ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

ດົນແລ້ວເດ່ທີ່ບໍ່ໄດເຂົ້າມາພັນລາວ,ເພາະງານຫຍຸງ ຈັກອັນໃດຕໍ່ອັນໃດ ສັບສົນລາວ.

ເຖິງວ່ານັ່ງຢູ່ໜ້າຈໍຄອມມື້ລະ 2 ຊົ່ວໂມງໂດຍສະເລ່ຍ ແຕ່ກໍ່ບໍ່ມີເວລາເຂົ້າມາ,ບໍ່ວ່າແຕ່ເວບນີ້ເວັບອື່ນກໍ່ເຊັ້ນກັນ.

ເພາະຍາມໃດກໍ່ຈົດຈໍ່ນຳການເຄື່ອນໄຫວເໜັງຕິງຂອງຕະຫຼາດເງິນ,ຕະຫຼາດທອງເລີຍບໍ່ມີເວລາເຂົ້າມາ.

ມື້ນີ້ເຂົ້າມາເບິ່ງພັນລາວກໍ່ມີສີສັນໃໝ່ຕ່າງຈາກເດີມ,ກໍ່ຖືວ່າດີຫຼາຍທີ່ພັນລາວຍັງສືບຕໍ່ຮັກສາມູນເຊື້ອ ແລະພັດທະນາໄປຂ້າງໜ້າຕະຫຼອດ.

ຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຈຸດເລີ່ມຕົ້ນ,

ເພື່ອນຢູ່ໃສ? ມາສະຫຼອງດ້ວຍກັນຕີ່,ຢ່າປະຕິເສດ່ນາ

ອອກລິດ,ອອກລາຍ ທັງຍິງ ແລະຊາຍ

 

ເຫດເກີດຂຶ້ນ

ຄ່ຳຄຶນວັນທ່8/3/13

ຂ້ອຍເປັນຄົນຂັບ,ມີໝູ່ຊ້ອຍທ້າຍ

ໄປນຳນັກ 6 ຄົນ ໝູ່ມາຕາມຫຼັງພາໄປສົ່ງຢູ່ໂຮງໝໍ

ຂອງຂັວນທີ່ຍັງເຫຼືອໄວ້ໃນວັນທັດມາ

ໃບບິນ ແລະຢາ

 

ຍັງອີກຊີ້ນໜຶ່ງ ຖືວ່າເປັນສິນສຸດທ້າຍໃນໂກາດວັນແມ່ປີນີ້ ຊີ້ນນັ້ນຂ້ຍບໍ່ສາມາດຖ່າຍພາບມາໃຫ້ເບິ່ງໄດ້

ນັ້ນກໍ່ຄື: ບາດແພບົນໃບໜ້າ,ສອງຝາມື,ຕິນ,ແຂນສອກ ແລະລຳຕົວຂອງຂ້ອຍ,ມັນເປັນຕາຢ້ານໂພດບໍ່ສາມາດໃຫ້ຄົນອື່ນເຫັນໄດ້.

ເຫດເກີດຂຶ້ນກັບຂ້ອຍເອງ

ສາຍເຫດ

1, ຍ້ອນດື່ມເມົາ ແລ້ວຂັບ

2, ບໍ່ໃສ່ໝວກກັນທະທົບ

3,ແລ່ນລົດໄວເກີນໄປ.

4, ທາງກຳລັງກໍ່ສ້າງບໍ່ໃສ່ປ້າຍເຕືອນ ແລະທະທ້ອນແສງ

ຜົນໄດ້ຮັບ

1, ລົດຈັກ ສະແມັດ ລາຄາ 45,500 ບາດ ຍັງຄ້າງຈ່າຍສອງງວດ ຕ້ອງກາຍເປັນເຫຼັກເສດ

2, ເສດແກ້ວເບຍ ເຕັມໜ້າເຮືອນ,ຊອກຫາຄົນມ້ຽນຍາກ

3,ຄວາມເຈັບປວດທາງກາຍຂອງຕົນ

4,ຄວາມເຈັບປວດທາງໃຈຂອງແມ່

5,ຮອຍແພທີ່ລືມບໍ່ໄດ້ບົນໃບໜ້າຂອງຕົນ

6, ເງິນຄ່າເທີມຍັງຄ້າງ(ຂໍຕໍ່ເວລາໄວ້ປີໜ້າຈິ່ງຮຽນຕໍ່ ເພາະລົດຊິທຽວກໍ່ໝົດແລ້ວ)

ທ່ານອື່ນ ມີຂອງຂັວນແບບໃດແດ່ໃນໂອກາດວັນແມ່ຍິງສາກົນ

ເອົາພາບມາພົດລົງໃຫ້ເບິ່ງແດ່ ພໍເປັນອຸທາຫອນສອນຫົວກະໂຫຼກແກ່ຂ້ອຍ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

 

 

 

ຜູ້ໄດ້ຮັບລາງວັນນີ້ຊື່ ນາງ ດົວວື່,ອາຍຸ 18 ປີ,ເປັນປະຊາຊົນ,ເກີດທີ່ບ້ານວັງພຽງ,ເມືອງວຽງທອງ,ແຂວງບໍລິຄຳໄຊ.

            ນາງເລົ່າວ່າ: ນາງໄດ້ມັກຮັກກັບທ້າວ.ຊູ້ຄ້າງ.ຢູ່ບ້ານນາຍາງ,ເມືອງ ແລະແຂວງດຽວກັນ.

ເຊິ່ງຕອນນັ້ນແຟນຮັກຍັງເປັນນັກຮຽນກົດໝາຍແຫ່ງໜຶ່ງທີ່ນະຄອນຫຼວງ.

 

ໃນໂອກາດວັນແມ່ຍິງສາກົນເມື່ອປີ 2010 ຜ່ານມາ ນາງໄດ້ມອບເນື້ອທະຫວາຍຕົວໃຫ້ແກ່ແຟນຮັກສຳພັດລົດຮັກ(ຮັກຮ່ວມເພດ) ຢ່າງບໍ່ນຶກບໍ່ຝັນວ່າຈະມີຫຍັງເກີດຂຶ້ນໃນຂ້າງໜ້າ. ນາງຄິດແຕ່ວ່າຄົນອື່ນກໍ່ຍັງສົມຫວັງໄດ້ ແລະນາງກໍ່ຕ້ອງສົມຫວັງຄືກັບເຂົາ.

                ຕໍ່ມານາງເລີ່ມຕັ້ງຄັນ,ພໍໄດ້ 5 ເດືອນກໍ່ບໍ່ເຫັນພໍ່ແມ່ເຈົ້າບ່າວມາຂໍຕາມຄຳສັນຍາ,ຜູູ້ບ່າວກໍ່ບໍ່ມາໃກ້ໂດຍອ້າງເຫດຜົນວ່າຍັງຄາຮຽນ, ໃນທີ່ສຸດຍ້ອນຢ້ານບໍ່ສົມຫວັງນາງຈິງຕັດສິນໃຈອອກຈາກເຮືອພໍ່ແມ່ຂອງຕົນໄປຢູ່ໃນເຮືອນພໍ່ແມ່ຂອງແຟນ ລໍຖ້າການກັບມາຂອງແຟນ

 

ສ່ວນທ້າວ.ຊູ້ຄ້າງ ກໍ່ບໍ່ນຶກບໍ່ຝັນວ່ານາງດົວວື່ ..ໄດ້ລັກມາຢູ່ເຮືອນຖ້າແຕ່ດົນແລ້ວ.

 

            ພາຍຫຼັງເປັນແບບນັ້ນເຖົ້າແກ່ການຈັດຈັດທັງສອງຝ່າຍມາໂອ້ລົມ.

            ການປຶສາຫາລື ເລື່ອງນັ້ນບໍ່ຕົກລົງກັນໄດ້,ຝ່າຍຊາຍບໍ່ຍອມຮັບ ແລະຝ່າຍຍິງກໍ່ບໍ່ຍອມປ່ອຍວາງ,ໃນທີ່ສຸດທ້າວ.ຊູ້ຄ້າງ ກໍ່ກິນຢາຂ້າໂຕຕາຍເພື່ອໜີບັນຫາ,ເຮັດໃຫ້ເຫດການຈົບລົງບໍ່ສົມບຸນ.

 

            ອິງຕາມຮີດຄອງຂອງເຜົ່າມົ້ງທີ່ເຄີຍປະຕິບັດມາ ຖ້າເກີດກໍລະນີແບບນີ້ເອີ້ນວ່າ: ຜົວຂອງນາງ ຕາຍໄປແລ້ວ ແລະນາງກໍ່ກາຍເປັນໝາຍສະນັ້ນ: ນາງ...ຈິງຕ້ອງໄດ້ຢູ່ເຮືອນພໍ່ແມ່ຜົວ(ກັບເມືອເຮືອນຂອງພໍ່ແມ່ຕົນບໍ່ໄດ້),ນາງຕ້ອງຕົກເປັນສິດຂອງຜູ້ເປັນພໍ່ແມ່ຜົວເປັນຜູ້ປົກຄອງຕັດສິນເລື່ອງຕ່າງໆນັບທັງເລື່ອຈະເອົາຜົວໃໝ່,

