ຂຽນເມື່ອ: ພ.ພ.. 30, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
ມະນຸດທຸກຄົນ ຕ່າງກໍ່ມີຄວາມສຳຄັນໃນຕົນເອງສະເໝີ ເມື່ອຕົນເອງມີລັກສະນະເດັ່ນດີກວ່າຄົນອື່ນກໍ່ ຍິ່ງມີຄວາມສຳຄັນຕົນຂື້ນໄປເລື້ອຍໆ ຍົກເວັ້ນບັນດິດຜູ້ສະຫລາດ ຜູ້ທີ່ເປັນພະຫູສູດ (ຜູ້ທີ່ໄດ້ຜ່ານການໄດ້ຍິນ,ໄດ້ຟັງ,ໄດ້ສຶກສາຮ່ຳຮຽນມາຫລາຍແລ້ວ)ຈະເຂົ້າໃຈຕົນເອງ ແລະ ຄົນອື່ນຫລາຍຂື້ນ ຍ້ອນໝັ່ນກວດສອບສັງວອນໃນກິຣິຍາອາການຂອງຕົນ.ຄວາມສຳຄັນຕົນເອງ ຈັດເຂົ້າໃນຄວາມຫລົງຫລືໂມຫະ ຄວາມຫລົງຕົນເອງນີ້ບາງຄັ້ງກໍ່ເຮັດໃຫ້ ຄົນຕາບອດ. ການປົດເປື້ອງຄວາມຫລົງອອກແລ້ວເປີດໃຈເພື່ອຄົນອື່ນ ເຫັນຄົນອື່ນກໍ່ສຳຄັນເຊັ່ນກັນ ຈະນຳມາເຊິ່ງຄວາມເຂົ້າໃຈລະຫວ່າງເພື່ອນມະນຸດດວ້ຍກັນຫລາຍຂື້ນ. ຖ້າມົວແຕ່ສຳຄັນຕົນເອງ ວ່າແຕ່ເຮົາເອງບໍ່ເປັນສອງລອງຈາກໃຜ ໂລກທີ່ເຮົາອາໄສຢູ່ເຊິ່ງໃນທັດສະນະຂອງຄົນທັງໂລກວ່າ ກວ້າງໃຫຍ່ໄພສານ ກໍ່ຈະແຄບລົງ.ຍ້ອນຄວາມຫລົງໃນອັຕຕາຫລືຕົວຕົນນີ້ເອງຈິ່ງເຮັດໃຫ້ມະນຸດກໍ່ຄວາມທຸກຫລາຍໆຢ່າງຕໍ່ຕົນເອງ ແລະ ເພື່ອນຮ່ວມໂລກ ຮ່ວມສັງຄົມ ຫລືແມ່ນແຕ່ໃນສະຖາບັນຄວາມຄົວ. ເຊັ່ນການໂຕ້ຖຽງກັນບໍ່ຍິນຍອມ ປະນີປະນອມ ແລະ ໃຫ້ອະໄພ ບໍ່ມີໃຈເມຕຕາເອື້ອອາທອນ ຍ້ອນໃຜກໍ່ວ່າຕົນເອງສຳຄັນ ສຸດທ້າຍໄຟໂທສະ ກໍ່ລຸກລາມໃໝ້ທັງສອງຝ່າຍ. ຖ້າຫາກຝ່າຍໃດໜຶ່ງຢຸດຟັງຄົນອື່ນ ດວ້ຍໃຊ້ສະຕິປັນຍາ ແລະ ຫລັກເຫດຜົນ. ຄວາມທຸກທີ່ຈະເກີດຂື້ນກໍ່ຈະຫລຸດລົງ ໄຟມະໄລກັນໃນດວງໃຈກໍ່ຈະດັບມອດ.ການປ່ອຍວາງຄືການຮັບຟັງບັນຫາດວ້ຍຫລັກປັນຍາ ແລະ ເຫດຜົນ ແຕ່ບໍ່ແມ່ນການເພີ່ມສະນວນດວ້ຍ ການອວດອ້າງທະນົງຕົນ. ເມື່ອຕົນ ຫລືອັຕຕາ ego ຖືກຮັບຮູ້ ແລະ ລະງັບໄວ້ດວ້ຍການຮູ້ເທົ່າທັນ ຂອງອາການຈິຕໃຈທີ່ອວດອົ່ງທະນົງຕົນ ຕົນທີ່ວ່າໃຫຍ່ກໍ່ຈະນ້ອຍລົງດວ້ຍອາການທີ່ເຍືອກເຢັນ.
ຍິ່ງຕົນໃຫຍ່ກໍ່ຍິ່ງໜັກ ການປ່ອຍວາງປຽບເໝືອນການຖ່ອມຕົນລົງມາ ຍິ່ງນອ້ຍກໍ່ຍິ່ງເບົາ ການຮຽນຮູ້ການປ່ອຍວາງເປັນຫົນທາງໄປສູ່ການຮູ້ແຈ້ງ.