ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ເຫັນມາຕັ້ງນານແລ້ວທີ່ພະນັກງານວັດທະນະທຳລົງເກັບເງິນຄ່າຄຸ້ມຄອງບັນດາປ້າຍ ແລະ

ຮ້ານພິມ,ຈຳໜ່າຍສິ່ງພີມ

 

ຫຼາຍຢ່າງກໍ່ເຮັດໄດ້ດີເຊັ່ນ: ປ່ຽນເນື້ອໃນປ້າຍໂຄສະນາຂອງບ້ານພັກໃນເມື່ອກ່ອນ

ມາເປັນເຮື່ອນພັກໃນປະຈຸບັນ.....

ແຕ່ເຖິງຢ່າງໃດກໍ່ຕາມຍັງເຫັນຈຸດໜຶ່ງທີ່ຄວນຈະແກ້ໄຂ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ ນັ້ນກໍ່ຄື:

ການພິມເນື້ອໃນບັດເຊີນໃນງານດອງ

 

ຂອງບັນດາຮ້ານພິມ,ຈຳໜ່າຍສິ່ງພິມ ລ້ວນແຕ່ພິມບໍ່ຖຶກຕ້ອງຕາມຄຳສັບພາສາລາວເປັນຕົ້ນ:

ພິທີສູ່ຂວັນຈະໄດ້ຈັດຂຶ້ນທີ່ບ້ານເຈົ້າສາວ,ບ້ານ..

 

ຄວນຈະພິມວ່າ: ພິທີສູ່ຂວັນຈະໄດ້ຈັດຂຶ້ນທີ່ເຮື້ອນເຈົ້າສາວ,ບ້ານ..

ບັນຫານີ້ບໍ່ແມ່ນຫາກໍ່ເກີດ ແຕ່ມັນເປັນມາຕັ້ງນານແລ້ວ ແລະ

ບັນດານັກຂ່າວ,ສື່ມວນຊົນ,ຜູ້ຄຸ້ມຄອງດ້ານນີ້ກໍ່ເຫັນເຕັມຕາຮູ້ເຕັມໃຈ

ແຕ່ບໍ່ເຫັນຕຳນິວິຈານຜ່ານສື່ ຫຼືມີວິທີໃດໆແກ້ໄຂ ຫຼືວ່າ: ຮູ້ແຕ່ເກັບເງິນຄ່າຄຸ້ມຄອງແຕ່ບໍ່ຮູ້ຄຸ້ມຄອງ?

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

À´ˆºÀ»ö¾-À©ó­ນ꾤-À¢í¾-į-À«ò¤-­½£º­ນ͸¤¸¼¤-¥ñ­-ນí-À¸ì¾-áÉ-´¤-À¢í¾¡¾­ນ Áì½ -´¤-Àìó¡¡¾ນ­ Á­ນ່ນºນ­-ªÉº¤--À¹ນñ­ºÉ¾¨-ª¿Í¸©¥¾ì½-¥ºນ­-Ãນ­-§÷©-À£ˆº¤-Á®®-Àªñ´ªö¸-£¾®-Ͼ¡¹¸ó©-À¯‰¾-©ñ¤-ªó-©......Å....Å-....²Éº´-êñ¤-®¡-´õ-§É¾¨Œ¢¸¾,§É¾¨Œ¢¸¾-µÈ¾¤-®Ò-µ÷©-®Ò-À§ö¾,£õ®Ò-»øɺò©-À´ˆº¨ -À²õúºì½®¾¨¡¾­ນ¥¾ì½-¥º­-ê†-ªò©-¢ñ©,§È¸¨-ùÉ-¦ñ¤£ö´-¦½¹¤ö®-¯º©-IJ ¥÷©-ê†-À¹ñ­-¸È¾-Îñ¡Îȸ¤-¡¸È¾-ÏøÈ-Á´È­ນ ¦¾´-Á¨¡-IJ-Á©¤-²­-²½-À­ນö¾,¦†-Á¨¡-ij-Á©¤-꾩͸¤,Îɾ-ª½Í¾©¦ó-ã -Áì½ ¥÷©-ºˆ­Å-ê†-®Ò-Ä©ÉÀº†¨-Ïö© -À¹ñ­ນ-Áìɸ-£ò©-ºó-ªö­ນ   ¢ð-§ö´-À§ó¨ ນ້­¿-Ã¥-ºö©êö­ນ-²½¨¾¨¾´-¢º¤-ª¿Í¸©ì¾¸

