ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2014 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ປະຈຸບັນກຳລັງມີພາບໂປ້ເືປືອ ແຊຕາມໂຊເຊ່ຍມີເດຍຢ່າງແພ່ຫຼາຍ ເຫດການນີ້ໄດ້ເກີດຂຶ້ນກັບຍິງຄົນໜຶ່ງຊື່ ດ ເດັກ ນາມສົມມຸດ ຢູ່ບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ນາງ ອອກມາຍອມຮັບ ແລະຂໍໂທດນຳສັງຄົມວ່າ: ຕອນທີ່ຖ່າຍພາບດັ່ງກ່າວຕົນບໍ່ໄດ້ຕັ້ງໃຈ ເປັນຕອນກຽມອາບນ້ຳ ພາຍຫຼັງແກ້ຜ້າແລ້ວຈະເຂົ້າຫ້ອງນ້ຳ ແຕ່ຕອນນັ້ນຍັງມີລູກນ້ອຍ ສອງຄົນກຳລັງອາບຢູ່ໃນຫ້ອງອາບ ຕົນຈິ່ງໄດ້ແຍງແວນ (ກະຈົກ) ລໍຖ້າລູກອາບກ່ອນ ບັງເອິນເຫັນໂທລະສັບ ໄອໂຟນ ຂອງນ້ອງສາວປະຢູ່ແຖວນັ້ນ ຕົນຈິ່ງຈັບມາຖ່າຍພາບຂອງຕົນທີ່ໂຊຢູ່ໃນແວ່ນ ປະມານ 4 ຊັອດ (ເປັນພາບຕອນກຽມພາບນ້ຳນັ້ນລະ ຕອນນີ້ພາບຢູ່ນຳຂ້ອຍກໍ່ມີ ແຕ່ບໍ່ກ້າພົດລົງ ເພາະມັນໂປ້) ຖ່າຍແລ້ວ ນາງກໍ່ລືບ ທັນທີ ແຕ່ນາງບໍ່ເຄີຍໃຊ້ໂທລະສັບລຸ່ນນັ້ນ,ໜ່ວຍນັ້ນ.ໜ່ວຍດັ່ງກ່າວເປັນໂທລະສັບທີ່ ແຟນຂອງນ້ອງສາວ ຊື້ໄຫ້ນ້ອງສາວ ລາວຕັ້ງຫຍັງລົງໄປເພື່ອຕິດຕາມການເຄື່ອນໄຫວຂອງນ້ອງສາວກໍ່ບໍ່ຮູ້ ຖ່າຍແຕ່ລະຊັອດເຫັນແຈ້ງໜ້າຈໍວ່າກະຈ່າຍ ນາງ ບໍ່ຮູ້ຈັກຫຍັງ ກໍ່ກົດໄປຕາມພາສາບໍ່ຮູ້,ພາຍຫຼັງຖ່າຍລາວຍັງໄປໃຫ້ຊ່າງໂທລະສັບລົບອອກແລ້ວ ແຕ່ຫຼັງຈາກນັ້ນມາ 3 ເດືອນ ພາບຂອງນາງ ແພ່ກະຈາຍໃນໂທລະສັບຜູ້ທີ່ໃຊ້ວອັດແອບ ແລະກໍ່ມີສຽງວິພາກວິຈານກັນຢ່າງລົ້ນເຫຼືອ, ບໍ່ຮູ້ວ່າ ໃຜເປັນຄົນພົດ ຫຼື ວ່າມັນກະຈ່າຍແຕ່ຕອນທີ່ຕົນຖ່າຍນັ້ນ.ຕອນນີ້ນາງກໍ່ບໍ່ຮູ້ວ່າຈະເຮັດແນວໃດ ໄດ້ແຕ່ຮ້ອງໄຫ້ເສຍໃຈ ແລະກ່າວ ຂໍໂທດນຳສັງຄົມ ບໍ່ໄດ້ຕັ້ງໃຈ 

 

ສ່ວນຕຳຫຼວດກໍ່ນຳຕົວໄປສອບນາງກໍ່ເລົ່າມາແບບນັ້ນ.

ພາກສ່ວນ ຖະແຫຼງຂ່າວ-ວັທະນະທຳກໍ່ແຈ້ງລະງັບການເຜີຍແພ່,ການບໍລິໂພກພາບເລົ່ານັ້ນແລ້ວ ແຕ່ຈະໄດ້ຜົນສ່ຳໃດຄອຍຕິດຕາມຕໍ່

 

ທ່ານ ມີວິທີໃດອີກບໍ່ຈະໄກ້ບັນຫານີ້ 

ນີ້ແມ່ນເຫດການ ອຸທາຫອນສອນແມ່ຍິງລາວຢ່າແກ້ຜ້່ຕອນອາບນ້ຳທຸກເວລາ ແລະສະຖານທີ່

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2014 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປັນເວລາຫຼາຍມື້ແລ້ວທີ່ຂ້ອຍຕ້ອງຂະມຸກຂະໝຸມຢູ່ກັບງານ ບາງມຶ້ລືມກິນເຂົ້າເຊົ້າ-ເຂົ້າສວາຍ ຈົນຮອດແລງຈິ່ງກິນຄັ້ງດຽວ;

  ບາງເວລາຢາກໄປຫ້ອງນ້ຳກໍ່ຕ້ອງໄດ້ອົດ;ຂ້ອຍບໍ່ຮູ້ຈະອະທິບາຍເລີຍ; ຕຶ່ນຈາກນອນກໍ່ເລີ່ມເຂົ້າວຽກ ຫາເງິນ ຫາເງິນ ຫາເງິນ ແລະກໍ່ຫາເງິນ; ບໍ່ເຮັດພັດບໍ່ໄດ້;ບໍ່ໄປພັດບໍ່ເປັນ ຊິຕາຍຍ້ອຍເອົາໃຈລູກຄ້ານີ້ລະເນາະ;ໄດ້ເງິນມາແທນທີ່ຈະມີເວລາຫຼີ້ນກິນຄືຄົນອື່ນ ແຕ່ເຮົາມັນກົງກັນຂ້າມບໍ່ມີເວລາໄປໃສເລີຍ;ກາງຄຶນພັດຢາກພັກພ່ອນເພາະມັນເມື່ອຍນີ້ລະ;ກາງເວັນພັດມີແຕ່ວຽກກັບ.

