ຂຽນເມື່ອ: ມ.ກ.. 5, 2013
| ມີ
10 ຄຳເຫັນ
ແລະ
0 trackback(s)
ສາຍລົດເມທີ່ວ່ານີ້ແມ່ນສາຍລົດເມວິ່ງ - ວຽງທອງ,ໄລຍະທາງ 230 ກິໂລແມັດ ປົກກະຕິລົດເມສາຍນີ້ຈະແລ່ນອອກຈາກນະຄອນວິ່ງ ສສ ຫວຽດນາມ ຫາ ເມືອງວຽງທອງ ແຂວງບໍລິຄຸໄຊ ສັບປະດາລະ 3-4 ທ່ຽວ ໂດຍເວັ້ນ 1 ມື້ ຈິ່ງອອກທ່ຽວໜຶ່ງ, ອອກຄີວທີ່ຫວຽດເວລາ 1 ໂມງ 00 ,ອອກຈາກຄິວທີ່ວຽງທອງ ເວລາ 9 ໂມງ 30 , ລົດສາຍນີ້ໄດ້ເລີ່ມແລ່ນປົກກະຕິແຕ່ປີ 2010 ເປັນຕົ້ນມາ. ອັນທີ່ວ່າແປກທີ່ສຸດນັ້ນກໍ່ຄືວ່າ: 2012 ມານີ້ ປະກົດເຫັນລົດສາຍນີ້ແລ່ນຖີ່ເປັນພິເສດ,ບາງຊົວໂມງ ມີລົດອອອກຮອດ 4 ຄັນ ໄລ່ຫຼັງກັນ,ບາງມື້ອາດມີຮອດ 10 ກວ່າຄັນ. ບາງຄັນບໍ່ມີຜູ້ໂດຍສານເລີຍ,ມີແຕ່ກະເປົາລົດເມ 2-3 ຄົນເທົ່ານັ້ນ,ເຖິງບໍ່ມີຜູ້ໂດຍສານຂີ່ປະຈຳ ແຕ່ລົດເມກໍ່ຍັງແລ່ນທຸກມື້ເປັນປະຈຳບໍ່ຂາດ. ຂະໜາດສາຍລົດເມວຽງຈັນ-ຮ່າໂນຍຍັງບໍ່ຫຼາຍທ່ຽວປານນັ້ນ
|
ຂຽນເມື່ອ: ກ.ຍ.. 11, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ຫຼາຍໆທ່ານຄົງຮູ້ຈັກດີວ່າແມ່ທ້ອງເຂັມເປັນໂຕແນວໃດ?,ມັນອັນຕະລາຍແນວໃດ?,ແຕ່ບາງທ່ານອາດຍັງບໍ່ຮູ້ເຖິງວິທີກຳຈັດແມ່ທ້ອງຊະນິດທີ່ວ່ານີ້ໂດຍບໍ່ຕ້ອງໃຊ້ຢາ ແຕ່ໄດ້ຮັບຜົນ 100% . ທ່ານ: ດຣ.ບຸນໄຊ ເວົ້າສູ່ຟັງວ່າ:ແມ່ທ້ອງເຂັມມັກຢູ່ໃນລຳໄສ້ແກ່,ປາກຮູທວານຂອງເດັກນ້ອຍ(ອາຍຸ 1-3 ປີມັກເປັນອັນຕະລາຍ), ມັນມີຮອບວຽນຊີວິດຢູ່ປະມານ 1 ສັບປະດາ,ພາຍຫຼັງວາງໄຂ່ແລ້ວມັນກໍ່ຈະຕາຍໄປເອງ,ເວລາມັນປະສົມພັນ ແລະວ່າງໄຂ່ມັນຈະອອກມາໄຂ່ຢູ່ປາກຮູທວານໃນຕອນກາງຄຶນ,ມັນຈະະຊີກົ້ນຂອງເດັກນ້ອຍ,ເຮັດໃຫ້ເດັກນອນບໍ່ໄດ້ ເມື່ອເວລາເຮົາກິນຢາຊະນິດຕ່າງໆລົງໄປສ່ວນໃຫຍ່ມັນຈະລອຍຕົວຢູ່ນອກອາຈົມ ຫຼື້ ປາກຮູທວານເຮັດໃຫ້ມັນບໍ່ໄດ້ຮັບລິດຂອງຢາທີ່ເຮົາກິນລົງໄປ, ດັ່ງນັ້ນການກຳຈັດດ້ວຍການໃຊ້ຢາບາງຄັ້ງຈຶ່ງບໍ່ໄດ້ຜົນເລີຍ. ອາການ:ສັງເກດອາກນຂອງເດັກນ້ອຍເວລານອນກາງຄືນມັນຈະດີ້ນລົນ,ນອນບໍ່ໄດ້ນັ້ນສະແດງວ່າມີແມ່ທ້ອງອອກມາລົບກວນ, ຖ້າເຮົາຄ່ອຍໆພີ່ເບິ່ງກໍ່ເຫັນໂຕແມ່ທ້ອງເຂັມເປັນໆເລີຍໃນຕອນນັ້ນ. ລາວເວົ້າຕື່ມວ່າ: ການກຳຈັດທີ່ໄດ້ຜົນ 100% ມີແຕ່ວິທີດຽວຄື: ຖ້າຫາກເຮົາພີ່ເບິ່ງເຫັນໂຕແມ່ທ້ອງເຂັມ ເຮົາຄວນເອົາສຳລີອ່ອນໆຂ່ຽອອກ,ຈາກນັ້ນໃຊ້ສຳລີຈຸມນ້ຳແຟບ ຫຼື ສະບູພໍເຂັ້ມຂົ້ນ,ໄປເນັບວາງໄວໃນຮູ້ທວາຍຂອງເດັກ,ເວລາແມ່ທ້ອງມາວາງໄຂ່ຈະເຮັດໃຫ້ໄຂ່ຂອງມັນເຊື່ອມສະມັດຕະພາບ (ໄຂ່ຮ້ວນ,ບໍ່ສາມາດແຜ່ໄດ້),ເຮົາເຮັດແບບນັ້ນຕິດຕໍ່ກັນເຖິງ 3 ຄຶນ ຈະເຫັນຜົນ100% ,(ແຕ່ບໍ່ໄດ້ໝາຍວ່າແມ່ທ້ອງເຂັມຈະກໍ່ເກີດກັບເດັກອີກ,ຫາກມີການຕິດແປດໃໝ່ເຮົາຕ້ອງໄດ້ກຳຈັດໃໝ່ອີກ). ທ່ານບອກວ່າ: ບົດຮຽນນີ້ ຊ່ຽວສານຄົນຫວຽດນາມກໍ່ຍອມຮັບ. ຂໍ້ມູນນີ້ອາດບໍ່ຄົບຖ້ວນຫາກໃຜມີຂໍ້ມູນດີໆກ່ຽວກັບແມ່ທ້ອງເຂັມກໍ່ເພີ່ມເຕີມດ້ວຍ,
|
ຂຽນເມື່ອ: ກ.ຍ.. 10, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ຂ້ອຍແມ່ນຄົນໜຶ່ງທີ່ເບິ່ງໂລກໃນແງ່ຮ້າຍ,ມັນສະແດງອອກໃນບົດທີ່ພົດລົງໃນພັນລາວ,ສ່ວນໃຫຍ່ຕຳນິວິຈານ,ກາວປະນາມປະກົດການຕ່າງໆທີ່ເກີດຂຶ້ນໃນສັງຄົມຕ່າງໆນາໆ, ເວົ້າແຕ່ຄົນອື່ນເປັນແນວນັ້ນແນວນີ້,ສັບພະປິມີແຕ່ເລື່ອງວຸ້ນວາຍຫຍຸ້ງຍາກ,ເບິ່ງຄຳເວົ້າຄືວ່າໂຕເອງຮູ້ທຸກອັນ,ເຫັນທຸກຢ່າງ,ມີທຸກສິ່ງ ແລະພ້ອມທຸກດ້ານ, ແຕ່ແລ້ວ...ໂຄດວ່າໂງ້ຫຼາຍ,ຂາດທຸກໆຢ່າງກວ່າຄົນອື່ນໆເຂົາ,(ເອົາໂຕຍັງບໍ່ລອດ) ມັນສະແດງອອກໃນບົດໜຶ່ງທີ່ຂ້ອຍພົດລົງວ່າ(ຮ້ອນເງິນ,ຈະເຮັດທຸກຢ່າງເພື່ອຫາເງິນຮຽນ), ເປັນແບບນີ້ຍັງກ້າຊ່ອງແສງສັງຄົມວ່າຈັ່ງຊັ້ນຈັ່່ງຊີ້. (ເວົ້າມາປວດ.....). ເປັນຈັ່ງໃດກໍ່ຕາມຂໍໂທດນຳເພື່ອນພັນລາວທຸກຄົນ,ຫວັງວ່າຈະໃຫ້ອະໄພແກ່ຄົນສື່ບື້ຢ່າງຂ້ອຍ,ໃຫ້ເວລາປັບຕົວ,ຄິດວ່າຈະຊົ່ວຫຼືດີກໍ່ຍັງເປັນມະນຸດຮ່ວມໂລກດ້ວຍກັນ ແລະຈົ່ງຊ່ວຍແນະນຳຕຳນິຕິຊົມແກ່ຂ້ອຍຕໍ່ໄປດັ່ງຜູ້ໃຫຍ່ເພີ່ນເຄີຍສອນວ່າ: ປາບພະຍາດເອົາຄົນ: ຂໍກາບທຸກໆ ທ່ານ:............
|
ຂຽນເມື່ອ: ກ.ລ.. 2, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ພໍ່ເຖົ້າ ທ້າວສົມ,ພ້ອມດ້ວຍຍາດພີ່ນ້ອງ,ການຈັດຕັ້ງບ້ານວັງໝາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ. ໄດ້ຝາກສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຜ່ານພັນລາວ ໄປຍັງບັນດາການຈັດຕັ້ງທຸກພາກສ່ວນ,ພີ່ນ້ອງລາວ ແລະໄທ ທີ່ມີສ່ວນຮ່ວມຊອກຄົ້ນຫາລູກ ແລະຫຼານສາວທີ່ໄດ້ຫາຍໂຕເຂົ້າປະເທດໄທຢ່າງໄຮ້ຂໍ້ມູນນັບແຕ່ເດືອນ ມີຖຸນາປີ 2011 ,ເຊິ່ງຂ້ອຍໄດ້ນຳມາພົດລົງທີ່ພັນລາວເພື່ອຂໍຄວາມຊ່ວຍຈາກພີ່ນ້ອງພັນລາວໃນການຊອກຄົ້ນ. ປະຈຸບັນທາງການຂອງໄທ ແລະລາວໄດ້ຄົ້ນຫາ ແລະນຳຕົວພວກກ່ຽວທັງ 3 ຄົນກັບເຖິງອ້ອມອົກຂອງພໍ່ແມ່ ແລະຍາດພີ່ນ້ອງເປັນທີ່ຮຽບຮ້ອຍແລ້ວໃນລະຫວ່າງທ້າຍເດືອນມີຖຸນາ 2012ນີ້ເອງ (ຂໍໃຫ້ຊາດລາວ ແລະໄທຈົ່ງຍືນຍົງ ແລະຮັກສາມິດຕະພາບ,ການຮ່ວມມື ແລະຄວາມສາມັກຄີອັນດີໄວ້ຕະຫຼອດໄປ) -ພະນະທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ກັນຍາ 2011 ນີ້. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ຫ້ອງວ່າການລັດຖະບານ ໂດຍມີພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພາບຈາກ kpl
|
ຂຽນເມື່ອ: ພ.ພ.. 13, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໄມ້ປູດຕົ້ນນີ້ເປັນປະເພດໄມ້ດູ່ແກນຫຼ້ອນ ເອີ້ນຕາມຊະນິດປູດວ່າ: ປູດໜາມໝາກມີ້. ຄວາມໜາຂອງປູດ 15 ຊັງຕີ ໜ້າຕັດທາງປາຍ 60 ຊັງຕີ ໜ້າຕັດທາງກົກ 80 ຊັງຕີ ຄວາມສູງຈຸດເປັນປູດ 2.5ແມັດ ຄົນພົບເມື່ອວັນທີ່ 4.5.12 ຂໍ້ມູນອື່ນຂໍສະຫງວນໄວ້ກ່ອນ ຫາກທ່ານໃດສົນໃຈຈະສົ່ງຂໍ້ຄວາມຫຼັງໄມ
|
ຂຽນເມື່ອ: ມ.ນ.. 1, 2012
| ມີ
12 ຄຳເຫັນ
ແລະ
0 trackback(s)
ເຫັນເພີ່ນຂຽນຫຍໍ້ວ່າ: ຖວທ. ທຳອິດກໍ່ງົງໆ ແປວ່າຫຍັງ? ຮູ້ພາຍຫຼັງມາເພີນແປວ່າ: ຖົງແວັບແທ້ ! ສື່ມວນຊົນເປັນຂະແໜງໜຶ່ງທີ່ມີບົດບາດສຳຄັນໃນການໂຄສະນາ,ປຸກລະດົມຂົນຂວາຍມະຫາຊົນໃຫ້ເດີນຕາມແນວທາງ ນະໂຍບາຍຂອງພັກ,ຕໍ່ສູ້ຊົນຊັ້ນ,ຕ້ານສັຕູ,ຊ່ອງແສງປະກົດການ ຫຼື ວິຈານສັງຄົມ ແລະກໍ່ສ້າງຊີວິດໃໝ່ ໃນນັ້ນມີພາຫະນະສື່ມວນຊົນເປັນອາວຸດ. ສະນັ້ນ: ບັນດານັກຮົບສື່ທັງຫຼາຍຈິ່ງເອົາໃຈໃສພິທິພິທັນຕໍ່ກັບອຸປະກອນຮັບໃຊ້ຂອງເຂົາເຈົ້າ, ເພາະວ່າຖ້າຫາກຝ່າຍໃດມີອາວຸດແຫຼມຄົມກວ່າ,ທັນສະໄໝກວ່າ ແລະພຽງພໍກວ່າ ຖືວ່າເປັນຝ່າຍໄດ້ປຽບ ແລະມີໂອກາດໄດ້ຮັບໄຊຊະນະ ນັກສື່ມວນຊົນລາວທ່ານໜຶ່ງເວົ້າວ່າ: ຫາກມີງານໃຫຍ່ໆເກີດຂຶ້ນເມື່ອໃດ ຖືວ່າແມ່ນບັ້ນຮົບເກີດຂຶ້ນ, ຂະແໜງສື່ມວນຊົນຕ້ອງເຈັບຫົວໜັກ,ບໍ່ວ່າຈະເປັນຂັ້ນສູນກາງ ຫຼື ທ້ອງຖິ່ນ. ເນື່ອງຈາກວ່າ ຂະແໜງນີ້ເປັນຂະແໜງທີ່ບໍ່ມີລາຍຮັບສູງຄືຜູ້ອື່ນ,ບາງແຂວງ,ບາງເມືອງທີ່ຫາງໄກຊອກຫຼີກຮອດບໍ່ມີລາຍຮັບເລີຍ. ອາໃສແຕ່ຫງົບປະມານຂອງລັດ,ການປະກອນສ່ວນຂອງນັກທຸລະກິດ ແລະປະຊາຊົນ....ກໍ່ບໍ່ພຽງພໍ,ເພາະວ່າອຸປະກອນສື່ມວນຊົນທຸກຊີ້ນລ້ວນແຕ່ມີລາຄາແພງຫຼາຍ ທ່ານເລົ່າສູ່ຟັງວ່າ: ວຽງຈັນເກມ 25 ຜ່ານມານັ້ນ ລັຖະບານໄດ້ທຸ່ມເງິນຫຼາຍລ້ານໂດລາເຂົ້າໃນຂະແໜງນີ້ ນັບທັງເຝິກອົບຮົມບຸກຄະລະກອນຫຼາຍຊຸດ,ສ້ອມແຊມ ແລະຊື້ອຸປະກອນຫຼາຍລາຍການ, ແຕ່ລະລາຍການລ້ວນແຕ່ແພງບໍ່ໜ້າເຊື່ອ. ທ່ານເວົ້າວ່າ ສົມມຸດຖ່າຍທອດສົດເຕະບານຕ້ອງໃຊ້ກ້ອງ 25 -37 ໜ່ວຍໃນໜຶ່ງສະໜາມ, (ບໍ່ນັບລົດເຄື່ອນທີ່), ລາຄາກ້ອງປະມານ 250,000 – 600,000 ໂດລາຕໍ່ໜ່ວຍ ໃນຊີເກມຜ່ານມາສະເພາະແຕ່ລົດຖ່າຍທອດສົດເຄື່່ອນທີ່ຕ້ອງໃຊ້ 16 ຄັນ,ໃນນັ້ນເພື່ອນບ້ານມາຊ່ວຍ ( ໝາຍວ່າຢືມ) ຈາກຫວຽດນາມ 6 ຄັນ,ຈາກໄທ 6 ຄັນ ແລະລາວເຮົາຊື້ 4 ຄັນ, ໃນລາຄາ 5 ລ້ານໂດລາຕໍ່ 1 ຄັນ. ເຖິງປານນັ້ນຖ້າທຽບໃສ່ມາດສາກົນແລ້ວກໍ່ພຽງແຕ່ວ່າສົມບຸນ ແຕ່ບໍ່ເຖິງຂັ້ນດີເລີດ. ທ່ານເວົ້າວ່າ: ໃຜບໍ່ລອງຈະບໍ່ຮູ້,ໃຜບໍ່ຮູ້ຈະບໍ່ເຂົ້າໃຈວ່າໜ້າວຽກຂອງສື່ມັນຫຍຸ້ງຍາກສ່ຳໃດ ສ່ວນໃຫຍ່ສັງຄົມມັກມອງວ່າສື່ເປັນຄົນລວຍ,ເຮັດວຽກສະບາຍ ແຕ່ຕົວຈິງແລ້ວ: ໄປຄືເສດຖີ,ອອກເວທີຄືພະເອກ,ບາດກັບບ້ານເຄັດເລດຈ້ຳແຈ່ວກັບເມຍ. (ຈົບ). ໂດຍ: ພັນທະຫົວໃຈ
|
ຂຽນເມື່ອ: ກ.ພ.. 29, 2012
| ມີ
17 ຄຳເຫັນ
ແລະ
0 trackback(s)
ຈຸດອື່ນກໍ່ດີຢູ່ ແຕ່ຈຸດທີ່ຢາກໃຫ້ປັບປຸງຄື: ຄວາມໄວຂອງການໂອນເງິນ,ສະເພາະຢູ່ຕົວເມືອງໃຫຍ່ເຊັ່ນ: ນະຄອນຫຼວງ,ສະຫວັນນະເຂດ,ປາກເຊ.....ເຊີ່ງມີສາຂາຂອງທະນາຄານແຈກຢາຍຢູ່ຫຼາຍແຫ່ງ,ການໂອນເງິນ,ແຟັກເງິນ ເຫັນວ່າຊັກຊ້າຫຼາຍ ອັນເນື່ອງມາຈາກການໂອນເງິນເຂົ້າອອກຂອງບັນດາສາຂາເລົ່ານັ້ນຕ້ອງຜ່ານສູນສຳນັກງານໃຫຍ່ ຫຼື ຜ່ານແຂວງສາກອນຈິ່ງຈະສົ່ງໄປຫາສາຂາຍ່ອຍໄດ້ (ການສົ່ງເງິນຕາມບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ) ເຮັດແບບນີ້ຄ້າງຄາຫຼາຍຈຸດຫຼາຍບ່ອນ,ເວລາເງິນບໍ່ເຖິງຈຸດໝາຍກໍ່ຕ້ອງໂທເຊັດຫຼາຍບ່ອນຕາມຈຸດເຮັດໃຫ້ລູກຄ້າສິນເປຶອງເງິນ,ເປືອງເວລາ ແລະບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄມເທົ່າທີ່ຄວນ, ຫາກເປັນໄປໄດ້ຄວນຈະສົ່ງຕົງຈາກຕົ້ນທາງເຖິງປາຍທາງບາດດຽວ,ບໍ່ຜ່ານສຳນັກງານໃຫຍ່ ຫຼື ສົ່ງຜ່ານລະຫັດລັບຄືກັບຢູ່ຕ່າງປະເທດ,ເຮັດໃຫ້ລູກຄ້າມີຫຼາຍທາງເລືອກ. ອາດຊ່ວຍລຸດຜ່ອນການສິ້ນເປືອງເວລາຂອງລູກຄ້າໄດ້ຫຼາຍ,ຕອບສະໜອງສັງຄົມໄດ້ໄວຂຶ້ນ ແລະກໍ່ສົມກັບວ່າ ບຸກທະລຸທັງສີ່ດ້ານທີ່ພັກເຮົາກຳນົດອອກ.
