ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສິມເມືອງ​ວຽງ​ໄຊ ແລະ ເຂື່ອນ​ໄຟ­ຟ້າ​ນ້ຳຮາວ ເມືອງ​ສົບ​ເບົາ ແຂວງ​ຫົວ­ພັນ:

ໂຄງ­ການ​ກໍ່ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສິມ​ໄດ້​ເລີ່ມ​ລົງ­ມືກໍ່­ສ້າງ​ມາ​ແຕ່​ຕົ້ນ​ເດືອນ​ທັນ­ວາ 2013 ຮອດ​ປະ­ຈຸ​ບັນ​ສຳ­ເລັດ 37% ຂອງ​ບັນດາ​ໜ້າ​ວຽກ​ໃນ​ນັ້ນ ລວມ​ມີ​ການ​ທະ­ລຸເສັ້ນ­ທາງ​ເຂົ້າ​ສູ່​ສະ­ໜາມ​ກໍ່­ສ້າງ 2 ເສັ້ນ ຍາວ 600 ແມັດ ແລະ 200 ແມັດ, ສ້າງປະ­ຕູ​ນ້ຳ​ເຂົ້າ ແລະ ແກນ​ເຂື່ອນ​ທີ່​ມີ​ຄວາມສູງ 6 ແມັດ ປະ­ກອບ​ດ້ວຍ​ທາງ​ລະ­ບາຍ​ນ້ຳ, ສ້າງ​ຄອງ­ເໝືອງ ແລະ ເຮືອນ​ຈັກ​ປັ່ນ​ໄຟ­ຟ້າ, ໃນ​ນີ້ ຄອງ­ເໝືອງ​ຈະ​ໄດ້​ເຈາະ​ເປັນ​ອຸ­ມົງ ຍາວ 1.100 ແມັດ, ມີ​ເສັ້ນ​ຜ່າ​ກາງ 4 ແມັດ​ເຄິ່ງ.

   ປະ­ຈຸ​ບັນ ອຸ­ມົງ​ດັ່ງ­ກ່າວ​ເຈາະ​ສຳ­ເລັດແລ້ວ 703 ແມັດ ໂດຍ​ແມ່ນ​ບໍ­ລິ­ສັດ​ລຸງ​ລໍ ຂອງ​ຫວຽດ­ນາມ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງໃນ​ມູນ​ຄ່າ​ທັງ​ໝົດ 150,4 ຕື້​ກີບ ຫຼື ເທົ່າກັບ 18,8 ລ້ານ​ກວ່າ​ໂດ​ລາ ໂດຍ​ເປັນທຶນ​ຊ່ວຍ­ເຫຼືອ​ຈາກ​ປະ­ເທດ​ນອກ​ແວ 51,2 ຕື້​ກວ່າ​ກີບ ຫຼື 6,4 ລ້ານ​ໂດ​ລາ ແລະ ທຶນ​ກູ້​ຢືມ​ຈາກ​ອົງ­ການ​ການ​ເງິນນອກ​ພັນ ແລະ ສິນ​ພັນ 12,4 ລ້ານ​ໂດລາ ຫຼື ເທົ່າ​ກັບ 99,2 ຕື້​ກີບ ຄາດ​ວ່າ ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສິມ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2015 ແລະ ຖ້າ​ກໍ່­ສ້າງ​ສຳ­ເລັດ​ຈະ​ສາ­ມາດ​ປັ່ນ​ພະ­ລັງ­ງານ​ໄຟ­ຟ້າໄດ້ 8 ເມ​ກາ​ວັດ.

   ສຳ­ລັບ​ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳຮາວ ເມືອງ​ສົບ​ເບົາ ແລະ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ ແມ່ນ​ກຸ່ມ​ບໍ­ລິ­ສັດດວງ​ຈະເລີນ​ກໍ່ສ້າງ​ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ 100% ໃນ​ມູນ​ຄ່າການ​ກໍ່­ສ້າງ​ເບື້ອງ​ຕົ້ນ 360 ຕື້​ກີບ ຫຼື 45 ລ້ານ​ໂດ​ລາ, ໂຄງ­ການ​ໄດ້​ເລີ່ມ​ລົງ­ມື​ກໍ່ສ້າງ​ແຕ່​ເດືອນ​ພະ­ຈິກ 2013 ໜ້າ​ວຽກ​ທີ່ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ກໍ່­ສ້າງ​ຫົວ​ງານ​ກວ້າງ 70 ແມັດ, ສູງ 5 ແມັດ ຢູ່​ບ້ານ​ວັງ​ແຊງ ເມືອງ​ວຽງ​ໄຊ ແລະ ເຮືອນ​ຈັກ​ຢູ່​ບ້ານ​ນາຍົມ​ເມືອງ​ສົບ​ເບົາ ຊຶ່ງ​ຈະ​ໄດ້​ສ້າງ​ຄອງເໝືອງ​ຍາວ 8 ກິ­ໂລ­ແມັດ, ເຈາະ​ເປັນ​ອຸມົງ 4 ກິ­ໂລ­ແມັດ.

   ທັງ​ສຳ­ເລັດ​ການ​ກໍ່­ສ້າງ​ຂົວ​ເບ​ຕົງທາງ​ເຂົ້າ​ເຮືອນ​ຈັກ, ເອົາ​ໄຟ​ຟ້າ­ລົງ 3 ຈຸດ ໝໍ້​ແບ່ງ 4 ໜ່ວຍ ແຕ່​ລະ​ໜ່ວຍ​ມີ​ຂະ­ໜາດ 250 ກິ​ໂລ​ວັດ, ຕັດ​ດິນ​ສະ­ໜາມ​ກໍ່­ສ້າງ, ລະ­ເບີດ​ຫີນ​ເຂດ​ຫົວ​ງານ, ປາກ​ຄອງ­ເໝືອງ​ໃນ​ບໍ​ລິ​ມາດ 6ພັນ​ແມັດ​ກ້ອນ, ສຳ­ເລັດ​ແລ້ວ 3.500 ແມັດ​ກ້ອນ ແລະ ຕັດ​ດິນ, ລະ­ເບີດ​ຫີນ​ຈຸດ​ກໍ່­ສ້າງ​ບັນ­ດາ​ໜ້າວຽກ​ໃນ​ຂົງ­ເຂດ​ເຮືອນ​ຈັກໂຄງ­ການ​ນີ້​ເມື່ອ​ກໍ່­ສ້າງ​ສຳ­ເລັດ​ຈະ​ສາ­ມາດ​ປັ່ນ​ພະລັງງານ​ໄຟ­ຟ້າ​ໄດ້ 15 ເມ​ກາ​ວັດ ແລະ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ສົມ­ບູນ​ໃນ​ທ້າຍ​ປີ 2015.

ກັອບປີ່ຈາກ  ໜັງສືພິມ ເສຖະກິດສັງຄົມ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ຕົວເລກສົ່ງອອກສິນຄ້າ 9 ເດືອນຂອງບໍລິຄຳໄຊ ຫຼຸດລົງເກືອບເຄິ່ງ

ເວັບໄຊໜັງສືພິມເສຖະກິດສັງຄົມ ພົດລົງ ວັນທີ 15 ສິງຫາ 2014 - ເວລາ 13:48:04  16

 

ໂດຍ: ໝີ​ນ້ອຍ

   ຕະ­ຫຼອດ​ໄລ­ຍະ 9 ເດືອນ​ຂອງ​ສົກ​ປີ​ນີ້ ແຂວງ​ບໍ​ລິ​ຄຳ​ໄຊ ມີ​ຕົວ​ເລກ​ສິນ­ຄ້າ​ຂາ​ອອກ​ປະ­ມານຮ້ອຍ​ຕື້​ກີບ ຫຼື 14,2 ລ້ານ​ກວ່າ​ໂດ​ລາ ໃນ​ນີ້ ເປັນ​ຕົວ​ເລກ​ສົ່ງ​ອອກ​ສິນ­ຄ້າ​ຂອງ​ແຂວງ​ມີປະ­ມານ 70 ກວ່າ​ຕື້​ກີບ ຫຼື 9,5 ກວ່າ​ໂດ​ລາທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​ຫຼຸດ​ລົງ 46,79% ເຈົ້າໜ້າ­ທີ່​ກ່ຽວຂ້ອງ​ເຜີຍ​ຕົ້ນ​ເຫດຍ້ອນ​ເປັນ​ໄລ­ຍະ​ລະ­ດູ­ຝົນ ແລະ ໝົດ​ລະ­ດູ​ການ​ຂອງ​ການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳŒອຸດ­ສາ­ຫະ­ກຳ. 

   ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າແຂວງ​ບໍ​ລິ​ຄຳ​ໄຊ ລາຍ​ງານ​ຕໍ່​ນັກ​ຂ່າວ​ໃຫ້ຮູ້​ວ່າ: ສະ­ພາບ​ລວມ​ຂອງ​ແຂວງ​ໃນ​ໄລ­ຍະ 9 ເດືອນຕົ້ນ​ປີ​ສົກ 2013Œ2014 ເຫັນ​ວ່າ​ວຽກ​ງານ​ອຸດ​ສາຫະ​ກຳ ແລະ ການ​ຄ້າແມ່ນ​ມີ​ລັກ­ສະ­ນະ​ການ​ຂະຫຍາຍ​ຕົວ​ຕາມ​ລຳ­ດັບ​ຕາມ​ຈັງ­ຫວະ​ການ​ຂະ­ຫຍາຍຕົວ​ຂອງ​ເສດ­ຖະ­ກິດ​ການ​ຜະ­ລິດ ແລະ ການ​ຈໍ​ລະຈອນ​ສິນ­ຄ້າ​ປົກ­ກະ­ຕິ ແລະ ຕໍ່​ເນື່ອງ​ສ່ວນ​ການ​ພັດທະ​ນາ​ທາງ​ດ້ານ​ອຸດ­ສາ­ຫະ­ກຳ ແລະ ຫັດ­ຖະ­ກຳ​ກໍ​ນັບ​ມື້​ຍົກ​ສະ­ມັດ­ຖະ­ພາບ​ການ​ຜະ­ລິດ​ຂຶ້ນ​ເທື່ອ​ລະ ກ້າວ.

   ຄຽງ​ຄູ່​ກັນ​ນັ້ນ ມັນ­ຕົ້ນ ຢາງ­ພາ­ລາ ສາ­ລີ ຜະ ລິດ​ຕະ​ພັນ​ແກະ​ສະ​ລັກ​ຈາກ​ຕໍ​ໄມ້ພືດ​ຜັກ​ປອດ​ສານພິດ ເພື່ອ​ຈຳ­ໜ່າຍ​ກໍ​ມີ​ລັກ­ສະ­ນະ​ເພິ່ມ​ຂຶ້ນ ແລະ ເປັນວຽກ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ສາມ​ສ້າງ​ເຮັດ​ໃຫ້​ຕົວເລກ​ເງິນ​ຈໍ​ລະ​ຈອນ​ຊື້Œຂາຍ​ທີ່​ເປັນ​ຕົວ​ເລກ​ເສດ​ຖະກິດ​ຂອງ​ແຂວງ​ມີ​ທ່າ​ຂະ­ຫຍາຍ­ຕົວ​ເຊັ່ນ​ກັນ ແຕ່​ກໍຍັງ​ປະ​ເຊີນ​ກັບ​ສະ­ພາບ​ວິ​ກິດ​ການການ​ຂຶ້ນŒລົງ ແລະ ການ​ຜັນ​ແປ​ຂອງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ສະ­ບຽງ​ອາ­ຫານ​ກໍ​ມີ​ການ​ປັບ​ຕົວ​ສູງ​ຂຶ້ນ​ການແຂ່ງ­ຂັນ​ທາງ​ດ້ານ​ການ​ຄ້າ​ທັງ​ພາກ​ພື້ນ ແລະ ໃນ ສາ­ກົນ​ນັບ​ມື້​ຍິ່ງ​ເພີ່ມ​ທະ­ວີ​ຂຶ້ນ ຊຶ່ງ​ເປັນ​ສິ່ງ​ທາ​ທາຍ ແລະ ເປັນ​ຜົນ​ສະ­ທ້ອນ​ເຖິງ​ການ​ຂະຫຍາຍ­ຕົວ​ໃນ ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ.

   ສຳ­ລັບ​ວຽກ​ງານ​ຂະ­ແໜງ​ຄຸ້ມ​ຄອງ​ການ​ນຳເຂົ້າ ແລະ ສົ່ງ​ອອກ ໄດ້​ເຂົ້າ​ຮ່ວມ​ການ​ລົງ​ເຜີຍ­ແຜ່ການ​ພົວ­ພັນ​ການ​ຄ້າ​ກັບ​ຕ່າງ­ປະ­ເທດ​ອ້ອມ​ຂ້າງ ເຊື່ອມ​ໂຍງ​ເສດ­ຖະ­ກິດ​ສາ­ກົນ ແລະ ການ​ເຜີຍ­ແຜ່ພາ­ລະ​ບົດ­ບາດ​ສະ­ບັບ​ໃໝ່​ຂອງ​ກົມ​ນະ­ໂຍ­ບາຍການ​ຕ່າງ­ປະ­ເທດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ກ່ຽວ​ກັບ ການ​ຢັ້ງ­ຢືນ​ແຫຼ່ງ​ກຳ­ເນີດ​ສິນ­ຄ້າ​ທີ່​ໄດ້​ຮັບ​ສິດ​ພິເສດ​ຂອງ ສປປ ລາວ ແລະ ວຽກ​ງານ​ອື່ນໆ​ທີ່​ຕິດພັນ​ກັບ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າŒສົ່ງ​ອອກ.

   ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໃຫ້​ຮູ້​ຕື່ມວ່າ: ຕົວ​ເລກ​ສິນ­ຄ້າ​ຂາ​ອອກ​ທົ່ວ​ແຂວງ​ໃນ 9 ເດືອນ ມີ 14,23 ລ້ານ​ກວ່າ​ໂດ​ລາ ໃນ​ນີ້ ຕົວ​ເລກ​ສົ່ງ​ອອກສິນ­ຄ້າ​ຂອງ​ແຂວງ​ມີ 9,57 ລ້ານ​ກວ່າ​ໂດ​ລາ ຖ້າທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ​ທີ່​ມີ 17,99 ລ້ານ​ກວ່າ​ໂດ​ລາ ຫຼຸດ​ລົງ 46,79% ສາ­ເຫດ​ທີ່​ພາ ໃຫ້​ຫຼຸດ​ລົງ​ຍ້ອນ​ວ່າ​ເປັນ​ລະ­ດູ­ຝົນ ແລະ ເປັນ​ໄລ­ຍະໝົດ​ລະ­ດູ​ການ​ຂອງ​ການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳŒອຸດ­ສາ­ຫະ­ກຳ.

  ສ່ວນ​ຕົວ​ເລກ​ສິນ­ຄ້າ​ຂາ​ເຂົ້າ​ສິນ­ຄ້າ​ທັງ​ໝົດທີ່​ນຳ​ເຂົ້າ​ດ່ານ​ພາຍ​ໃນ​ແຂວງ​ປະ­ຈຳ 9 ເດືອນ​ຕົ້ນມີ 103,05 ລ້ານ​ກວ່າ​ໂດ​ລາ ໃນ​ນີ້​ມີ ຕົວ​ເລກ​ສິນຄ້າຂາ​ເຂົ້າ​ທີ່​ສູນ​ກາງ​ຄຸ້ມ​ຄອງ 29,77 ລ້ານ​ກວ່າ​ໂດລາ, ຂາ​ເຂົ້າ​ຮັບ​ໃຊ້​ໂຄງ­ການ 45,51 ລ້ານ​ກວ່າໂດ​ລາ, ເຂົ້າ​ວາງ­ສະ­ແດງ 5,03 ແສນ​ກວ່າ​ໂດ​ລາ, ນຳ​ເຂົ້າ​ຊົ່ວ­ຄາວ 2,3 ລ້ານ​ກວ່າ​ໂດ​ລາ, ສິນ­ຄ້າ​ທີ່ແຂວງ​ຄຸ້ມ​ຄອງ 24,7 ລ້ານ​ກວ່າ​ໂດ​ລາ ສະ­ເພາະສິນ­ຄ້າ​ທີ່​ບໍ­ລິ­ສັດ​ພາຍ​ໃນ​ແຂວງ​ນຳ​ເຂົ້າ​ມີ 13 ລ້ານກວ່າ​ໂດ​ລາ.

ສຳ­ລັບ​ສິນ­ຄ້າ​ຜ່ານ​ແດນ​ມີ​ທັງ​ໜົດ 21,13 ລ້ານກວ່າ​ໂດ​ລາ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ​ຜ່ານມາ​ຫຼຸດ​ລົງ 18,67% ສິນ­ຄ້າ​ນຳ​ເຂົ້າ​ເພື່ອ​ສົ່ງ­ຕໍ່ (ຜ່ານ​ແດນ) ສ່ວນ​ໃຫ່​ຍ​ແມ່ນ: ສັດ­ລ້ຽງ​ມີ​ຊິ­ວິດ ແລະ ເຄື່ອງ​ດື່ມ​ກະ­ທິງ​ແດງ, ເຄື່ອງ​ໄຟ­ຟ້າ​ສາ­ເຫດຍ້ອນ​ການ​ຍ້າຍ​ທຸ­ລະ​ກິດ​ນີ້​ໄປ​ເຮັດ​ຢູ່​ແຂວງ​ອື່ນ​ທີ່​ມີ​ຄວາມ​ສະ­ດວກ​ດ້ານ​ພື້ນ­ຖານ​ໂຄງ​ລ່າງ ແລະ ຕົ້ນທຶນ​ຕ່ຳ​ກວ່າ ຂະ­ນະ​ທີ່​ດູນ​ການ​ຄ້າ​ຂອງ ແຂວງ​ບໍ​ລິຄຳ​ໄຊ ກັບ​ຕ່າງ­ປະ­ເທດ​ໃນ 9 ເດືອນ​ມີ 2,36 ລ້ານກວ່າ​ໂດ​ລາ.

 

ຂໍ້ມູນຈາ  http://www.ecom.org.la/home/khao/19954.html

.......................................................................................................................................................................................................

1 ປີມີ 4ໄຕມາດ:

1 ໄຕມາດມີ 3 ເດຶອນ:

ໄຕມາດທີ 1 ຄື: 10-11-12

ໄຕມາດທີ 2 ຄື: 1-2-3

ໄຕມາດທີ 3 ຄື: 4-5-6

ໄຕມາດທີ 4 ຄື: 7-8-9

ຖ້ານັກຂ່າວຄິດທັນຄວນຖາມຕໍ່ວ່າ: ໃນ 9 ເດືອນຜ່ານມາຄື 10,11,12,1,2,3,4,5, 6 ທ່ານແນ່ໃຈບໍ່ວ່າເປັນໄລຍະລະດູຝົນຈິ່ງເປັນສາເຫດໃຫ້ການສົ່ງອອກລຸດລົງ?

ແລະ ອີກ 3  ເດືອນຕໍ່ໜ້າກໍ່ຄື: 7-8-9 ທ່ານຄິດວ່າເປັນລະດູແລ້ງນັ້ນທ່ານຈະສູ້ຊົນສົ່ງອອກສິນຄ້າໃຫ້ບັນລຸຫຼາຍປານໃດ?,ທຽບໃສ່ແຜນການຈັກເປີເຊັນ?

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2014 | ມີ 6 ຄຳເຫັນ ແລະ 0 trackback(s)

ວິທະຍຸກະຈາຍສຽງແຫ່ງຊາດເສີມຂະຫຍາຍບົດບາດເປັນເວທີ
ສະແດງຄວາມເຫັນຂອງປະຊາຊົນ

ຂປລ. ໃນວັນທີ 12 ເດືອນສິງຫາ ປີ 2014 ນີ້ ຄະນະພັກຮາກຖານ, ຄະນະອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດຕັ້ງ ການປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງວິທະຍຸກະຈາຍສຽງ ຄົບຮອບ 54 ປີ.

ໂອກາດດັ່ງກ່າວ ທ່ານ ທອງພິມ ດີມະນີວົງ, ຮອງອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ໄດ້ຂຶ້ນເລົ່າຫວນຄືນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນໄລຍະ 54 ປີ ຜ່ານມາ ໂດຍມີບາງຕອນ ໃຫ້ຮູ້ວ່າ : ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ໃນ​ວັນ​ທີ 13 ເດືອນສິງຫາ ປີ  1960 ທີ່​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ, ຕະຫລອດ​ໄລຍະ 54 ປີ ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ດີງາມ​ຂອງ​ຕົນ​ ໃນ​ການ​ເປັນ​ກະບອກ​ ສຽງຂອງ​ ພັກ-ລັດ ​ແລະ ເປັນ​ເວທີ​ສະ​ແດງ​ຄຳ​ຄິດ​ເຫັນ​ອັນ​ກວ້າງຂວາງ​ຂອງ​ປະຊາຊົນ​ ຢ່າງ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ລຳດັບ​ມາ. ຍ້ອນ​ເຫັນ​ໄດ້​ຄວາມ ​ໝາຍ​ສຳຄັນ​ຂອງ​ວຽກງານຂະແໜງນີ້ ພັກ-ລັດຖະບານ ຈຶ່ງ​ລົງທຶນ​ຈຳນວນ​ໜຶ່ງ ​ເພື່ອ​ສ້າງ​ ແລະ ຍົກລະດັບສະຖານີ​ເຄື່ອງ​ສົ່ງ​ສັນຍານ​ລະບົບ​ເອ​ເອັມ ຈາກ 150 ກິ​ໂລ​ວັດ ​ໃນ​ປີ 1985 ມາ​ເປັນ 200 ກິ​ໂລ​ວັດ ​ໃນ​ປີ 1998 ນອກ​ນີ້ ຍັງ​ມີ​ສະຖານີ​ເຄືອ​ຂ່າຍ​ສົ່ງ​ສັນຍານ​ຕໍ່ 4 ເຂດ, ສ້າງ​ສຳ​ເລັດ ​ແລະ ນຳ​ໃຊ້​ແລ້ວ 2 ເຂດ​ຄື: ​ແຂວງ​ຫລວງ​ພະ​ບາງ ​ແລະ ຈຳປາ​ສັກ ພ້ອມທັງ​​ພັດທະນາ​ລະບົບ​ເຕັກນິກ​ ​ແລະ ​ສົ່ງ​ກະ​ແສ​ຄື້ນຜ່ານ​ລະບົບ​ດາວ​ທຽມ​ຕື່ມ​ອີກ​ ອັນ​ໄດ້​ເພີ່ມ​ກຳລັງ​ແຮງ​ສົ່ງ​ໄປ​ໄກ​ກວ່າ​ເກົ່າ ​ແລະ ຄຸນ​ນະພາ​ບສຽງ​ກໍ​ດີຂຶ້ນກວ່າເກົ່າ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ໃໝ່​ແລ້ວ​ເຫັນ​ວ່າ​: ການ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໃນ​ໄລຍະ 54 ປີຜ່ານມາ​ ຍັງ​ມີ​ຫລາຍ​ອັນ​ຕ້ອງ​ປັບປຸງ​ແກ້​ໄຂ​ ເປັນຕົ້ນ​ແມ່ນ ​ກຳລັງ​ແຮງ​ສົ່ງ​ບໍ່​ທັນ​ສາມາດ​ກວມ​ລວມ​ໄດ້​ເນື້ອທີ່ ​ແລະ ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ, ພື້ນ ຖານ​ເຕັກນິກ​​ບໍ່​ທັນ​ຄົບຊຸດ, ບໍ່ທັນມີລະບົບມາດຕະຖານເທົ່າທີ່ຄວນ, ​ເນື້ອ​ໃນກໍຍັງບໍ່ທັນດຶງດູດ ແລະ ​ຂໍ້​ມູນ​ຂ່າວສານ​ທີ່​ເປັນ​ປະ​ໂຫຍ​ດຍັງ​ບໍ່​ທັນ ​ມີ​ຫລາຍ​ຮູບ​ຫລາຍ​ສີ. ທັງ​ນີ້ ​ແມ່ນ​ຈຸດໝາຍ​ສູ້​ຊົນ​ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ໃນ​ຂັ້ນຕໍ່​ໄປ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ວິທະຍຸ​ກະຈາຍສຽງ ​ກາຍ​ເປັນ​ ພາຫະນະ​ສື່​ມວນ​ຊົນ ທີ່​ມີ​ການ​ລົງທຶນ​ໜ້ອຍ​ແຕ່​ມີ​ປະສິດທິ​ຜົນ​ສູງ, ວ່ອງ​ໄວ​ທັນ​​ການ ​ໄປ​ເຖິງ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ​ເປັນ​ພາຫະນະ​ທີ່​ໃຫ້​ຄວາມ​ຮູ້ ​ແລະ ມີ​ປະ​ໂຫຍ​ດສູງ​ໃນ​ການ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນໃຫ້ດີຂຶ້ນ.

ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ​ການ​ກະຈາຍສຽງ​ທັງ 4 ສະຖານີເຄືອຂ່າຍ, ມີ​ເຖິງ 140 ກວ່າລາຍການ ​ແລະ ກະຈາຍສຽງ 75 ຊົ່ວ​ໂມງ 35 ນາທີ ຕໍ່ວັນ ກວມ​ເນື້ອທີ່ 80-90% ຂອງ​ປະ​ເທດ ​ແລະ ກວມ​ເອົາ 90% ຂອງ​ພົນລະ​ເມືອງ​ທັງ​ໝົດ. ບັນຫາ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ໄດ້​ປັບປຸງ​​ລາຍການອອກ​ອາ ກາດ​ຄືນ​ໃໝ່​, ປັບປຸງຮູບແບບ ແລະ ເນື້ອໃນຂອງລາຍງານວິທະຍຸໃຫ້ເຂົ້າສູ່ມາດຕະຖານ ແລະ ດຳ​ເນີນ​ລາຍການ​ອອກ​ອາກາດ​ສົດ​ໃນ​ຮູບ​ແບບ​ ພົບ​ປະ​ໂອ້​ລົມ​ກັບ​ຜູ້​ຟັງ​ຢ່າງ​ເປັນ​ກັນ​ເອງ ​ໄດ້​ເຖິງ 60-70% ຂອງ​ລາຍການ​ທັງ​ໝົດ, ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ທິດ​ທາງ​ໂຄສະນາ​ໃນ​ແຕ່ລະ​ໄລຍະ./

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ດຣ  ບໍ່ແສງຄຳ ຫົວໜ້າ ກະຊວງ ຖວທ ກ່າວໃນກອງປະຊຸມວຽກງານ ຖວທ ທົ່ວປະເທດ ທ້າຍເດືອນເມສາ 2014 

 

ທ່ານກ່າວເປັນປະໂຫຍກສັ້ນ ແຕ່ສຳຄັນໜັກແໜ້ນ ແມ່ນຍຳ ເຊິ່ງເປັນຄຳເວົ້າທີ່ມີເຫດຜົນຄົບຖ້ວນ

 

ບັນດາສື່ມວນຊົນລາວ ຄົງປະຕິເສດບໍ່ໄດ້ຕໍ່ຄຳເວົ້າຂອງທ່ານ ແລະຕ້ອງຍອມຮັບຄວາມຈີງ

ຜ່ານມາບັນດາສື່ຕ່າງກໍ່ຈົ່ມທຸກຈົ່ທຍາກ,ຂາດແຄນພະຫະນະ,ອຸປະກອນ,ເງິນໄປເຮັດວຽກ...

 

ທ່ານກ່າວ: ( ບໍ່ມີເຫດຜົນໃດ ທີ່ສື່ມວນຊົນຈະຢູ່ບໍ່ໄດ້).

ສື່ທົວໂລກເຂົາຈະເລີນໄປໄກແລ້ວ ສາມາດສ້າງລາຍຮັບເປັນກອບເປັນກຳກາຍເປັນອຸດສາຫະກຳ

ແລະປະຈຸບັນນີ້ມີຫຼາຍພາກສ່ວນມາຂໍຕັ້ງສື່ ນັບທັງໜັງສືພິມ,ວາລະສານວິທະຍຸ,ໂທລະພາບ...ດ້ວຍຕົວເຂົາເອງ

ແລະຍັງພ້ອມທີ່ຈະປະກອບສ່ວນພັນທະໃຫ້ແກ່ລັດ ແຕ່ບໍ່ທັນໄດ້ອະນຸຍາດ ຍັງຄ່ອຍເປັນຕ່ອຍໄປ

 

ສະນັ້ນ ຖວທ ບໍ່ມີຄຳວ່າທຸກ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 22, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

สถานีโทรทัศน์ซีเอ็นเอ็นนำส่วนหนึ่งของบันทึกการสื่อสารระหว่างลูกเรือเฟอร์รี่ "เซโวล" กับศูนย์ควบคุมการจราจรทางน้ำเชจู และศูนย์ควบคุมการจราจรทางน้ำจินโด ออกมาเผยแพร่ โดยแปลและนำเสนอบทสนทนาระยะเวลา 11 นาที จากทั้งหมดที่มีบันทึกเป็นเวลา 30 นาที ในช่วงเวลาวิกฤติหลังจากที่ลำตัวเรือเซโวลเริ่มเอียง ทางกราบซ้าย ทำให้ลูกเรือและผู้โดยสารอพยพออกมาได้ยาก โดยทำได้แต่เพียงรอคอยความช่วยเหลือจากหน่วยยามฝั่งและเรือประมงในบริเวณใกล้เคียง

08.55 น.

เซโวล : ศูนย์จราจรเชจู รับสัญญาณจากเซโวลได้ไหม?

ศูนย์ควบคุมการจราจรทางน้ำเชจู : ทราบ เซโวล นี่คือ ศูนย์จราจรเชจู

เซโวล : ช่วยแจ้งหน่วยยามฝั่ง เรือของเราอยู่ในอันตราย ขณะนี้เรือกำลังเอียง

08.56 น.

ศูนย์ควบคุมการจราจรทางน้ำเซจู : เรืออยู่พิกัดใด ใช่ โอเค เราจะแจ้งหน่วยยามฝั่งให้

เซโวล : เรือเอียงมากขึ้นมากแล้ว เคลื่อนที่ไม่ได้ ช่วยมาให้เร็ว เราอยู่ถัดจากเกาะบยองปง

ศูนย์ควบคุมการจราจรทางน้ำเชจู : ทราบ เข้าใจแล้ว

08.58 น.

ศูนย์ควบคุมการจราจรทางน้ำเชจู : เซโวล นี่ศูนย์จราจรเชจู รับสัญญาณได้ไหม? เซโวล นี่ศูนย์จราจรเชจู

08.59 น.

เซโวล : ศูนย์จราจรเชจู นี่คือ เซโวล

ศูนย์ควบคุมการจราจรทางน้ำเชจู : เซโวล นี่คือ ศูนย์จราจรเชจู (เปลี่ยนไปใช้) ช่องสัญญาณ 21

09.00 น.

ศูนย์ควบคุมการจราจรทางน้ำเชจู : สถานการณ์ปัจจุบันเป็นเช่นใด

เซโวล : เวลานี้ลำตัวเรือเอียงไปทางด้านซ้าย ตู้สินค้าร่วงลงน้ำด้วย

ศูนย์ควบคุมการจราจรทางน้ำเชจู : โอเค ไม่มีใครเป็นอันตรายใช่ไหม?

เซโวล : ในเวลานี้ ไม่มีทางยืนยันได้ ไม่มีทางที่จะเคลื่อนที่ไปไหนได้เพราะลำตัวเรือเอียงมาก

ศูนย์ควบคุมการจราจรทางน้ำเชจู : ทราบ โอเค สวมเสื้อชูชีพและเตรียมคนให้พร้อมเผื่ออาจต้องสละเรือ

เซโวล : ทุกคนยากที่จะเคลื่อนที่ได้

ศูนย์ควบคุมการจราจรทางน้ำเชจู : ทราบ โอเค

09.05 น.

เชโวล : ศูนย์จราจรเชจู รับสัญญาณจากเซโวลได้ไหม?

ศูนย์ควบคุมการจราจรทางน้ำเชจู : ทราบ นี่ศูนย์จราจรเชจู เซโวล

เซโวล : มีความคืบหน้าอย่างไรเกี่ยวกับยามฝั่ง

ศูนย์ควบคุมการจราจรทางน้ำเชจู : ทราบ เราเพิ่งแจ้งต่อหน่วยยามฝั่ง เรากำลังติดต่อกับจินโด วีทีเอส และวานโด วีทีเอส โปรดรอสักครู่

(เซโวลเปลี่ยนมาติดต่อกับศูนย์ควบคุมจราจรทางน้ำจินโดที่อยู่ใกล้กว่าแทน)

09.06 น.

ศูนย์ควบคุมการจราจรทางน้ำจินโด : เซโวล ได้ยินไหม? เซโวล ได้ยินไหม? เซโวล เซโวล นี่คือ จินโด วีทีเอส

09.07 น.

เซโวล : จินโด วีทีเอส นี่คือเซโวล

ศูนย์ควบคุมการจราจรทางน้ำจินโด : เซโวล นี่คือจินโด วีทีเอส คุณกำลังจมหรือ?

เซโวล : ใช่ (เรากำลังจม) ช่วยส่งหน่วยยามฝั่งมาให้เร็วที่สุดที่จะเป็นไปได้

09.10 น.

เซโวล : จินโด วีทีเอส นี่คือ เซโวล

ศูนย์ควบคุมการจราจรทางน้ำจินโด : นี่คือ จินโด วีทีเอส

เซโวล : เรือของเรากำลังเอียงและอาจจะจม

ศูนย์ควบคุมการจราจรทางน้ำจินโด : ผู้โดยสารเป็นอย่างไรบ้าง?

09.12 น.

ศูนย์ควบคุมการจราจรทางน้ำจินโด : เซโวล นี่คือ จินโด วีทีเอส นำผู้โดยสารลงแพช่วยชีวิต หรือเรือชูชีพหรือยัง

เซโวล : ยัง ยังไม่ได้ลง พวกเขาขยับตัวไปไหนไม่ได้เพราะเรือเอียงมาก

09.13 น.

ศูนย์ควบคุมการจราจรทางน้ำจินโด : มีผู้โดยสารกี่คน

เซโวล : มีอยู่ 450 .. ประมาณ 500 ช่วยมาเร็วๆ หน่อย

09.14 น.

ศูนย์ควบคุมการจราจรทางน้ำจินโด : เรากำลังแจ้งเรือประมงบริเวณใกล้เคียง .. โปรดเข้าไปช่วยเหลือให้เร็วที่สุดเท่าที่จะเป็นไปได้ โปรดให้ความร่วมมือในภารกิจ

ช่วยชีวิต ... ผู้โดยสารหนีออกมาได้หรือไม่?

เซโวล : เรือเอียงมากจึงเป็นไปไม่ได้

09.17 น.

ศูนย์ควบคุมการจราจรทางน้ำจินโด : เซโวล นี่คือ จินโด วีทีเอส ได้ยินไหม? สถานการณ์น้ำเข้าเรือเป็นอย่างไร?

เซโวล : ตอนนี้เรือเอียงไปทางกราบซ้ายมากกว่า 50 องศา และคนบนเรือไม่สามารถย้ายจากกราบซ้ายไปยังกราบขวาของเรือได้ เราแจ้งเตือนลูกเรือให้สวมเสื้อชูชีพ

และรอ ไม่สามารถยืนยันได้ว่าพวกเขาสวม (เสื้อชูชีพ) ลูกเรืออยู่ในสะพานเดินเรือและเคลื่อนที่ไปไหนไม่ได้ รีบมาด้วย

09.18 น.

ศูนย์ควบคุมการจราจรทางน้ำจินโด : รับทราบ สถานการณ์น้ำท่วมเรือเป็นเช่นใด

เซโวล : ไม่สามารถยืนยันได้เช่นกัน เรายืนยันได้ว่าตู้บรรทุกสินค้าบนดาดฟ้าร่วงลงน้ำแล้ว แต่เพราะเราไม่สามารถเคลื่อนที่ได้ เราไม่สามารถก้าวออกไปจากสะพานเดินเรือได้แม้แต่ก้าวเดียว เราทำได้แค่พิงผนังและรอเท่านั้น

09.23 น.

ศูนย์ควบคุมการจราจรทางน้ำจินโด : เรือลาดตระเวนจะไปถึงในอีกราว 15 นาที โปรดแจ้งผู้โดยสารให้สวมเสื้อชูชีพ

เซโวล : เราประกาศไม่ได้

09.24 น.

ศูนย์ควบคุมการจราจรทางน้ำจินโด : ถ้าประกาศไม่ได้ ก็ช่วยส่งคนไปแจ้งผู้โดยสารให้สวมเสื้อชูชีพหรือเสื้อหนาๆ ด้วย

เซโวล : ถ้าผู้โดยสารหนีออกจากเรือได้ พวกเขาจะได้รับการช่วยเหลือในทันทีหรือ?

ศูนย์ควบคุมการจราจรทางน้ำจินโด : ปล่อยเรือชูชีพเลย เร็ว!

09.25 น.

ศูนย์ควบคุมการจราจรทางน้ำจินโด : กัปตันควรตัดสินใจให้ผู้โดยสารหนีออกจากเรือ เราไม่รู้ว่าสถานการณ์เป็นเช่นใด ดังนั้นกัปตันจึงควรตัดสินใจขั้นสุดท้ายให้ผู้โดยสารหนีออกจากเรือ

09.26 น.

เซโวล : เราไม่ได้หมายความเช่นนั้น ถ้าผู้โดยสารหนีออกไปได้แล้วจะได้รับการช่วยเหลือเลยใช่ไหม?

ศูนย์ควบคุมการจราจรทางน้ำจินโด : เรือลาดตระเวนน่าจะไปถึงในอีก 10 นาที

เซโวล : 10 นาที?

ศูนย์ควบคุมการจราจรทางน้ำจินโด : ใช่ 10 นาที ! 10 นาที !

09.27 น.

ศูนย์ควบคุมการจราจรทางน้ำจินโด : เซโวล เฮลิคอปเตอร์ลำหนึ่งจะไปถึงคุณในอีก 1 นาที

เซโวล : เราได้ยินคุณไม่ชัด พูดชัดๆ อีกที

ศูนย์ควบคุมการจราจรทางน้ำจินโด : เฮลิคอปเตอร์ลำหนึ่งจะไปถึงในอีก 1 นาที

เซโวล : พูดอีกที

ศูนย์ควบคุมการจราจรทางน้ำจินโด : เฮลิคอปเตอร์หนึ่งลำจะไปถึงเร็วๆ นี้

09.28 น.

เซโวล : มีผู้โดยสารจำนวนมาก เฮลิคอปเตอร์ลำเดียวไม่พอแน่นอน

09.37 น.

ศูนย์ควบคุมการจราจรทางน้ำจินโด : เซโวล เซโวล นี่คือ จินโด วีทีเอส

เซโวล : ทราบ นี่คือ เซโวล เซโวล

ศูนย์ควบคุมการจราจรทางน้ำจินโด : สถานการณ์น้ำท่วมเรือเป็นอย่างไร?

เซโวล : เรายืนยันไม่ได้ เรือยามฝั่งและเรือประมงกำลังเข้ามาใกล้ในระยะ 50 เมตร และคนที่อยู่ทางกราบซ้ายหลบหนีได้แล้ว เราประกาศออกไปแล้วแต่การเคลื่อนที่ไปยังกราบซ้ายเป็นไปได้ยาก

ศูนย์ควบคุมการจราจรทางน้ำจินโด : รับทราบ

เซโวล : เรือเอียงประมาณ 60 องศาไปทางกราบซ้าย ตอนนี้มีอากาศยานและเรือยามฝั่งมาแล้ว

สื่อเกาหลีใต้วิจารณ์ลูกเรือเซโวล อพยพผู้โดยสารล่าช้า

สื่อเกาหลีใต้พากันวิจารณ์ลูกเรือเซโวลที่ทำให้การอพยพผู้โดยสารล่าช้า จนเป็นเหตุผลให้มีผู้เสียชีวิตอย่างน้อย 64 รายจากอุบัติเหตุเรืออับปางเมื่อวันพุธ (16 เม.ย.)

หลังจากเมื่อวันอาทิตย์ (20 เม.ย.) หน่วยยามฝั่งได้เปิดเผยบทสนทนา 31 นาทีสุดท้ายระหว่าง ระหว่างต้นเรือ ของเรือโดยสารเซโวล กับศูนย์ควบคุมการจราจรทางน้ำ (วีทีเอส) บนเกาะจินโดในช่วงตั้งแต่ 09.06 น.ตามเวลาท้องถิ่นถึง 09.37 น.ตามเวลาท้องถิ่น ที่ทำให้เห็นว่าลูกเรือมีความตื่นตระหนกและไม่กล้าตัดสินใจอพยพคนโดยเร็ว ทำให้เสียเวลาไปหลายสิบนาที และกว่าจะสั่งอพยคนก็สายไปแล้ว

หนังสือพิมพ์ดองอาของเกาหลีใต้พาดหัวข่าวว่า "Precious minutes just wasted" (เวลาอันมีค่าหมดไปโดยเปล่าประโยชน์) เพื่อตำหนิลูกเรือที่ทำให้เวลามีค่าสูญเปล่า จนไม่สามารถอพยพผู้โดยสารได้ทัน ขณะที่หนังสือพิมพ์โชซุน บอกว่า ทั้งลูกเรือและศูนย์ควบคุมการจราจรทางน้ำต้องมีส่วนร่วมรับผิดชอบด้วยกัน โดยพาดหัวว่า "Both shunned responsibility!" (ทั้งสองฝ่ายต้องรับผิดชอบ)

ส่วนหนังสือพิมพ์โคเรียไทม์ส รายงานว่า เมื่อวันอาทิตย์ที่ผ่านมายามฝั่งเกาหลีใต้ได้เปิดเผยข้อมูลการสนทนาครั้งสุดท้ายและเจ้าหน้าที่ศูนย์ควบคุมการจราจร โดยช่วง 1 นาทีแรกเป็นการทักทายกัน หลังจากนั้นเจ้าหน้าที่ศูนย์ควบคุมการจราจรได้สอบถามว่าเรือกำลังจะจมใช่หรือไม่ และต้นเรือตอบว่า กำลังจะจม ช่วยแจ้งยามฝั่งด่วน เรือเอียงมากเหมือนจะจมได้ทุกวินาที

จนกระทั่งในนาทีที่ 09.12 น. วีทีเอส ถามว่า อพยพผู้โดยสารลงเรือชูชีพแล้วหรือยัง ลูกเรือตอบว่า เรือเอียงจนเดินไม่ได้ และยามฝั่งจะมาช่วยกู้ภัยได้หรือไม่ ต้องใช้เวลาเท่าไหร่ และเมื่อสองนาทีผ่านไป วีทีเอส ตอบว่า เรือกู้ภัยอยู่ห่างออกไปราว 15 นาทีจะไปถึง บอกให้ผู้โดยสารสวมเสื้อชูชีพไว้ แต่ลูกเรือบอกว่า เราประกาศอะไรไม่ได้แล้ว โดยไม่ได้อธิบายอะไร ซึ่งอาจหมายความว่าอุปกรณ์ในห้องควบคุมเรืออาจจมใต้น้ำแล้วก็ได้ จากนั้น วีทีเอส ย้ำอีกครั้งให้ผู้โดยสารสวมเสื้อชูชีพ

ต่อมาลูกเรือถามย้ำว่า หากผู้โดยสารจะอพยพออกจากเรือ พวกเขาจะได้รับการช่วยเหลือทันทีใช่หรือไม่ ซึ่ง วีทีเอส ตอบว่า แล้วแต่คุณ คุณรู้สถานการณ์ดีกว่าเรา ขอให้ขึ้นอยู่กับการตัดสินใจของคุณ แต่คุณไม่มีเวลาแล้วนะ ตัดสินใจเลยว่าจะอพยพหรือไม่ แต่ลูกเรือย้ำว่า นั่นไม่ใช่สิ่งที่ถาม คำถามคือ ผู้โดยสารจะได้รับการช่วยเหลือทันทีใช่หรือไม่หากบอกให้พวกเขาสละเรือ

และคำพูดสุดท้ายจากลูกเรือ บอกว่า ตอนนี้ไม่อาจบอกได้ว่าเรือจมน้ำแค่ไหนแล้ว เรือยามฝั่งและเรืออื่นๆ อยู่ใกล้ในระยะ 50 เมตร ดูเหมือนว่าผู้โดยสารจะพยายามกระโดดลงจากด้านข้างของเรือ เราได้

ประกาศให้อพยพแล้ว แต่การเดินบนเรือไม่ใช่เรื่องง่าย เรือเอียงเกือบ 60 องศาแล้ว ตอนนี้เห็นเฮลิคอปเตอร์แล้ว

 

ກອບປີ່ມາຈາກ ເວບໄຊ ກຸງເທບທຸລະເກິດ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2014 | ມີ 15 ຄຳເຫັນ ແລະ 0 trackback(s)

ຂໍຍົກບາງກໍລະຍີທີ່ພົບ ແລະອາດເປັນຕົ້ນເຫດໃຫ້ ອິທີແອວ ວິກິດການ

1, ປະມານປີ 2007-2009 ບັດຂອງ ອີມີແອວ ທີ່ມີຮຼບໝາກໄມ້ຢູ່ທາງບຫຼັງບັດເຊັ່ນ: ຮູບໝາກໂມ,,,,,ບັດຊະນິດນັ້ນອາດຖືກແຫກເກີເຈາະຂໍ່ມູນ, ເຮັດໃຫເບັດຊະນິດນັ້ນບໍ່ສາມາດລັອດຈຳກັດຈຳນວນມູນຄ່າໂທໄດ້(ໝາຍວ່າບັດໃບດຽວເຕີມແລ້ວເຕີມອີກຫຼາຍໆເທື່ອກໍ່ໄດ້ ,ຈຳນວນມູນຄ່າໂທເພີ່ມຂຶ້ນບໍ່ສິ້ນສຸດ).

