ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເພື່ອນກໍ່ລອງອ່ານເບິ່ງວ່າແມ່ນແທ້ບໍ່!!!!

****ຮ້ານອາຫານ( ກີນເຂົ້າ)****

ເພື່ອນ: ເຂົ້າລາດໜ້າ , ເຟີ ລາຄາບໍ່ເກີນ 10-20ພັນ ກິນອີຫັຍງແພງວະເປືອງເງິນ.

ແຟນ: ແມ່ນຫັຍງກໍ່ໄດ້ທີ່ມັນບໍ່ແມ່ນ ເຂົ້າ,ເຟີ,ສະປາເກຣັດຕີ້  ສັ່ງກັນໄປມື້ລະ 50-60ພັນບໍ່ເປັນຫັຍງ.

****ສະຖານທີ່ (ບ່ອນທີ່ພົບກັນ)****

ເພື່ອນ: ສະໝາມກິລາ ແລະ ບ່ອນທີ່ສະຫວ່າງ,ກ້ວາງ, ສະນຸກສະໜານ.

ແຟນ: ໂຮງໜັງ ແລະ ບ່ອນທີ່ມືດ, ແຄບ, ໂລແມນຕິກ.

****ຂ້າມທາງ(ຕາມຖະໜົນຕ່າງໆ)****

ເພື່ອນ: ອ້າວ!!ເຮ້ຍນີ່ ຖ້າແນ່......ແມ້ງມັນຂ້າມໄປດົນແລ້ວ.

ແຟນ: ຂ້າມໄດ້ບໍ່!! ລະວັງເດີອັນຕະລາຍ ຈັບມືຂ້ອຍໄວ້.

****ຢູ່ເຮືອນ****

ເພື່ອນ: ມາເພື່ອກີນເບຍ ລົມກັນເຮຮ່າ ເວົ້າເລື້ອງຊາວບ້ານ ຮ່າປາຈິງໂກະ.

ແຟນ: ມາເພື່ອ!!!!ອຶ!!! ແບບວ້າ ໂລແມນຕິກ, ມີແຕ່ສິ່ງທີ່ບົງບອກວ່າຮັກ.

****ເວລາຢ່າງ****

ເພື່ອນ: ເຮ້ຍ!!!ໄປໄກໆແນ່ຈັກໜ໋ອຍ ຮ້ອນຊິຕາມຊັກ.

ແຟນ: ແນບຊິດ,ປານເຫຼັກດູດ ຈົນຈະລອຍຂື້ນກາງອາກາດ.

****ຂື້ນລົດເມ****

ເພື່ອນ: ຍັບໄປແນ່ດິວະ ຊິນັ່ງນຳ.

ແຟນ: ບໍ່ເປັນຫັຍງເຈົ້ານັ່ງກ່ອນ ຂ້ອຍຢືນໄດ້.

****ເລື້ອງເງິນ****

ເພື່ອນ: ບໍ່ສະເໜີອອກໄປກ່ອນແລ້ວກັນດຽວໃຫ້(ແລ້ວແມັງກໍ່ຊິງຫາຍຫົວ)

ແຟນ: ມີສະເໜີ..........ຈ່າຍບໍ່ອັ້ນ

****ມາສວຍ(ມາຊ້າ)****

ແຟນ: ບໍ່ເປັນຫັຍງຂ້ອຍຖ້າໄດ້

ເພື່ອນ: ເຮັດຫັຍງຢູ່ວະໂຄດຊ້າເລີຍ ແມັງ*********..ລ້ຽງເຂົ້າເດີ(ຄວາມຈິງແລ້ວມາກ່ອນຫ້ານາທີ)

****ຊ່ວຍໄປວຽກແທນ****

ເພື່ອນ: ບໍ່ຄ່ອຍວ່າງຂົນເຄື່ອງຍ້າຍຫ້ອງ...ທີ່ຈິງກະໄດ້ແຕ່ວ່າພໍດີ ແມ່ໃຫ້ພາໄປຫາພີ່ນ້ອງ ຄົງບໍ່ວ່າງແລ້ວລະ.

ແຟນ: ວ່າງສະເໜີ...ເອ໋!!!ວ່າງຈະໃຫ້ໄປຕອນຈັກໂມງດີ ຊິໄດ້ກຽມຕົວໄວ້ກ່ອນ.

****ກັບບ້ານເດິກ****

ເພື່ອນ: ກັບຈັງໃດເອົາລົດມາບໍ່? ໄປສົ່ງຕ້ອງຕື່ມນໍ້າມັນນະໂວ້ຍ.

ແຟນ: ດຽວຂ້ອຍຂັບລົດໄປສົ່ງດີກວ່າ ກັບຄົນດຽວອັນຕະລາຍ.

****ເວລາບໍ່ສະບາຍ****

ເພື່ອນ: ເປັນຫັຍງອີກວະ ສຳອ້ອຍລະດິ໋ ອອກມາໄວໆກິນເບຍກັນ.

ແຟນ: ເປັນຫັຍງຫຼາຍບໍ່? ກິນຢາແລ້ວບໍ ຂ້ອຍສົ່ງເຈົ້າໄປຫາໜໍ

****ສອນໜັງສື****

ແຟນ: ບໍ່ເຂົ້າໃຈບ່ອນໃດບອກນະ ຊິອະທິບາຍໃຫ້.

ເພື່ອນ: ສອນຕັ້ງ3ຮອບແລ້ວນະ....ກິນຫຍ້າແທນເຂົ້າບໍ່ນິ.

****ວາເລັນທາຍ****

ແຟນ: ຂ້ອຍໃຫ້ເຈົ້າໄດ້ທຸກຢ່າງ ຍົກເວັ້ນແຕ່ດາວ  ເດືອນ ແລະ ຂົນໜ້າເອິກ.

ເພື່ອນ: ວັນນີ້ບໍ່ມີຕົວຕົນ ຫາຍຫົວໄປໃສກະບໍ່ຮູ້.

****ໂດນຖີ້ມ****

ເພື່ອນ: ບໍ່ເປັນຫັຍງເຮ້ຍ!!!ຊ່າງແມັງມັນ ຍັງມີ***ຢູ່.

ແຟນ: ເຮົາໄປກັນບໍ່ໄດ້ ເລີກຄົບກັນດີກວ່າ ຕ່າງຄົນຕ່າງໄປ.

ເພື່ອນໆເຫັນບໍ່ວ່າເພື່ອນກັບແຟນມັນແທນກັນບໍ່ໄດ້ແທ້ໆເລີຍ!!!!!

ຈາກ: ເວັບfriend za

Delicious Digg Fark Twitter