(ສະເພາະຢູ່ເມືອງວຽງທອງ,ແຂວງບິລິຄຳໄຊ,ບ່ອນອື່ນບໍ່ຮູ້)
ໃນງານແຈກພາຍຫຼັງໃສ່ບາດແລ້ວຄູບາມັກເທດໃຫ້ຟັງກ່ອນການຢາດນ້ຳ,
ຄຳເທດບາງຕອນໄດ້ກ່າວວ່າ:
ທານຜີຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານສັດຄັ້ງດຽວ,
ທານສັດຮ້ອຍຄັ້ງ,ພັນຄັ້ງບໍ່ໄດ້ບຸນເທົ່າທານມະນຸດຄັ້ງດຽວ,
ທານມະນຸດຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານພະພິຂຸຄັ້ງດຽວ,
ທານພະພິຂຸຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານພະພຸດທະເຈົ້າຄັ້ງດຽວ
ໃນງານບຸນວັດ ອັນທີ່ຂາດບໍ່ໄດ້ກໍ່ຄືການຊ່ຽງຊີ ແລະປ່ອນບາດສະຫວັນ:
ຄູບາໄດ້ຕິດໂທລະໂຄ່ງໃຫຍ່,ດັງກ້ອງໄກທົ່ວບໍລິເວນເພື່ອສຽງໃຫ້ພອນແກ່ຜູ້ມາທານໄດ້ຍິນທົ່ວເຖິງ,
ຈາກການຟັງສຳນຽງສຽງ ແລະຄຳໃຫ້ພອນມີລັກສະນະໂຄສະນາຊວນເຊື່ອເກີນຂອບ
ຄູບາມັກອະທິບາຍໃນໂທລະໂຄ່ງວ່າ:
ການທານແມ່ນບໍ່ຕ່າງຫຍັງກັບເຮົາຝາກທະນາຄານ,ເງິນທຸກກີບບໍ່ເສຍຫາຍ ຈະໄດ້ຊົມໃຊ້ໃນຊາດໜ້າ
ດັ່ງທີ່ເຮົາເຫັນທຸກມື້ນີ້ຜູ້ເຂົາມີເງິນຄຳ ຮັ່ງມີດີໄດ້ລ້ວນແຕ່ໄດ້ສ້າງບຸນກຸສົນໄວ້ແຕ່ຊາດກ່ອນ,
ຫາກໃຜບໍ່ສືບຕໍ່ກິນທານ ພາຍຫຼັງໝົດບຸນເກົ່າແລ້ວ ກໍ່ຈະຕົກທຸກໄດ້ຍາກອີກ
ນອກນັ້ນ: ຍັງອ່ານຊື່່ສຽງລຽງນາມ,ທີ່ຢູ່ ແລະຈຳນວນເງິນທີ່ອອກຕົນຍາດຍົມມາທານຜ່ານໂທລະໂຄ່ງເພື່ອກະຕຸ້ນໃຫ້ການທານເປັນຂະບວນ
ການໂຄສະນາຂອງພະສົງເກີນຂອບເຂດແບບນີ້ເປັນຄຳສອນຂອງພະພຸດທະເຈົ້າ ຫຼື ບໍ່?,ຜິດວິໃນສົງ ຫຼືບໍ່?
ແຕ່ສຳລັບຂ້ອຍຄິດວ່າມັນຜິດ ເພາະເຮັດໃຫ້ປະຊາຊົນສ່ວນໜຶ່ງກິນທານດ້ວຍຄວາມຫຼົງ
ເຫດຜົນມີດັ່ງນີ້
ທີ່ງານບຸນວັດຢູ່ບ້ານຂ້ອຍເອງ
ເຫນຊາວບ້ານລັ່ງໄຫຼກັນປ່ອນບາດສັວນ ແລະຊ່ຽງຊີ,
ໃຜປ່ອນແລ້ວເພີ່ນອ່ານອອກໂທລະໂຄ່ງ
ທຳອິດມີຜູ້ປ່ອນ 5.000 ກີບ,ຕໍ່ມາ 10.000 ກີບ,ຕໍ່ມາ 20.000 ກີບ,50.0000 ກີບ, 100.000 ກີບ, ........ຫຼາຍຂຶ້ນ
ແຕ່ສ່ວນໃຫ່ຍແລ້ວຢູ່ລະຫວ່າງ 50.000-200.000 ກີບ
ພິເສດມີຄອບຄົວໜຶ່ງອາດມີຄວາມຕັ້ງໃຈໄປສ້າງບຸນ,ໄປພ້ອມທັງຜົວ ທັງເມຍ ແລະລູກສອງຄົນ,ຖືເງິນໄປ 200.000 ກີບ,
ພໍເຫັນຄົນອື່ນເຂົາທານຫຼາຍ ແລະອອກຊື່ໃນໂທລະໂຄ່ງ ຜູ້ເປັນຜົວກໍ່ເລີຍຈົກອອກທານ 200.000 ໝົດກ້ຽງ ແລ້ວຄູບາເພີ່ນກໍ່ອ່ານອອກໂທລະໂຄ່ງເໝືອນຄົນອື່ນ
ແຕ່ພາຍຫຼັງເດີນອອກຈາກວັດກໍ່ເລີ່ມສັບສົນເມື່ອລູກນ້ອຍທັງສອງບໍ່ຍອມກັບເມືອເຮືອນ,ທັງຮ້ອງໄຫ້ແອ່ວວອນດີ້ນລົງກາງພື້ນ
ຢາກກິນລູກຊີ້ນ,ໝາກໄມ້ ແລະຂອງຫຼີ້ນ.
ຜູ້ເປັນເມຍເລີ່ມໃຈຮ້າຍ ອົດບໍ່ໄດ້ເລີຍຕີລູກຜູ້ໃຫຍ່ ເພື່ອລະງົບຄວາມວຸ້ນວາຍແຕ່ບໍ່ໄດ້ຜົນ,ຍິ່ງເພີ່ມຄວາມວຸ້ນວາຍຕາພາສາເດັກໄຮ້ດຽງສາ
ໃນທີ່ສຸດມີຊາຍຄົນໜຶ່ງ(ທີ່ບໍ່ເຄີຍເຫັນໜ້າມາກ່ອນ).
ເຫັນສະຖານະການຈິ່ງໄດ້ເຂົາຊ່ວຍ, ໂດຍຊື້ລູກຊີ້ນ,ໝາກໄມ້ ແລະຂອງຫຼີນ ມູນຄ່າລວມ 60.000 ກີບໃຫ້ແກ່ເດັກທັງສອງ
ແລ້ວສະຖານະການກໍ່ສະງົບລົງ
ຈາກເຫດຜົນນີ້ຈິ່ງເວົ້າໄດ້ວ່າ: ຄົນລາວສ່ວນໜຶ່ງກິນທານດ້ວຍຄວາມຫຼົງ