            -ÁªÈ-£¼¤-£øÈ¡ñ­­˜­ນ¡Ò-¨ñ¤-´ó-¦¼¤-Ͼ¡¹¸ó©-¢º¤-°øÉ-®È¾¸-ª¿Í¸©¥¾ì½-¥º­ນ¥¿­ນ¸­-ນΈ¤ê†-À¯ນñ­ª¾-À®ˆº-Îú¾¨ê†-¦÷©-­˜­£õ: ¦¼¤-Ͼ¡¹¸ó©-©ñ¤-ຂຶ້ນÁìɸ-Ä©É-À¦¨-À¤ò­ນ ,¦¼¤-Ͼ¡¹¸ó©-ê†-¸È¾ນ-­š´ñ¡-©ñ¤-¢›­ນ¡ñ®-ìö©-ù¨È-ê†-ªò©-¯É¾¨-¦ó¢¾¸,¯É¾¨-ªÈ¾¤-Á¢¸¤ -Áì½ ìö©¥ñ¡-¥¿­ນ¸­-ນໜຶ່ງê†-®Ò-윤Îɾ ¦È¸­-ນ¯É¾¨-¦ó-ºˆ­ນ -Áì½ ¯É¾­ຍ-¡¿-Á²¤-À«ò¤-¥½-´ó-¦¼¤-©ñ¤ÁªÈ-¡ໍ່ນÒ-­Éº¨-ê†-¦÷©,¥÷©-ê†-¦¼¤-Ͼ¡¹¸ó©-Á®®-­š´ñ¡-©ñ¤-¢›­©ó¡-¸È¾-ÏøÈ-Á´È­-¥÷©¦†-Á¨¡-ij-Á©¤-ª½Í¾©§º®-¯†-¤´ð-®Èº­-ນ´ó-¯É¾¨-À®¨-쾸-ªò©-§,¥÷©ªÒÎɾ-¦½Î¾´-®ò­-¸ñ©-Ī Áì½ ¥÷©-¦†-Á¨¡-ij-Á©¤-κ¤-®ºນ­.

            êȾ­»øÉ®Ò-¸È¾--À¢ö¾-£ò©-Á­¸-é-¥ò¤-´ñ¡-À¯‰¾-¹¸ó©-¡ñ®-ìö©-¯½-À²©-­š?

ª¾´-ê†-¢Éº¨-ªó-ì¾£¾-À¢ö¾-º¾©-£ò©-¸È¾: ¯É¾¨-¢¾¸-À¯ñ­ນ-¯É¾¨-ê÷ì½-¡ò©-ªÉº¤-À¯ñ­-ນ£ö­-´ó-À¤ò­ນ,£ö­-ນªÈ¾¤-Á¢¸¤-´¾-Ä¡-ªÉº¤-³É¾¸-¡ñ®-®É¾ນ­-Á­ນÈ­ນº­ນ-ªÉº¤-´ñ¡¤È¾¨. -À´ˆº-£ò©-Ä©É-Á®®ນ-­˜­ນ¢Éº¨-¥ò¤-¯È¼ນ­-¯É¾¨-ìö©¢º¤-¢Éº¨-´¾-À¯ນñ­-¯É¾¨-¡¿-Á²¤ ­ນñ®-ÁªÈ-­ນ˜­ນ´¾-À¯ñ­ນ-À¸ì¾ 2 ¯ó-Áìɸ-ìö©¢º¤-¢Éº¨-®Ò-êñ­ນ-Ä©É-À¦¨-À¤ò­-ນ£È¾-¦¼¤-Ͼ¡¹¸ó©-Àìó¨ -À«ò¤-¥½-©ñ¤-¢›­ນ®¾¤-£˜¤£¾¸-ÁªÈ-¡Ò-²ð-À¸í¾¡ñ­-ນÄ©É

            «É¾-À¸í¾-À«ò¤¦½ªò,-´¾ì½¨¾©-¢º¤-­ñ¡-¢ñ®-¢†-µøÈ-ªÈ¾¤-Á¢¸¤ -Íõ ­½£º­Í¸¤-ðÅ-¡Ò£õ-¡ñ­­˜­-ì½ ®Ò-À§ˆº-¡Ò-캤-¡¸©-À®…¤, 캤-À¯‰¾-À®…¤-Ïö©-ê÷¡-£ñ­-í-­½£º­Í¸¤´ñ­-¡Ò-ªÉº¤-À¥ó½-Á­ນÈນº­ນ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຍ້ອນໂງ້ຫຼາຍນີ້ລະຈິງຢາກຖາມຕາມຄວາມໂງ້ຂອງໂຕເອງ ຫາກເຫັນວ່າບໍ່ຄັກກໍ່ຂໍແຈ້ງລືບອອກໃຫ້ແດ່ຈະຂອບໃຈລ່ວງໜ້ານຳທຸກທ່ານ

