![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ພ.. 29, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
ຜົນການສຶກສາຂອງນັກວິໄຈຈາກຮັງກາຣີພົບວ່າໂທລະສັບມືຖື ອາດສ້າງຄວາມເສຍຫາຍໃຫ້ກັບເຊື້ອອະສຸຈິຂອງຜູ້ຊາຍໄດ້ ໂດຍຈຳນວນລຸດລົງ 1 ໃນ 3.
ຜູ້ຊ່ຽວຊານກ່ຽວກັບພາວະການຈະເລີນພັນລະບຸວ່າ ການນຳເອົາໂທລະສັບມືຖືໄປໄວ້ໃນກະເປົາໂສ້ງ ຫລື ຫ້ອຍໄວ້ກັບສາຍແອວ ເຮັດໃຫ້ຈຳນວນເຊື້ອອະສຸຈິຂອງຜູ້ຊາຍ ລຸດລົງເກືອບຮ້ອຍລະ 30, ເຊິ່ງການວິໄຈນີ້ເປັນຜົນງານການສຶກສາຂອງນັກວິໄຈຈາກມະຫາວິທະຍາໄລເຊເກດ (Szeged) ໄດ້ທຳການວິເຄາະເຊື້ອອະສຸຈິຂອງຜູ້ຊາຍຈຳນວນ 221 ຄົນ, ແລະ ສອບຖາມພວກເຂົາກ່ຽວກັບພຶດຕິກຳໃນການໃຊ້ໂທລະສັບມືຖື ແລະ ພົບເຫັນຄວາມກ່ຽວພັນລະຫວ່າງການໃຊ້ໂທລະສັບມືຖືກັບການຜະລິດເຊື້ອອະສຸຈິ ເພາະການໃຊ້ໂທລະສັບມືຖື ພຽງແຕ່ການເປິດເຄື່ອງເອົາໄວ້ເສີຍໆ ກໍ່ສາມາດລຸດຈຳນວນເຊື້ອ ແລະ ຄຸນນະພາບຂອງຕົວເຊື້ອລົງໄດ້, ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານກ່າວວ່າ ຄວນຈະມີການສຶກສາເພິ່ມຕຶ່ມອີກ ເພື່ອຢືນຢັນຜົນໂດຍສຶກສາໃນວົງກວ້າງຕໍ່ໄປ ເພາະວຽກງານອັນນີ້ຍັງບໍ່ໄດ້ນຳເອົາແງ່ມູມອື່ນ ໃນຊີວິດຂອງຜູ້ຊາຍມາຮ່ວມໃນການ
ສຶກສາ