|
ຂຽນເມື່ອ: ກ.ພ.. 29, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ຜູ້ຍິງທີ່ນອກໃຈຜົວບໍ່ຂໍກ່າວເຖິງ ວ່າເປັນຮູບຮ່າງລັກສະນະ,ໜ້າຕາຜິວພັນແບບໃດເພາະທີ່ເຄີຍພົບມາແມ່ນເກີດຂຶ້ນໄດ້ທຸກລັກສະນຜິວພັນເລີຍ. ແຕ່ກໍ່ພໍສັງເກດອອກໄດ້ຢູ່ທີ່ຜົວຂອງເຂົາ ສ່ວນຫຼາຍເປັນຄົນສຸຂຸມໃນໜ້າທີ່ການງນ,ຂະຫຍັນຫາເງິນ,ຕັ້ງໜ້າຮ່ຳຮຽນ,ຮັກເມຍ,ທູ່ມເທເພື່ອເມຍ ຫຼື ຫຼີ້ນກິນຟູມເຟືອຍເກີນໄປ,ຈົນຫ່າງເຫີນຈາກຄອບຄົວເປັນເວລາຍາວນານ. ຜູ້ຊາຍແບບນີ້ມີຄວາມສ່ຽງສູງທີ່ເມຍຈະນອກໃຈ ເພາະເປັນຜູ້ຊາຍທີ່ແຍກແຍະຄວາມສຸກບໍ່ອອກ,ຈິງແລ້ວຄວາມສຸກເກີດມາຈາກ (ວັຖຸ,ກາຍ,ວາຈາ ແລະຈິດໃຈ), ນັ້ນກໍ່ຄື: ເງິນຄຳວັຖຸເຄືອງໃຊ້,ສຸກກະພາບ,ຄວາມອົບອຸ່ນ,ໃກ້ຊິດ,ເສີມບັນຍາກາດ ແລະກຳລັງໃຈ. ແຕ່ຜູ້ຊາຍສ່ວນໃຫຍ່ມັກແລເຫັນແຕ່ດ້ານດຽວຄື: ດ້ານວັຖຸ,ເລີຍລືມຢ່າງອື່ນໄປ ເປັນສາຍເຫດໃຫ້ຕົນເອງຫ່າງເຫິນຈາກຄອບຄົວຈົນບໍ່ຄິດເຖິງຄວາມສ່ຽງໃດໆເຊັ່ນ: ໄປທຳທຸລະກິດຄ້າຂາຍ,ໄປເຮັດວຽກງານ,ໄປຮຽນວີຊາຕ່າງໆຫ່າງເຫີນເມຍເປັນຫຼາຍເດືອ,ຫຼາຍປີ ເພື່ອຫວັງຈະມອບສິ່ງໂຕຄິດວ່າເປັນຄວາມສຸກນັ້ນໃຫ້ກັບຄອບຄົວ ແຕ່ຮູ້ ຫຼື ບໍ່ວ່າສິ່ງນັ້ນມັນເປັນຂອງນອກກາຍ, ຄວາມສຸກຢູ່ ’’ ນອກກາຍ,ນອກໃຈ ‘’ ຈະສຸກລົ້ນຟ້າເຫຼືອດິນກໍ່ຈິງມັນຍັງບໍ່ເທົ່າຄວາມສຸກຢູໃນ ກາຍແລະໃຈ ພຽງຄາວຄຶນ. ເຫັນມາຫຼາຍຄູ່ແລ້ວ,ເມຍຫຼີ້ນບ່າວ,ຫຼີ້ຊູ້ ບາງຄູ່ຜົວຮູ້ ແລ້ວແຍກທາງກັນ, ບາງຄູ່ຜົວບໍ່ຮູ້ກໍ່ສືບຕໍ່ດຳເນີນໄປ ບາງຄູ່ຜົວຮູ້ແຕ່ຫາຫຼັກຖານບໍ່ໄດ້ ກໍ່ຕ້ອງທຳໃຈທໍລະມານຕໍ່ໄປ ບາງຄູ່ຜົວຮູ້,ຈັບໄດ້ຄາໜັງຄາເຂົາ ແຕ່ແຍກທາງກັນບໍ່ໄດ້ຍ້ອນສົງສານລູກ ແລະອື່ນໆ ບາງຄູ່ ຜູ້ເປັນເມຍກິນຢາຕາຍ ບາງຄູ່ ເມຍລັກເອົາເງິນໜີນຳຊາຍຊູ້ເລີຍ,ບາງຄົນໄປບໍ່ລອດກັບມາຢູ່ນຳຜົວຄຶນ. ບາງຄູ່ເມຍວາງແຜນທຳຮ້າຍຮ່າງກາຍ,ຊີວິດຂອງຜົວ ຕ່າງໆນາໆ. ຜູ້ຊາຍກໍ່ຮູ້ວ່າຍິງສະໄໝນີ້ເປັນແນວໃດ,ເປັນຫຍັງໄວ້ວາງໃຈເອົາແທ້ເອົາວ່າ:ຢ່າຄິດເທາະວ່າຫາກຮູ້ແລ້ວຈະເຕະຖີ້ມ ຫຼື ຈະປະກັນໄດ້ງ່າຍໆ,ເຖິງຈະປະໄດ້ກໍ່ຈິງ ແຕ່ນານໆກໍ່ເຫັນນ້ຳຕາຊຶມເບົ້າຜູ້ຊາຍເຊັ່ນກັນ,ຍ້ອນສົງສານພະຍານຮັກຄື: ລູກ. ກັບໃຈສາຜູ້ຊາຍ,ຢາງນ້ອຍຕ້ອງເຂົ້າໃຈວ່າ: ເມຍກໍ່ມີຫົວໃຈ ,ເຖິງງານຈະຫຍຸ້ງສັບສົຍປານໃດກໍ່ຕາມໃຫ້ຍາດເວລາມາກິນເຂົ້າກັບເມຍສັບປະດາລະ 1 ເທື່ອ ຫຼື ເດືອນລະເທື່ອ ແມ່ນເປັນການດີ,ຫາກຍາວກວ່ານັ້ນ ລະວັງເມຍນອກໃຈ.
|
ຂຽນເມື່ອ: ກ.ພ.. 28, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ຫຼາຍທ່ານກໍ່ອາດເຄີຍພົບພໍ້ມາແລ້ວຕໍ່ກັບການກົງມູນຄ່າໃນໃບບິນ,ບັນຫານີ້ມັກເກີດມີຢູ່ຮ້ານອາຫານ,ກິນດຶ່ມ,ບັນເທິງ, ຄາຣາໂອເກະ.....ທີມີຂອງມຶນເມົາ ແລະໃນເວລາທີ່ລູກຄ້າມຶນເມົາ,ເວລາມີແຂກຄົນຈຳນວນຫຼາຍສັບສົນ, ເພາະເຈົ້າຂອງບາງຮ້ານ ຈະສັງເກດເຫັນນິໄສຂອງຄົນລາວມັກງ່າຍ,ຂີ້ອາຍ ແລະມັກກຽດແຕ່ບໍ່ຖືກຽດ(ບໍ່ໃສ່ໃຈເລື່ອງກຽດສັກສີຄືຄົນຕ່າງປະເທດ). ປະເພດເມນູທີ່ມັກກົງຫຼາຍທີ່ສຸດແມ່ນເຫຼົ້າເບຍຂອງມຶນເມົາ,ເຄື່ອງດຶມ,ຂອງແກ້ມ ແລະອາຫານບາງຄັ້ງຄາວ. ມູນຄ່າໃນບິນທີ່ເຄີນຖືກກົງແມ່ນປະມານ 1 ແສນ, 2 ແສນ, 3 ແສນ.....ຂຶ້ນໄປ,ຄົນທີ່ກົງແມ່ນຜູ້ທີ່ຂຽນບິນເຊິ່ງບາງເທື່ອກໍ່ບໍ່ແມ່ນເຈົ້າຂອງຮ້ານ. ເວລາເຂົາກົງແມ່ນພາຍຫຼັງແຂກສັ່ງເຊັກບິນ,ຜູ້ຂຽນບິນຈະມອບໃຫ້ຄົນເສີບເປັນຜູ້ສົ່ງບິນໃຫ້ແຂກ, ຫາກໃຜບໍ່ໃສ່ໃຈກໍ່ຈ່າຍເງິນໄປເລີຍເກັບແຕ່ໃບບິນໄວ້ ຫຼື ບາງທ່ານກໍ່ບໍ່ເກັບຮອດບິນຊ້ຳ,ມາຄິດຄຶນພາຍຫຼັງຫາຍເມົາຈິງນຶກອອກວ່າຕົນຖືກກົງແຕ່ກໍ່ສາຍໄປແລ້ວ. ວິທີແກ້. 1.ເຖິງວ່າເຮົາຈະເມົາ ຫຼື ບໍ່ເມົາກໍ່ຕາມຕ້ອງຕັ້ງສະຕິດີໆ,ເວລາສັ່ງທຸກຢ່າງຕ້ອງນັບ ແລະຈົດຈື່ໃຫ້ໄດ້ວ່າມີຫຍັງແດ່?, ຈຳນວນເທົ່າໃດ? 2. ຫາກບໍ່ຈືຄັກ ເວລາທີ່ຄົນເສີບຍື້ນບິນມາໃຫ້ ເຮົາຄວນຈັບມາກວດເຊັກຄືນວ່າມີເທົ່າໃດ?, 3. ຄວນຈັບບິນ ແລະທຳທ່າກວດບິນອ່າວດົນແດ່ເພື່ອໃຫ້ຜູ້ຂຽນບິນໄດ້ແນມເຫັນວ່າເຮົາກວດກາບິນລະອຽດ. 4. ບໍ່ຄວນຍຶ້ນບິນໃຫ້ຫວົໜ້າ,ເຖົ້າແກ່ ຫຼື ການເງິນ ຈັບບິນກ່ອນການກວດກາຂອງເຮົາ ເພາະເພີ່ນຈະຮັກສາພາບພົດທີ່ດີຈະບໍ່ກວດກາຫຍັງເລີຍ 5. ຫາກຮູ້ວ່າມູນຄ່າໃນບິນຖືກກົງ,ແຕ່ບໍ່ກ້າທ້ວງ ເຮົາກໍ່ບໍ່ຄວນໂວຍວາຍ ຫຼື ຊີ້ແຈງແນວນັ້ນແນວນີ້ເພາະຄົນອື່ນຈະຫຼຽວເບິ່ງໜ້າເຮົາ,ເຂົາອາດເຂົ້າໃຈຜິດວ່າເຮົາບໍ່ສະປອດ, 6. ເຮົາຄວນສົ່ງບິນນັ້ນໃຫ້ເຂົາຄຶນ ແລະເວົ້າວ່າ: ຂໍໃຫ້ນ້ອງໄລ່ບິນຄຶນໃໝ່,ບິນບໍ່ຖືກ: ເວົ້າເທົ່ານັ້ນມັນສຸພາບກວ່າ ແລະຜູ້ຂຽນບິນກໍ່ເກງກົວເພາະເຂົາຮູ້ສຶກຜິດທັນທີ ແລ້ວເຂົາຈະກັບໄປຂຽນບິນໃໝ່ຢ່າງໄວວາ ແລະບິນໃໝ່ນັ້ນລາຄາຈະຖືກຕ້ອງຕາມຕົວຈິງທີ່ເຮົາສັ່ງ.
|
ຂຽນເມື່ອ: ພ.ຈ.. 21, 2011
| ມີ
21 ຄຳເຫັນ
ແລະ
0 trackback(s)
ໃນສະໄໝນາຍົກບົວສອນ ບຸຜາວັນ ບໍລິຫານບ້ານເມືອງ. ສັງຄົມກວ່າຂານວ່າ:ການຕັ້ງດ່ານກວດກາຢູ່ຕາມເສັ້ນທາງເຂົ້າ-ອອກເມືອງຕ່າງມັນເປັນການເອື້ອຍອຳນວຍໃຫ້ແກ່ພະນັກງານຂອງລັດສວຍໃຊ້ສິດອຳນາດ,ໜ້າທີ່ຕຳແໜ່ງສໍ້ລາດບັງຫຼວງ,ເປັນການອັດຕັນ,ກົດໜ່ວງທ່ວງດືງການຂະຫຍາຍໂຕຂອງເສດຖະກິດ. ຕົກມາໃນສະໄໝນາຍົກ ທອງສິງ ທຳມະວົງ ບໍລິຫານບ້ານເມືອງ. ມີການປັບປຸງໃໝ່ຕາມທິດນຳຂອງພັກ,ບລິການຜ່ານປະຕູດຽວ,ຍົກເລີກບັນດາດ່ານກວດກາ,ຢຸດຕິການເກັບຄ່າຜ່ານຂົວແຕ່ລະແຫ່ງ.ເຮັດໃຫ້ເກີດມີຄວາມແຕກຕ່າງບາງຢ່າງເດັ່ນຊັດ.ຍົກເລີກດ່ານກວດກາ ແຕ່ເພີ່ມໜ່ວຍສະເພາະກິດຂຶ້ນ,ເຮັດໃຫ້ການກວດກາຂອງເຈົ້າໜ້າທີ່ລັດເພີ່ມທຸກຢ່າງຂຶ້ນ,ນັບທັງປະລິມານ ແລະຄຸນນະພາບ.(ມີໂອກາດ,ແນບນຽນ ແລະຫຼາຍກວ່າເກົ່າ) ເມື່ອກ່ອນຕາມສາຍທາງເລກ 8 ອາ ແຕ່ທາງແບ່ງບ້ານເລົ່າ - ທາງແບ່ງປ່າຄາ(ແຂວງບໍລິຄຳໄຊ)ໄລຍະທາງປະມານ 100 ກວ່າກິໂລແມັດ ມີດ່ານກວດສອງບ່ອນຄື: ທາງແບ່ງບ້ານເລົ່າ ແລະນາຫິນ. ແຕ່ພາຍຫຼັງຍົກເລີກບັນດາດ່່ານດັ່ງກ່າວແລ້ວພັດມີໜ່ວຍສະເພາະກິດເພີ່ມຂຶ້ນ 4 ຈຸດ ຄື: ກາຍທາງແບ່ງເຂົ້າມາປະມານ 6 ກິໂລແມັດ, ຫຼັກ 27 ,ນາຫິນ ແລະໜອງກອກ.( 4 ຈຸດນີ້ມີໜ່ວຍງານປະຈຳການຕະຫຼວດ 24 ຊົວໂມງ,ຕັ້ງໃຈກວດເປັນປະຈຳຄືກັບດ່ານກວດ )ຕາມທຳມະດາແລ້ວໜ່ວຍສະເພາະກິດກວດກາເປັນບາງຄັ້ງຄາວທີ່ມີຂ່າວ,ຄຳສັ່ງແຈ້ງມາ(ບໍ່ໄດ້ປະຈຳທີ່) ນອກຈາກຈຸດທີ່ກ່າວມາແລ້ວໜ່ວຍສະເພາະກິດຍັງມີສິດກວດໄດ້ທຸກບ່ອນ ແລະໃນທີມງານນັ້ນກໍ່ປະກອບຄົບທຸກພາກສ່ວນນັບທັງທະຫານ,ຕຳຫຼວດ. (ທຳມະດາແລ້ວທະຫານບໍ່ຄວນມາຫຍຸ້ງກັບວຽກເສດຖະກິດ,ຖ້າຈະເອົາແທ້ກໍ່ຄວນເປັນກອງຫຼອນບ້ານ,ຕຳຫຼວດບ້ານ ຊາວໂລກເບິ່ງຄືຊິງາມຕາກວ່າ) ແຂວງອື່ນໆເປັນແນວໃດບັນດາທ່ານອອກຄຳເຫັນເບິ່ງດູ່? ,
|
ຂຽນເມື່ອ: ພ.ຈ.. 12, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ກົດເກນອັນເປັນທຳມະຊາດການຂະຫຍາຍຕົວຂອງມວນມະນຸດເພີ່ນກຳນົດວ່າມີ 5 ລະບອບຄື: ສະຫະຊີບປະຖມົບູຮານ, ຂ້າທາດ,ສັກດີນາ,ນາຍທຶນ ແລະສັງຄົມນິຍົມ. ທາດແທ້ຂອງລະບອບສັກດີນາແມ່ນເຈົ້າຂອງທີ່ດິນເປັນຜູ້ມີອຳນາດ,ຂູດຮີດປະຊາຊົນຜູ້ບໍ່ມີທີ່ດິນ(ທີ່ດິນມີບົດບາດສຳຄັນ). ສ່ວນທາດແທ້ຂອງລະບອບນາຍທຶນແມ່ນເຈົ້າຂອງໂຮງງານກຳອຳນາດ,ຂູດຮິດແຮງງານກຳມະກອນ,(ເງິນມີບົດບາດສຳຄັນ).ນາຍທຶນບໍ່ເປັນຫ່ວງວ່າຈະມີດິນເປັນຂອງຕົນເອງຫຼືບໍ່,ເຂົາມັກຈະເຊົ່າທີ່ດິນຄົນອື່ນເພື່ອເຮັດທຸລະກິດຂອງເຂົາ.