2, ບັດອີທີແອວ ຖືກແຫກເກີຂໍ້ມູນ ໂດຍມີນັກແຫກເກີໄດ້ລະຫັດຕົ້ນສະບັບຂອງບັດ ແລະເຂົາສາມາດກົດເອົາມູນຄ່າໂທທີ່ມີມູນຄ່າສູງ( 100,000 ກີບ 50,0000 ກີບ) ແລ້ວຂາຍມູນຄ່າໂທດ້ວຍການໂອນໃສ່ໂທລະສັບ ລາຄາ 50%, 30%,20% ແລະ 10% ຕາມລຳດັບເຄືອຄ່າຍມື 1,2,3,4

ສອງກໍລະນີນີ້ເຊື່ອວ່າສ້າງຄວາມເສຍຫາຍທັງເປັນເງິນ ແລະພາບພົດຢ່າງມະຫາສານ ແກ່ ອີທີແອວ.

 

3, 2012-2013 ອີທີແອວ ຜະລິດບັດເຕີມເປັນສອງໃບຢູ່ໃນຊອງດຽວກັນ ເຮັດໃຫ້ຕົວແທນຈຳນ່າຍລາຍຍ່ອຍສັບສົນ(ຂາຍຫຼົງ) ເຮັດໃຫ້ພວກເຂົາເຊ໊ອງບັດອີທີແອວໄວ້ບໍ່ໃັຫຄົນອືນຂາຍແທນເວລາຫົວໜ້າບໍ່ຢູ່(ຖືວ່າເປັນການປິດຮ້ານອີທີແສວໄປໃນໂຕບາງມື້),

4, ການຜະລິະບັດບໍ່ເໝາະກັບຕະຫຼາດບັດ 15,000 ກີບ,ຈຳໜ່າຍບໍ່ອອກ. ຮອດກາງປີ 2013 ຈິງຕັດສິນໃຈລ້າງສາງດ້ວຍວີທີບໍ່ສອດຄ່ອງຄື: ຢຸດຈຳໜ່າຍບັດ 10,000 ຊົ່ວຄາວ ຈຳໜ່າຍແຕ່ບັດ 15,ຈົນກວ່າບັກ 15 ໝົດຈິງຈຳໜ່າຍບັດ 10 ;ເຊື່ອວ່າ ກໍລະນີ 3 ແລະ 4 ກໍ່ເຮັດໃຫເອີືີແອວຂາດລາຍຮັບຢ່າງມະຫານເຊັ້ນກັນ,

5, ໃນປະຈຸບັນນັບແຕ່ຕົ້ນເດືອກຸມພາ ( 02,2014)ຮອດທ້າຍເດືອນແລ້ວ ບັດແີທີແອວຂາດຕະຫຼາດພາບໃນແຂວງບໍລິຄຳໄຊບໍ່ມີຂາຍ,ຕອນນີ້ນັບທັງລູກຄ້່າທີ່ໃຊ້ບໍລິການ ແລະຕົວແທນຈຳໜ່າຍຕ່າງກໍ່ຈົ່ມວ່າຢາກຮູ້ເຫດຜົນວ່າເປັນຫຍັງຈິ່ງບໍ່ຂາຍບັດ?,ເບີໂທບາງເບີຖືກງົດໃຊ້ຊົວ່າຄາໃ,ໂທເຂົ້າ-ອອກບໍ່ໄດ້ສ້າງຄວາມຫຍຸ້ງຍາກບໍ່ນ້ອຍຕໍ່ສັງຄົມ,

 

ສອບຖາມການຕະຫຼາດບອກວ່າ: ທາງບໍລິສັດຈະຂາດບັດເກົ່າໃຫ້ໝົດກ່ອນຈີ່ງຂາຍບັດທີ່ຜະລິດໃໝ່(ກຫດຜົນນີ້ຟັງບໍ່ຂຶ້ນ),

 

ບາງທ່ານເວົ້າວ່າ: ນີ້ຄືການບໍລິຫານຂອງບໍລິສັດຂອງລັດ,ຕ້ອງໄດ້ເປັນໄປຕາມສະພາບຄວາມເປັນຈິງ,ຜູ້ບໍລິຫານທ່ານໃກມ່ກໍ່ກອບໂກຍເງິນແລ້ວໜີໄປ

ຕອນນີ້ບໍ່ມີເງິນຊຳລະຄ່າຜິລິດບັດເພາະຜະລິດຢູ່ຕ່າງປະເທດ,ນອກນັ້ນຍັງຕິດໜີ້ຄຸມເຄືອການຂະຫຍາຍເຄື່ອຄ່າຍ,,,ຫຼາຍຕື້ ແລະພິເສດຕອນນີ້ຍັງຊັບຊ້ອນຈັດຫາປະທານຜູ້ບໍລິຫານຕ່າງໆບໍ່ທັນໄດ້ຄິດວ່າໜ້າຈະເປັນເດືອນ 03,2014 ຈິ່ງລຳເລັດຕາມແຜນ,

 

ຂໍ້ມູນນີ້ເຖິງວ່າຂາດຫຼັກຖານອ້າງອີງກໍ່ຕາມ ແຕ່ໃຫ້ບັນດາທ່ານຊ່ວຍປະກອບຄຳເຫັນເພື່ອຢືນຢັນຄວາມຈິງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ຕາມລີ້ງhttp://www.etllao.com/about_etl/index.php?view=success

 

ຕິດຕາມຕອນວິກິດການໃກ້ຈົມ ຂອງ ETL

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

 

 

 

 

ປະຫວັ​ດຄວາມ​​ເປັນ​ມາ​ຂອງ ອທອ.

 

 
 
 

     ໃນ​ປີ 1954 – 1994 ​ເອີ້ນ​ວ່າ: ​ໄປສະນີ​ໂທລະ​ຄົມ (ປທທ ຫຼື EPTL) ​ແລະ​ ມາ​ຮອດ​ປີ 1994 – 1996 ​ແຍກ​ອອກ​ເປັນ 02 ລັດ​ວິ​ສາ​ຫະກິດ​ຄື: ​ໄປສະນີ ​ແລະ ​ໂທລະ​ຄົມ. ປີ 1996 ​ໄດ້​ຮ່ວມ​ທຶນ​ກັບ​ບໍລິສັ​ດ ຊິນ​ນະ​ວັດ ອິນ​ເຕີ​ເນ​ຊັນ​ແນ​ລ ຈໍາກັດ ​ເປັນ​ບໍລິສັ​ດ ລາວ​ໂທລະ​ຄົມ (LTC) ​ແລະ ມາ​ຮອດ​ວັນ​ທີ 31/08/2000 ​ໄດ້​ແຍກ​​ອອກ​ມາ​ເປັນ ລັດ​ວິ​ສາ​ຫະກິດ ​ໂທລະ​ຄົມ​ລາວ (ລທລ) ຫຼື Enterprise of Telecommunications Lao (ETL) ຕາມ​ຂໍ້​ຕົກລົງ​ຂ​ອງກະຊວງ ຄຂປກ ສະບັບ​​ເລກທີ 2873/ຄຂປກ​. ​ເຊິ່ງເປັນ​ລັດ ວິ​ສາ​ຫະກິດ​ຂອງ​ລັດ 100% ພາຍ​ໃຕ້​ການ​ຊີ້​ນໍໍາຂອງ​ກະຊວງ ຄຂປກ. ຕາມ​ຂະ​ແໜງ​ການ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ກະຊວງ​ການ​ເງີ​ນ ​ໃນ​ຖານະ​ເຈົ້າ​ທຶນ ມາ​ຮອດ​ທ້າຍ​ປີ 2007 ລັດຖະບານ​ໄດ້​ສ້າງ​ຕັ້ງ​ອົງການ​ໄປສະນີ​ໂທລະ​ຄົມມະ​ນາ​ຄົມ​ແຫ່ງ​ຊາດ, ​ໃນ​ປີ 2011 ກະຊວງ​ໄປສະນີ​ໂທລະ​ຄົມມະ​ນາ​ຄົມ​ ​​ແລະ ການ​ສື່ສານ ​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເຊິ່ງ​ເປັນ​ຜູ້​ຊີ້​ນໍາ ບັນ​ດາ​ບໍ​ລິ​ສັດໂທລະ​ຄົມມະ​ນາ​ຄົມ​ ​ແລະ ​ໄປສະນີ, ມາ​ຮອດ​ວັນ​ທີ 26/08/2010 ລັດ​ວິ​ສາ​ຫະກິດ ​​ໂທລະ​ຄົມ​ລາວ ​ໄດ້​ປ່ຽນ​ຊື່​ມາ​​ເປັນ ບໍລິສັດລັດ ວິ​ສາ​ຫະກິດໂທລະ​ຄົມ​ລາວ ​ແລະ ​ໃນ​ວັນ​ທີ 01/09/2011 ໄດ້​ປ່ຽນ​ຊື່​ຈາກ ບໍລິສັດລັດ ວິ​ສາ​ຫະກິດໂທລະ​ຄົມ​ລາວ ມາ​ເປັນ ບໍລິສັ​ດ ອີ​ທີ​​​ແອ​ລ ມະຫາຊົນ ​ແລະ ມີ​ສິດ​ເຕັມ​ສ່ວນ​ໃນ​ການ​ດໍາເນີນ​ທຸລະ​ກິດ​ດ້ານ ​​ໂທລະ​ຄົມ ​ແລະ ​​ໄອ​ທີ (IT) ທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທ​ດ. ພາຍ​ໃຕ້​ກົດໝາຍ​ຂອງ ສປປລາວ.

ຕິດຕາມຕອນຕໍ່ໄປ

ຜົນງານໄລຍະຜ່ານມາ ແລະວິກິດການໃກ້ຈະຈົມຂອງ ETL

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 ທ່ານ ພູເພັດ ຄຳພູວົງ ລັດຖະມົນຕີວ່າການກະຊວງການເງິນ ໄດ້ເປີດເຜີຍວ່າ: ລາຍຮັບປີຜ່ານມາ ການຕົກເຮ່ຍ ຮົ່ວໄຫລ ສ່ວນໃຫຍ່ຢູ່ໃນຂອດຂອງການນຳເຂົ້າ-ສົ່ງອອກສິນຄ້າ.

ການນຳເຂົ້າສິນຄ້າ, ເຖິງວ່າສິນຄ້າເຫລົ່ານີ້ຈະຂາຍໃນສັງຄົມແລ້ວ ແຕ່ອັດຕາສ່ວນ ການເກັບລາຍຮັບຈາກພາສີນຳເຂົ້າຍັງໄດ້ໜ້ອຍ ເຊັ່ນ: ລົດ, ນ້ຳມັນເຊື້ອໄຟ...

ຍ້ອນມີນະໂຍບາຍຍົກເວັ້ນພາສີອາກອນຢ່າງຫລວງຫລາຍ, ຍົກເວັ້ນ ບັນ ດາໂຄງການລົງທຶນ ເພື່ອເຮັດໃຫ້ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍລາຄາຖືກ ເປັນການສົ່ງເສີມເຮັດໃຫ້ມີການຫລຸດຜ່ອນລາຍຮັບ. ຕົວເລກ ໃນສົກປີ 2011-2012 ໄດ້ຍົກເວັ້ນພາສີມູນຄ່າ 1.200 ຕື້ກີບ ແຕ່ປີ 2012-2013 ເປັນ 1.300 ຕື້ກີບ ເປັນການສູນເສຍລາຍຮັບ.

ນອກນັ້ນ ເລື່ອງການນຳເຂົ້າ ທີ່ບໍ່ຖືກຕ້ອງກໍມີຫລາຍ ລວມທັງສິນຄ້ານ້ອຍ-ໃຫຍ່ ເຊັ່ນ: ພາຫະນະ... ຂອດການຄຸ້ມຄອງດ້ານນີ້ຍັງມີຊ່ອງຫວ່າງ. ຜູ້ປະກອບການ ກໍຊອກຊ່ອງທາງໃນການຫລົບຫລີກ ບໍ່ມີຄວາມຈິງໃຈ ໃນການປະກອບສ່ວນມອບພັນທະໃຫ້ລັດ ຫລື ປະເທດຊາດ.

 

ເບື້ອງສົ່ງອອກແມ່ນ ໄມ້ ກໍມີການ ລັກລອບໜີພາສີ. ເຊິ່ງແຫລ່ງ ລາຍຮັບຈາກໄມ້ ເປັນແຫລ່ງໃຫຍ່ ຖ້າຄຸ້ມຄອງເກັບໄດ້ໝົດ ແມ່ນຈະມີລາຍຮັບມະຫາສານ ແຕ່ປະຈຸບັນ ປີໜຶ່ງ ເກັບບໍ່ໄດ້ ຮອດ 20 ລ້ານໂດລາ ແຕ່ມູນຄ່າການສົ່ງອອກ ໂດຍໄດ້ຂໍ້ມູນຈາກປະເທດເພື່ອນບ້ານ ໄມ້ທີ່ນຳເຂົ້າຈາກ ສປປ ລາວ ມີຫລາຍຮ້ອຍລ້ານໂດລາ.

ນອກຈາກນີ້ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທ່ານສະພາ ກໍ່ເຄີຍໃຫ້ສຳພາດແກ່ນັກຂ່າວວິທະຍຸແຫ່ງຊາດວ່າ: ໄດ້ພົບເຫັນການເກັບເງິນຂອງພະນັກງານລັດ ຈຳນວນຫຼາຍລາການທີ່ບໍ່ຖອກເຂົ້າງົບປະມານ,ໃນເຊີງກົດໝາຍແລ້ວເຫັນວ່າຜິດຕໍ່ກົດໝາຍ.

 

ແຕ່ປະຊາຊົນສັງເກດເຫັນວ່າ ຜ່ານມາກໍລະນີແບບນີ້ບໍ່ເຄີຍແກ້ໄຂໄປຕາມກົດໝ່າຍ ສະແດງວ່າກົດໝາຍໃນລາວກາຍເປັນກົດໝາຍບອດ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

 ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອະທິບາຍເຖິງການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນວ່າ: “ຫລາຍທ້ອງຖິ່ນ ມີຂະບວນການຜະລິດເປັນ ສິນຄ້າ, ແຕ່ຂັ້ນຕອນໃນການເຄື່ອນຍ້າຍ ມັກພົບບັນຫາຫລາຍຢ່າງທີ່ກາຍເປັນໂຕເພີ່ມມູນຄ່າໃຫ້ສິນຄ້າ ເຮັດໃຫ້ລາຄາສູງຂຶ້ນຕົ້ນທຶນການຜະລິດສູງຂຶ້ນ, ຈຶ່ງບໍ່ ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ຜູ້ຜະລິດກໍໄດ້ຮັບຜົນປະໂຫຍດໜ້ອຍທີ່ສຸດ ຍ້ອນໄປຕົກເຮ່ຍເສຍຫາຍໃນຂອດຂອງການຂົນສົ່ງ, ກວດກາ, ຢຶດ ແລະ ການເພີ່ມຕື່ມ. ຕາມແນວທາງນະໂຍບາຍ ແມ່ນຢາກສົ່ງເສີມໃຫ້ປະຊາຊົນທຳການຜະລິດ ແຕ່ເຈົ້າໜ້າທີ່ ທີ່ປະຕິບັດວຽກງານ ໃນການກວດກາ  ຫລື ຢຶດນັ້ນ ບໍ່ເຂົ້າໃຈກາຍເປັນການຈຳກັດດ້ານການຜະລິດ ເມື່ອເສຍຜົນປະໂຫຍດປະຊາຊົນກໍບໍ່ສືບຕໍ່ ເມື່ອບໍ່ມີລາຍຮັບປະຊາຊົນ ກໍຢູ່ໃນຄວາມທຸກຍາກ. ສະນັ້ນ ຈະຕ້ອງໄດ້ແກ້ໄຂບັນຫານີ້, ຢ່າງຈິງຈັງບໍ່ສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ ແລະ ຕ້ອງເຫັນໃຈ ເພາະເປັນການລົງທຶນ ຂະໜາດນ້ອຍ ບໍ່ຄວນເກັບ ອາກອນ ຫລື ຄ່າຕ່າງໆອີກ ເພື່ອສ້າງຄວາມກະຕືລືລົ້ນ ໃຫ້ເຂົາເຈົ້າຢາກເຮັດການຄ້າ ເພາະເປົ້າໝາຍຂອງພວກເຮົາ ແມ່ນການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ບໍ່ແມ່ນການເກັບລາຍຮັບຂອງປະຊາຊົນ. ຢ່າງໃດກໍຕາມ, ພວກເຮົາໄດ້ດຳເນີນການປະສານງານໄປ ຍັງແຕ່ລະແຂວງ ເຊິ່ງກໍເຫັນວ່າການ ກວດກາ ຫລາຍ ຂັ້ນຕອນຢູ່ຫລາຍທ້ອງຖິ່ນໄດ້ຫລຸດຜ່ອນລົງ”.

         

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂປລ. ກະຊວງການຕ່າງປະເທດ ຮ່ວມກັບອົງການສະປະຊາຊາດ ປະຈຳລາວ ຈະໄດ້ຈັດການແຂ່ງຂັນຮູບຖ່າຍ ທີ່ສະທ້ອນໃຫ້ເຫັນເຖິງການພັດທະນາ ຂອງ ສປປ.ລາວ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາ, ຮູບ​ທີ່​ສົ່ງ​ເຂົ້າ​ແຂ່ງຂັນ​ແມ່ນ​ຕ້ອງ​ຖ່າຍ​ຈາກ​ໂທລະສັບ​ມື​ຖືເທົ່າ​ນັ້ນ.

ການແຂ່ງຂັນດັ່ງກ່າວ ເປັນຄັ້ງທຳອິດໃນລາວ ທີ່ນຳເອົາຮູບຖ່າຍຈາກໂທລະສັບມືຖືເຂ້ົາໃນການແຂ່ງຂັນ ໂດຍແບ່ງເປັນສອງສາຂາຄື: ຊ່າງພາບທົ່ວ ໄປ​ໂດຍ​ບໍ່​ຈຳກັດ​ເພດ, ອາຍຸ ແລະ ຊ່າງພາບໄວໜຸ່ມ ທີ່ມີອາຍຸຕ່ຳກວ່າ 25 ປີ, ຕ້ອງ​ເປັນ​ຄົນ​ສັນ ຊາດ​ລາວ, ສາມາດສົ່ງ​ໄດ້ບໍ່​ເກີນ 3 ພາບ ​ແລະ ຕ້ອງ​ມີ​ອາຍຸ​ບໍ່​ເກີນ 2 ປີ ​ໂດຍ​ສາມາດ​ສົ່ງ​ຜົນງານໃຫ້​ຫ້ອງການ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ລາວ ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍເລີ່​ມ​ແຕ່​ມື້ນີ້​ ເປັນຕົ້ນ​ໄປ ຈົນ​ເຖິງ​ວັນ​ທີ 13 ຕຸລາ 2013 ຫລື ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ໃນ​ເວັບ​ໄຊ www.bit.ly/laosinfocus. ຜົນ​ການແຂ່ງຂັນ​ຈະຖືກປະກາດໃນວັນທີ 24 ຕຸລາ ໃນງານສະຫລອງວັນ ສະຫະປະຊາຊາດ, ສ່ວນລາງວັນສຳລັບຜູ້ຊະນະເລີດ ລວມມີກ້ອງຖ່າຍຮູບ, ໂທລະສັບມືຖື ແລະ ອື່ນໆ.

ການຈັດການແຂ່ງຂັນຄັ້ງນີ້ ແນໃສ່ດຶງດູດຄວາມສົນໃຈຂອງມະຫາຊົນ ຕໍ່ກັບວຽກງານພັດທະນາໃນ ສປປ.ລາວ ເປັນ ຕົ້ນ​ແມ່ນບັນຫາຄວາມທຸກຍາກ, ດ້ານໂພສະນາການ, ການເສຍຊີວິດຂອງແມ່ຍິງຖືພາ, ການສຶກສາ, ຄວາມສະເໝີພາບ ຍິງ- ຊາຍ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ບັນຫາ ລະເບີດທີ່ຍັງບໍ່ທັນແຕກ ​ແລະ ອື່ນໆ./.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

 ເອກະສານຢັ້ງຢຶນຂອງບໍສັດໂຄລາວ(KOLAODEVELOPING CO.LTD)

ສະບັບເລກທີ່ ຄລ/ກງ 2013,08,005 ມີເນື້ອໃນດັ່ງນີ້:

ໃນນາມບໍລິສັດໂຄລາວ ພະແນກການເງິນ ຂໍຢຶຢັນວ່າ:

ການຄິດໄລ່ອັດຕາແລກປ່ຽນຂອງບໍລິສັດ ແມ່ນໄດ້ອີງຕາມອັດຕາກາງຂອງຮ້ານແລກປ່ຽນນອກທີ່ຖືກຕ້ອງຕາມກົດໝາຍ

ໂດຍບໍ່ໄດ້ຂຶ້ນກັບອັດຕາແລກປ່ຽນຂອງທະນາຄານໃດ.

ສາຍເຫດຍ້ອນການນຳເຂົ້າສີນຄ້າແມ່ນມາຈາກຕ່າງປະເທດ ແລະ ໄດ້ຄິດໄລ່ເປັນເງິນຕາ ໃນການຊື້-ຂາຍ, ຊື່ງໃນການສຳລະໜີ້ທຸກຄັ້ງ ທາງບໍລິສັດໄດ້ສຳລະເປັນເງິນຕາຕ່າງປະເທດ ຕ້ອງໄດ້ແລກປ່ຽນເປັນເງິນຈຳນວນຫຼາຍເຮັດໃຫ້ມີຄວາມຫຍ໌້ງຍາກໃນການແລກປ່ຽນຄືນກັບທະນາຄານ.

ດັ່ງນັ້ນ: ຖ້າຫາກວ່າ ລູກຄ້າຈະສຳລະພາຍໃນມື້ນີ້ ແມ່ນ 8,160 ກີບ ຕໍ່ 1 $

ໝາຍເຫດ: ຕ້ອງສຳລະກ່ອນ 15:00 ໂມງ ຖ້າກາຍກຳນົດ ອັດຕາມີການປ່ຽນແປງ ພວກເຮົາກໍ່ຕ້ອງອິງຕາມອັດຕາຕົວຂອງເວລາດັ່ງກ່າວ.

ສະນັ້ນທາງບໍລິສັດຈິ່ງເຮັດໜັງສືຢັ້ງຢຶນຂຶ້ນມາ ເພື່ອຮັບປະກັນໃຫ້ແກ່ລູກຄ້າ

ບໍລິສັດໂຄລາວ

ວັນທີ່ 20/08/2013

ລາຍເຊັນ ແລະປະທັບຕາຂອງບໍລິສັດໂຄລາວ

ພອນທິບ ອິນສີຊຽງໃໝ່

...........................................................................................................................................................................................................................

ນະດຽວກັນ(22,08,2013) ອັດຕາແລກປ່ຽນຢູ່ທະນາຄານການຄ້າ ເງິນໂດລ່າ ຊື້ 7,818 ກີບ ແລະຂາຍ 7,845 ກີບຕໍ່ 1 $

ຈາກ 7,845 ກີບຕໍ່ 1 $ ຂຶ້ນເປັນ 8,160 ກີບ ຕໍ່ 1 $ ຕ່າງກັນເຖິງ 315 ກີບ ເບິ່ງແລ້ວເຫັນວ່າສູງພໍສົມຄວນ

ຖ້າຫາກມູນຄ່າ 100$ ຜິດດ່ຽງ 31,500 ກີບຖ້າມູນຄ່າ 10,000$ ຜິດດ່ຽງ 3,150,000 ກີບ

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

           

 

 ​ເສດຖະກິດ​ຂອງ​ສະຫະລັດ​ເພີ່ມ​ຂຶ້ນຢ່າງ​ບໍ່ຄາດ​ຄິດ​ມາ​ກ່ອນ,​ໃນ​ໄຕ​ມາດສອງ ​ແລະ​ຄາດ​ວ່າ​ເປັນແຮງ​ສົ່ງ​ໃຫ້ການ​ຂະຫຍາຍ​ໂຕ​ຢ່າງ​ຕໍ່​ເນື່ອງ​ອອກ​ໄປ​ອີກ 1-2 ປີ​ຂ້າງໜ້າ,

ບັນດາ​ປັດ​ໃຈ​ທີ່​ສົ່ງ​ສັນຍານ​ໃຫ້​ຮູ້​ວ່າ​ເສດຖະກິດ​ຂອງ​ສະຫະລັດ​ເລີ່​ມຂະຫຍາຍຕົວ​ໄດ້​ແກ່: ການ​ໃຊ້​ຈ່າຍ​ພາກ​ທຸລະ​ກິດ​ທີ່​ຟື້ນຕົວ​ຂຶ້ນ,ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ,ພາກ​ລັດ​ມີ​ການ​ປັບ​ເພີ່ມ​ພາສີ​ບາງ​ກຸ່ມ ​ແລະ​ປັດ​ລຸດຄ່າ​ໃຊ້​ຈ່າຍ​ການຄັງ​ລົງ ສະ​ແດງ​ໃຫ້​ເຫັນ​ວ່າ​ເສກ​ຖະກິດ​ສະຫະລັດ​ບໍ່​ໄດ້​ອ່ອນ​ແອ​ກັບ​ຄວາມ​ກາງ​ວົນ​ເລື່ອງ​ນະ​ໂຍບາຍ​ການຄັງ​ທີ່​ຕິງຕົວ,​ໃນ​ຂະນະ​ທີ່​ສາມ​າດລຸດການ​ຂາດ​ດຸນ​ງົປະມານແລະ​ພາລະໜີ້ຕໍ່ GDP ທີ່​ເຄີຍ​ເປັນຄວາມ​ກາງ​ວົນ​ຜ່ານ​ມາ.

ຕອນ​ນີ້ບໍລິສັດ​ຈັດ​ອັນ​ດັບ​ຄວາມໜ້າ​ເຊື້ອຖື Standard and Poor’s ທີ່​ປັບ Outlook  ສະຫະລັດຂຶ້ນເປັນ Stable ຈາ​ກ Negative ຂະນະ​ດຽວກັນ​ການ​ຈ້າງ​ງານ​ໃນ​ສະຫະລັດ​ເພີ່ມ​ຂຶ້ນ 100.000 ຕຳ​ແໜ່ງຕິດຕໍ່ກັນ 13 ​ເດືອນ,ຕະຫຼາດອະສັງຫາລິມະ​ຊັບ​ຜ່ານ​ຈຸດ​ຕ່ຳ​ສຸດ​ແລ້ວ.

ລາຄາ​ເຮືອນ​ເລີ່​ມມີ​ການ​ປັບ​ຕົວ​ເພີ່ມ​ຂຶ້ນ,​ເສ​ຖະກິດ​ຂະຫຍາຍຕໍ່​ເນື່ອງ,ຜູ້​ບໍລິ​ໂພ​ກມີ​ກຳລັງ​ຊື້ສູງ​ຂຶ້ນ​ເຊິ່ງຈະ​ເປັນ​ຕົວ​ຊ່ວຍໜຸນການ​ເຕີມ​ໂຕ​​ເສ​ຖະກິດ​ຂອງ​ສະຫະລັດ ແລະຄາດວ່າເດືອນກັນຍາທີ່ຈະມາເຖິງນີ້ຈະເລີ່ມລຸດ QE ລົງ ແລະຈະຢຸດ QE ໃນເວລາທີ່ເໝາະສົມ

ການ​ລຸດ ​ແລະ​ຢຸດ QE ນັ້ນໝາຍ​ເຖິງ​ພາວະ​ເສ​ຖະກິດ​ຂອງ​ສະຫະລັດ​ມີ​ແນວ​ໂນ​ມດີ​ຂຶ້ນ ແລະແຂງແກ່ນເຕັມຕົວ

ຂໍ້ມູນຈາກ ມັນນີເຊີແນວ

ພັນທະຫົວໃຈຮຽບຮຽງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

 

 
 
 

 ປະນາທິບໍດີ ສີເຈີ້ນຜີງ ຂອງຈີນ ໄດ້ພະຍາຍາມພັກດັນໃຫ້ການບໍລິການດ້ານສຸຂະພາບເຂົ້າເຖິງປະຊາຊົນ

ເຊິງເປັນນະໂຍບາຍຫຼັກຂອງພັກຄອມມູນິດ ໂດຍຂະນະນີ້ ຄະນະກຳມະການພັດທະນາ ແລະປະຕິຮູບກຳລັງດຳເນີນການກວດສອບ ບໍລິສັດຍາທັງໃນ ແລະຕ່າງປະເທດຈຳນວນ 60 ແຫ່ງກ່ຽວກັບການຕັ້ງລາຄາ.

ຂະນະທີ່ທາງການໃນມົນທົນຟູຈຽນ ເຊິ່ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງຈີນລະບຸວ່າ ຜູ້ປະກອບອນການວິຊາຊີບທາງການແພດ 1,088 ຄົນ ຈາກໂຮງໝໍ 73 ແຫ່ງຖືສົງໄສວ່າທຳການສຸຈະລິດຫຼັງຈາທີ່ໄດ້ມີການສືບສວນມາເປັນເວລາ 60 ເດືອນ

ຈີນໄດຂະຫຍາຍຂອບເຂດໃນການກວດສອບການສຸຈະລິດຂອງບໍລິສັດດ້ວຍຄວາມຫວັງວ່າຈະເຮັດໃຫ້ລາຄາຢາປັບຕົວລຸດລົງ
 

 ຂໍ້ມູນຈາກເວບໄຊ ມັນນີເຊີແນວ 

 
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2013 | ມີ 16 ຄຳເຫັນ ແລະ 0 trackback(s)

 ທ່ານ ຄຳປານ ພິລາວົງ ອະດີດເຈົ້າແຂວງ ບໍລິຄຳໄຊ (2004-2009),ໃນໂອກາດທ່ານເດິນທາງລົງໄປເຮັດວຽກຢູ່ເມືອງວຽງທອງ

ທ່ານໄດ້ໂອ້ລົມກັບປະຊາຊົນ ບາງຕອນທ່ານໄດ້ເນັ້ນໃຫ້ທຸກຄົນ,ທຸກສ່ວນປົກຮັກສາ,ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດລາວເຮົາໄວ້ໃຫ້ໝັ້ນຄົງ.

 

ທ່ານຍັງເວົ້າວ່າ: ຕ່າງຊາດ( ໄທ ) ພວມວາງແຜນການກຶນກິນວັດທະນະທຳຂອງລາວໃຫ້ໝົດກ້ຽງໃນອີກ 50 ປີຂ້າງໜ້າ.

 

ແຕ່ເບິ່ງສະພາບຄວາມເປັນຈິງແລ້ວເຫັນວ່າ ແຜນການດັ່ງກ່າວຂອງໄທ ຖືກປະລາໄຊຢ່າງສິ້ນເຊິງ ອັນເນື່ອງຈາກວ່າ ບໍ່ສູ້ແຜນການຂອງລາວເຮົາ.

ເພາະລາວອາດຈະກຶນກິນວັດທະນະທຳຂອງໄທໃຫ້ໝົດກ້ຽງພາຍໃນ 25 ປີຂ້າງໜ້າ(ເບິ່ງແລ້ວເຫັນວ່າໄວກວ່າແຜນການຂອງໄທຕັ້ງເຄິ່ງໜຶ່ງ)

ປະຈຸບັນແຜນການຂອງລາວພວມຖືກປະຕິບັດ ແລະເດີນໜ້າຢູ່ເຂດຕົວເມືອງ ແລະຊົນນະບົດ ເປັນຕົ້ນຢູ່ຕາມຮ້ານບັນເທິງ,ຟັງເພັງໄທ,ຮ້ອງເພັງໄທ,ພູດພາສາໄທເປັນສ່ວນໃຫຍ່ແລ້ວ.

 

ພິເສດ ຢູ່ເທັກແຫ່ງໜຶ່ງໃນແຂວງບໍລິຄຳໄຊ,ໃນຄຶນມື້ເຂົາພັນສາ ປີ 2556 ຜ່ານມາ ໃນເທັກແຫ່ງນັ້ນອັດແໜ້ນດ້ວຍຄົນທັງຍິງ ແລະຊາຍ,ອາຍຸ ປະມານ 15-50 ປີ

 

ໃນເທັກ ນອກຈາກເປີດ ເພັງໄທລ້ວນໆ ແລ້ວ ໂຄສົກ ບັນລະຍາຍລາຍການຕ່າງ ກໍ່ພູດພາສາໄທລ້ວນໆ,ຕາມສະຕາຍ ດີເຈໄທ (ອາດເປັນຄົນໄທຊ້ຳໄປ)

 

ຄິດວ່າໃນອານາຄົດອັນໃກ້ນີ້ຈະແຜ່ກະກາຍໄປເຖິງພິທີກອນອື່ນໆ ແລະໃນທີ່ສຸດລາວເຮົາກໍ່ຈະກຶນກິນວັດທະນະທຳຂອງໄທໃຫ້ໝົດກ້ຽງ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2013 | ມີ 36 ຄຳເຫັນ ແລະ 0 trackback(s)

 

ຫຼາຍທ່ານຄົງຮັບຊາບແລ້ວວ່າ ລາວເຮົາຂາດດູນການຄ້າມາຕະຫຼອດ(ນຳເຂົ້າຫຼາຍກວ່າສົ່ງອອກ), ເຮັດໃຫ້ເງິນຕາບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ,ເພື່ອຄວາມປັບຄວາມສົມດູນຂອງເງິນເຂົ້າ-ອອກ ລັດຖະບານຈິງໃຊ້ມາຕະການບັງຄັບໃຊ້ເງິນກີບ ເປັນຕົ້ນທະນາຄານກາງແຫ່ງ ສປປລາວ ບໍ່ອະນຸຍາດໃຫ້ພົນລະເມືອງໃນ ສປປລາວ ຊື້ເງິນຕາຕ່າງປະເທດນັບແຕ່ຕົ້ນເດືອນກໍລະກົດ 07,2013 ເປັນຕົ້ນມາ,ຍົກເວັ້ນຜູ້ທີ່ດຳເນີນທຸລະກິດພົວພັນກັບຕ່າງປະເທດ.

ການໃຊ້ມາຕະການບັງຄັບໃຊ້ກີບແບບນີ້ຄິດວ່າຈະຊ່ວຍປັບຄວາມສົມດູນຂອງເງິນຕາ ແລະຮັກສາຄ່າເງິນກີບໄວ້,

ແຕ່ໃນຄວາມເປັນຈິງບໍ່ເປັນດັ່ງທີ່ຄິດ ມັນກາຍເປັນເຄື່ອງມືບີບໃຫ້ເງິນຕາແຂງຄ່າຂຶ້ນຕື່ມ ເພາະວ່າເງິນບໍ່ແມ່ນຕົວກຳນົດສິນຄ້າ ແຕ່ແມ່ນສິນຄ້ານັ້ນເອງເປັນຕົວກຳນົກເງິນ,ສະນັ້ນການໃຊ້ມາຕະການບັງຄັບເງິນຈິ່ງບໍ່ແມ່ນທາງອອກທີ່ດີໃນການປັບຄວາມສົມດຸນ,ທາງອອກທີ່ດີແມ່ນການຄວບຄຸມສິນຄ້າ ເຊິ່ງປະຈຸບັນນີ້ພາກລັດຍັງບໍ່ຄິດເຖິງຊ້ຳວ່າມີສິນຄ້າປະເພດໃດແດ່ທີ່ນຳເຂົ້າໂດຍບໍ່ຜ່ານການຄວບຄຸມຂອງຕົນ ແລະຈະຄວບຄຸມວິທີໃດ?,

ນັກຄ້າເງິນທ່ານໜຶ່ງເວົ້າວ່າ: ສິນຄ້າທີ່ພາກລັດບໍ່ທັນຄວບຄຸມມີທັງນຳເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະຖືກຕ້ອງຕາມລະບຽບກົດໝາຍ

ນຳເຂົ້າບໍ່ຖືກຕ້ອງ

ເຄຶ່ອງອຸປະໂພກບໍລິໂພກ...ທີ່ບໍ່ຜ່ານດ່ານ ຫຼື ຫຼົບຫຼີກພາສີ.

ນຳເຂົ້າຖືກຕ້ອງຕາມລະບຽບກົດໝາຍໄດ້ແກ່

1, ປະເພດແຮງານຊາວຕ່າງດ້າວ(ບາງຄົນເຂົ້າມາໃນນາມນັກທ່ອງທ່ຽວ ແຕ່ມາທຳງານ,ຂາຍແຮງງານ)

2, ບັນດາທຸລະກິດ,ການບໍລິການຂະໜາດນ້ອຍຂອງຕ່າງດ່າວ(ບັນຮ້ານກິນດຶ່ມບັນເທິງ.ຮ້ານຂາຍເຄື່ອງຍ່ອຍ,ຮ້ານເສີມຄວາມງາມ,ບໍລິການອື່ນ.....

ນອກຈາກມູນຄ່າຂອງສິນຄ້າທີ່ນຳເຂົ້າແລ້ວ ຍັງມີຄ່າແຮງງານ ແລະກຳໄລສ່ວນເກິນຈາກການບໍລິການຂອງຊາວຕ່າງຊາດທີ່ເປັນມູນຄ່ານຳເຂົ້າ ເພາະເງິນທັງໝົດເລົ່ານັ້ນຕ້ອງຖືກນຳກັບໄປປະເທດຂອງເຂົາ.

ເພາະສະນັ້ນຈິ່ງກາຍເປັນໂອກາດອັນດີໃຫ້ແກ່ນັກຄ້າເງິນເກງກຳໄລຈາກເງິນຕາ ແລະຈະບີບໃຫ້ງເງິນຕາແຂງຄ່າຢູ່ຕະຫຼາດພາຍໃນ.

 

ເຈົ້າຂອງຮ້ານແລກປ່ຽນເອກຊົນແຫ່ງໜຶ່ງເວົ້າວ່າ ນັບແຕ່ທາງທະນາຄານໃຊ້ມາຕະການບໍ່ຂາຍເງິນຕາໃຫ້ບຸກຄົນທົ່ວໄປເປັນຕົ້ນມາເຮັດໃຫ້ມີລູກຄ້າເຂົ້າຮ້ານຫຼາຍເພີ່ມຂຶ້ນ,ຕົ້ນທຶນໝູນວຽນປະຈຳວັນລຸດລົງ 40% ເພາະບໍ່ເກັບເງິນໄວ້ແລກໃນທະນາຄານ,ຮອບວຽນປະຈຳວັນຖີ່ເຂົ້າ,ກຳໄລສູງກວ່າເກົ່າຖ້າສົມທຽບຕໍ່ໃບ(ເງິນບາດໃບ 1,000,ເງິນດອນລ່າໃບ 100 ) ເມື່ອກ່ອນກຳໄລໃບລະ 200-500 ກີບຕໍ່ໃບ ແຕ່ປະຈຸບັນກຳໄລໃບລະ 1,000-2,000 ກີບຕໍ່ໃບ.

ປະຈຸບັນບໍ່ຈຳເປັນຈະລໍຖ້າເລດປະຈຳວັນຂອງທະນາຄານອອກມາຈະຂຶ້ນ ຫຼື ລົງ  ບໍ່ກ່ຽວທາງຮ້ານກໍ່ຊື້ ແລະ ຂາຍສູງກວ່າທະນາຄານຢູ່ສະໝີ,ບໍ່ມີຄວາມສ່ຽງຄືແຕ່ກ່ອນອີກທີ່ຊື້-ຂາຍຕາມເລດຂອງທະນາຄານ

ລູກຄ້າເຂົ້າຮ້ານຂອງເພິ່ນທ່ານໜຶ່ງເວົ້າວ່າ: ສາຍເຫດທີ່ຈູງໃຈໃຫ້ເຂົ້າຮ້ານແລກປ່ຽນນອກແບບນີ້ກໍ່ເພາະວ່າເຮົາເຂົ້າໄປແລກໃນທະນາຄານ ຈະຊື້ທະນາຄານກໍ່ບໍ່ຂາຍ ແລະຈະຂາຍທະນາຄານກໍ່ຊື້ຕ່ຳກວ່າຮ້ານແລກປ່ຽນນອກເຊິ່ງລຸດຕົນກັບປະມານ 2,000 ກີບຕໍ່ໃບ,ເຖິງວ່າຊື້ຢູ່ຮ້ານນອກຈະແພງກວ່າ ແຕ່ກໍ່ຍັງດີວ່າບໍ່ມີໃຫ້ຊື້ ແລະເວລາເຮົາຂາຍກໍ່ໄດ້ແພງກວ່າ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2013 | ມີ 13 ຄຳເຫັນ ແລະ 0 trackback(s)

 ເຫດເກີດຂຶ້ນເມ່ືອຕອນເຊົ້າຂອງວັນທີ່21/05/13 ຢູ່ກາງທາງໃກ້ກັບໂຮງຮຽນແຫ່ງໜຶ່ງໃນເມືອງປາກຊັນ ແຂວງບໍລິຄຳໄຊ,

ຜູ້ໄດ້ຮັບເຄາະຮ້າຍເປັນສາວຄູ ອາຍຸ 24 ປີສັງກັດໃນໂຮງຽນແຫ່ງໜຶ່ງທີ່ມີຊື້ສຽງໂດ່ງດັ່ງວ່າສອນດີ-ຮຽນເກັ່ງ,

ກ່ອນເກີດເຫດສາວຄູຄົນນັ້ນໄດ້ຮັບຄຳສັ່ງຈາກທີມງານວ່າ:ໃຫ້ໄປຊື້ເຄື່ອງຢູ່ຕະຫຼາດປາກຊັນເຊິ່ງຢູ່ຫ່າງຈາກຮ/ຮ ບໍ່ເກີນ 3 ກິໂລແມັດ,

ນາງເດິນມທາງດ້ວຍລົດຈັກ,ໃນເວລາເດິນທາງນາງບໍ່ໄດ້ພົກພາສິ່ງປ້ອງກັນຕົວແຕ່ຢ່າງໃດແມ່ນແຕ່ໝວກກັນທະທົບທີ່ນາງຄວນໃສ່

ແລະເຄີຍໃສ່ຜ່ານມາກໍ່ບໍ່ສົນໃຈ ເພາະຄິດວ່າໄລຍະທາງເສັ້ນນັ້ນເຖິງຈະເປັນທາງປ່ຽວແຕ່ບໍ່ເຄີຍເກີດບັນຫາຍັງກັບຜູ້ສັນຈອນ.