ສົມມຸດ: ນັກຮຽນຮຽນກົດໝາຍ ແຕ່ຕ້ອງໄດ້ໃຊ້ເງິນຈ້າງເຂົ້າຕ່າງຫາກຈິງໄດ້ຮຽນ ຖ້າຈ້າງແລ້ວ ເສງບໍ່ໄດ້ກໍ່ໄດ້ຮຽນ

ຈ້າງເປັນເງິນບາດໄທຊ້ຳອີກ ປະມານ 15.000 ຫາ 25.000 ບາດ ຖ້າບໍ່ມີຄົນພີ່ນ້ອງ,ຄົນຮູ້ຈັກລື່ງເຄີຍຈະໄດ້ເສຍຫຼາຍຂຶ້ນ(ບາງຄົນບໍ່ຮ້ອງເປັນເງິນກີບ)  ເງິນຈຳນວນນີ້ບໍ່ແມ່ນເງິນຄ່າເທີມ ຄ່າເທີມແຕ່ລະເທີມຍັງໄດ້ຈ່າຍຕ່າງຫາກ,ຄ່າຫໍພັກຈ່າຍຕ່າງຫາກ,ຄ່າເອກະສານຈ່າຍຕ່າງຫາກ

ທ່ານຄິດວ່າແບບນີ້ຢຸດຕິທຳແລ້ວຫຼືບໍ່?

ຖ້າເຫັນວ່າຢຸດຕິທຳແລ້ວຂໍໃຫ້ອະທິບາຍເຖິງບ່ອນຢຸດຕິທຳໃຫ້ຟັງແດ່?

ຖ້າເຫັນວ່າບໍ່ຢຸດຕິທຳແມ່ເປັນນຳໃຜ? ເປັນນຳນັກຮຽນບໍ່? ຫຼືພະນັກງານຂອງໂຮງຮຽນ?

ຂ້ອຍຄິດວ່າ ກົດໝາຍນີ້ລະທີ່ຈະເຮັດໃຫ້ສັງຄົມມີຄວາມຢຸດຕິທຳ ແຕ່ສົມມຸດ

ຖ້າໂຮງຮຽນກົດໝາຍຫາກບໍ່ມີຄວາມຢຸດຕິທຳແລ້ວເຮົາຈະຫາຄວາມຢຸດຕິທຳຢູ່ບ່ອນໃດ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 30 ຄຳເຫັນ ແລະ 0 trackback(s)

ກ່ອນຈະຕອບຄຳຖາມຕ້ອງອ່ານກະຕິກາກ່ອນ

ກະຕິກາ ແລະ ລາງວັນແມ່ນຜູ້ຂຽນເປັນຜູ້ຕັ້ງຂຶ້ນເອງ ແລະ ໃຫ້ລາງວັນເອງ

     ກະຕິກາ

1 ໃຫ້ຕອບໄດ້ 1 ຄົນ ຕໍ່ 1 ຄຳຕອບ(ບໍ່ໃຫ້ຕອບຫຼາຍຄຳຕອບ)

2 ຈະຕອບຄຶຄຳຕອບຂອງຄົນອື່ນ ຫຼື ຕ່າງຈາກຄົນອື່ນກໍ່ໄດ້

3 ຜູ້ທີ່ຕອບຖຶກ 5 ຄົນທຳອິດຈະໄດ້ຮັບບັດຕື່ເງິນ 10.000 ກີບຕໍ່ 1 ຄົນ

4 ຫາກມີຜູ້ຕອບຖຶກພຽງ 1 ຄົນຈະໄດ້ຮັບບັດຕື່ມເງິນມູນຄ່າ 50.000 ກີບ

5 ທ່ານສາມາດປ່ຽນຄຳຕອບທີ່ຕອບໄປແລ້ວນັ້ນ ຫາກຄິດວ່າຄຳຕອບກ່ອນບໍ່ໝັ້ນໃຈ

 ສ່ວນລາງວັນທີ່ຕອບຖຶກ 5 ຄົນທຳອິດຈະສົ່ງຕາມຂໍ້ຄວາມຫຼັງໄມເປັນລະຫັດບັດຕື່ມເງິນ (ETL)

ຫາກມີຜູ້ຕອບຖຶກເກິນ 5 ຄົນແມ່ນຈະເລືອກເອົາຜູ້ທີ່ຕອບຖຶກກ່ອນໂດຍອິງຕາມເວລາທີ່ທ່ານສົ່ງຄຳຕອບເປັນຕົວວັດ

ວັນສະເຫຼີຍຄຳຖາມແມ່ນວັນທີ່ 2 ທັນວາ 2010 ຖ້າຫາກຍັງບໍ່ມີຄົນຕອບຖຶກຈະເລຶ່ອນການສະເຫຼີຍໄປອິກ(ສັນຍາວ່າບໍ່ຂີ້ກົງດອກ)