ລາວເຮົາກໍ່ໄດ້ຜ່ານລະບອບສັກດີນາພຽງໄລຍະຕົ້ນເທົ່ານັ້ນ ແລ້ວກໍ່ກະໂດດຂ້າມໄປສູ່ລະບອບໃໝ່ ເອີ້ນກັນວ່າ: ລະບອຍປະຊາທິປະໄຕປະຊາຊົນ ຄືໃນປະຈຸບັນນີ້ເອງເມື່ອ ປີ1975, ຖ້າທຽບໃສ່ຊາດອື່ນຖືວ່າ ລະບອບສັກດີນາ ຂະຫຍາຍຕົວຢູ່ລາວໜ້ອຍທີ່ສຸດ(ບໍ່ທັນເຕັມອີ່່ມ) ສະນັ້ນແນວຄິດສັກດີນາກໍ່ຍັງສືບຕໍ່ຂະຫຍາຍຕົວ ຫຼືຊຶມຊັບຢູ່ໃນກະດູກຂອງຄົນທຸກຄົນຕໍ່ໆມາ ແລະມີແນວໂນ້ມຈະຂະຫຍາຍຕໍ່ໆໄປ, ບໍ່ພຽງແຕ່ຝັງໃນກະດູດເທົ່ານັ້ນ ແນວຄິດສັກດີນາມັນຍັງຊຶມຊັບເຂົ້າເຖິງສະໝອງ ແລະສາຍເລຶອດຂອງຜູ້ເປັນການນຳ. ເຊິ່ງມັນສະແດງອອກຢູ່ບ່ອນວ່າ: ນິໄສຂອງຄົນລາວມັກຈັບຈອງທີ່ດິນໄວ້ຫຼາຍຕອນ ບໍ່ວ່າຈະເປັນດິນປຸສ້າງ,ດິນທຳການຜະລິດ ແລະ ດິນເປົ່າວ່າງ... ສະເພາະຜູ້ເປັນການນຳແຮ່ງຮ້າຍ,ສ່ວນຫຼາຍແລ້ວມັກເຮັດສວນຢາຍຢູ່ແຕ່ລະແຂວງ,ແຕ່ລະເມືອງບໍ່ແມ່ນໜ້ອຍຕອນ, ເຫດຜົນທີສັງຄົມເຄີຍນຳມາອ້າງຄື: 1.ຫວັງວ່າຖ້າການນຳມີສວນຢູ່ເຂດໃດ ເພີ່ນມັກຈະທຽວໄປຢາມ,ຕາງໄປເບິ່ງສວນເລີຍ,ເພີນເຫັນຄວາມຫຍຸ້ງຍາກ ແລ້ວເພີ່ນຈະອະນຸມັດທຶນໄປສ້າງເຂດນັ້ນ, 2. ຫວັງວ່າຈະມີການຈ້າງງານ,ກະຈາຍລາຍໄດ້ໃນເຂດນັ້ນ 3. ຫວັງວ່າຈະມີລາຍໄດ້ຜະລິດຕະພັນຈາກສວນນັ້ນ,ພື້ນຖານເຂດນັ້ນເປັນຜູ້ໄດ້ຮັບຜົນປະໂຫຍດ,ເພາະວ່າໂຕການນຳແທ້ໆເພີ່ນກໍ່ບໍ່ໄດ້ນຳໃຊ້. ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊຕາມສາຍທາງເລກ 1D ມີສວນຂອງການນຳຂັ້ນຕ່າງໆຫຼາຍໆຕອນ,ສ່ວນເຫຼົ່ານັ້ນໄດ້ມາຈາກ 3 ພາກສ່ວນຄື: ບໍລິສັດເອກະຊົນຊື້ຈາກປະຊາຊົນມອບໃຫ້,ແຂວງຊື້ໃຫ້ ແລະເມືອງເປັນຜູ້ເຮັດໃຫ້,ເພື່ອໃຫ້ເກີດເປັນສວນຕອນໜຶ່ງຕ້ອງໃຊ້ງົບປະມານ ຕ່ຳສຸດ 200 ລ້ານ ແລະສູງສຸດ 2.000 ກວ່າລ້ານກີບ,ແຕ່ລະປີທາງແຂວງ,ເມືອງກໍ່ຍັງໄດ້ໃຊ້ງົບປະມານສ່ວນໜຶ່ງເຂົາໃນການບົວລະບັດຮັກສາ ແລະຂະຫຍາຍຕຶ່ມເປັນປະຈຳ,ນອນັ້ນຍັງລະດົມແຮງງານພະນັກງານ,ປະຊາຊົນບ້ານອ້ອມຂ້າງ ເຂົ້າໃນກິດຈະການດັ່ງກາວ ປີລະ 1-2 ຄັ້ງ(ໂດຍບໍ່ມີຄ່າຈ້າງ) ຜົນປະໂຫຍດທີ່ເຫັນກັບຕາມີແຕ່ພາກສ່ວນທີ່ໄດ້ຂາຍສວນນັ້ນ,ສ່ວນຢ່າງອື່ນບໍ່ທັນມີຫຍັງ ຫຼື ວ່າບໍ່ເຖິງເວລາຕີ່ບໍ່. ສ່ວນຜົນເສຍທີ່ພໍເບິ່ງເຫັນນັ້ນແມ່ນເນື້ອທີ່ທຳການຜະລິດຂອງປະຊາຊົນຈຳກັດເຂົ້າ,ກາຍເປັນຂໍ້ອ້າງໃຫ້ປະຊາຊົນບຸກລຸກປ່າດົງໃຫຍ່, ພູສູງ,ລ່ວງລ້ຳເຂດປ່າສະຫງວນບາງບ່ອນເພື່ອທຳການຜະລິດ. ເຊື່ອວ່າໝົດລຸ້ນນີ້ແລ້ວຍັງຕ້ອງມີຕະກຸນຂອງບັນດາການນຳມາສືບຕໍ່ເປັນເຈົ້າຂອງສວນ,ກາຍເປັນອັນບົ່ງບອກໃຫ້ທຸກຄົນຮູ້ວ່າ: ແນວຄິດສັດດີນາໄດ້ຊຶມຊັບເຂົ້າກະດູກຂອງຄົນລາວ,ໂດຍສະເພາະການນຳຍິ່ງຊຶມຊັບເຂົ້າຮອກສະໝອງ ແລະສາຍເລືອດ.
ຢືນຢູ່ຕໍ່ໜ້າສຳນັກຫ້ອງວ່າການປົກຄອງເມືອງວຽງ ຫຼຽວໄປທາງຫຼັງຫ້ອງວ່າການຈະເຫັນພູແຄນ,ເມື່ອກ່ອນໜາແໜ້ນດວ້ຍໄມ້ແຄນ,ແຕ່ຕອນນີ້ ໄມ້ແຄນໝົດແລ້ວ,ກາຍເປັນປ່າເລົ່າ ທີ່ເຫັນເຫຼືອໆເທິງພູນັ້ນແມ່ນເຂົ້າຂອງປະຊາຊົນພວມເກັບກ່ຽວ
|
ຂຽນເມື່ອ: ພ.ຈ.. 10, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ອ້າຍຈ່ອຍລາວເປັນຜູ້ຮັບຜິດຊອບວິທະຍຸຊຸມຊົນເມືອງວຽງທອງ,ແຂວງບໍລິຄຳໄຊ.ລາວເວົ້າວ່າ: ປົກກະຕິຄ່າໄຟຟ້າຂອງສະຖານີ / ແຕ່ລະເດຶອນປະມານ 3 ແສນປ້າຍນ້ອຍໜຶ່ງ, ພໍຕົກມາໃນເດືອນ 7/11 ໄດ້ຈ່າຍເກືອບ 6 ແສນ, ເນື່ອງຈາກຕົວເລກຂອງໝໍ້ນັບໄຟເພີ່ມຂຶ້ນ,ພາກັນກວກາຫາສາຍເຫດກໍ່ບໍ່ພົບ,ຄິດວ່າເປັນນຳໝໍ້ນັບໄຟຈິ່ງປ່ຽນໜ່ວຍໃໝ່, ເບື້ອງຕົນໄດ້ຜົນຄ່າໄຟລົງມາທີ່ເດີມ, ແຕ່ຕົກມາຮອດເດຶອນ 10/11 ຄ່າໄຟເພີ່ມຂຶ້ນຢ່າງບໍ່ໜ້າເຊື່ອ 1.550.000 ກີບ, ລາວໂທຫາພະນັກງານສູນໄຟຟ້າໄປກວດກາ,ເບຶຶ້ອງຕົ້ນບໍ່ພົບຫຍັງຕ່າງແຕ່ວ່າເວລາສັບແບຼກເກີເຂົ້າໄປ ໝໍ້ນັບໄຟຈະປິ່ນທັນທີໂລດ,ສະແດງວ່າໄຟຟ້າສັອດ,ການກວດກາຕ້ອງລະອຽດຕາມຂັ້ນຕອນໂດຍຕັດສາຍທາງແຕ່ລະກະດານ ໃນສະຖານີອອກເທື່ອລະເສັ້ນ,ໃນທີ່ສຸດກໍ່ພົບຕົວກິນໄກ່ (ເຄື່ອງກັນຟ້າຜ່າໃນຫ້ອງສົ່ງ ມັນສັອດ). ສັບເຕັກນິກບໍ່ຮູ້ວ່າເອີ້ນແນວໃດ,ຮູ້ແຕ່ວ່າມັນເປັນຕົວລໍ້ຟ້າ,ໃຊ້ຕິດກັບລະບົບໄຟ 220 ວົນ ແລະອີກສາຍໜຶ່ງຕໍ່ລົງກາວ(ສາຍດິນ),ປ້ອງກັນເວລາຟ້າຜ່າຕາຄ່າຍ 22 ກິໂລວົນ ເຄື່ອງຕົວນີ້ຈະສ້າງຄຶ້ນ ແລະຄວາມຖີ່ດຽວກັນກັບກະແສນັ້ນອອກມາດູດເອົາໄຟທີ່ເກີນນັ້ນລົງກາວທັນທີ. ຫາກໃຜໃຊ້ເຄື່ອງກັນຟ້າຜ່າແບບນີ້ຄວນລະວັງ,ເຄຶ່ອງຕົວນີ້ຫາກມັນສັອດຂັ້ນບໍ່ຮ້າຍແຮງ ມັນຈະບໍ່ສະແດງອາການໃດໆໃຫ້ເຫັນ,ບໍ່ມີຮອຍໄໝ້,ດອກໄຟເຕຶອນປົກກະຕິ.ແຕ່ມັນຈະດູດເອົາກະແສໄຟລົງດິນ,ເຮັດໃຫ້ຕົວເລກໝໍ້ນັບໄຟສູງຜິດປົກະຕິ ແລະເຮົາຄວນສັງເກດຢູ່ທີ່ວ່າ ມັນສົ່ງກິນຂີວໄໝ້ອອກມາເລັກນ້ອຍ,ຫາກເປັນແບບນັ້ນຮີບແຈ້ງຊ່າງເອເລັກໂຕນິກມາເບິ່ງ ໃຫ້ບໍ່ດັ່ງນັ້ນອາດເຈັບຫົວປານຟ້າຜ່າແລ້ງ ເຄື່ອງຕົວນີ້ປົກະຕິບໍ່ສັອດງ່າຍເພາະມັນບໍ່ກິນໄຟພໍເທົ່າໃດ,ທາງບໍລິສັດຕິດຕັ້ງວິທະຍຸກໍ່ເວົ້າວ່າ:ເຄີຍຕິດຕັ້ງວິທະຍຸມາແຕ່ປີ 2006 ແລະຕັ້ງມາຫຼາຍແຫ່ງແລ້ວບໍ່ເຄີຍເຫັນພາກສ່ວນໃດແຈ້ງບັນຫາແບບນີ້ມາຈັກເທື່ອ ແລະຍັງຢຶນຢັນບໍ່ໄດ້ວ່າມັນເກີດສາຍເຫດອັນໃດ? ປະຈຸບັນວິທະຍຸແຫ່ງນັ້ນຍັງປິດຢູ່,ແຟນລາຍການຕ່າງກໍ່ໂທໄປຖາມວ່າ: ຢ້ານຟ້າຜ່າແລ້ງບໍ່ຈິ່ງບໍ່ເປີດ?.
ອ້າຍຈ່ອຍລາວວ່າຫາຊື້ຍາກໆ,ບາງຄົນເວົ້າວ່າຕ້ອງສັ່ງຊື້ຈາກອາເມລິກາ ແລະຕ້ອງຊື້ 5 ຕົວຂຶ້ນໄປເພີ່ນຈິ່ງຂາຍວ່າຊັ້ນ,ຈັກແມ່ນແທ້ຫຼືບໍ່?. ຕອນນີ້ລາວຍັງຫາຊື້ຢູ່ ຫາກຜູ້ໃດຮູ້ບ່ອນຂາຍໃນລາວຊ່ວຍໃຫ້ຂໍ້ມູນລະອຽດດ້ວຍນະ.ຂອບໃຈ
|
ຂຽນເມື່ອ: ສ.ຫ.. 4, 2011
| ມີ
21 ຄຳເຫັນ
ແລະ
0 trackback(s)
ຕອງສະໜອງຕາມສຽງໂຫວດການສຳຫຼວດໃນພັນລາວກ່ຽວກັບການຕັ້ງກຸ່ມນັກຂ່າວສະມັກຫຼີ້ນໂດຍສົມມຸດ ເຊິ່ງສຽງໂຫວດສ່ວນໃຫຍ່ແມ່ນເຫັນດີສະນັບສະໜຸນໃຫ້ຕັ້ງກຸ່ມ,ສ່ວນສຽງໂຫວດບໍ່ເຫັນດີໃຫ້ຕັ້ງກໍ່ມີສຽງຂ້າງນ້ອຍເທົ່າໆກັບສຽງໂຫວດຕາມໃຈ,ເຮົາໃສ່ຊື່ກຸ່ມນີ້ວ່າ:” ອິນຊີຂ່າວ” ຕາມຄຳແນະນຳຂອງເພື່ອນພັນລາວທ່ານໜຶ່ງ ກຸ່ມນັກຂ່າວສະມັກຫຼີ້ນຂອງພວກເຮົາສ້າງຂຶ້ນເພື່ອໃຫ້ສະມະຊິກໃນກຸ່ມໄດ້ສຶກສາຄົ້ນຄວ້າແລກປ່ຽນບົດຮຽນດ້ານສື່ມວນຊົນທັງພາຍໃນ ແລະ ນອກ ເປັນຕົ້ນ: ບົດບາດສື່ມວນຊົນ,ພາລະສື່ມວນຊົນ,ຄວາມພ້ອມກ່ອນຈະກ້າວເຂົ້າສູ່ວົງການສື່ມວນຊົນ,ຈັນຍາບັນສື່ມວນຊົນ,ກົດໝາຍສື່ມວນຊົນ.. ຈາກນັ້ນກໍ່ຈະໄດ້ທົດລອງສະເໜີຂ່າວພາຍໃນກຸ່ມ(ວົງແຄບໆສາກອ່ນ)ຫາກເຫັນວ່າພໍໄດ້ແລ້ວກໍ່ສາມາດສະເໜີຂ່າວຕາມສື່ຕ່າງໆຕາມທີ່ຕົນເອງມີເງື່ອນໄຂ. ນອກນັ້ນສະມະຊິກຍັງສາມາດແລກປ່ຽນບົດຮຽນດ້ານອື່ນເຊັ່ນ:ວິທະຍາສາດ,ຊີວິດວັທະນະທຳ...ເຊີ່ງກັນແລະກັນ ອີກຢ່າງໜຶ່ງກໍ່ເປັນການເປີດໂລກເຊື່ອມສຳພັນໃຫ້ມະນຸດເຮົາເຂົ້າໃຈກັນຫຼາຍຂຶ້ນກ່ອນຈະຈັບມືກັນກັນກ້າວໄປຂ້າງໜ້າຕາມຍຸກແຫ່ງຂໍມູນຂ່າວສານໄຮ້ພົມແດນ. # ເງຶ່ອນໄຂຜູ້ສະມັກ ບໍ່ຈຳກັດຕຳແໜ່ງ,ບໍ່ຈຳກັດເພດ,ໄວ,ຊົນຊາດຊົນເຜົ່າ,ຊົນຊັ້ນວັນນະ,ເຊື້ອຊາດສາສໜາ,ສັນຊາດ ,ຖິ່ນກຳເນີດ ແລະ ທີ່ຢູ່ອາໄສຈະເປັນພາຍໃນ ຫຼື ນອກປະເທດ ແຕ່ຄວນລະບຸແຂວງ ຫຼື ປະເທດໃຫ້ຖືກຕ້ອງເພາະວ່າເພື່ອນໆຈະຖາມຂໍ້ມູນບາງຢ່າງທີ່ໃກ້ຕົວທ່ານ. ເປັນຜູ້ທີ່ມັກ ແລະ ມີຄວາມສົນໃຈດ້ານສື່ມວນຊົນ,ຂ່າວສານບ້ານເມືອງ ຫຼື ຢ່າງນ້ອຍຕ້ອງເປັນຄົນມັກອ່ານ,ມັກຖາມ,ມັກຕອບ,ສະລອກກອກຊອກຮູ້ຊອກເຫັນ(ຂີ້ດື້ແບບເຂົ້າທ່າຫັ່ນນ່າ! ອິ..ອິ..ອິ..) ແລະ ເຂົ້າໃຈພາສາລາວເລັກນ້ອຍ-ໄປຫາຫຼາຍຍິ່ງດີ ...555 - ສະຖານທີ່ ແລະ ຊົວໂມງເຮັດວຽກບໍ່ຈຳກັດຕາມໃຈທີ່ມັກ ແລະມີຄວາມສາມາດ ເຮັດໄດ້ - ພາຫະນະຮັບໃຊ້,ທີ່ພັກອາໃສ ແລະ ອຸປະກອນສື່ມວນຊົນ ແມ່ນກຸ້ມຕົນເອງ(ຫຼືໃຊ້ຕົວຊ່ວຍກໍ່ດີ) - ເງິນເດຶອນ,ເງິນອຸດໜຸນເພີ່ມໂມງ ແລະ ສະວັດດີການຕ່າງໆບໍ່ຈຳກັດ ອະນຸນາດຈ່າຍຕາມໃຈມັກ ແລະ ເທົ່າທີ່ທ່ານຊອກຫາມາໄດ້. - ບໍ່ຈຳກັດເວລາໃນການສະມັກ ຫຼື ລາອອກຈາກກຸ່ມ ເງິນ ອຸດໜຸນປີການ,ບຳເນດບຳນານ.. ໝັ່ນຫາຈີ່ງໄດ້ # ຂໍ້ສຳຄັນໃຫ້ເຂົ້າໃຈວ່າ: “ ເຮົາເປັນນັກຂ່າວສະມັກຫຼີ້ນໂດຍສົມມຸດໃນພັນລາວ ” ເທົ່ານັ້ນ..ວ່າວ..
|
ຂຽນເມື່ອ: ກ.ລ.. 31, 2011
| ມີ
14 ຄຳເຫັນ
ແລະ
0 trackback(s)
ເຄີຍມີຂໍ້ຄວາມສັ້ນສົ່ງມາໃສ່ໂທສະສັບເລື່ອຍໆ,ເບີທີ່ສົ່ງມາບາງເບີກໍ່ຮູ້ຈັກແລະບາງເບີກໍ່ບໍ່ຮູ້ເລີຍ
ເນື້ອຄວາມຂຽນວ່າ: ພະແກ້ວມໍລະກົດຄິດຮອດແຜ່ນດິນລາວ ແລະ ອວຍພອນໃຫ້ປະເທດລາວ,ຄົນລາວທຸກຄົນມີຄວາມສຸກຕະຫຼອດການ.