 

ສ່ວນຜູ້ກໍເຫດ(ຄູ່ກໍລະນີ)ກໍ່ບໍ່ແມ່ນໃຜຄົນອື່ນ,ມັນແມ່ນຜູ້ຮອງອຳນວຍການຮ/ຮທີ່ນາງສັງກັດນັ້ນເອງ

(ຫຼືເອີ້ນວ່ານາຍຂອງຕົນ),ເຄີຍຮ່ວມງານນຳກັນທຸກມື້.ປົກກະຕິແລ້ວຮອງອຳນວຍການຄົນນັ້ນມັກຂີ່ລົດໃຫຍ່,

ໄປການແຕ່ເຊົ້າ,8,00 ໂມງຮອດໂຮງຮຽນ,ແຕ່ມື້ເກິດເຫດຮູ້ສຶກວ່າຜິດສັງເກດ,

ເພາະວ່າລາວໄປການສວາຍຜິດປົກກະຕິ   8,30 ໂມງຈິ່ງອອກຈາກເຮືອນ ແລະເດິນທາງດ້ວຍລົດຈັກ,ລາວເວົ້າວ່າ:

ຕອນອອກຈາກເຮືອນຕົນບໍ່ໄດ້ຄິດຫຍັງຈັກໜ້ອຍ(ບໍ່ນຶກເລີຍວ່າຈະເຈີລູກນ້ອງຂອງຕົນຕາມເສັ້ນນັ້ນ),

ຄິດພຽງແຕ່ວ່າຈະຟ້າວໄປການໃຫ້ທັນລວມວຽກກັບທີມງານ  ລາວພະຍາມບິດຄັນເລັ່ງຂ້ອນຂ້າງແຮງ,

ແຕ່ບັງເອີນພໍເດີນທາງມາຮອດໄລຍະໜຶ່ງພວກເຂົາທັງສອງພັດມາເຈີກັນຢູ່ທາງໂຄ້ງທົບສອກພໍດີ,

ຮອງອຳນວຍການຂີ່ລົດດ້ວຍຄວາມໄວ,ເບກບໍ່ກິນປານໃດ,

ສ່ວນສາວຄູທີ່ຂີ່ລົດສວນທາງມາບໍ່ໃສ່ໝວກກັນກະທົບ,

ຕຳກັນພໍດີ,

ສາວຄູລົ້ມຟຸບລົງແຄມທາງ,ຮອງອຳນວຍການເຫັນແບບນັ້ນກໍ່ຟ້າວໂດດໃສ່ທັນທີ,

ຊວານອຸ້ມເອົານາງນຳສົ່ງໂຮງໝໍ,

 

ພົນລະເມືອງດີທີ່ເຫັນເຫດການຟ້າວໂທແຈ້ງເຈົ້າໜ້າທີ່,ແຕ່ເຈົ້າໜ້າທີ່ມາຊ້າເກີນໄປ,

ພໍຮອດຈຸດເກີດເຫດບໍ່ເຫັນລົດເລີຍ ເຫັນແຕ່ຮ່ອງຮອຍ ແລະເລືອດສີແດງກ່ຳຕົກຢູ່ແຖວເກີດເຫດ,

ເຈົ້າໜ້າທີ່ກໍ່ເລີຍຢ່າງວົນໄປວຽນມຖາມຫາຜູ້ເຫັນເຫດການເພື່ອຢາກຮູ້ວ່າເກີດບັນຫາຫຍັງຂຶ້ນ,

ຜູ້ເຫັນເຫດການທ່ານໜຶ່ງເວົ້າວ່າ: ນາຍ ບາຍກັບລູກນ້ອງ

 

ຈົບຂ່າວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2013 | ມີ 15 ຄຳເຫັນ ແລະ 0 trackback(s)

 ເສັ້ນທາງເລກ 8 ອາ ແຕ່ທາງແບ່ງວຽງຄຳ-ດ່ານນ້ຳພາວ,ແຂວງບໍລິຄຳໄຊ ຖືວ່າເປັນເສັ້ນທາງຍຸດທະສາດສຳຄັນຂອງລາວເຮົາ ເພາະມັນເປັນຈຸດຜ່ານການຈໍລະຈອນສິນຄ້າລະຫວາງ ປະເທດໄທ-ຫວຽດນາມ,ເປັນບ່ອນກີ່ວ ແລະໃກ້ທີ່ສຸດ ປະມານ  222 ກິໂລແມັດ.

ນອກນັ້ນທາງສາຍນີ້ຍັງຜ່ານແຫຼ່ງທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງເຊັ່ນ: ຖ້ຳກອງລໍ,ຜາຫິນໝາມໜໍ່ຜູຜາມານ,ປ່າສະຫງວນ....

ແຕ່ລະມື້ເຫັນຊາວຟັຣງຂີ່ລົດໃຫຍ່,ລົດຈັດ ແລະລົດຖີບເລາະທ່ຽວຊົມວີວຕາມທາງສາຍນີ້ເປັນປະຈຳ.

ແຕ່ທຸກໆປີທາງສາຍນີ້ກໍ່ປະກົດມີໄຟໄໝ້ລາມປ່າບໍ່ເວັ້ນທຸກປີ ໂດຍບໍ່ຮູ້ຕົ້ນເຫດອັນແທ້ຈິງ (ເປັນຕົ້ນໄລຍະແຕ່ບ້ານນາພົງ ຫາ ບ້ານຫວ້ຍເພັດ).

ນອກຈາເສຍຫາຍສັບພະຍາກອນທະມະຊາດ ແລະສິ່ງແວດລ້ອມແລ້ວ ຍັງເຮັດໃຫ້ຕົ້ນໄມ້ຫຼາຍຕົ້ນລົ້ມທັບທາງ,ຂີດຂວາງການສັນຈອນ,ສ້າງຄວາມຫຍຸ້ງຍາກ ແລະບໍ່ປອດໄພແກ່ຜູ້ຄົນສັນໄປມາຕາມທາງສາຍນີ້ບໍ່ໜ້ອຍ

ແຕ່ປະກົດການທຸກຄັ້ງບໍ່ເຄີຍເຫັນພາສ່ວນໃດເຂັ້າໄປຫຍຸ້ງກ່ຽວ  ຫຼື ແກ້ໄຂບັນຫາໃຫ້ທັນການຕາມເວລາອັນຄວນ.

 

 

 

ຕົ້ນໄມ້ຕົ້ນນີ້ລົ້ມທັບທາງ ໃກ້ກັບບ້ານນາພົງປະມານ 1,5 ກິໂລແມັດ ຕັ້ງແຕ່ວັນທີ່ 20,02.13 .ຍ້ອນຖືກໄຟລາມໄໝ້, ແກ່ຍາວເວລາຮອດວັນທີ່ 26ແລ້ວຍັງບໍ່ມີພາກສ່ວນໃດມາແກ້ໄຂ,

ມີພຽງແຕ່ພວກລົດທຽວໄປມາແກ້ໄຂເປັນປ່ອງນ້ອຍໆພໍລົດໄປໄດ້ເທົ່ານັ້ນ.

ຖາມປະຊາຊົນແຖວນັ້ນວ່າໄຟໄໝ້ລາມປ່າ ແລະໄມ້ລົ້ມທັງທາງຄືບໍ່ລະດົມກັບໄປແກ້ໄຂ?


ຊາວບ້ານຕອບວ່າ: ແລ້ວແຕ່ຂັ້ນເທິງ. 

ຄັນຖາມນາຍບ້ານ,ເຈົ້າເມືອງ,ເຈົ້າແຂວງ ຫຼື ພາກສ່ວນອື່່ນໆ ກໍ່ອາດຈະມີຄຳຕອບທີ່ຄືກັນວ່າ:

( ແລ້ວແຕ່ຂັ້ນເທິງ )

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

 ສາເຫດຂອງການດຳເນີນຄະດີຊັກຊ້າ ຢູ່ອົງການໄອຍະການປະຊາຊົນສູງສຸດ

 ຕາມຂໍ້ມູນບົດລາຍງານການຈັດຕັ້ງປະຕິບັດ ກົນໄກການຕິດຕາມກວດກາການຄຸ້ມຄອງການແກ້ໄຂຄະດີຄົບວົງຈອນ ຢູ່ອົງການໄອຍະການປະຊາຊົນ ໃນກອງປະຊຸມວຽກ ງານໄອຍະການປະຊາຊົນ ທົ່ວປະເທດ ສົກປີ 2011-2012 ທີ່ຈັດຂຶ້ນແຕ່ວັນທີ 7-8 ມັງກອນ 2013 ທີ່ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ເຖິງການສົ່ງສຳນວນຄະດີ, ການພິຈາ ລະນາແກ້ໄຂຄະດີ, ຄຳຮ້ອງ, ສາເຫດທີ່ພາໃຫ້ການດຳເນີນຄະດີຊັກຊ້າ ການຈັດຕັ້ງຜັນຂະະຫຍາຍ ຢູ່ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ແລະ ອື່ນໆ. ເລີ່ມແຕ່ເດືອນ 10 ປີ 2011 ຫາ ເດືອນ 9 ປີ 2012 ອົງການໄອຍະການປະຊາຊົນສູງສຸດ ມີຄະດີແພ່ງ ຈຳນວນ 302 ເລື່ອງ, ໃນນັ້ນ ຄະດີຄ້າງມາແຕ່ປີ 2009 ມີ 1 ເລື່ອງ, ຄ້າງມາແຕ່ປີ 2010 ມີ 10 ເລື່ອງ ໄດ້ພິຈາລະນາແກ້ໄຂຕາມ ກຳນົດເວລາ 129 ເລື່ອງ, ບໍ່ໄດ້ຕາມກຳນົດເວລາ 173 ເລື່ອງ ແລະ ມີຄະດີອາຍາ ຈຳນວນ 129 ເລື່ອງ ພິຈາລະນາແກ້ໄຂທັນຕາມກຳນົດ ເວລາ 119 ເລື່ອງ, ບໍ່ທັນຕາມກຳນົດເວລາ 10 ເລື່ອງ ຊຶ່ງສາເຫດທີ່ພາໃຫ້ການດຳເນີນຄະດີຊັກຊ້າ ໂດຍໄດ້ສັງລວມເອົາບັນດາເຫດຜົນ ທີ່ພາກສ່ວນກ່ຽວຂ້ອງຂຽນລົງໃນໃບຕິດ ຕາມການຈໍລະຈອນສຳນວນຄະດີ ແລະ ຄຳຮ້ອງ ແມ່ນພະນັກງານວິຊາການທີ່ຮັບຜິດຊອບຄະດີ ເຂົ້າຮ່ວມກອງປະຊຸມ ຫລື ໄປຝຶກອົບຮົມຕ່າງໆຢູ່ພາຍໃນ ຫລື ຕ່າງປະເທດ, ໄປເຮັດວຽກຕ່າງແຂວງ, ບາງຄະດີຢູ່ໃນຂັ້ນຕອນກາຍກຳນົດເວລາແລ້ວຂຽນເຫດຜົນໃສ່ວ່າ: ” ເຂົ້າຮ່ວມກອງປະຊຸມຢູ່ພາຍໃນ ຫລື ຕ່າງປະເທດ, ກວດຄຳຖະແຫລງຄືນ” ມີຄະດີ ຈຳນວນໜຶ່ງລໍຖ້າຜ່ານກອງປະຊຸມຄະນະນຳ, ສະພາແຫ່ງຊາດ ຫລື ຫລາຍພາກສ່ວນ; ຄະດີລໍຖ້າເກັບກຳຂໍ້ມູນຄືນ, ລໍຖ້າກວດຄຳຖະແຫລງທີ່ໄດ້ພິມແລ້ວ ຫລື ພິມແລ້ວກັບໄປ ແປງຄືນ; ຄວາມຮັບຜິດຊອບຂອງພະນັກງານ ແຕ່ລະຂັ້ນຈຳ ນວນໜຶ່ງ ຍັງບໍ່ທັນສູງ ຕໍ່ການແກ້ໄຂຄະດີ ອອກໃຫ້ທັນຕາມກຳນົດເວລາ.

ສຳລັບການຈັດຕັ້ງຜັນຂະຫຍາຍ ວຽກງານຢູ່ຂັ້ນທ້ອງຖິ່ນ ໄດ້ມອບໃຫ້ຫ້ອງການຈັດຕັ້ງຜັນຂະຫຍາຍກົນໄກ ຄຸ້ມຄອງການແກ້ໄຂຄົບວົງຈອນ ໄປສູ່ອົງການໄອຍະການ ປະຊາຊົນ ແຕ່ລະຂັ້ນ ໃນທົ່ວປະເທດ. ໃນສົກປີຜ່ານມາ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ເພື່ອຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ຢູ່ອົງການໄອຍະການປະຊາຊົນທ້ອງຖິ່ນຈຳນວນໜຶ່ງ ແລະ ກໍເຫັນໄດ້ວ່າຢູ່ອົງການໄອຍະການປະຊາຊົນພາກ, ບັນດາແຂວງ ແລະ ເຂດໄດ້ມີຂັ້ນຕອນການຈໍລະຈອນຄະດີ ແລະ ຄຳຮ້ອງຢ່າງເປັນລະບົບ, ກຳຂັ້ນຕອນຢ່າງຈະແຈ້ງ ແລະ ອື່ນໆ./.

 

ຂໍ້ມູນຈາກ (ຂປລ):

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 

*(ຂປລ): ການປັບປຸງຄ່າແຮງງານຕ່ຳສຸດ ສຳລັບຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຂອງຂະແໜງແຮງງານ ແລະ ສະຫວັດດີ ການສັງຄົມ (ຮສສ) ໃນສົກປີຜ່ານມາ ຈາກ 348.000 ກີບ ຂຶ້ນເປັນ 626.000 ກີບ ເພີ່ມຂຶ້ນ 80% ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ແຮງງານດີຂຶ້ນ ເທື່ອລະກ້າວ.

ພ້ອມນີ້ ຂະແໜງ ຮສສ ຍັງໄດ້ປະສານສົມທົບ ກັບອົງການໄຕພາຄີ ແລະ ຂະແໜງການກ່ຽວຂ້ອງ ເຄື່ອນໄຫວຄຸ້ມຄອງ ແລະ ປົກປ້ອງສິດ, ຜົນປະໂຫຍດຂອງຜູ້ອອກແຮງງານ ໃນຮູບແບບຕ່າງໆເປັນຕົ້ນ: ລົງຕິດຕາມກວດກາແຮງງານຢູ່ຫົວໜ່ວຍທຸລະກິດ ແລະ ໂຄງການຕ່າງໆ ຈຳນວນ 2 ພັນກວ່າແຫ່ງ ແລະ ເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ຕາມ ຫົວໜ່ວຍແຮງງານຕ່າງໆ ໄດ້ 255 ແຫ່ງ; ໄກ່ເກ່ຍ ຂໍ້ຂັດແຍ່ງໄດ້ 74 ກໍລະນີ ແລະ ໄດ້ເອົາໃຈໃສ່ຕິດຕາມແຮງງານລາວທີ່ປະສົບໄພນຳຖ້ວມ ຢູ່ປະເທດໄທ ກັບຄືນປະເທດໄດ້ 279 ຄົນ, ຍິງ 184 ຄົນ. ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິຕົກລົງເລກທີ 03/ລບ ຂອງລັດຖະບານກ່ຽວກັບ ການແກ້ ໄຂບັນຫາແຮງງານຕ່າງປະເທດທີ່ເຂົ້າມາອອກແຮງງານ ແລະ ເຮັດວຽກ ຢູ່ ສປປ ລາວ ແບບບໍ່ຖືກຕ້ອງ, ໂດຍກະຊວງ ຮສສ ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບຂອງຂະແໜງການຕົນຂຶ້ນ ເພື່ອເປັນເຈົ້າການປະສານສົມທົບ ກັບຄະນະຮັບ ຜິດຊອບຊີ້ນຳລວມຂອງລັດຖະບານ ພ້ອມກັນຄົ້ນຄວ້າສ້າງແຜນການ ແລະ ຊີ້ນຳພະແນກການສາຍຕັ້ງຂອງຕົນ ຢູ່ຂັ້ນທ້ອງຖິ່ນເຄື່ອນໄຫວເກັບກຳສະຖິຕິ, ຂຶ້ນບັນຊີແຮງງານ ຕ່າງປະເທດທີ່ເຮັດວຽກຖືກຕ້ອງ ແລະ ບໍ່ຖືກຕ້ອງ ຢູ່ ສປປ ລາວ ຊຶ່ງສາມາດເກັບກຳສັງລວມຕົວເລກເບື້ອງຕົ້ນໄດ້ຈຳນວນ 54.135 ຄົນ, ໃນນີ້ຂຶ້ນທະບຽນຖືກຕ້ອງ ຈຳນວນ 39.127 ຄົນ, ບໍ່ໄດ້ຂຶ້ນທະບຽນ 15.008 ຄົນ.

ນອກນີ້ ຂະແໜງ ຮສສ ຍັງໄດ້ຈັດກອງປະຊຸມ ເພື່ອເຜີຍແຜ່ບັນດາໜ້າວຽກທີ່ເປັນອັນຕະລາຍຕໍ່ແຮງງານເພດຍິງ ແລະ ແຮງງານເດັກນ້ອຍ ຢູ່ ສູນກາງ ແລະ 3 ແຂວງ, ມີຜູ້ເຂົ້າ ຮ່ວມ 77 ຄົນ; ຈັດຝຶກອົບຮົມວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານສຳລັບຂະແໜງການກໍ່ສ້າງ ແລະ ຄວາມເປັນອັນຕະລາຍຂອງສານເຄມີ, ມີຜູ້ເຂົ້າຮ່ວມ 40 ຄົນ ພ້ອມທັງໄດ້ປຶກສາຫາລື ກ່ຽວກັບກົນໄກການຊກຍູ້ຕິດຕາມກົນໄກການຈັດຕັ້ງປະຕິບັດຄ່າແຮງງານຂັ້ນຕ່ຳ ແລະ ໄດ້ຝຶກອົບຮົມ ກ່ຽວກັບການກວດກາແຮງງານ, ການຄຸ້ມຄອງແຮງ ງານ ໃຫ້ພະແນກ ຮສສ ແຂວງ ສາລະວັນ ແລະ ອື່ນໆ. ສິ່ງດັ່ງກ່າວໄດ້ກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍຍຸດທະສາດດ້ານການຄຸ້ມຄອງແຮງງານໃຫ້ມີຜົນສຳເລັດ ທັງ ເປັນການປົກປ້ອງ ແລະ ຄຸ້ມຄອງສິດຜົນປະໂຫຍດ ຂອງຜູ້ອອກແຮງງານໃຫ້ມີຄຸນນະພາບສູງກວ່າເກົ່າ./

ຂໍ້ມູນ ຈາກ kpl

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

 ຂ້ອຍສົນໃຈທຸລະກິດ ແອມສະຕາ,ໄດ້ຄົ້ນພົບ

YouTube แผนการตลาด Aim Star โดยคุณ สุไลมาน 01

 

ທ່ານໄດ້ອະທິບາຍກ່ຽວກັບທຸລະກິດ Aim Star 

ພາຍຫຼັງກ່າວຈຸດປຳສົງແລ້ວກ່ອນເຂົ້າເນື້ອໃນລະອຽດທ່ານໄດ້ບອກວ່າ:

ຖ້າໃຜຟັງ ແລະເຂົ້າໃຈກ່ຽວກັບເລື່ອງທີ່ທ່ານເວົ້ານັ້ນ(ກ່ຽວແຜນການຕະຫຼາດຂອງ ແອມ ສະຕາ) ແລ້ວຈະກັບໄປນອນບໍ່ຫຼັບ

ແຕ່ຖ້າຫາກຜູ້ໃດບໍ່ເຂົ້າໃຈຫຍັງເລີຍກໍ່ຈະກັບໄປນອນຫຼັບຝັນດີເໝືອນເດີມ,ເບິ່ງຮອດບ່ອນນັ້ນແລ້ວຂ້ອຍກໍ່ຢຸດບໍເບິ່ງຕໍ່ເພາະຢ້ານນອນບໍ່ຫຼັບ

 

ຕອນນີ້ຂ້ອງຍັງສົນໃຈ ແລະງົງໆ ຢູ່ວ່າແມ່ນທຸລກິດຫຍັງກັນແທ້,ຢາກຮູ້ແທ້ໆ ແຕ່ບໍ່ກ້າຟັງ ແລະບໍ່ກ້າຖາມຄົນອື່ນ

ຈະເຮັດຈັ່ງໃດດີ?

(ຫ້າມອະທິບາຍເລືອງ  Aim Star  ຢ້ານຫຼາຍຄົນນອນບໍ່ຫຼັບ,ສົງໃສວ່າເປັນທຸລະກິດທີ່ທໍລະມານທີ່ສຸດ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 - ທະຫານ ແມ່ນລູກຫຼານຂອງປະຊາຊົນ.

- ທະຫານ ມີໜ້າທີ່ປ້ອງກັນຊາດ(ຂ໊າສັຕູຂອງຊາດ)

- ປະຊາຊົນ ມີໜ້າທີ່ສ້າງສາພັດທະນາປະເທດຊາດ.

 

ຜ່ານມາຄວາມສຳພັນຂອງທະການກັບປະຊາຊົນແມ່ສະນິດແໜ້ນ ຈົນມີຂະໜານນາມວ່າ: ທະຫານ ກັບປະຊາຊົນເໝືອນປາກັບນ້ຳ

 

ຕົກມາຮອດປະຈຸບັນສັງຄົມແກ້ງແຍ່ງແຂ່ງຂັນສູງ,ມີບາງທ້ອງຖິ່ນ,ບາງບ້ານ,ບາງເຂດ,ບາງກອງ,ບາງໝວດໝູ່.

ໄດ້ສວຍໃຊ້ຈັ່ງວະ,ກາລະໂອກາດ,ໜ້າທີ່ຕຳແໜ່ງ ນາບຂູ່,ຮັບສິນບົນ,ຢຶດຈ່ອງວັຖຸຸອຸປະກອນ,ເຄຶ່ອງຂອງທຳມາຫາກິນ,ສິນຄ້າບາງສະນິດທີ່ປະຊາຊົນຫາໄດ້.

ມາເປັນຂອງຕົນ ແລະພັກພວກ.

ຈາກພຶດຕິກຳດັ່ງກ່າວໄດ້ເຮັດໃຫ້ຄວາມຮູ້ສຶກຂອງປະຊາຊົນຢູ່ບາງທ້ອງຖີ່ນປ່ຽນໄປ,ຈົນມີຂະໜານນາມໃໝ່: (ທະຫານກັບປະຊາຊົາ ເໝືອນໝາກເພັດກັບແກ່ນຕາ).

ອັນໄດ້ສ້າງພາບພົດບໍ່ດີແກ່ທະຫານ.(ໂດຍທົ່ວໄປແລ້ວຍັງຮັກສາໄດ້ດີ ແຕ່ມີບາງກອງ,ບາງໝວດໝູ່ ຫຼື ຈຸທີ່ມີໜ້າທີ່ກວດກາ)

 

ເລນິນໄດ້ຂຽນໄວ້ວ່າ: ທະຫານບໍ່ຄວນເຂົ້າຫຍຸ້ງກ່ຽວກັບເສດຖະກິດ,ຫາກທະຫານເຂົ້າກ່ຽວພັນກັບເສດທຖະກິດຍາມໃດພວກເຂົາຈະລືມໜ້າທີ່ຂອງເຂົາເຈົ້າ.

 

ສັງເກດແລ້ວທິດສະດີນີ້ແມ່ນຖືກຕ້ອງ,ເພາະປະກົດການທີ່ວ່ານີ້ມັກເກີດຢູ່ກັບຈຸທະຫານຕາມຈຸກກວດກາ,ໂດຍມັກອ້າງວ່າກວດກາເພາະມີສະພາບ ແຕ່ຕົວຈິງແລ້ວແມ່ນກວດສະເພາະລົດທີ່ມີການສົງໃກວ່າແມ່ນລົດແກ່ໄມ້ຂະຍຸງ

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ນາງ ໄມປັນ .ເຈົ້າຂອງຮ້ານຕົວແທນຈຳໜ່າຍບັດທຸກເຄືອຄ່າຍ,ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ ໄດ້ເວົ້າວ່າ:  ນັບແຕ່ເດືອນ 10 / 2012 ເປັນຕົ້ນມາ ( ETL )ໄດ້ຜະລິດບັດໃໝ່ອອກມາຈຳໜ່າຍເຊິ່ງມີຮູບຮ່າງລັກສະນະສີສັນຕ່າງຈາກບັດລຸ້ນເກົ່າຫຼາຍ,ໂດຍສະເພະາະບັດໃໝ່ນີ້ມີຂະໜາດໜ້ອຍເທົ່າກັບ 1 ສ່ວນ 2 ຂອງບັດລຸ່ນເກົ່າ ແຖມບັນຈຸດຫຸ້ມຫໍ່ໃສ່ຊອງ 2 ບັດເຂົ້າໃນຊອງດຽວກັນ,ອັນເປັນຕົ້ນເຫດໃຫ້ຕົວແທນຈຳໜ່າຍຫຼາຍລາຍທ່ານມີຄວາມສັບສົນໃນການຂາຍ,ບາງຄັ້ງຂາຍຫຼົງ,ລູກຂາຍຊື້ 1 ບັດ ຈີກໃຫ້ລູກຄ້າ 1 ຊອງພັດມີສອງບັດ,ມີຕົວແທນຈຳໜ່າຍຫຼາຍຮ້ານເວົ້າວ່າ: ຫາກຜູ້ສຳຄັນບໍ່ຢູ່ຮ້ານມື້ໃດແມ່ນຈຳເປັນຕ້ອງໄດ້ເຊື່ອງບັດ ( ETL ) ໄວ້ບໍ່ໃຫ້ພະນັກງານ ຫຼື ລູກຫຼານຄົນອື່ນຂາຍ ເພາະເຄີຍຂາຍຫຼົງມາແລ້ວ ແລະອີກຢ່າງໜຶ່ງປະຈຸບັນນີ້ລູກຄ້າສ່ວນໃຫຍ່ໃຊ້ຫຼາຍເບີຢູ່ແລ້ວ ບໍ່ມີຢ່າງນີ້ເຂົາກໍ່ໃຊ້ຢ່າງອື່ນ,ຈາກບັນຫານີ້ມັນໄດ້ສົ່ງຜົນໃຫ້ຍອດຂາຍບັດ( ETL )ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊໄດ້ລຸດລົງຢ່າງເຫັນໄດ້ຊັດ,ກ່ອນໜ້ານີ້ ( ETL ) ຄອງຍອດຂາຍຢູ່ປະມານ 30%, ເອມໂຟນ 35% ແລະ ຢູ່ນີເທວ 35%.ປະຈຸບັນນີ້ ( ETL ) ຄອງຍອດຂາຍພຽງ 10% ,ເອມໂຟນ 45% ແລະ ຢູນີເທວ 45%.

 

ນາງບອກວ່າ: ຢາກໃຫ້ຜູ້ຜະລິດບັດທຸກລຸ້ນ,ທຸກຊະນິດ ກ່ອນຜະລິດບັດໃຫ້ຄຳນຶງເຖິງຂໍ້ສະດວກໃຫ້ແກ່ຜູ້ຂາຍເປັນຫຼັກ,ເປັນຕົ້ນຄວນຮັກສາຄວາມເປັນເອກະລັກຂອງບັດແຕ່ລະຊະນິດ,ແຕ່ລະລາຄາ,ໂດຍສະເພາະແມ່ນສີ ແລະ ຂະໜາດຂອງບັດ ນັບທັງດ້ານໜ້າ ແລະດ້ານຫຼັງຄວນຮັກສາແບບເດີມ,ສ່ວນຮູບພາບ,ເນື້ອຄວາມຕ່າງໆໃນບັດບໍ່ໄດ້ສົ່ງຜົນກະທົບຫຍັງກັບການຂາຍ,ສົມມຸດບັດ ( ETL ) 10 ພັນໃຫ້ເປັນສີສົ້ມ ແລະແຕກຕ່າງຈາກບັດຊະນິດອຶ່ນໆ,ທັງນີ້ຜູ້ຂາຍຈະຊອກຫາໄດ້ງ່າຍເມືອມີລູກຄ້າຖາມຊື້,ເພາະຜ່ານມາມີບັດບາງຊະນິດ,ບາງລາຄາມີສີສັນຄ້າຍຄືກັນເຫຼືອເກີນ,ເວລາລູກຄ້າຖາມຊື້ໄດ້ຊອກຄົ້ນປີ້ນໄປ

ປີ້ນມາກໍ່ບໍ່ເຫັນທັ້ງໆທີ່ບັດນັ້ນຄົນໄປມາຫຼາຍຮອບກໍ່ຍັງບໍ່ຮູ້

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ທ້າວ ແກ້ວ ອາ­ຍຸ 62 ປີ ອາ­ຊີບ​ກຳ­ມະ­ກອນ​ຢູ່​ບ້ານ​ທ່າ​ນາ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ນາ​ຊາຍ​ທອງ ຈັບ​ກຸມ​ຕົວ​ເປັນ​ຄັ້ງ​ທີ 3  ວັນ​ທີ 24 ກໍ­ລະ­ກົດ 2012.

ຜ່ານ​ມາ ທ້າວ ແກ້ວ ກໍ່​ມີ​ປະ­ຫວັດ​ລັກ​ເລັກ​ຂະ­ໂມຍ​ນ້ອຍ​ຢູ່​ຕາມ​ສະ­ຖານ­ທີ່​ກໍ່­ສ້າງ​ຕ່າງໆ ເຊັ່ນ: ລັກ​ເຫຼັກ​ເສັ້ນ​ຢູ່​ແຄມ​ທາງ​ແຖວ T2 ຈຳ­ນວນ 33 ຄັ້ງ ຄັ້ງ​ລະ 15-20 ກິ​ໂລ​ກຼາມ ຂາຍ​ໄດ້ 30.000-40.000 ກີບ ພໍ­ໄດ້​ເງິນ​ມາ​ກໍ່​ໄປ​ຊື້​ຢາ​ບ້າ​ມາ​ເສບ ແລະ ຫຼິ້ນ​ກິນ​ຟຸມ​ເຟືອຍ​ຈົນ​ໝົດ .

ຂໍ້ມູນຈາກ ວຽງຈັນໃໝ່

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ການ​ເງິນ ຫົວ­ໜ້າ​ອະ­ນຸ​ກຳ­ມະ­ການ​ງົບ­ປະ­ມານ​ລາຍ​ຈ່າຍ ແລະ ຈັດ​ຊື້​ພາ­ຫະ­ນະ ໄດ້​ຖະ­ແຫຼງ​ຕໍ່​ສື່​ມວນ​ຊົນ​ຂະ­ແໜງ­ການ​ຕ່າງໆ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ກະ­ກຽມ​ຂອງ​ອະ­ນຸ​ກຳ­ມະ­ການ​ດັ່ງ­ກ່າວ ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ ອາ­ຊີ-ເອີ​ຣົບ (ASEM) ຄັ້ງ​ທີ 9 ວ່າ​ບໍ່​ກະ­ທົບ​ເຖິງ​ລາຍ​ຈ່າຍ​ຮ່ວງ​ອື່ນໆ ລວມ​ໄປ​ເຖິງ​ການ​ປະ­ຕິ­ບັດ​ເງິນ­ເດືອນ​ໃໝ່​ຂອງ​ພະ­ນັກ­ງານ ລັດ­ຖະ­ກອນ.

ພິ­ທີ​ຖະ­ແຫຼງ​ຂ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນ­ຍາ 2012 ທີ່​ກະ­ຊວງ​ການ​ເງິນ ຊຶ່ງ​ມີ​ບາງ​ຕອນ ທ່ານ ພູ​ເພັດ ຄຳ​ພູນ​ວົງ ໄດ້​ກ່າວ​ວ່າ: ສຳ­ລັບ​ອະ­ນຸ​ກຳ­ມະ­ການ​ໃນ​ການ​ກະ­ກຽມ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ຄັ້ງ​ນີ້ ມາ​ຮອດ​ປັດ­ຈຸ­ບັນ ດ້ານ​ງົບ­ປະ­ມານ​ແມ່ນ​ມີ​ຄວາມ​ກຽມ­ພ້ອມ ຊຶ່ງ​ໃນ​ການ​ສະ­ຫຼຸບ​ຄວາມ​ຕ້ອງ­ການ​ກໍ​ມີ​ຢ່າງ​ຫຼວງ­ຫຼາຍ ແຕ່​ຜ່ານ​ການ​ປະ­ສານ​ງານ​ການ​ຄິດ­ໄລ່​ກັບ​ບັນ­ດາ​ກະ­ຊວງ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເຫັນ​ວ່າ​ຕົວ​ເລກ​ຢູ່​ໃນ​ລະ­ດັບ 240 ຕື້​ກີບ ນີ້​ແມ່ນ​ສະ­ເພາະ​ງົບ­ປະ­ມານ​ພາຍ​ໃນ ຊຶ່ງ​ໃນ​ນັ້ນ​ແມ່ນ​ງົບ­ປະ­ມານ​ທີ່​ຂຶ້ນ​ໄວ້ ໃນ​ສົກ​ປີ 2011-2012ມີ​ຢູ່ 175ຕື້​ກີບ ສ່ວນ​ທີ່​ເຫຼືອ​ແມ່ນ​ຈັດ​ສັນ​ເຂົ້າ​ໃນ​ສົກ​ປີ 2012-2013ມາ​ຮອດ​ປັດ­ຈຸ­ບັນ ດ້ານ​ງົບ­ປະ­ມານ​ໃນ​ການ​ກະ­ກຽມ​ມີ​ພຽງ­ພໍ ແລະ ຍັງ​ຮັກ­ສາ​ໄວ້​ເພື່ອ​ເປັນ​ງົບ​ສຸກ​ເສີນ ໃນ​ນັ້ນ​ແບ່ງ​ເປັນ​ງົບ​ໃຊ້​ຈ່າຍ​ວຽກ​ງານ​ບໍ­ລິ­ຫານ​ຂອງ​ບັນ­ດາ​ອະ­ນຸ​ກຳ­ມະ­ການ​ຕ່າງໆ ແລະ ການ​ຈັດ​ຊື້​ພາ­ຫະ­ນະ​ເພື່ອ​ມາ​ຮັບ​ໃຊ້​ກອງ​ປະ­ຊຸມ ປັດ­ຈຸ­ບັນ ພວກ​ເຮົາ​ສາ­ມາດ​ຈັດ​ຊື້​ພາ­ຫະ­ນະ ແລະ ນຳ​ເຂົ້າ​ມາ​ໄດ້​ຢ່າງ​ຄົບ​ຖ້ວນ​ໝົດ​ແລ້ວ.

ນອກ­ຈາກ​ນີ້ ພວກ​ເຮົາ​ຍັງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ປະ­ເທດ​ເພື່ອນ​ມິດ ເຊັ່ນ: ຊ່ວຍ­ເຫຼືອ​ເຂົ້າ​ໃນ​ການ​ກະ­ກຽມ ເປັນ­ຕົ້ນ​ແມ່ນ ຫໍ​ປະ­ຊຸມ ວັດ­ຖຸ​ອຸ​ປະ­ກອບ​ຮັບ​ໃຊ້​ກອງ​ປະ­ຊຸມ​ຈຳ­ນວນ​ໜຶ່ງ ຊຶ່ງ​ຕົວ​ເລກ​ໃນ​ການ​ຊ່ວຍ­ເຫຼືອ​ປະ­ກອບ​ມີ ສ.ສ ຫວຽດ­ນາມ ໃຫ້­ການ​ຊ່ວຍ­ເຫຼືອ 500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4 ຕື້​ກີບ ແລະ ຍັງ​ມີ​ວັດ­ຖຸ​ອຸ­ປະ­ກອນ​ຈຳ­ນວນ​ໜຶ່ງ ສປ.ຈີນ ໄດ້​ຊ່ວຍ​ເປັນ​ປະ­ເພດ​ຊ່ວຍ­ເຫຼືອ​ລ້າ ປະ­ມານ 450 ລ້ານ​ຢວນ (ເງິນ​ຈີນ) ຫຼື ປະ­ມານ 566 ຕື້​ກີບ ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ 37 ລ້ານ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 296 ຕື້​ກີບ ແລະ ຍັງ​ໄດ້​ຊ່ວຍ­ເຫຼືອ​ລົດ­ເມ ລົດ​ບັດ ຈຳ­ນວນ 10 ຄັນ ລົດ​ຮັບ​ໃຊ້​ວຽກ​ງານ ປກສ ລົດ​ສະ­ຫຼາມ 4 ຄັນ ນອກ­ຈາກ​ນັ້ນ​ຍັງ​ມີ​ຍີ່­ປຸ່ນ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ເປັນ​ຈຳ­ນວນ​ເງິນ ປະ­ມານ 1.935 ລ້ານ​ເຢັນ ຫຼື ປະ­ມານ 196 ຕື້​ກີບ ແລະ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 24 ຕື້​ກີບ ໄທ 190 ລ້ານ​ບາດ ຫຼື ປະ­ມານ 47 ຕື້​ກີບ ໃນ​ນີ້ ການ​ຊ່ວຍ­ເຫຼືອ​ລ້າ​ປະ­ມານ 30% ສ່ວນ​ທີ່​ເຫຼືອ​ແມ່ນ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ບຣູ​ໄນ​ໃຫ້­ການ​ຊ່ວຍ­ເຫຼືອ​ປະ­ມານ 500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4 ຕື້​ກີບ ສະ­ຫະ­ພາບ​ເອີ​ຣົບ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ໄປ​ທັດ­ສະ­ນະ​ສຶກ​ສາ ຖອດ​ຖອນ​ບົດ­ຮຽນ​ໃນ​ການ­ຈັດ­ຕັ້ງ​ກອງ​ປະ­ຊຸມ​ຢູ່​ບັນ­ດາ​ປະ­ເທດ​ທີ່​ເຂົາ­ເຈົ້າ​ເຄີຍ​ຈັດ​ມາ​ແລ້ວ ໃນ​ຂົງ­ເຂດ​ເອີ​ຣົບ ເປັນ​ມູນ​ຄ່າ 100.000 ກວ່າ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 800 ລ້ານ​ກີບ ແລະ ຍັງ​ໄດ້​ສະ­ໜອງ​ພາ­ສາ​ແປ ມີ​ຢູ່ 6 ພາ­ສາ ແຕ່​ລະ​ພາ­ສາ​ມີ 3 ຄົນ ນອກ​ນັ້ນ​ຍັງ​ມີ​ອົດ​ສະ​ຕຣາ​ລີ ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ແງ່​ຂອງ​ການ​ເຝິກ​ອົບ​ຮົບ​ພາ­ສາ​ອັງ­ກິດ ວຽກ​ງານ​ພິ­ທີ­ການ​ສຳ­ລັບ​ການ​ຈັດ​ກອງ​ປະ­ຊຸມ ສິງ­ກະ­ໂປ​ສ່ວນ​ໃຫຍ່​ແມ່ນ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ການ​ເຝິກ­ອົບ­ຮົມ​ໃຫ້​ແກ່​ການ​ກະ­ກຽມ ການ​ຈັດ​ກອງ​ປະ­ຊຸມ​ໃນ​ລະ­ດັບ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ ການ​ແປ​ພາ­ສາ ການ​ຈັດ​ປຶ້ມ​ຄູ່​ມື ການ​ສະ­ໜອງ​ອຸ­ປະ­ກອນ​ເຄື່ອງ​ສຽງ​ຕ່າງໆ ແລະ ຍັງ​ມີ​ປາ​ກິດ​ສະ­ຖານ ນຳ​ອີກ.

ທ່ານ ພູ​ເພັດ ຄຳ​ພູນ​ວົງ ກ່າວ​ຕື່ມ​ວ່າ: ການ​ນຳ​ໃຊ້​ງົບ­ປະ­ມານ​ໃນ​ການ​ຈັດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທີ່​ຫຼາຍ​ຄົນ​ອາດ​ຄິດ​ໃສ່​ວ່າ​ຈະ​ກະ­ທົບ​ໃສ່​ກັບ​ຮ່ວງ​ເງິນ​ອື່ນໆ ການ​ຂະ­ຫຍາຍ­ຕົວ​ຂອງ GDP ນັ້ນ ແມ່ນ​ບໍ່​ໃຫ້​ເປັນ​ຫ່ວງ ເນື່ອງ​ຈາ​ກວ່າ​ວຽກ​ງານ​ກະ­ກຽມ​ການ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ນີ້ ລັດ­ຖະ­ບານ​ໄດ້​ມີ​ການ​ກະ­ກຽມ​ເປັນ​ເວ­ລາ​ຍາວ​ນານ​ພໍ​ສົມ­ຄວນ ທຸກ​ຢ່າງ​ແມ່ນ​ຈັດ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ​ທັງ​ໝົດ​ແລ້ວ ດັ່ງ­ນັ້ນ ການ​ນຳ​ໃຊ້​ງົບ­ປະ­ມານ​ເຂົ້າ​ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ ແມ່ນ​ບໍ່​ກະ­ທົບ​ໃສ່​ຮ່ວງ​ເງິນ​ອື່ນໆ ລວມ​ໄປ​ເຖິງ​ແຜນ­ການ​ປະ­ຕິ­ບັດ​ເງິນ­ເດືອນ​ໃໝ່​ຂອງ​ພະ­ນັກ­ງານ ແມ່ນ​ຕ້ອງ​ໄດ້​ເບີກ​ຈ່າຍ​ໃນ​ເດືອນ​ຕຸ­ລາ​ນີ້​ຢ່າງ​ແນ່­ນອນ.