ບໍ່ມີຈຸດປະສົງອື່ນ ນອກຈາກການສ້າງຄວາມສະນຸກສະໝາມໃນພັນລາວ ແລະ ໃນໂອກາດວັນສະຖາປະນາປະເທດ ສປປ ລາວ   ຫວັງວ່າຈະບໍ່ຜິດກົດຂອງພັນລາວທີ່ບໍ່ໄດ້ປະສານງານກ່ອນ

ຄຳຖາມທີ່ຈະຖາມ ແມ່ນເປັນຄຳທວາຍ ຂອງທ່ານ ພູມີ  ວົງວິຈິດ ອະດີດຜູ້ນຳຂອງລາວເຮົາ

ເພີ່ນໄດ້ທວາຍໄວ້ແຕ່ປີ 1974 ກ່ອນການສະຖາປະນາ ສປປ ລາວ

ຄຳຖາມມີດັ່ງນີ້:

ທ່ານ ພູມີ  ວົງວິຈິດ ທວາຍວ່າ:

'' ເດຶອນຂຶ້ນຊ້າງຕາຍ    ເດຶອນຫງາຍຊ້າງຕົກ ''     ຄຳເວົ້າປະໂຫຍກນີ້ແປວ່າແນວໃດ? ຫຼື ເພີ່ນໝາຍຄວາມວ່າແນວໃດ? (ອະທິບາຍດ້ວຍນະພໍໃຫ້ເຂົ້າໃຈເຫດຜົນ)




 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຄຳວ່າປະຊາທິປະໄຕຂອງສື່ມວນຊົນລາວ ມັນສະແດງອອກຫຼາຍດ້ານ,ຫຼາຍບ່ອນ 

ແຕ່ເຮົາຂໍຍົກໃຫ້ເຫັນບ່ອນທີ່ໃກ້ຕົວພວກເຮົາທີ່ສຸດ ນັ້ນກໍ່ຄື:

ມັນສະແດງອອກທີ່ພັນລາວນີ້ເອງ

ພັນລາວເປັນສື່ຂອງຄົນລາວ, ພັນລາວໄດ້ເປີດໂອກາດໃຫ້ທຸກຄົນ ລວມທັງສື່ມ່ວນຊົນລາວທຸກສື່ສາມາດ

ເຂົ້າເຖິງ,ຮູ້ໄດ້,ສະແດງຂໍ້ຄິດເຫັນ ແລະ ສຳຫຼວດຂໍ້ຄິດເຫັນຂອງສັງຄົມ ທຸກເລື່ອງ

ຈະເປັນຂ່າວສານ,ຕະລົກຊວນຫົວ,ສາລະບັນເທິງ.....ທີ່ເປັນຕົວໜັງສື,ສັນຍາຫຼັກ,ຮູບພາບ,ກຣິບວິດີໂດ,

ສຽແສງສີ...  ຜ່ານພັນລາວອອກສູ່ສັງຄົມ

ພົນລະເມືຶງລາວຂອງພວກເຮົາສ່ວນໜຶ່ງຍັງບໍ່ທັນເຂົ້າໃຈເຖິງສິດປະຊາທິປະໃຕຂອງຕົນດ້ານສື່ມວນຊົນ,

ຍັງຖຶເບົາ

ບໍ່ຮູ້ນຳໃຊ້ສິດຂອງຕົນຕາມກົດໝາຍ

ກົດໝາຍສື່ມວນຊົນ ມາດຕາທີ່ 16 ຂຽນວ່າ:

       ພົນເມືອງລາວ   ມີສິດເສລີພາບກ່ຽວກັບຂໍ້ມູນຂ່າວສານ ຜ່ານສື່ມວນຊົນດັ່ງນີ້:

      1  ເຂົ້າເຖິງ ແລະໄດ້ຮັບຂໍ້ມູນຂ່າວສານ ກ່ຽງກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວ່າຮູ້, ສາລະບັນເທິງ ແລະ ອື່ນໆ

      2  ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນ  ຢ່າງຖຶກຕ້ອງ,  ຊັດເຈນ,  ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽງກັບ  ເນຶ້ອໃນຂໍ້ມູຂ່າວສານນັ້ນ.

