ຂຽນເມື່ອ: ມ.ນ.. 3, 2013
| ມີ
5 ຄຳເຫັນ
ແລະ
0 trackback(s)
ຫຼັງຈາກຂ້ອຍນັ່ງຟັງສົມໃຈເລົ່າມາຮອດນີ້ ຈັ່ງແມ່ນເຫຼືອໃຈເອົາແທ້ ແຕ່ກໍ່ຢູ່ໃນໃຈຂ້ອຍ ທີ່ພະຍາຍາມອົດກັ້ນ ບໍ່ໃຫ້ໃຜເຫັນຄວາມ ອ່ອນແອຂອງແມ່ຍິງຄົນນີ້ ຂ້ອຍຈິ່ງໄດ້ເວົ້າກັບສົມໃຈວ່າ:
+ ໂຕ່ຍ: ພຸ້ນນ໋າ! ຈັ່ງແມ່ນຊາດໃຈດຳ...
+ ສົມໃຈ: ໃຈດຳອີ່ຫຍັງລ໋ະ!
+ ໂຕ່ຍ: ເຖິງບໍ່ກ້າບອກຄວາມຈິງໃຫ້ຂ້ອຍຮູ້...ກະບອກໃຫ້ປິ໋ງຮູ້ກະໄຄແນ່...ຈັ່ງແມ່ນເຈົ້າຕົວະເກັ່ງອີ່ຫຼີ...
+ ສົມໃຈ: ຈັກລ໋ະ! ຂ້ອຍກໍ່ບໍ່ໜ້າຊິຕົວະເລີຍ!...
+ ໂຕ່ຍ: ເຊົາໆ...ຊິເວົ້າຫຼາຍເລົ່າຕໍ່ໄປ...
ເລົ່າຕໍ່ໄປເນາະ...ຄືວ່າຫຼັງຈາກຂ້ອຍໂທຫາສາວປິ໋ງແລ້ວ ຂ້ອຍກໍ່ບໍ່ໄດ້ໂທຫາຜູ້ໃດອີກ ເພາະຕອນນີ້ຂ້ອຍຄິດວ່າ ໃນຫົວໃນຂອງຂ້ອຍ ມີພຽງແຕ່ສາວນາງເທົ່ານັນ ແລະ ຈົນຮອດມື້ສຸດທ້າຍ ທີ່ຂ້ອຍກັບມາແຕ່ລົງຝຶກຫັດວິຊາຊີບ ຂ້ອບກໍຍັງບໍ່ທັນໄດ້ເລົ່າເລື່ອງຂອງຂ້ອຍ ໃຫ້ສາວປິ໋ງຮູ້ນຳ ແລະ ຂ້ອຍຂໍຖາມເຈົ້າແດ່ໂຕ່ຍ.
+ ໂຕ່ຍ: ຖາມອີ່ຫຍັງອີກ?
+ ສົມໃຈ: ເຈົ້າຮູ້ເລື່ອງຂ້ອຍນຳຜູ້ໃດ?
+ ໂຕ່ຍ: ນຳໃຜກະສ່າງຊິຮູ້ໄປເຮັດຫຍັງ?
+ ສົມໃຈ: ຢາກຮູ້ຊື່ໆ...
+ ໂຕ່ຍ: ສຳລັບເຈົ້າ ແລະ ຂ້ອຍມັນບໍ່ມີຄວາມໝາຍຫຍັງອີກແລ້ວ!
+ ສົມໃຈ: ໂຕ່ຍ...
+ ໂຕ່ຍ: ແມ່ນຫຍັງອີກ?
+ ສົມໃຈ: ເຈົາຄຽດແຮງຊັ້ນບໍ?
+ ໂຕ່ຍ: ຄຽດຫັ້ນແລະ!
+ ສົມໃຈ: ອ້າຍຂໍໂທດ!
+ ໂຕ່ຍ: ເຈົ້າຄວນບອກຂ້ອຍແຕ່ຕົ້ນພຸ້ນແລະ...
+ ສົມໃຈ: ໂຕ່ຍ...ອ້າຍຂໍໂທດ...