ຂາດຊົ່ວໂມງໃດກໍ່ຢ້ານລູກຄ້າເວົ້າວ່າບໍລິການບໍ່ດີ;ບໍ່ສະດວກ.

ປີນີ້ເສດຖະກິດຂອງເມືອງວຽງທອງດີຂຶ້ນຍ້ອນນະໂຍບາຍທີ່ສອດຄ່ອງຂອງຂັ້ນເທິງ;ລູກຄ້າຈັບຈ່າຍໃຊ້ສອຍ...ຂອງແຕ່ລະສາຂາອາຊີບຫຼາຍຂຶ້ນ;

ຂ້ອຍພູມໃຈຫຼາຍທີ່ໄດ້ເກັບເງິນແຕ່ລະມື້ ແຕ່ຂ້ອຍຢ້ານຮັບໃຊ້ພວກທ່ານບໍ່ໄຫວແລ້ວ.ຂ້ອຍຢາກພັກຜ່ອນ;ຂ້ອຍຢາກໄປທ່ຽວ;ໄປກິນ;

ຢາກມີຄວາມສຸກເໝືອນຄົນອື່ນ; ຕອນນີ້ພວກທ່ານຮູ້ບໍ່ວ່າຂ້ອນມັນທຸກ ທຸກ ທຸກ ແລະກໍ່ທຸກທີ່ສຸດເລີຍ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຄີຍໄດ້ຟັງເພັງອັດຕະປືແດນງາມ,ຮູ້ສຶກວ່າມ່ວນ,ເນື້ອນໃນສ່ອງແສງຖືກຕ້ອງ...

 

ແຕ່ຍັງບໍ່ເຂົ້າໃຈປະໂຫຍກໜຶ່ງ: ( ງາມຫຼາຍ ຍະ ເອີ....ອັດຕະປືຂາຍຄຳແລກໄກ່).

 

ຄຳວ່າ: ຍະເອີ...ແປລາວວ່າແນວໃດ?,ມັນມີຄວາມແນວໃດ?,ໝາຍວ່າແນວໃດ?

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ໂທລະພາບແຫ່ງຊາດລາວ (ທຊລ) ອ້າງເຫດຜົນວ່າ: ສາຍເຫດທີ່ (ທຊລ) ບໍ່ເດີນໜ້າເທົ່າທີຄວນ,

ບໍ່ຕອບສະໜອງຕາມຄວາມຮຽກຮ້ອງຂອງສັງຄົມ:

ມັນຍ້ອນຂາດທຶນຮອນ,ພາຫະນະ ແລະອຸປະກອນຮັບໃຊ້ໃນໂຂງເຂດວຽກງານ,

ແຕ່ທ່ານ ດຣ ບໍ່ແສງຄຳ ວົງດາຣາ ລັຖະມົນຕີກະຊວງ ຖວທ ເພີ່ນຢຶນຢັນວ່າບໍ່ແມ່ນ:ຄວາມຈິງ

ເພີ່ນບອກວ່າ: ຄົນບໍ່ເກັ່ງ.

ເພີ່ນຍົກຕົວຢ່າງວ່າ: ລາວສະຕາເຊີແນວ ເຂົາລົງທຶນເອງໝົດທຸກຢ່າງ, ນັບທັງຕັ້ງສະຖານີ,ຊື້ພາຫະນະ ,

ອຸປະກອນຮັບ(ພາຫະນະສື່ມວນຊົນ ແລະເງິນເດືອນພະນັກງານ,ເງິນບໍລິຫານທຸກຢ່າງ ແຕ່ເຂົາຍັງໄປດ້ດີ.

 

ສ່ວນໂທລະພາບແຫ່ງຊາດລາວບໍ່ໄດ້ລົງທຶນຫຍັງຈັກຢ່າງ,ເປັນທຶນຂອງລັດທຸ່ມເທໃຫ້ 100% ນັບທັງສະຖານີ້,

ພາຫະນະຮັບໃຊ້,ອຸປະກອນສື່ມວນຊົນ ແລະເງິນບໍລິຫານຕ່າງໆ ແຕ່ຍັງເຮັດບໍ່ໄດ້.

ໄດ້ຍິນເພີ່ນເວົ້າແນວນັ້ນຂ້ອຍກໍ່ລໍການພິສູດຄຳເວົ້າຂອງທ່ານມາຫຼາຍເດື່ອນເພື່ອຍາກຮູ້ວ່າຈິງຫຼືບໍ່

ໃນທີ່ສຸດກໍ່ພົບຫຼັກຖານຄວາມຈິງໃນເມືອວັນທີ່ 23.02.12 ທີມງານ(ທຊລ)ລົງເຮັດວຽກຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ

ມັນເຂົ້າກັບຄຳເວົ້າຂອງເພີ່ນ

 

ເລື່ອງລາວເປັນແບບໃດ ບົດໜ້າຈະນຳມາເລົ່າສູ່ຟັງ,ໃນຫົວຂໍ້ '' ພິສູດຄຳເວົ້າຂອງ ດຣ ບໍ່ແສງຄຳ''

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຄຳປະກາດຮັບພະນັກງານເຂົ້າສັງກັດລັດໃນຫ້ອງການວັດທະນະທຳຈະເປັນຂັ້ນເມືອງ,ຂັ້ນແຂວງ,

ຂັ້ນກະຊວງ ຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ (ບໍ່ລວມຂະແໜງອື່ນ)ລ້ວນແຕ່ວາງເງຶ່ອນໄຂມາດຖານມາລະອຽດຈະແຈ້ງ,

ໂດຍສະເພາະແມ່ນດ້ານວຸດທິການສຶກສາຕ້ອງຈົບ ມ ປາຍ,ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ ຫຼື ຊັ້ນກາງ,

ສູງຂຶ້ນໄປ(ຕ້ອງມີໃບປະກາດວິຊາສະເພາະໃດໜຶ່ງເປັນເອກະພາບກັບຄືກັນກັບຂະແໜງອື່ນ).