ໃນທ້າຍບົດເນັ້ນວ່າ: ຈົ່ງສົ່ງຕໍ່ໃຫ້ຄົບ 10 ສະບັບ,ໃຜບໍ່ສົ່ງໃຫ້ມີອັນເປັນໄປຕະຫຼອດການ
ສຸດທ້າຍຂຽນໃນວົງເລັບ(ສົ່ງຕໍ່ຕາມກະແສເດີ) ແລະນອກວົງເລັບຂຽນວ່າ: ໂທດມັນຈຳເປັນ
ຖືວ່າເປັນຄຳໂຄສະນາຊວນເຊື່ອທີ່ດີຫຼາຍ,ໜ້າເຊື່ອຖື ແຕ່ເຊື່ອຖືບໍ່ໄດ້ ອັນເນື່ອງມາຈາກຄຳວ່າ:ໃຜບໍ່ສົ່ງໃຫ້ມີອັນເປັນໄປຕະຫຼອດການ
ສາດສະໜາພຸດບໍ່ມີຂໍ້ບັງຂັບໃດທັ້ງສິ້ນວ່າໃຫ້ປະຕິບັດຫຼືບໍ່ປະຕິບັດ ການໂຄສະນາແບບນີ້ນອກຈາກບໍ່ເຊື່ອຖືໄດ້ແລ້ວຍັງເຮັດໃຫ້ເຊື່ອມເສຍສັດທາຂອງອົງພະແກ້ວ ແລະ ສາສະໜາພຸດນຳອີກ
ດັ່ງນັ້ນ: ພວກເຮົາຄວນລະວັງ ຫາກທ່ານໃດມີຈຸດປະສົງຈະສົ່ງຂໍ້ຄວາມໃນທຳນອງນີ້ຕ້ອງຄິດໃຫ້ຖີ່ຖ້ວນ,ບໍ່ຄວນໃສ່ຂໍ້ບັງຂັບໃດໆໃນບົດ ເພື່ອຄວາມໜ້າເຊື່ອຖືຂອງບົດ
|
ຂຽນເມື່ອ: ກ.ລ.. 13, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ຫາກທ່ານບໍ່ເຊື່ອກໍ່ລອງພິສູດດ້ວຍຕົວເອງເບິ່ງນະ
ເວລາເຮົາແກງຫອຍກໍ່ແກງທຳມະດາ ແລະ ເວລາກິນກໍ່ກິນທຳມະດາ,
ບໍ່ໃຫ້ຕັ້ງໃຈນັບ ແລະ ບໍ່ໃຫ້ຫອຍທີ່ເຮົາກິນນັ້ນໝົດ
ເມື່ອກິນອີ່ມແລ້ວຈິ່ງມານັບເປັນຄູ່ໆຕາມຫຼັງຈະເຫັນໄດ້ວ່າ: ທຸກເທື່ອ, ທຸກຄົນທີ່ກິນຫອຍລ້ວນແຕ່ບໍ່ມີໂຕຄີກເລີຍ,ມັນຈະເປັນຄູ່ຢູ່ສະເໝີ (ບໍ່ນັບໂຕທີ່ບໍ່ໄດ້ກິນ ແລະ ໂຕທີ່ກິນບໍ່ໄດ້) ຂ້ອຍພິສູດມາແລ້ວເຫັນວ່າເປັນຕາເຊື່ອ
ແລະ ອີກອັນໜຶ່ງຈະບອກ ວິທີຕ່ອຍຫອຍໃຫ້ຈູບອອກງ່າຍ
ເຮົາຄວນຕ່ອຍຫອຍບໍ່ໃຫ້ກົ້ນຂອງມັນຂາດ(ບໍ່ໃຫ້ກຸດ)
ດ້ວຍການໃຊ້ມີດ ຫຼື ພ້າ ສັບທີ່ກົ້ນສ້ວຍຂອງຫອຍພໍໃຫ້ເປັນຮູນ້ອຍໆກໍ່ພໍ
ເວລາເຮົາກິນ,ເຮົາຈູບ ເຮັດຈະໃຫ້ອາກາດລ່ວງໄດ້ດີກວ່າ ແລະ ຫອຍຈະອອກມາງ່າຍໆ
|
ຂຽນເມື່ອ: ກ.ລ.. 11, 2011
| ມີ
22 ຄຳເຫັນ
ແລະ
0 trackback(s)
ເມື່ອວັນເສົາ ວັນທີ່ 09. 07. 11 ນີ້ໄດ້ຍິນສຽງຈົ່ມຈາກໂຕະເບຍໂຕະໜຶ່ງໃນຮ້ານທີ່ຮ້ອຍເສີບເບຍເປັນປະຈຳ.
ໃນໂຕະນັ້ນມີຜູ້ຊາຍ 6 ຄົນນັ່ງດື່ມແຕ່ເຊົ້າຈົນຮອດສວາຍຄົງປະຕິເສດບໍ່ໄດ້ຄຳວ່າບໍ່ເມົາຈັກນ້ອຍ, ເຂົາເລົ່ານັ້ນອາດຢູ່ເມືອງພູດອຍຫ່າງໄກສອກຫຼີຂອງແຂວງບໍລິຄຳໄຊ.
ເພາະເຂົາຈົ່ມວ່າ: ໂຄຕ່າ ໄປຮຽນ ທິດສະດີການເມືອງການປົກຄອງປີນີ້ເພີ່ນໃຫ້ 3 ເມືອງພູດອຍຄື: ຄຳເກີດ,ວຽງທອງ ແລະ ໄຊຈຳພອນ ທີ່ເປັນເມືອງພູດອຍ ເມືອງລະ 3 ທຶນ ແຕ່ລະເມືອງ ມີທຶນປະຣິນຍາໂທ 1 , ປະຣິນຍາຕີ 1 ແລະ ຊັ້ນສູງ 1
ມີຊາຍຄົນໜຶ່ງໃນໂຕະເວົ້າຂຶ້ນວ່າ: ຢູ່ເມືອງຂອງລາວຢູ່ນັ້ນຜູ້ທີ່ສົ່ງປະຫວັດໄປນັ້ນເປັນຫຼານຂອງນາຍ ຫາກໍ່ຮຽນສະນັບສະໜຸນພັກພຽງມື້ດຽວ ແລະ ມື້ທີ່ສອງກໍ່ຮັບເຂົ້າພັກສົມບຸນເລີຍ ພ້ອມປະກອບປະຫວັດສົ່ງໄປຮຽນ. ເຂົ້າເວົ້າຕໍ່ວ່າ: ຍັງມີບຸກຄົນອື່ນທີ່ມີເງື່ອນໄຂດີໆ ຄົບຖ້ວນທຸກມາດຖານທັງອາຍຸຄົນ,ອາຍຸການ,ອາຍຸພັກ ແລະ ສ້າງມາຫຼາຍປີ ແຕ່ບຸກຄົນເຫຼົ່ານັ້ນບໍ່ໄດ້ໄປ.
ຂ້ອຍຄັນປາຢາກຖາມວ່າ: - ຫຼັກການຂອງພັກມີແນວໃດ?, - ການຮັບເອົາສະມະຊິກມີຂັ້ນຕອນໃດແດ່? - ເງຶ່ອນໄຂມາດຖານຂອງຈັດຕັ້ງແຂວງວາງມາມີແນວໃດໃນການສົ່ງພະນັກງານໄປຮຽນ? ແຕ່ບໍ່ມີໂອກາດຖາມ ແລະ ບໍ່ຮູ້ວ່າໃຜເປັນເປັນຄົນຄິດຜິດກັບເລື່ອງນີ້ ແຕ່ພໍສະຫຼຸບໄດ້ວ່າຄົນເມົາມັກເວົ້າຄວາມຈິງ ແຕ່ບໍ່ຄວນເຊື່ອຄົນເມົາ ທ່ານອື່ນຄິດວ່າ ກໍລະນີແບບນີ້ເຄີຍມີບໍ່ຢູ່ໃນພັກປະຊາຊົນປະຕິວັດລາວ ?
|
ຂຽນເມື່ອ: ມິ.ຖ.. 20, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ບັນດາທ່ານທັງຫຼາຍເຄີຍໄດ້ຍິນນິຍາມຂອງສື່ຫຼືບໍ່? ແຕ່ລະນິຍາມວ່າແນວໃດແດ່? ແລະ ທ່ານຈະໃຫ້ນິຍາມຂອງສື່ວ່າແນວໃດ? ຈິ່ງເໝາະສົມຊ່ວຍໃຫ້ນິຍາມສື່ເພີ່່ມເຕີມດ້ວຍນະ ຕາມຂ້ອຍເຄີຍໄດ້ຍິນມາມີດັ່ງນີ້: ສື່ແມ່ນນັກຮົບແນວຄິດ, ສື່ເປັນຫູເປັນຕາໃຫ້ສັງຄົມ, ສື່ເປັນກະບອກສຽງທີ່ແຫຼມຄົມ, ສື່ແມ່ນອຳນາດທີ່ 4 ແຕ່ໃນນິຍາມເຫຼົ່ານີ້ມີນິຍາມໜຶ່ງທີ່ເປັນຕາຢ້ານນັ້ນຄື: ( ສື່ເປັນກະບອກສຽງທີ່ແຫຼມຄົມ ) ເຫດຜົນຢູ່ທີ່ວ່າ: ທຸກຢ່າງທີ່ເປັນຂອງແຫຼມຄົມລ້ວນແຕ່ມີປະໂຫຍດ ແລະ ກໍ່ອັນຕະລາຍຕໍ່ຕົນເອງ ແລະ ຄົນອື່ນເກືອບເທົ່າໆກັນ. ສົມມຸດເມື່ອຂອງແຫຼມຄົມທຸກໆຢ່າງຫາກຖືກໃຜແລ້ວແນ່ນອນວ່າຄັນບໍ່ຕາຍກໍ່ເຈັບປວດ, ອອກເລືອດ,ເປັນບາດແຜ ແລະ ຄັນບໍ່ຕາຍກໍ່ໄດ້ປີ່ນປົວ,ບາງຄັ້ງກໍ່ດີໄວ,ບາງຄັ້ງກໍ່ນານດີ ຫຼື ເຖິງວ່າຫາຍດີມັນກໍ່ຍັງເປັນແປວໄປຕະຫຼອດ ເຖິງວ່ານິຍາມນີ້ເປັນຕາຢ້ານກໍ່ຕາມ ຂ້ອຍເອງກໍ່ຍັງບໍ່ມີນິຍາມອື່ນທີ່ເຫັນວ່າເໝາະເພື່ອມາປ່ຽນແທນນິຍາມນີ້ ທ່ານອື່່ນມີຂໍ້ຄິດເປັນແນວໃດຊ່ວຍແນະນຳດ້ວຍນະ ຂອບໃຈ
|
ຂຽນເມື່ອ: ມິ.ຖ.. 14, 2011
| ມີ
20 ຄຳເຫັນ
ແລະ
0 trackback(s)
ຕອນບ່າຍຂອງວັນທີ່ 14.06.11 ນີ້ ມີຊາຍຄົນໜຶ່ງ ອາຍຸປະມານ 25 ປີ, ເຂົາມາບອກຂ້ອຍວ່າມີໃຜຢາກໄດ້ໃບປະກາດຈົບ ມໍ6, ມໍ7 ບໍ່?.ລາຄາ 8.000 ບາດເງິນໄທຕໍ່ 1 ໃບ ,ໃນນັ້ນເຂົາຈະແບ່ງໃຫ້ຂ້ອຍ 2.000 ບາດ ຫາກຂ້ອຍຊອກຫາຂາຍໄດ້,ລາວບອກວ່າຖ້າຂາຍໄດ້ຫຼາຍຈະເພີ່ມໃຫ້ຕື່ມອີກ. - ຂ້ອຍແປກໃຈຈິ່ງຖາມຄືນວ່າເປັນໃບປະກາດແນວໃດຫວະຈິ່ງຊື້ໄດງ່າຍແທ້? - ເຂົາຕອບວ່າເປັນໃບປະກາດຜີ, ເຊີ່ງໝາຍຄວາມວ່າໃບປະກາດໄດ້ມາໂດຍບໍ່ຖືກຕ້ອງ ແຕ່ໃຊ້ໄດ້ວ່າຊັ້ນ,ທຸກຢ່າງເປັນຂອງແທ້,ມີກາແດງ,ກາດີບປະທັບຢ່າງດີ - ຂອ້ຍຖາມຕໍ່ມັນກໍ່ໄດ້ຜ່ານກົງໂຕນຂອງຊວງສຶກສາບໍ່ລະ?,ເຂົາຕອບວ່າຖ້າຢາກໄດ້ໂຕທີ່ຜ່ານກໍ່ມີໃຫ້. - ຂ້ອຍຖາມຕໍ່ໂຕທີ່ບໍ່ຜ່ານກົງໂຕນຈະມີບັນຫາບໍ່?, ລາວຕອບວ່າ: - ເຮົາຕ້ອງບອກເຂົາຄວາມຈິງເພື່ອໃຫ້ເຂົາໄປນຳໃຊ້ຈະໄດ້ລະວັງ,ຜ່ານມາເຂົາກໍ່ໃຊ້ກັນມາຫຼາຍແລ້ວ, ເຂົາຍັງບອກວ່າຍັງມີໃບປະກາດຈົບວິຊາຊີບອີກຫຼາຍຂະແໜງ,ຫຼາຍຊັ້ນຮຽນນັບທັງໃບປະກາດຈົບວີຊາຄູນຳອີກ. ຫາກຜູ້ໃດສົນໃຈກໍ່ຂ້ອຍຈະບອກເບີໂທໃຫ້ ແຕ່ສັນຍາກ່ອນນະວ່າ...... ນີ້ລະເພື່ອນພັນລາວທັງຫຼາຍໃນສັງຄົມເຮົາເປັນໄປໄດ້ທຸກຢ່າງ,ຢູ່ປົນກັນທັງຜີທັງຄົນ,ສົມພໍຫັນແລ້ວ ບຸກຄະລະກອນຮັບເຂົ້າໃໝ່ສ່ວນຫຼາຍເຮັດວຽກບໍ່ເປັນ,ມີການສໍ້ຫຼາຍບັງຫຼວງ,ຄໍລັບຊັ່ນ,ເຫັນແກ່ຕົວເກີນໄປ,ບໍ່ຫ່ວງໄຍໜ້າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້,ນີ້ອາດແມ່ນສ່ວນໜຶ່ງທີ່ກົດໜ່ວງໃຫ້ແກ່ການພັດທະນາປະເທດຊາດຂອງເຮົາ. ຂ້ອຍເຊື່ອວ່າ:ຊາຍຄົນນັ້ນເຮັດມາຫຼາຍຄັ້ງແລ້ວ,ເມື່ອປີກາຍຊາຍຄົນນີ້ກໍ່ຖາມຈ່າວຂາຍໃບປະກາດແບບນີ້ໃຫ້ແກ່ຂ້ອຍ ແຕ່ຂ້ອຍບໍ່ສົນໃຈ,ເຂົາອາດຍັງຈະສືບຕໍ່ຈ່າວຂາຍແບບນີ້ກັບຄົນອື່ນຕໍ່ໄປອີກ, ເປັນແບບນີ້ມາແຕ່ດົນກໍ່ບໍ່ມີໃຜແກ້ໄຂເນາະ? ແຕ່ມັນກໍ່ຄົງບໍ່ຜິດຫຍັງດອກເພາະໃບປະກາດຜີແບບນີ້ມັນກໍ່ມີຄ່າເທົ່າກັບໃບປະກາດຄົນທີ່ໃຊ້ເງິນຊື້ຢ່າງເປັນທາງການນັ້ນລະເນາະ?
|
ຂຽນເມື່ອ: ມິ.ຖ.. 7, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
ຂ້ອຍມີນາມປາກກາວ່າ: ພັນທະຫົວໃຈ ເຄີຍລົງບົດຕ່າງໆໃນພັນລາວ ແລະ ເຄີຍມີຄຳເຫັນໃນພັນລາວ ຢູ່ມາມື້ໜຶ່ງປະມານວັນທີ່ 29.05.11 ຂ້ອຍໂພດຫັຍງ ບໍໄດ້ຈົັກຢາ່ງ ຂ້ອຍເຂົ້າໃຈວ່າຂ້ອບຕ້ອງຜິດກົດພັນລາວ ໂທດໃບແດງ ເພີ່ນຈີ່ງລຶບອອກ ແຕ່ຂ້ອຍຢາກຮູ້ຄືກັນວ່າຂ້ອຍຜິດບ່ອນໃດແທ້. ສະນັ້ນເພື່ອນພັນລາວ ແລະ ຜູ້ກຳກັບຈົ່ງຊ່ວຍບອກຂ້ອຍແດ່ວ່າຜິດຈຸດໃດ,ຫາກບໍ່ດັ່ງນັ້ນເຖິງວ່າຂ້ອຍສະມັກພັນລາວໃຫມ່ຂ້ອຍກໍ່ຍັງຜິດຢູ່ດີ ແລະ ຈະຖືກລືບຢູ່ດີ.
