ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ຜົວເມຍຄອມຄົວໜື່ງ ຜູ້ເປັນຜົວເຮັດວຽກກັບໂຄງການສາກົນໜື່ງໃນລາວ ແຕ່ລະອາທິດຜູ້ເປັນຜົວຕ້ອງໄດ້ໄປຕ່າງແຂວງບໍ່ເວັ້ນແຕ່ລະອາທິດ ບາງທີກໍ່ໄປເປັນເດືອນຄ່ອຍກັບມາຫາເມຍ ຜູ້ເປັນເມຍຢູ່ບ້ານກໍ່ມີຄວາມນ້ອຍອົກນ້ອຍໃຈບາງຢ່າງ ແຕ່ບໍ່ຄ່ອຍກ້າທີ່ຈະເວົ້າໃຫ້ຜົວປານໃດ ເພາະໄດ້ຂ່າວມາຈາກຄົນຮູ້ຈັກວ່າ ຜົວກຳລັງຕິດສາວນ້ອຍຢູ່ຕ່າງແຂວງ ມີອາທິດໜື່ງຜົວກັບມາຫາເມຍ ແລະຜູ້ເປັນເມຍກໍ່ເລີຍຊວນຜົວເພື່ອໄປເຮັດພິທີທາງສາດສະໜາຢູ່ວັດ ຫຼັງຈາກທີ່ມີຄຳຂໍ້ຮ້ອງຈາກເມຍ ຜົວກໍ່ເລີຍຕົກລົງໄປຕາມນັ້ນ ເມື່ອເຮັດພິທີທາງສາດສະໜ້າແລ້ວ ທອງຫຼວາງປູ່ຢູ່ວັດໄດ້ໃຫ້ຄຳອວຍພອນແກ່ຄອບຄົວດັ່ງກ່າວ ຫຼວາງປູໄດໃຫ້ພອນວ່າ "ໃຫ້ຄອບຄົວຂອງພວກເຈົ້າຫາຍເຄາະຫາຍເຂັນ ທຳມາຄ້າຂາຍໃຫ້ໄດ້ດີຍິ່ງໆຂື້ນ ປາດຖະໜາອັນໃດໃຫ້ໄດ້ຕາມຄວາມມັກ ຄວາມປາດຖະໜາເດີ" ຫຼັງຈາກທີ່ ຫຼວາງປູ່ໄດ້ເວົ້າສຸດລົງ ທາງຜູ້ເປັນເມຍເລີຍ ເວົ້າສວຍກັບໄປວ່າ ໂອຍ ຫຼວາງປູ່ ຢ່າໃຫ້ພອນແນວນັ້ນ ດຽວນີ້ ຜົວຂອງຂ້ານ້ອຍ ຫັ້ນ ເພີ່ນກຳລັງປາຖະໜາຢາກໄດ້ເມຍນ້ອຍຢູ່ ໃຫ້ຫຼວາງປູ່ຍົກເລີກຄຳອວຍພອນສຸດທ້າຍໃຫ້ແດ່ ຂ້ານ້ອຍ....ຮ້າໆໆໆໆ

Delicious Digg Fark Twitter