອງໄຫ້ໃຫ້ເຈົ້າ

Delicious Digg Fark Twitter