ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ຊາດລາວເຮົາເປັນຊາດນ້ອຍ ພົນລະ ເມືອງບໍ່ຫຼາຍ.

ໃນປະຫວັດສາດກ່າວໄວ້ວ່າຊາດລາວມີປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື່້ອຍາວນານ.

 

ປະເທດລາວອຸດົມສົມບຸນດ້ວຍຊັບໃນດິນສິນໃນນ້ຳ,ປ່າໄມ້,ແມ່ນ້ຳລຳເຊທີ່ເປັນແຫຼ່ງພະລັງງານໄຟຟ້າ,ບໍ່ແຮ່ທາດ,ອາກາດຮ້ອນຊຸ່ມສົດຊື່ນດີ.

ຄົນລາວເປັນຄົນນິໄສດີ,ດຸໝັ່ນຂະຫຍັນ,ສາມັກຄີປອງດອງ,ໂອບເອື້ອອາລີ.

ເປັນຊາດໜຶ່ງທີ່ມີຄວາມສະບາຍທີ່ສຸດ,ບໍ່ມີແຜ່ນດິນໄຫວ,ພູໄຟລະເບີດ,ເຖິງຈະແລ້ງ ແລະຖ້ວມຄົນລາວກໍ່ຍັງສະບາຍ,ບໍ່ເຄີຍວຸ້ນວາຍຄືຊາດອື່ນ.

ສະພາບເສດຖະກິດຂອງເຮົາຕອນນີ້ຍັງອ່ອນນ້ອຍແຕ່ກໍ່ພູມໃຈແລ້ວ ເພາະຊີວິດຈິງຂອງຄົນລາວບໍ່ເຄີຍລ້ຳບາກຈົນເຖິງຂັ້ນກິນບໍ່ໄດ້ນອນບໍ່ລັບ,  ຫຼື ຕາຍຍ້ອຍຂາດອາຫານ.

ເຖິງວ່າຊາດອື່ນຈະດູມິ່ນປະມາດຊາດລາວກໍ່ຕາມ ພວກເຮົາເປັນຄົນລາວຕ້ອງພູມໃຈໃນຄວາມເປັນລາວ.

ຊ່ວຍກັນຄິດຊ່ວຍກັນສ້າງ,ວັນໜຶ່ງຂ້າງໜ້າຈະດີຂຶ້ນ,ພວກເຮົາບໍ່ຄວນເພີ່ງພາຊາດອື່ນ, ບໍ່ຄວນສໍ້ກົງກັນຫຼາຍ,ບໍ່ຄວນເຮົາລັດເອົາປຽບຄົນລາວດ້ວຍກັນ,ຄົນລາວເຮົາມີຄວາມສຸກພໍແຮງ ຖ້າເຮົາດີ້ນຮົນເກີນໄປມັນຈະເປັນທຸກແກ່ພວກເອງ

ຄວາມສຸກຂອງຄົນລາວຢູ່ບໍ່ໄກຫາກຄົນລາວເຮົາຮູ້ດຶງເອົາມັນມານຳໃຊ້

(ບໍ່ມີໃຜຮັກລາວ ເໝືອນລາວຮັກລາວ)