(ສ່ວນໃຫຍ່ເຂົາຈະມອບໃຫ້ອ້າຍ ຫຼື ນ້ອງຊາຍຂອງຜົວເປັນຜູ້ເອົາຕໍ່,ຖ້າມີເມຍແລ້ວກໍ່ຕ້ອງໄດ້ເອົາເປັນເມຍນ້ອຍ)

            ນາງເວົ້າວ່າ: ຢູ່ກັບເຮືອນພໍ່ປູ່ແມ່ຍ່າເຖິງວ່າບໍ່ທຸກເລື່ອງກາຍ ແຕ່ກໍ່ທຸກເລື່ອງຈິດໃຈ,ບໍ່ຮູ້ວ່າຈະຢູ່ໄປຮອດໃສ,ຢູ່ລໍຖ້າຫຍັງ,ຕອນນີ້ລູກທີ່ຕັ້ງທ້ອງກັບທ້າວຊູ້ຄ້າງກໍ່ຂອດອອກມາ,ອາຍຸ 1 ປີກວ່າແລ້ວ,ຊື່ທ້າວ ນູ.

ນາງຢາກກັບເມືອຢູ່ນຳພໍ່ແມ່,ນາງຢາກມີອິສະລະທາງຈິດໃຈຄືກັບຜູ້ຍິງຄົນອື່ນໆທີ່ມີລູກ ແຕ່ບໍ່ມີຜົວ ແຕ່ເປັນໄປບໍ່ໄດ້ເພາະຮີດຄອງ,ຈຳຕ້ອງໄດ້ທົນຕໍ່ໄປບໍ່ຮູ້ວ່າຂອດເຂດຂອງມັນຢູ່ບ່ອນໃດພໍຈະໄດ້ສູ້ຊົນ,ຮີບຟ້າວກ້າວໄປໃຫ້ມັນພົ້ນ.

            ນາງຢາກໃຫ້ໃຜຈັກຄົນເຂົ້າໃຈເຖິງຊີວິດຂອງແມ່ຍິງທີ່ມີລູກແຕ່ບໍ່ຂາດຜົວດູແລ,ຂາດຄວາມຄວາມອົບອຸ່ນວ່າ ມັນທຸກໃຈສ່ຳໃດ?,ຄິດມາແຮງໆຍາມໃດ ທາງອອກຂອງນາງມີແຕ່ຂໍເມືອຢາມພໍ່ແມ່ຢູ່ບ້ານວັງພຽງເຊິ່ງຫ່າງກັບປະມານ 15 ກິໂລແມັດ ແຕ່ກໍ່ເມືອຖີ່  ແລະຢູ່ດົນບໍ່ໄດ້,ຕ້ອງໄດ້ກັບມາເຮືອພໍ່ປູ່ແມ່ຍ່າ,ມີບາງຄັ້ງນາງໄດ້ຈັບເປ້ຟືນ ແລະເຈ່ຍເອົາລູກເຂົ້າປ່າຕັດຟືນ ແລ້ວກໍອາໃສເວລານັ້ນຮ້ອງໄຫ້,ທັງສະອຶ້ນ,ທັງຍີ້ມໃຫ້ລູກ,ທັງຫຼັ່ງນ້ຳຕາ ແລະກອດລູກແໜ້ນໆ,ແຫງນຄໍຂຶ້ນຟ້າວິງວອນຟ້າດິນຊ່ວຍພິກປີ້ນແຜ່ນດິນໃຫ້ນາງຕົກໄປຢູ່ໂລກໜ່ວຍໃໝ່ທີ່ປາສະຈາຮີດຄອງແບບນີ້.

            ນາງໄດ້ແຕ່ຄິດວ່າ: ນີ້ຄືລາງວັນໃນໂອກາດວັນແມ່ຍິງສາກົນທີ່ ສັງຄົງລາວບາງສ່ວນມອບໃຫ້,ນາງ ຄິດດ່າຕົວເອງວ່າໂງ້ເກີນ,ເປັນຫຍັງຈິງມາຮັບເອົາລາງວັນແບບນີ້.

ໂດຍ: ພັນທະຫົວໃຈ

 

 

 ບ່ອນໝາຍສີແດງນັ້ນຂ້ອຍພິມຜິດເດີ່

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ທ່ານ ດຣ. ບໍ່ແສງຄຳ ເວົ້າວ່າ: ຄົນບໍ່ເກັ່ງ,ເພີ່ນຍົກຕົວຢ່າງມາພິສູດ ຂ້ອຍແຕ່ບໍ່ເຊື່ອ

ຈົາມາຮອດວັນທີ່ 23.02.12 ມີພະນັກງານ ຖວທ ເມືອງວຽງທອງ ແຈ້ງຕໍ່ປະຊາຊົນ(ພວກຂ້ອຍທີ່ເຄີຍເປັນອາສາສະມັກ)