ວຽວຈັນໃໝ່ ວັນທີ 19 ກັນຍາ 2012 - ເວລາ 11:19:03

ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ການ​ເງິນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 
 

ໃນ​ປັດ­ຈຸ­ບັນ​ນີ້ ເຖິງ​ວ່າ​ວົງ​ການ​ສື່​ມວນ​ຊົນ ນັກ​ປະ­ພັນ ນັກ​ກະ­ວີ ພວກ​ເຮົາ​ມີ​ຄວາມ​ເຕີບ​ໃຫຍ່​ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ກໍ​ຈິງ ແຕ່​ຜົນ­ງານ​ການ­ເຄື່ອນ­ໄຫວ​ຜ່ານ​ມາ ສ່ວນ​ໃຫຍ່​ຍັງ​ຕິດ​ພັນ ແຕ່​ຢູ່​ຂັ້ນ​ສູນ​ກາງ​ຈິ່ງ​ເຮັດ​ໃຫ້​ເນື້ອ​ໃນ​ຂ່າວ ບົດ​ຂຽນ​ຍັງ​ຫ່າງ​ເຫີນ​ຈາກ​ປະ­ຊາ­ຊົນ​ເຂດ​ທ້ອງ­ຖິ່ນ​ຊົນ­ນະ­ບົດ ເຊິ່ງ​ເຂົາ­ເຈົ້າ​ເຫຼົ່າ­ນັ້ນ​ມີ​ປັດ​ໄຈ​ພົ້ນ​ເດັ່ນ​ໃນ​ການ​ຜະ­ລິດ ແລະ ທ່າ­ແຮງ​ຫຼາຍ​ຢ່າງ​ໃນ​ແບບ­ແຜນ​ການ​ດຳ­ລົງ​ຊີ­ວິດ​ທີ່​ຄວນ​ຈະ​ໄດ້​ຮັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່.

ທ່ານ ເຈືອງ ສົມ­ບູນ​ຂັນ ເລ­ຂາ­ທິ­ການ​ສູນ​ກາງ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ໄດ້​ກ່າວ​ໃນ​ພິ­ທີ​ສະ­ຫຼຸບ​ການ​ກວດ​ສອບ ແລະ ປະ­ດິດ​ແຕ່ງ​ວັນ­ນະ­ຄະ­ດີ ກ່ຽວ​ກັບ​ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ວ່າ: ຜ່ານ​ມາ​ການ​ສະ­ເໜີ​ຂ່າວ ແລະ ເນື້ອ​ໃນ​ບົດ​ປະ­ພັນ​ວັນ­ນະ­ຄະ­ດີ​ຍັງ​ບໍ່​ທັນ​ຕິດ​ພັນ​ກັບ​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ ນັກ​ຂ່າວ ນັກ​ຂຽນ ສ່ວນ​ໃຫຍ່ ແມ່ນ​ເຮັດ​ໜ້າ­ທີ່​ແຕ່​ຢູ່​ຂັ້ນ​ສູນ​ກາງ ສະ­ນັ້ນ ເນື້ອ​ຂ່າວ​ຈິ່ງ​ວົນ­ວຽນ​ແຕ່​ກອງ​ປະ­ຊຸມ ການ​ຮັບ­ແຂກ ຂ່າວ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ກະ­ຊວງ ກົມ​ກອງ ຫ້ອງ­ການ​ໃດ​ໜຶ່ງ ນັ້ນ​ກໍ​ເປັນ​ເລື່ອງ​ທີ່​ດີ​ຢູ່ ແຕ່​ເຮັດ​ໃຫ້­ການ​ສ່ອງ​ແສງ​ຂ່າວ​ຍັງ​ຂາດ​ຄວາມ​ສົມ​ດູນ​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເຫດ​ທີ່​ເປັນ​ແນວ​ນັ້ນ ຍ້ອນ​ພວກ​ເຮົາ​ຍັງ​ເຮັດ​ບໍ່​ທັນ​ໄດ້​ກ່ຽວ​ກັບ​ໜ້າ­ທີ່​ບົດ­ບາດ​ຂອງ​ສື່​ມວນ​ຊົນ ໃນ​ຫ້າ​ຄຸນ​ລັກ­ສະ­ນະ ຄື: ລັກ­ສະ­ນະ​ພັດ ລັກ­ສະ­ນະ​ຄວາມ​ຈິງ ລັກ­ສະ­ນະ​ມະ­ຫາ­ຊົນ ລັກ­ສະ­ນະ​ວ່ອງ­ໄວ ແລະ ລັກ­ສະ­ນະ​ກະ­ທັດ​ຮັດ​ຈະ­ແຈ້ງ ໃນ​ນັ້ນ ການ​ສ່ອງ​ແສງ​ຂ່າວ​ໄລ­ຍະ​ຜ່ານ​ມາ ຍັງ​ຂາດ​ລັກ­ສະ­ນະ​ມະ­ຫາ­ຊົນ ການ​ລົງ​ຕິດ­ຕາມ​ເຫດ­ການ ວິ­ຖີ​ຊີ­ວິດ ການ​ສ້າງ­ສາ​ພັດ­ທະ­ນາ​ຢູ່​ເຂດ​ຊົນ­ນະ­ບົດ​ແມ່ນ​ຍັງ ໜ້ອຍ​ຫຼາຍ ສະ­ນັ້ນ ເນື້ອ​ຫາ​ຂ່າວ​ຈິ່ງ​ບໍ່​ເປັນ​ທີ່​ສົນ­ໃຈ​ຂອງ​ປະ­ຊາ­ຊົນ​ເຂດ​ທ້ອງ­ຖິ່ນ ເພາະ​ຊົນ­ນະ­ບົດ ແມ່ນ​ບ່ອນ​ເຕົ້າ­ໂຮມ​ຂອງ​ປະ­ຊາ­ກອນ​ສ່ວນ​ໃຫຍ່ ແມ່ນ​ບ່ອນ​ທຳ​ການ​ຜະ­ລິດ​ແມ່ນ​ບ່ອນ​ສ້າງ​ຜະ­ລິດ​ຕະ​ພັນ​ຕ່າງໆ ທັງ​ແມ່ນ​ບ່ອນ​ກຳ­ເນີດ​ມູນ­ເຊື້ອ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ ສະ­ນັ້ນ ຮູບ​ແບບ​ວິ­ຖີ​ຊີ­ວິດ ໃນ​ການ​ພັດ­ທະ­ນາ​ຂອງ​ເຂົາ­ເຈົ້າ ຄວນ​ຈະ​ຕ້ອງ​ໄດ້​ຮັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ຄຽງ​ຄູ່ ແລະ ສົມ​ດູນ ກັບ​ການ­ເຄື່ອນ­ໄຫວ​ລະ­ຫວ່າງ​ຂັ້ນ​ເທິງ​ຢ່າງ​ສົມ­ສ່ວນ​ກັນ.

ຢາກ​ເຮັດ​ໄດ້​ແນວ​ນັ້ນ ນັກ​ຂ່າວ ນັກ​ຂຽນ ຕ້ອງ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ທາງ​ດ້ານ​ການ­ເມືອງ-ແນວ​ຄິດ ຮຽນ​ຮູ້​ວິ­ທີ​ການ​ນຳ​ສະ­ເໜີ​ຂ່າວ​ໃຫ້​ເລິກ­ເຊິ່ງ ພ້ອມ​ນັ້ນ ນັກ​ຂ່າວ ນັກ​ຂຽນ ກໍ​ຄວນ​ວາງ​ເປົ້າ​ໝາຍ ໂຄງ​ສ້າງ​ການ­ເຄື່ອນ­ໄຫວ ເນື້ອ​ຫາ​ຂ່າວ ພື່​ອ​ຫັນ​ທິດ​ສູ່​ການ​ພັດ­ທະ­ນາ ແລະ ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ກວ້າງ­ຂວາງ ສະ­ນັ້ນ ອາ­ຊີບ​ນັກ​ຂ່າວ ນັກ​ຂຽນ ແມ່ນ​ຂົວ​ຕໍ່​ສຳ­ຄັນ​ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ລະ­ຫວ່າງ​ຂັ້ນ​ເທິງ ແລະ ປະ­ຊາ­ຊົນ ຢາກ​ເຮັດ​ໄດ້​ແນວ​ນັ້ນ ອົງ­ການ​ທີ່​ກ່ຽວ­ຂ້ອງ​ກໍ​ຕ້ອງ​ຍົກ​ສູງ​ພາ­ລະ​ບົດ­ບາດ​ນັກ​ຂ່າວ-ນັກ​ຂຽນ​ຂຶ້ນ​ຕື່ມ​ອີກ​ບາດ­ກ້າວ​ໜຶ່ງ ສະ­ໜອງ​ນະ­ໂຍ­ບາຍ ງົບ­ປະ­ມານ ເຄື່ອງ­ມື​ອຸ­ປະ­ກອນ​ທີ່​ຈຳ­ເປັນ ເພື່ອ​ສະ­ດວກ​ໃນ​ການ­ເຄື່ອນ­ໄຫວ ພ້ອມ​ທັງ​ໃຫ້­ການ​ຮ່ວມ​ມື​ເປັນ​ຢ່າງ​ດີ.

ທ່ານ ເຈືອງ ສົມ­ບູນ​ຂັນ ຍັງ​ໄດ້​ຢ້ຳ​ເຖິງ​ການ​ນຳ​ສະ­ເໜີ​ຂ່າວ​ອີ​ກວ່າ: ຜ່ານ​ມາ​ຂ່າວ​ພວກ​ເຮົາ​ເວົ້າ​ແຕ່​ດ້ານ​ບວກ ຄວາມ​ຈິງ​ແລ້ວ ແບບ­ແຜນ​ສັງ­ຄົມ​ຍ່ອມ​ມີ​ສອງ​ດ້ານ​ຄຽງ​ຄູ່​ກັນ ຫາກ​ສະ­ເໜີ​ແຕ່​ດ້ານ​ດຽວ ກໍ​ເທົ່າ​ກັບ​ວ່າ ຂ່າວ​ຍັງ​ຂາດ​ທັດ­ສະ­ນະ​ຄວາມ​ຈິງ ສະ­ນັ້ນ ອັນ​ທີ່​ເປັນ​ສິ່ງ​ຫຍໍ້­ທໍ້​ກໍ​ຄວນ​ກ່າວ​ເຖິງ ແຕ່​ນັກ​ຂ່າວ​ກໍ​ຕ້ອງ​ມີ​ວິ­ໄສ​ທັດ​ໃນ​ການ​ສະ­ເໜີ​ສິ່ງ​ຫຍໍ້­ທໍ້​ເຫຼົ່າ­ນັ້ນ​ຢ່າງ​ສ້າງ­ສັນ ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ ລະ­ບຽບ​ກົດ­ໝາຍ ປັດ​ໄຈ​ສຳ­ຄັນ​ທີ່​ຈະ​ຮ່ວມ​ແກ້​ໄຂ​ບັນ­ຫາ​ທີ່​ກ່າວ​ມາ​ນັ້ນ ກ່ອນ​ອື່ນ​ໝົດ​ຕ້ອງ​ຍົກ​ລະ­ດັບ​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ຂອງ​ນັກ​ຂ່າວ ນັກ​ຂຽນ ໃຫ້​ກຳ​ໄດ້​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ຮຽນ​ຮູ້​ເຕັກ­ນິກ​ວິ­ຊາ​ການ​ຢ່າງ​ເປັນ​ປະ­ຈຳ ທຸກ​ສຳ­ນັກ​ຂ່າວ​ຕ້ອງ​ຮູ້​ວາງ​ໂຄງ​ສ້າງ​ຂ່າວ ເພື່ອ​ຮັບ​ໃຊ້​ການ­ເຄື່ອນ­ໄຫວ​ໃນ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ໃຫ້​ສົມ​ດູນ​ກັນ ຂຶ້ນ​ແຜນ​ງົບ­ປະ­ມານ​ໃນ​ການ­ເຄື່ອນ­ໄຫວ​ຢ່າງ​ເໝາະ​ສົມ ທຸກ​ຝ່າຍ​ທີ່​ກ່ຽວ­ຂ້ອງ​ກໍ​ຄວນ​ໃຫ້­ການ​ສະ­ໜັບ­ສະ­ໜູນ ທັງ​ກຳ­ລັງ​ແຮງ ກຳ­ລັງ​ຊັບ ແລະ ສະ­ຕິ​ປັນ­ຍາ ເພື່ອ​ໃຫ້​ວຽກ​ງານ​ຂະ­ແໜງ​ດັ່ງ­ກ່າວ​ໄດ້​ເຮັດ​ບົດ­ບາດ ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ຮັບ​ໃຊ້​ພັກ ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ.

ໂດຍ: ບຸນ​ທະ­ວີ ຈຳ​ປາ­ທອງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

* ພັກ-ລັດຖະບານ​ບານ​ໄດ້​ຖື​ເອົາວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ເປັນ​ວຽກ​ງານ​ຍຸດ​ທະ​ສາດ​ສຳຄັນ ​ໃນ​ການ​ພັດທະ​ນາ​ປະ​ ເທດ​ໂດຍ​ໄດ້​ສຸມ​ໃສ່​ການ​ຊຸກ​ຍູ້​ຕິດຕາມ​ການຈັດຕັ້ງປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ການຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ, ການ​ພັດທະນາ​ຊາຍ​ແດນ, ​ໂຄງການ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ປ່ອຍ​ສິນ​ເຊື່ອ​ຂອງ​ທະ ນາຄານ ​ນະ​ໂຍບາຍ, ກອງ​ທຶນ​ພັດທະນາ​ບ້ານ ​ແລະ ​ໂຄງການ​ອື່ນໆ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ພ້ອມກັນນັ້ນກໍ​ໄດ້​ ເອົາ​ໃຈ​ ໃສ່​ຈັດຕັ້ງ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ເຊື່ອມ​ຊຶມ​ກ່ຽວ​ກັບ​ທິດ​ທາງ​ຄາດໝາຍ​ສູ້​ຊົນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ, ປັບປຸງ​ການ ຈັດ​ຕັ້ງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ຂອງ​ຕົນ​ເປັນ​ເຈົ້າ​ການ​ປະສານ​ງານ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ຂອງ​ບັນດາ​ຂະ​ແໜງ​ການ.

​ໃນທ້າຍ​ສົກ​ປີ 2011-2012 ຄາ​ດວ່າ​ອັດຕາ​ຄວາມທຸກ​ຍາກ​ຍັງ​ເຫລືອ​ປະມານ 22% ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ ໃນ​ສົກ​ປີ 2010-2011 ປະມານ 24%, ອັດຕາ​ຄົວ​ເຮືອນ​ທຸກ​ຍາກ​ຍັງ​ເຫລືອ​ປະມານ 17% ຂອງ​ຈຳນວນ​ຄົວ​ເຮືອນ​ທັງ​ໝົດ(​ໃນ​ສົກ​ປີ 2010-2011 ປະມານ 19%) ສຸມ​ໃສ່​ຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ​ຂອງ​ພົນລະ​ເມືອງ, ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ຂະ​ແໜງ​ ການ​ທີ່​ກ່ຽວຂ້ອງ​ຈັດຕັ້ງປະຕິບັດ​ວຽກ​ງານ​ດັ່ງກ່າວ​ຢ່າງ​ມີ​ເປົ້າ​ໝາຍ ​ແລະ ສອດຄ່ອງ​ກັບ​ສະພາບ​ທ້ອງ​ຖິ່ນ​ເປັນຕົ້ນ​ຢູ່​ແຂວງ​ບໍ່​ແກ້ວ​ໄດ້​ປະຕິບັດ 3 ຈຸດ​ລວມມີ 13 ບ້ານ, 502 ຄອບຄົວ 1.336 ຄົນ, ​ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 03/ກມສພ ບັນດາ​ແຂວງ ​ແລະ ​ເມືອງ​ໄດ້​ຮີບ​ຮ້ອນ​ກຳນົດ​ບ້ານ​ໃຫຍ່​ທີ່​ຈະ​ສ້າງ​ ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ສ້າງ​ແຜນ​ງານ​ໂຄງການ​ພັດທະນາ​ບໍລິ​ເວນ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ໃຈກາງ​ທາງ​ດ້ານ​ເສດ ຖະກິດ-ວັດທະນະ​ທຳ-ສັງ ຄົມ, ປກສ-ປກຊ, ທະນາຄານ​ນະ​ໂຍບາຍ​ໄດ້​ຂະຫຍາຍ​ສາຂາ​ກວມ 47 ຕົວ​ເມືອງ​ທຸກ​ຍາກ​ເຊິ່ງ​ແຕ່ລະ​ເມືອງ​ມີ​ຫ້ອງການ ​ແລະ ມີ​ພະນັກງານ​ປະ​ຈຳ​ໃນ​ສົກ​ປີ 2011-2012 ມີ​ແຜນ​ປ່ອຍ​ສິນ​ເຊື່ອ​ທັງ​ໝົດ 532 ຕື້ກີບ, ​ໄລຍະ 6 ​ເດືອນ​ຜ່ານ​ມາ​ສາມາດປະຕິບັດ​ໄດ້ 137,6 ຕື້ກີບ​ເທົ່າ​ກັບ 26%ຂອງ​ແຜນການ./.

ຂໍ້ມູນຈາ (ຂປລ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

 

*  ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 5 ວັນ​ແລ້ວ ( 20-26 ມິຖຸນາ 2012) ຊຶ່ງ​ທ່ານ ດຣ ບົວ​ສີ ລໍ​ວັນ​ໄຊ ປະ ທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ລາຍ​ງານ​ຜົນການ​ກວດ​ສອບຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ມີ 5 ບັນຫາ​ຕົ້ນຕໍ​ຄື: ການ​ປັບປຸງ​ບົດ​ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິ​ບັດ​ ແຜນ​ງົບປະມານ​ແຫ່ງ​ລັດ​ ປະ​ຈຳ​ສົກ​ປີ 2009-2010; ບັນຫາ​ທີ່​ເປັນສາ​ເຫດ​ເຮັດ​ໃຫ້​ໃບ​ດຸ່ນດ່ຽງ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ​ວຽງ​ຈັນ​ສົກ​ປີ 2009 -2010 ມີ​ຕົວ​ເລກ​ລວມຍອດ​ເຫລືອ​ບັນຊີ​ ເບື້ອງ​ໜີ້​ຫລາຍ​ກວ່າ ຫລື ຜິ​ດດ່ຽງ​ກັບ​ເບື້ອງ​ມີ​ເປັນ​ເງິນ 90 ຕື້​ກວ່າ​ກີບ; ປະຕິບ​ັດມາດ​ຕະການ​ຫັນ 20% ສຳລັບ​ຫົວໜ່ວຍ​ງົບປະມານ ທີ່​ກວດ​ເຫັນ​ການ​ກະທຳ​ຜິດ​ເປັນ​ຄັ້ງ​ທຳ​ອິດ ​ແລະ ຫັກ 25% ສຳລັບ​ລົບ​ຫົວໜ່ວຍ​ງົບປະມານ​ທີ່​ກວດ​ເຫັນ​ການ​ກະທຳ​ຜິດ​ສອງ​ຄັ້ງ​ຂຶ້ນ​ໄປ​ຂອງ​ເງິນ​ລາຍ​ຮັບ​ວິຊາ​ການ; ​ເງິນ​ຂາຍ​ໄມ້ ​ແລະ ​ເງິນ​ກອງ​ທຶນ ຊຶ່ງ​ບໍ່​ໄດ້​ມອບ​ເຂົ້າ​ງົບປະມານ, ​ແຕ່​​ເອົາ​ໄປ​ຈ່າຍ​ກ່ອນ​ ອອກຈາກ​ແຜນ​ງົບປະມານ​ສົກ​ປີ 2011-2013 ຂອງ​ຫົວໜ່ວຍ​ງົບປະມານ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ດັ່ງກ່າວ; ການ​ມອບ​ເງິນ​ລາຍ​ຮັບ​ວິຊາ​ການ, ​ເງິນ​ຂາຍ​ໄມ້ ​ແລະ ​ເງິນ​ກອງ​ທຶນ​ທີ່​ເປົ້າ​ໝາຍກວດ​ສອບ​ເກັບ​ໄດ້​ໃນ​ສົກ​ປີ 2009-2010 ຊຶ່ງ​ຮັບ​ສາ​ໄວ້​ໃນ​ບັນຊີ​ຂອງ​ຕົນ​ຮອດ​ມື້​ທີ່​ມະຕິ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ທີ VII ມີ​ຜົນ​ສັກສິດ​ນຳ​ໃຊ້​ເຂົ້າ​ເປັນ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2011-2012; ລາຍ​ຈ່າຍ​ວິຊາ​ການ​ລວມ​ເປັນ​ເງິນ 105 ,48ຕື້​ກີບ ທີ່​ບໍ່​ສາມາດ​ເອົາ​ເຂົ້າ​ແຜນ​ງົບປະມານ​ສົກ​ປີ 2010-2011.

ທ່ານ ດຣ ບົວ​ສີ ລໍ​ວັນ​ໄຊ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຜ່ານ​ການ​ປັບປຸງ ​ແລະ ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈຳ​ສົກ​ປີ 2009- 2010 ມີ​ດັ່ງ​ນີ້: ລາຍ​ຮັບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ຕາມ​ການ​ສະຫລຸບ​ລາຍ​ງານ​ຂອງ​ກະຊວງ​ການ​ເງິນ​ລວມ​ເປັນ​ເງິນ 12.517,03 ຕື້​ກີບ, ​ແຕ່​ຜ່ານ​ມາ​ການ ກວດ​ສອບ​ຄືນ​ໄດ້​ກວດ​ເຫັນ​ລາຍ​ຮັບ​ວິຊາ​ການ, ​ເງິນ​ກອງ​ທຶນ ​ແລະ ​ເງິນ​ຂາຍ​ໄມ້​ທີ່​ຍັງ​ເຄື່ອນ​​ໄຫວ​ຢູ່​ນອກ​ລະບົບ​ບັນຊີ​ງົບປະມານ​ແຫ່ງ​ລັດ​ລວມ​ເປັນ​ເງິນ 487,18 ຕື້​ກີບ ສະ​ນັ້ນລາຍ ​ຮັບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ລວມ​ເຂົ້າກັນ​ເປັນ​ເງິນ 13.004,21 ຕື້​ກີບ; ລາຍ​ຈ່າຍ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ຕາມ​ການ​ສະຫລຸບ​ ຂອງ​ກະຊວງ ​ການ​ເງິນ​ເປັນ​ເງິນ 13.987,74 ຕື້​ກີບ ​ແຕ່​ຜ່ານ​ການກວດ​ສອບ​ຄືນ​ໄດ້​ກວດ​ເຫັນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ ​ທີ່​ຍັງ​ເຄ່ືອ​ນ​ໄຫວ​ຢູ່​ນອກ​ລະບົບ​ບັນຊີ​ງົບປະມານ​ແຫ່ງ​ລັດ ​ລວມ​ເປັນ​ເງິນ 285,96 ຕື້​ກີບ ສະ​ນັ້ນ ລາຍ​ຈ່າຍ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ລວມ​ເຂົ້າກັນ​ເປັນ​ເງິນ 14.273,70 ຕື້​ກີບ. ສະຫລຸບ​ລວມ​ແລ້ວ ຜົນ​ການ​ ປັບປຸງ​ບົດ​ສະຫລຸບຂາດ​ຕົວ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈຳປີ 2009-2010 ທີ່​ໄດ້​ຮັບ​ການກວດ​ສອບ​ເຮັດ​ໃຫ້​ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ 487,18 ຕື້​ກີບ ໝາຍວ່າ​ ເພີ່ມ​ຈາກ 12.517,03 ຕື້​ກີບ ມາ​ເປັນ 13.004,21 ຕື້​ກີບ ​ແລະ ​ເຮັດ​ໃຫ້​ຕົວ​ເລກ​ຂາດ​ດຸນ​ງົບປະມານ​ແຫ່ງ​ລັດ​ຫລຸດ​ລົງ 201,22 ຕື້​ກີບ ໝາຍວ່າຫລຸດ​ລົງ​ຈາກ 1.470,71 ຕື້​ກີບ ມາ​ເປັນ 1.269,49 ຕື້​ກີບ. ​ແນວ​ໃດ​ກໍ​ດີ ຜ່ານ​ການ​ປັບປຸງ​ໃບ​ດຸ່ນດ່ຽງ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ​ວຽງ​ຈັນ​ເຫັນ​ວ່າ: ຕົວ​ເລກ​ລວມຍອດ​ເຫລືອ​ບັນຊີ​ເບື້ອງ​ໜີ້ ​ແລະ ​ເບື້ອງ​ມີ​ດຸ່ນດ່ຽງ​ກັນ​ເບື້ອງ​ລະ 284,36 ຕື້​ກີບ, ອີກ​ບັນຫາ​ໜຶ່ງ​ກ່ຽວ​ກັບ​ການກວດ​ສອບ​ຄືນ​ເງິນ​ຜິ​ດດ່ຽງ 94,83 ຕື້​ກີບ​ນັ້ນ​ຍ້ອນ​ການ​ຖື​ບັນຊີ, ການ​ເກັບ​ມ້ຽນ​ເອກະສານ​ຂອງ​ ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ ​ບໍ່​ເປັນ​ລະບົບ​ເຮັດ​ໃຫ້​ບໍ່​ສາມາດ​ຕອບ​ສະໜອງ​ຂໍ້​ມູນ ​ແລະ ​ເອກະສານ​ຕາມ​ການສະ​ເໜີ​ຂອງ​ຄະນະກວດກາ​ຕື່ມ​ອີກ ຈາກ​ນັ້ນ​ຈຶ່ງ​ຈະ​ໄດ້​ລາຍ​ງານ​ ໃຫ້​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຮັບ​ຊາບ​ໃນ​ທີ​ຫລັງ.

ຂໍ້​ສະ​ເໜີ ​ແລະ ຕອ້ງການ​ໃຫ້​ມີ​ການ​ປັບປຸງ​ເພີ່ມ​ຕື່ມ​ຕໍ່​ກອງ​ປະຊຸມ​ສະພາ​ຄັ້ງ​ນີ້​ມີ 5 ບັນຫາ​ຄື: ສະ​ເໜີ​ໃຫ້​ກອງ​ປະຊຸມ​ມີ​ມະຕິ​ເພື່ອ​ຊຸກຍູ້​ໃຫ້​ລັດຖະບານ​ຊີ້​ນຳ​ຫົວໜ່ວຍ​ງົບປະມານ ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບ​ກົດໝາຍ​ໂດຍ​ສະ​ເພາະ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ ​ແລະ ກົດໝາຍ​ວ່າ​ດ້ວຍ​ບັນຊີ​ຢ່າງ​ເຂັ້ມ​ງວດ ພ້ອມ​ເນັ້ນ​ໃຫ້​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ ຄົ້ນຄວ້າ ​ແລະ ປັບປຸງ​ຄືນ​ບາງ​ກົດໝາຍ​ທີ່​ຮອງ​ຮັບ​ໄປ​ແລ້ວ​ນັ້ນ ຊຶ່ງ​ເຫັນວ່າ​ຍັງ​ມີ​ຊ່ອງ​ຫວ່າງ​ບໍ່​ທັນ​ສອດ​ຄອງ; ສະ​ເໜີ​ໃຫ້​ເປົ້າ​ໝາຍ​ຖືກ​ກວດ​ສອບ​ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ ຜົນ​ການ​ກວດ​ສອບ​ຂອງ​ອົງການ​ກວດ​ສອບ​ແຫ່ງລັດ​ຢ່າງ​ເຂັ້ມ​ງວດ​ເຊັ່ນ: ​ເງິນ​ຂາຍ​ໄມ້, ​ເງິນ​ວິຊາ​ການ,​ ເງິນ​ກອງ​ທຶນ​ຕ້ອງ​ໄດ້​ມອບ​ເຂົ້າ​ງົບປະມານ​ຢ່າງ​ຄົບ​ຖ້ວນ​ຕາມ​ກົດໝາຍ​ທີ່​ໄດ້​ກຳ ນົດ​ໄວ້; ສະ​ເໜີ​ໃຫ້​ກະຊວງ​ການ​ເງິນ ​ແລະ ຄະນະ​ປັບປຸງ​ທຸລະ​ກິດ​ແຫ່ງ​ຊາດ​ຄົ້ນຄວ້າ​ກົນ​ໄກ, ລະບຽບການ​ກຳນົດ​ໝາຍ​ການ​ໃຊ້​ຈ່າຍ​ບໍລິຫານ​ເປັນ​ຕົ້ນ​ແມ່ນ​ລາຍ​ຈ່າຍ​ຊຸກຍູ້​ສັງຄົມ,​ ເງິນ​ ນະ​ໂຍບາຍ​ຂອງ​ທະນາຄານ, ລັດວິ​ສາ​ຫະກິດ, ​ວິ​ສາ​ຫະກິດປະສົມ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ເໝາະ​ສົມ. ​ເພາະ​ໄລຍະ​ຜ່ານ​ມາ​ໄປ​ກວດ​ສອບ,ລາຍ​ຈ່າຍ​ດັ່ງກ່າວ​ເຫັນ​ວ່າ: ສູງ​ຫລາຍ​ອັນ​ ເຮັດ​ໃຫ້ການ​ມອບ​ພັນທະ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ບໍ່​ໄດ້​ຕາມ​ລະດັບ​ຄາດໝາຍ​ທີ່​ກຳນົດ​ໄວ້; ສະ​ເໜີ​ໃຫ້​ລັດຖະບາ​ນຈົ່ງ​ໃຫ້​ອຳນວຍ​ສະດວກ​ໃນ​ການສະ​ໜອງ​ງົບປະມານ, ພື້ນຖານ​ວັດຖຸ​ ເຕັກນິກ ​ແລະ ປະຕິ ບັດ​ນະ​ໂຍບ​າຍຕ່າງໆ​ຕໍ່​ຂົງ​ເຂດ​ວຽກ​ງານ​ກວດ​ສອບ ຊຶ່ງ​ຜ່ານ​ມາ​ການ​ກວດ​ສອບ​ລັດ​ວິ​ສາ​ຫະກິດ, ວິ​ສາ​ຫະກິດ​ປະສົມ ​ແລະ ​ໂຄງການ​ເງິນ​ກູ້​ຢືມ ​ແລະ ຊ່ວຍ ​ເຫລືອ​ລ້າ​ ​ແລະ ຜ່ານ​ການ​ລົງ​ໄປ​ຕິດຕາມ​ກວດກາ​ນຳ​ຄະນະ​ກວດ​ສອບ​ແຕ່​ລະ​ຄັ້ງ​ໃນ​ສົກ​ປີ 2011-2012 ​ເຫັນ​ວ່າ: ບັນຫາ​ທີ່​ພົ້ນ​ເດັ່ນ​ນັ້ນ​ແມ່ນ​ການ​ຈ່າຍ​ເງິນ​ວິຊາ​ການ, ​ເງິນ​ກອງ​ທຶນ, ​ເງິນ​ຂາຍ​ໄມ້​ນອກ​ແຜນ ​ແລະ ການ​ປະຕິບັດ​ໂຄງການ​ນອກ​ແຜນ ຊຶ່ງ​ເປັນ​ບັນຫາ​ຊ້ຳ​ເຮື້ອ ​ແລະ ​ແກ້​ໄຂ​ບໍ່​ທັນ​ຕົກ.

ຂໍ້ມູນຈາກ: (ຂປລ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

 

*(ຂປລ) ລັດຖະບານແຫ່ງ ສປປ ລາວຈະບໍ່ອະນຸຍາດໃຫ້ກຸ່ມຄົນ ຫລື ນິຕິບຸກຄົນໃດຢືນ ຫລື ຂໍລົງທຶນໃໝ່ໃນໂຄງການບໍ່ແຮ່ ແລະ ສໍາປະທານປູກຢາງພາລາ - ຕົ້ນໄມ້ວິກ ທົ່ວ ປະເທດຈົນຮອດວັນທີ 31 ທັນວາ 2015, ການສັ່ງໂຈະ ແລະ ງົດໃຫ້ສໍາປະທານ ຫລື ລົງທຶນຄັ້ງນີ້ແມ່ນຄວາມພະຍາຍາມຂອງ ລັດຖະບານເພື່ອຈະທົບທວນຄືນບັນດານະໂຍ ບາຍຕ່າງໆ ແລະ ປະສິດທິຜົນຂອງໂຄງການລົງທຶນຕ່າງໆ ໃນຂອບເຂດທົ່ວປະເທດລາວນັ້ນເອງ .

ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ປະກາດ ແລະ ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ VII ໄດ້ສະຫລຸບ ແລະ ຕີລາ ຄາໃນວັນທີ 25 ມິຖຸນາ 2012 ນີ້ວ່າ : ລັດຖະບານແຫ່ງ ສປປ ລາວ ຈະບໍ່ອະນຸຍາດ ແລະ ບໍ່ພິຈາລະນາໃຫ້ກຸ່ມຄົນ ຫລື ນິຕິບຸກຄົນໃດຢືນ ຫລື ຂໍລົງທຶນໃໝ່ໃນໂຄງການ ບໍ່ແຮ່ ແລະ ສໍາປະທານປູກຢາງພາລາ - ຕົ້ນໄມ້ວິກ ທົ່ວປະເທດຈົນຮອດວັນທີ 31 ທັນວາ 2015 ຊຶ່ງການສັ່ງໂຈະ ແລະ ງົດໃຫ້ສໍາປະທານ ຫລື ລົງທຶນຄັ້ງນີ້ແມ່ນຄວາມພະຍາຍາມ ຂອງລັດຖະບານເພື່ອຈະທົບທວນຄືນບັນດານະໂຍບາຍຕ່າງໆ ແລະ ປະສິດທິ ຜົນຂອງໂຄງການລົງທຶນຕ່າງໆໃນຂອບເຂດທົ່ວປະເທດລາວນັ້ນເອງ . ພ້ອມດຽວກັນນັ້ນ ທ່ານ ນາຍົກ ຍັງກ່າວວ່າ: ຖ້າໂຄງການໃດທີ່ໄດ້ອະນຸຍາດໄປແລ້ວ ແຕ່ເຫັນວ່າບໍ່ໄປບໍ່ມາ ແລະ ບໍ່ມີປະສິດທິຜົນຈະຖືກສັ່ງໂຈະບໍ່ໃຫ້ດໍາເນີນ ສ່ວນໂຄງການທີ່ໄດ້ອະນຸຍາດແລ້ວນັ້ນ ຫາກ ມີຄວາມຕັ້ງໃຈ ແລະ ມີການດໍາເນີນໄປຢ່າງມີປະສິດທິຜົນສາມາດສືບຕໍ່ໄດ້.

ໄລຍະຜ່ານມາເຫັນວ່າຫລາຍໂຄງການທີ່ໄດ້ອະນຸມັດໄປກ່ອນໜ້ານັ້ນບໍ່ມີປະສິດທິພາບເທົ່າທີ່ຄວນ ຊຶ່ງໄດ້ສ້າງບັນຫາເຮັດໃຫ້ມີຫາງສຽງ ແລະ ກະທົບຕໍ່ເນື້ອທີ່ປ່າໄມ້ ລວມເຖິງ ການດໍາເນີນຊີວິດຄົນ ແລະ ຊີວະນາໆພັນບໍ່ໜ້ອຍ. ນັບປີ 1998 ລັດຖະບານແຫ່ງ ສປປ ລາວ ໄດ້ມີການອະນຸມັດ 4.470 ໂຄງການລົງທຶນດ້ວຍມູນຄ່າທັງໝົດ 24 ຕື້ກວ່າ ໂດລາສະຫະລັດ ໃນນັ້ນໂຄງການລົງທຶນ ຂະໜາດໃຫຍ່ແມ່ນຂະແໜງບໍ່ແຮ່ກວມເອົາ 5.5 ຕື້ໂດລາ , ພະລັງງານໄຟຟ້າມີມູນຄ່າ 5 ຕື້ໂດລາ ແລະ ກະສິກໍາ 2.6 ຕື້ໂດລາ. ແນວ ໃດກໍດີ ໃນຂົງເຂດການລົງທຶນທີ່ນັກລົງທຶນໃຫ້ຄວາມສົນໃຈຫລາຍກວ່າ ຂະແໜງການອື່ນນັ້ນແມ່ນຂະແໜງການບໍ່ແຮ່ ຊຶ່ງລັດຖະບານໄດ້ມີການອະນຸມັດໄປແລ້ວປະມານ 171 ໂຄງການ ສໍາລັບຂະແໜງການກະສິກໍາທີ່ລັດຖະບານໄດ້ອະນຸຍາດນັ້ນມີທັງໝົດ 57 ໂຄງການໃນນັ້ນສ່ວນໃຫຍ່ ແມ່ນການປູກຕົ້ນໄມ້ອຸດສາຫະກໍາເປັນຕົ້ນແມ່ນຢາງພາລາ ແລະ ໄມ້ວິກ 

 

ຂໍ້ມູນຈາກ kpl

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 YASA .(ຍາຊ່າ) ທ່ານໜຶ່ງເປີດເຜີຍວ່າ: ເມື່ອວັນທີ່ 27 ພຶດສະພາ 2012 ນີ້ຢູ່ທີ່ບ້ານນາແພງ,ເມືອງໂພນໂຮງ,ແຂວງວຽງຈັນ ໄດ້ສຳເລັດການຍິງລູກສອນບັ້ງໄຟຂຶ້ນສູ່ທ້ອງຟ້າ ເຊິ່ງມີລູກສອນບັ້ງບັ້ງໄຟຈາກພາກສ່ວນຕ່າງຈາກພາຍໃນ ແລະຕ່າງປະເທດເຊັ່ນ: ແຂວງບໍ່ແກ້ວ,ໄຊຍະ,ບໍລິຄຳໄຊ,ບ້ານນາແພງ,ຍະໂສທອນ(ປະເທດໄທ),ຊາວໜຸ່ມບ້ານທາດຫຼວງ...ທີ່ບໍ່ໄດ້ເອີ່ຍຊື່ເຂົ້າມາລົງທະບຽນທີ່ສະໜາມປະມານ 100 ລູກ,ລູກບັ້ງໄຟມີຂະໜາດນ້ຳໜັກຕ່ຳສຸດ 5 ກິໂລກຣາມ - 60 ກິໂລກຣາມ.

YASA .(ຍາຊ່າ ກ່າວວ່າ:ການຍິງລູກສອນບັ້ງໄຟຄັ້ງນີ້ບໍ່ໄດ້ຂົ່ມຂູ່ໂລກແຕ່ຢ່າງໃດ,ເປັນການປະຕິບັດຕາມປະເພີນີປະຈຳປີຂອງຊາວພຸດ ເມື່ອເຖິງເດືອນຫົກແລ້ວກໍ່ຕ້ອງສົ່ງບັ້ງໄຟຂຶ້ນສູ້ທ້ອງຟ້າເພື່ອຂໍນ້ຳຝົນຈາກແຖນລົງມາຫົດພືພັນຕາມຄວາມເຊື່ອເທົ່ານັ້ນ

ແລະປີນີ້ໄດ້ຈຳນວນ ແລະນ້ຳໜັກຂອງບັ້ງໄຟລົງເພື່ອເປັນຕົວແບບແກ່ບັນດາປະເທດມະອຳນາດທີ່ກຳລັງຊ່ວງເສັງດ້ານລູກສອນໄພທຳລາຍ.

ຂ່າວແຈ້ງຕື່ມວ່າ: ເມື່ອວັນທີ່ 2.6.12 ທີ່ບ້ານກ້ວຍ,ເມືອງປາກຊັນ,ແຂວງບໍລິຄຳໄຊກໍ່ສຳເລັດການຍິງລູກສອນບັ້ງໄຟເຊັ້ນດຽວກັນ ແຕ່ຄັ້ງນີ້ມີຮອດບັ້ງໄຟແສນວ່າຊັ້ນ...

(ຍາຊ່າ ແມ່ນພະອາຈານທີ່ມີຕແໜ່ງກວ່າຄູບາທົ່ວໄປ)

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ຮຽນບັນດາທ່ານພະນັກງານຝ່າຍການຕະຫຼາດ ແລະເຕັກນິກຂອງເອມັໂຟນ,ຂໍມີຄຳເຫັນບາງດ້ານກ່ຽວກັບການບໍລິການຂອງທ່ານບາງສູນບໍລິການ.

1.ສຳລັບການຈູນເບີໃໝ່(ເບີເກົ່າເສຍຫາຍ ແລ້ວຕ້ອງການເປີດໃຊ້ຄຶນ)

ຜ່ານມາເຫັນວ່າຫຍຸ້ງຍາກສັບສົນ,ຊັກຊ້າໃນການຈູນເບີຄືນ,ເພາະຊີມມີຫຼາຍລະບົບເກີນໄປ

ເຊັ່ນ: H ເອັມໂຟນ, H ອາໂຫຼ ; E ເອັມໂຟນ,E ອາໂຫຼ; S ເອັມໂຟນ S ອາໂຫຼ ລວມແລ້ວມີ 6 ຊະນິດຊີມ.ມັນມີຂໍ້ເສຍຄື

- ໄດ້ເລືອກກັບໄປກັບມາສັບສົນ,ແມ່ນແຕ່ພະນັກງານເອັມໂຟນເອງກໍ່ຍັງຫຼົງ,ມີບາງເທື່ອຈູນໃຫ້ລູກຄ້າຈົນວ່າເຂົາເມືອຮອດບ້ານເປີດນຳໃຊ້ບໍ່ໄດ້ ໂທກັບຫາຜູ້ຈູນຈິ່ງຮູ້ວ່າເລືອກຊີມບໍ່ຖືລະບົບ,

ເຮັດລູກຄ້າເສຍເວລາ,ບໍ່ສະດວກ,ບໍ່ທັນສະພາບການ.

- ຊີມຫຼາຍລະບົບ ມັນເປັາການກັກຕູນຕົ້ນທຶນ ເພາະຕ້ອງໄດ້ຊື້ຊີມເປົ່າມາແຮເຖິງ 6 ຊະນິດ (ສົມມຸດຊະນິດລະ 10 ອັນກໍ່ເປັນ 60 ແທນທີ່ຈະຕ້ອງຊື້ພຽງແຕ່ 10 ອັນ)

2. ການຈູນຍັງບໍ່ລວມສູນເອກະພາບ,ຕ່າງເຂດຕ່າງເຮັດຂອງໃຜຂອງມັນ.

- ສົມມຸດຊື້ຊີມເປົ່າຢູ່ປາກຊັນກໍ່ຕ້ອງແມ່ນສູນປາກຊັນເປັນຜູ້ຈູນ(ສູນອື່ນຈູນແທນບໍ່ໄດ້)

ແບບນີ້ກໍ່ຊັກຊ້າ,ບາງເທືອພະນັກງານສູນປາກຊັນບໍ່ຢູ່(ອອກວຽກນອກ)ຕ້ອງໄດ້ລໍຖ້າຈົນເຂົາກັບມາຫ້ອງການເປັນມື້ ຫຼື ສອງມື້.

3. ການບໍລິການອິນເຕີເນັດ,(ລາຍເດຶອນ,ຈ່່າຍລ່ວງໜ້າ)

- ເວລາເຄືອຂ່າຍຕິດຄັດພະນັກງານສູນບໍ່ຕິດຕາມກວດກາ,ບໍ່ເອົາໃຈໃສ່ແກ້ໄຂບັນຫາໃຫ້ລູກຄ້າ,ລໍຖ້າແຕ່ລູກຄ້າໂທມາທວງ,ໂທມາເວົ້າ,ຮ້າຍ,ດ່າ.

