![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມິ.ຖ.. 13, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ສະຖານທີ່ທ່ອງທ່ຽວທີ່ຂ້າພະເຈົ້າຈະແນະນຳນີ້ເປັນສະຖານທີ່ໆໜ້າສົນໃຈອີກບ່ອນໜື່ງທີ່ຂ້າພະເຈົ້າແລະເພື່ອນໆ
ໄດ້ເດີນທາງໄປທ່ຽວຊົມທຳມະຊາດມາແລະໄດ້ຕິດອົກຕິດໃຈໃນທຳມະຊາດແຫ່ງນີ້ກໍ່ເລີຍຢາກຈະເຫຼົ່າໃຫ້ເພື່ອນໆຟັງ ຖ້າຫາກວ່າເພື່ອນໆຜູ້ໃດໄດ້ມີໂອກາດໄປທຽວກໍ່ຈະໄດ້ລອງໄປເວະຊົມເບີ່ງສະຖານທີ່ອັນສວຍງາມນີ້ ໃນການທີ່ຈະໄປທ່ຽວສະຖານທີ່ແຫ່ງນີ້ທ່ານສາມາດໄປໄດ້ໂດຍສະດວກສະບາຍ ເລີ່ມຕົ້ນຈາກຂື້ນລົດເມທີ່ຄິວລົດເມທີ່ຕະຫຼາດເຊົ້າໃນກໍລະນີ້ທີ່ທ່ານບໍ່ມີຄວາມຈຳເປັນຕ້ອງໄຊ້ລົດສ່ວນຕົວ ຖ້າຫາກວ່າທ່ານສະດວກແດ່ກໍ່ສາມາດໄຊ້ລົດສ່ວນຕົວເດີນທາງໄປໄດ້ໂດຍໄຊ້ເວລາປະມານ 3ຊົວໂມງອອກຈາກວຽງຈັນໃນຂະນະທີ່ຂ້າພະເຈົ້າໄປນັ້ນໄດ້ມີໂອກາດໄປພັກຢູ່ທີ່ບ້ານພັກຖ້ຳຈັງ ຊື່ງເປັນອີກແຫ່ຼງທ່ອງທ່ຽວໜື່ງທີ່ສວຍງາມຂອງເມືອງວັງວຽງຢູ່ທີ່ນັ້ນພວກເຮົາໄດ້ນອນພັກເປັນເວລາໜື່ງຄືນ ຫຼັງຈາກທີ່ໄດ້ໄປຮອດເມືອງວັງວຽງແລ້ວພວກເຮົາກໍ່ໄດ້ພັກຜ່ອນເລັກນອ້ຍແລະໄດ້ໄປຈອງຫ້ອງພັກ ຫຼັງຈາກນັ້ນເພື່ອນໆກໍ່ໄດ້ພາກັນໄປຫຼີ້ນທີ່ຖ້ຳຈັງທີ່ຢູ່ໄກ້ໆກັບບ້ານພັກທີ່ພວກເຮົາຢູ່
ຈາກນັ້ນກໍ່ໄຊ້ເວລາທ່ຽວຊົມຕົວເມືອງວັງວຽງໄດ້ເຫັນວ່າມີຮ້ານອາຫານແລະບ້ານພັກສຳຫຼັບແຂກຍັງຍາຍກັນໄປໃນເມືອງວັງວຽງ ທັງເຈົ້າຂອງຮ້ານອາຫາກໍ່ໃຈດີໆມີສາວໆງາມໆໃນເມືອງວັງວຽງມາຮັບຕ້ອນແຂກເມືອຍາມແຂກບ້ານແຂກເມືອງເຂົ້າມາສັ່ງອາຫານ ທັງສາມາດເວົ້າພາສາອັງກິດກັບແຂກໄດ້ຢ່າງລ່ຽນໄຫຼອີກສົມກັບວ່າເປັນເມືອງທ່ອງທ່ຽວທີ່ຜູ້ຄົນຕ່າງດ້າວ
ທ້າວຕ່າງເມືອງກ່າວຂານກັນວ່າເປັນເມືອງທ່ອງທ່ຽວທາງທຳມາະຊາດທີ່ສວຍງາມນອກຈາກນັ້ນຂ້າພະເຈົ້າແລະເພື່ອນຊາວຕ່າງຊາດກໍ່ໄດ້ພາກັນເຊົ່າລົດຈັກ ຂີ່ເລາະຕາມເມືອງວັງວຽງຢ່າງເພີດເພີນກ່ອນກັບທີ່ພັກຕອນແລງໄດ້ໄປນັ່ງເບີ່ງຕາເວັນຕົກດີນທີ່ແຄມນ້ຳຊອງ ຕອນແລງພວກເຮົາກໍ່ໄດ້ພາກັນດັງໄຟປີ້ງບາບີຄິວກັບແກ້ມເບຍລາວກັນເລັກນ້ອຍແລະກໍ່ມີການບັນເລັງເພັງຈາກກີຕ້າໂປ່ງແລະຄາລາໂອເກະຈາກແລບທົບທີ່ພວກເຮົາເອົາຕິດຕົວໄປ ຢ່າງມ່ວນຊື່ນ. ຫຼັງຈາກຕື່ນເຊົ້າຂື້ນມາຂ້າພະເຈົ້າໄດ້ຕື່ນແຕ່ເຊົ້າເພື່ອມາສືບເອົາອາກາດບໍລິສຸດທີ່ທຳມະຊາດແຫ່ງນີ້ ເບີ່ງການດຳລົງຊີວິດຂອງພີ່ນ້ອງຊາວເມືອງວັງວຽງເລາະລຽບຕາມແຄມນ້ຳຊອງບາງຄົນກໍ່ພາກັນມາອາບນ້ຳ ບາງຄົນກໍ່ຊັກເຄື່ອງແລະບາງຄົນກໍ່ໄລ່ຢອກກັນຕາມວິຖີຊີວິດຂອງຊາວເມືອງແຫ່ງນີ້ຫຼັງຈາກທີ່ພວກເຮົາໄດ້ຮັບປະທານອາຫານເຊົ້າແລ້ວ ພວກເຮົາກໍ່ໄດ້ເລີ່ມອອກຈາກທີ່ພັກເພື່ອມຸ່ງໜ້າໄປສະຖານທີ່ທ່ອງທ່ຽວແຫ່ງໃໝ່ທີ່ສຳຄັນ ນັ້ນຄືຖ້ຳປູຄຳຂ້າພະເຈົ້າແລະເພື່ອນໆໄດ້ຈ້າງໃຫ້ລົດເອື້ອຍແຕນເວົ້າສຸພາບ (ລົດອີ່ຕອກຫຼືລົດອີ່ແຕນຈຳນວນສອງຄັນເພາະມີເພື່ອນຫຼາຍຄົນແດ່ຈາກນັ້ນຄົນຂັບລົດກໍ່ພາມຸ້ງໜ້າໄປທີ່ສະຖານທີ່ທ່ອງທ່ຽວຖ້ຳປູຄຳ ໄດ້ຂ້າມນ້ຳຊອງໄປທາງທິດຕາເວັນຕົກຂອງເມືອງວັງວຽງເພື່ອນໆທີ່ໄປນຳຂ້າພະເຈົ້າແປກໃຈເປັນຢ່າງຫຍິ່ງເພາະບໍ່ເຄີຍຂີ່ລົດເອື້ອຍແຕນຈັກເທື່ອ ເມືອໄປຮອດຖ້ຳປູຄຳພວກເຮົາກໍ່ໄດ້ຂື້ນໄປທ່ຽວຊົມສະຖານທີ່ແຫ່ງນີ້ຊື່ງເປັນສະຖານທີ່ທ່ອງທ່ຽວທີ່ມີແຂກຕ່າງປະເທດມັກທີ່ສຸດໃນການໄປທ່ອງທ່ຽວ ເພາະມັນມີຖ້ຳແລະບ່ອນໂດດນ້ຳຫຼີ້ນທັງນ້ຳກໍ່ໃສເຢັນເປັນຕາອາບແຖມຍັງເຫັນໝູ່ປາມາລອຍຫຼີ້ນ ອີງຕາມການສອບຖາມກັບພະນັກງານນຳທ່ຽວຢູ່ທາງນັ້ນເພີ່ນໄດ້ເລົ່າປະຫວັດຄວາມເປັນມາຂອງຖ້ຳປູຄຳໃຫ້ຟັງວ່າ ແຕ່ກ່ອນແມ່ນເພີ່ນເອີ້ນວ່າຖ້ຳເຈຍຫຼັງຈາກ ປີ1996ມາເພີ່ນໄດ້ຄົ້ນພົບປູ 3ຕົວທີ່ຢູ່ໃນຖ້ຳແຫ່ງນັ້ນຕົວປູດັ່ງກ່າວຈະມີຮູບລັກສະນະຄ້າຍຄືປູນາທົ່ວໄປແຕ່ມີສີ່ງທີ່ແປກກໍ່ຄື ຂາຈະຍາວກົ່ວປູນາແລະປູສາມຕົວນັ້ນມີສອງຕົວໄຫຍ່ແລະໜື່ງຕົວນ້ອຍປະຈຸບັນກໍ່ຍັງເຫັນຢູ່ໃນຖ້ຳເປັນບາງຄັ້ງ ໂດຍສະເພາະຈະມັກເຫັນໃນຊ່ວງບຸນປີໃໝ່ລາວອີງຕາມຄຳເວົ້າຂອງລຸງທີ່ພາທ່ຽວໃນຖ້ຳນັ້ນ ຫຼັງຈາກທີ່ພວກເຮົາລົງມາຈາກຖ້ຳດ້ວຍຄວາມອິດເມື່ອຍແລ້ວພວກເຮົາກໍ່ໄດ້ມາອາບນ້ຳຖີ່ຕີນຖ້ຳຊື່ງເປັນນ້ຳທີ່ໄຫຼອອກມາຈາກຖ້ຳທີ່ໃສເປັນ ຊື່ງບ່ອນນີ້ແມ່ນນັກທ່ອງທ່ຽວມັກທີ່ສຸດເພາະໄດ້ຂື້ນຕົ້ນໝາກເດື່ອແລ້ວໂດລົງມາຄວາມສູງເລືອກໄດ້ຕາມໃຈມັກ ຫຼັງຈາກທີ່ໄດ້ອາບນ້ຳແລ້ວກໍ່ໄດ້ກັບທີ່ພັກແລະໄປເລາະຊື້ຂອງຝາກທີ່ຕະຫຼາດໃໝ່ຂອງເມືອງວັງວຽງແລະກັບຄືນສູ່ພູມລຳເນົາທີ່ວຽງຈັນ.
ຄັດມາຈາກ ລາວສະບາຍ