ຄຳປະກາດແບບນີ້ລ້ວນແຕ່ຂັດກັບສະພາບຕົວຈິງຂອງສັງຄົມ

ແລະຂັດກັບໜ້າວຽກວັດທະນະທຳຕົວຈິງຂອງສັງຄົມລາວເຮົາ ເຫດຜົນມີດັ່ງນີ້:

ເຄີຍໄດ້ອ່ານບົດຂຽນຂອງບັນດາທ່ານທີ່ເຮັດວຽກວັດທະນະທຳເຊັ່ນ:

ທ່ານ: ດຣ. ຍິງ ດາຣາ ກັນລະຍາ ອະດີດກົວໜ້າກົມວັດທະນະທຳມະຫາຊົນ, ທ່ານ:ບົວບານ ວໍລະຂຸນ,

ທ່ານ: ກໍແກ້ວ ອໍລະບຸນ ອະດີດລັຖະມົນຕີກະຊວງ ຖວ ແລະທ່ານອື່ນໆ ທີ່ບໍ່ໄດ້ເອີ່ຍຊື່ ຕ່າງກໍ່ອະທິບາຍແບບດຽວກັນວ່າ:

‘’ ວັດທະນະທຳບໍ່ມີໂຮງຮຽນ, ວັດທະນະທຳບໍ່ຫ້ອງຮຽນ ແລະວັດທະນະທຳບໍ່ມີໃບປະກາດຊັ້ນໃດມາທຽບໄດ້ ’’

( ບໍ່ມີຊັ້ນຕົ້ນ,ຊັ້ນກາງ,ຊັ້ນສູງ ຫຼື ປະຣິນຍາ...).

ສະນັ້ນ: ຄຳປະກາດຮັບເອົາພະນັກງານຂອງລັດສັງກັດວຽກວັດທະນະທຳເຊິ່ງລັດໄດ້ວາງເງື່ຶອນໄຂເອົາໃບປະກາດວິຊາສະເພາະ

ມາເປັນບັນທັດຖານເຫັນວ່າ ບໍ່ຖືກ,ບໍ່ເໝາະ,ຂັດກັບຄວາມຈິງ,ເຮັດໃຫ້ການຮັບພະນັກງານບໍ່ຖືກເປົ້າ,ຫຼອກລວງປະຊາຊົນ,

ພະນັກງານເຮັດວຽກບໍ່ໄດ້ຕາມເປົ້າໝາຍທີ່ປະຊາຊົນຄອງຄອຍຢາກໄດ້.

ເພາະວ່າ:ພະນັກງານວັດທະນະທຳທຸກໆເມືອງໃນທົ່ວປະເທດລາວຄົງບໍ່ມີໃຜມີໃບປະກາດຊັ້ນໃດໆທີ່ຈົບວັດທະນະທຳ,

ມີພຽງໃບປະກາດວິຊາຢ່າງອື່ນ.

 

ໃນສະພາບສັງຄົມຕົວຈິງ

ຂ້ອຍເຄີຍເຫັນພະນັກງານຫ້ອງການວັດທະນະທຳເມືອງໜຶ່ງໃນນັ້ນມີພະນັກງານອາສາສະມັກ 2 ຄົນ,ເປັນຊາຍທັງສອງ,

ຄົນໜຶ່ງຈົບປະຣິນຍາຕີ ດ້ານຊີວະສາດ ແລະອີກຄົນທີ່ສອງ ບໍ່ມີຊັ້ນ,ເຄີຍຮຽນຄູແຕ່ບໍ່ຈົບ,ເຄີຍເປັນນາຍບ້ານ,

ເຄີຍລົງວຽກຮາກຖານ,ພອນສະຫວັນຜູ້ກ່ຽວທະນັດຄັບລຳທ້ອງຖິ່ນ.

            ທັງສອງໄດ້ຍື້ນຄຳຮ້ອງສະມັງວຽກໃນຫ້ອງການ ຖວ ເມືອງ,ໄດ້ລົງເຝິກງານຮ່ວມກັບພະນັກງານສົມບຸນນຳກັນເພື່ອລໍໂຄຕ່າລັຖະກອນ,ໃນຖານະອາສາສະມັກ

(ລົງສ້າງຂະບວນການເພື່ອຈັດພິທີຮັບຮອງບ້ານວັດທະນະທຳ), ຜ່ານການລົງຕົວຈິງພາຍຫຼັງສຳເລັດງານແລ້ວກໍ່ສະຫຼຸບຖອດຖອນບົດຮຽນ.

 

ຄົນທີ່ 1 ທີ່ຈົບປະຣິນຍາຕີ: ເຮັດວຽກບໍ່ເປັນ,ຊາວບ້ານສົ່ງຂ່າວເລື່ອງການເຄື່ອນໄຫວຕ່າງໆມາເຖິງຫ້ອງການຫຼາຍຢ່າງ,ຄວາມບໍ່ເປັນແບຢ່າງ,

ໄດ້ແຕ່ໂມ້ວ່າຮຽນສູງ.ຄົນນີ້ລົງວຽກເທື່ອດຽວບໍ່ສາມາດນຳໃຊ້ຕໍ່ໄດ້ອີກ(ປະຈຸບັນຫົວໜ້າສັ່ງໂຈະບໍ່ໃຊ້ງານທາງອ້ອມ).