- ບໍ່ເຄີຍເຫັນພະນັກງານສູນໂທມາແຈ້ງບັນຫາຂໍ້ສະດວກ,ຫຍຸ້ງຍາກຂອງເຄຶອຍຂ່າຍ,ຖ້າໂທກໍ່ແມ່ນຖາມເງິນຄ່າຕາມບິນລາຍເດືອນໂລດ,

ແຕ່ບໍ່ເຄິຍຫັກເວລາທີ່ເຄືອຂ່າຍຂັດຂ້ອງນັ້ນອອກຈັກເທື່ອ ແບບນີ້ກໍ່ເວົ້າໄດ້ວ່າຂີ້ກົງ,ບໍລິການບໍ່ເຕັມເດືອນ ແຕ່ເກັບເງິນເຕັມເດຶອນ(ລູກຄ້າບໍ່ພໍໃຈ).

- ການເຮັດວຽກຂອງພະນັກງານບໍລິສັດຄືກັບວ່າບໍ່ແມ່ນເຮັດໃຫ້ຕົນເອງ,ເຮັດພໍໄດ້ເງິນເດືອນເທົ່ານັ້ນ,ບໍ່ແມ່ນເຮັດບໍລິການສັງຄົມ

ສິງທີ່ລູກຄ້າຕ້ອງການຄື:

1.ລະບົບຊີມຕ້ອງລວມຕົວເຂົ້າເປັນອັນດຽວ,(ໃຊ້ຊີມດຽວຈູນໄດ້ທຸກລະບົບຂອງເອມໂຟນ,ຄືກັນກັບຂອງ ອີທີແອວ....)

2.ການຈູນຕ້ອງຈູນຜ່ານໄດ້ທຸກສູນ,ທຸກສາຂາ, ນັບທັງສູນ 101 (ບໍ່ຢາກໄດ້ຍິນຄຳວ່າ: ກ້າວກາຍສູນອື່ນບໍ່ໄດ້)

3. ໃຫ້ກວດສອບ ແລະບັນທຶກເວລາທີ່ເຄືອຂ່າຍອິນເຕີເນັດຂັດຂ້ອງ,ຮູ້ແລ້ວໃຫ້ຮີບໄປແກ້ໄຂ,ຫາກແກ້ໄຂດ່ວນບໍ່ທັນໄດ້ກໍ່ຕ້ອງໂທແຈ້ງເຫດຜົນໃຫ້ລູກຄ້າຊາບ.

4. ການເກັບຄ່າບໍລິການລາຍເດືອນ ຄວນຄິດໄລ່ເປັນ 30 ວັນ,ຖ້າເຄືອຂ່າຍຕິດຂັດໄປ 10 ວັນຄວນຈະທົດແທນເວລາໃຫ້ລູກຄ້າໃນເດຶອນຕໍ່ໄປ 10 ວັນ.

5. ຄວາມໄວຂອງອິນເຕີເນດຄວນປັບປຸງໃຫ້ຖືກຕ້ອງ,ຊັດເຈນຕາມການໂຄສະນາ ແລະຕົກລົງກັບລູກຄ້າ(ສົມມຸດ 128 ຫຼື້ 256 ກໍ່ໃຫ້ເຕັມຕາມກຳນົດ

6. ໃຫ້ຄິສະເໝີວ່າການບໍລິການທີດີຂອງທ່ານແມ່ນການພັດທະນາປະເທດຊາດ,ແມ່ນການຊ່ວຍເຫຼືອສັງຄົມ ແລະເປັນຕົວແບບຢ່າງຍິ່ງໃຫ້ແກ່ຄົນລາວ.

ໂດຍ: ພັນທະຫົວໃຈ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

*(ຂປລ): ປັດຈຸບັນ ມີຄົນບໍ່ດີຈຳນວນໜຶ່ງ ນຳເອົາທະນະບັດປອມ (ເງິນປອມ) ປະເພດໃບ 100 ໂດລາ ສະຫະລັດ ແລະ ສະກຸນເງິນຕາຕ່າງປະເທດອື່ນໆ ເຂົ້າ ມາໃຊ້ຈ່າຍ

ແລະ ແລກປ່ຽນຊື້-ຂາຍ ຢູ່ພາຍໃນ ສປປ ລາວ ຊຶ່ງບໍ່ຖືກຕ້ອງ ແລະ ຜິດຕໍ່ລະບຽບກົດໝາຍ ເປັນຈຳນວນຫລາຍສົມຄວນ ອັນເປັນປະກົດ ການຫຍໍ້ທໍ້ອັນ ໜຶ່ງໃນສັງຄົມ

ທີ່ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ, ຊາວຄ້າ ຂາຍ, ນັກທຸລະກິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ ທີ່ຕັ້ງຢູ່ ສປປ ລາວ.

ສະນັ້ນ ກົມເງິນຕາ-ຄັງສາງ ທະນາຄານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0105/ກງຕສ ລົງວັນທີ 15 ກຸມພາ 2012 ໂດຍມີເນື້ອໃນ ດັ່ງນີ້:

1.- ໃຫ້ທຸກພາກສ່ວນເປັນເຈົ້າການ ຮ່ວມມື ແລະ ຊ່ວຍເຫລືອ ສະກັດກັ້ນການ ເຄື່ອນໄຫວນຳໃຊ້ ທະນະບັດປອມ ຂອງກຸ່ມຄົນດັ່ງກ່າວ ໂດຍແຈ້ງຕໍ່ເຈົ້າ ໜ້າທີ່ຕຳຫລວດ

(ຖ້າພົບເຫັນ).

2.- ເພື່ອຫລີກເວັ້ນການເສຍຫາຍຊັບສິນ ຈາກການແລກປ່ຽນ ຊື້-ຂາຍ ເງິນປອມດັ່ງກ່າວ ຂໍໃຫ້ບັນດາທ່ານຫລຸດຜ່ອນການຊຳລະເປັນເງິນສົດ ແລ້ວຫັນ ມາຊຳລະຜ່ານລະບົບທະນາຄານ ໂດຍມອບເງິນເຂົ້າ ຜ່ານທະນາຄານ ຫລື ໂອນຊຳລະດ້ວຍລະບົບຊຳລະມູນຄ່າສູງ (RTGS), ໂອນຊຳລະດ້ວຍແຊັກ, ໂອນ ລະ ຫວ່າງ ບັນຊີ ຫາ ບັນຊີ, ຖ້າເປັນການຊຳລະດ້ວຍເງິນສົດ ກໍຄວນຊຳລະດ້ວຍເງິນກີບ ຈຶ່ງຈະມີຄວາມປອດໄພ.

3.- ໃຫ້ທຸພາກສ່ວນນຳໃຊ້ເງິນກີບລາວ ຊຶ່ງເປັນເງິນຕາຂອງຊາດ ເປັນພະຫະນະໃນການແລກ ປ່ຽນ ແລະ ຊ-ື້ຂາຍ ຢູ່ໃນ ສປປ ລາວ./.

ຂໍມູນຈາກ ຂ່າວສານປະເທດລາວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 18 ຄຳເຫັນ ແລະ 0 trackback(s)

 ພິທີປະດັບຫຼຽນໃຫ້ແກ່ພາກສ່ວນ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການຫັນລົງກໍ່ສ້າງຮາກຖານການເມືອງ,ພັດທະນາຊົນນະບົດຮອບດ້ານ

ໄດ້ຈັດຂຶ້ນເມື່ອວັນທີ່ 16.02.12,ຢູ່ສະໂມສອນເມືອງວຽງທອງ,ແຂວງບໍລິຄຳໄຊ.

ໂດຍການເຂົ້າຮ່ວມທ່ານ ດຣ. ກອງແກ້ວ ໄຊສົງຄາມ,ຮອງເລຂາພັກແຂວງ,ຫົວໜ້າຈັດຕັ້ງແຂວງ.ພິທີນີ້ໄດ້ປະດັບຫຼຽນຕ່າງໆ:

ຫຼຽນໄຊແຮງງານຊັ້ນ I ຈຳນວນ  2 ກົມກອງ ແລະ 5 ທ່ານ

ຫຼຽນໄຊແຮງງານຊັ້ນ I I ຈ/ນ 3 ບ້ານ ແລະ 15 ທ່ານ,

ຫຼຽນໄຊແຮງງານຊັ້ນ  I I I  ຈ/ນ 3 ບ້ານ ແລະ 28 ທ່ານ,

ຫຼຽນກາແຮງານ 45 ທ່ານ

ໃບຍ້ອງຍໍລັຖະບານ  6 ທ່ານ.

ນອກນັ້ນໃນວາລະດຽວກັນກໍ່ໄດ້ປະກາດການຈັດຕັ້ງຂັ້ນເມືອງພ້ອມ,

ໂດຍແຕ່ງຕັ້ງ ທ່ານ ຄຳມອນ ໄຊພົມມິ ເປັນຮອງເຈົ້າເມືອງຜູ້ທີ່ໜຶ່ງ,

ແຕ່ງຕັ້ງທ່ານ ພັດທະຈອນ ແກ້ວພຸດທະວົງ ເປັນຮອງເຈົ້າເມືອງຜູ້ທີ່ສອງ.

ໃນການແຕ່ງຕັ້ງຮອງເຈົ້າເມືອງຄັ້ງນີ້ແມ່ອີງຕາມສະພາບປ່ຽນແປງກະທັນຫັນນັ້ນກໍ່ຄື:

ທ່ານ ສົງກາໄສມະນີ ຮອງເລຂາ,ຮອງເຈົ້າເມືອງຜູ້ເກົ່າໄດ້ເຖິງແກ່ມໍລະນະກຳ ໃນວັນທີ່ 02.02.12

 

 

-   ພາຍຫຼັງເສັດພິທີກໍ່ຕ້ອງຕະລຶງຈົນເກືອບຊັອກເມື່ອຈັດຕັ້ງພິທີກ່າວວ່າ: ຂໍໂທດນຳບັນດາທ່ານຫຼາຍໆ

ຫຼຽນທີ່ປະດັບໄປວ່າງກີ້ນີ້ມີການຜິດພາດ,ຄືວ່າຜູ້ເຂົ້າຮ່ວມພິທີມື້ນີ້ມີສອງທ່ານທີ່ຊື່ຄືກັນ,ສະນັ້ນຂໍຫຼຽນຈາກທ່ານ.......(ຂໍສະຫງວນຊື່)

ທີ່ຂຶ້ນຮັບນັ້ນ ຄຶນໄປໃຫ້ທ່ານ ......ທີ່ບໍ່ໄດ້ຂຶ້ນຮັບນີ້.

ທ່ານທີຮັບຫຼຽນໄປນັ້ນຈຳຕ້ອງປົດຫຼຽນອອກຈາໜ້າເອິກ ທັງສັ່ນທັງເຊັນ,ທຸກຄົນກໍ່ເຂີນໄປຕາມໆກັນ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ປະຊາຊົນຫຼາຍບ້ານຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊຈົ່ມວ່າ: ປີນີ້ຕ່າງປີກາຍ,ມີເຂົ້າເຫຼືອເລົ້າແຕ່ບໍ່ໄດ້ຂາຍເພາະບໍ່ມີຄົນຕ່າງເມືອງເຂົ້າໄປຊື້.

ບາງຄອບຄົວຢາກຂາຍ 2-3 ໂຕນ ເພື່ອຊື້ສິ່ງປຸກສ້າງ,ສົ່ງລູກຮຽນ ຫຼື ແກ້ໄຂຄວາມຈຳເປັນໃນຄົວເຮືອນກໍ່ໝົດຫວັງໄປ.

ພວກເຂົາເວົ້າວ່າ: ເຈົ້າໜ້າທີ່ຂອງລັດຢູ່ຈຸດກວດກາເຂົ້າອອດເມືອງບໍ່ໃຫ້ນຳເຂົ້າເປືອກອອກນອກເມືອງ,ຖ້າໃຜນຳອອກຈະຖຶດຢຶດ,ປັບໄໝ,

ຫາກມີຄວາມຈຳເປັນຈະເອົາໄປກິນຕ້ອງມີໜັງສືຢັ້ງຢຶນຈາກບ້ານ, ແຕ່ບໍ່ເກີນ 3 ເປົາ

ເຫດຜົນທີ່ເຈົ້າໜ້າທີ່ລັດເຮັດແບບນີ້:

1 ປ້ອງກັນບໍ່ໃຫ້ລາຄາເຂົ້າຖີບຕົວ,ຈະທະທົບຕໍ່ພົນລະເມືອງພາຍໃນ.

2 ເຂົ້າທີ່ ປ/ຊຜະລິດໄດ້ສ່ວນໃຫ່ຍເປັນເຂົ້າໄຮ່, ຫາກປ່ອຍອອກກໍ່ຖືເປັນການສົ່ງເສົມໃຫ້ ປ/ຊ ຖາງປ່າເຮັດໄຮ່

ລາຄາເຂົ້າເປືອກນຳສົ່ງຮອດໃນເທດສະບານເມືອງວຽງທອງ ຕອນນີ້ 2.500 ກີບ/1ກິໂລ,

ເຂົ້າສານຈ່າວ ແລະໜຽວ  4.000 ກີບ/1ກິໂລ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ໃນທ້າຍເດືອນພະຈິ 2011 ຜ່ານ ເກີດເຫດໄຟໄໝ້ທີ່ເຮືອໄມ້ຫຼັງໜຶ່ງຢູ່ບ້ານນ້ຳຢ້າງເມືອງວຽງທອງ,ແຂວງບໍລິຄຳໄຊ

 

ຕອນເກີດເຫດບໍ່ມີຄົນຢູ່ເຮືອນຫຼັງນັ້ນ,ພໍໄດ້ຮັບໂທລະຊັບວ່າໄຟໄໝ້ຂ້ອຍແລ່ນມາບ່ອນເກີດເຫດ,

ເຫັນແປວໄພລຸກໄໝ້ຂຶ້ນສູງພໍສົມຄວນ ຄິດວ່າຄົງບໍ່ມີຫຍັງມາກັ້ນມັນຢູ່ອີກແລ້ວ,ແຕ່ກໍ່ໂຊກດີ ມີຊ່າງເຮັດເຮືອນ ທີ່ເປັນຄົນລາວ,

ຄົນຫວຽດ ແລະນັກຮຽນ ຢູ່ແຖວນນັ້ນ ຫຼາຍກວ່າ 300 ຄົນມມາຊ່ວຍ,ມີຊາຍະກກັນທ່ານໜຶ່ງໃສ່ໝວກກັນທະທົບຂອງລົດຈັກເປັນເຄື່ອງປ້ອງຕັກຕົວ,ທະລຸປະຕູເຂົ້າໄປໃນເຮຶອນ,ທະລຸຝາແປັນອອກຢ່າງໄວວາ,

ໄຟລວກຕົວໝອກຂອງເຂົາຈົບຍູບຕົວເຂົ້າ ແຕ່ຕົວເຂົາບາດເຈັບເລັກນ້ອຍ

ໃນທີ່ສຸດແປວໄຟກໍ່ຄ່ອຍອ່ອນຕົວລົງແລະມອດໄດ້ສຳເລັດ.

ຊາວບ້ານມາຊ່ວຍມອດຫຼາຍໆຄົນສົນທະນາກັນຫຼາຍຢ່າງ,ບາງທ່ານເວົ້າວ່າ: ເມື່ອ 2 ປີຫຼັງກໍ່ເກີດມີໄຟ້ເຮຶອນຢູ່ບ້ານນ້ຳຢ້າງ 3 ຫຼັງໝົດກ້ຽງ ມູນຄ່າການສຽຍຫາຍ 1 ຕຶ້ກວ່າ,ຫາກມີລົດມອດໄຟມາຊ່ວຍຈະກູ້ເອົາຊັບສິນຂອງປະຊາຊົນໄດ້ເກືອບໝົດ.

ປີນີ້ກໍ່ເກີດຂຶ້ນອີກຫາກໂຊກບໍ່ດີຄົງໝົດເປັນຕຶ້ອີກເພາະຢູ່ຂ້າງໆນັ້ນມີເຮຶອນໃຫຍ່ຫຼາຍຫຼັງ,

ປານນັ້ນພັກ-ລັດບໍ່ໃສ່ໃຈ,ບໍ່ມອງເຫດຈຸດສຳຄັນໃນການບໍລິການປະຊາຊົນ,ເປັນຕົ້ນລົດມອດໄຟ,ລົດສົ່ງຄົນເຈັບປະຈຳໂຮງໝໍບໍ່ເຄີຍສົນໃຈ(ບໍ່ມີ)

ແຕ່ໄປເນັ້ນເລື່ອງລົດປະຈຳຕຳແໜ່ງລາຄາແພງ ໃຫ້ແກ່ຄະນະພັກ.

ຫຼາຍຄົນຖາມກັນວ່າ: ແບບນີ້ແມ່ນແນວໃດ?,ລໍຖ້າເບິ່ງວ່າ ພັກເຮົາຈະຫັນປ່ຽນໄປຮອດໃສກັນແທ້,ລັດເຮົາຈະເປັນລັດຂອງໃຜແທ້?.(ເປັນຂອງປະຊາຊົນ ຫຼື ເປັນຂອງໃຜ)

ສ່ວນປະຊາຊົນເຮົາເຖິງເວລາແລ້ວຕ້ອງໄດ້ຕັ້ງໃຈ,ໃສ່ໃຈຕິດຕາມວຽກບ້ານການເມືອງໃຫ້ຫຼາຍຂຶ້ນ,

ແລະກ້າຫານໃນການສະແດງຂໍຄິດເຫັນຜ່ານການຈັດຕັ້ງ,ຜ່ານສື່ມວນຊົນຕ່າງ

ເພື່ອແລກປ່ຽນບົດຮຽນໃນເອົາຕົວລອດໃນຍຸກແຫ່ງການຫັນປ່ຽນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ​-​ໃນ​ວັນ​ທີ 3/01/12 ຜ່ານ​ມາ​ນີ້​ ພະນັກງານ​ຂັບ​ລົດ​ຈົກດີ​ນ ຊື່

 

ທ້າວ​ພອນ ​ເຊີ່ງ​ເປັນ​ພະນັກງານຂອງ​ບໍລິສັດ​​ເພັດ​ສະໝອນກໍ່​ສ້າງ​​

 

ຂົວ-ທາງ​ຈຳກັດ ໄດ້​ຂຸດ​ພົບ​ລູກ​ລະ​ເບີດ UXO (Bomb GP 500 Lbs USA

 

made) ລະ​ເບີດ​ດັ່ງກ່າວ​ແມ່ນ​ພົບ​ຢູ່​ຕໍ່ໜ້າ​ວັດ ບ້ານ​ອຸດົມ ​

 

ເມືອງ​ຄຳ​ເກີດ​ແຂວງ​ບໍລິ​ຄຳ​ໄຊ. ພາຍຫຼັງ​ຊ່ຽວຊານ​ດ້ານ​ລະ​ເບີດປະຈຳ​

 

ໂຄງການ​ໂຊ​ດີ 2 ​ທ່ານຄື:ທ່ານ ຣອບບີ​ດີ​ຮົນ ​ແລະ​ທ່ານ​ຢອກ ອີ​

 

ມບຣາຮຳ ໄດ້​ກວດ​ສອບ​ແລ້ວ​ພົບ​ວ່າ​ເປັນ​ລະ​ເບີດ​ເວລາ ຟີ​ວ M103 ​ແລະ​

 

ຟີ​ວM123 ,ລະ​ເບີດ​ດັ່ງກ່າວ​ຫາກ​ມີ​ການ​ລົບ​ກວນ​​ໂດຍ​ການ​ເຄື້ອ​ນ​

 

ຍ້າຍ​ທີ່​ມີ​ການ​ກະທົບ​ ຈະ​ເກີດ​ການ​ຫ້າງ​ໂດຍ​ທັນທີ . ສະ​ນັ້ນ​

 

ພາຍຫຼັງ​ໄດ້​ສອບ​ຖາມ​ຈາກ ທ້າວ ພອນ ພະນັກງານ​ຂັບ​ລົດຈົກ ລາວ​ໄດ້​

 

ໃຫ້ການ​ວ່າ​ສຽມ​ຈົກລົດ​ຈົກ​ໄດ້​ກະທົບ​ຖືກ​ລະ​ເບີດ​ດັ່ງກ່າວ​ນີ້​

 

ສອງ​ຫຼື​ສາມ​ເທື່ອ ​ເພາະ​ຄິດ​ວ່າ​ເປັນ​ກ້ອນ​ຫີນ ​ແຕ່​ພາຍຫຼັງ​ປ່ຽນ​

 

ມູມຈົກ​ດີ​ນງັດ​ຂື້ນ​ມາ​ພັດ​ແມ່ນ​ລູກ​ລະ​ເບີດ.ຈາກ​ນັ້ນ​ຜູ້ກ່ຽວ​

 

ກໍ​ຮີບ​ໜີ​​ໄປ​ແລ້ວ​ແຈ້ງ​ໃຫ້​ທາງ​ອົງການ​ເກັ​ບກູ້​ໂຊ​ດີ​ມາກ​ວດສອບ​

 

ເບີ່​ງ.ສະ​ນັ້ນ​ປະຈຸ​ບັນ​ນີ້​ທາງ​ໂຄງການ​ພວກ​ເຮົາ​ໄດ້ສ້າງ​ກຳ​ແພງ​

 

ກັນດ້ວຍກະສອບ​ດີ​ນຊາຍ​ປະມານ 4000 ກະສອບ. ​ແລະ​ປະສານ​ງານ​ກັບ​ຄະນະ​

 

ຊີ້​ນຳ​ຂັ້ນ​ເມືອງ​ເພື່ອ​ຮັບ​ຮູ້​ເຖີງ​ໄພ​ອັນຕະລາຍ​ແລະ​ກະກຽມ​ເຄື້ອ​

 

ນຍ້າຍ​ປະຊາຊົນ​ໄປ​ບອນ​ທີ່​ປອດ​ໄພ.ຖ້າ​ລະ​ເບີດ​ດັ່ງກ່າວ​ທຳ​ງານ​ແມ່ນ​

 

ມີ​ຄວາມ​ແຮງ​ລ້າງຜານ​ໄປ​ເຖີງ2ກິ​ໂລ​ແມັດ.ບໍ່​ວ່າ​ຄົນ,ອາຄານແລະ​ສັບ​

 

ສີນ​ສີ່​ງຂອງ​ອື່ນໆ ປະຈຸ​ບັນ​ນີ້​ທາງ​ໂຄງການ​ພວກ​ເຮົາ​ໄດ້​ປະສານ​ງານ​

 

ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ ​ໂຄງການ​​ເຈ​ມັດສ ​ໂດຍ​ຜ່ານ​ທາງ​ຄຄຊ​​ເພື່ອ​ນຳ​

 

ເຄື່ອງມື​ທີ່​ທັນ​ສະ​ໃໝ​ມາ​ຊ່ວຍ​ເຫຼືອ​ໃນ​ການ​ກຳຈັດ​ລະ​ເບີດ​ລູກ​

 

ນີ້​ໂດຍ​ບໍ່​ໃຫ້​ມີ​ການລະ​ເບີດ​ແຮງ​ສູງ​ແລະ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​

 

ໃຫ້​ໄດ້​ສູງ​ສຸດ​ເທົ່າ​ທີ່​ຄວນ.ວັນ​ທີ 5/1/2012 ​ໄດ້​ປະຊຸມ​ສຸກ​ເສີນ​

 

ທີ່​ຫ້ອງວ່າການປົກຄອງ​ເມືອງ​ເພື່ອ​​ລາຍ​ງານ​ການ​ພົບ​ເຫັນ​ລູກ​ລະ​

 

ເບີດ ​ແລະ​ລະບົບ​ກົນ​ໄກ​ການ​ທຳ​ງານ​ຂອງ​ລູກ​ບົມ​ເຊີ່ງ​ພາຍຫຼັງ​ການ​ວິ​

 

ເຄາະ​ໄດ້​ຮູ້​ວ່າ​ບົມໜ່ວຍ​ດັ່ງກ່າ​ວ​ແມ່ນ​ໄດ້​ຜະລິດ​ຂື້ນ​ໃນ​ຊ່ວງ​

 

ສົງຄາມ​ໂລກ​ຄັ້ງ​ທີ​ສອງ ​ເປັນ​ບົມ​ເວລາ​ທີ່​ມີ​ກົນ​​ໄກການ​ທຳ​ງານ​

 

ໂດຍສານ​ເຄມີ​ເປັນ​ຕົວ​ເຊື່ອມ​ໃນ​ການ​ເຜົາ​ໄໝ້ ​ເມື່ອ​ມີ​ການ​ກະທົບ ​.​

 

ໂດຍ​ອີງ​ໃສ່​ມາດຕະຖານ​ດ້ານ​ເຕັກນິກ ລູກ​ບົມອາດ​ສາມາດ​ແຕກ​ຂື້ນ​

 

ໄດ້​ພາຍ​ໃນ 144​ ຊົ່ວ​ໂມງ ​ເລີ່​ມຈາກ​ມີ​ການ​ກະທົບ .

 

ສະ​ນັ້ນ, ທາງ​ຫົວໜ້າ​ໂຄງການ​ໂຊ​ດີ ຈີ່​ງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ມີ​

 

ການ​ລໍຖ້າ​ໂດຍ​ບໍ່​ອະນຸຍາດ​ໃຫ້ ບຸກຄົນ​ໃດ ​ເຂົ້າ​ໄປ​ໃນ​ບໍລິ​ເວນ​

 

ນັ້ນ​ຈົນ​ເຖີງວັນ​ທີ 16/01/2012 ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ລູກ​

 

ບົມດັ່ງກ່າວ​ແມ່ນ​ຍັງ​ບໍ່​ມີ​ການ​ທຳ​ງານ .ນອກຈາກ​ນີ້​ຍັງ​ໄດ້​

 

ແນະນຳຂັ້ນ​ຕອນ​ຂອງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ພ້ອມ​ທັງ​ໄດ້​ແນະນຳ​

 

ກ່ຽວ​ກັບ​ຜົນ​ກະທົບ​ທີ່​ອາດ​ຈະ​ເກີດ​ຂື້ນ​ຕໍ່​ຊີວິດ​ແລະ​ຊັບ​

 

ສີນ​ຂອງ​ປະຊາຊົນ, ​ແລະໄດ້​ສັ່ງ​ປິດ​ໂຮງຮຽນ​ຈຳນວນ 3 ຫຼັງ​ທີ່ຢູ່​

 

ໃກ້​ຄຽງ​ບໍລິ​ເວນ​ນັ້ນ ປະຈຸ​ບັນ​ນີ້​ທາງພາກສ່ວນ​ເມືອງ​ແມ່ນ​ໄດ້​

 

ເອົາ​ໃຈ​ໃສ່​ສົ່ງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຈາກ​ພາກສ່ວນ ປກສ ​ແລະ​

 

ກອງທັບ​ລົງ​ເວນຍາມ​​ເພື່ອ​ບໍ່​ໃຫ້​ປະຊາຊົນ​ຜ່ານ​ເຂົ້າ​ໃກ້​ບໍລິ​

 

ເວນ​ທີ່​ລະ​ເບີດ​ຢູ່​ ຕະຫຼອດ 24ຊົ່ວ​ໂມງ.ນອກຈາກ​ນັ້ນ​ໜ່ວຍ​

 

ງານ​ໂຄສະນາ​ສື​ກສາ​ຂອງ​ໂຄງການ​ໂຊ​ດີ​ກໍ່​ໄດ້​ລົງ​ເຄື່ອນ​ໄຫວ​ແນະນຳ​

 

ຫ້ອງການ ປກສ ​,ທະຫານ​ເມືອງ​ແລະປະຊາຊົນ​​ບ້ານ​ອຸດົມເພື່ອ​​ແຈ້ງ​

 

ການ​ເລື່ອງເຄື່ອນ​ຍ້າຍປະຊາຊົນ​ອອກ​ຈາກ​ພື້ນທີ່ໆ​ຢູ່​ໃກ້​ຄຽງ

 

ຈົນ​ກວ່າ ມີ​ຄວາມ​ປອດ​ໄພ ​ແລ້ວ​ຈີ່​ງອະນຸຍາດ​​ໃຫ້​ປະຊາຊົນ​ເຂົ້າ​

 

ມາ​ພື້ນ​ທີ່​​ເດີມ ຕາມ​ການ​ກຳນົດ​ທາງ​ວິຊາ​ການ​ແມ່ນ​​ເລີ່​ມ​ແຕ່​

 

ມີ​ການ​ກະທົບ​ຄືວັນ​ທີ3/01/2012 ຫາ 16/01/2012 .ປະຈຸ​ບັນ​ນີ້​ໄດ້​

 

ເຄື້ອ​ນຍ້າຍ​ປະຊາຊົນ​​ແລະ​ພະສົງ​ສຳມະ​ເນນອອກ​ຈາກ​ເຂດ​ດັ່ງກ່າວ​ໄດ້​

 

ຫຼາຍ​ຄອບ​ຄົວ ​ແຕ່​ຍັງ​ມີ​ບາງ​ຄອບ​ຄົວ​ທີ່​ບໍ່​ຢາກ​​ເຄື້ອ​ນຍ້າຍ​

 

ໜີ​ເທື່ອ ​ເນື່ອງ​ຈາກ ​ເປັນຫ່ວງນຳ​ຊັບ​ສີນ​ແລະ​ອ້າງ​ວ່າ​ບໍ່​ມີ​

 

ບ່ອນ​ພັກ​ເຊົາ.

 

ຫຼັກ​ຊາວ​,ວັນທີ 06/01/2012

 

ຮອງ​ຜູ້​ຈັດການ​ອົງການ​ໂຊດີ

 

ນວນ​ທອງ ອີນທາ​ທີລາ​ດ/

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 18 ພະຈິກ 2011 ຢູ່ທີສະໂມສອງຂອງກອງບັນຊາການ ປກສ ເມືອງວຽງທອງ,ແຂວງບໍລິຄຳໄຊ.

ໃນພິທີນັ້ນໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະງົບ ອອກເມືອວັນທີ່ 25 ຕຸລາ 2011 ລົງລາຍເຊັນໂດຍທ່ານ ດຣ ທອງບັນ ແສງອາພອນ,ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັງານຈຳນວນສອງສະບັບຄື: ຂໍຕົກລົງເລກທີ່ 1321/ປກສ.ຕົກລົງຍົກຍ້າຍທ່ານພັ/ຕ ທະນົງສັກ ສີວົງດາວ,ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງຄົນຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ແລະຂໍ້ຕົກລົງເລກທີ່ 1322/ປກສ,ຕົກລົງແຕ່ງຕັ້ງທ່ານ ພັ/ຕ ບຸນມີໄຊ ຈັນທະວົງ ເປັນຫົວໜ້າ ປກສ ເມືອງວຽງທອງຜູ້ໃໝ່. ເຫດຜົນຂອງການຍົກແມ່ນຍ້ອນຄວາມເຮຍກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ເຂົ້າຮ່ວມໃນພິທີນັ້ນມີທ່ານ ພັ/ທ ຄຳໃບ ສຸວັນນະຄົດ, ຮອງຫວົໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຜູ້ເກ່ຍວຂ້ອງ ແລະບັນດາພະນັກງານພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມເພຍງ.

 

 ພາບການເຄື່ອນໄຫວຂອງທ່ານພັ/ຕທະນົງສັກ ສີວົງດາວ,ຫົວໜ້າ ປກສ ເມືອງຜູ້ເກົ່າ,ຢືນໂອ້ລົມກັບອ້າຍນ້ອງ

 

 

ບົດ: ວາທີ ລຳແກ້ວ

ພາບ: ພັນທະຫົວໃຈ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

 ຜູ້ໃຊ້ຂ້ອງໃຈກັບຄຳວ່າ ໃຫ້ຫຼາຍກ່ວາ ຂອງໂທລະສັບເຄືອຂ່າຍໄກ່ນ້ອຍ

ວັນທີ 25 ຕຸລາ 2011 - ເວລາ 09:58:56 Divider

ໃນ​ຍຸກ​ທີ່​ສັງ­ຄົມ​ມີ​ຄວາມ​ຟ້າວ​ຟັ່ງ​ໃນ​ການ​ແຂ່ງ­ຂັນ​ໃນ​ຫຼາຍໆ​ດ້ານ​ນີ້ ຍອມ­ຮັບ​ວ່າ­ການ​ຕິດ­ຕໍ່​ສື່­ສານ​ຜ່ານ​ໂທລະ­ສັບ​ມີ​ຄວາມ​ຈຳ­ເປັນ​ຫຼາຍ ລັດ­ຖະ­ບານ​ມີ​ການ​ເປີດ​ໂອ­ກາດ​ໃຫ້​ຫຼາຍ​ພາກ­ສ່ວນ ດຳ­ເນີນ​ການ​ບໍ­ລິ­ການ​ດ້ານ​ເຄືອ​ຂ່າຍ​ໂທລະ​ຄົມ­ມະ­ນາ­ຄົມ ທັງ​ບໍ­ລິ­ສັດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ເຂົ້າ​ມາ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ນີ້ ແລະ ກໍ​ມີ​ກົນ­ລະ­ຍຸດ​ໃນ​ການ​ບໍ­ລິ­ການ​ຮຽກ​ລູກ​ຄ້າ​ກັນ​ແບບ​ຫຼາຍ​ຮູບ​ຫຼາຍ​ສີ ຖື​ວ່າ​ຄຶກ­ຄັກ​ວ່າ​ຊັ້ນ​ສາ ແນ່­ນອນ​ມັນ​ເປັນ​ເລື່ອງ​ດີ ທີ່​ເປີດ​ໂອ­ກາດ​ໃຫ້​ຫຼາຍໆ​ພາກ­ສ່ວນ ດຳ­ເນີນ​ທຸ­ລະ​ກິດ​ສາ­ຂາ​ນີ້ ດີ​ກ່ວ​າ​ຈະ​ຜູກ­ຂາດ​ກັນ​ຢູ່​ແຕ່​ເຈົ້າ​ດຽວ ຄື​ວ່າ​ນັ້ນ​ລະ ສັງ­ຄົມ​ສູ່​ມື້­ນີ້​ມັນ​ຕ້ອງ​ໄດ້​ອາ­ໄສ​ເຕັກ​ໂນ​ໂລ​ຊີ​ການ​ສື່­ສານ​ອັນ​ທັນ​ສະ­ໄໝ ການ​ທີ່​ຈະ​ລົມ​ວຽກ​ລົມ​ງານ​ກັນ ພຽງ​ແຕ່​ຍົກ​ໂທລະ­ສັບ​ຂຶ້ນ ກໍ​ແມ່ນ​ສຳ­ເລັດ​ໄປ​ແລ້ວ​ເຄິ່ງ​ໜຶ່ງ ແຕ່​ການ​ທີ່​ຜູ້​ໃຊ້​ຈະ​ເລືອກ​ໃຊ້​ເຄືອ​ຂ່າຍ​ໃດ​ນັ້ນ ກໍ​ແນ່­ນອນ​ຂຶ້ນ​ຢູ່​ກັບ​ຄວາມ​ພໍ­ໃຈ​ໃນ​ການ​ຜູ້​ໃຫ້​ບໍ­ລິ­ການ​ທີ່​ດີ​ກ່ວ​າ ຫຼື ໄວ້​ວາງ­ໃຈ​ຕໍ່​ເຄືອ​ຂ່າຍ​ນັ້ນໆ​ຈຶ່ງ​ໃຊ້ ຄົງ​ບໍ່​ມີ​ໃຜ​ບັງ­ຄັບ​ໃຜ ຫຼື ຟັງ​ຄຳ​ຊີ້​ແນະ​ຈາກ​ໃຜ​ໃຫ້​ຕ້ອງ​ໃຊ້​ເຄືອ​ຂ່າຍ​ໃດ​ໜຶ່ງ​ໄດ້​ດອກ.

ໃນ​ຍຸກ​ທີ່​ການ​ແຂ່ງ­ຂັນ​ກັນ​ຄຶກ­ຄັກ ຂອງ​ຜູ້​ປະ­ກອບ​ການ​ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື ການ​ປ່ຽນ­ແປງ ຫຼື ເກີດ​ຂຶ້ນ​ຂອງ​ເຄືອ​ຂ່າຍ​ໄກ່​ນ້ອຍ (Beeline) ຖື​ວ່າ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຂອງ​ຜູ້​ຊົມ­ໃຊ້ ດ້ວຍ​ຄຳ​ຂວັນ​ທີ່​ເພິ່ນ​ຕັ້ງ​ໄວ້ ພາຍ­ຫຼັງ​ທີ່​ປ່ຽນ​ຈາກ​ຊື່​ເກົ່າ​ມາ​ເປັນ​ຊື່​ໃໝ່ ເພິ່ນ​ເວົ້າ​ວ່າ: ທີ​ໂກ້​ໃຫ້​ທ່ານ​ຫຼາຍ​ເທົ່າ­ໃດ... ບີ​ລາຍ​ໃຫ້​ຫຼາຍ​ກ່ວ​າ ຟັງ​ເບິ່ງ​ແລ້ວ​ກໍ​ໜ້າ​ຟັງ​ແທ້ ຖື​ວ່າ​ໜ້າ​ສົນ­ໃຈ​ແຮງ ຫຼາຍ​ທ່ານ​ທີ່​ໃຊ້​ເຄືອ​ຂ່າຍ​ນີ້​ມາ​ແຕ່​ຕົ້ນ ປ່ຽນ​ຊື່​ມາ​ແລ້ວ 3 ຊື່​ກະ​ຍັງ​ໃຊ້​ຢູ່ ເພາະ​ຜ່ານ​ມາ ກະ​ບໍ່​ເຫັນ​ມີ​ບັນ­ຫາ​ຫຍັງ ສັນ­ຍານ​ກະ​ຖື​ວ່າ ໂອ​ເຄ ທີ່​ສຳ­ຄັນ​ສຸດ ກໍ​ຂຶ້ນ​ກັບ​ວຽກ​ທີ່​ເຮັດ​ຢູ່ ມັນ​ຕ້ອງ​ມີ​ການ​ຕິດ­ຕໍ່​ພົວ­ພັນ​ກັບ​ສັງ­ຄົມ​ຫຼາຍ ການ​ຈະ​ໃຫ້​ປ່ຽນ​ເບີ​ປ່ຽນ​ເຄືອ​ຂ່າຍ​ເລື້ອຍໆ​ຄື​ໄວ​ລຸ້ນ ກໍ​ບໍ່­ຫ່ອນ​ເປັນ.

ແຕ່​ເບິ່ງ​ຄື​ວ່າ ຈາກ​ການ​ເປີດ​ຕົວ​ທີ່​ຍິ່ງ​ໃຫຍ່​ຂອງ​ເຄືອ​ຂ່າຍ​ໄກ່​ນ້ອຍ​ເພິ່ນ​ນີ້ ຈະ​ມາ​ພ້ອມໆ​ກັບ​ຄວາມ​ບໍ່​ໂສ­ພາ​ປານ­ໃດ ໃນ​ໜຶ່ງ​ອາ­ທິດ​ຜ່ານ​ມາ ຜູ້​ຂ້າ​ໄດ້​ຮັບ​ສຽງ​ຮ້ອງ­ທຸກ​ຂອງ​ຜູ້​ຊົມ­ໃຊ້​ເຄືອ​ຂ່າຍ​ນີ້​ເຂົ້າ​ມາ​ໜາ​ຫູ ເພື່ອ​ຢາກ​ໃຫ້​ເປັນ​ຂົວ​ຕໍ່​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ ກໍ​ຄື​ຜູ້​ໃຫ້​ບໍ­ລິ­ການ ເພື່ອ​ຂໍ​ຄຳ​ຕອບ​ທີ່​ຊັດ​ເຈນ ນັບ​ແຕ່​ມື້​ບຸນ­ຊ່ວງ­ເຮືອ​ທ່າ​ວັດ​ຈັນ​ພຸ້ນ​ມາ ທີ່​ຜູ້​ໃຊ້​ເຄືອ​ຂ່າຍ​ໄກ່​ນ້ອຍ​ເພິ່ນ​ນີ້ ບໍ່​ສາ­ມາດ​ໂທ​ຕິດ­ຕໍ່​ພົວ­ພັນ​ວຽກ​ກັບ​ເບີ​ໂທ​ຂອງ​ເຄືອ​ຂ່າຍ​ອື່ນ​ໄດ້ ແລະ ເບີ​ເຄືອ​ຂ່າຍ​ອື່ນ​ກໍ​ບໍ່​ສາ­ມາດ​ໂທ​ເຂົ້າ​ຫາ​ໄດ້ ຖື​ວ່າ​ເດືອດ­ຮ້ອນ​ກັນ​ໃຫຍ່​ວ່າ​ຊັ້ນ​ສາ ອັນ​ນີ້​ຜູ້​ຂ້າ​ເອງ​ກໍ​ພົບ​ບັນ­ຫາ ແລະ ກໍ​ລໍ­ຖ້າ​ການ​ອອກ​ມາ​ຊີ້​ແຈງ​ຈາກ​ເຈົ້າ​ຂອງ​ຜູ້​ໃຫ້​ບໍ­ລິ­ການ​ຢູ່ ແຕ່​ກໍ​ມິດ​ງຽບ​ປານ​ຫອຍ​ໄຂ້ ໂທ​ເຊັກ​ຄຳ​ຕອບ​ກໍ​ບໍ່​ຊັດ​ເຈນ ບີບ​ໂທລະ­ສັບ​ອອກ​ຍາມ​ໃດ ກໍ​ໄດ້​ຍິນ​ແຕ່​ຄຳ​ວ່າ ຮຽນ​ເຖິງ​ບັນ­ດາ​ລູກ​ຄ້າ​ບີ​ລາຍ​ທຸກ​ທ່ານ ເນື່ອງ​ຈາກ​ພວກ​ເຮົາ​ມີ​ບັນ­ຫາ​ຂັດ­ຂ້ອງ​ທາງ​ດ້ານ​ເຕັກ­ນິກ​ທີ່​ຄວບ​ຄຸມ​ບໍ່​ໄດ້ ຈຶ່ງ​ເຮັດ​ໃຫ້​ທຸກ​ທ່ານ​ບໍ່​ສາ­ມາດ​ໂທ​ຫາ​ເຄືອ​ຂ່າຍ​ອື່ນໆ ແລະ ເນັ້ນ​ວ່າ​ຈະ​ແກ້​ໄຂ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ບາດ​ທ້າຍ​ຍັງ​ຝາກ​ຄຳ​ຂອບ­ໃຈ​ໄວ້​ອີກ ທີ່​ໃຊ້​ເຄືອ​ຂ່າຍ​ເພິ່ນ ນີ້​ກໍ​ຜ່ານ​ໄປ​ໜຶ່ງ​ອາ­ທິດ​ແລ້ວ ກໍ​ຍັງ​ບໍ່​ເຫັນ​ມີ​ຫຍັງ​ໄດ້​ຮັບ​ການ​ແກ້​ໄຂ​ໃດໆ​ເທື່ອ ຄຳ​ທີ່​ວ່າ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ນີ້ ເອົາ​ຫຍັງ​ມາ​ເປັນ​ຂອບ​ເຂດ ຫຼື ກຳ­ນົດ​ເອົາ​ຕາມ​ລຳ­ພັງ​ໃຈ ຖ້າ​ເປັນ​ແບບ​ນີ້ ຜົນ​ເສຍ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ບໍ­ລິ­ໂພກ ຫຼື ຜູ້​ຊົມ­ໃຊ້​ໃຜ​ຈະ​ຮັບ­ຜິດ­ຊອບ ? ຫຼື ຄຳ​ຂວັນ​ທີ່​ວ່າ: ໃຊ້​ຊີ­ວິດ​ຢ່າງ​ເຕັມ­ທີ່ຂອງ ບີ​ລາຍ ນັ້ນ​ຈະ​ໝາຍ​ຄວາມ​ວ່າ: ໃຜ​ທີ່​ໃຊ້​ຈະ​ມີ​ໂອ­ກາດ​ຮັບ​ໂທລະ­ສັບ​ໜ້ອຍ​ລົງ ເພາະ​ເຄືອ​ຂ່າຍ​ອື່ນ​ໂທ​ເຂົ້າ​ຫາ​ບໍ່​ໄດ້ ເລີຍ​ໄດ້​ໃຊ້​ຊີ­ວິດ​ຢ່າງ​ເຕັມ­ທີ່ ເພາະ​ສຽງ​ລົບ​ກວນ​ຈາກ​ໂທລະ­ສັບ​ໜ້ອຍ​ລົງ ?.