ຜ່່ານມາພົນລະເມຶອງລາວເຮົາບໍ່ຄ່ອຍສົນໃຈເລື່ອງກົດໝາຍສື່ມວນຊົນ, ບໍ່ແຈ້ງເຫດ ຫຼື ປະກົດການຂອງສັງຄົມຕາມທີ່ຕົນເອງພົບ

ເຫັນໃຫ້ແກ່ສື່ມວນຊົນ ຕາມກົດໝາຍຂໍ້ 2 ໄດ້ຂຽນໄວ້

ໃນເມືອພົນລະເມຶອງບໍ່ແຈ້ງຕໍ່ສື່  ສື່ກໍ່ບໍ່ມີຂໍ້ມູນ,  ບໍ່ມີຫຼັກຖານ ແລະ ສື່ກໍ່ບໍ່ສາມາດສະເໜີຂ່າວໄດ້

(ໂດຍສະເພາະຂ່າວໃນທາງລົບ ແລະ ກ່ຽວພັນກັບຄຸກຄົນ ຫຼື ການຈັດຕັ້ງກໍ່ຕາມ)

ເພາະພົນລະເມືອງລາວທຸກຄົນກໍ່ມີກົດໝາຍປົກປ້ອງເຂົາຢູ່ຄືກັນ

ສະນັ້ນ:  ພົນລະເມືອງລາວທຸກຄົນຄວນສຶກສາກົດໝາຍສື່ມວນຊົນໃຫ້ເລິດເຊິງ ເພຶ່ອແຈ້ງຂ່າວ

ແລະ ຕອບຂ່າວຜ່ານສື່ມວນຊົນໃຫ້ກ້ວາງຂວາງຂຶ້ນຕື່ມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ຕາມທີ່ຂ້ອຍໄດ້ຕິດຕາມກໍ່ຄືຫຼາຍຄົນໃຫ້ຄຳເຫັນວ່າ: ການຖ່າຍທອດສົດຂອງ ທຊລ 3 ເປັນຕົ້ນການຖ່າຍທອດສົດ ເຕະບານຫຼາຍນັດຜ່ານມາຫຼືກິລາປະເພດອື່ນກໍ່ຕາມ ປະກົດວ່າບໍ່ມັກເຫັນພາບຊ້າ(ມີບໍ່ຫຼາຍ,ບໍ່ຄົບຖ້ວນ)

ເຊັ່ນການເຮັດຜິດກະຕິກາ,ການໄດ້ປຽບເສຍປຽບຂອງແຕ່ລະຝ່າຍ,ລູກເດັດໆຕະຫຼອດຮອດຄວາມສາມາດສະເພາະໂຕຂອງນັກກິລາ ແລະ ຈຸດເດັ່ນຂອງກອງເຊຍ ບໍ່ຄ່ອຍເຫັນເທົ່າທີຄວນ ນອກນັ້ນມູມກ້ອງກໍ່ມູມດຽວຫຼື 2-3 ມູມສູງສຸດ

ທັ້ງທີ່ພາບເຫຼົ່ານັ້ນສັງຄົມສົນໃຈຢາກເຫັນເພາະເຫັນບໍ່ຄັກ,ຢາກເບິ່ງຄຶນໃຫ້ຈະແຈ້ງ ແລະ ຈະນຳໄປເປັນບົດນຽນອັນລ້ຳຄ່າຂອງຕົນ ເຖິງຈະຜິດຫຼືຖຶກ,ໄດ້ຫຼືເສຍກໍ່ຕາມໃຫ້ມັນແຈບໃຈ

ການທີ່ເຮົາບໍ່ຕອບສະໜອງສິ່ງເຫຼົ່ານນັ້ນກໍ່ແມ່ນສາຍເຫດໜຶ່ງທີ່ພາໃຫ້ຜູ້ຊົມງຸດງິດ,ເບຶ່ອໜ່າຍກັບການຊົມ ,ສ້າງກະແສແນວຄິດບໍ່ເປັນເອກະພາບກັບການຕັດສິນ,ກັບນັກກິລາ ແລະ ຜູ້ຊົມຜູ້ເຊຍຂອງຝ່າຍກົງກັນຂ້າມ ແທນທີ່ຈະດຶງດູດຜູ້ຊົມຜູ້ເຊຍ ສຸດທ້າຍແຟນກິລາເສຍໃຈກຳລັງໃຈ ທັ້ງທີ່ເຫດການທີ່ເກີດບໍ່ມີບັນຫຍັງ

ອີກອັນໜື່ງ ການຖ່າຍທອດສົດງານສະແດງ 450 ໃນຕອນກາງຄຶນບາງຕອນບໍ່ຄົມຊັດມັກເປັນສີແດງທັງເວທີໄປເລີຍ ທັ້ງທີ່ເວທີ ແລະນັກສະແດງໃສ່ຊຸດບັກງ່າມໆ ແຕ່ອອກໃນໂທລະພາບບໍ່ເປັນຕາເບິ່ງ