ຄົນທີ່ 2 ບໍ່ມີຊັ້ນ: ຮູ້ຈັກປາກເວົ້າ,ຮູ້ຕ່ຳຈັກສູງ,ຮູ້ຊີນຳ,ນຳພາປະຊາຊົນໄດ້,ຂະບວນການໄປດີ,ສັງຄົມຍົກຍ້ອງ,ວຽກສຳເສັດ.

ລົງຄັ້ງດຽວສາມາດມອບວຽກໃຫ້ເຮັດສຳເລັດດ້ວຍຕົນເອງ(ປະຈຸບັນສືບຕໍ່ໃຊ້ງານຕໍ່ໄປ)

 

ເຂົາທັງສອງຍັງບໍ່ທັນໄດ້ຮັບເຂົ້າເປັນລັຖະກອນເທື່ອ.

ຄົນທີ່ 1 : ມີເງື່ອນໄຂ ແຕ່ຂາດມາດຖານ(ຮັບບໍ່ໄດ້).

ຄົນທີ່ 2 : ໄດ້ມາດຖານ ແຕ່ບໍ່ຄົບເງື່ອນໄຂ(ຮັບບໍ່ໄດ້ຂັດກັບລະບຽບລັຖະກອນໃໝ່).

 

ຈາກເຫດຜົນນີ້ທ່ານມີຄຳເຫັນແນວໃດຊ່ວຍປະກອບແດ່

 

<!->ພັກວາງນະໂຍບາຍແນວໃດຕໍ່ກັບພະນັກງານວັດທະທຳ? ຖືກຕ້ອງແລ້ວບໍ່?(

 

ລັດວາງເງື່ອນໄຂແນວໃດໃນການຮັບພະນັກງານໃໝ່? ຄຳປະກາດແບບນີ້ຖືກຕ້ອງແລ້ວບໍ່?

 

ມີວີທີໃດແດ່ທີ່ຊ່ວຍໃຫ້ພະນັກງານບໍ່ມີຊັ້ນແຕ່ເຮັດວຽກໄດ້ດີ,ໄດ້ເຂົ້າເປັນລັຖະກອນ?

 

ຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ທາງເລກ 1D ແຕ່ປ່າຄາເມືອງຄຳເກີດ,ແຂວງບໍລິຄຳໄຊ-ເມືອງຄຸນ,ແຂວງຊຽງຂວາງມີຄວາມຍາວ 270 ກິໂລແມັດ,ມູນຄ່າການກໍ່ສ້າງຕາມການສຳຫຼວກເບື້ອງຕົນ 97 ລ້ານໂດລ່າສະຫະລັດ

ເປັນທາງປູຢາງ 2 ຊັ້ນ, ກ້ວງ 8- 13 ແມັດ,ທໍ່ ແລະຂົວເປຕົ່ງເສີມເຫຼັກ,ມີຮ່ອງລະບາຍນຳ,ກັນເຈື່ອນ,ໄລຍະຮັບປະກັນ 1 ປີ ກັບ 6 ເດືອນ

ໂຄງການນີ້ມີອາຍຸຂອງສັນຍາການກໍ່ສ້າງ 4 ປີຄື 15/01/2008-15/01/2012 ແລະ ໄດ້ຄົບຮອບ 4 ປີເຕັມຕາມສັນຍາໃນວັນທີ່ 15/01/12 ແຕ່ການກໍ່ສ້າງປູຢາງຊັ້ນດຽວກໍ່ບໍ່ທັນສຳເລັດ

ສະເລ່ຍປະມານ 80% , ບາງບ່ອນທີ່ປູຢາງຊັ້ນທີ່ 1 ໄປແລ້ວນັ້ນກໍ່ເປ່ເພໄປນຳ ນັບຈຸດບໍ່ໄດ້ ແລະແປງໄປນຳ

 

ມື້ອື່ນຈະນຳພາບມາລົງ

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເຖິງພີ່ນ້ອງຊາວໄທ - ຊາວລາວຊາບ ແລະຂໍຄວາມຊ່ວຍເຫຼືອ

 

ພໍ່ເຖົ້າ ທ້າວສົມ,ພ້ອມດ້ວຍຍາດພີ່ນ້ອງ ຢູ່ບ້ານວັງມາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ.ໄດ້ມາແຈ້ງຕໍ່ຂ້ອຍວ່າ:

ລູກສາວຂອງເພີ່ນຊື່ນາງ: ໄສ. ອາຍຸ 13 ປີ ແລະຫຼານສາວຊື່ນາງ:ວັນລີ (ດາວ) ອາຍຸ 15

ປີ.ທັງສອງຄົນໄດ້ອອກຈາກບ້ານຕັ້ງແຕ່ເດືອນ 6/11

ບໍ່ເຫັນກັບ້ານຫຼາຍເດືອນແລ້ວ,ຕອນອອກຈາກບ້ານທັງສອງບອກວ່າຈະໄປຫາເງິນທີ່ປະເທດໄທ,

ໂດຍແມ່ນໝູ່ລຸ້ນເອື້ອຍ ສອງຄົນທີ່ເປັນຄົນບ້ານດຽວກັນພາໄປ ເພາະເຊື່ອໃຈວ່າເປັນຄົນບ້ານດຽວກັນ

ແລະສອງຄົນນັ້ນກໍ່ເຄີຍໄປມາແລ້ວ,

 

ປະຈຸບັນຍັງບໍ່ຊາບຂ່າວຄ່າວສະຕາກຳຂອງເດັກທັງສອງ,ຍາດພີ່ນ້ອງເປັນຫ່ວງຫາຫຼາຍແຕ່ກໍ່ບໍ່ຮູ້ວ່າຈະຊອກຫາວິທີໃດ,

ຈິ່ງມາຫາຂ້ອຍແຈ້ງ,ຫາກຜູ້ໃດພົບເຫັນເດັກທັງສອງກະລຸນາສົ່ງຂ່າວເຖິງຍາດພີ່ນ້ອງດ້ວຍຕາມໝາຍເລກໂທລະສັບ

