![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 29, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
ຂະນະນີ້ມີນົມສົ້ມຫລາຍຊະນິດ ທີ່ຂາຍຢູ່ຕາມຮ້ານຕ່າງໆ ນົມສົ້ມທຸກຊະນິດເຮັດມາຈາກນົມງົວ ແລ້ວຕື່ມຈຸລິນຊີຊະນິດທີ່ພົບເຫັນພາຍໃນລຳໄສ້ຂອງມະນຸດ ເຮັດໃຫ້ນົມເກິດການຫມັກທີ່ເຫມາະສົມ ນົມຈຶ່ງເກິດມີລົດສົ້ມ, ນົມສົ້ມບາງຊະນິດໄດ້ຕື່ມນ້ຳຕານຊາຍ ເພື່ອເພິ່ມລົດຫວານ ແລະ ບາງຊະນິດໄດ້ຮັບການຕື່ມນ້ຳຫມາກໄມ້ ເພື່ອເພິ່ມລົດຊາດໃຫ້ຫລາກຫລາຍ ສຳຫລັບປະໂຫຍດທີ່ຈະໄດ້ຮັບຈາກນົມສົ້ມມີດັ່ງນີ້: ໄດ້ດື່ມນົມງົວ ຊຶ່ງມີຈຳນວນແຄລຊຽມຫລາຍ, ດູດຊຶມເຂົ້າສູ່ຮ່າງກາຍງ່າຍ ເນື່ອງຈາກນ້ຳຕານແລັກໂຕສຖືກປ່ຽນເປັນຮູບອື່ນ ເຮັດໃຫ້ຖືກດູດຊຶມເຂົ້າສູ່ຮ່າງກາຍງ່າຍຂື້ນ ໄດ້ຮັບຈຸລິນຊີຊະນິດທີ່ມີປະໂຫຍດ ແລະ ພົບເຫັນພາຍໃນລຳໄສ້ຂອງມະນຸດເພິ່ມເຕິມ * ເປັນຫຍັງຈຶ່ງສົ້ມ ຄວາມສົ້ມຂອງນົມສົ້ມເກິດຈາກການກະທຳຂອງເຊື້ອຈຸລິນຊີທີ່ຕື່ມລົງໄປໃນນົມ ດ້ວຍວິທີການຫມັກທີ່ເຫມາະສົມ ນ້ຳຕານແລັກໂຕສໃນນົມຈະຖືກປ່ຽນເປັນກົດອ່ອນໆ ຊຶ່ງໃຫ້ລົດສົ້ມ ສຳຫລັບນົມທີ່ຕັ້ງປະໄວ້ໃນອາກາດແລ້ວເກິດລົດສົ້ມຂື້ນມາ ກໍ່ເກິດປະຕິກິລິຍາ ເຊັ່ນດຽວກັນແຕ່ຕ່າງກັນບ່ອນທີ່ ເຊື້ອຈຸລິນຊີທີ່ເຈືອປົນນີ້ ເປັນອັນຕະລາຍຕໍ່ລຳໄສ້ ແລະ ຕໍ່ຮ່າງກາຍ ຈຶ່ງບໍ່ຄວນດື່ມນົມສົ້ມທີ່ເກິດຂື້ນເອງ ເຊື້ອຈຸລິນຊີທີ່ເຕິມລົງໄປໃນຂະບວນການ ຜະລິດນີ້ເປັນຊະນິດດຽວກັບທີ່ພົບເຫັນໃນລຳໄສ້ຂອງມະນຸດໃນຍາກປົກກະຕິ ຈຶ່ງບໍ່ເຮັດໃຫ້ເກິດອັນຕະລາຍໃດໆ ທັງສິ້ນ. ໃນກໍລະນີທີ່ລູກດື່ມນົມງົວເປັນປະຈຳຢູ່ແລ້ວ ແລະ ບໍ່ມີບັນຫາໃດໆ ບໍ່ມີຄວາມຈຳເປັນທີ່ຈະໃຫ້ລູກດື່ມນົມສົ້ມ ເພາະໃນລຳໄສ້ຂອງລູກຈະມີເຊື້ອຈຸລິນຊີຫລາຍ ແລະ ຫລາຍຮ້ອຍຊະນິດ ນອກຈາກນີ້ນົມສົ້ມຍັງມີລາຄາແພງກວ່ານົມງົວ ພ້ອມດື່ມທົ່ວໄປປະມານ 3 ເທົ່າ ເມື່ອປຽບທຽບໃນປະລິມານທີ່ຊຳກັນ ແລະ ຄຸນຄ່າທາງອາຫານຍັງຕ່ຳກວ່ານົມງົວພ້ອມດື່ມອີກນຳ ຂະນະນີ້ມີນົມສົ້ມຈຳນວນຫລວງຫລາຍທີ່ຂາຍໃນຢູ່ ກະລຸນາສຶກສາຄຸນສົມບັດຂອງນົມສົ້ມແຕ່ລະຊະນິດກ່ອນຈະດື່ມ.
|