ກໍລະນີແບບນີ້ອາດເກີດຂຶ້ນຫຼາຍສາຍເຫດເຊັ່ນ: ອຸປະກອນບໍ່ພຽງພໍ,ບໍ່ມີຄຸນະພາບ ແລະ ເຕັກນິກມີປະສົບການໜ້ອຍ ແຕ່ເຖິງຢ່າງໃດກໍ່ຕາມ ສັງຄົມກໍ່ເຂົ້າໃຈພຽງດ້ານດຽວຄື: ຄວາມຮັບຜິດຊອບຂອງສື່ມວນຊົນເທົ່ານັ້ົ້ນ

ນີ້ກໍ່ໜ້າເຫັນໃຈສື່ມວນຊົນລາວ ອຸດທິທັງໃຈ ແລະ ກາຍເພຶ່ອສັງຄົມທຸກຢ່າງ ຈົນເວົ້າໄດ້ວ່າ:( ເປັນສື່ບໍ່ເຄີຍຮັ່ງມີ) ສຸດທ້າຍ ສັງຄົມກໍ່ຍົນຄວາມຮັບຜິດຊອບໃຫ້ຜູ້ດຽວ

ຊ່າງເທາະເພື່ອນເອິຍບູຮານຍັງກ່າວວ່າ:

ເປັນເຈົ້າຊ້າງ                ຍັງໄດ້ຍ່າງທາງດິນ

ເປັນອິນພົມ                  ຍັງໄດ້ມາໃຊ້ຊາດ    

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ລະບອບສັກດີນາຂະຫຍາຍຕົວຢູ່ລາວເຮົາພຽງແຕ່ໃນໄລຍະຕົົ້ເທົ່ານັ້ນ ແລ້ວລາວເຮົາກໍ່ກ້າວກະໂດດຂ້າມໄປສູ່ລະບອບໃໝ່

ເຊິ່ງເອີ້ນວ່າລະບອບປະຊາທິປະໄຕປະຊາຊົນໃນປະຈຸບັນນີ້ເອງ ໃນວັນທີ່ 2 ທັນວາ 1975

ທຽບໃສ່ຊາດອື່ນແລ້ວຖືວ່າ ລະບອບສັກດີນາຂະຫຍາຍຕົວຢູ່ລາວໜ້ອຍທີ່ສຸດ

ຖ້າທຽບໃສ່ເຂົ້າໝ່າກໍ່ຖືວ່າຍັງບໍ່ທັນເນີ່ປານໃດ, ໜື້ງກໍ່ບໍ່ຢາກສຸກ ຖ້າຢາກສຸດີກໍ່ຕ້ອງຕົ້ມນ້ອຍໜຶ່ງກ່ອນ

ເຮົາເວົ້າກັນວ່າ: ລາວໄດ້ພົ້ນຈາກລະບອບສັກດີນາ 100% ແລ້ວ

ແຕ່ເບິ່ງໄປແຈໜຶ່ງຍັງເຫັນວ່າຄົນລາວບໍ່ທັນພົ້ນຈາກລະບອບສັກດີນາໄດ້ 100% ເທື່ອ

ສະແດງອອກກັບນິດໄສຂອງຄົນລາວ ນັບທັງເຈົ້ານາຍຊັ້ນຜູ້ໃຫຍ່,ຂ້າຣາຊະການທົ່ວໄປ,ຄົນມີເງິນ ແລະ ປະຊາຊົນທຳມະດາຈຳນວນໜຶ່ງ

ມັກຈະຈັບຈອງດິນ,ຊື້ດິນໄວ້ຫຼາຍຕອນ ບໍ່ວ່າຈະເປັນດິນປຸສ້າງ,ດິນທຳການຜະລິດ ແລະ ດິນເປົ່າວ່າງ

ແທນທີ່ຈະໃຊ້ທຶນ ຫຼື ປັນຍາທີ່ຕົນມີ ເຮັດໂຮງຈັກໂຮງານ ຫຼື ທຳທຸລະກິດອື່ນໆໃຫ້ເງິນໝູນວຽນໄວພັດບໍ່ພາກັນເຮັດ

ຈາກເຫດຜົນນີ້ຂ້ອຍຄິດວ່າວີນຍານຂອງລະບອບເກົ່າຍັງສິງຢູ່ໃນນິໄສຂອງຄົນລາວເຮົາຢູ່

ທ່າຄິດວ່າແນວໃດ? ພົ້ນ 100% ຫຼືຍັງ?