( 856)20 22339552,( 856)20 55335777

 

 

ສ່ວນສອງຄົນທີ່ພາໄປກໍ່ຫາຍໜ້າໄປ ແລະມີຂ່າວບໍ່ເປັນທາງການວ່າ:

ມີຄົນພົບເຫັນເດັກທີ່ຄ້າຍຄືເດັກທັງສອງຄົນນັ້ນທີ່ຮ້ານແຫ່ງໜຶ່ງໃນກຸງເທບ(ປະເທດໄທ)

ແຕ່ພວກເຂົາບໍ່ສາມາດຕິດຕໍ່ຫາໃຜໄດ້ເນື່ອງຈາກເຈົ້າຂອງຮ້ານຈຳກັດສິດຫຼາຍຢ່າງນັບທັງການເຄື່ອນໄຫວໄປມາ,

ໂທລະສັບ.ເພາະເດັກທັງສອງຖືກຊື້ມາຮັບໃຊ້ວຽກຂາດໂຕແລ້ວ

 

ຜູ້ໃຫ້ປະກາດ: ພໍ່ທ້າວສົມ 

(ບ້ານວັງໝາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ)

ນາງ ໄສ

ນາງ ວັນລີ

ຫຼື ນາງ  ດາວ  (ຊື້ທີ່ຕັ້ງໃໝ່ເວລາໄປຮອດປະເທດໄທ)

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ທ່ານ ພັນໂທ ຫວ້ຽນ ຫົວໜ້າຂຸດຄົ້ນອັດຖິກະດູກທະຫານອາສາສະມັກຊາວຫວຽດ ປະຈຳຊົ່ວຄາວຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ ເວົ້າໃນຮ້ານກາເຟນ້ອຍໆແຫ່ງໜຶ່ງວ່າ: ຊາຍຊາວຫວຽດນາມມັກເວົ້າຢອກກັນເປັນປະຈຳ, ການເຂົ້າບຳນານຂອງພະນັກງານຊາຍຊາວຫວຽດມີ 5 ບຳນານຄື:

<!--1. ບຳນານໝາ. ເຂົ້າບຳນານແລ້ວເຝົ້າແຕ່ເຮືອ,ບໍ່ເຮັດວຽກຫຍັງ,ບໍ່ຊ່ວຍຄອບຄົວ,ຂີ້ຄານ,ປ່ອຍໃຫ້ເປັນພາລະຂອງຄອບຄົວທັງໝົດ.

<!2.ບຳນານໝູ. ບຳນານແບບນີ້ເຮັດຫຍັງບໍ່ເປັນ,ມີແຕ່ກິນແລ້ວນອນ,ບໍ່ມີຫົວຄິດປະດິດສ້າງ,ສຸກະພາບບໍ່ແຂງແຮງ.

<!--3.  ບຳນານຄວາຍ. ແບບນີ້ແມ່ນເຄີຍສ້າງໜີ້ສິນໄວ້ກ່ອນແຕ່ຕອນບໍ່ທັນໄດ້ເຂົ້າບຳນານເຊັ່ນ,ໜີ້ຊື້ລົດ,ຊື້ເຮືອນ ແລະກູ້ເງິນ,ເມື່ອເຂົ້າບຳນານແລ້ວຕ້ອງໄດ້ອອກແຮງຫາເງິນໃຊ້ໜີ້ເພີ່ນຕະຫຼອດໄປ

<!--4. ບຳນານແບ້. ບຳນານແບ້ນີ້ແມ່ນກິນຕະຫຼອດ,ຫຼີ້ນຕະຫຼອດ,ເງິນເດືອນອອກມາເດືອນໃດບໍ່ເຫຼືອ,ໄປຈ່າຍໃຫ້ແຕ່ສາວນ້ອຍ,ບໍ່ຮູ້ປະຫຍັດຊ່ວຍຄອບຄົວ.

<!--5. ບຳນານແທ້. ບຳນານແທ້ແມ່ນຜູ້ສົມບູນທັງສຸກະພາບ ແລະບົດຮຽນທີ່ສະສົມມາ,ຍັງມີການສ້າງສາ,ຮ່ວມວຽກບ້ານການເມືອງ ແລະເປັນຫຼັກແຫຼ່ງແກ່ນສານໃຫ້ລູກຫຼານ.

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ທີ່ຕັ້ງ ແລະພາລະບົດບາດຂອງສະພາແຫ່ງຊາດ​

ສະພາ ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ ແລະຜົນປະໂຫຍດຂອງ​ປະ​ຊາ​ຊົນ​ບັນ​ດາເຜົ່າ​, ເປັນ​ອົງ​ການ​ອໍາ​ນາດ​ແຫ່ງລັດ ທັງເປັນອົງການນິຕິບັນຍັດ ​ທີ່​ມີ​ສິດ​ຕົກ​ລົງ​ບັນ​ດາ​ບັນ​ຫາ​ພື້ນ​ຖານຂອງ​ປະ​ເທດ​ຊາດ​, ​ຕິດ​ຕາມ​ກ​ວດ​ກາການ​ເຄື່ອນ​ໄຫວ​ ຂອງ​ອົງ​ການ​ບໍ​ລິ​ຫານ, ສານປະຊາຊົນ ແລະ​ອົງ​ການໄອຍະການປະຊາຊົນ.

