![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ພ.. 29, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ນັກວິທະຍາສາດພົບເຫັນຫົນທາງເຮັດໃຫ້ແຟນທີ່ເຈົ້າຊູ້ ກັບໂຕເປັນຄົນລະຄົນ ປ່ຽນເປັນຄົນທີ່ຮັກບ້ານ ແລະ ລູກເມຍປານດວງໃຈໄປ ພວກເຂົາໄດ້ຮູ້ບົດຮຽນຈາການສຶກສາຫນູຕາມທົ່ງນາຊະນິດຫນື່ງ ຊຶ່ງປົກກະຕິຈະປະສົມກັບໂຕແມ່ໂດຍບໍ່ເລືອກຫນ້າ ແຕ່ເມື່ອຈັບມາປັບສ່ນປະກອບເຄມີຂອງຮໍໂມນໃນສະຫມອງໃຫມ່ ມັນກັບປ່ຽນກາຍເປັນຄົນລະໂຕໄປ ເຊົາໄປປະສົມກັບໂຕແມ່ອື່ນອີກຕໍ່ໄປ ກັບເປັນຜົວທີ່ຮັກລູກເມຍ ທັງຍັງຊ່ວຍເມຍລ້ຽງລູກອີກນຳ.
ພວກເຂົາໄດ້ພົບເຫັນວ່າຮໍໂມນວາໂສເພຣສສິນ ມີອິດທິພົນປ່ຽນຫນູພວກນັ້ນໃຫ້ມີຄວາມຮັກດຽວໃຈດຽວໄປໄດ້ ຕ່າງຈາກສັດລ້ຽງລູກດ້ວຍນົມທົ່ວໆ ໄປ ຊຶ່ງມັກຈະປະສົມພັນບໍ່ເລືອກຫນ້າ ມີສັດພວກນິຍົມຜົວດຽວເມຍດຽວພຽງບໍ່ເຖິງ 5% ເທົ່ານັ້ນ
ຢ່າງໃດກໍ່ຕາມ ສາດສະດາຈານລາຣ໌ຣີ ຍັງ ຂອງມະຫາວິທະຍາໄລອິມໍຣີ ຜູ້ຮ່ວມໃນການສຶກສາວິໄຈເວົ້າວ່າ: ແຕ່ການຈະເອົາວິທີນີ້ມາໃຊ້ກັບຄົນ ອາດຈະບໍ່ງ່າຍ ເພາະອາດຈະຂື້ນກັບຮໍໂມນຫລາຍຕົວ ແຕ່ໃຫ້ຄວາມເຫັນວ່າ "ເຮົາຮູ້ມາແລ້ວວ່າ ເມື່ອມະນຸດມີຄວາມສຳພັນທາງກາມມະລົມ ກໍ່ຂັບຮໍໂມນຊະນິດນີ້ຄືກັນ, ກາມະລົມ ອາດຈະມີສ່ວນຊ່ວຍກະຊັບຄວາມຜູກພັນລະຫວ່າງກັນໃຫ້ແຫນ້ນຫນາຍິ່ງຂື້ນ ແລະ ຮໍໂມນນີ້ອາດຈະເປັນຕົວການສຳຄັນຂອງເລື່ອງນີ້"