ໃຫ້ເຫດຜົນດ້ວຍນະ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ເວົ້າເລື່ອງຄວາມຫຍຸ້ງຍາກຢູ່ໃນໂລກນີ້ກໍ່ມີຫຼວຍອັນ

ບໍ່ສາມາດພັນລະນາໃຫ້ຄົບຖ້ວນໄດ້

ແຕ່ສຳຫຼັບຂອ້ຍຄິດວ່າ:

ຍາກທີ່ສຸດໃນໂລກແມ່ນ  '' ການໂຄສະນາ  '' ໝາຍເຖິງການໂຄສະນາຊວນເຊື່ອນັ້ນເອງ

 ຖ້າເຮົາເບິ່ງທົ່ວໄປແລ້ວການໂຄສະນາຊວນເຊື້ອຄືວ່າບໍ່ຍາກມັນເປັນເລື້່ອງທຳມະດາ ແລະ ກໍ່ຄິດວ່າມີຫຼາຍຄົນກໍ່ເຮັດມາເປັນປະຈຳກັນຢູ່

ແຕ່ຖ້າເຮົາເບິ່ງເລິກໆເຂົ້າໄປກໍ່ຄືວ່າເປັນເລື່ອງຫຍຸ້ງຍາກ ແລະ ຈຳເປັນທີ່ສຸດຂອງມະນຸດເຮົາ  ສົມມຸດຫາກມີໃຜຄົນໃດໜຶ່ງມີຄວາມສາມາດໂຄສະນາຊວນເຊື່ຶອ ເຮັດໃຫ້ມະນຸດໝົດທຸກຄົນໃນໂລກນີ້ເຊຶ້ອ ແລະ ປະຕິບັດຕາມທິດສະດີຊີ້ນຳຂອງຕົນໄດ້ ມະນຸດຄົນນັ້ນກໍ່ກາຍເປັນຜູ້ນຳຂອງໂລກ ແລະ ຊາວໂລກກໍ່ຈະເຄົາລົບນັບຖືຢ່າງລົ້ນເຫຼືອ ຫຼືວ່າຢູ່ລະດັບປະເທດ,ແຂວງ,ເມືອງ,ບ້ານ ແລະ ລະດັບຄອບຄົວກໍ່ຄືກັນ ຖ້າມີຄວາມສາມາດໂຄສະນາຊວນເຊື່ອໄດ້ໃນລະດັບໃດກໍ່ຈະກາຍເປັນຜູ້ນຳໃນລະດັບນັ້ນຢ່າງແນ່ນອນ ແຕ່ສຳລັບຜູ້ຂຽນແລ້ວໂຄໃຫ້ລູກຊາຍຮຽນໜັງສືຕອນຄ່ຳທຸກໆມື້ກໍ່ຍັງຍາກແລ້ວ ຖືວ່າເປັນຜູ້ນຳຂອງຄອບຄົວກໍ່ຍັງບໍ່ທັນໄດ້ເທື່ອ%

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ທ່ານເຄີຍເປັນບໍ່? ໃນເວລາເຮົາຫຍຸ້ງກັບໜ້າທີ່ການງານຫຼາຍເກີນໄປມັກຈະໃຊ້ຄວາມຄິດຫຼາຍ ແລະ ເປັນສາຍເຫດໃຫ້ຄົນເຮົານອນບໍ່ຫຼັບ(ຫຼັບບໍ່ລົງ)

ມາລອງໃຊ້ວິທີນີ້ກັນເບິ່ງ ຕາມທີ່ຂ້ອຍໄດ້ໃຊ້ມາຫຼາຍຄັ້ງນັບບໍ່ໄດ້ເຫັນວ່າໄດ້ຜົນ 100% ແຕ່ໃຊ້ໃນເງື່ອນໄຂທີ່ສຸກກະພາບປົກກະຕິ(ບໍ່ເຈັບປ່ວຍ)

ບ່ອນນອນກໍ່ສະດວກປົກກະຕິ ແຕ່ວ່າຕັ້ງນອນບໍ່ຫຼັບຍ້ອຍແນວຄິດບໍ່ສະຫງົບ

ງາ່ຍໆນ້ອຍດຽວ:

ພຽງແຕ່ນອນຕາມທ່ານອນທີ່ສະບາຍ ແລ້ວນັບໃນໃຈ(ບໍ່ໃຫ້ມີສຽງ)