|
ຂຽນເມື່ອ: ມ.ນ.. 13, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ສ່ວນໜຶ່ງຂອງໜ້າປົກໜັງສືພີມບໍລິຄຳໄຊ ສະບັບອອກວັນທີ່ 21 ກຸມພາ 2011,ປີທີ່ 5, ສະບັບທີ່ 171 ລາຍສັບປະດາ ພາບທີ່ເຫັນເປັນພາບສ່ວນໜຶ່ງໜ້າປົກຂອງໜັງສືພີມຂອງແຂວງບໍລິຄຳໄຊ ໜ້າປົກຂື້ນຕົ້ນຢ່າງທີເຫັນໃນພາບໄດ້ຊັດ, ມີການລະບຸລາຍລະອຽດກ່ຽວກັບຂໍມູນຂອງໜັງສືພີມເຊັ່ນ: ຊື່,ທີ່ຢູ່ສຳນັກງານ, ເບີແຟກ ແລະ ອີເມວຊັດເຈນດີຈົນບໍ່ມີບ່ອນອະທິບາຍເພີ່ມອີກ ~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~ ຜ່ານມາຂ້ອຍເຄີຍນຳເອົາບົດໃນ ”ໄດອາຣິ” ແລະ ອື່ນໆ ຂອງເພື່ອນໃນພັນລາວ ຫຼື ບ່ອນອື່ນໆ ທີ່ເຫັນວ່າເນື້ອໃນດີ,ມີປະໂຫຍດຕໍ່ສັງຄົມ ສົ່ງຜ່ານ ອີເມວ ຂອງໜັງສືພີມນີ້ເພື່ອເຜີຍແຜ່ສູ່ສັງຄົມ, (Bolikhamxaynews@yahoo.com) ແຕ່ວ່າສົ່ງໄປເທົ່າໃດກໍ່ມິດຈ່ອຍມ້ອຍປານປ່ອຍອ່ຽນລົງຕົມຄືກັບບູຮານເພີ່ນວ່າແທ້ໆ ................................................................................................................ ບາງນິຍາມບອກວ່າ:ສື່ມວນຊົນເປັນຕາ,ເປັນຫູຊ່ວຍສັງຄົມ
ຮູ້ທຸກເລື່ອງ,ເຫັນທຸກປະກົດການ ແລະ ໄປເຖິງທຸກບ່ອນ
ຕາມທຳມະດາແລ້ວ ກົດໝາຍສື່ມວນຊົນມາຕາທີ່.17 ກ່າວໄວ້ວ່າ: ພົນລະເມືອງລາວ ໄດ້ຮັບການປະຕິບັດສິດເສລີພາບຂອງຕົນ ຜ່ານສື່ມວນຊົນ ດ້ວຍການລົງພີມ ຫຼື ກະຈາຍຂ່າວ,ບົດ,ຄຳເຫັນ,ກະຈາຍພາບ,ຕອບຂໍ້ສະເໜີ,ຂໍ້ຂ້ອງໃຈຂອງຕົນ ໂດຍຜ່ານສື່ມວນຊົນເອງ ຫຼື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ. ໃນກໍລະນີບໍ່ສາມາດລົງພີມ,ກະຈາຍ ຫຼື ຕອບໄດ້ນັ້ນ ສື່ມວນຊົນ ຕ້ອງແຈ້ງເຫດຜົນໃຫ້ພົນລະເມືອງຮັບຊາບຢ່າງເປັນທາງການ ........................................................................................... ຂ້ອຍຖາມກັບຕົວເອງເປັນຫຍັງສື່ມວນຊົນຈິ່ງບໍ່ຢ້ານຜິດກົດໝາຍ ? ດ້ວຍຄວາມຢາກຮູ້ຈິ່ງພະຍາຍາມເຊັກຄຶນເຖິງເຫດຜົນ ທີ່ສື່ມວນຊົນເມີນເສີຍ, ບໍ່ລົງພີມ,ບໍ່ແຈ້ງເຫດຜົນຄຶນ ແລະ ບໍ່ຢ້ານຜິດກົດໝາຍ ຂ້ອຍໂທຖາມຜູ້ຈັດໜ້າໜັງສືພີມຄົນໜຶ່ງໃນສຳນັນງານດັ່ງກ່າວ ຄຳຕອບທີ່ຂ້ອຍໄດ້ຮັບຄື: “ອີເມວນັ້ນຖືກປິດໄປຕັ້ງດົນແລ້ວ,ບໍ່ໄດ້ໃຊ້ດົນແລ້ວ ແລະ ບໍ່ຮູ້ວ່າດົນປານໃດ,ຮູ້ແຕ່ວ່າດົນກວ່າ 1 ປີແລ້ວ” ຂ້ອຍຖາມຢ້ຳຕື່ມອີກ ອີເມວປິດໄປຕັ້ງດົນແລ້ວແຕ່ເປັນຫຍັງບໍ່ລຶບອອກ? ຫຼື ປ່ຽນອີເມວໃຫມ່? ຄືຍັງລົງຊື່ ອີເມວ ໂຕເກົ່າຕະຫຼອດມາ? ຄຳຕອບຄື: ເອີ່..ກະຊິປ່ຽນໃຫມ່ຢູ່ ນັບແຕ່ມື້ຂ້ອຍເຊັດມາຮອດປະຈຸບັນເປັນເວລາ 6 ເດື່ອກວ່າແລ້ວ ໜັງສືພີມບໍລິຄຳໄຊຍັງລົງ ອີເມວ ເກົ່າ(Bolikhamxaynews@yahoo.com) ບໍ່ປ່ຽນແປງ ແລະ ຍັງປິດຢູ່ຄືເກົ່າ ຈາກເຫດຜົນນີ້ຂ້ອຍຈິ່ງເວົ້າວ່າ ສື່ມວນຊົນຕາບອດ,ຫູໜວກກ້ຳໜຶ໋ງໄປສາແລ້ວ ເຫັນແຕ່ຈຸດອ່ອນຂອງຜູ້ອື່ນ ສ່ວນຈຸດອ່ອນຂອງສື່ມວນຊົນເອງພັດບໍ່ເຫັນ ທ່ານຜູ້ອ່ານມີຂໍ້ຄິດເຫັນແນວໃດຕໍ່ຄຳເວົ້ານີ້ ຊ່ວຍແນະນຳດ້ວຍນະ ທີ່ຂຽນລົງກໍ່ອີງໃສເຫດການຈີງ ບໍ່ໄດ້ບິດເບຶອນຄັນບໍ່ເຊື້ອກໍ່ລອງເຊັກຄຶນໄດ້ ແລະກໍ່ອີງໃສ່ ກົດໝາຍສື່ມວນຊົນມາຕທີ່ 14,15,16 ແລະ 17 ( ຂອບໃຈ )
|
ຂຽນເມື່ອ: ມ.ນ.. 8, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
-¦ö´£¸-ນ®Ò ê†Â£¦ö¡-쿸ö¤-¯½¡¾©-ª¿-ÁÎÈ-¤ªÈ¾¤Å¡¾¤-À¸êó쿸ö¤ ?
µøÈ-Ãນ-®¾-쿸ö¤-ªÈ¾¤Å-¥½-À¯ñ-ນ¤¾ນ-®÷ນ-¯½-À²ນó,®÷ນ-꾤-¡¾ນ,¤¾ນ-¦É¾¤¦ñນ-ºˆນÅ´ñ¡-¥½-À¹ñນ-
£¦ö¡--¯½¡¾©-§ˆ,ນ¾´¦½¡÷ນ,
§˜ນ,ª¿-ÁÎÈ-¤ªÈ¾¤Å -Áì½ ê†µøÈ-¢º¤-Á¢¡-ê†-À¯ñ-¡¼©-´¾»È¸´-Ãນ¤¾ນµÈ¾¤-ºô¡-¡½-êô¡-£ô¡£ö´
--À¯ñນªíນ:ª¿--ÁÎȤ-ìñ©,¹ö¸Îɾ-¹Éº¤¡¾ນ,Îȸ¨-¤¾ນ,§˜ນນ¾¨»Éº¨,ນ¾¨-²ñ-ນªÈ¾¤Å
ນັ®-êñ¤-ª¿--ÁÎÈ-¤²ñ¡-¡Ò-´ó. -À숺¤-¡¾ນ¦½-ÀÎó-§,ˆ- ª¿-ÁªÈ¤-Á®®ນ-š¡Ò»øɦô¡-À¯ñ-¡¼©µÈ¾¤-¨…¤-©ó-ê†-®ñນ©¾-êȾນ´ó-Îɾ-´¾-»È¸´,
-À»ñ©-ùÉ-¦ັ¤-£ö´-»øÉ¥ñ¡ນ-ñ®-Îɾ-«õ-ª¾--Áì½-¡Ò-À¯ñ-ນ¡¾ນ¦½-ÀÎó-ó-°ö¤¾-ນ¡¾-ນ¯½¡º®¦È¸ນ©É¾-ນªÈ¾¤ໆ-Ã-ນ¤¾ນ -ÁªÈ-«É¾-À»ö¾-À®…¤-į-ºó¡--©É¾-ນ·¤ ¡¾ນ¦½-ÀÎó§˜ນ,ª¿-ÁÎÈ-¤²ñ¡,ª¿-ÁÎÈ-¤--ìñ©,
®¾¤-Àꈺ´ó-»º©ª¿-ÁÎÈ-¤¹ö¸Îɾ-¸ñ©ê½ນ½-ê¿®¾¤-ª¿-ÁÎÈ-¤ນ¿-ºó¡-©É¸¨
Á®®-®Ò-Àìôº¡¤¾ນ-´ñນ-¡Ò-®Ò-¦ö´£¸ນເລີຍ-À¯ñນªí-ນÃ-ນ¤¾ນ-®÷-ນ¯½-À²ó-ªÈ¾¤Å-ê†-Ä©É-À§óນ
Íõ ບໍ່ໄດ້ເຊີນ-ກໍ່ຕາມ-ÁªÈÀ²†ນ´ó-º¡¾©-´¾ -Áì½ ´ó¦È¸»È¸´ໃນງານ,
´ñ-ນ£É¾¨-¡ñ®-¸È¾-¸ò¥¾ນ-®ັນ©¾-êȾນ-Àì-‰¾ນັ້ນ©¨-¡ö¤. À¯ñ-¹¨ñ¤-¥†-¤-À¸í¾-Ä©É, ªÈ¾¤-§¾©-À¸í¾¸È¾:«É¾-£ö-ນ쾸-À»ັ©¸¼¡--Àºö¾-Ã¥-æÈ-£õ-¡ñ-ນ¡ñ®ການ-³Éºນ-쿸ö¤ນ-š ¯½-Àê©-쾸-º¾©-¥½-Àìóນ--ĸ-¡¸È¾ນ-š,-
À²¾½´ó-¡¾ນ¥ñ©ª˜¤-Á®È¤-¤¾ນ-À¯ñ-ນì½®ö®-ນñ®-êñ¤-À¥í¾-À´õº¤,ຫົວໜ້າຫ້ອງການ,ນ¾¨®É¾ນ,ª¿Í¸©¡º¤Íºນ,§¾¸-Ï÷È´-Á´È¨ò¤.
À®…¤-ªö¸-¥ò¤-Áìɸ-¡Ò-À¯ñ-ນ£õ-ກັບªÈ¾¤-§¾©-À¸í¾´¾-ÁêÉÅ-®Ò-«¼¤(ນີ້-Á´Èນ-À¹©°ö-ນê†-·¤) -(À¹©°öນ-¦º¤)-, ´ñ-ນÀ¯ñ-ນ¡¾ນ-¯½¡¾©-ùÉ-£ö-ນºˆນ»øɸú¾: -®ñນ©¾êȾ-ນ¡¾ນນ-¿--À쉾-ນ˜ນ
Ä©É-±ôນì½®¼®-ê†-¡½§¸¤«½-Áͤ¢È¾¸Œ-¸ñ©ê½ນ½ê¿-¸¾¤-ºº¡- À¯ñນªíນ Ã-ນ¯½¥÷-®ñນ-À²†ນນ-ò¨ö´-³Éºນ 2Œ3 »º®§Éºນ,
-À²ñ¤-ê¿-ºò©--À¯ñນ-À²ñ¤-쾸-ê¿-´½-©¾,-ÁªÈ-À²ñ¤ê† 2Œ3 À¯ñນ-À²ñ¤-ªÈ¾¤¯½-Àê©-,
¥„¤-¹¸½-³Éº-ນ¡Ò-¯È¼-ນį -Á®®-ĸ-ì÷Éນµ¼®-ªòນ,-À¸ì¾-ນ˜ນ¦ñ¤£ö´-¥½-»øÉ-êñນêó-¸È¾-êȾ-ນÀ¯ñ-ນ°ູÉນ¿ê†-°È¾-±ôນì½®¼®-,
Áìɸ--Áນúນ-ºນ¥½-¡¾¨-À¯ñ-ນ¢Ó-ºÉ¾¤-ùÉ-¦ñ¤£ö´-ນ¿-´¾-ªÉ¾-ນµñ-ນ¡ñ®-²¾¡¦È¸-ນê†-¡¸©¡¾-©É¾-ນ¸ñ©ê½ນ½ê¿ ª¾´-êñ©¦½ນ½-¦È¸-ນªö¸¢º¤-¢Éº¨.£¦ö¡-쿸ö¤ £¸-ນ¦½-ÀÎó-²¼¤-ÁªÈ-§ˆ,ນ¾´¦½ກຸນ,
²¾¡¦È¸ນ Íõ ꆵøÈ-¢º¤-Á¢¡-¡Ò-Îɾ-¥½-²¼¤²ð-Áìɸ êñ¤ນ-š¡Ò-À²ˆºÍó¡ì¼¤-¥¾¡-¯½¡ö©-¡¾ນ-©„¤¡È¾¸ ຊ່ວຍແປງຕົວ (ນໍ)ໃຫ້ແດ່
|
ຂຽນເມື່ອ: ກ.ພ.. 26, 2011
| ມີ
27 ຄຳເຫັນ
ແລະ
0 trackback(s)
ທ່ານ: ດຣ. ทักสีน ขีนนะวัด ອະດີນາຍົກ ຂອງໄທ ກ່າວໄວ້ໃນສະໄໝທີ່ທ່ານດຳລົງຕຳແໜ່ງເປັນນາຍົກ ທ່ານກ່າວວ່າ: ’’ ປະເທດຊາດປຽບເໝືອນຮ່າງກາຍຂອງຄົນ, ປະຊາຊົນປຽບເໝືອນແຊວ(ຈຸລັງຂອງຮ່າງກາຍ) ແລະ ລັຖະບານ ປຽບເໝືອນແພດໝໍ(ຜູ້ປົກປ້ອງດູແລເຊວ) ‘’ ຄຳເວົ້ານີ້ເປັນທີ່ຍອມຮັບຂອງຄົນໃນໂລກວ່າ: ເປັນຄຳເວົ້າທີ່ຖືກຕ້ອງ ສ່ວນຕົວຂອງຂ້ອຍກໍ່ຄິດວ່າ: ດຣ. ทักสีน ขีนนะวัด ເປັນບຸກຄົນທີ່ສຳຄັນຂອງໂລກອີກດ້ວຍ
ເພາະທ່ານວ່າງນະໂຍບາຍປະຊານິຍົມ, ເນັ່ນທີ່ຊົນຊັ້ນຕ່ຳເຊິ່ງເປັນຈຸລັງອັນມະຫາສານຂອງປະເທດຊາດ
|
ຂຽນເມື່ອ: ກ.ພ.. 14, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ດັ່ງທີ່ທຸກຄົນຮູ້ກັນທົ່ວໄປວ່າສັງຄົມລາວມີພຽງຊົນຊັ້ນດຽວຄື: ຊົນຊັ້ນກຳມກອນ ຊາວຜູ້ອອກແຮງງານ,ສ່ວນຊົົນຊັ້ນອື່ນກໍ່ມີນ້ອຍ ແລະ ນິໄສຄົນລາວເຖິງຈະມີເງິນ ລ່ຳລວຍ,ເປັນເຈົ້ານາຍຊັ້ນຜູ້ໃຫຍ່ກໍ່ຕາມ ແຕ່ບຸກຄົນເຫຼົ່ານັ້ນເຂົາບໍ່ໄດ້ແບ່ງແຍກຢ່າງຂາດ ຂັ້ນຄືຊາດອື່ນ ກໍ່ຖືວ່າລາວມີຊົນຊັ້ນດຽວຄືຊົນຊັ້ນກຳມະກອນຊາງວຜູ້ອອກແຮງງານນັ້ນ ເອງ,ເຊິ່ງມັນໄດ້ສະແດງອອກນຢູ່ໃນວົງສັງຄົມລາວປະຈຸບັນບໍ່ວ່າຈະຢູ່ພາກເໜືອລົງພາກ ໃຕ້,ທຸກອາຊີບການງານເມື່ອພົບປະກັນແລ້ວຮູ້ສຶກໃນຄວາມເປັນມິຕະພາບຢ່າງສູງ,ນີ້ ແມ່ນເປັນເງື່ອນໄຂອັນດີໃຫ້ແກ່ການປົກປັກຮັກສາ ແລະ ພັດທະນະປະເທດຊາດ. ແຕ່ເຖິງຢ່າງໃດກໍ່ຕາມຜູ້ຂຽນກໍ່ຮູ້ສຶກແປກໃຈບໍ່ນ້ອຍໃນເມື່ອຄົນລາວເຮົາຈຳນວນ ບໍ່ນ້ອຍທີ່ກຳລັງລືມຊົນຊັ້ນຂອງຕົນເອງ,ເປັນຫຍັງຈິ່ງເວົ້າໄດ້ແບບນັ້ນ, ຜ່ານການສຳ ຫຼວດໂດຍບໍ່ເປັນທາງການໃນວົງເຫຼົ້າວົງຢາ,ສະພາກາເຟ ,ຊຸມຊົນບາງບ່ອນແມ່ນກະທັ້ງ ໃນເວບພັນລາວກ່ຽວກັບວັນທີ່ສຳຄັນກວ່າໃນເດຶອນກຸມພາ ປະກົດວ່າບໍ່ມີໃຜເວົ້າເຖິງ ວັນທີ່ 1 ກຸມພາເລີຍ, ສ່ວນໃຫຍ່ມັກຈະຕອບເປັນວັນເກີດຂອງຕົນ,ວັນສິນ ແລະ ວັນວາເລນທາຍເປັນວັນສຳຄັນນຂອງເຂົາ,ບາງທ່ານກໍ່ບອກວ່າບໍ່ມີວັນສຳຄັນພິເສດຫຍັງ ໃນເດຶອນກຸມພາ,ບາງທ່ານກໍ່ວ່າສຳຄັນທົ່ວໄປຄືວັນອື່ນໆ,ນອກນັ້ນຜົນການສຳຫຼວດ ຜູ້ຫຼີ້ນພັນລາວຍັງປະກົດອອກສ່ວນໃຫຍ່ເປັນຊົ້ນຊັ້ນອື່ນໆ,ລອງລົງມາເປັນຊົນຊັ້ນ ກຳມະກອນ,ສ່ວນຊົນຊັ້ນນາຍທຶນກໍ່ມີນ້ອຍ. ນີ້ກໍ່ພໍເບິ່ງອອກວ່າຄົນລາວກຳລັງລືມຊົນຊັ້ນຂອງຕົນ,ລືມວັນກຳເນີດຊົນຊັ້ນຕົນ ເອງກໍ່ເທົ່າກັບວ່າລືມທຸກຢ່າງໃນຄວາມເປັນຊົນຊັ້ນ ແລະ ກໍ່ແນ່ນອນວ່າຈະມີຊົນຊັ້ນໃໝ ເກີດຂຶ້ນມາແຕ່ບໍ່ຮູ້ວ່າແມ່ນຊົນຊັ້ນໃດ ,ມີອຸດົມການແບບໃດ ແລະ ຈະເປັນອຸປະສັກຕໍ່ ການປົກຮັກສາ,ພັດທະນະປະເທດຊາດຂອງເຮົາຫຼືບໍ່?. ນີ້ແມ່ນຂໍ້ຄິດໜຶ່ງທີ່ຕັ້ງຂຶ້ນເພື່ອ ແລກປ່ຽນນຳກັນ. ບັນຫາທີ່ໜຶ່ງທີ່ຍາກຍົກມາກໍ່ຄື: ວັນທີ່ 01 ກຸມພາ ເປັນວັນສ້າງຕັ້ງອົງການຈັດຕັ້ງ ກຳມະບານລາວ, ອົງການນີ້ເພີ່ນວ່າເປັນຕົວແທນຂອງຊົນຊັ້ນກຳມະກອນຊາວຜູ້ ອອກແຮງການລາວ,ປົກປ້ອງສິດແລະຜົນປະໂຫຍດຂອງຊົນຊັ້ນກຳມະກອນຊາວຜູ້ ອອກແຮງງານລາວ ແລະ ເປັນມິດກັບກຳມະກອນໃນໂລກນຳອີກດ້ວຍ. ແທນທີ່ຄົນລາວທຸກຄົນຢູ່ທຸກແຫ່ງຫົນນັບທັງທີ່ພັນລາວຄວນໄດ້ຫວນຄຶນເຖິງ ມູນເຊື້ອຄວາມເປັນມາຂອງວັນດັ່ງກ່າວດ້ວຍການຈັດຈິຈະກຳຕ່າງໆທີ່ກ່ຽວພັນກັບ ມູນເຊື້ອດັ່ງກວ່າເຊັນ: ຖາມຕອບກ່ຽວກັບມູນເຊື້ອໃຫ້ແກ່ບັນດາກຳມະກອນຕາມໂຮງຈັກ ໂຮງານ,ເດັກເຍົາວະຊົນ ແລະ ໃນພັນລາວກໍ່ເຊັ້ນກັນເພື່ອປູກຈິດສຳນຶກຕໍ່ສູ້ຊົນຊັ້ນໃຫ້ ແກ່ເຂົາ ດີກວ່າຈະມາຖາມ ແລະ ຕອບເຖິງ ວັນທີ່14ກຸມພາເຊິ່ງເປັນວັດທະນະທຳ ຂອງຊາວຕາເວັນຕົກ ບັນຫາທີ່ສອງໃນໂອກາດ 01 ກຸມພາບັນດາກຳມະກອນຄວນຈະສະຫຼອງ ຜົນງານປະຈຳປີ, ຕີລາຄາດ້ານດີດ້ານອ່ອນໃນການຈັດຈັດຕັ້ງແຜນນະໂຍບາຂອງລັຖະ ບານ,ຖືເອົາໂອກາດນີ້ຕຳນິວິຈານຢ່າແຂງແຮງ,ກ້ວາງຂວາງຈາກບັນດາກຳມະກອນຊາວ ຜູ້ອອກແຮງລາວທົ່ວໆໄປ,ຍື້ນຂໍ້ສະເໜີທວງໃຫ້ລັຖະບານປ່ຽນແປງພຶດຕິທີ່ເປັນການ ຂັດຂວາງຕໍ່ການພັດທະນາປະເທດຊາດຕາມຄວາມຮູ້ສຶກຂອງຕົນ ດີກວ່າທີ່ໃຜໆກໍ່ຈົ່ມ ນ້ອຍຈົ່ມໃຫຍ່ຕາມວົງເຫຼົ້າວົງຢາ,ສະພາກາເຟ ແລະ ໃນພັນລາວທົ່ວທີບທົ່ວແດນພໍໃຫ້ ອາຍຊາວຕ່າງຊາດ ໂດຍບໍ່ມີປະໂຫຍດວ່າ: ການພັດທະນາເສດທະກິດສັງຄົມຂອງລັຖະ ບານມີອັນບົກຜ່ອງເຊັ່ນ: ພັດທະນາຊັກຊ້າ,ບໍ່ຢຸຕິທຳ,ຂາດປະຊາທິປະໄຕ,ເອົາລັດເອົາ ປຽບ,ສໍ້ລາດບັງຫຼວງ,ສໍ້ຫຼວງບັງລາດ ..... ຫຼາຍໆຄົນເວົ້າວ່າຊົນຊັ້ນນີ້ລະເປັນຜູ້ສ້າງສາປະເທດຊາດໂດຍກົງ, ບາງຄຳເວົ້າ ຂອງເລນິນມີຄວາມໝາຍວ່າ: ເມື່ອເຖິງຍຸກຄອມມູນິດມາເຖິງ ຊົນຊັ້ນອື່ນໆໃນໂລກກໍ່ ໝົດໄປໂດຍອັຕະໂນມັດ ແລະ ເວລານັ້ນຍັງຄົງເຫຼືອພຽງຊົນຊັ້ນດຽວຄື: ຊົນຊັ້ກຳມະກອນ ເທົ່ານັ້ນ ນີ້ມັນກໍ່ສະແດງວ່າກຳມະກອນມີບົດບາດສຳຄັນທີ່ສຸດໃນການສ້າງໂລກໃຫ້ ຈະເລີນ,ສົດໄສສີລິໄລ ແລະ ຖາວອນ ຖ້າຢາກໄດ້ແບບນັ້ນ ກ່ອນອື່ນບັນດາຊົນຊັ້ນກຳ ມະກອນເຮົາຄວນຍົກສູງສະຕິເປັນເຈົ້າຂອງຊົນຊັ້ນຕົນ,ຮຽນຮູ້ເຮັດ,ດຸໝັ່ນຂະຫຍັນຈີງ ຈັງ ແລະ ກ້າຫານໃນການໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອສ້າງໃຫ້ລັດເຮົາເປັນລັດແຫ່ງກົດ ໝາຍຢ່າງແທ້ຈິງ% ນີ້ແມ່ນຂໍ້ຄິດເຫັນຂອງຄົນຊົນຊັ້ນກຳມະກອນທີ່ມີອາຊີບເປັນສາວເສີບ(ກາລີ່) ທີ່ສະທ້ອນໃຫ້ເຫັນ ສະຕິຂອງຄົນລາວຕໍ່ກັບຊົນຊັ້ນໂຕເອງ
|
ຂຽນເມື່ອ: ກ.ພ.. 12, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຄຳວ່າ:( ເຝີ ) ນີ້ແມ່ນຂ້ອຍໝາຍເຖິງເຝີທ່ີເຮົາກິນຕາມຮ້ານເຝີ, ຫຼືເຝີເປັນເສັ້ນທີ່ເຂົາຂາຍຕາມຮ້ານ. ຂ້ອຍເຄີຍກິນເຝີເປັນປະຈຳແຕ່ຂ້ອຍຍັງບໍ່ຮູ້ວ່າ ໃນພາສາລາວຕົວຈິງເພີ່ນເອີ້ນວ່າຫຍັງແທ້? ບາງທ່ານເອີ້ນວ່າ(ເຝີ ຫຼື ກ້ວຍຕຽວ) ຊອກຫາຄຳຕອບບໍ່ພົບ ກໍ່ເລີຍຂໍຄວາມຊ່ວຍເຫຼືອຈາກເພື່ອນອະທິບາຍຊ່ວຍແດ່ ແລະ ພວກເຮົາຄວນເອີ້ນວ່າແນວໃດຈິງຊອດຄ່ອງກັບພາສາລາວ ເຄີຍຖາມຄົນອື່ນເພີ່ນມັກຕອບວ່າ:ຄຳວ່າ(ເຝີ)ມັນເປັນພາສາຫວຽນາມ ແລະ ຄຳວ່າ( ກ້ວຍຕຽວ)ມັນພາສາຈີນ ສ່ວນພາສາລາວເພີ່ນເອີ້ນວ່າເຂົ້າເສັ້ນ ແຕ່ຄຳເຫຼົ່ານັ້ນບໍ່ມີຫຼັກຖານອ້າງອິງ ຈິງໃຫ້ເພຶ່ອນໆປະກອບຄຳເຫັນແລະຫາທີ່ມາຂອງຄຳວ່າ(ເຝີ)ຊ່ວຍແດ່ ເພຶ່ອຄວາມຈະແຈ້ງ
|
ຂຽນເມື່ອ: ກ.ພ.. 10, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ໄຟຟ້າແມ່ນວັດຖຸຫຼືບໍ່? ທ່ານທັງຫຼາຍຄົງບໍ່ມີໃຜປະຕິເສດໄດ້ທີ່ວ່າບໍ່ໄດ້ໃຊ້ໄຟ້າຫຼືບໍ່ຮູ້ຈັກກ່ຽວກັບໄຟຟ້າ ເຖິງຈະໃຊ້ເປັນປະຈຳທຸກໆມື້ກໍ່ຕາມຂ້ອຍຍັງບໍ່ທັນເຂົ້າໃຈເທື່ອ ວ່າ: ໄຟຟ້າແມ່ນວັດຖຸຫຼືບໍ່?, ຖ້າແມ່ນວັດຖຸຈະຈັດເຂົ້າໃນພາວະໃດ? ແລະ ຖ້າບໍ່ແມ່ນວັດຖຸແລ້ວມັນແມ່ນຫຍັງ? ເຄີຍໄດ້ເຫັນນິຍາມຂອງໄຟຟ້າເອີ້ນວ່າ ( ເອເຣັກຕຣົງ) ແຕ່ຄົ້ນຫາຫຼັກຖານອື່ນຢັ້ງຢຶນໃຫ້ຊັດກໍ່ບໍ່ພົບ ແມ່ນແຕ່ ນັກວິທະຍາສາດສອງພາກສ່ວນກໍ່ມີຄຳເຫັນແຕກຕ່າງກັນໄປຄົນລະດ້ານ ນັກວິທະຍາສາດດ້ານວັດຖຸເວົ້າວ່າ: ໄຟຟ້າແມ່ນວັດຖຸ ແຕ່ນັກວິທະສາດດ້ານໄຟຟ້າພັດເວົ້າວ່າ: ໄຟຟ້າບໍ່ແມ່ນວັດຖຸ(ມັນເປັນພຽງອົງປະກອບຂອງວັຖຸເທົ່ານັ້ນ) ທັງສອງທ່ານລ້ວນແຕ່ມີເຫດຜົນຂອງໃຜລາວ, ບາງທິດສະດີຂອງນັກປາດວັດຖຸອ້າງວ່າ: 1. ວັດຖຸໃນໂລກມີ 3 ຢ່າງຄື: ພາວະແຂງ,ພາວະແຫຼວ ແລະ ພາວະອາຍ 2. ວັດຖຸທຸກເມັດຈະປະກອບມີເປືອກຫຸ້ມຫໍ່ ແກ່ນນີວເຄຼຍ, ແກ່ນນີວເຄຼຍທຸກແກ່ນຈະປະກອບມີ ເອເຣັກຕຣົງ,ໂປຣຕົຣງ ແລະ ເນີຕຣົງ 3. ວັດຖຸທຸກຢ່າງສາມາດແຍກໃຫ້ນ້ອຍລົງຈົນກາຍເປັນ(ເອເຣັກຕຣົງ) ຖືວ່າວັດຖຸທຸກຢ່າງສາມາດເຮັດໃຫ້ເກີດເປັນໄຟຟ້າໄດ້ 4. ວັຖຸທຸກຢ່າງມີ 3 ເພດຄືື: ເພດຜູ້,ເພດກາງ(ກະເທີຍ) ແລະ ເພດແມ່ (ແຕ່ບໍ່ມີທິດສະດີທີ່ຢັ້ງຢຶນວ່າໄຟຟ້າແມ່ນວັດຖຸພາວະໃດ?) ບາງທິດສະດີຂອງນັກປາດໄຟຟ້າ 1. ວັດຖຸໃນໂລກມີ 3 ຢ່າງຄື: ວັດຖຸສັກນຳໄຟຟ້າ,ເຄິ່ງສັກນຳໄຟຟ້າ ແລະ ກັ້ນໄຟຟ້າ(ບໍ່ສາມາກສັກນຳໄຟຟ້າໄດ້) 2. ວັດຖຸທີ່ສັກນຳໄຟຟ້າໄດ້ຈິ່ງສາມມາດເຮັດໃຫ້ເກີດເປັນໄຟຟ້າໄດ້ ວັດຖຸໂຕທີ່ກັ້ນໄຟຟ້າແມ່ນບໍ່ສາມມາດເຮັດໃຫ້ເກີດເປັນໄຟຟ້າໄດ້ 3. ໄຟຟ້າມີ 3 ເພດ ຄື: ໂປຣຕຣົງ(ໄຟບວກ),ເນີຕຣົງ(ໄຟກາງ,ກະເທີຍ ຫຼືໄຟເນດ),ແລະ ເອເລັກຕຣົງ(ໄຟລົບ) 4. ໄຟຟ້າແມ່ນການເຄື່ອທີ່ຂອງເອເຣັກຕຣົງໄປພົບກັບໂປຣຕຣົງ ຕາມວົງຈອນຂອງມັນ ເມື່ອຟັງສອງເຫດຜົນຂອງສອງຄົນນີ້ແລ້ວກໍ່ໜ້າຄິດຄືກັນວ່າ: ໄຟຟ້າແມ່ນຫຍັງ? ຈະເອົາຄວາມຂອງໃຜແທ້? ທ່ານ: ອ່ານແລ້ວຊ່ວຍອະທິບາຍຕາມຄວາມເຂົ້າໃຈຂອງທ່ານດ້ວຍນະ ຂອບໃຈ
|
ຂຽນເມື່ອ: ກ.ພ.. 6, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ຂ້ອຍເຫັນຍິງຄົນໜຶ່ງຢູ່ບ້ານດຽວກັນກັບຂ້ອຍນີ້ລະ, ຕອນນີ້ອາອຸ 35 ປີປະມານນັ້ນ ແຕ່ລາວບໍ່ທັນແຕ່ງງານເທື່ອ,ທຳອິດຂ້ອຍແປກໃຈວ່າເປັນຫຍັງລາວຈິ່ງບໍ່ແຕງ ທັ້ງທີ່ມີອາຊີບດີ, ຮຽນສູງພໍສົມຄວນ. ຂ້ອຍຖາມຄົນແຖວໃກ້ຈິງຮູ້ວ່າລາວເຄີຍມີແຟນຄົນໜຶ່ງໃນຊ່ວງປີ 1995 ຊາຍຄົນນັ້ນກໍ່ຢູ່ແຖວໃກ້ໆກັບບ່ອນຂ້ອຍຢູ່ນັ້ນເອງ,ມີມື້ໜຶ່ງຂ້ອຍພົບກັບຊາຍຄົນນັ້ນໃນຮ້ານເບຍ, ຂ້ອຍໄດ້ໂອກາດຈີ່ງພະຍາຍາມເຈາະຈີ້ມເລື່ອງລາວຄວາມເປັນມາຂອງເຂົາ, ຊາຍທີ່ເປັນແຟນເກົ່າຂອງລາວໄດ້,ທຳອິດຊາຍຄົນນັ້ນບໍ່ຍອມບອກ ແຕ່ສຸດທ້າຍກໍ່ບໍ່ລອດ ເພາະຊືມແດ່,ລາວເລົ່າລາຍລະອຽດດີ ແຕ່ຈະເລົ່າຄືນສູ່ຟັງບາງຕອນ. ລາວເລົ່າວ່າ: ເລີ່ມເອົາແຫວນໄປໜັ້ນກັບຍິງຄົນນັ້ນ ແຕ່ປີ 1992 ຫວັງຈະແຕ່ງເຕັມໃຈແທ້ໆ,ແຕ່ຍ້ອນຄວາມໂລພາຂອງຕໂຕເອງທີ່ບໍ່ມີເມືອງພໍ,ຄິດຊົ່ວ ແລະ ຍ້ອນນາງໃຈດຳເກີນໄປ, ພາຍຫຼັງໝັ້ນຫຍາມເປັນທີ່ຮຽບຮ້ຽ ແລະ ກໍ່ໄດ້ພິສູດຮັກກັນເຖິງໃຈກັນແລ້ວ, ໂຕເອງກໍ່ມີຄວາມໝັ້ນໃຈເຫຼືຶອເກີນວ່າບໍ່ຜິດຫວັງ, ເມື່ອຄິດໄດ້ແບບນັ້ນ ລາວຈີ່ງ ເຂົ້າໄປຈີບຍິງອີກຄົນໜຶ່ງທີ່ເປັນໝູ່ກິນສຸກກິນດີບ ຂອງນາງ(ໝູ່ແຟນໂຕເອັງ), ໂດຍມີຈຸປະສົງຫວັງຟັນຫຼີ້ນຊື່ໆ, ແຜນການຟັນດາບຂອງລາວກໍ່ທຳສຳເລັດ. ແຕ່ມັນກໍ່ບໍ່ເປັນໄປຕາມທີ່ຄາດໄວ້ ໃນເມື່ອຍິງທັງສອງທີ່ເປັນເພື່ອນກັນ,ຮັກກັນ, ຮຽນນຳກັນມາແຕ່ນ້ອຍ, ເຮັດວຽກຫ້ອງການດຽວກັນ,ນອນຫ້ອງພັກດຽວກັນ ແລະ ກິນເຂົ້າຮ່ວມພາທຸກມື້, ໄດ້ເກີດຂໍ້ຂັດແຍ່ງແບ່ງສອງຢ່າງຮ້າຍແຮງ,ຈົນເຖິງຂັ້ນໂຖ່ມນ້ຳລາຍຄາຍຂີ້ມູກໃສ່ຕໍ່ໜ້າຕໍ່ຕາກັນ, ຍິງທີ່ລາວໝັ້ນນັ້ນເປັນຄົນບໍ່ມັກປາກ,ເລິກໃນ,ໃຈດຳບໍ່ທຳມະດາ(ໃນເມືອກ່ອນ) ເມື່ອເຖິງເວລາຄິດວ່າເໝາະສົມແລ້ວ ຊາຍຄົນນັ້ນກໍ່ຮ້າງໃບຄຳຮ້ອງ,ປະຫວັດ ແລະ ຫາຜຼ້ໃຫຍ່ທີ່ສຳຄັນໄປຂໍແຕ່ງຕາມຄວາມໝັ້ນໃຈ,ແຕ່ບໍ່ເປັນດັ່ງຄິດ, ລາວໜ້າແຕກກັບທີໃນເມື່ອແຟນໂຕເອງປະຕິເສດບໍ່ຍອມແຕ່ງເດັດຂາດ,ບໍ່ປາກນຳເລີຍ, ລາວພໍຢາກມຸດດິນໜີໄປຢູ່ໂລກໜ່ວຍອື່ນເພາະຄວາມເສຍປຽບຄັ້ງນັ້ນ ແຕ່ມັນກໍ່ເປັນໄປບໍ່ໄດ້, ລາວພະຍາຍາມອດທົນ 2 ປີຈົນກວ່າຍິງຜູ້ທີ່ລາວຈີບຫຼີ້ນນັ້ນແຕ່ງງານ, ແລ້ວລາວກໍ່ຕັ້ງໃຈຊິມາຂໍອີກ ເພາະຄິດວ່າແຟນໂຕເອງໜ້າຈະລືມເລື່ອງເກົ່າໄປແລ້ວ ແລະ ຈະໃຫ້ອະໄພກັນ ແຕ່ນາງຄົນນັ້ນບໍ່ປາກນຳແມ່ນແຕ່ສຽງດຽວ. ສຸດທ້າຍຮອດປີ 1998 ຊາຍຄົນນັ້ນຕັດສິນໃຈແຕ່ງກັບຍິງອື່ນຢູບ້ານດຽວກັນນັ້ນລະ ສ່ວນຍິງຄົນນັ້ນຍັງບໍ່ທັນແຕ່ງເທືຶ່ອ,ຂ້ອຍຖາມອ້າຍນັ້ນວ່າຍິງຄົນນັ້ນບໍ່ດີບ່ອນໃດ? ,ລາວ ແລະ ເຈົ້າຍັງຮັກກັນບໍ່?, ເປັນໄປດ້ບໍ່ທີ່ຈະເລີກກັບເມຍມາຫາເຂົາ? ຊາຍຄົນນັ້ນຕອບວ່າ: ຍິງຄົນນັ້ນດີເກືອບໝົດ ມີ່ແຕ່ໃຈດຳຢ່າງດຽວ, ຕອນນີ້ຂ້ອຍກັບລາວຍັງເບິ່ງແຍງກັນຊ່ວຍເຫຼືອກັນຕະຫຼອດ ຈະຖືວ່າຍັງຮັກກໍ່ວ່າໄດ້ ແລະ ໃຫ້ຂ້ອຍປະເມຍມາເອົາຄົງເປັນໄປໄດ້ຍາກ ແຕ່ ຖ້າໃຫ້ເອົາທັງສອງຈະລອງເບິ່ງ ....555 ເຖິງຢ່າງໃດກໍ່ຕາມນີີ້ແມ່ນການເລົ່າພຽງຝ່າຍດຽວ, ຖ້າຫາກຖາມຍິງຄົນນັ້ນ ທ່ານຄິດວ່າລາວຈະມີຄຳເຫັນແບບໃດ? ແລະ ທ່ານຄິດວ່າແມ່ນໃຜແທ້ທີ່ເປັນຄົນໃຈດຳ?
