ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2011 | ມີ 20 ຄຳເຫັນ ແລະ 0 trackback(s)

 

ອນ​ບ່າຍ​ຂອງ​ວັນ​ທີ່ 14.06.11 ນີ້ ມີຊາຍຄົນ​ໜຶ່ງ ອາຍຸປະມານ 25 ປີ, ​ເຂົາ​ມາບ​ອກຂ້ອຍ​ວ່າ​ມີ​ໃຜ​ຢາກ​ໄດ້​ໃບ​ປະກາດ​ຈົບ​ ມໍ6, ມໍ7 ບໍ່?.ລາຄາ 8.000 ບາດ​ເງິນ​ໄທຕໍ່ 1 ​ໃບ ​,​ໃນ​ນັ້ນ​ເຂົາ​ຈະ​ແບ່ງ​ໃຫ້​ຂ້ອຍ 2.000 ບາດ ຫາກ​ຂ້ອຍ​ຊອກ​ຫາຂາຍ​ໄດ້,ລາວ​ບອກ​ວ່າ​ຖ້າ​ຂາຍ​ໄດ້​ຫຼາຍ​ຈະ​​ເພີ່ມ​ໃຫ້​ຕື່ມ​ອີກ.

-     ຂ້ອຍ​ແປກ​ໃຈ​ຈິ່ງ​ຖາມ​ຄືນ​​ວ່າ​ເປັນ​ໃບ​ປະກາດ​ແນວ​ໃດ​ຫວະ​ຈິ່ງຊື້​ໄດ​ງ່າຍ​ແທ້?

​-     ເຂົາ​ຕອບ​ວ່າ​ເປັນ​ໃບ​ປະກາດ​ຜີ, ​ເຊີ່ງ​ໝາຍ​ຄວາມ​ວ່າ​ໃບ​ປະກາດ​ໄດ້​ມາ​ໂດຍ​ບໍ່​ຖືກຕ້ອງ ​ແຕ່​ໃຊ້​​ໄດ້​ວ່າ​ຊັ້ນ,ທຸກຢ່າງເປັນຂອງແທ້,ມີກາແດງ,ກາດີບປະທັບຢ່າງດີ

-     ຂອ້ຍຖາມຕໍ່ມັນກໍ່ໄດ້ຜ່ານກົງໂຕນຂອງຊວງສຶກສາບໍ່ລະ?,ເຂົາຕອບວ່າຖ້າຢາກໄດ້ໂຕທີ່ຜ່ານກໍ່ມີໃຫ້.

-     ຂ້ອຍຖາມຕໍ່ໂຕທີ່ບໍ່ຜ່ານກົງໂຕນຈະມີບັນຫາບໍ່?, ລາວຕອບວ່າ:

-      ເຮົາຕ້ອງບອກເຂົາຄວາມຈິງເພື່ອໃຫ້ເຂົາໄປນຳໃຊ້ຈະໄດ້ລະວັງ,ຜ່ານ​ມາ​ເຂົາ​ກໍ່​ໃຊ້​ກັນ​ມາ​ຫຼາຍ​ແລ້ວ,

​ເຂົາ​ຍັງ​ບອກ​ວ່າ​ຍັງ​ມີ​ໃບ​ປະກາດ​ຈົບ​ວິຊາ​ຊີບ​ອີກ​ຫຼາຍ​ຂະ​ແໜງ,ຫຼາຍ​ຊັ້ນຮຽນນັບ​ທັງ​ໃບ​ປະກາດ​ຈົບ​ວີ​ຊາ​ຄູ​ນຳ​ອີກ.

ຫາກ​ຜູ້​ໃດ​ສົນ​ໃຈ​ກໍ່​ຂ້ອຍ​ຈະ​ບອກ​ເບີ​ໂທ​ໃຫ້​ ​ແຕ່​ສັນຍາ​ກ່ອນ​ນະ​ວ່າ......

ນີ້ລະ​ເພື່ອນ​ພັນລາວທັງຫຼາຍໃນສັງຄົມເຮົາເປັນໄປໄດ້ທຸກຢ່າງ,ຢູ່ປົນກັນທັງຜີທັງຄົນ,ສົມພໍຫັນແລ້ວ

ບຸກຄະລະກອນຮັບເຂົ້າໃໝ່ສ່ວນຫຼາຍເຮັດວຽກບໍ່ເປັນ,ມີການສໍ້ຫຼາຍບັງຫຼວງ,ຄໍລັບຊັ່ນ,ເຫັນແກ່ຕົວເກີນໄປ,ບໍ່ຫ່ວງໄຍໜ້າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້,ນີ້ອາດແມ່ນສ່ວນໜຶ່ງທີ່ກົດໜ່ວງໃຫ້ແກ່ການພັດທະນາປະເທດຊາດຂອງເຮົາ.

ຂ້ອຍເຊື່ອວ່າ:ຊາຍຄົນນັ້ນເຮັດມາຫຼາຍຄັ້ງແລ້ວ,ເມື່ອປີກາຍຊາຍຄົນນີ້ກໍ່ຖາມຈ່າວຂາຍໃບປະກາດແບບນີ້ໃຫ້ແກ່ຂ້ອຍ ແຕ່ຂ້ອຍບໍ່ສົນໃຈ,ເຂົາອາດຍັງຈະສືບຕໍ່ຈ່າວຂາຍແບບນີ້ກັບຄົນອື່ນຕໍ່ໄປອີກ,

ເປັນແບບນີ້ມາແຕ່ດົນກໍ່ບໍ່ມີໃຜແກ້ໄຂເນາະ?

ແຕ່ມັນກໍ່ຄົງບໍ່ຜິດຫຍັງດອກເພາະໃບປະກາດຜີແບບນີ້ມັນກໍ່ມີຄ່າເທົ່າກັບໃບປະກາດຄົນທີ່ໃຊ້ເງິນຊື້ຢ່າງເປັນທາງການນັ້ນລະເນາະ?

Delicious Digg Fark Twitter