ໃນຂະນະນີ້ຂ້ອຍຟ້າວລຸກໜີອອກຈາກສົມໃຈ ແລ້ວແລ່ນເຂົ້າຫໍພັກ ແລ້ວຜະຫວາຕົວລົງຕຽງ ເພາະຂ້ອຍບໍ່ຢາກຈະຍິນຄຳວ່າຂໍ ໂທດຂ້ອຍບໍ່ຢາກຍິນຊື່ສົມໃຈອີກຕໍ່ໄປ ມັນເຮັດໃຫ້ຫົວໃຈຂອງຂ້ອຍ ອັດຕັນ ແລະ ບໍ່ມີຄວາມໝາຍຫຍັງອີກແລ້ວລະຫວາງຂ້ອຍ ແລະ ສົມໃຈ ຂ້ອຍບໍ່ຮູ້ຈະເຮັດແນວໃດອີກ ສິ່ງທີ່ເອົາຊະນະຂ້ອຍໃນຕອນນີ້ ກໍ່ຄືຢາດເມັດນ້ຳຕາທີ່ລິນໄຫຼ ຫົວໃຈຂອງຂ້ອຍເຕັ້ນວູບ ວາບ ບໍ່ຮູ້ຈະນຶກພາບໃດໆອີກອອກມາແມ່ນແຕ່ກະທັ້ງທີ່ຂ້ອຍແລ່ນປະສົມໃຈ ຈາກບ່ອນທີ່ຂ້ອຍນັ່ງຟັງສົມໃຈເລົ່າ ຢູ່ບໍລິເວນຂ້າງຫໍພັກ ຂ້ອຍຫາຍໃຈຂື້ນບາດຍາວໆ ພະຍາຍາມກັກກັ້ນຢາດເມັດນ້ຳຕາ ແຕ່ກໍ່ບໍ່ໄດ້ຜົນຫຍັງ ຂ້ອຍສຸດທີ່ຊ້ຳໃຈ ແຕ່ລຳລັບຂ້ອຍແລ້ວບໍ່ເຫຼືອອີ່ຫຍັງອີກ ສຳລັບຄວາມຮັກຄວາມຜູກພັນ ລະຫວ່າງຂ້ອຍກັບສົມໃຈ ຂ້ອຍຢາກຈະໄປໃຫ້ໄກແສນໄກ ຈາກໂຮງຮຽນແຫ່ງນີ້ ບໍ່ຢາກຈະເຫັນນ້າເຂົາອີກໃນຕອນຂື້ນຫ້ອງ ຂ້ອຍຄຽດ ແລະ ຊ້ຳໃຈ ຂ້ອຍຢາກຈະໄປໄກໆ ເທົ່າທີ່ຈະໄກໄດ້ ຂ້ອຍຢາກເອົາຄື້ນຟອງທະເລ ແລະ ມະຫາສະມຸດ ທີ່ໃຫຍ່ແສນໃຫຍ່ ມາພັດເອົາຄວາມຮູ້ສຶກຂອງຂ້ອຍ ອອກຈາກຫົວໃຈ ໃຫ້ກະຈາຍຫາຍໄປ ຂ້ອຍຄິດໄປຢ່າງຄົນໝົດຫວັງ. ນີ້ນໍຜູ້ຊາຍທີ່ບໍ່ຈິງໃຈ ຜູ້ຊາຍຫຼອກລວງ ຜູ້ຊາຍທີ່ບໍ່ມີຄວາມແນ່ນອນ ເຫັນຜູ້ຍິງຄືທາງຜ່ານ...ຂ້ອຍຄິດມາຮອດນີ້...ກໍເລີຍພະຍາມຍາມຊອກຫາທາງອອກໃຫ້ຫາຍຈາກຄວາມເຈັບປວດຂອງຫົວໃຈໄດ້ ຂ້ອຍຄິດວ່າ...ຄົງຈະມີຜູ້ຊາຍຄົນໃດຄົນນຶ່ງອີກ ທີ່ຈິງໃຈສຳລັບຂ້ອຍ ຂ້ອຍຈະພະຍາຍາມສ້າງຕົນໃຫ້ເປັນຄົນທີ່ມີຄວາມຮູ້, ຄວາມ ສາມາດ ຕັງໃຈສຶກສາຮ່ຳຮຽນ ເພື່ອໃຫ້ເປັນຄູທີ່ດີໃນອະນາຄົດ ແລະ ສິ່ງທີ່ຂ້ອຍຄຍດລາຍທີ່ສຸດ ເຮັດໃຫ້ຂ້ອຍຊ້ຳໃຈກໍ່ຄື ສົມໃຈ ທີ່ເປັນນ້າກຽດສຸດໆ ແຕ່ສຳລັບຂ້ອຍແລ້ວ ລາກ່ອນຄວາມຫຼັງ ຄວາມຫຼັງທີ່ຊ້ຳໃຈບໍ່ລືມ ແຕ່ນີ້ຕໍ່ໄປ ຂ້ອຍຈະພະຍາຍາມສ້າງຕົນ ໃຫ້ເປັນຄົນດີ ເປັນຄູທີ່ດີໃນອະນາຄົດເພື່ອຮັບໃຊ້ປະເທະຊາດ...ບ່າຍ...ບ່າຍ...
ຈົບບໍຣິບູນ
ໝົດຄວາມໝາຍຮັກທ້າຍປີຮຽນ 1
ໝົດຄວາມໝາຍຮັກທ້າຍປີຮຽນ 2
ໝົດຄວາມໝາຍຮັກທ້າຍປີຮຽນ 3
ໝົດຄວາມໝາຍຮັກທ້າຍປີຮຽນ 4
ໝົດຄວາມໝາຍຮັກທ້າຍປີຮຽນ 5
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