|
ຂຽນເມື່ອ: ມ.ກ.. 26, 2011
| ມີ
20 ຄຳເຫັນ
ແລະ
0 trackback(s)
ໃນແບບສຳຫຼວດຂອງທ່ານໜຶ່ງຂຽນລົງໃນພັນລາວຖາມວ່າ: ຄວນປ່ຽນຊື່ຈາກາລີ່ມາເປັນຫຍັງເຊັ່ນ: 1. ສ ບ ກ ພ ( ສາວບໍລິການທາງເພດ ) 2. ສາວສວມໝວກ 3. ສາວທາງເລືອກ 4. ສາວເສຍເງິນ 5. ສາວຜ່ອນຄາຍ 6. ສາວດ່ວນ 7. ອື່ນໆ( ແມ່ນຫຍັງບອກແດ່ ) ໃນນັ້ມີຄົນໂຫວໃຫ້ໃສ່ຊື່ທີ່ 1 ນັ້ນມີ 50% ແລະ ຊື່ທີ່ 7 ມີ 50 % ໃນຈຳນວນຜູໂຫວດ 8 ທ່ານ ຂ້ອຍແມ່ນຜູ້ໜຶ່ງໃນຈຳນວນຄົນທີ່ສັງຄົມເອີ້ນວ່າ( ສາວກາລີ່ )ສາວບໍລິການ ເຮັດອາຊີບນີ້ມາເກືອບປີແລ້ວ ຕາມສູດປຸງອາຫານບາງເຍື່ອງເພີ່ນມັກຈະມີຄຳວ່າກາລີ່ຢູ່ນຳ, ມາສຶກສາເບິ່ງຕົວຈິງ ກາລີ່ເປັນຝຸ່ນອອ່ນໆສີເຫຼືອງ,
ໃຊ້ປຸງແຕ່ງອາຫານໃຫ້ມີຣົດຊາດແຊບຊ້ອຍຂຶ້ນຕື່ມ ແລ້ວມາເບິ່ງຄຳສັບໜຶ່ງອີກເພິ່ນ ວ່າສາວກາລີ່,
ເຫັນໃຜໆກໍ່ມັກເອົາມານັ່ງຮຽງຂ້າງເວລາກິນເຂົ້າ, ກິນເຫຼົ້າ,ກິນເບຍເຊິ່ງຈະເຮັດໃຫ້ເພີ່ມຣົດຊາດໃນການກິນດຶ່ມ ແຊບຊ້ອຍ, ກິນໄດ້ດີຂຶ້ນຕຶ່ມ ເມື່ອເບິ່ງສອງບັນຫາເຫັນວ່າຄ້າຍຄືກັນ........
ຖ້າຖາມວ່າຄວນປ່ຽນຊື່ກາລີ່ແນວໃດ? ໂຕນີ້ບໍ່ຄວນປ່ຽນເພາະມັນເປັນຊື່ຂອງເຄື່ອງປຸງແຕ່ງອາຫານ ແລະຈະສັບສົນລາຍຊື່ໃນສູດປຸງແຕ່ງ ເມນູອາຫານເດີມ ທີ່ເຄີຍໃຊ້ມາດົນແລ້ວ ແຕ່ຖ້າຖາມວ່າຄວນປ່ຽນຊື່ ສາວກາລີ່ ແນວໃດ?...ອັນນີ້ພໍມີຄຳເຫັນ
ຄວນໃສ່ຊື້່ວ່າ: ສາວເສີມຣົດ ບາງເທື່ອອາດຈະເໝາະດີ ເພາະສາວພວກນີ້
ຊ່ວຍເສີມຣົດໄດ້ຫຼາຍຢ່າງແມ່ແຕ່ເຫຼົ້າຂາວປຸກໆ ຖ້າຄົນອື່ນເຫຍັ້ນບາງຄົນ ວ່າກິນບໍ່ໄດ້,ຄຣຳພະຍາດ.... ແຕ່ສາວໆພວກນີ້ເຫຍັ້ນບໍ່ເຫັນວ່າຈະເຫຼືອຈັກຈອກ
ບາງຄົນອາດເຂົ້າໃຈວ່າ ກາລີ່ເປັນເລື່ອງໜ້າລ້າງກຽດແຕ່ຂ້ອຍບໍ່ເສຍໃຈຫຍັງ 555 ຕາມການສຶກສາເບິ່ງຄຸນສົມບັດອັນແທ້ຈິງຂອງ ສາວກາລີ່ ມັນບໍ່ແມ່ນເລື່ອງທຳມະດາ ໂດຍສະເພາະການບໍລິການຂອງເຂົາເຈົ້າ ຖ້າບັນດາພະນັກງານລັດບໍລິການປະຊາຊົນໄດ້ດີເທົ່າກັບສາວກ່າລີບໍລິການສັງຄົມນີ້ ຂ້ອຍຄິດວ່າ ປະເທດຊາດຈະເລີນ ໄວກວ່ານີ້
|
ຂຽນເມື່ອ: ມ.ກ.. 24, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
‘’ແມ່ເອີ່ຍມື້ນີ້ຈະຜູກແຂນໃຜ?’’ ສຳນຽງນີ້ດັງຈ້ອຍໆຂຶ້ນຈາກປາກນ້ອຍໆຂອງນາງ ນ້ອຍ ອາຍຸເກຶອບ 5 ຄອບ ກຳລັງໜ້າຮັກໜ້າຊັງ ໃນທ່າມກາງຜູ້ຄົນທັງຫຼາຍກຳລັງນັ່ງສົນທະນາ ຢູ່ໃນເຮື່ອນຂອງນາງນ້ອຍ ນັ້ນເອງ ເພື່ອເວົ້າຄວາມຢ່າຮ້າງລະຫວ່າງພໍ່ກັບແມ່ ຂອງນາງນ້ອຍ,ນາງທັງເວົ້າທັງແລ່ນກອດຫອມແກ້ມພໍ່ ແລະ ແມ່ຕາມພາສາຂອງເດັກໄຮ້ດຽງສາ ເຊີ່ງຕາມປົກກະຕິ ທີ່ນາງເຄີຍພົບເຫັນຟູງຄົນອັ່ງອໍແບບນີ້ມີແຕ່ງານຜູກແຂນອັນໃດອັນໜຶ່ງ ເປັນທີ່ຊື່ນໃຈຂອງນາງ. ແຕ່ອານິຈາ.....ງານນີ້ບໍ່ເປັນດັ່ງນາງຄິດໄ້ວ,ນາງອາດບໍ່ຮູ້ວ່າແມ່ນຫຍັງຈະເກີດຂຶ້ນ ກັບພໍ່,ແມ່ ແລະ ຕົນເອງ ນາງຈິ່ງຕຶ່ນເຕັ້ນເປັນພິເສດ. ເມື່ອມີສຽງ ‘’ແມ່ເອີ່ຍມື້ນີ້ເພີ່ນຈະຜູກແຂນໃຜ?’’ ດັງຂຶ້ນ ໄດ້ເຮັດໃຫ້ສຽງຂອງທຸກຄົນທີ່ມາຮ່ວມເວົ້າຄວາມເຊີ່ງມີທັງເຖົ້າແກ່, ການຈັດຕັ້ງ ແລະ ຍາດພີ່ນ້ອງສອງກ້ຳສອງຝ່າຍທີ່ພວມສົນທະນາຢູ່ນັ້ນ ຕ້ອງມິດງຽບໄປຊົ່ວໄລຍະໜຶ່ງເພາະໃຜໆກໍ່ຄິດນຳຄຳຖາມ ຂອງເດັກຕາດຳໆໄຮ້ດຽງສາຄົນນີ້,ບາງຄົນໃຈອ່ອນແດ່ ກໍ່ຕ້ອງມີການຊີດຂີ້ມູກ, ນ້ຳຕາເພາະຄວາມເມດຕາສົງສານ ແຕ່ການເວົ້າຄວາມກໍ່ບໍ່ໄດ້ໂຈະຍັງດຳເນີນຕໍ່ໄປ ເລື່ອງລາວທີ່ຄູ່ຜົວເມຍນີ້ຕ້ອງໄດ້ເວົ້າຄວາມກັນມີດັ່ງນີ້: ເຂົາແຕ່ງານກັນໄດ້ 6 ປີແລ້ວຜົວເປັນພະນັກງານ,ສ່ວນເມຍເປັນປະຊາຊົນ ຂາຍເຄື່ອງຢູ່ຕະຫຼາດ,ທັງສອງກໍ່ງາມສົມຄູ່ກັນຢູ່,ຖານະດີທຳມະດາ, ມີລົດກະບະ 1ຄັນ, ມີເຮືອນຂະຫຍາດ 7x8ແມດັ 1ຫຼັງ,ໝູ່ຄູ່ນິຍົມຊົມຊອບ, ສັງຄມົນັບໜ້າຖືຕາ. ແຕ່ຕໍ່ມາຜົວຖຶກໄປຮຽນຕໍ່ປີ 2007 ປະລິນຍາຕີ 5 ປີ ໃນປີທຳອິດທັງຄູ່ຍັງມີຄວາມສຳພັນກັນດີ ຜູ້ເປັນເມຍຍັງສົ່ງເງິນໃຫ້ຜົວຮຽນຕາມປົກະຕິ ແຕ່ພໍຮອດປີທີ່ສອງ ການພົວພັນຂອງຜົວເລີ່ມຫ່າງອອກ,ບໍ່ຢາກກັບບ້ານມາຢື໊ຢາມ ຖາມຂ່າວເມຍເລີຍ ແມ່ກະທັ້ງເມຍກັບລູກໄປຍາມຜົວກໍ່ຍັງບໍ່ຢາກຕ້ອນຮັບ, ຍັງເຊື້ອງຕົວຕາມຮູບແບບຂອງຄົນນອກໃຈເມຍ,ໃນເມື່ອເມຍຮູ້ ວ່າຜົວມີຜູ້ສາວຄອຍເອົາໃຈແລ້ວ,ຜູ້ເປັນເມຍກໍ່ຂາດສະຕິເນື່ອງຈາກມີຄົນອື່ນ ເຢາະເຢີ້ຍ,ແຊກແຊງຊັກຊວນຫຼາຍຢ່າງໃນທີ່ສຸດຜູ້ເປັນເມຍຈິງຕັດສິນໃຈ ລອຍນວນໄປຕາມກະແສຂອງຄົນເຢີ້ຍ,ຕິດໝູ່ຕິດຄູ່ຫຼີ້ນກິນເພື່ອລະບາຍ ຄວາມກຸ້ມຂອງຕົນກາຍເປັນຄົນທີ່ນອກໃຈຜົວຄຶນອີກຊ້ຳ, ລົດກະບະທີ່ມີກໍ່ຕົກລົງຂາຍມາປັນກັນໃຊ້ຈ່າຍຈົນໝົດ ແລະ ກໍ່ເປັນສາຍເຫດໃຫ້ທັງຄູ່ຕ້ອງໄດ້ເວົ້າຄວາມຢ່າຮ້າງກັນ ເຖິງວ່າທຸກຝ່າຍຮູ້ວ່າການຢ່າຮ້າງມັນໄດ້ສ້າງຄວາມເຈັບປວດໃຫ້ແກ່ເຂົາ, ສິນສົມສ້າງເຫຼືຶອພຽງເຮືອນຫຼັງດຽວກໍ່ຕ້ອງແບ່ງປັນເປັນ 3 ສ່ວນ ຄື: ຜົວ 1 ສ່ວນ,ເມຍ 1 ສ່ວນ ແລະ ລູກ 1ສ່ວນ, ຖານະຄວາມເຊື້ອຖືຕົກຈາກເຄີຍມີບວກຫ້າ(+5 )ກາຍມາເຫຼືສູນ(0)
ແຕ່ຕ່າງຝ່າຍກໍ່ບໍ່ສາມມາດກັບຄຶນຫາກັນໄດ້ອີກແລ້ວ ເພາະຄວາມຜິດຂອງແຕ່ລະຄົນມັນກາຍຂີດທີ່ຈະຕ້ອງອະໄພໃຫ້ກັນແລ້ວ ການຢ່າຮ້າງຂອງເຂົາເຖິງວ່າເປັນເລື່ອງສ່ວນຕົວຂອງເຂົາກໍ່ຕາມ ແຕ່ກໍ່ມັນກໍ່ໄດ້ສ້າງຄວາມສະເທືອນໃຈໃຫ້ກັບຍາດພີ່ນ້ອງ ແລະ ຜູ້ຄົນທີ່ຊາບຂ່າວອັນລະອຽດຂອງເຂົາ ທີ່ຄິດສົງສານເດັກນ້ອຍທີ່ໄຮ້ດຽງສາເຊີ່ງມາຮອດປະຈຸບັນນີ້ ນາງນ້ອຍຄົນນັ້ນ ຍັງບໍ່ທັນຮູ້ເທື່ອວ່າ ພໍ່ຂອງເຂົາຈະບໍ່ມີໂອກາດກັບມາອູ້ມກອດ,ຈູບຫອມ ແລະ ໃຫ້ຄວາມອົບອຸ່ນຄືແຕ່ກ່ອນອີກແລ້ວ ແລະ ກໍ່ເປັນອຸທາຫອນສອນໃຈໃຫ້ກັບທຸກຄົນທີ່ຢູ່ຫ່າງໄກກັນ ບໍ່ວ່າຈະເປັນກໍລະນີແບບໃດກໍ່ຕາມ ຄວນໄດ້ຖືເປັນສຳຄັນ ໃນຄວາມພະຍາຍາມໃກ້ຊິດກັນເທົ່າທີ່ຈະເຮັດໄດ້, ຕາມຄວາມຄິດຂອງຂ້ອຍເຄີຍຖາມຜູ້ສຳຄັນຫຼາຽຄົນເພີ່ນຕອບວ່າ ຖ້າຜົວເມຍຫ່າງກັນຢ່າໃຫ້ກາຍ1 ເດືອນຫາກມີເງື່ອນໄຂຄວນຍາດເວລາມາກິນເຂົ້າຮ່ວມຄອບຄົວ ຫຼືໂທຖາມສະພາຍທຸກສຸກຂອງກັນແລະກັນສະແດງຄວາມຫ່ວງໄຍຕໍ່ກັນ ຖ້າບໍ່ດັ່ງນັ້ນລ້ວນແຕ່ມີຄວາມສ່ຽງສູງ ກັບສະພາບຫຍຸ້ງຍາກຂອງຄອບຄົວແບບນີ້
|
ຂຽນເມື່ອ: ທ.ວ.. 29, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ເຫັນມາຕັ້ງນານແລ້ວທີ່ພະນັກງານວັດທະນະທຳລົງເກັບເງິນຄ່າຄຸ້ມຄອງບັນດາປ້າຍ ແລະ ຮ້ານພິມ,ຈຳໜ່າຍສິ່ງພີມ
ຫຼາຍຢ່າງກໍ່ເຮັດໄດ້ດີເຊັ່ນ: ປ່ຽນເນື້ອໃນປ້າຍໂຄສະນາຂອງບ້ານພັກໃນເມື່ອກ່ອນ ມາເປັນເຮື່ອນພັກໃນປະຈຸບັນ.....
ແຕ່ເຖິງຢ່າງໃດກໍ່ຕາມຍັງເຫັນຈຸດໜຶ່ງທີ່ຄວນຈະແກ້ໄຂ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ ນັ້ນກໍ່ຄື: ການພິມເນື້ອໃນບັດເຊີນໃນງານດອງ
ຂອງບັນດາຮ້ານພິມ,ຈຳໜ່າຍສິ່ງພິມ ລ້ວນແຕ່ພິມບໍ່ຖຶກຕ້ອງຕາມຄຳສັບພາສາລາວເປັນຕົ້ນ: ພິທີສູ່ຂວັນຈະໄດ້ຈັດຂຶ້ນທີ່ບ້ານເຈົ້າສາວ,ບ້ານ..