ຖ້າສະພາແຫ່ງຊາດຂີ່ລົດປ້າຍສີຟ້າສັງຄົມກໍ່ເຂົ້າໃຈວ່າແມ່ນລົດຂອງອົງການບໍລິຫານຊື້ໃຫ້(ນາຍົກ,ເຈົ້າແຂວງຊື້ໃຫ້) ເພາະອົງການບໍລິຫານເພີ່ນຂີ່ລົດປ້າຍສີຟ້າຢູ່ແລ້ວ

ຫາກເປັນແບບນັ້ນ ການກວດກາກໍ່ບໍ່ມີປະສິດທິພາບ ເພາະວ່າອາດຖືກອົງການບໍລິຫານຊື້ຈ້າງ(ໃຫ້ລາງວັນ),ການກວດກາກໍ່ຈະບໍ່ໄປບໍ່ມາຫຍັງຄືດັ່ງທຸມື້ນີ້ລະ,ມີສະພາເປັນຜູ້ກວດ ແຕ່ບັນຫາທີ່ບໍ່ຄວນເກີດກໍ່ຍັງເກີດ,ບັນຫາທີ່ຄວນແກ້ກໍ່ບໍ່ແກ້,ແລ້ວຜູ້ກວດເປັນຫຍັງບໍ່ກວດ?, ຫຼື ກວດເປັນຫຍັງແກ້ບໍ່ໄດ້ ?.

ອີກອັນໜຶ່ງກໍ່ເພື່ອຈຳແນກຕາມຄວາມແຕກຕ່າງຂອງທີ່ຕັ້ງ,ພາລະບົດບາດ,ສິດໜ້າທີ່ຢ່າງຈະແຈ້ງເຕັມຕົວ,ສົມກັບວ່າເປັນຜູ້ກວດກາສັງຄົມແທ້ຈິງ.

ສະພາຄວນໃສ່ປ້າຍລົດສີອື່ນທີ່ຕ່າງຈາກອົງການອື່ນໆ

ແລະພ້ອມນັ້ນສະພາຄວນກຳນົດບັນດາລົດປະຈຳຕຳແໜ່ງຂອງອົກການບໍລິຫານ ໃຫ້ເປັນລະບົລະບຽບຮຽບຮ້ອຍ,ເປັນແບບຢ່າງທີ່ດີຂອງສັງຄົມ ແລະປະຫຍັດເງິນຂອງປະຊາຊົນໃນການສິ້ນເປຶອງຊື້ລົດ.(ບໍ່ແມ່ນມາອອກກົດລະບຽບໃສ່ແຕ່ປະຊາຊົນຝ່າຍດຽວ,ສ່ວນອົງບໍລິຫານທີ່ເປັນລູກຈ້າງຂອງປະຊາຊົນແທ້ໆພັດຂີ່ລົດດີລື່ນນາຍຈ້າງຕາມໃຈໂຕເອງ)

ກຳນົດຂະໜາດຄວາມແຮງ,ກຳນົດລາຄາ,ກຳນົດນົດສີປ້າຍ ແລະກຳນົດຈຳນວນລົດປະຈຳຕຳແໜ່ງ ແຕ່ລະຂັ້ນໃຫ້ຈະແຈ້ງ ແລະບັງຂັບໃຊ້ ທັງກວດກາໄປພ້ອມ

(ນາຍົກຂີ່ແບບໃດ,ລັຖະມົນຕີຂີ່ແບບໃດ,ເຈົ້າແຂວງ,ເຈົ້າເມືອງ,ຫົວໜ້າຂະແໜງຂີ່ແນວໃດ)

ອັນນີ້ເອົາແຕ່ຜູ້ຊີຊື້ບາງເຈົ້າເມືອງກໍ່ຂີ່ລົດຄືກັບລັຖະມົນຕີ,ບາງລັຖະມົນຕີຂີລົດລາຄາແສນກວ່າດອນລ່າ ແລະບາງທ່ານມີຫຼາຍໆຄັນ ແບບນີ້ປະຊາຊົາທຸກແທ້,ທຸກບໍ່ມີເງິນສ້າງສາບ້ານເມືອງ(ເສັ້ນທາງ,ໄຟຟ້າ,ຄອງເໝືອງຫຼາຍແຫ່ງຍັງລໍການກໍ່ສ້າງ)

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເຫັນໜັງສືພິມສະບັບໜຶ່ງທີ່ເປັນສື່ຂອງລັດລົງໂຄສະນາເບຍຍີ້ຫໍ້ໜຶ່ງ.

ຖ້າ​ອິງ​ຕາມ​ກົດ​ໝາ​ສື່​ມວນ​ຊົນ​ມາຕາ 50 ​ທ່ານເຫັນ​ວ່າ​ທຳ​ຜິດ​ກົດໝາຍ ຫຼື ບໍ່ ? ​ຖ້າຜິດກົດໝາຍຈະ​ໃຫ້​ໃຜ​ເປັນ​ຜູ້ຣ້ອງຟ້ອງ?

ທ່ານຄິດວ່າສົມຄວນ ຫຼື ບໍ່ທີ່ສື່ມວນຊົນທີ່ເປັນຕົວແບບຂອງສັງຄົມຕ້ອງເຮັດແບບນີ້

ນອກຈາກໜັງສືພິມແລ້ວຍັງມີວິທະຍຸບາງແຫ່ງ ແລະອົງກອນອຶ່ນທີ່ເປັນຂອງລັດເຮັດຜິດກົດໝາຍໂອກາດໜ້າຈິ່ງນຳມາສະເໜີ

 

ໜວດທີ່ V||

¢Ó-¹É¾´

´¾©ª¾ 50. ¢Ó-¹É¾´-¦¿ìñ®-ºö¤¡¾­-ນ¦ˆ-´¸­ນ-§ö­ນ

ມີ 9 ຂໍ້ຫາມສຳສັບສື່ມວນຊົນ.

 

 

 

 

ຂໍ້ທີ່ 7. ຫ້າມໂຄສະນາສົ່ງເສີມສິ່ງມຶນເມົາ,ການເຊື່ອຖືງົມງວາຍ ແລະສິ່ງຫຍໍ້ທໍ້ອຶ່ນໆ.