ມັນ​ເປັນ​ຄຳ​ຖາມ​ທີ່​ຫຼາຍໆ​ຄົນ​ຢາກ​ໃຫ້​ຜູ້​ບໍ­ລິ­ຫານ​ເຄືອ​ຂ່າຍ​ນີ້ ອອກ​ມາ​ໃຫ້​ລາຍ​ລະ­ອຽດ ເປັນ​ຫຍັງ ຍ້ອນ​ຫຍັງ ກໍ​ຄວນ​ຈະ​ອອກ​ມາ​ເວົ້າ​ມາ​ກ່າວ​ກັນ​ກົງໆ ບໍ່​ແມ່ນ​ມິດ​ງຽບ​ແລ້ວ​ອັດ​ສຽງ​ສຳ­ເລັດ​ຮູບ ແຈ້ງ​ຕໍ່​ລູກ​ຄ້າ​ແຕ່​ທໍ່​ນັ້ນ ຮູ້­ສຶກ​ວ່າ​ມັນ​ບໍ່​ຍຸ­ຕິ​ທຳ​ປານ­ໃດ ເບິ່ງ​ຄື​ຈັ່ງ​ວ່າ ບໍ່​ຖື​ລູກ​ຄ້າ​ສຳ​ຄັນ­ວ່າ​ຊັ້ນ​ສາ ຊິ​ເຮັດ​ແນວ­ໃດ ຊິ​ແກ້​ໄຂ​ໄດ້​ມື້​ໃດ ກໍ​ຄວນ​ບອກ​ກ່າວ ຊ້າ​ໄວ​ພໍ​ຊິ​ໄດ້​ຮູ້ ຫຼື ປ່ຽນ​ໄປ​ໃຊ້​ເຄືອ​ຂ່າຍ​ໃໝ່ ອັນ​ນີ້​ກໍ​ຂໍ​ຝາກ​ໄວ້​ນໍ ເຊື່ອ​ຢູ່​ດອກ​ວ່າ ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເພິ່ນ​ຄົງ​ສຸມ​ໃສ່​ການ​ແກ້​ໄຂ​ຢ່າງ​ຂະ​ໝັກ​ຂະ​ເມັ້ນ ແຕ່​ເຮັດ​ແບບ​ມິດ​ຢູ່​ກະ​ບໍ່​ມີ​ໃຜ​ຮູ້​ນຳ ! ໃນ​ຂະ­ນະ​ທີ່​ຄວາມ​ເດືອດ­ຮ້ອນ​ຜູ້​ຊົມ­ໃຊ້​ຮັບ​ໄປ​ເຕັມໆ​ແບບ​ນີ້ ຈະ​ໃຫ້​ໂທ​ຫາ​ແຕ່​ເຄືອ​ຂ່າຍ​ດຽວ ມັນ​ບໍ່­ຫ່ອນ​ເປັນ ຍິ່ງ​ໃນ​ສັງ­ຄົມ​ທີ່​ມີ​ການ​ແຂ່ງ­ຂັນ​ສູງ​ຂອງ​ເຕັກ​ໂນ​ໂລ​ຊີ​ໂທລະ​ຄົມ­ນາ­ຄົມ​ແບບ​ນີ້ ໂລກ​ເຂົາ​ໄປ​ຮອດ​ໃສ​ກັນ​ແລ້ວ ... ນີ້​ຄື​ສຽງ​ສະ­ທ້ອນ​ຈາກ​ສັງ­ຄົມ ໃນ​ນາມ​ເປັນ​ສື່​ກາງ​ນຳ​ມາ​ສະ­ເໜີ ແລະ ຝາກ​ຜ່ານ​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ມີ​ຄຳ​ຕອບ​ໃຫ້​ກັບ​ສັງ­ຄົມ ກົດ­ໝາຍ​ສື່​ມວນ​ຊົນ​ລະ­ບຸ​ໄວ້​ໃນ​ມາດ­ຕາ 22 ວ່າ: ສື່​ມວນ​ຊົນ​ມີ​ສິດ​ສະ­ເໜີ​ໃຫ້​ການ­ຈັດ­ຕັ້ງ ຫຼື ບຸກ­ຄົນ​ທີ່​ກ່ຽວ­ຂ້ອງ​ກັບ​ບັນ­ຫາ ທີ່​ພົນ­ລະ­ເມືອງ​ລາວ ຫຼື ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ຂໍ​ຄວາມ​ກະ­ຈ່າງ​ແຈ້ງ ເມື່ອ​ອົງ​ການ­ຈັດ­ຕັ້ງ ແລະ ບຸກ­ຄົນ​ໄດ້​ຮັບ​ຄຳ​ສະ­ເໜີ​ດັ່ງ­ກ່າວ​ແລ້ວ ກໍ​ຕ້ອງ​ຕອບ​ຢ່າງ​ທັນ​ການ ແລະ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ກໍ​ຫວັງ​ວ່າ​ສັງ­ຄົມ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃນ​ໄວໆນີ້ນໍ ? ຍາມ​ເສຍ​ຄ່າ​ບໍ­ລິ­ການ​ບໍ່​ເຫັນ​ມີ​ຈັກ​ເທື່ອ ຈະ​ໄດ້​ຍິນ​ຄຳ​ວ່າ ເຄືອ​ຂ່າຍ​ຂັດ­ຂ້ອງ ທ່ານ​ບໍ່​ໄດ້​ຮັບ​ຄວາມ​ສະ­ດວກ ພວກ​ເຮົາ​ບໍ່​ເອົາ​ເງິນ​ຈາກ​ທ່ານ.

ເມ​ໄຣ ສີ​ອຳ​ພັນ

 
 
Divider
ຄຳເຫັນຂອງທ່ານຜູ້ອ່ານ ຄຳເຫັນຂອງທ່ານຜູ້ອ່ານ
cat 2 ມື້ຜ່ານມາ 183.182.127.xxx
ໜ້າຈະໃຫ້ໜ່ວຍງານທີ່ກ່ຽວຂ້ອງເຂົ້າມາແກ້ໄຂ ບໍ່ແມ່ນຈະໃຫ້ບໍລິສັດເຮັດໃສ່ກັນແບບນີ້ ຜົນເສຍກະແມ່ນຜູ້ໃຊ້ບໍລິການ
ລາວແທ້ໄກບ້ານ 2 ມື້ຜ່ານມາ 70.178.65.xxx
ມາອ່ານຂ່າວກະພໍໄດ້ຮູ້ແລ້ວເຂົ້າໃຈແຈ້ງຫລາຍເຕີບ ສະນັ້ນ ພວກເຮົາເຈົ້າຂ້ອຍຄວນສ່ົງເສີມບໍລີສັດທີ່ຢູຄຽງຂ້າງປະຊາຊົນ ເຮັດເພືອຜົນປະໂຫຍດຂອງປະຊາຊົນ ແລະ ດີໃຈອີກຄວາມເຫັນຫນື່ງທີ່ເພີນ ຂຽນວ່າ ຫລາຍບໍລິສັດຜູ້ໃຫ້ບໍລີການຍິ່ງດີລູກຄ້າມີຫລາຍທາງເລືອກ ຖ້າບໍລິສັດດຽວຍິງຜູກຂາດແລະເອົາປຽບລູກຄ້າ ສະນັ້ນກະ ດີຖ້າອັນ ໄດມັນອັນດຽວແລ້ວປະຊາຊົນເສຍປຽບກະປ່ຽນໃຫ້ມີຫລາຍທາງເລືອກແດ່ລະ ທ່ານຜູ້ສະຫລາດທັງຫລາຍ ຢ່າເຂົ້າກະທໍຍໍຕົວເອງວ່າສະຫລາດສ່ອງໃສຫລາຍ
ສາໂທ ແກ້ວພິ 3 ມື້ຜ່ານມາ 202.137.156.xxx
ອ່ານແລ້ວງົງ ຄົນຂຽນຂ່າວນີ້ ສົງໃສຍັງຢູ່ໃນຖໍ້າ ບໍ່ຮູ້ວ່າ ຂໍ້ມູນທີ່ແທ້ຈິງເປັນແນວໃດ ຄວນໄປຫາຂ່າວ ມາອ່ານປະດັບແລະເພີ່ມຄວາມຮູ້ຕື່ມແດ່ເດີ້
ຫຼ້ານ້ອຍ 4 ມື້ຜ່ານມາ 183.182.127.xxx
ເປັນຍ້ອນໃຜສັງຄົມອາດບໍ່ເຂົ້າໃຈ,ແຕ່ມີບັນຫາກໍຄວນແກ້ໄຂ,ບໍ່ແມ່ນປະ ປ່ອຍໃຫ້ມີຜົນສະທ້ອນ,ສຳຄັນຜູ້ທີ່ມີຄວາມຮັບຜິດຊອບຄວນເປັນເຈົ້າການ ແກ້ໄຂ ໂດຍມີຫຼາຍຝ່າຍເຂົ້າຮ່ວມ,ຄິດວ່ານີ້ແມ່ນທາງອອກທີ່ດີທີ່ສຸດ
ຄົນຊວຍ 6 ມື້ຜ່ານມາ 183.182.127.xxx
ຄວນຈະມີ ປຸ່ມກົດ Like and unlike ນະ ຄົງຈະດີ
ຄົນຊວຍ 6 ມື້ຜ່ານມາ 183.182.127.xxx
ສົງໃສຄົນຂຽນຂ່າວນີ້ແມ່ບໍ່ຕິດຕາມຂ່າວສານຈາກສຳນັກອື່ີນເລີຍຕິ໊ເບາະ !
ຄິມວົງສາ 6 ມື້ຜ່ານມາ 202.136.242.xxx
ຂ້າພະເຈົ້າເຫັນດີນຳໃນການເປີດເສລີທາງດ້ານການແຂ່ງຂັນການຕະ ຫລາດເພາະມັນຈະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໄດ້ໃຊ້ຄວາມຮູ້ຄວາມສາມາດຢ່າງແທ້ຈິງບໍ່ແມ່ນວ່າລໍຖ້າພຽງແຕ່ເອົາຜົນປະໂຫຍດຢ່າງດຽວແຕ່ບໍ່ຄຳນຶງເຖິງປະໂຫຍດລູກຄ້າການເຮັດການໂຄສະນາການຕະຫລາດມີ promotion ດີດີ ໃຫ້ກັບລູກຄ້າການ ເຮັດທຸລະກິດ ຢ່າລືມ ວ່າລູກຄ້າຄືໝາກຫົວໃຈ ອັນສຳຄັນ ຄືເພິ່ນວ່າ ລູກຄ້າ ຄື ພະເຈົ້າຫັ້ນລະ ມີການແຂ່ງຂັນຈຶ່ງມີການພັດທະນາ ດັ່ງພັກ-ລັດເພິ່ນໃຫ້ປະຕິບັດ 4 ບຸກທະລຸ, ເພື່ອກ້າວສູ່ສະຫະສະວັດ 4 ບຸກທະລຸ ໃນນັ້ນ ມີຄຳວ່າບຸກທະລຸດ້ານ ຈິນຕະນາການ ຄືຄວາມຄິດ ໃຫ້ມີຄວາມຄິດສ້າງສັນ ພັດທະນາແຂ່ງຂັນກັນຊອກຫາ ສິ່ງດີດີ ເພື່ອສັງຄົມ ບຸກທະລຸ ອີກຢ່າງໜຶ່ງ ກໍ່ຄື ບຸກທະລຸ ລະບຽບ ລະບອບລະບົບຂອງການບໍຫານຄຸ້ມຄອງ ການເຮັດວຽກງານ ຕ້ອງມີຈຸດສຸມເປົ້າໝາຍມີຫລັກການເພື່ອໃຫ້ເກີດຜົນປະໂຫຍດສ່ວນ ລວມ ກໍ່ຄືສັງຄົມ ຜູ້ຊົມໃຊ້, ສະນັ້ນແລ້ວບັນດາບໍລິສັດ ທັງຫລາຍ ຄວນນຳໄປຄິດຄົ້ນເບິ່ງວ່າ ທ່ານຄິດແນວໃດ ກັບລູກຄ້າ ຫວັງແຕ່ ຈະເອົາຜົນປະໂຫຍດຢ່າງດຽວ ຫລື ຍັງເຫັນລູກຄ້າ ແມ່ນ ບຸກຄົນສຳຄັນຂອງທ່ານ.....ຂອບໃຈ
ບໍ່ປະສົງອອກນາມ 1 ອາທິດຜ່ານມາ 114.129.28.xxx
ຂ້າພະເຈົ້າເຫັນດີນໍາ ທີ່ວ່າ ມີຫຼາຍເຄືອຂ່າຍຍິ່ງດີ ເພາະຈະກະຕຸ້ນໃຫ້ ແຕ່ລະເຄື່ອຂ່າຍມີ ຄວາມກະຕືລືລົ້ນ ໃນການໃຫ້ບໍລິການທີ່ດີ ວ່ອງໄວທັນໃຈ ແລະ ລາຄາເປັນທໍາແກ່ຜູ້ຊົມໃຊ້ ຖ້າຜູກຂາດແຕ່ຜູ້ດຽວ ແນ່ນອນ ຜູ້ໃຊ້ ກໍ່ຈະໜ້ອຍລົງເພາະຄ່າໂທແພງ ແລະເທື່ອລະໜ້ອຍ ຄົນຢູ່ຊົນນະບົດກໍ່ອາດບໍ່ມີຄວາມສາມາດ ຊໍາລະຄ່າໂທໄດ້ ແລະ ກໍ່ຈະຢຸດໃຊ້ໄປເອງ ແລະ ກໍ່ອາດກັບໄປສູ່ ການສົ່ງຈ ມ ທາງໄປສະນີແທນ ໃນການຕິດຕໍ່ພົວພັນ ຂໍອະໄພ ນໍາບັນດາທ່ານ ທີ່ປະກອບຄໍາເຫັນແບບນີ້ ເພາະເປັນຫ່ວງຕໍ່ການບໍລິການ ທີ່ນອກຈາກສ້າງກໍາໄລແລ້ວແກ່ບໍລິສັດແລ້ວ ແຕ່ຍັງຈໍາກັດການບໍລິການແກ່ ຜູ້ຄົນ ແລະ ສະຖານະການ ເວລາ ບໍ່ສາມາດເຕີມເງິນ ຫຼື ຢູ່ຫ່າງໄກສອກຫຼີກ ເຊັ່ນວ່າຄົນຢູ່ຊົນນະບົດ ກໍລະນີຂັບຂັນສຸກເສີນ ບໍ່ມີເງິນເຕີມ ຊໍ້າພັດສົ່ງຂໍ້ຄວາມຂໍຄວາມຊ່ວຍເຫຼືອບໍ່ໄດ້ ເພາະ ໝົດມູນຄ່າໂທ.
ຄິມ ສ່ອງແສງ 1 ອາທິດຜ່ານມາ 202.137.136.xxx
ຢາກຖາມພາກສ່ວນທີ່ກ່ຽວຂ້ອງວ່າ: ເປັນຫຍັງຈຶ່ງຫງົດ ບໍ່ໃຫ້ບັນດາບໍລິສັດໂທລະຄົມ ມີການແຂ່ງຂັນກັນດ້ານການໂຄສະນາສົ່ງເສີມການຂາຍເຊັ່ນ: ໂທຟຼີ ທັງໆທີ່ວ່າມັນເປັນຜົນດີຕໍ່ລູກຄ້າ ຫຼືວ່າ ບາງບໍລິສັດມີຄວາມຢ້ານ ວ່າຈະເອົາຊະນະຄູ່ແຂ່ງຂອງຕົນບໍ່ໄດ້
ອຳພາພອນ ໄຊຍະເສນ 1 ອາທິດຜ່ານມາ 115.84.92.xxx
ເຖິງຜູ້ຂຽນຂ່າວ ກ່ອນອື່ນຕ້ອງຂໍຂອບໃຈທີ່ອອກມາເປັນປາກເປັນສຽງໃຫ້ແກ່ຜູ້ບໍລິໂພກ. ຂ້າພະເຈົ້າກໍ່ແມ່ນຜູ້ໜຶ່ງທີ່ໄດ້ຮັບຜົນກະທົບ ແລະ ກໍ່ໄດ້ມີການປ່ຽນເຄືອຂ່າຍຊົ່ວຄາວ. ເຖິງແນວໃດກໍ່ຕາມ, ຕາມທັດສະນະສ່ວນຕົວແລ້ວ ຄິດວ່າເນື້ອໃນຂອງບົດຂ່າວນີ້ ແມ່ນມີລັກສະນະບໍ່ເປີດກ້ວາງທາງດ້ານຈິດໃຈ ຕໍ່ກັບບີລາຍປານໃດ. ຕາມທີ່ໄດ້ຕິດຕາມຂ່າວຈາກໜັງສືພິມຫລາຍໆແຫລ່ງ ແລະ ຫລາຍໆສະບັບ (ໂດຍສະເພາະແມ່ນ VientianeTimes) ເຫັນວ່າ ສາເຫດທີ່ເຄື່ອຂ່າຍອື່ນບໍ່ສາມາດໂທເຂົ້າຫາບີລາຍ ຫລື ບີລາຍບໍ່ສາມາດໂທເຂົ້າຫາເຄືອຂ່າຍອື່ນແມ່ນຍ້ອນ ບໍລິສັດອື່ນເປັນຜູ້ block (ກີດກັ້ນ) ເຄືອຂ່າຍ ບີລາຍ. ເຖິງແມ່ນວ່າສາເຫດຂອງການ block ແມ່ນຍ້ອນບີລາຍບໍ່ປະຕິບັດຕາມສັນຍາ (ຕາມທັດສະນະແລ້ວ ສັນຍາດັ່ງກ່າວກໍ່ບໍ່ໄດ້ໃຫ້ປະໂຫຍດແກ່ຜູ້ບໍລິໂພກປານໃດດອກ) ກໍ່ຕາມ ແຕ່ສາມບໍລິສັດກໍ່ບໍ່ຄວນລົງໂທດບີລາຍດ້ວຍການສ້າງຄວາມຫຍຸ້ງຍາກແກ່ຜູ້ບໍລິໂພກ ອາດຈະໃຊ້ວິທີອື່ນ. ສ່ວນຂໍ້ຮຽກຮ້ອງທີ່ທາງຜູ້ຂຽນຂ່າວຢາກໃຫ້ ບີລາຍອອກມາຖະແຫລງຕໍ່ສາທາລະນະນັ້ນ ຢາກໃຫ້ທາງຜູ້ຂຽນຄິດເຫັນໃຈ ບີລາຍແດ່ ເພາະຖ້າສົມມຸດ ບີລາຍອອກມາເວົ້າຄວາມຈິງ (ກໍ່ຄື ການຖືກ block ຈາກສາມບໍລິສັດໃຫຍ່ ເນື່ອງຈາກບໍ່ເຮັດຕາມສັນຍາທີ່ໄດ້ເຊັນ ໂດຍສັນຍາດັ່ງກ່າວແມ່ນສັນຍາທີ່ ບໍ່ສ້າງຜົນປະໂຫຍດໃຫ້ຜູ້ຊົມໃຊ້) ແລະ ບີລາຍຍິ່ງສິບໍ່ຖືກຕຳໜິຈາກບໍລິສັດອື່ນໆບໍ? ແລະ ບັນຫາຍິ່ງສິບໍ່ແກ່ຍາວຕື່ມບໍ? ຂ້າພະເຈົ້າຄິດວ່າ ບີລາຍແຈ້ງຕໍ່ກັບລູກຄ້າໃນເນື້ອໃນທີ່ສົມເຫດສົມຜົນ. ອີກຢ່າງໜຶ່ງ, ຂ້າພະເຈົ້າກໍ່ຄິດແປກໃຈວ່າ ເປັນຫຍັງທ່ານຄື ບໍ່ຮຽກຮ້ອງໃຫ້ບໍລິສັດອື່ນໆມາຊີ້ແຈງວ່າເປັນຫຍັງ ເບີຈາກເຄືອຂ່າຍເຫລົ່ານັ້ນ ຈຶ່ງບໍ່ສາມາດໂທເຂົ້າບີລາຍໄດ້ ເປັນຫຍັງຈິ່ງຢາກໃຫ້ບີລາຍອອກມາຖະແຫລງພຽງແຕ່ຝ່າຍດຽວ. ດ້ວຍຄວາມຈິງໃຈ, ອຳພາພອນ
buk noi 1 ອາທິດຜ່ານມາ 202.137.156.xxx
ຟ້າເອີຍ...​ ຜູ້ຂຽນນີ້ຄືຊິບໍ່ໄດ້ອ່ານໜັງສືພີມ Vientianetimes ແນ່ບໍ່ ອັນສາເຫດ ທີ່ Beeline ຕິດຕໍ່ຫາຜູ້ອື່ນບໍ່ໄດ້ຍ້ອນຖືກ ອີກ 3 ບໍລິສັດ ບອກສ ໄວ ຍ້ອນ Beeline ຍັງຖືເອົາຜົນປະໂຫຍດຂອງຜູ້ຊົມໃຊ້ເປັນ ຫຼັກ ກໍ່ຄື ຍັງຄົງຮັກສາໄວ້ເຊີ່ງ Promotion ຕ່າງໆ ເຮັດໃຫ້ອີກ 3 ເຄືອຄ້າຍບໍ່ພໍໃຈ ແລະ ສັງຕັດຂາດສັນຍານກັບ Beeline ຈົນກວ່າ Beeline ຈະຍົກເລີກ Promotion ເຊີ່ງມັນບໍ່ເປັນການດີຕໍ່ຜູ້ບໍລິໂພກເລີຍ...​ ຂ້າພະເຈົ້າບໍ່ໄດ້ເຂົ້າຂ້າງບໍລິສັດໃດໜື່ງ..​ ທຸກມືນີ້ກໍ່ໃຊ້ 2 ເບີ... ຜູ້ຂຽນຄວນຈະສືກສາຂໍ້ມູນ ແລະ ຄວາມເປັນຈິງໃຫ້ຫຼາຍກ່ອນຈະຂຽນ...
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 ຢູນີເທວ 3G: ອີນເຕີເນັດແບບບໍ່ມີສາຍ-​ບໍ່ຈຳກັດ

ການປະກົດຕົວຂອງຢູນີເທວ 3G ​ໄດ້ກາຍເປັນຂະບວນການຟົດຟື້ນຍ້ອນວ່າມີ​​ຜົນປະໂຫຍດຫຼາຍຢ່າງທີ່ເຕັກໂລໂນຊີ
ນີ້ນຳມາ. ​ໃນມໍ່ໆນີ້ຢູນີເທວ ໄດ້ໃຫ້ບໍລິການອີນເຕີເນັດ 3G ​ແບບບໍ່ມີສາຍຜ່ານ USB 3G ​ແບບບໍ່ຈຳກັດດ້ວຍລາຄາທີ່ປະຢັດ
ພຽງແຕ່ 5.000 ກີບ/ມື້

ເລີ່ແຕ່ວັນທີ 10/10/2011 ຢູນີເທວໄດ້ໃຫ້ບໍລິການອີນເຕີເນັດສຳລັບ USB 3 G (ອຸປະກອນເຊື່ອມຕໍ່ອີນເຕີເນັດແບບບໍ່ມີ
ສາຍດ້ວຍເຕັກໂນໂລຊີ 3G) ປະຢັດຄ່າໃຊ້ຈ່າຍ ແລະ ຍັງຊ່ວຍໃຫ້ລູກຄ້າສາມາດຄວບຄຸມຄ່າໃຊ້ຈ່າຍໃນການນຳໃຊ້ອີນເຕີເນັດ
ໃນແຕ່ລະວັນໄດ້ອີກ, ​ແພັກເກັດໃໝ່ນຳໃຊ້ອີນເຕີເນັດແບບບໍ່ຈຳກັດລາຄາ 5.000 ກີບ/ມື້​. ​ໃນກໍລະນີທີ່ເງິນໃນບັນຊີບໍ່ພຽງພໍ
ລູກຄ້າຈະບໍ່ສາມາດນຳໃຊ້ບໍລິການນີ້ໄດ້ຈົນຮອດເວລາທີ່ຕຶ່ມເງິນ.

ເພື່ອລົງທະບຽນນຳໃຊ້ແພັກເກັດໃໝ່ຫຼັງຈາກ​​ເປີດນຳໃຊ້ຊີມ 3G ຕາມປົກກະຕິລູກຄ້າພິມ LT5 ສົ່ງ 209, ​ແພັກເກັດອື່ນໆ
ສາມາດປ່ຽນມານຳໃຊ້ແພັກເກັດ​​ໃໝ່ນີ້ໄດ້ດ້ວຍວິທີພິມ LT5 ສົ່ງ 209. ພິເສດຖ້າລູກຄ້າຊື້ USB3G ຈະໄດ້ນຳໃຊ້ລ້າໆ 
1.500 Mb ​ເປັນເວລາ 03 ​ເດືອນ.

ທ່ານ ຟານ ແທ້ງຊ້າງ ຜູ້ອຳນວຍການໃຫຍ່ ບໍລິສັດ ຢູນີເທວ​ ກ່າວວ່າ: ​ແພັກເກັດອີນເຕີເນັດ ແບບບໍ່ຈຳກັດຂອງຢູນີເທວ ນີ້
ເປັນການຕອບສະໜອງຄວາມຕ້ອງການໃນການນຳໃຊ້ອີນເຕີເນັດທີ່ນັບມື້ນັບເພີ່ມຂື້ນຂອງປະຊາຊົນລາວດ້ວຍລາຄາ 5.000 
ກີບ/ມື້ພວກເຮົາຫວັງວ່າ 3G ຈະກາເປັນທີ່ນິຍົມ ແລະ ເປັນການບໍລິການແບບທົ່ວໄປສຳລັບທຸກໆຄົນ. ​ໃຜໆກໍ່ສາມາດນຳໃຊ້
ອີນເຕີເນັດ 3G ​ໄດ້ ແລະ ບໍ່ຕ້ອງ​​ເປັນ​ຫ່ວງກ່ຽວກັບຄ່າໃຊ້ຈ່າຍອີກຕໍ່ໄປ.

ປະຈຸບັນນີ້ຢູນີເທວ ແມ່ນບໍລິສັດທີ່ມີ​​ເຄືອຂ່າຍ 3G ​ໃຫຍ່​​ທັງ​ມີສັນຍານຄວບຄຸມທົ່ວທຸກພື້ນທີ່ບໍລິສັດນີ້ກຳລັງຈະສຶບຕໍ່ລົງທຶນເພື່ອ
ພັດທະນາພື້ນຖານໂຄງລ່າງສັນຍານຄວບຄຸ້ມໄດ້ 100% ຂອງຜົນລະເມືອງລາວເພື່ອຈະມີໂອກາດນຳໃຊ້ບໍລິການທາງດ້ານໂທ
ລະຄົມພື້ນຖານ, ​ໃນນັ້ນພິເສດກໍ່ແມ່ນອີນເຕີເນັດແບບບໍ່ມີສາຍ.

ຂໍ້ມູນຈາກ   www.pasaxon.org.la/

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ການເກັບລາຍຮັບໄດ້ດີຂຶ້ນ ແຕ່ເງິນຮົ່ວກໍ່ຍັງເກີດຂຶ້ນຫລາຍ

 

ໂດຍ: ພະ­ນອມ​ໄພ

   ປະ­ຈຸ​ບັນ ສະ­ພາບ​ການ​ຮົ່ວໄຫລ, ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ, ການ​ຍົກ­ເວັ້ນ ແລະ ຫລຸດ­ຜ່ອນພາ­ສີ-ອາ­ກອນ​ນຳ​ເຂົ້າ​ຍັງ​ເກີດ​ມີຫລາຍ​ເປັນ​ເຫດ​ເຮັດ​ໃຫ້​ລາຍ​ຮັບ ສ່ວນ​ຫນຶ່ງ​ຂອງ​ລັດ​ທີ່​ຄວນ​ໄດ້ຕ້ອງ​ເສຍ​ໄປ.

   ເຖິງ​ແມ່ນ​ວ່າ­ການ​ເກັບ​ລາຍຮັບ​ໃນ 10 ເດືອນ​ສົກ​ປີ 2010-2011 ຂອງ​ລັດ­ຖະ­ບານ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຕາມ​ກົດ­ເກນ​ປົກ­ກະ­ຕິ​ກໍ່​ຕາມ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້ ຂະ­ແຫນງ­ການ​ເງິນ​ຍອມ­ ຮັບ​ວ່າ: ສະ­ພາບ​ການ​ຮົ່ວ​ໄຫລ ແລະ ການ​ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ ຕາມ​ລະ­ບຽບ​ກົດ­ຫມາຍ​ກຳ­ນົດຍັງ​ມີ​ຢູ່; ນອກ​ນັ້ນ​ການ​ຍົກ­ເວັ້ນ ແລະ ການ​ຫລຸດ­ຜ່ອນ​ພາ­ສີ-ອາກອນ​ຈາ​ການ​ນຳ​ເຂົ້າ​ພາ­ ຫະ­ນະ, ນ້ຳ­ມັນ​ເຊື້ອ​ໄຟ ແລະ ວັດ​ສະ​ດຸ​ກໍ່ສ້າງ ເພື່ອ​ໃຊ້​ໂຄງ­ການ ແລະ ວຽກ​ງານ​ຕ່າງໆ​ກໍ່​ຍັງ​ມີ​ຫລາຍສົມ­ຄວນ ເຮັດ​ໃຫ້​ສ່ວນ​ຫນຶ່ງ​ຂອງລາຍ​ຮັບ​ພາ­ສີ-ອາ­ກອນ​ສູນ​ເສຍໄປ.

   ພ້ອມ​ນັ້ນ ​ລາຍ​ຮັບ​ພາຍ​ໃນຂອງ​ງົບ­ປະ­ມານ​ຍັງ​ຕິດ​ພັນ​ກັບການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ​ເປັນ­ຕົ້ນ​ຕໍ, ຂະ­ນະ​ທີ່​ລາຍຮັບ​ດ້ານ​ວິ­ຊາ​ການ​ຍັງ​ບໍ່​ປະ­ຕິ­ບັດຫລັກ­ການ​ຄຸ້ມ​ຄອງ​ລວມ​ສູນ ຕາມ​ທີ່​ກົດ­ຫມາຍ​ງົບ­ປະ­ມານກຳ­ນົດ. ສະ­ແດງ​ອອກ​ໃນ​ຂໍ້​ດັດແກ້​ລາຍ​ຮັບ ແລະ ລາຍ​ຈ່າຍ​ຄ່າ​ບໍລິ​ການ​ດ້ານ​ວິ­ຊາ​ການ​ມີ​ຈຳ­ນວນເຖິງ 105 ຕື້​ກີບ.

   ສຳ­ລັບ​ລາຍ​ຮັບ​ໃນ 10 ເດືອນສົກ​ປີ 2010-2011, ຂະ­ແຫນງ ການ​ເງິນ​ເປີດ­ເຜີຍ​ວ່າ: ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ລວມ ທັງ​ຫມົດ 10,6 ພັນ​ຕື້​ກວ່າ​ກີບ ເທົ່າ​ກັບ 81,22% ຂອງ​ແຜນການ​ປີ​ໃນ​ນັ້ນ​ລາຍ​ຮັບ​ສູນ​ກາງປະ­ຕິ­ບັດ​ໄດ້ 9,03 ພັນ​ຕື້​ກວ່າ​ກີບ ເທົ່າ​ກັບ 78,63% ແຜນ​ປີ ແລະ ລາຍ​ຮັບ​ທ້ອງ­ຖິ່ນ 1,6 ພັນ​ຕື້​ກວ່າກີບ​ເທົ່າ​ກັບ 99,14% ຂອງ​ແຜນການ​ປີ.

   ສະ­ເພາະ​ລາຍ​ຮັບ​ພາຍ​ໃນ​ປະຕິ​ບັດ​ໄດ້ 8,5 ພັນ​ຕື້​ກວ່າ​ກີບ​ເທົ່າ ກັບ 88,29% ຂອງ​ແຜນ­ການ​ປີ ໃນ​ນັ້ນ​ສ່ວຍ​ສາ​ອາ­ກອນ​ປະ­ຕິບັດ​ໄດ້ 4,06 ພັນ​ຕື້​ກວ່າ​ກີບ, ພາສີ​ເຂົ້າŒຂາ​ອອກ 2,5 ພັນ​ຕື້​ກວ່າກີບ, ຊັບ​ສິນ​ຂອງ​ລັດ 996,5 ຕື້ກວ່າ​ກີບ, ທີ່​ດິນ 116,6 ຕື້​ກວ່າ ກີບ​ຄຸ້ມ​ຄອງ​ເງິນ​ລັດ​ວິ​ສະ­ຫະ​ກິດ 672 ຕື້​ກວ່າ​ກີບ ແລະ ລາຍ​ຮັບອື່ນໆ.

   ດ້ານ​ລາຍ​ຮັບ​ຈາກ​ການ​ຊ່ວຍເຫລືອ​ຂອງ​ຕ່າງ­ປະ­ເທດ​ປະ­ຕິ­ບັດໄດ້ 2,1 ພັນ​ຕື້​ກວ່າ​ກີບ​ເທົ່າ​ກັບ 61,77% ຂອງ​ແຜນ­ການ​ປີ​ ໃນນັ້ນ ​ຊ່ວຍ­ເຫລືອ​ລ້າ​ຈາກ​ຕ່າງ​ປະເທດ​ເປັນ​ໂຄງ­ການ​ທີ່​ກະ­ຊວງການ​ເງິນ​ຄຸ້ມ​ຄອງ​ປະ­ຕິ­ບັດ​ໄດ້ 673,9 ຕື້​ກວ່າ​ກີບ, ຊ່ວຍ​ລ້າ​ທີ່ກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ​ຄຸ້ມ​ຄອງ 1,2 ພັນ​ຕື້​ກວ່າ​ກີບ, ຊ່ວຍ­ເຫລືອ​ດັດ­ແກ້​ມະ­ຫາ​ພາກ 199,7 ຕື້​ກວ່າ​ກີບ ແລະ ການຊ່ວຍ­ເຫລືອ​ນອກ​ໂຄງ­ການ​ຍີ່­ປຸ່ນປະ­ຕິ­ບັດ​ໄດ້ 30 ຕື້​ກີບ​ເທົ່າ​ກັບ 42,86% ຂອງ​ແຜນ­ການ​ປີ.

   ຂະ­ແຫນງ­ການ​ເງິນ​ໃຫ້​ຮູ້​ຕື່ມອີ​ກວ່າ: ສ່ວນ​ການ​ປະ­ຕິ­ບັດ​ລາຍຮັບ​ຂອງ​ບັນ­ດາ​ທ້ອງ­ຖິ່ນ​ໃນ 10 ເດືອນ 9 ແຂວງປະ­ຕິ­ບັດ​ໄດ້​ເກີນແຜນ­ການ​ປີ​ປະ­ກອບ​ມີແຂວງ​ບໍ່ແກ້ວ​ປະ­ຕິ­ບັດ​ໄດ້ 34,5 ຕື້​ກວ່າກີບ​ເທົ່າ​ກັບ 123,61%, ສາ­ລະ ວັນ 43,7 ຕື້​ກວ່າ​ກີບ​ເທົ່າ​ກັບ 110,99%, ອຸ­ດົມ​ໄຊ 32,5 ຕື້ກວ່າ​ກີບ​ເທົ່າ​ກັບ 109,03%, ຊຽງ​ຂວາງ 43,3 ຕື້​ກວ່າ​ກີບ​ເທົ່າກັບ 130,72%, ຫົວ­ພັນ 23,9 ຕື້​ກວ່າ​ກີບ​ເທົ່າ​ກັບ 104,69%,ວຽງ​ຈັນ 135,8 ຕື້​ກວ່າ​ກີບ ເທົ່າ​ກັບ 101,44%, ບໍ​ລິ​ຄຳ​ໄຊ 62,07 ຕື້​ກວ່າ​ກີບ​ເທົ່າ​ກັບ 116,99%, ຈຳ­ປາ​ສັກ 303,1 ຕື້​ກວ່າ​ກີບ​ເທົ່າ​ກັບ 107,82% ແລະ ແຂວງ​ອັດ​ຕະ​ປື​ປະ­ຕິ­ບັດ​ໄດ້ 49,6 ຕື້​ກວ່າ​ກີບ​ເທົ່າ​ກັບ 129,71%.

   ຂະ­ນະ​ທີ່​ແຂວງ​ຫລວງ​ນ້ຳ​ທາຄາດ​ຄະ­ເນ​ເກັບ​ລາຍ​ຮັບ​ຫມົດ​ປີ ອາດ​ບໍ່​ບັນ­ລຸ​ຕາມ​ແຜນ­ການ​ທີ່ວາງ​ໄວ້ ຫລື ໄດ້​ປະ­ມານ 33,6 ຕື້​ກວ່າ​ກີບ​ເທົ່າ​ກັບ 91,28% ຂອງ​ແຜນ­ການ​ປີ ເຊິ່ງ​ໃນ 10 ເດືອນ​ປະ­ຕິ­ບັດ​ໄດ້​ພຽງ 30,3 ຕື້ກວ່າ​ກີບ​ເທົ່າ​ກັບ 82,2% ຂອງແຜນ­ການ​ປີ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

       ເຈົ້າໜ້າທີ່ເມຶອງວຽງທອງ,ແຂວງບໍລິຄຳໄຊ. ໄດ້ພົບສົບຊາຍສອງຄົນທີ່ຖືກ

ຄົນຮ້າຍຄາດຕະກຳຢ່າງໂຫດຫ້ຽມ ແລະຝັງລົງໃນຂຸມດຽວກັນ,ຢູ່ຫ່າງຈາກເທດສະບານເມືອງວຽງທອງ

ໄປທາງທິດຕາເວັນອອກປະມານ 14 ກິໂລແມັດ .

     ສະພາບສົບເນົ່າເບັງເຕັມທີ,ອາດເສຍຊີວິດມາໄດ້ 4 ມື້ແລ້ວ, ທີ່ຕົວຂອງຜູ້ຕາຍທັງສອງ

ຖືກຍິງດ້ວຍອາວຸດປຶນ,ຜູ້ທີ່ໜຶ່ງຖືກຍິງທາງໜ້າ 3 ນັດລູກປຶນຖືກໃຕ້ຫົວເຂົ່າແຂ່ງຫັກ,ອີກສອງລູກເຂົ້າ

ທີ່ເໜືອເຕົ້ານົມເບື້ອງຂວາ ທະລຸອອກກາງຫຼັງ,ທີ່ຄໍມີຮອຍແຜໃຫຍ່ເລິກ ອາດຖືກແທງດ້ວຍຂອງແຂງແຫຼມຄົມ;

ຜູ້ທີ່ສອງລູກປຶນເຂົ້າທີ່ກະໂພກຂວາໜຶ່ງລູກ,ຖືກບັກແອວຂວາທະລຸໜ້າຊ້າຍສອງລູກ,ທີ່ຊ້ວງບາງຂວາ

ມີຮອຍແຜກວ້າງ 10 .ຊັງຕີ.

      ທີ່ເກີດເຫດບໍ່ມີຮ່ອງຮອຍຂອງການຕໍ່ສູ້ໃດໆ,ຢູ່ຫ່າງຈາກຂຸມຝັງສົບປະມານ 5 ແມັດມີຮອຍຊວານເສາະເອົາ

ດິນເພື່ອປົກຖົມກອງເລືອດສອງຈຸດ, ແຕ່ລະຈຸດຫ່າງກັນບໍ່ເກີນ 1 ແມັດ,

ບໍລິເວັນັ້ນຍັງພົກກະສອບປຶນ AK ສອງອັນ ແລະຫົວແຫຼມລູກປຶນ ໜຶ່ງລູກ ນອກນັ້ນຄົນຮ້າຍຍັງຕັດຟົດໄມ້

ປົກຮ່ອງຮອຍ ແລະຂຸມສົບເພື່ອອຳພາງ.

     ຢູ່ບ່ອນປາກທາງນ້ອຍປ່ອງໃສ່ທາງໃຫຍ່ບ່ອນເກີດເຫດມີຮ່ອງຮອຍຄົນນັ່ງຍາມສອງຈຸດ,ຄາດວ່າຄົນຮ້າຍບໍ່ຕ່ຳກວ່າ 6 ຄົນ

ແລະກໍ່ມີການວາງແຜນມາຫຼາຍວັນແລ້ວກ່ອນລົງມື.

       ຜູ້ຕາຍຜູ້ທີ່ໜຶ່ງຊື່ ທ້າວ ສອນໄລ ອາຍຸ 39 ປີ, ນັກທຸລະກິດ,ຢູ່ບ້ານນ້ຳຢ້າງ; ຜູ້ທີ່ສອງຊື່

ພໍ່ຄຳຕາ(ທ້າວທອງ),ອາຊີບຄ້າຂາຍ,ຢູ່ບ້ານນ້ຳງອມ,ເມືອງວຽງທອງ,ແຂວງບໍລິຄຳໄຊ.

        ນາງ ໄມພ່ຽນ ພັນລະຍາຂອງທ້າວ ສອນໄລ ເວົ້າວ່າ: ໃນຕອນເຊົ້າຂອງວັນທີ່ 5/10/11

ມີຊາຍແປກໜ້າຜູ້ໜຶ່ງມາວົນວຽນ,ຕໍ່ລາຄາເຄື່ອງຢູ່ຮ້ານຂອງຕົນທີ່ຕະຫຼາດບ້ານນ້ຳຢ້າງ ຄ້າຍກັບວ່າຈະຊື້ແຕ່ບໍ່ຊື້ຫຍັງຈັກຢ່າງ,

ຈົນຮອດ 16 ໂມງແລງຈິ່ງເຫັນຜົວຂອງຕົນມາແຕ່ເຮຶອນ ແລະຖາມຫາຊາຍຄົນນັ້ນ,ພວກເຂົາລົມກັນຢູ່ໄລຍະໜຶ່ງແລ້ວກໍ່ພາກັນອອກໄປພ້ອມໆກັນ,

ກ່ອນໄປໄດ້ຖາມເອົາເງິນນຳຕົນ 3.100 ດອນລ່າ, 20.500 ບາດ, 1.900.000 ກີບໂດຍບອກວ່າຈະໄຊື້ເຄື່ອງນຳຊາຍແປກໜ້າຄົນນັ້ນ

ແລະຜົວຂອງນາງຍັງໃສ່ປະລັກແຂນ,ສາຍສ້ອຍຄໍຄຳໜັກລວມ 13.5 ບາດຕິດຕົວໄປນຳ.