ເລີ່ມແຕ່ 1 ລຽງຂຶ້ນໄປຈົນຮອດ 100 ບໍ່ໃຫ້ຂ້າມ,ບໍ່ໃຫ້ຫຼົງ ຫາກຫຼົງໃຫ້ເລີ່ມ 1 ໃຫມ່

ນັບຮອດ 100 ແລ້ວໃຫ້ຕັ້ງໃໝ່ ເຮັດແບບນັ້ນຕໍ່ໆໄປຈົນກວ່າມັນຈະຫຼັບເອງ

ລອງໃຊ້ເບິ່ງ ຫາກໄດ້ຜົນຢ່າລືມຊົມເຊີຍຈອກໜຶ່ງເດີ່

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຂ້ອຍຮູ້ແຕ່ຖາມ ແຕ່ບໍ່ຮູ້ຄຳຕອບ ພົນລະເມືອງລາວມາຊ່ວຍກັນຄິດ ແລະ ຊ່ວຍກັນຕອບເບິ່ງດູ່ວ່າ ອັນໃດຄືຕົ້ນເຫດ,ຈະແກ້ແນວໃດ? ນານປານໃດຈິງແກ້ແລ້ວ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສຳຫຼັບຂ້ອຍຄິດວ່າ    ' ຢ້ານແຕ່ອົດບໍ່ໄດ້ເທ່ານັ້ນ ' ຂ້ອຍເຄີຍຖາມຊາຍຄົນໜຶ່ງ ຊາຍຄົນນັ້ນເຂົາມີຄອຍຄົວແລ້ວແຕ່ເຂົາຍັງມີຮັກຮ່ວມເພດກັບຍິງຄົນໜຶ່ງເຊິງເປັນຄົນເຮຶອນໃກ້ກັນກັບເຂົາຈົນເຖິງຂັ້ນຍິງຄົນນັ້ນມີລູກ ແລະກໍ່ເປັນເລື່ອງເປັນລາວເດຶອດຮ້ອນເຖິງຫຼາຍຄົນໃນເຄືອຍາດທັງສອ

ຖ້າສົມທຽບໃສກັນແລ້ວ ຊາຍຄົນນັ້ນກັບຍິງຄົນນັ້ນແມ່ນຫ່າງກັນທຸກເລື່ອງ(ຊາຍມີດີກວ່າຫຼາຍເທົ່າ)  ພໍຂ້ອຍຖາມລາວວ່າເປັນຫຍັງຈິງເປັນແນວນັ້ນ? ລາວກໍ່ຕອບວ່າ''  ອົດບໍ່ໄດ້''

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ລະເບີດລູກຫວ່ານເປັນອາວຸດສົງຄາມສາມາດທຳລາຍທຸກສີ່ງທີ່ຢູ່ອອ້ມຂ້າງມັນຫາກມັນລະເບີດຂຶ້ນແຕ່ເປົ້າໝາຍຂອງລະເບິດລູກຫວ່ານແມ່ນທຳລາຍມະນຸດຢ່າງດຽວ,ຜູ້ຜະລິດລະເບີດລູກຫວານນີ້ແມ່ນກຳມະກອນ,ຜູ້ອອກແບບແມ່ນນັກວິຊາວະກອນ,ຜູ້ສັ່ງຜະລິດແມ່ນນາຍທຶນ,ຜູ້ສັ່ງນຳໃ້ແມ່ນລັຖະບານຜູ້ທີ່ກຳອຳນາດສູງສຸດຂອງຊາດໃດໜຶ່ງເຊິ່ງຜູ້ກຳອຳນາດຜູ້ນັ້ນມີຈິດໃຈໂຫດຮ້າຍປ່າເຖຶ່ອນ,ເຖິງວ່າເຂົາຈະຮຽນສູງແຕ່ໂງ້ຈ້າທີ່ສຸດໃນໂລກກໍ່ວ່າໄດ້

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ຮູ້ວ່າຄຳນີ້ຜິດຫຼືຖຶກ ແຕ່ຂ້ອຍເຄີຍໄດ້ຍິນຄົນອື່ນເວົ້າໃຫ້ຟັງຫຼາຍຄົນມາແລ້ວວ່າ ກ່ອນຈະເບິ່ງຄົນອື່ນຕ້ອງເບິ່ງທີ່ຕົນເອງກ່ອນ.

ຖ້າເຮົາເບິ່ງຕົນເອງກ່ອນກໍ່ຖືວ່າຕ້ອງເຫັນຕົນເອງກ່ອນແມ່ນບໍ່ລະ.

ນີ້ລະຄືເຫດຜົນຂອງຂ້ອຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນສ່ວນໃຫ່ຍເຄີຍມຮັກ ແຕ່ສຳລັບເຮົາບໍ່ສາມາດສະຫຼຸບໄດ້ວ່າ (ຄວາມຮັກແມ່ນຫຍັງ?) ເຮົາເຄີຍຖາມຄົນແຕ່ງງານໃໝ່ມັກຈະຕອບວ່າ (ຄວາມຮັກຄືນ້ຳເຜີ້ງຫວານ),ແຕ່ພໍຖາມຄົນທີ່ກຳລັງອົກຫັກເຂົາມັກຈະຕອບວ່າ (ຄວາມຮັກຄືຢາຂົມ)