ລາຍລະອຽດຂອງກົດໝາຍ www.na.gov.la/docs/lao/laws/soc_cult/media121108.pdf

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ເຄີຍເຫັນໂທລະພາບລາຍງານ,ຟັງໃນວິທະຍຸ,ໄດ້ອ່ານໃນໜັງສືພິມ,ວາລະສານ,ຂຽນໄວ້ໃນປື້ມຕຳລາຄູ່ມືຂອງນັກຂ່າວ

ແລະ ເຄີຍຍິນຜູ້ນຳພັກ-ລັດຫຼາຍທ່ານເວົ້າເປັນປະຈຳຈົນກາຍເປັນນິຍາມກໍ່ວ່າໄດ້:

’’ ສື່ມວນຊົນເປັນເຄື່ອງມືຂອງພັກ-ລັດ’’ 

‘’ ສື່ມວນຊົນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ’’

ຂໍ້ຄິດທີ່ 1

ຟັງແລ້ວນິຍາມນີ້ມ່ວນຫຼາຍມີເຫດຜົນດີ ແລະ

ຜ່ານມາສັງເກດເບິ່ງການສະເໜີຂ່າວຂອງສື່ກໍ່ເຮັດໄດ້ດີ,ສາມາດປະຕິບັດຕາມນິຍາມຂອງຕົນຢ່າງໜັກແໜ້ນ,

ເນັ້ນໄປທີ່ເນື້ອໃນຢ່າງດຽວ,ບໍ່ກ້າເຮັດຫຍັງເພາະຢ້ານຜິດກັບນິຍາມ,ເລີຍປະປ່ອຍລັກສະນະມະຫາຊົນ,ເຊິ່ງໝາຍເຖິງສື່ລາວຍັງຂາດສີສັນ

ຂາດຄວາມດຶງດູດ,ເຮັດໃຫ້ມະຫາຊົນບໍ່ສົນໃຈກັບສື່ ເພາະເຂົາຄິດວ່າບໍ່ແມ່ນຂອງເຂົາ,ບໍ່ສົນໃຈ,ບໍ່ເບິ່ງ,ບໍ່ຟັງ,ບໍ່ອ່ານ ແລະ

ບໍ່ມີສ່ວນຫຍັງກັບສື່ລາວ,ເຊິ່ງບັນຫານີ້ຫຼາຍໆຄົນໃນສັງຄົມກໍ່ເຄີຍຕັ້ງຄຳຖາມຂຶ້ນມາຕະຫຼອດວ່າ:

 ເປັນຫຍັງຄົນລາວຈິ່ງໄປບໍລິໂພກສຶ່ຕ່າງຊາດຫຼາຍກວ່າສື່ລາວ?.

ບັນຫານີ້ພັກ-ລັດຈະແກ້ແນວໃດ?.

ຂໍ້ຄິດທີ່ 2

ຍົກສື່ສານທັນສະໄໝ,ເຊື່ອມໂຍງກັບສາກົນ,ທຸກຢ່າງຖືກຈັບໄປເປັນຄູ່ແຂ່ງໂດຍອັຕະໂນມັດ,

ໂດຍສະເພາະວົງການສື່ຍິ່ງຖືກເປັນຕົວນຳໜ້າໃນການລົງສະໜາມແຂ່ງ ຖືວ່າເປັນນັດເປີດສະໜາມຂອງເລີຍ.

ການແຂ່ງຂັນໃນເກມສື່ແມ່ນຫວັງເອົາຊະນະທາງຈິດໃຈ ( ນັ້ນຄືໄຊຊະນະອັນສຸດຍອດຂອງເກມສື່)

ແຕ່ສຳຄັນຢູ່ທີ່ວ່າກະຕິກາຂອງສື່ລາວເຮົາບາງຢ່າງມັນຕ່າງກັບສື່ສາກົນ,

ເຮົາຈະລົງແຂ່ງຮ່ວມເຂົາໄດ້ບໍ່?,ຈະຊະນະເຂົາບໍ່?

ຂ້ອຍຄິດວ່າ:

ເກມໃດກໍ່ຕາມຫາກທີມຄູ່ແຂ່ງມີກະຕິກາແຕກຕ່າງກັນແລ້ວຄົງເປັນໄປບໍ່ໄດ້

ທີ່ຈະມາແຂ່ງຮ່ວມກັນໄດ້.(ມີແຕ່ແຂ່ງຜູ້ດຽວ, ເອົາທີ່ 1 ຕະຫຼອດ).

ກະຕິກາບາງຢ່າງຂອງສື່ສາກົນ

ຈັນຍາບັນສື່ສາກົນມີ 23 ຂໍ້ໃນນັ້ນມີຂໍ້ໜຶ່ງເວົ້າວ່າ: ສື່ມວນຊົນບໍ່ສາມາດສັງກັດພັກການເມືອງໃດໜຶ່ງ.

ນິຍາມຂອງສື່ສາກົນ: ສື່ມວນຊົນເປັນເປັນຂອງມະຫາຊົນ,ເປັນຂອງປະຊາຊົນ.

ກະຕິກາບາງຢ່າງຂອງລາວ.

ນິຍາມສື່

‘’ ສື່ມວນຊົນເປັນເຄື່ອງມືຂອງພັກ-ລັດ’’ 

‘’ ສື່ມວນຊົນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ’’

ຈັນຍາບັນສື່ມວນຊົນລາວມີ 10 ຂໍ້ໃນນັ້ນຂໍ້ໜຶ່ງຂຽນວ່າ:

ຈຸດໝາຍສູງສຸດຂອງສື່ມວນຊົນລາວແມ່ນຮັບໃຊ້ພາລະກິດສ້າງສາ ແລະ ປົກປັກສັກສາປະເທດລາວ,ສັນຕິພາບ,

ເອກະລາດ,ເອກະພາບ ແລະ ວັດທະນະຖາວອນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ

ບໍ່ວ່າຈະຢູ່ໃນຂົງເຂດໃດສະພາບແວດລ້ອມໃດນັກຂ່າວເຄື່ອນໄຫວມຸ້ງມັ້ນສູ່ຈຸດໝາບສູງສຸດນັ້ນ.