          ສ່ວນນາງ ໄມ ຜູ້ເປັນພັນລະຍາຂອງພໍ່ຄຳຕາກໍ່ເວົ້າວ່າ: ຜົວຂອງຕົນຫາຍໄປໃນວັນຕອນດຽວກັນ,

ກ່ອນໄປໄດ້ຖາມເງິນນຳເມຍ 15 ລ້ານກີບ, 2.000 ດອນລ່າ,ໂດຍຜົວບອກວ່າໄປຊື້ເຄື່ອງທີ່ຄູ່ຄ້າມາສົ່ງຢູ່ກາງປ່າ

ລະຫວ່າງບ້ານວັງຫິນ ແລະບ້າສົບສໍ້ປະມານ 1 ຊົ່ວໂມງກໍ່ຈະກັບ,ແຕ່ພໍຫາຍໄປມື້ໃໝ່ກໍ່ບໍ່ກັບມາຕົນຈິ່ງແຈ້ງເຈົ້າໜ້າທີ່

ແລະວານພີ່ນ້ອງ 20 ກວ່າຄົນອອກຄົ້ນຫາຕາມຈຸດທີ່ມີຂໍ້ມູນ ແລະສົງໃສ, ຈົນຮອດ 16 ໂມງຂອງວັນທີ່ 9/10/11

ຈິ່ງພົບສົບທັງສອງຝັງຢູໃນຂຸມດຽວກັນ,ຢູ່ລະຫວ່າງບ້ານວັງຫີນ-ສົບສໍ້,ຫ່າງຈາບ້ານວັງຫີນ 8 ກິໂລແມັດ

ແລະຈາກທາງໃຫຍ່ເຂົ້າໄປທາງສອຍນ້ອຍປະມານ 30 ແມັດ.

       ສ່ວນສາຍເຫດຕຳຫຼວດຕັ້ງໄວ້ຄື: ປະເດັນທີ່ໜຶ່ງແມ່ນຍ້ອນການຂັດແຍ່ງຄ້າຂາຍ ຫຼື ໜີ້ສິນ,

ເພາະຜ່ານມາຜູ້ຕາຍໜຶ່ງໃນສອງມີການພົວພັນຄ້າຂາຍກັບຄົນຊົນເຜົ່່າ ແລະມັກມີຄົນແປກໜ້າມາຫາທີ່ເຮືອນ,

ບາງຄັ້ງກໍ່ສະແດງຄວາມບໍ່ພໍໃຈຕໍ່ກັນ,

ປະເດັນສອງແມ່ນຂ້າຊີງຊັບເພາະຜູ້ຕາຍອີກຄົບເຖິງວ່າມີອາຊີບຄ້າຂາຍເຊັ້ນກັນແຕ່ບໍ່ເຄີຍມີປະກົດການແບບນີ້

ແລະເງິນຄຳພ້ອມລົດຈັກສອງຄັນຂອງຜູ້ຕາຍທັງສອງຂີ່ໄປນັ້ນກໍ່ຫາຍໄປພ້ອມໆກັນ, ຕອນນີ້ເຈົ້າໜ້າທີ່ຍັງພວມຄົ້ນຫາ

ຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້.

ຄຳເຕືອນ: 

ຂໍໂທດນະ

 

ຂ້າງລຸ່ມມີຮູບຜູ້ເຄາະຮ້າຍໃນສະພາບບໍ່ເໝາະ

ແຕ່ຂ້ອຍບໍ່ສາມາດໃຊ້ເຊັ່ນເຊີບັງໄດ້(ຖ່າຍໄດ້ແຕ່ເບິ່ງບໍ່ໄດ້)

 

v

v

v

v

v

v

v

v

v

v

v

v

 

 

 

 

 

 

 

 

 

 

 

....................................................................................................................................................................................................................................................................................................

 

 

 

 

 

..........................................................................................................................................................................................................................................................................................................ກ

 

     

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 ໃນຊ່ວງຜ່ານມາປະກົດວ່າບັນດາສື່ຫຼາຍສຳນັກ ຈະເປັນໜັງສືພິມ,ວິທະຍຸ ແລະ ໂທລະພາບໄດ້ນຳສະເໜີຂ່າວຄາວ

ການຈັດຕັ້ງເຊື່ອມຊຶມມະຕິ IX ຢ່າງເປັນຂະບວນກວ້າງຂວາງ,ມາຮອດປະຈຸບັນຄິດວ່າໜ້າກວມເອົາປະລິນມານ

ສ່ວນໃຫຍ່ຂອງໜ່ວຍພັກທົ່ວປະເທດແລ້ວ, ນີ້ແມ່ນຄວາມພະຍາຍາມຂອງພັກປະຊາຊົນປະຕິວັດລາວ

ເລັ່ງດ່ວນໃຫ້ການປະຕິບັດນະໂຍບາຍຂອງຕົນທີ່ໄດ້ຖະແຫຼງຕໍ່ປະຊາຊົນ ໃຫ້ບັນລຸເປັນຈິງໃນປີ 2015 . (ຂໍຊົມເຊີຍຫຼາຍໆ).

                      ແຕ່ຜ່ານການສະເໜີຂ່າວຂອງບັນດາສື່ຜ່ານມານັ້ນເຮັດໃຫ້ຜູ້ບໍລິໂພກຂ່າວຕັ້ງຄຳຖາມຂຶ້ນມາວ່າ:

ມີໃຜ?, ໄດ້ຫຍັງແດ່?, ຈາກການເຊື່ອມຊຶມມະຕິ IX

                      ຕາມທຳມະດາແລ້ວການເຊື່ອມຊຶມກໍ່ຕ້ອງໄດ້ຄວາມຮູ້,ຄວາມເຂົ້າໃຈອັນໃໝ່ບໍ່ຫຼາຍກໍ່ນ້ອຍ.

ເພາະວ່າທຸກດານເຊື່ອມຊຶມຕ້ອງມີການຜ່ານເອກະສານ, ແບ່ງເປັນຈຸ ຫຼື ໜ່ວຍ,ມີການຄົ້ຄວ້າ,ມີການຖາມ,ຕອບ,ປະກອບຄຳເຫັນ ຕາມຄວາມເຂົ້າໃຈຂອງແຕ່ລະຄົນ,ຕອນສຸດທ້າຍປະທານຈິງແກ້ຂໍ້ຂ້ອງໃຈ,ອະທິບາຍບັນຫາ,ຄຳສັບໃນບົດ ແລ້ວຈິ່ງສະຫຼຸບບັນຫາຕີລາຄາຄວາມເຂົ້າໃຈຂອງຜູ່ເຂົ້າຮ່ວມວ່າເຂົ້າໃຈລະດັບໃດຕໍ່ກັບເນື້ອໃນເອກະສານ.

                         ທີ່ຜ່ານມາການສະເໜີຂ່າວຂອງບັນດາສື່ບໍ່ໄດ້ບົ່ງບອກ ຫຼື ສະແດງພິລຸດໃດໆໃຫ້ສັງຄົມເຫັນວ່າ

ຜູ້ເຂົ້າຮ່ວມກອງປະຊຸມເຂົ້າໃຈຫຍັງ? ເຖິງເນື້ອເອກະສານ, ທຸກຂ່າວຂອງສື່ບອກພຽງແຕ່ເວລາ,ສະຖານທີ່,ຜູ້ເຂົ້າຮ່ວມ,ຫົວຂໍ້ເອກະສານ ແລະບາງຂ່າວກໍ່ກ່າວເຖິງຈຸດປະສົງແລ້ວກໍ່ຈົບ,ທຸກຂ່າວເປັນແບບດຽວກັນນີ້,ຄຳເວົ້າດຽວກັນໝົດ,ຊ້ຳສາກກັນຫຼາຍໆຄັ້ງ ,ບາງຄັ້ງຊ້ຳໃນໄລຍະດຽວກັນກໍ່ມີເປັນຕົ້ນລາຍການຂ່າວຕາມເຫດການຂອງວິທະຍຸແຫ່ງຊາດ ເວລາ 6 ໂມງຫາ 6,30 ບາງມື້ຊ້ຳກັນ 2-3 ຄັ້ງ,ເນື້ອໃນດຽວກັນ,ວັນເວລາກໍ່ແມ່ນອັນດຽວກັນ,ຈະຕ່າງກໍ່ພຽງແຕ່ສະຖານທີ່,ຜູ້ເຂົ້າຮ່ວມ; ຟັງແລ້ວບໍ່ສາມາດສະຫຼຸບໄດ້ວ່າມີໃຜ?,ໄດ້ຫຍັງ?

           ຄັນຢາກໃຫ້ສັງຄົມຮັບຮູ້ນຳວ່າໃຜ?ໄດ້ຫຍັງ? ຈາກການເຊື່ອມຊຶມ ນັກຂ່າວຕ້ອງຈັບເອົາຂໍ້ຄິດເຫັນຂອງຜູ້ເຂົ້າຮ່ວມ

ຈະເປັນຕາງໜ້າເພດໄວ,ຈຸໜ່ວຍ ຫຼື ພາກສ່ວນຕ່າງໆທີ່ເຂົ້າຮ່ວມກໍ່ໄດ້, ອອກເປີດເຜີຍໃຫັສັງຄົມໄດ້ຮັບຊາບນຳວ່າ ແຕ່ລະທ່ານເວົ້າແນວໃດ?,ເພື່ອໃຫ້ຜູ້ບໍລິໂພກຂ່າວໄດ້ຮູ້ນຳ,ເຂົ້າໃຈນຳວ່າແຕ່ລະເອກກະສານເພີ່ນເຈົ້າໃຈແນວໃດ? ແລະເຮົາຄວນເຂົ້າໃຈແນວໃດ?

                      ຄຳວ່າ: ບຸກທະລຸ 4 ດ້ານ ສື່ເປັນຜູ້ເວົ້າກ່ອນ ແຕ່ບົດຂ່າວຂອງສື່ຕີ່ລະ? ມັນຍັງເປັນ ເນື້ອຂ່າວໃນສະໄໝ ເກົ່າເໝືອນເດີມ.

                      ທ່ານຜູ້ອ່ານທີ່ນັບຖືບໍ່ແມ່ນຂ້ອຍຕັ້ງຍ້ອງສື່ຕ່າງຊາດ ແຕ່ສິ່ງໃດດີເຮົາກໍ່ຄວນນຳມາເປັນບົດຮຽນ,ສື່ຂອງເຂົາສາມາດເປັນຄົນກາງໃຫ້ສັງຄົມ,ສາມາດໄກ່ເກ່ຍຂໍ້ຂັດແຍ່ງຊ່ວຍສັງຄົມ,

ສາມາດຕອບໂຈດສັງຄົມໄດ້ດີ,ດ້ວຍການຈັບເອົາຄູ່ຂັດແຍ່ງສອງຝ່າຍມາຊ່ອງໜ້າ,ຕັ້ງກະທູ້ຖາມຕອບດ້ວຍເຫດຜົນ ແລະ ຫຼັກການຂອງແຕ່ລະຝ່າຍ,ສາມາດເຮັດໃຫ້ສອງຝ່າຍເຂົ້າໃຈເຊິ່ງກັນແລະກັນ,ເຂົ້າໃຈແຫຼກແຫຼວຕໍ່ບັນຫາ,ຍິນຍອມລົງຄຳເຫັນໃນທາງດຽວກັນ,

ເຮັດໃຫ້ສັງຄົມປະຫຍັດເວລາ,ປະຫຍັດວັດຖຸ ແລະຜ່ອນຄາຍຄວາມເຄັ່ງຕຶງ...ໄດ້

                      ບົດຂຽນນີ້ບໍ່ແມ່ນວ່າສື່ເຮົາບໍ່ດີ ແຕ່ຢາກໃຫ້ສື່ເຮົາເພີ່ມບາງຢ່າງຕື່ມ,ເປັນຕົ້ນດ້ານເຕັກນິກ ແລະຄວາມກ້າຫານ ເພາະສອງດ້ານນັ້ນເຮັດໄດ້ງ່າຍ ແລະບໍ່ໄດ້ລົງທຶນຫຼາຍ,ພຽງແຕ່ປ່ຽນແປງໃຫ້ໄດ້ຕາມ 4 ບຸກທະລຸ (ກ້າຄິດ,ກ້າເຮັດ,ກ້າຮັບຜິດຊອບ)ນັ້ນກໍ່ພຽງພໍແລ້ວ. ທັງນີ້ກໍ່ເພື່ອເພີ່ມສີສັນດືງດູດ,ເຮັດໃຫ້ຜູ້ບໍລິໂພກຂ່າວເຫັນຜົນໄດ້ຮັບຂອງການບໍລິໂພກຂ່າວ.

ທ່ານ: ເລນິນ ຂຽນໄວ້ວ່າ ‘’ ການອອກຂ່າວເປີດເຜີຍແມ່ນຄົມດາບອັນໜຶ່ງ ມັນສາມາດປົວບາດແຜທີ່ມັນເອງກໍ່ຂຶ້ນ ‘’ (1)

 

ບົດຮຽນ​ທີ່​ສື່ນຳ​ມາສະ​ເໜີລວມມີ 5 ບົດ​ໄດ້​ແກ່: ການ​ສ້າງ​ສັງຄົມ​ນິຍົມ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ສັງຄົມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ​ຍຸຕິ​ທຳ ​ແລະ ສີວິ​

ໄລ; ບົດຮຽນ​ການ​ສ້າງ​ບາດ ກ້າວ​ບຸກທະລຸທັງ 4 ດ້ານ​ໃຫ້​ເປັນ​ຍິງ; ບົດຮຽນ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ສ້າງ​ເສດຖະກິດ​ ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ; ບົດຮຽນ​ການ​ສ້າງ​ຄວາມ​ໝັນ​ຄົງ

​ໃຫ້​ແກ່​ລັດ​ປະຊາທິປະ​ໄຕ ປະຊາຊົນ, ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວ ໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ, ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດ ທະນາ ​ແລະ ບົດຮຽນການ​ເພີ່ມ​ທະວີ​

ບົດບາດການ​ນຳ, ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ​ພັກ./.

 

                      ຫາກທ່ານໃດມີຄວາມເຂົ້າໃຈແນວໃດ? ຕໍ່ເອກະສານທີ່ສື່ສະເໜີຜ່ານໆມາກໍ່ຊ່ວຍອະທິບາຍແດ່ຕາມຄວາມເຂົ້າໃຈຂອງທ່ານເອງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ການ​ປະ­ຕິ­ບັດ​ລາຍ​ຈ່າຍເງິນ​ແຮ ແລະ ເງິນ​ສະ​ສົມ​ຂອງລັດ­ຖະ­ບານ 10 ເດືອນ​ສົກ​ນີ້​ຖືກໃຊ້​ບໍ່​ສອດ­ຄ່ອງ​ກັບ​ເປົ້າ​ຫມາຍເປັນ​ເຫດ​ໃຫ້​ເງິນ​ແຮ​ຫມົດ​ກ່ອນສົກ​ປີ​ງົບ­ປະ­ມານ.

   ຂະ­ແຫນງ­ການ​ເງິນ​ເຜີຍ​ສາເຫດ ແລະ ເຫດ­ຜົນ​ວ່າ: ແມ່ນ​ຍ້ອນວຽກ​ງານ​ຄວາມ​ຈຳ­ເປັນ ແລະ ບັງ­ເອີນ​ທີ່​ບໍ່​ໄດ້​ຂຶ້ນ​ແຜນ​ໄວ້​ກ່ອນເກີດ​ຂຶ້ນ​ໃນ​ປີ​ຫລາຍ​ສົມ­ຄວນຈິ່ງ​ເຮັດ​ໃຫ້­ການ​ນຳ​ໃຊ້​ເງິນ​ແຮ​ລັດ­ຖະ­ບານ​ຫມົດ​ກ່ອນ​ສົກ​ປີ​ງົບ­ປະ­ມານ. ສ່ວນ​ເງິນ​ສະ​ສົມ​ແຫ່ງລັດ​ທີ່​ຂຶ້ນ​ແຜນ​ໄວ້​ໃນ​ສົກ​ປີ 2010Œ2011 ກໍ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ທາງ​ດ້ານ​ການ​ເງິນ​ໃຫ້​ບໍ­ລິ­ສັດ​ທີ່​ໄດ້​ລົງ­ທຶນ​ກ່ອນ ແລະ ນຳ​ໃຊ້​ເຂົ້າໃນ​ວຽກ​ງານ​ສຸກ​ເສີນ​ທີ່​ໄດ້​ຮັບຜົນ​ກະ­ທົບ​ຈາກ​ໄພ​ທຳ​ມະ​ຊາດ (ນ້ຳ​ຖ້ວມ).

   ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ລາຍ​ຈ່າຍ​ງົບ­ປະ­ມານ 10 ເດືອນ ສົກ​ປີ 2010-Œ2011 ມີ​ທັງ​ຫມົດ 11 ພັນ​ຕື້​ກວ່າ​ກີບ​ເທົ່າ​ກັບ 70% ຂອງ​ແຜນ­ການ​ປີ ໃນ​ນັ້ນ​ລາຍຈ່າຍ​ສູນ​ກາງ​ປະ­ຕິ­ບັດ​ໄດ້ 8,4 ພັນ​ຕື້​ກວ່າ​ກີບ ແລະ ລາຍ​ຈ່າຍທ້ອງ­ຖິ່ນ 2,6 ພັນ​ຕື້​ກວ່າ​ກີບ.

   ໃນ​ນີ້ ​ຈ່າຍ​ເງິນ­ເດືອນ​ປະ­ຕິ­ບັດ ໄດ້ 2,3 ພັນ​ຕື້​ກວ່າ​ກີບ; ອຸດ​ຫນູນ 493 ຕື້​ກວ່າ​ກີບ; ບໍ­ລິ­ຫານ​ຊື້ໃຫມ່ 1,03 ພັນ​ຕື້​ກວ່າ​ກີບ;ດັດ ສົມ 617,7 ຕື້​ກວ່າ​ກີບ; ເງິນ​ແຮ 209,1 ຕື້​ກວ່າ​ກີບ, ເງິນ​ບຳ­ລຸງອົງ​ການ­ຈັດ­ຕັ້ງ​ສາ­ກົນ 12,2 ຕື້ ກວ່າ​ກີບ; ຫນີ້​ສິນ​ຕ່າງ­ປະ­ເທດ ແລະ ພາຍ​ໃນ 1,7 ພັນ​ຕື້​ກວ່າ​ກີບ ແລະ ຈ່າຍ​ເຂົ້າ​ໃນ​ການ​ລົງ­ທຶນ 4,6 ພັນ​ຕື້​ກວ່າ​ກີບ.

   ຢ່າງ­ໃດ​ກໍ່​ຕາມ ຂະ­ແຫນງ ການ​ເງິນ​ຕີ​ລາ­ຄາ​ສະ­ພາບ​ການ ປະ­ຕິ­ບັດ​ລາຍ​ຈ່າຍ​ເຫັນ​ວ່າ: ໃນຕົ້ນ​ປີ​ນີ້​ມີ​ລາຍ​ຈ່າຍ​ທີ່​ຈຳ­ເປັນແລະ ຮີບ​ດ່ວນ​ຫລາຍ​ຢ່າງ​ເກີດຂຶ້ນ​ເປັນ­ຕົ້ນ​ແມ່ນ​ລາຍ​ຈ່າຍ​ກິດ ຈະ​ກຳ​ຕ່າງໆ​ຂອງ​ລັດ­ຖະ­ບານ ເຊິ່ງ​ເປັນ​ລາຍ​ຈ່າຍ​ເງິນ​ຈຳ­ນວນຫລາຍ​ອອກ​ໃນ​ໄລ­ຍະ​ສັ້ນ ແຕ່ໂດຍ​ລວມ​ແມ່ນ​ສາ­ມາດ​ສະຫນອງ​ລາຍ​ຈ່າຍ​ໃຫ້​ວຽກ​ງານດັ່ງ­ກ່າວ ​ໄດ້​ຕາມ​ແຜນ­ການ​ວາງໄວ້ ແລະ ສາ­ມາດ​ຮັບ­ປະ­ກັນ​ລາຍ ຈ່າຍ​ໄດ້​ເປັນ​ປົກ­ກະ­ຕິ​ເປັນ­ຕົ້ນແມ່ນ​ໄດ້​ໃຫ້​ບຸ­ລິ­ມະ­ສິດ​ຈ່າຍ​ເງິນເດືອນ, ເງິນ​ອຸດ​ຫນູນ​ເປັນ​ລາຍຈ່າຍ​ບຸ­ລິ­ມະ­ສິດ​ອັນ​ດັບ​ຫນຶ່ງ, ລາຍ​ຈ່າຍ​ບໍ­ລິ­ຫານ ແລະ ການ​ຊຳ ລະ​ຫນີ້​ສິນ​ຕ່າງ­ປະ­ເທດ ແລະ ເງິນ​ແຮ​ລັດ­ຖະ­ບານ ສ່ວນ​ລາຍ​ຈ່າຍ​ຮ່ວງ​ອື່ນໆ​ກໍ່​ໄດ້​ປະ­ຕິ­ບັດ​ໄປ​ຕາມ​ຈັງ­ຫວະ​ການ​ເກັບ​ລາຍ​ຮັບພາຍ​ໃນ.

   ແຕ່​ສິ່ງ​ທີ່​ສຳ­ຄັນ​ລັດ­ຖະ­ບານໄດ້​ເອົາ­ໃຈ­ໃສ່​ການ​ລະ­ດົມ​ທຶນຊ່ວຍ­ເຫລືອ​ລ້າ ແລະ ການ​ກູ້​ຢືມດອກ​ເບ້ຍ​ຕ່ຳ​ແບບ​ບໍ່​ມີ​ເງື່ອນ­ໄຂ​ຜູກ​ມັດ​ຈາກ​ຕ່າງ­ປະ­ເທດ ເພື່ອມາ​ດຸນ​ດ່ຽງ​ລາຍ​ຈ່າຍ​ງົບ​ປະມານ​ໃຫ້​ໄປ​ຕາມ​ແຜນ­ການ​ວາງໄວ້ ແລະ ຊ່ວຍ​ສະ­ຫນອງ​ທຶນ ຮອນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ເພື່ອກະ​ຕຸ້ນ​ເສດ­ຖະ­ກິດ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

   ແນວ­ໃດ​ກໍ່​ດີ ອັນ​ພົ້ນ​ເດັ່ນ​ດ້ານລາຍ​ຈ່າຍ​ຂະ­ແຫນງ­ການ​ເງິນເຜີຍ​ວ່າ: ໃນ 10 ເດືອນ​ຜ່ານ​ມາ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ສັງ​ລວມ​ບັນ­ຊີ​ເງິນ​ຝາກ​ຂອງ​ຫົວ­ຫນ່ວຍ​ງົບ­ປະ­ມານ​ທີ່​ເປີດ​ໄວ້​ຢູ່​ທະ­ນາ­ ຄານເຂົ້າ​ສູ່​ການ​ຄຸ້ມ​ຄອງ​ຢູ່​ໃນ​ລະ­ບົບຄັງ​ເງິນ​ແຫ່ງ​ຊາດ, ສາ­ມາດ​ສັງ​ລວມ​ເງິນ​ທີ່​ໄດ້​ຈາກ​ລາຍ​ຈ່າຍ​ວິຊາ​ການ, ກອງ​ທຶນ​ລັດ​ເຂົ້າ​ລວມສູນ​ໄວ້​ໃນ​ລະ­ບົບ​ຄັງ​ເງິນ​ເຮັດ​ໃຫ້ຄັງ​ເງິນ​ແຫ່ງ​ຊາດ​ມີ​ຄວາມ​ຄ່ອງຕົວ​ໃນ​ການ​ບໍ­ລິ­ຫານ​ເງິນ ພ້ອມກັນ​ນັ້ນ ​ກໍ່​ໄດ້​ປັບ­ປຸງ ແລະ ຂະຫຍາຍ​ການ​ປະ­ຕິ­ບັດ​ທຸ­ລະ​ກຳ​ທີ່ຕິດ​ພັນ​ກັບ​ລາຍ​ຮັບŒຈ່າຍ​ງົບ​ປະມານ​ຜ່ານ​ລະ­ບົບ​ທະ­ນາ­ຄານ​ໃຫ້​ກວ້າງ­ຂວາງ​ອອກ​ຕື່ມ.

   ຢ່າງ­ໃດ​ກໍ່​ຕາມ ເບື້ອງ​ລາຍຈ່າຍ​ຂະ­ແຫນງ­ການ​ເງິນ​ກໍ່​ຍັງ​ບໍ່ທັນ​ມີ​ຄວາມ​ເຂັ້ມ​ງວດ​ຕໍ່​ລະ­ບຽບວິ­ໄນ​ການ​ເງິນ, ຍັງ​ມີ​ການ​ຈ່າຍ ນອກ​ແຜນ, ເກີນ​ແຜນ, ບໍ່​ໄປ​ຕາມເປົ້າ ແລະ ຍັງ​ຖື​ເບົາ​ຕໍ່​ການ​ປະ­ຢັດມັດ­ທະ­ຍັດ.

   ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ລາຍ​ຈ່າຍ​ງົບ­ປະ­ມານ 2 ເດືອນທ້າຍ​ປີ​ຄາດ​ຄະ­ເນ​ຈະ​ປະ­ຕິ­ບັດ​ໄດ້ທັງ​ຫມົດ 4,4 ພັນ​ຕື້​ກວ່າ​ກີບ, ຂະ­ແຫນງ­ການ​ເງິນ​ລະ­ບຸ.

ຂໍ້ມູນຈາກ: www.ecom.org.la

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ລັດ­ຖະ­ບານ​ໄດ້​ປັບ​ຂຶ້ນ ເງິນ­ເດືອນ​ລັດ­ຖະ­ກອນ 500 ກີບຕໍ່​ດັດ­ຊະ­ນີ ຂະ­ນະ​ທີ່​ນັກ​ການທູດ​ເພີ່ມ 50% ຂອງ​ເງິນ­ເດືອນພື້ນ­ຖານ, ການ​ເງິນ​ຄາດ​ລາຍຈ່າຍ​ດ້ານ​ເງິນ­ເດືອນ​ໃນ​ງົບ​ປີ​ນີ້ ອາດ​ເພີ່ມ​ຂຶ້ນ​ເຖິງ 20%.

   ຫລັງ​ມີ​ການ​ຮັບ­ຮອງ​ຈາກກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VII ທີ່​ຈັດ​ຂຶ້ນ​ເມື່ອ​ເດືອນ​ມິ­ຖຸ­ນາ​ຜ່ານມາ, ກະ­ຊວງ​ການ​ເງິນ​ໄດ້​ຂຶ້ນ ແຜນ​ກຽມ​ຈ່າຍ​ເພີ່ມ​ເງິນ­ເດືອນ ຂອງ​ພະ­ນັກ­ງານ​ລັດ­ຖະ­ກອນ​ໃນສົກ​ງົບ­ປະ­ມານ​ນີ້ ໂດຍ​ຈະ​ເລີ່ມປະ­ຕິ­ບັດ​ນັບ​ແຕ່​ເດືອນ​ຕຸ­ລາ​ນີ້ເປັນ­ຕົ້ນ​ໄປ.

   ກະ­ຊວງ​ການ​ເງິນ​ເປີດ­ເຜີຍວ່າ: ການ​ຂຶ້ນ​ເງິນ­ເດືອນ​ຂອງ​ພະນັກ​ງານ​ລັດ­ຖະ­ກອນ​ແມ່ນ​ຈະ​ຈັດຕັ້ງ​ປະ­ຕິ­ບັດ​ໄປ​ພ້ອມໆ​ກັນ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ຈາກ 3.000 ກີບຕໍ່​ດັດ­ຊະ­ນີ​ເປັນ 3.500 ກີບ​ຕໍ່​ດັດຊະ­ນີ; ພິ­ເສດ​ສຳ­ລັບ​ບັນ­ດາ​ທູດລາວ​ທີ່​ໄປ​ເຮັດ​ຫນ້າ­ທີ່​ຢູ່​ປະ­ເທດຕ່າງໆ​ເພີ່ມ​ຂຶ້ນ​ປະ­ມານ 50% ຂອງ​ເງິນ­ເດືອນ​ພື້ນ­ຖານ.

   ໃນ​ໄລ­ຍະ​ຜ່ານ​ມາ​ພະ­ນັກງານ​ລັດ­ຖະ­ກອນ​ລາວ​ເຮົາ​ໄດ້ຮັບ​ເງິນ­ເດືອນ​ຕ່ຳ​ສຸດ​ທີ່​ລະ­ດັບ 405.000 ກີບ ແລະ ສູງ​ສຸດ 2.100.000 ກີບ ແຕ່​ຖ້າ​ມາ​ຄິດໄລ່​ເງິນ­ເດືອນ​ໃນ​ຈຳ­ນວນ 3.500 ກີບ​ຕໍ່​ດັດ­ຊະ­ນີ​ຜູ້​ທີ່​ໄດ້​ຮັບຕ່ຳ​ສຸດ​ກໍ່​ຖືກ​ປະ­ມານ 472.500 ກີບ ແລະ ສູງ​ສຸດ​ທີ່​ລະ­ດັບ 2.450.000 ກີບ.

   ຢ່າງ­ໃດ​ກໍ່​ຕາມ ກະ­ຊວງ​ການເງິນ​ເຜີຍ​ຕື່ມ​ອີ​ກວ່າ: ການ​ຂຶ້ນເງິນ­ເດືອນ​ລັດ­ຖະ­ກອນ​ຄັ້ງ​ນີ້​ ຈະເຮັດ​ໃຫ້​ລາຍ​ຈ່າຍ​ລັດ­ຖະ­ບານດ້ານ​ເງິນ­ເດືອນ​ໃນ​ສົກ​ງົບ​ປະມານ​ນີ້​ເພີ່ມ​ຂຶ້ນ​ເຖິງ 20,63% ໃນ​ຈຳ­ນວນ​ເງິນ​ທີ່​ຈະ​ຕ້ອງ​ຈ່າຍທັງ​ຫມົດ 3,4 ພັນ​ຕື້​ກວ່າ​ກີບ.

ຂໍ້ມູນຈາກ www.ecom.org.la

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

   ທ່ານສັງເກດເບິ່ງບ່ອນໝາຍສີເຫຼືອງ

ບົດຂ່າວນີ້ລົງໃນເວັບໄຊໜັງສີພິມປະຊາຊົນ

ແລະຂ່າວສານປະເທດລາວ

http://www.pasaxon.org.la/conten/26-9-11/3.htm

http://www.kplnet.net/lao/news/dnl%203.htm

 

 ຜົນ​ຂອງ​ກອງ​ປະຊຸມ​ລັດຖະບານ​

ສະ​ໄໝສາມັນ​ປະຈຳ​ເດືອນ​ກັນຍາ 2011

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກັນຍາ ປີ 2011 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22-23 
ກັນຍາ 2011 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໂດຍມີບັນດາທ່ານສະມາຊິກ
ລັດຖະບານຄົບຄະນະເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມຄັ້ງນີ້ແມ່ນໄດ້ພ້ອມກັນພິຈາລະນາ ແລະ ຕົກລົງບັນຫາສຳຄັນ
ເລັ່ງດ່ວນຈຳນວນຫນຶ່ງ ຄືດັ່ງນີ້
:

1. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາແຜນຟື້ນຟູຜົນເສຍຫາຍຈາກໄພທຳມະຊາດ ນ້ຳຖ້ວມທີ່ ກີດຈາກ
ອິດທິພົນພາຍຸຮາຍມາ ແລະ ພາຍຸນົກເຕັນຜ່ານມາຊຶ່ງສະເຫນີໂດຍຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ບັນ
ດາກະຊວງ
ຂະແຫນງການກ່ຽວຂ້ອງໃນນັ້ນລວມມີແຜນການຜະລິດລະດູແລ້ງການຟື້ນຟູປົວແປງລະບົບຊົນລະປະທານ
ບັນດາເສັ້ນທາງ ແລະ ພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມສະພາບຄວາມເສຍຫາຍໄດ້ກະທົບຢູ່ບັນ
ດາແຂວງທາງພາກເຫນືອ
ກາງ ແລະ ພາກໃຕ້ ລວມທັງຫມົດ 12 ແຂວງໃນນັ້ນໄດ້ຮັບຜົນກະທົບໂດຍກົງ 96 ເມືອງ
1.790 
ບ້ານ ແລະ ມີ 429.954 ຄົນເສຍຊີວິດ 30 ຄົນເນື້ອທີ່ທຳການຜະລິດ 64.472 ເຮັກຕາເສັ້ນທາງຄົມມະນາ
ຄົມເປ່ເພ 
323 ເສັ້ນຂົວ 42 ແຫ່ງໂຮງຮຽນໂຮງຫມໍສຸກສາລາໄຟຟ້ານ້ຳ ະປາສະຖານທີ່ທ່ອງທ່ຽວ ແລະ ພື້ນ
ຖານອຸດສາຫະກຳ 
ການຄ້າ ກໍ່ໄດ້ຮັບຄວາມເສຍຫາຍບໍ່ຫນ້ອຍ ຊຶ່ງປະເມີນຄວາມເສຍາຍທັງຫມົດປະມານ ຕື້ກວ່າກີບ
ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກະຊວງຂະແຫນງການອົງການປົກຄອງທ້ອງຖິ່ນທຸກຂັ້ນ ທຸກພາກສ່ວນ
ທີ່ໄດ້ສຸມກຳລັງເຫື່ອແຮງທັງວັດຖຸ 
ປັດໄຈຕ່າງໆແກ້ໄຂຊ່ວຍເຫລືອສຸກເສີນໃນຜ່ານມາ ເຮັດໃຫ້ຜົນກະທົບຜ່ອນຄາຍລົງ
ປະຈຸບັນທາງລັດຖະບານໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບໄປແລ້ວລວມເປັນເງິນ ແລະ ວັດຖຸຈຳນວນ
ທັງຫມົດ 
984.396.000 ກີບ.

ກອງປະຊຸມໄດ້ຊີ້ນຳໃຫ້ຄະນະຄຸ້ມຄອງໄພພິບັດແຫ່ງຊາດ ກໍ່ຄືຂະແຫນງການກ່ຽວຂ້ອງສືບຕໍ່ຕິດຕາມສະພາບດິນຟ້າອາກາດ
ຢ່າງໃກ້ຊິດໃຫ້ຂໍ້ມູນຂ່າວສານເຕືອນໄພລ່ວງຫນ້າໃຫ້ແກ່ປະຊາຊົນທີ່ມີຄວາມສ່ຽງໃຫ້ຮັບຮູ້ໄວ
ສືບຕໍ່ປຸກລະດົມເອົາການຊ່ວຍເຫຼືອ 
ຈາກທຸກພາກສ່ວນ
ທຸກຊັ້ນຄົນໃນສັງຄົມອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດເພີ່ມທະວີຍົກລະດັບຄວາມ
ສາມາດໃຫ້ແກ່ແຂວງ
ເມືອງ ແລະ ບ້ານໃນການກຽມພ້ອມຮັບມືກັບໄພພິບັດທີ່ເກີດຂຶ້ນຢ່າງມີປະສິດທິພາບນຳໃຊ້ແຫລ່ງທຶນ
ທີ່ມີຢູ່ໃນປະຈຸບັນເພື່ອຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຄືນຫລັງນ້ຳຖ້ວມ
.

ສຳລັບການຟື້ນຟູບັນດາພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍນັ້ນ ກອງປະຊຸມໄດ້ຊີ້ນຳດັ່ງນີ້:

ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການຮີບຮ້ອນລົງໄປສົມທົບກັບອຳນາດການປົກຄອງທ້ອງຖິ່ນຂະແຫນງ
ການເພື່ອເກັບກຳຜົນເສຍຫາຍ ຕໍ່ລະບົບໂຄງລ່າງພື້ນຖານການຜະລິດ ເພື່ອສ້າງແຜນຍຸດທະສາດ ແລະ ແຜນການຮັບມືສຸກ
ເສີນ ທັງສະເພາະຫນ້າ ແລະ ຍາວນານ ເຊັ່ນ
ສ້ອມແປງຊົນລະປະທານຈັດຊື້ແນວພັນເຂົ້າພືດ ແລະ ແນວພັນສັດ
ຝຸ່ນປຸ໋ຍຢາປາບສັດຕູພືດເຄື່ອງມືສັດຕະວະແພດວັກແຊັງປ້ອງກັນ ແລະ ປິ່ນປົວພະຍາດສັດ.

ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງລົງສົມທົບກັບແຂວງເກັບກຳປະເມີນ ແລະ ຂຶ້ນແຜນຟື້ນຟູສ້ອມແປງບັນດາເສັ້ນ
ທາງ
ຂົວການປ້ອງກັນຕາຝັ່ງເຈື່ອນລະບົບນ້ຳປະປາ ແລະ ອື່ນໆຢ່າງທັນການ.

2. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາຈຳນວນລັດຖະກອນໃຫມ່ ປະຈຳສົກປີ 2011-2012 ທີ່ສະເຫນີ
ໂດຍກະຊວງພາຍໃນ
ການສະເຫນີຂໍອະນຸມັດຈຳນວນໂກຕາລັດຖະກອນໃຫມ່ ຈຳນວນ 15.340 ຄົນນີ້ແມ່ນອີງໃສ່ຄວາມຕ້ອງ
ການລັດຖະກອນຂອງບັນດາກະຊວງ 
ອົງການ ແລະ ທ້ອງຖິ່ນທີ່ມີການປັບປຸງ ແລະ ສ້າງຕັ້ງຂຶ້ນໃຫມ່ ແລະ ເພື່ອສະຫນອງ
ຕອບໃຫ້ພຽງພໍກັບຫນ້າທີ່ວຽກງານໃນໄລຍະໃຫມ່ ແລະ ອີງໃສ່ຄວາມສາມາດສະຫນອງຕອບທາງດ້ານງົບປະມານ
ກອງປະຊຸມ 
ໄດ້ມອບໃຫ້ກະຊວງພາຍໃນ ປັບປຸງຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດຈຳນວນຕົວເລກລັດຖະກອນໃຫມ່ 
ໃນສົກ 
2011-​2012 ຕາມການປະກອບຄວາມເຫັນຂອງກອງປະຊຸມແລ້ວນຳສະເຫນີທ່ານນາຍົກລັດຖະມົນຕີ ລົງລາຍເຊັນແລ້ວ 
ຈຶ່ງຈັດສົ່ງຈຳນວນໃຫ້ແຕ່ລະບ່ອນຈັດຕັ້ງປະຕິບັດ
.

3. ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານລັດຖະມົນຕີຫ້ອງວ່າການລັດຖະບານ ກ່ຽວກັບແຜນດຳເນີນງານຂອງ
ລັດຖະບານຊຸດທີ 
VII ໃນໄລຍະ ປີ (2011-2015) ໂດຍພື້ນຖານກອງປະຊຸມເຫັນດີຮັບຮອງເອົາແຜນດຳເນີນງານສະບັບ
ດັ່ງກ່າວ
ແຜນດຳເນີນງານສະບັບນີ້ ວາງອອກເພື່ອຮັບປະກັນເຮັດໃຫ້ຄາດຫມາຍສູ້ຊົນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX 
ຂອງພັກມະຕິຕົກລົງຂອງສະພາແຫ່ງຊາດກົດຫມາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ແລະ ຄຳເຫັນຊີ້ນຳຂອງສະຫາຍ
ເລຂາທິການໃຫຍ່
ປະທານປະເທດໄດ້ຮັບການຈັດຕັ້ງປະຕິບັດບົນຈິດໃຈ ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການ
ບໍລິຫານ ແລະ ຄຸ້ມຄອງລັດ 
ຄຸ້ມຄອງສັງຄົມສ້າງບາດກ້າວບຸກທະລຸອັນຫນັກແຫນ້ນ ໃນການນຳພາປະເທດຊາດໃຫ້ຫລຸດ
ພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາໃນປີ 
2020, ສຳເລັດເປົ້າຫມາຍສະຫັດສະວັດດ້ານການພັດທະນາ 
(MDGsໃນປີ 2015 ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ປີ ຄັ້ງທີ VII ຢ່າງມີໄຊ” 
ແລະ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຂອງຄະນະລັດຖະບານ ເປັນໄປຢ່າງເປັນລະບົບເປັນແຜນມີຄວາມຮັບຜິດຊອບ
ເປັນບ່ອນອີງໃຫ້ກະຊວງ ອົງການທຽບເທົ່າ ແລະ ທ້ອງຖິ່ນປະຕິບັດທັງເປັນມາດຖານໃນການຕິດຕາມກວດກາ ແລະ 
ຕີລາຄາປະເມີນຜົນການຈັດຕັ້ງປະຕິບັດຫນ້າທີ່ຂອງຄະນະລັດຖະບານ ກໍ່ຄືບັນດາກະຊວງ 
ອົງການລັດຖະບານ ແລະ 
ທ້ອງຖິ່ນ
ກອງປະຊຸມໄດ້ມອບໃຫ້ຫ້ອງວ່າການລັດຖະບານປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນຂອງກອງປະຊຸມ 
ແລ້ວຈຶ່ງນຳສະເຫນີທ່ານນາຍົກລັດຖະມົນຕີຮັບຮອງ
.

4. ກອງປະຊຸມໄດ້ພິຈາລະນາ ແລະ ເປັນເອກະພາບເຫັນດີຮັບຮອງເອົາການກຳນົດເຂດທຸກຍາກທຸລະກັນດານຫ່າງໄກ
ສອກຫລີກ ໃນທົ່ວປະເທດ ທີ່ສະເຫນີໂດຍກະຊວງພາຍໃນ
ການຈັດລະດັບກຳນົດເຂດທຸກຍາກທຸລະກັນດານ ຫ່າງໄກສອກ
ຫລີກ ໃນທົ່ວປະເທດນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍດຳລັດສະບັບເລກທີ 
468/ນຍລົງວັນທີ 10 ພະຈິກ 2011 ຂອງ
ນາຍົກລັດຖະມົນຕີ ວ່າດ້ວຍການກຳນົດນະໂຍບາຍຕໍ່ພະນັກງານ
-ລັດຖະກອນ ທີ່ປະຕິບັດຫນ້າທີ່ຢູ່ຫ່າງໄກສອກຫລີກທຸລະກັນ 
ດານ ເພື່ອຊຸກຍູ້ສົ່ງເສີມໃຫ້ພະນັກງານ 
ລັດຖະກອນມີຄວາມຕື່ນຕົວໄປປະຕິບັດຫນ້າທີ່ຢູ່ເຂດດັ່ງກ່າວປະກອບສ່ວນເຂົ້າໃນ
ການພັດທະນາ
ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ກ້າວໄປເຖິງການຫລຸດຜ່ອນຄວາມທຸກຍາກ
ເທື່ອລະກ້າວ
ກອງປະຊຸມໄດ້ມອບໃຫ້ກະຊວງພາຍໃນສືບຕໍ່ປັບປຸງແຜນກຳນົດເຂດທຸກຍາກດັ່ງກ່າວ ຕາມການປະກອບຄວາມ 
ເຫັນຂອງສະມາຊິກລັດຖະບານແລ້ວຈຶ່ງນຳສະເຫນີທ່ານນາຍົກລັດຖະມົນຕີຮັບຮອງເອົາ
.

5. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາບັນດາທິດທາງ ແລະ ມາດຕະການ ການແກ້ໄຂຫນີ້ສິນຂອງ
ພາກລັດ ທີ່ສະເຫນີໂດຍກະຊວງແຜນການ ແລະ ການລົງທຶນ
ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ
ການວາງບັນດາທິດທາງ ແລະ ມາດຕະການຕ່າງໆໃນການແກ້ໄຂບັນຫາຫນີ້ສິນຂອງພາກລັດນີ້ ແມ່ນເພື່ອຫລຸດຜ່ອນຄວາມກົດ
ດັນຕໍ່ສະເຖຍລະພາບທາງດ້ານການເງິນ 
ເງິນຕາ ໃນລະດັບມະຫາພາກ ແລະ ແກ້ໄຂຖານະການເງິນຂອງບັນດາບໍລິສັດ
ວິສາຫະກິດ ທີ່ມີສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນໃຫ້ເຂັ້ມແຂງຂຶ້ນຮັບປະກັນຄວາມຄ່ອງຕົວຂອງງົບປະມານແຫ່ງ 
ລັດ
ຮັບປະກັນທາງດ້ານເສດຖະກິດມະຫາພາກ ແລະ ຮັບປະກັນການປະຕິບັດຫລັກການລວມສູນງົບປະມານຕາມທີ່ກົດຫມາຍ
ໄດ້ກຳນົດໄວ້
ສາມາດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງຕັ້ງຫນ້າ ແລະ ຈະສາມາດແກ້ໄຂບັນຫາຫນີ້ເສຍ
ໃນລະບົບທະນາຄານອີກດ້ວຍ
ກອງປະຊຸມໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນສົມທົບກັບກະຊວງການເງິນ 
ແລະ ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນຂອງທີ່ປະຊຸມ ເພື່ອໃຫ້ແທດຕົວຈິງແລ້ວຈຶ່ງນຳສະເຫນີ
ທ່ານນາຍົກລັດຖະມົນຕີຮັບຮອງ
.

ໃນກອງປະຊຸມຄັ້ງນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວເນັ້ນຫນັກໃຫ້ບັນດາກະຊວງຂະແຫນງການ ແລະ ທ້ອງຖິ່ນ 
ເອົາໃຈໃສ່ປະຕິບັດບັນດາວຽກງານຈຸດສຸມໃນເດືອນຕຸລາປີ 
2011 ຄື:

1). ໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນແມ່ນຈັດຕັ້ງ
ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວປະເທດໃນວັນທີ 
12 ກັນຍາ 2011 ທີ່ຜ່ານມານີ້
ໃຫ້ເປັນແຜນງານລະອຽດ ເພື່ອສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ທີ່ພວມເກີດຂຶ້ນຢູ່ໃນສັງຄົມລາວເຮົາໃນປະຈຸບັນເວົ້າລວມ ແລະ 
ຢູ່ໃນນະຄອນຫລວງວຽງຈັນ ເວົ້າສະເພາະໃຫ້ນັບມື້ນັບຫລຸດລົງຢ່າງຈະແຈ້ງ
.

2). ໃຫ້ເອົາໃຈໃສ່ຊຸກຍູ້ການສ້ອມແປງ ແລະ ຟື້ນຟູບູລະນະພື້ນຖານໂຄງລ່າງທີ່ຖືກເປ່ເພເສຍຫຍຈາກໄພທຳມະຊາດ 
(ພາຍຸໄຮມາ ແລະ ນົກເຕັນ ຢູ່ບາງແຂວງໃຫ້ກັບຄືນສູ່ສະພາບປົກກະຕິໄປຄຽງຄູ່ກັບການບົວລະບັດຮັກສາ ແລະ ເກັບກ່ຽວ
ເຂົ້ານາປີໃຫ້ໄດ້ຮັບຜົນດີ
ຄວບຄຸມພະຍາດລະບາດ ແລະ ພະຍາດຕິດຕໍ່ອື່ນໆທີ່ອາດຈະເກີດຂຶ້ນໃນຂອບເຂດທົ່ວປະເທດ
ພ້ອມກັນນີ້ກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ ແລະ ມາດຕະການແກ້ໄຂສະພາບໄພເງິນເຟີ້ທີ່ຍັງສູງໃນປະຈຸບັນ 
(7,6%), ການເຫນັງຕີງຂອງຄ່າເງິນກີບ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ ບໍລິໂພກ ຢູ່ໃນທ້ອງຕະຫລາດ 
ໃຫ້ມີຄວາມສະຫງົບເປັນປົກກະຕິ
.

3. ໃຫ້ບັນດາກະຊວງອົງການລັດຖະບານນະຄອນຫລວງວຽງຈັນ ແລະ ບັນດາແຂວງເພີ່ມທະວີຄວາມເປັນເຈົ້າການ
ໃນການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານງວດ 
ຂອງສົກປີ 2011​-​2012 ໂດຍເລີ່ມແຕ່ວັນທີ ຕຸລາ 2011 
ນີ້ໃຫ້ໄດ້ຮັບຜົນດີພ້ອມກັນນັ້ນກໍ່ໃຫ້ກະກຽມສະຫລຸບການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານໃນ ປີຜ່ານມາ 
(ສະຫລຸບຕົວເລກຂາດຕົວ).

4. ໃຫ້ສືບຕໍ່ສ້າງຂະບວນການອັນຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນຄູແຫ່ງຊາດວັນປະກາດເອກະລາດ ແລະ ກະກຽມ
ເງື່ອນໄຂຕ່າງໆໃຫ້ຮອບດ້ານ ເພື່ອຮັບປະກັນການຈັດງານບຸນປະເພນີຕ່າງໆຂອງຊາດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ 
ຈົບງາມ ແລະ ມີຄວາມປອດໄພສູງ ເປັນຕົ້ນບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີຢູ່ທ່າວັດຈັນ ນະຄອນຫລວງວຽງຈັນ
.

5. ຜັນຂະຫຍາຍຜົນສຳເລັດຂອງການເດີນທາງໄປຢ້ຽມຢາມ ສປ ຈີນ ແລະ ສປປ ເກົາຫລີ ຢ່າງເປັນທາງການຂອງ
ສະຫາຍເລຂາທິການໃຫຍ່
ປະທານປະເທດຜົນສຳເລັດຂອງການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ
ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ
ພ້ອມກັນນັ້ນກໍ່ກະກຽມໃຫ້ການ
ນຳເດີນທາງໄປຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດທີ່ເດີນທາງມາຢ້ຽມຢາມລາວ
.

6. ກະກຽມກອງປະຊຸມສູນກາງຄົບຄະນະກອງປະຊຸມວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງ
ຊາດ
ກະກຽມເອກະສານຕ່າງໆທີ່ຈະລາຍງານໃຫ້ກົມການເມືອງກະກຽມກອງປະຊຸມລັດຖະບານຮ່ວມກັບເຈົ້າແຂວງ ແລະ 
ເຈົ້າຄອງນະຄອນຫລວງວຽງຈັນ
.

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກັນຍາ 2011 ນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ດ້ວຍຄວາມ
ຮັບຜິດຊອບສູງຂອງບັນດາທ່ານສະມາຊິກລັດຖະບານ ແລະ ອັດລົງດ້ວຍຜົນສຳເລັດຕາມຄາດຫມາຍທີ່ວາງໄວ້
.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ພົບເຫັນບັດເອັມໂຟນບໍ່ມີຕົວເລກລະຫັດບັດເພື່ອຕື່ມເງິນ,ພາຍຫຼັງທີ່ຂູດອອກມາແລ້ວມັນຈະເປັນສີຂ່າວມົ່ນ,ມົວໆໄປຊື່ງ,ສັງເກດແນວໃດກໍ່ບໍ່ເຫັນຕົວເລກລະຫັດທີ່ໃຫ້ເຮົາຕື່ມມູນຄ່າໂທ,

ມັນຕ່າງຈາກບັດອື່ນໆທີ່ຂູດມາແລ້ວມີເລກໃຫ້ເຮົາກົດຕື່ມເງິນ,ສ່ວນລັກສະນະ,ສີສັນ ແລະ ເລກຊີເລວຂອງບັດກໍ່ມີປົກກະຕິຄືບັດຂາຍທົ່ວໄປ,ແຕ່ມັນຜິດປົກກະຕິຢູ່ທີ່ວ່າ

ບ່ອນທີ່ເຮົາຂູດຫາຕົວເລກ(ທາສີມົ່ນໆ)ນັ້ນມັນກວ້າງກວ່າບັດລຸ່ນອື່ນ,ປະຈຸບັນບໍ່ທັນຢັ້ນຢື້ນໄດ້ວ່າມັນເກີດຫຍັງຂຶ້ນ.

ເຫດເກີດຂຶ້ນກັບນາງ ວັນ ເຈົ້າຂອງຮ້ານຂາຍຍ່ອຍ,ຢູ່ບ້ານນ້ຳງອມ,ເມືອງວຽງທອງ,ແຂວງບໍລິຄຳໄຊ. ນາງ ວັນ ເວົ້າວ່າ ວັນທີ່ 11/0911 ມີລູກຄ້າຊື້ບັດໄປຄາລາ 10.000 ກີບ, ແລ້ວກັບມາຕໍ່ວ່າຂໍສົ່ງບັດທີ່ຊື້ໄປນັ້ນພ້ອມຂໍເງິນຄຶນເພາະວ່າບັດທີ່ຂູດອອກມາບໍ່ມີຕົວເລກ ແຕ່ນາງບໍ່ເຊື້ອຈິ່ງມາລອງຂູດບັດໂຕໃໝ່ພ້ອມທັງຈະແນະນຳວິທີຂູດໃຫ້ລູກຄ້າເພື່ອຫຼີກເວັ້ນບໍ່ໃຫ້ຕົວເລກລະຫັດຂາດຫາຍ,ພໍຂູດອອກໄປຈົນໝົດເຄືອບທີ່ເພີນເຮັດໃຫ້ຂູດນັ້ນກໍ່ບໍ່ພົບຕົວເລກເລີຍ,

ນາງວັນຍັງບໍ່ໝັ້ນໃຈຈິງເອົາບັດໃໝ່ໃບທີ່ສອງມາຂູດອີກແຕ່ກໍ່ບໍ່ພົບຄືກັນອີກ,ເມື່ອເປັນແບບນັ້ນນາງວັນຈິ່ງສົ່ງເງິນໃຫ້ລູກຄ້າແລ້ວນຳບັດທັງໝົດທີ່ຢູ່ໃນແຜ່ນດຽວກັນນັ້ນ ເຊິ່ງມີບັດທີ່ຂູດແລ້ວສາມໃບ,ບັດຍັງບໍ່ທັນໄດ້ຂູດອີກສີ່ໃບໄປສົ່ງຄຶນໃຫ້ນາງ ວອນ ຜູ້ເປັນເຈົ້າຂອງຮ້ານຂາຍສົ່ງຢູ່ຕະຫຼາດບ້ານນ້ຳຢ້າງເມືອງວຽທອງ,ນາງ ວອນ ກໍ່ຂູດລອງອີກ 1 ໃບກໍ່ເປັນຄືກັນ.

ນາງວອນເວົ້າວ່າບັດນີ້ຊື້ມາຈາກສູນ ຫຼັກ20 ແລະ ບໍ່ໄດ້ໄປຮັບບັດດ້ວຍຕົນເອງ,ທາງສູນຝາກໃຫ້ຕາມການແນະນຳຂອງຕົນ,ສ່ວນບັນຫານີ້ໄດ້ແຈ້ງໃຫ້ທາງສູນຊາບແລ້ວ,ສູນຕອບມາວ່າຕ້ອງສົ່ງບັດໄປຫາສູນກວດສອບກ່ອນ ເພາະກໍລະນີແບບນີ້ບໍ່ເຄີຍພົບເຫັນມາກ່ອນ,ຕອນນີ້ຍັງສະຫຼຸບໍ່ໄດ້ວ່າມັນເກີດຫຍັງຂຶ້ນ ແລະ ແນະນຳລູກຄ້າຫາກທ່ານໃດພົບເຫັນກໍລະນີແບບນີ້ໃຫ້ແຈ້ງສູນເອັມໂຟນທຸກສາ ຫຼື 101 ກໍ່ໄດ້.

 

ນາງ ວັນ ເຈົ້າຂອງຮ້ານຂາຍຍ່ອຍ

ນາງ ວອນ ເຈົ້າຂອງຮ້ານຂາຍສົ່ງ

 

ລັກສະນະບັດທີ່ຂູດ

ຂໍສະຫງວຍເລກທ້າຍຊີເລວໄວ້ກ່ອນ

ແບບ,ສີສັນຂອງລຸ້ນຜະລິດ

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ກອງປະຊຸມຄັ້ງທີ່ IX ໄດ້ສຳເລັດແຕ່ກາງເດືອນ 3/2011 ມາຮອດປະຈຸບັນກິນເວລາໄປແລ້ວ 6 ເດືອນ ແຕ່ການເຊື່ອມຊຶມມະຕິ IX ຫາກໍ່ດຳເນີນໄປຮອດຂັ້ນເມືອງ(ຕາມການສະເໜີຂ່າວຂອງສື່),

ເພື່ອຈະໃຫ້ທົ່ວເຖິງທຸກໜ່ວຍພັກຮາກຖານຍັງຈະໃຊ້ເວລາເທົ່າໃດບໍ່ຮູ້, ປະຈຸບັນພັກຍັງເຫຼືອເວລາເຮັດວຽກ 4 ປີກັບ 6 ເດືອນເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງຕົນໄດ້ກຳນົດອອກໃນມະຕິ IX,

ໃນເວລາທີເຫຼືອຍນັ້ນຍັງຕ້ອງສືບຕໍ່ເຊື່ອມຊຶມໃຫ້ທົ່ວເຖິງທຸກທ້ອງຖິ່ນ,ສ້າງແຜນ(ແຜນງານ,ແຜນຄົນ ແລະ ແຜນເງິນ),ຈາກນັ້ນຈິ່ງຈັດຕັ້ງປະຕິບັດ ແລະ ການຈັດຕັ້ງປະຕິບັດນັ້ນຍັງຕ້ອງມີການຖອດຖອນບົດຮຽນບາງໜ້າວຽກນຳອີກ ແລ້ວຈິ່ງກັບໄປສືບຕໍ່ປະຕິບັດໃຫ້ເກີດຜົນເປັນຈິງທຸກຢ່າງໃນປີ 2015 ຫຼື ອີກ 4 ປີກັບ 6 ເດືອນຂ້າງໜ້າ.

      ອັນນີ້ມະຫາຊົນພວກເຮົາເປັນຫ່ວງ ແລະ ໜັກໃຈວ່າມັນຈະເກີດຜົນສຳເລັດເປັນຈິງແທ້ຫຼືບໍ່?,ຫາກມັນສຳເລັດຕາມຄຳຖະແຫຼງໄວ້ກໍ່ເປັນຄວາມພາກພູມໃຈຂອງປວງຊົນທັງຊາດທີ່ກຳລັງ

ຄອງຄອຍ; ສະແດງເຖິງຄວາມປີຊາສາມາດຢ່າງສູງຂອງພັກໃນຖານະເປັນຜູ້ກຳອຳນາດ ແລະ ເປັນຜູ້ນຳພາ.

ແຕ່ຖ້າຫາກມັນບໍ່ສຳເລັດຕາມນະໂຍບາຍທີ່ໄດ້ຖະແຫຼງ ມັນກໍ່ສະແດງເຖິງຄວາມຜິດພາດໃນການວາງແນວທາງ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຜູ້ກຳອຳນາດ ແລະ ນຳພາ.

          ໃນທີ່ນີ້ພວກເຮົາເປັນມະຫາຊົນບໍ່ໝາຍວ່າບໍ່ເຊື້ອໝັນຕໍ່ແນວທາງ,  ແຕ່ໝາຍວ່າພວກເຮົາຢ້ານວ່າກະໂຕບັນດາສະມະຊິກພັກ-ພະນັກງານຂອງລັດນັ້ນ ປະຕິບັດ 4 ບຸກທະລຸນັ້ນໄດ້.

ເພາະສັງເກດເຫັນໄດ້ວ່າ:

ບັນຫາທີ່ໜຶ່ງ: ການເຊື່ອມຊຶມມະຕິ IX ຂອງພັກຊັກຊ້າ ແລະ ໝົດສົກປີ 2011 ແລ້ວ ການເຊື່ອມຊຶມຍັງບໍ່ສຳເລັດທົ່ວເຖິງ.

 ບັນຫາທີ່ສອງ: ນະໂຍບາຍທີ່ພັກຖະແຫຼງ ຫຼື ແຜນການວາງໄວ້ບາງໜ້າວຽກຈະເລີ່ມປະຕິບັດໃຫ້ເກີດຜົນໃນງວດ I ຂອງສົກງົບປະມານ 2011-2012 ນີ້ ແລະ ນະໂຍບາຍອື່ນອີກ

ປະຈຸບັນບໍ່ທັນມີຄວາມຊັດເຈັນຈັກຢ່າງ ແລະ ກໍ່ບໍ່ຮູ້ວ່າອີກດົນປານໃດຈິ່ງຈະມີຄວາມຊັດເຈັນ?

        ສະນັ້ນຈິ່ງຂໍວິ່ງວອນມາຍັງທ່ານຜູ່ນຳພັກຈົ່ງຂຸ້ນຂ້ຽວກວດກາເບິ່ງບັນດານະໂຍບາຍທີ່ໄດ້ກຳນົດໄວ້ໃນມະຕິ  IX ຂອງພັກນັ້ນກຳນົດແຜນງານອັນລະອຽດຊັດເຈັນວ່າ: ມີແຜນງານໃດແດ່?,ແຕ່ລະແຜນງານຈະເລີ່ມລົງມືເມື່ອໃດ?,ໃຫ້ສຳເລັດເມື່ອໃດ? ແລະ ອີງໃສ່ກົນໄກອັນໃດມາຂັບເຄື່ອນຈິ່ງມີຄວາມຊັດເຈັນວ່າເປັນໄປໄດ້ແທ້ຈິງ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

ທ່ານຈົ່ງສັງເກດເບິ່ງບ່ອນໝາຍສີເຫຼືອງໃນບົດຂ່າວນີ້

ບົດນີ້ລົງໃນເວັບໄຊໜັງສືພິມຂ່າວສານປະເທດລາວ

http://www.kplnet.net/lao/news/dnl%204.htm

ຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ 

 

ໄວ້ອາໄລເຖິງການນຳຂັ້ນສູງ ຂອງ ພັກກອມມູນິດກູບາ

ເຄ

*(ຂປລ)ໃນຕອນແລງຂອງວັນທີ 6 ກັນຍາ 2011, ສະຫາຍນາງສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໄດ້ຕາງໜ້າຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງ ການຕ່າງປະເທດ ພ້ອມດ້ວຍພະນັກງານຂັ້ນກົມຕ່າງໆຂອງ ຄຕພ ແລະ ກະຊວງໄດ້ໄປວາງພວງມະໄລຢູ່ສະເອກອັກຄະລັດຖະທູດ ສ.ກູບາ ປະຈຳສປປ ລາວ ເພື່ອ ໄຫວ້ອາໄລເຖິງດວງວິນຍານສະຫາຍຈູລີໂອກາສັສຣິເກວໂຣ (ComradeJulioCasasRegueiro), ກຳມະການກົມການເມືອງສູນກາງພັກ, ຮອງປະ ທານສະພາແຫ່ງລັດ, ລັດຖະມົນຕີວ່າການກະຊວງ ກອງກຳລັງປະກອບອາວຸດ ປະຕິວັດກູບາ.

ເນື້ອໃນຂຽນວ່າໃນນາມຄະນະນຳຂອງຂະແໜງການຕ່າງປະເທດຂອງລາວຂໍສະແດງ ຄວາມໄຫວ້ອາໄລອາວອນຢ່າງສຸດຊຶ້ງ ເຖິງການຈາກໄປຂອງ ສະຫາຍ ຈູລີໂອ ກາສັສ ຣິເກວໂຣ, ກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງລັດ, ລັດຖະມົນຕີວ່າ ການກະຊວງກອງກຳລັງປະກອບອາວຸດ ປະຕິວັດກູບາ, ສະຫາຍຈູລີໂອ ກາສັສ ຣິເກວໂຣ, ເປັນວິລະຊົນກຳລັງປະກອບອາວຸດປະຕິວັດກູບາ, ນັກຮົບປະຕິວັດຜູ້ອົງອາດກ້າແກ່ນເດັດດ່ຽວ, ຈົງຮັກພັກ ດີຕໍ່ປະເທດຊາດ. ຕະຫລອດຊີວິດສະຫາຍໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຢ່າງບໍ່ຮູ້ອິດຮູ້ເມື່ອຍ, ໃຫ້ແກ່ພາລະກິດ ປະຕິວັດຂອງກູບາ. ການຈາກໄປຂອງ ສະຫາຍຈູລີໂອກາສັສຣິເກວໂຣ, ບໍ່ພຽງແຕ່ເປັນການສູນ ເສຍອັນ ໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງເທົ່ານັ້ນ ແຕ່ຍັງເປັນການສູນເສຍ ເພື່ອນ ມິດສະຫາຍຮ່ວມອຸດົມ ການທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນລາວນຳອີກ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານຈົ່່ງສັງເກດບ່ອນໝາຍສີເຫຼືອງໃນບົດ
ເວັບໄຊໜັງສືພິມ ວຽງຈັນໃໝ່ລົງ ວັນທີ 05 ກັນຍາ 2011 - ເວລາ 15:29:47
 
ທຸກກພາກສ່ວນຕ້ອງເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

Divider
ທຸກພາກສ່ວນຕ້ອງເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້​ຈັດ​ກອງ​ປະ­ຊຸມ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຂອງ​ສັງ­ຄົມ ປີ 2011 ໃນ​ລະ­ຫວ່າງ​ວັນ​ທີ 1-2 ກັນ­ຍາ 2011 ທີ່​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ດຣ.ທອງ​ບັນ ແສງ​ອາ­ພອນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເຊິ່ງ​ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ​ວ່າ­ການ ເຈົ້າ­ແຂວງ ແລະ ໜ່ວຍ​ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ໂອ­ກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ສະ­ພາບ​ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ໃນ​ສັງ­ຄົມ ໂດຍ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ພາບ​ການ​ຄຸ້ມ​ຄອງ​ວັດ­ທະ­ນະ­ທຳ ການ​ຄຸ້ມ​ຄອງ​ໂຮງ­ແຮມ-ເຮືອນ​ພັກ-ສະ­ຖານ­ທີ່​ບັນ­ເທີງ ສະ­ພາບ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ແຂວງ​ຈຳ­ປາ​ສັກ ສະ­ພາບ​ການ​ຄຸ້ມ​ຄອງ​ປ່າ­ໄມ້ ສະ­ພາບ​ການ​ຄຸ້ມ​ຄອງ​ການ​ສັນ­ຈອນ ແລະ ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ຕາມ​ທ້ອງ​ຖະ­ໜົນ ວິ­ທີ​ການ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ຢາ​ເສບ​ຕິດ ໃນ​ຕອນ​ບ່າຍ​ວັນ​ທີ 2 ກັນ­ຍາ 2011 ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ​ດັ່ງ­ກ່າວ ຊຶ່ງ​ທ່ານ​ໄດ້​ເນັ້ນ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ເພີ່ມ​ທະ­ວີ​ການ​ຫັນ​ລົງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ ພັດ­ທະ­ນາ​ຊົນ­ນະ­ບົດ​ຮອບ­ດ້ານ ຕາມ 4 ເນື້ອ​ໃນ 4 ຄາດ­ໝາຍ​ຂອງ​ຄຳ​ສັ່ງ​ເລກ​ທີ 09 ກົມ​ການ­ເມືອງ​ສູນ​ກາງ​ພັກ ໂດຍ​ທຸກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຕ້ອງ​ຫັນ​ເອົາ​ພະ­ນັກ­ງານ​ຂອງ​ຕົນ​ລົງ​ສູ່​ຮາກ​ຖານ​ບ້ານ-ກຸ່ມ​ບ້ານ ເພື່ອ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ໃຫ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ ບັນ­ດາ​ກະ­ຊວງ ແລະ ອົງ­ການ​ກ່ຽວ­ຂ້ອງ​ຕ້ອງ​ຄົ້ນ​ຄ້ວ​າ ແລະ ອອກ​ລະ­ບຽບ​ການ​ຄຸ້ມ​ຄອງ​ແຮງ​ງານ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຢ່າງ​ເປັນ​ລະ­ບົບ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຕ້ອງ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຄົ້ນ​ຄ້ວ​າ​ຊອກ​ຫາ​ວິ­ທີ​ແກ້​ໄຂ​ປະ­ກົດ​ການ​ໄພ​ວ່າງ​ງານ ປັບ­ປຸງ​ດ້ານ​ທັດ­ສະ­ນະ ແລະ ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຄະ­ນະ​ພັກ ໃນ​ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ແລະ ເພີ່ມ​ທະ­ວີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຕ້ອງ​ສືບ­ຕໍ່​ສະ­ກັດ​ກັ້ນ ແລະ ດຳ­ເນີນ​ການ​ແກ້​ໄຂ​ບັນ­ດາ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ຢ່າງ​ເລິກ­ເຊິ່ງ ແລະ ເດັດ­ຂາດ.

ຄຳ​ສັ່ງ​ເລກ​ທີ 09 ກົມ​ການ­ເມືອງ​ສູນ​ກາງ​ພັກ ເພີ່ນບໍ່ໃຊ້ແລ້ວ, ເພີ່ນອອກຄຳສັ່ງ 03 ກົມການເມືອງສູນກາງພັກແທນແລ້ວ, ແຕ່ສື່ຍັງນຳມາລົງຂ່າວວ່າອີງໃສ່ 09 ຄືເກົ່າຢູ່, ແບບນີ້ຈະເຮັດໃຫ້ສັງຄົມສັບສົນກັບນິຕິກຳສອງສະບັບນັ້ນຈະເອົາອັນໃດແທ້ລະຫວ່າງ 09/ກມສພ ແລະ 03ກມສພ,

 03/ກມສພ ລົງແຕ່ວັນທີ່ 30/ພຶດສະພາ/11 ເປັນເວລາ 3 ເດືອນແລ້ວຍັງບໍ່ເຜີຍແຜ່ທົວເຖິງ ແມ່ນແຕ່ສື່ມວນຊົນທີ່ເປັນກະບອກສຽງ ແລະ ເປັນເຄື່ອງມືຂອງພັກແທ້ໆກໍ່ຍັງບໍ່ຮູ້ເທື່ອ ກໍລະນີແບບນີ້ຖືວ່າຂາດຄວາມຮັບຜິດຊອບຫຼືບໍ່?

ສຳລັບຂ້ອຍຄິດວ່າຂາດຄວາມຮັບຜິດຊອບທັງສອງ ແລະ ກໍ່ບໍ່ໜ້າຈະເກີດຂຶ້ນເລີຍ

ຄຳສັ່ງ 03/ກມສພ http://www.kplnet.net/lao/record/June%20o6/03.06.2011/dnl%204.htm

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ຜ່ານມາລັຖະບານໄດ້ສູມໃສ່ປະຕິບັດຕາມແນວທາງນະໂຍບາຍຂອງພັກວ່າງອອກເພື່ອເລັ່ງແກ້ໄຂບັນຫາຕ່າງໆໃຫ້ສຳເລັດຕາມຈຸດໝາຍ

ທີ່ໄດ້ກຳນົດໄວ້,ໃນນັ້ນບາງຈຸດພົ້ນເດັ່ນຄືພາກລັດໄດ້ເລີ່ມສຳຫຼວດການເພີ່ມເງິນອຸດໜຸນໃຫ້ພະນັກງານຜູ້ທີ່ປະຈຳການຢູ່ເຂດຫ່າງໄກຊອກຫຼີກ 30%,40%, 50% ຂອງເງິນເດຶອນຕາມເງຶ່ອນໄຂ,ກຽມເພີ່ມດັດສະນີເງິນເດຶອນພະນັກງານ-ລັຖະກອນຈາກ 3.000 ມາເປັນ 3.500 ກີບຕໍ່ດັດສະນີ,ນະໂຍບາຍກວດພະຍາດ ແລະ ປິ່ນປົວບໍ່ເສຍຄ່າຕໍ່ແມ່ມານ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ຈະເລີມປະຕິບັດໃນງວດທີ່  / ຂອງສົກງົບປະມານ 2011-2012

ແຕ່ເຖິງຢ່າງໃດກໍ່ຕາມຖ້າເບິ່ງໄປອີກດ້ານໜຶ່ງແລ້ວການເຮັດວຽກຂອງລັຖະບານຍັງມີບາງດ້ານຍັງສັກຊ້າ,ບໍ່ມີມາຕຕະການ,ແຜນການ ແລະ ກຳນົດເວລາໃນການປະຕິບັດທີ່ຮັດກຸມເຊັ່ນ:

ການຈັດຕັ້ງປະຕິບັດມະຕິຕົງລົງເລກທີ່ 03/ລບ(ລັຖະບານ) ລົງວັນທີ່ 16/03/11 ກ່ຽວກັບ​ທິດ​ທາງ ​ແລະ ວິທີ​ການ​ແກ້​ໄຂ​ບັນຫາ ​ຊາວ​ຕ່າງປະ​ເທດ ທີ່​ມາ​ທຳມາຫາກິນ,ຄ້າຂາຍ,ອອກ​ແຮງ​ງານ​ຮັບຈ້າງ​ຢູ່ ສ​ປປ ລາວ ແລະ ຄຳສັ່ງແນະນຳເລກທີ່ 03/ກມສພ ລົງວັນທີ່ 30/ ພຶດສະພາ /11 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ.

+ ການ​ແກ້​ໄຂ​ບັນຫາ ​ຊາວ​ຕ່າງປະ​ເທດ ທີ່​ມາ​ ທຳມາຫາກິນ,ຄ້າຂາຍ ແລະອອກ​ແຮງ​ງານ​ຮັບຈ້າງ​ຢູ່ ສ​ປປ ລາວ.

+ ຕອບ​ສະໜອງ​ທຶນ (​ເປັນ​ເງິນ, ​ເປັນ​ສັດລ້ຽງ, ​ແນວ​ພັນ​ພືດ ຫລື ວັດຖຸ​ອື່ນໆ) ​ໂດຍ​ມີ​ການ​ອະທິບາຍ​ແນະນຳ​ໃຫ້​ລະອຽດ​ຈະ​ແຈ້ງ ກ່ຽວ​ກັບ​ວິທີ​ການ​ນຳ​ໃຊ້​ຄຸ້ມ​ຄອງ, ​ແຕ່​ບໍ່​ມີ​ເງື່ອນ​ໄຂ​ຜູກ​ມັດ​ຫລາຍ.

+ ​ໃຫ້​ຈັດ​ສັນພື້ນທີ່​ທຳ​ການ​ຜະລິດ ​ແລະ ຕັ້ງຖິ່ນ​ຖານ​ພູມລຳ​ເນົາ​ຄົງ​ທີ່ ​ໃຫ້​ແກ່​ປະຊາຊົນ, ກ່ອນ​ອື່ນ​ແມ່ນ​ຜູ້​ບໍ່​ມີ​ບ່ອນ​ທຳ​ມາ​ຫາ​ກິນ ​ແລະ ບໍ່​ມີ​ຖິ່ນຖານ​ຖາວອນ, ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ພັດທະນາ​ຕ່າງໆ ຜູ້​ທີ່​ເຮັດ​ໄຮ່​ເລື່ອນລອຍ, ຜູ້​ທີ່​ປະສົບ​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ອື່ນໆ ​ເພື່ອ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ສະພາບ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ ຂອງ​ພົນລະ​ເມືອງ​ໃຫ້​ຕົກ​ໄປ ​ໃຫ້​ປະຊາຊົນ​ມີ​ຄວາມ​ອຸ່ນ​ອ່ຽງ ​ໃນ​ການ​ທຳ​ມາ​ຫາ​ກິນ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມຢູ່​ດີ​ກິນ​ດີ ​ໃຫ້​ແກ່​ຄອບຄົວ ບົນ​ພື້ນຖານ​ການ​ມີ​ດິນ​ເປັນ​ຂອງ​ຕົນ​ເອງ....

ເຊິ່ງນະໂຍບາຍດັ່ງກ່າວໄດ້ກຳນົດຊັດເຈນໃນມະຕິ 03 ຂອງລັຖະບານ ແລະ ຄຳສັ່່ງ 03 ກົມການເມືອງສູນກາງພັກ, ປະຈຸບັນກໍ່ຄົບວລະ 6 ເດືອນ, 3 ເດືອນແລ້ວ ແຕ່ຍັງບໍ່ທັນມີຄວາມຄືບໜ້າໃດໆເລີຍ ແລະ ທ່ານ ນາຍົກກໍ່ບໍ່ອອກມາຖະແຫຼງຕໍ່ສື່ມວນຊົນເພື່ອຊີ້ແຈງໃຫ້ປະຊາຊົນຊາບວ່າ: ມາຮອດປະຈຸບັນລັຖະບານໄດ້ເລີ່ມລົງມືຫຍັງແດ່ແລ້ວ?,ຍັງຄາບັນຫາໃດແດ່?,ຈະສືບຕໍ່ປະຕິບັດໃຫ້ເກີດຜົນໃນໄລຍະໃດ? ແລະ ຈະໃຊ້ມາດຕະການອັນໃດມາຂັບເຄື່ອນ?. ທັ້ງໆທີ່ສິ່ງກ່າວມາເປັນບັນຫາສຳຄັນກວ່າເລື່ອງເງິນເດືອນຂອງພະນັກງານ-ລັຖະກອນ ເພາະວ່າຖ້າເຮົາໄປເນັ້ນທີ່ຈຸດເງິນເດຶອນນັ້ນກ່ອນ, ບໍ່ເບິ່ງເບື້ອງຊີວິດຈິງຂອງປະຊາຊົນຈະເຮັດໃຫ້ລາຍຈ່າຍເພີ່ມຂຶ້ນ ແຕ່ລາຍຮັບເທົ່າເດີມເພາະລາຍຮັບຂອງປະຊາຊົນຍັງເທົ່າເດີມ(ບໍ່ຖືກກະຕຸ້ນ).

            ປະຈຸບັນບາງທ້ອງຖິ່ນຍັງບໍ່ທັນໄດ້ຮັບເອກະສານເຫຼົ່ານັ້ນຊ້ຳເປັນຕົ້ນຢູ່ເມືອງວຽງທອງແຂວງບໍລິຄຳໄຊ. ຜ່ານການໃຫ້ສຳພາດຂອງບັນດາທ່ານທີ່ມີການປະຕິບັດວຽກງານກ່ຽວພັນກັບເອກສານສອງສະບັບດັ່ງກ່າວໃນວັນທີ່ 31 ສິງຫາ 2011ນີ້ຕ່າງຄົນກໍ່ເວົ້າຄືກັນ.

ທ່ານ ບົວໄລ ຫົວໜ້າຫ້ອງການຊົນນະບົດເມືອງວຽງທອງ ແຂວງບໍລິຄຳໄຊ ກ່າວ ວ່າ: ເອກະສານຄຳສັ່ງ 03/ກມສພ ພວກເຮົາຍັງບໍ່ເຫັນເທຶ່່ອ,ທາງສາຍຕັ້ງ ກໍ່ບໍ່ເຫັນເວົ້າເຖິງ 03/ກມສພ ເລີຍ,ການເຮັດວຽກໃນປະຈຸບັນແມ່ນອີງໃສ່ຄຳສັ່ງເພີ່ມເຕີມເລກທີ່ 3/ນຍ ລົວວັນທີ່ 09/06/2008 ກ່ຽວກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນະ ແລະ ດຳລັດ 285/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາ ແລະ ມາຕະຖານພັດທະນາ(ເຊິ່ງເປັນສະໄໝລັຖະບານຂອງທ່ານ  ບົວສອນ ບຸຜາວັນ).

 

ທ່ານ ຄຳສີບານທະວົງໄຊ ຫົວໜ້າຫ້ອງການແຮງງານສະຫວັດດີການສັງຄົມເມືອງກໍ່ເວົ້າວ່າ: ມະຕິ 03/ລບ ນັ້ນຍັງບໍ່ເຄີຍເຫັນເລີຍ,ໃນວັນທີ່ 23-24/06/2011 ຜ່ານນີ້ກໍ່ໄດ້ສົ່ງວິຊາການເຂົ້າຝຶກອົບຮົມກ່ຽວກັບການກວດກາແຮງານ ເຊິ່ງຈັດຂຶ້ນທີ່ປາກຊັນ(ບໍລິຄຳໄຊ) ກໍ່ບໍ່ໄດ້ພາດຫົວຂໍ້ເຖິງມະຕິ 03/ລບ ເລີຍ, ຜ່ານມາການເຮັດວຽກທີ່ກ່ຽວພັນກັບຄົນຕ່າງປະເທດແມ່ນອີງໃສ່ 5418/ຮສສ ແລະ ເອກະສານອຶ່ນຈຳນວນໜຶ່ງ.

ທ່ານ ພິມ ແກ້ວໄຊຍະວົງ ຮອງໜ່ວຍງານປ້ອງກັນພາຍໃນເມືອງວຽງທອງ ແຈ້ງວ່າ:

ໃນ 6 ເດຶອນຕົ້ນປີ 2011 ມີຊາວຕ່າງປະເທດເຂົ້າມາເມືອງວຽງທອງທັງໝົດ 555 ຄົນ,ຍິງ 32 ຄົນ ສ່ວນໃຫຍ່ສັນຊາດຫວຽດນາມ,ຈີນ ແລະ ອາເມລິກາເຊື້ອຊາດລາວຈຳນວນໜຶ່ງ,ຈຸດປະສົງສ່ວນໃຫຍ່ແມ່ນມາອອກແຮງງານ,ທຳທຸລະກິດຄ້າຂາຍ ແລະ ຍ້ຽມຢາມຍາດພີ່ນ້ອງ.

ເມື່ອຖາມວ່າ: ການຄຸ້ມຄອງຄົນຕ່າງປະເທດເປັນໄປຕາມມະຕິ 03/ລບ ຫຼືບໍ່?

ທ່ານຕອບວ່າ:ຜ່ານມາແມ່ນໄດ້ໝູນໃຊ້ລະບຽບຫຼັກການທີ່ກະຊວງ ແລະ ແຂວງວາງອອກໂດຍອີງສະພາບເປັນຈິງຂອງເມືອງ ແລະ ນະໂຍບາຍພິເສດຂອງປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັນ,ສ່ວນມະຕິ  03/ລບ​  (2011)ຍັງບໍ່ທັນແຈ້ງມາຮອດ.

ຈາກນິຕິກຳ ແລະ ສະພາບການຈັດຕັ້ງປະຕິບັດດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ການທຳງານຂອງລັຖະບານຊັກຊ້າ,ບໍ່ມີມາດຕະການອັນແນ່ນອນ ແລະ ຮັດກຸມ,ຫາກຍັງເປັນແບບນີ້ ການປະຕິບັດມະຕິ 09 ທີ່ພັກປະຊາຊົນປະຕິວັດລາວວາງອອກໃນ 5 ປີຕໍ່ໜ້າ 2015 ໃຫ້ປະກົດເປັນຈິ່ງທຸກຢ່າງນັ້ນຍັງຢູ່ໄກສຸດຂອບຟ້າບໍ່ທັນມອງເຫັນແມ່ນແຕ່ເງົາ.

ສະນັ້ນ ເພື່ອບັນລຸຕາມຄາດໝາຍ 2015 ໃຫ້ເປັນຈິງຈິ່ງຂໍຮ້ອງມາຍັງລັຖະບານຈົ່ງເລັ່ງມືຊີແຈງ,ເຊື່ອມຊຶມບັນດານິຕິກຳຕ່າງໆທີ່ພັກ,ລັຖະບານວາງອອກນັ້ນໃຫ້ທົ່ວເຖິງທຸກໂຂງເຂດ,ທ້ອງຖິ່ນ ແລະ ພ້ອມທັງເລັ່ງຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທຳຕົວຈິງເທຶ່ອລະກ້າວໂດຍໄວຄື: ບັນລຸລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ (GDP) ​ເພີ່ມຂຶ້ນ 8% ຂຶ້ນ​ໄປ​ໃນ​ແຕ່ລະ​ປີ,ສະ​ເລ່ຍຕໍ່​ຫົວ​ຄົນ​ 1.700 ​ ໂດ​ລາ​ສະຫະລັດ,ທຸກ​ຍາກ​ຍັງ​ເຫລືອ​ບໍ່​ເກີນ 10% ,ບັນລຸ​ເປົ້າຫມາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ (MDGs),ພົນ​ເມືອງ​ສ່ວນ​ໃຫຍ່ ມີ​ລະດັບ​ການ​ສຶກສາ​ຈົບ​ມັດທະ​ຍົມ​ຕອນ​ຕົ້ນ ​ແລະ ມີ​ອາຍຸ​ຍືນ​ສະ​ເລ່ຍ 68,3 ປີ,ຄົງ​ຄຸນຄ່າ​ອັນ​ດີງາມ ແລະ ສາມາດ​ເຂົ້າ​ຮ່ວມ​ໃນ​ຂະ​ບວນວິວັດ​​ແຫ່ງການ​ເຊື່ອມໂຍງ​ພາກ​ພື້ນ ​ແລະ ສາກົນ ​ໄດ້​ຢ່າງ​ເປັນ​ເຈົ້າ​ການໃຫ້ສົມກັບຄຳເວົ້າທີ່ວ່າ: ບຸກທະລຸ 4 ດ້ານ.​

 

 

ຂຽຍໂດຍ: ພັນທະຫົວໃຈ

ຜິດພາດປະການໃດເພື່ອນໆຢ່າລືມສົ່ງຂ່າວມາໄດ້ດ້ວຍຄຳເຫັນ,ຂໍ້ຄວາມຫຼັງໄມ

 ຫຼື salak200@sanook.com

ຂໍໃຊ້ສິດຕາມກົດໝາຍສື່ມວນຊົນ:

 

ມາຕາທີ່ 15:

ພົນລະເມືອງລາວມີສິດເສລີພາບໃນການປະກອບຄຳຄິດຄຳເຫັນຜ່ານສື່ມວນຊົນກ່ຽວກັບ:

1. ການສ້າງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,

ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນແຜນງົບປະມານແຫ່ງລັດ.

2. ທັດສະນະຕໍ່ສະພາບການພາຍໃນ ແລະ ຕ່າງປະເທດ.

3. ການຕຳນິຕິຊົມແບບສ້າງສັນຕໍ່ບຸກຄົນ ແລະ ການຈັດຕັ້ງ,

 

ມະຕິ 03/ລບ ແລະ ຄຳສັ່ງ 03/ກມສພ ເປັນເອກະສານທີ່ລະບຸແຜນງາຍລາຍລະອຽດຄົບຖ້ວນ,ເໝາະແກ່ການສຶກສາຄົ້ນຄ້ວາ ແລະ ນຳໄປຈັດຕັ້ງປະຕິບັດໃນທຸກໂຂງເຂດວຽກງານ,ຕະລອດຮອດການດຳລົງຊີວິດປະຈຳວັນ,ເປັນບອ່ນອີງໃຫ້ພວກເຮົາເພື່ອກວດກາການທຳງານຂອງລລັຖະບານ

ຫາກທ່ານໃດຕ້ອງການເຮົາຈະແຈກໃຫ້ລ້າໆ ຫຼືກົດເອົາຕາມລີ້ງລຸ່ມນີ້:

ມະຕິ 03/ລບ http://www.kplnet.net/lao/record/April%20o4.2011/5.4.2011/dnl%206.htm

ຄຳສັ່ງ 03/ກມສພ http://www.kplnet.net/lao/record/June%20o6/03.06.2011/dnl%204.htm

ມະຕິ IX http://www.kplnet.net/lao/record/march%2003.2011/22.3.2011/dnl%203.htm


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 81  |  ໜ້າຕໍ່ໄປ »