ຄວນຈະພິມວ່າ: ພິທີສູ່ຂວັນຈະໄດ້ຈັດຂຶ້ນທີ່ເຮື້ອນເຈົ້າສາວ,ບ້ານ.. ບັນຫານີ້ບໍ່ແມ່ນຫາກໍ່ເກີດ ແຕ່ມັນເປັນມາຕັ້ງນານແລ້ວ ແລະ ບັນດານັກຂ່າວ,ສື່ມວນຊົນ,ຜູ້ຄຸ້ມຄອງດ້ານນີ້ກໍ່ເຫັນເຕັມຕາຮູ້ເຕັມໃຈ
ແຕ່ບໍ່ເຫັນຕຳນິວິຈານຜ່ານສື່ ຫຼືມີວິທີໃດໆແກ້ໄຂ ຫຼືວ່າ: ຮູ້ແຕ່ເກັບເງິນຄ່າຄຸ້ມຄອງແຕ່ບໍ່ຮູ້ຄຸ້ມຄອງ?
|
ຂຽນເມື່ອ: ທ.ວ.. 23, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
À´ˆºÀ»ö¾-À©óນ꾤-À¢í¾-į-À«ò¤-½£ºນ͸¤¸¼¤-¥ñ-ນÃ-À¸ì¾-áÉ-´¤-À¢í¾¡¾ນ Áì½ -´¤-Àìó¡¡¾ນ Áນ່ນºນ-ªÉº¤--À¹ນñºÉ¾¨-ª¿Í¸©¥¾ì½-¥ºນ-Ãນ-§÷©-À£ˆº¤-Á®®-Àªñ´ªö¸-£¾®-Ͼ¡¹¸ó©-À¯‰¾-©ñ¤-ªó-©......Å....Å-....²Éº´-êñ¤-®¡-´õ-§É¾¨Œ¢¸¾,§É¾¨Œ¢¸¾-µÈ¾¤-®Ò-µ÷©-®Ò-À§ö¾,£õ®Ò-»øɺò©-À´ˆº¨ -À²õúºì½®¾¨¡¾ນ¥¾ì½-¥º-ê†-ªò©-¢ñ©,§È¸¨-ùÉ-¦ñ¤£ö´-¦½¹¤ö®-¯º©-IJ ¥÷©-ê†-À¹ñ-¸È¾-Îñ¡Îȸ¤-¡¸È¾-ÏøÈ-Á´Èນ ¦¾´-Á¨¡-IJ-Á©¤-²-²½-Àນö¾,¦†-Á¨¡-ij-Á©¤-꾩͸¤,Îɾ-ª½Í¾©¦ó-ã -Áì½ ¥÷©-ºˆÅ-ê†-®Ò-Ä©ÉÀº†¨-Ïö© -À¹ñນ-Áìɸ-£ò©-ºó-ªöນ ¢ð-§ö´-À§ó¨ ນ້¿-Ã¥-ºö©êöນ-²½¨¾¨¾´-¢º¤-ª¿Í¸©ì¾¸ -ÁªÈ-£¼¤-£øÈ¡ñ˜ນ¡Ò-¨ñ¤-´ó-¦¼¤-Ͼ¡¹¸ó©-¢º¤-°øÉ-®È¾¸-ª¿Í¸©¥¾ì½-¥ºນ¥¿ນ¸-ນΈ¤ê†-À¯ນñª¾-À®ˆº-Îú¾¨ê†-¦÷©-˜£õ: ¦¼¤-Ͼ¡¹¸ó©-©ñ¤-ຂຶ້ນÁìɸ-Ä©É-À¦¨-À¤òນ ,¦¼¤-Ͼ¡¹¸ó©-ê†-¸È¾ນ-š´ñ¡-©ñ¤-¢›ນ¡ñ®-ìö©-ù¨È-ê†-ªò©-¯É¾¨-¦ó¢¾¸,¯É¾¨-ªÈ¾¤-Á¢¸¤ -Áì½ ìö©¥ñ¡-¥¿ນ¸-ນໜຶ່ງê†-®Ò-윤Îɾ ¦È¸-ນ¯É¾¨-¦ó-ºˆນ -Áì½ ¯É¾ຍ-¡¿-Á²¤-À«ò¤-¥½-´ó-¦¼¤-©ñ¤ÁªÈ-¡ໍ່ນÒ-ɺ¨-ê†-¦÷©,¥÷©-ê†-¦¼¤-Ͼ¡¹¸ó©-Á®®-š´ñ¡-©ñ¤-¢›©ó¡-¸È¾-ÏøÈ-Á´È-¥÷©¦†-Á¨¡-ij-Á©¤-ª½Í¾©§º®-¯†-¤´ð-®Èº-ນ´ó-¯É¾¨-À®¨-쾸-ªò©-§,¥÷©ªÒÎɾ-¦½Î¾´-®ò-¸ñ©-Ī Áì½ ¥÷©-¦†-Á¨¡-ij-Á©¤-κ¤-®ºນ. êȾ»øÉ®Ò-¸È¾--À¢ö¾-£ò©-Á¸-é-¥ò¤-´ñ¡-À¯‰¾-¹¸ó©-¡ñ®-ìö©-¯½-À²©-š? ª¾´-ê†-¢Éº¨-ªó-ì¾£¾-À¢ö¾-º¾©-£ò©-¸È¾: ¯É¾¨-¢¾¸-À¯ñນ-¯É¾¨-ê÷ì½-¡ò©-ªÉº¤-À¯ñ-ນ£ö-´ó-À¤òນ,£ö-ນªÈ¾¤-Á¢¸¤-´¾-Ä¡-ªÉº¤-³É¾¸-¡ñ®-®É¾ນ-ÁນÈນºນ-ªÉº¤-´ñ¡¤È¾¨. -À´ˆº-£ò©-Ä©É-Á®®ນ-˜ນ¢Éº¨-¥ò¤-¯È¼ນ-¯É¾¨-ìö©¢º¤-¢Éº¨-´¾-À¯ນñ-¯É¾¨-¡¿-Á²¤ ນñ®-ÁªÈ-ນ˜ນ´¾-À¯ñນ-À¸ì¾ 2 ¯ó-Áìɸ-ìö©¢º¤-¢Éº¨-®Ò-êñນ-Ä©É-À¦¨-À¤ò-ນ£È¾-¦¼¤-Ͼ¡¹¸ó©-Àìó¨ -À«ò¤-¥½-©ñ¤-¢›ນ®¾¤-£˜¤£¾¸-ÁªÈ-¡Ò-²ð-À¸í¾¡ñ-ນÄ©É «É¾-À¸í¾-À«ò¤¦½ªò,-´¾ì½¨¾©-¢º¤-ñ¡-¢ñ®-¢†-µøÈ-ªÈ¾¤-Á¢¸¤ -Íõ ½£ºÍ¸¤-ðÅ-¡Ò£õ-¡ñ˜-ì½ ®Ò-À§ˆº-¡Ò-캤-¡¸©-À®…¤, 캤-À¯‰¾-À®…¤-Ïö©-ê÷¡-£ñ-Ã-½£ºÍ¸¤´ñ-¡Ò-ªÉº¤-À¥ó½-ÁນÈນºນ
|
ຂຽນເມື່ອ: ພ.ຈ.. 24, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ຄຳວ່າປະຊາທິປະໄຕຂອງສື່ມວນຊົນລາວ ມັນສະແດງອອກຫຼາຍດ້ານ,ຫຼາຍບ່ອນ ແຕ່ເຮົາຂໍຍົກໃຫ້ເຫັນບ່ອນທີ່ໃກ້ຕົວພວກເຮົາທີ່ສຸດ ນັ້ນກໍ່ຄື: ມັນສະແດງອອກທີ່ພັນລາວນີ້ເອງ
ພັນລາວເປັນສື່ຂອງຄົນລາວ, ພັນລາວໄດ້ເປີດໂອກາດໃຫ້ທຸກຄົນ ລວມທັງສື່ມ່ວນຊົນລາວທຸກສື່ສາມາດ ເຂົ້າເຖິງ,ຮູ້ໄດ້,ສະແດງຂໍ້ຄິດເຫັນ ແລະ ສຳຫຼວດຂໍ້ຄິດເຫັນຂອງສັງຄົມ ທຸກເລື່ອງ
ຈະເປັນຂ່າວສານ,ຕະລົກຊວນຫົວ,ສາລະບັນເທິງ.....ທີ່ເປັນຕົວໜັງສື,ສັນຍາຫຼັກ,ຮູບພາບ,ກຣິບວິດີໂດ, ສຽແສງສີ... ຜ່ານພັນລາວອອກສູ່ສັງຄົມ
ພົນລະເມືຶງລາວຂອງພວກເຮົາສ່ວນໜຶ່ງຍັງບໍ່ທັນເຂົ້າໃຈເຖິງສິດປະຊາທິປະໃຕຂອງຕົນດ້ານສື່ມວນຊົນ, ຍັງຖຶເບົາ ບໍ່ຮູ້ນຳໃຊ້ສິດຂອງຕົນຕາມກົດໝາຍ
ກົດໝາຍສື່ມວນຊົນ ມາດຕາທີ່ 16 ຂຽນວ່າ:
ພົນເມືອງລາວ ມີສິດເສລີພາບກ່ຽວກັບຂໍ້ມູນຂ່າວສານ ຜ່ານສື່ມວນຊົນດັ່ງນີ້:
1 ເຂົ້າເຖິງ ແລະໄດ້ຮັບຂໍ້ມູນຂ່າວສານ ກ່ຽງກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວ່າຮູ້, ສາລະບັນເທິງ ແລະ ອື່ນໆ
2 ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນ ຢ່າງຖຶກຕ້ອງ, ຊັດເຈນ, ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽງກັບ ເນຶ້ອໃນຂໍ້ມູຂ່າວສານນັ້ນ.
ຜ່່ານມາພົນລະເມຶອງລາວເຮົາບໍ່ຄ່ອຍສົນໃຈເລື່ອງກົດໝາຍສື່ມວນຊົນ, ບໍ່ແຈ້ງເຫດ ຫຼື ປະກົດການຂອງສັງຄົມຕາມທີ່ຕົນເອງພົບ ເຫັນໃຫ້ແກ່ສື່ມວນຊົນ ຕາມກົດໝາຍຂໍ້ 2 ໄດ້ຂຽນໄວ້
ໃນເມືອພົນລະເມຶອງບໍ່ແຈ້ງຕໍ່ສື່ ສື່ກໍ່ບໍ່ມີຂໍ້ມູນ, ບໍ່ມີຫຼັກຖານ ແລະ ສື່ກໍ່ບໍ່ສາມາດສະເໜີຂ່າວໄດ້ (ໂດຍສະເພາະຂ່າວໃນທາງລົບ ແລະ ກ່ຽວພັນກັບຄຸກຄົນ ຫຼື ການຈັດຕັ້ງກໍ່ຕາມ)
ເພາະພົນລະເມືອງລາວທຸກຄົນກໍ່ມີກົດໝາຍປົກປ້ອງເຂົາຢູ່ຄືກັນ ສະນັ້ນ: ພົນລະເມືອງລາວທຸກຄົນຄວນສຶກສາກົດໝາຍສື່ມວນຊົນໃຫ້ເລິດເຊິງ ເພຶ່ອແຈ້ງຂ່າວ ແລະ ຕອບຂ່າວຜ່ານສື່ມວນຊົນໃຫ້ກ້ວາງຂວາງຂຶ້ນຕື່ມ
|
ຂຽນເມື່ອ: ພ.ຈ.. 20, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ຕາມທີ່ຂ້ອຍໄດ້ຕິດຕາມກໍ່ຄືຫຼາຍຄົນໃຫ້ຄຳເຫັນວ່າ: ການຖ່າຍທອດສົດຂອງ ທຊລ 3 ເປັນຕົ້ນການຖ່າຍທອດສົດ ເຕະບານຫຼາຍນັດຜ່ານມາຫຼືກິລາປະເພດອື່ນກໍ່ຕາມ ປະກົດວ່າບໍ່ມັກເຫັນພາບຊ້າ(ມີບໍ່ຫຼາຍ,ບໍ່ຄົບຖ້ວນ)
ເຊັ່ນການເຮັດຜິດກະຕິກາ,ການໄດ້ປຽບເສຍປຽບຂອງແຕ່ລະຝ່າຍ,ລູກເດັດໆຕະຫຼອດຮອດຄວາມສາມາດສະເພາະໂຕຂອງນັກກິລາ ແລະ ຈຸດເດັ່ນຂອງກອງເຊຍ ບໍ່ຄ່ອຍເຫັນເທົ່າທີຄວນ ນອກນັ້ນມູມກ້ອງກໍ່ມູມດຽວຫຼື 2-3 ມູມສູງສຸດ
ທັ້ງທີ່ພາບເຫຼົ່ານັ້ນສັງຄົມສົນໃຈຢາກເຫັນເພາະເຫັນບໍ່ຄັກ,ຢາກເບິ່ງຄຶນໃຫ້ຈະແຈ້ງ ແລະ ຈະນຳໄປເປັນບົດນຽນອັນລ້ຳຄ່າຂອງຕົນ ເຖິງຈະຜິດຫຼືຖຶກ,ໄດ້ຫຼືເສຍກໍ່ຕາມໃຫ້ມັນແຈບໃຈ
ການທີ່ເຮົາບໍ່ຕອບສະໜອງສິ່ງເຫຼົ່ານນັ້ນກໍ່ແມ່ນສາຍເຫດໜຶ່ງທີ່ພາໃຫ້ຜູ້ຊົມງຸດງິດ,ເບຶ່ອໜ່າຍກັບການຊົມ ,ສ້າງກະແສແນວຄິດບໍ່ເປັນເອກະພາບກັບການຕັດສິນ,ກັບນັກກິລາ ແລະ ຜູ້ຊົມຜູ້ເຊຍຂອງຝ່າຍກົງກັນຂ້າມ ແທນທີ່ຈະດຶງດູດຜູ້ຊົມຜູ້ເຊຍ ສຸດທ້າຍແຟນກິລາເສຍໃຈກຳລັງໃຈ ທັ້ງທີ່ເຫດການທີ່ເກີດບໍ່ມີບັນຫຍັງ ອີກອັນໜື່ງ ການຖ່າຍທອດສົດງານສະແດງ 450 ໃນຕອນກາງຄຶນບາງຕອນບໍ່ຄົມຊັດມັກເປັນສີແດງທັງເວທີໄປເລີຍ ທັ້ງທີ່ເວທີ ແລະນັກສະແດງໃສ່ຊຸດບັກງ່າມໆ ແຕ່ອອກໃນໂທລະພາບບໍ່ເປັນຕາເບິ່ງ
ກໍລະນີແບບນີ້ອາດເກີດຂຶ້ນຫຼາຍສາຍເຫດເຊັ່ນ: ອຸປະກອນບໍ່ພຽງພໍ,ບໍ່ມີຄຸນະພາບ ແລະ ເຕັກນິກມີປະສົບການໜ້ອຍ ແຕ່ເຖິງຢ່າງໃດກໍ່ຕາມ ສັງຄົມກໍ່ເຂົ້າໃຈພຽງດ້ານດຽວຄື: ຄວາມຮັບຜິດຊອບຂອງສື່ມວນຊົນເທົ່ານັ້ົ້ນ
ນີ້ກໍ່ໜ້າເຫັນໃຈສື່ມວນຊົນລາວ ອຸດທິທັງໃຈ ແລະ ກາຍເພຶ່ອສັງຄົມທຸກຢ່າງ ຈົນເວົ້າໄດ້ວ່າ:( ເປັນສື່ບໍ່ເຄີຍຮັ່ງມີ) ສຸດທ້າຍ ສັງຄົມກໍ່ຍົນຄວາມຮັບຜິດຊອບໃຫ້ຜູ້ດຽວ
ຊ່າງເທາະເພື່ອນເອິຍບູຮານຍັງກ່າວວ່າ:
ເປັນເຈົ້າຊ້າງ ຍັງໄດ້ຍ່າງທາງດິນ
ເປັນອິນພົມ ຍັງໄດ້ມາໃຊ້ຊາດ
|
ຂຽນເມື່ອ: ພ.ຈ.. 12, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ລະບອບສັກດີນາຂະຫຍາຍຕົວຢູ່ລາວເຮົາພຽງແຕ່ໃນໄລຍະຕົົ້ເທົ່ານັ້ນ ແລ້ວລາວເຮົາກໍ່ກ້າວກະໂດດຂ້າມໄປສູ່ລະບອບໃໝ່ ເຊິ່ງເອີ້ນວ່າລະບອບປະຊາທິປະໄຕປະຊາຊົນໃນປະຈຸບັນນີ້ເອງ ໃນວັນທີ່ 2 ທັນວາ 1975 ທຽບໃສ່ຊາດອື່ນແລ້ວຖືວ່າ ລະບອບສັກດີນາຂະຫຍາຍຕົວຢູ່ລາວໜ້ອຍທີ່ສຸດ ຖ້າທຽບໃສ່ເຂົ້າໝ່າກໍ່ຖືວ່າຍັງບໍ່ທັນເນີ່ປານໃດ, ໜື້ງກໍ່ບໍ່ຢາກສຸກ ຖ້າຢາກສຸດີກໍ່ຕ້ອງຕົ້ມນ້ອຍໜຶ່ງກ່ອນ ເຮົາເວົ້າກັນວ່າ: ລາວໄດ້ພົ້ນຈາກລະບອບສັກດີນາ 100% ແລ້ວ ແຕ່ເບິ່ງໄປແຈໜຶ່ງຍັງເຫັນວ່າຄົນລາວບໍ່ທັນພົ້ນຈາກລະບອບສັກດີນາໄດ້ 100% ເທື່ອ ສະແດງອອກກັບນິດໄສຂອງຄົນລາວ ນັບທັງເຈົ້ານາຍຊັ້ນຜູ້ໃຫຍ່,ຂ້າຣາຊະການທົ່ວໄປ,ຄົນມີເງິນ ແລະ ປະຊາຊົນທຳມະດາຈຳນວນໜຶ່ງ ມັກຈະຈັບຈອງດິນ,ຊື້ດິນໄວ້ຫຼາຍຕອນ ບໍ່ວ່າຈະເປັນດິນປຸສ້າງ,ດິນທຳການຜະລິດ ແລະ ດິນເປົ່າວ່າງ ແທນທີ່ຈະໃຊ້ທຶນ ຫຼື ປັນຍາທີ່ຕົນມີ ເຮັດໂຮງຈັກໂຮງານ ຫຼື ທຳທຸລະກິດອື່ນໆໃຫ້ເງິນໝູນວຽນໄວພັດບໍ່ພາກັນເຮັດ ຈາກເຫດຜົນນີ້ຂ້ອຍຄິດວ່າວີນຍານຂອງລະບອບເກົ່າຍັງສິງຢູ່ໃນນິໄສຂອງຄົນລາວເຮົາຢູ່ ທ່າຄິດວ່າແນວໃດ? ພົ້ນ 100% ຫຼືຍັງ? ໃຫ້ເຫດຜົນດ້ວຍນະ
|
ຂຽນເມື່ອ: ພ.ຈ.. 10, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ທ່ານເຄີຍເປັນບໍ່? ໃນເວລາເຮົາຫຍຸ້ງກັບໜ້າທີ່ການງານຫຼາຍເກີນໄປມັກຈະໃຊ້ຄວາມຄິດຫຼາຍ ແລະ ເປັນສາຍເຫດໃຫ້ຄົນເຮົານອນບໍ່ຫຼັບ(ຫຼັບບໍ່ລົງ)
ມາລອງໃຊ້ວິທີນີ້ກັນເບິ່ງ ຕາມທີ່ຂ້ອຍໄດ້ໃຊ້ມາຫຼາຍຄັ້ງນັບບໍ່ໄດ້ເຫັນວ່າໄດ້ຜົນ 100% ແຕ່ໃຊ້ໃນເງື່ອນໄຂທີ່ສຸກກະພາບປົກກະຕິ(ບໍ່ເຈັບປ່ວຍ)
ບ່ອນນອນກໍ່ສະດວກປົກກະຕິ ແຕ່ວ່າຕັ້ງນອນບໍ່ຫຼັບຍ້ອຍແນວຄິດບໍ່ສະຫງົບ
ງາ່ຍໆນ້ອຍດຽວ:
ພຽງແຕ່ນອນຕາມທ່ານອນທີ່ສະບາຍ ແລ້ວນັບໃນໃຈ(ບໍ່ໃຫ້ມີສຽງ)
ເລີ່ມແຕ່ 1 ລຽງຂຶ້ນໄປຈົນຮອດ 100 ບໍ່ໃຫ້ຂ້າມ,ບໍ່ໃຫ້ຫຼົງ ຫາກຫຼົງໃຫ້ເລີ່ມ 1 ໃຫມ່
ນັບຮອດ 100 ແລ້ວໃຫ້ຕັ້ງໃໝ່ ເຮັດແບບນັ້ນຕໍ່ໆໄປຈົນກວ່າມັນຈະຫຼັບເອງ ລອງໃຊ້ເບິ່ງ ຫາກໄດ້ຜົນຢ່າລືມຊົມເຊີຍຈອກໜຶ່ງເດີ່
|
ຂຽນເມື່ອ: ພ.ຈ.. 10, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ຂ້ອຍຮູ້ແຕ່ຖາມ ແຕ່ບໍ່ຮູ້ຄຳຕອບ ພົນລະເມືອງລາວມາຊ່ວຍກັນຄິດ ແລະ ຊ່ວຍກັນຕອບເບິ່ງດູ່ວ່າ ອັນໃດຄືຕົ້ນເຫດ,ຈະແກ້ແນວໃດ? ນານປານໃດຈິງແກ້ແລ້ວ
|
|
|