ຂໍ້ຄິດທີ່ 3

ເມື່ອພັກເຂົ້ານັ່ງບັນຊາໂດຍກົງຢ່າງອອກໜ້າອອກຕາແບບນີ້.

ບັນດາຂໍ້ຜິດພາດໃນການເຮັດໜ້າທີ່ຂອງສື່ ແລະ ປະກົດການຫຍໍ້ທໍ້ທີ່ເກີດໃນວົງການຂອງສື່ຖືວ່າເປັນຄວາມຜິດໂດຍກົງ

ຂອງພັກຜູ້ດຽວ ແລະ ຈະເຊື່ອມເສຍບົດບາດການນຳພາຂອງພັກ.

ຂໍ້ຄິດທີ່ 4

ຕາມຄວາມໝາຍຂອງນິຍາມເຫັນວ່າຍັງບໍ່ກວ້າງຂວາງ,ຍັງຈຳກັດຮັດແຄບເກີນໄປ,ເຮັດໃຫັປະຊາຊົນສັບສົນ,

ບໍ່ກ້າສະແດງຂໍ້ຄິດເຫັນໃດໆກ່ຽວກັບສື່,ຈະຖືກຈະຜິດກໍ່ຕ້ອງປະຕິບັດຢ່າງດຽວ,ເຮັດໃຫ້ສັງຄົມເກີດຄວາມລຳຄານ,

ເບື່ອໜ່າຍຕໍ່ການຜິດພາດ,ການບໍ່ປັບປຸງ,ປ່ຽນແປງແຂ່ງຂັນ ໃນການເຄື່ອນໄຫວຂອງສື່  ແລະ ໃນທີ່ສຸດກໍ່ບໍ່ຢາກສົນໃຈກັບສື່ເລີຍ.

ອີກຢ່າງໜຶ່ງໃນນິຍາມສັ້ນໆ ແລະ ບໍ່ກ້ວງຂວາງນັ້ນມັນຄ້າຍກັບວ່າຂັດກັບກົດໝາຍສື່ມວນຊົນໃນ

 ´¾©ª¾ 15. ¦ò©-À¦ìó²¾®-¢º¤-°ö­ນì½-À´õ-º¤ì¾¸ -íນ-¡¾­-ນ¯½¡º®-£¿-£ò©-£¿-À¹ນñ­.

ແລະ

´¾©ª¾ 17. ¯½ªò®ñ©¦ò©À¦ìó²¾®¢º¤²ö­ນì½À´õº¤ì¾¸.

ໃນຍຸກນີ້,ພັກ ຫັນເອົາລັດ ເປັນລັດແຫ່ງກົດໝາຍ,ຄຳເວົ້າໃດກໍ່ຕາມຫາກບໍ່ວິເຄາະວິໃຈ

ເຖິງຜົນກະທົດ,ຈຸດໄດ້ຈຸດເສຍຢ່າງຮອບຄອບແລ້ວ ຈະກາຍເປັນແປ້ນອັດປາກຢ່າງອັຕະໂນມັດ.

       ສະນັ້ນ: ໃນທັສະນະຂອງຜູ້ຂຽນ ຕໍ່ນິຍາມສື່ຂ້າງເທິງເຫັນວ່າ ເປັນນິຍາມທີ່ສັ້ນ,ເຈາະຈົງເກີນໄປ ແລະ

ເໝາະໃນຍຸກຕໍ່ສູ້ກູ້ຊາດພຸ້ນ, ເມື່ອມາຮອດຍຸກສະໄໝເປີດກວ້າງນີ້ເຫັນວ່າຄວນປັງປຸງໄປຕາມສະພາບຕົວຈິງ.

ຫຼືຢ່າງນ້ອຍຢາກໃຫ້ຕື່ມປະໂຫຍກ( ແລະ ປະຊາຊົນ) ໃສ່ທາງທ້າຍເພື່ອເຮັດໃຫ້ຄວາມໝາຍຈະແຈ້ງຊັດເຈັນຂຶ້ນຕຶ່ມ.

ທ່ານອື່ນມີຄຳເຫັນແນວໃດຊ່ວຍປະກອບແດ່,ເພາະສິ່ງທີ່ຜູ້ຂຽນເວົ້າມາເປັນພຽງຂໍ້ຄິດບໍ່ຮູ້ວ່າຜິດຫຼືຖືກ,ຫາກຜິດພາດປະການໃດຂໍອະໄພ

ແລະ ສົ່ງຂ່າວມາໄດ້ຕາມຂໍ້ຄວາມຫຼັງໄມ.

(ຂໍຂອບໃຈ)

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮູບພາບໃນໜ້າປົກວາລະສານນີ້ສາມາດ

ບົ່ງບອກວ່າ: ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວກຳລັງປາໄສ

ໃນງານສຳຄັນ ແລະ  ມີແຂກ,ຜູ້ແທນທີ່ໄດ້ເຊີນເຂົ້າຢ່າງພ້ອມພຽງ

ໃນຄະນະທ່ານກຳລັງປາໄສ ແລະ ສັງເກດເບິ່ງບ່ອນໝາຍລູກສອນສີຂຽວ

ທ່ານຈູມມະລີ ໄຊຍະສອນ ປະທານປະເທດອີກຄົນ ປະກົດຕົວນັ່ງຮຽງກັບທ່ານ ທອງສິງ ທຳມະວົງ ນາຍົກ

 

ຮູບພາບນີ້

ຍັງບົ່ງບອກວ່າທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວຄົນປະຈຸບັນສາມາດແຍກຮ່າງໄດ້

ເຊິ່ງເປັນທັງຜູ້ປາໄສ ແລະ ສາມາດມານັ່ງຟັງການປາໄສໃນເວລາອັນດຽວກັນໄດ້