![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ພ.. 29, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ການນອນຈະເປັນຊ່ວງເວລາທີ່ສະຫມອງໄດ້ພັກຜ່ອນ ໂດຍສະເພາະກັບຄົນທີ່ໃຊ້ສະຫມອງຫລາຍກໍ່ຈຳເປັນຕ້ອງການພັກຜ່ອນຫລາຍ ເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຈະມີເລືອດໄປລ້ຽງສະຫມອງຫລາຍກວ່າອະໄວຍະວະອື່ນໆ ຂອງຮ່າງກາຍ ສະຫມອງຂອງເດັກນ້ອຍວັຍນີ້ມີການໃຊ້ພະລັງງານຫລາຍກວ່າວັຍອື່ນ ຈຶ່ງຕ້ອງການພັກຜ່ອນຫລາຍກວ່າ ໂດຍຕອນກາງຄືຈະນອນພັກຜ່ອນປະມານ 12 ຊົ່ວໂມງ ແລະ ຕອນກາງເວັນອີກ 1-2 ຊົ່ວໂມງ, ຖ້າລູກນອນຕອນກາງເວັນ ເວລາ 15.00 - 17.00 ນາທີ, ຈະເຮັດໃຫ້ການນອນຕອນກາງຄືນເລື່ອນອອກໄປປະມານ 23.00 ນາທີ ຈຶ່ງເປັນສາເຫດໃຫຍ່ທີ່ເຮັດໃຫ້ລູກນອນຕື່ນສວຍ. ຖ້າລູກໃຫຍ່ຂື້ນມາແນ່ ຄື: ຢູ່ຊັ້ນປະຖົມປີທີ 1 ເຖິງ 4 ລູກຕ້ອງການນອນວັນລະເທື່ອໆລະ 8 ເຄິ່ງ - 9 ຊົ່ວໂມງ, ຖ້າເລິ່ມນອນເວລາ 22.00 ນາທີ, ຈະຕື່ນປະມານ 6 ໂມງເຄິ່ງ - 7 ໂມງເຊົ້າ, ແຕ່ຖ້າຕ້ອງການໃຫ້ລູກຕື່ນນອນເວລາ 5 ໂມງເຊົ້າ ຄວນໃຫ້ລູກເຂົ້ານອນປະມານ 20.00-20.30 ນາທີ, ດັ່ງນັ້ນເວລາຕື່ນນອນຂອງລູກຈຶ່ງຂື້ນກັບເວລາທີ່ລູກເລິ່ມນອນເປັນສຳຄັນ ຖ້າລູກເຄີຍກັບເວລາທີ່ຈະນອນ ຄືເປັນຄົນນອນດຶກ ຄວນຈະຄ່ອຍໆຕັດເວລາການເຂົ້ານອນຂື້ນມາ ເຊັ່ນ: ລູກເຄີຍເຂົ້ານອນເວລາ 22.00 ນາທີ ໃຫ້ຫຍໍ້ມາເປັນເວລາ 21.30 ນາທີ ກ່ອນ ແລ້ວອີກ 1 ອາທິດຈຶ່ງຄ່ອຍລົດເວລາຂື້ນມາອີກເປັນ 21.00 ນາທີ ອີກວິທີຫນື່ງຄືປຸກລູກໃຫ້ຕື່ນກ່ອນເວລາປົກກະຕິ 1/2 ຊົ່ວໂມງ ແລ້ວຫຍໍ້ເວລາເຂົ້ານອນໄປພ້ອມໆກັນ ຢ່າລືມເດີ້! ການປ່ຽນເວລາເຂົ້ານອນ ແລະ ຕື່ນນອນຂອງລູກນັ້ນຕ້ອງຄ່ອຍໆ ເຮັດໂດຍໃຊ້ເວລາປະມານ 1-2 ອາທິດ ໃນໄລຍະເປິດພາກຮຽນບໍ່ຄວນໃຫ້ລູກເຄີຍຕົວກັບການນອນດຶກເຖິງວ່າມື້ຕໍ່ມາຈະເປັນມື້ພັກ ເຊັ່ນ: ອະນຸຍາດໃຫ້ລູກນອນດຶກໃນວັນສຸກ ແລະ ວັນເສົາ ພໍເຖິງວັນອາທິດຈະໃຫ້ລູກນອນແຕ່ຫົວຄ່ຳກໍ່ຈະເຮັດບໍ່ໄດ້ ວັນຈັນລູກຈຶ່ງງ່ວງນອນເວລາຈະໄປໂຮງຮຽນ
|