ວ່າ: ທາງທີມງານ ທຊລ ສົມທົບກັບພະແນກ ຖວທ ແຂວງ ຈະລົງເຮັດວຽກຢູ່ເຂດຈອມທອງ,ເມືອງວຽງທອງໃນວັນທີ່

24-25.ຈຸດປະສົງແມ່ນລົງເກັບກຳຂໍ້ມູນຂ່າວການພັດທະນາຂອງເມືອງແລະຂຸດຄົ້ນຫາສິລະປະວັດທະນະທຳທ້ອງຖິ່ນ,

ພິດເສດແມ່ນຂັບເຜົ່າເມີ້ຍ,ເພາະເຄີຍຂະໜານນາມວ່າເປັນເອກະລັກຂອງເມືອງວຽງທອງ,ເພີ່ນຈະເດິນທາງຜ່ານເມືອງບໍລິຄັນ,

ຊຽງລື ແລະນັດພົບຢູ່ບ້ານທາດພູວຽງ,ເຂດຈອມທອງ ໂດຍທາງພະແນກແນະນຳມອບໃຫ້ເຂດຈອມທອງ,ພະນັກງານຮາກຖານ,

ບ້ານທາດພູວຽງ ແລະຈອມທອງກະກຽມຕ້ອນຮັບແລ້ວ

ເມື່ອໄດ້ຮັບແຈ້ງແບບນົັ້ນທີມງານອາສາສະມັກຂອງບ້ານນ້ຳຢ້າງ,ນ້ຳງອມກໍ່ພາກັນກະກຽມຈັດສົ່ງຕາມຄຳຂໍຂອງພະນັກງານຖວ ເມືອງ

( ມີແຄນ,ຊຸດນຸ່ງຍິງ-ຊາຍເຜົ່າເມີ້ຍ,ໝໍແຄນ,ໝໍລຳ ແລະລົດ 1 ຄັນ ພ້ອມນຳມັນເຕັມຖັງ)

ກະວ່າໄປສົມທົບ,ສ້າງບັນຍາກາດດີໆ,ຂຸດຄົ້ນເອົາວັທະນະທຳດີຂອງບັນດາເຜົ່າທີ່ນັບວັນຍິ່ງຟັງເລິກລົງໄປນັ້ນຟື້ນພູຂຶ້ນມາຮັກສາໄວ້.

ບໍ່ຈັກວ່າພະນັກງານ ຖວ ເມືອງເພີ່ນປະສານງານແບບໃດກັນແທ້,ບໍ່ລະອຽດຮັດກຸມ.ທຊລ ເດິນທາງແຕ່ປາກຊັນຫາບ້ານວຽງ

ປະມານ 200 ກິໂລ,ຮອດ12 ໂມງຂອງວັນທີ່ 24 ,ແຕ່ທິມງານຂອງເມືອງໄດ້ອອກເດີນທາງແຕ່ນເທດສະບານເມືອງວຽງທອງຫາ

ບ້ານວຽງປະມານ 36 ກິໂລແມັດ 5 ໂມງແລງຈິງຮອດ,ການເດິນທາງແມ່ນກະຕຸກະຕັກ,ກັບໄປກັບມຕ້ອນຜູ້ນັ້ນຕ້ອງຜູ້ນີ້,

ຕ້ອນແຕ່ລະບ່ອນຕ້ອງລໍຖ້າຈອກນັ້ນຈອກນິີ້.ພໍໄປຮອດກໍ່ເຫັນຊາວບ້ານປູສາດໃສ່ກາງບ້ານນັ່ງລວມນັງຟັງລຳເມີ້ຍກັນຢູ່ກ່ອນແລ້ວ

ແຕ່ຕອນນັ້ນບໍ່ທັນມີແຄນ,ພວກຂ້ອຍດີໃຈຄິດວ່າຈັ່ງໃດກໍ່ຈະເອົາຄັກໆ ໃຫ້ໄດ້ອອກໂທລະພາບ,ເຜີຍແຜ່ຂັບເມີ້ຍອອກສູ່ສັງຄົມ,

ພວກຂ້ອຍລົງຈາກລົດທັກທາຍທີມງານ ແລະຊາວບ້ານທຸກພາກສ່ວນແລ້ວກໍ່ເອົາແຄນອອກມາຈາກລົດເປົ່າໃຫ້ເຂົາທັນທີ,ທຳມະດາການຂັບລຳເຜົ່າເມີ້ຍ

ແບບດັ່ງເດີມຈະຄ້າຍກັບລຳຂັບງຶ່່ມ,ມີເປີດຫົວເລື່ອງ,ເດີນເລື່ອງ ແລະສະຫຼຸບເລື່ອງ

(ທຳອິດກ່າວສົມມາ,ກ້າວເຂົ້າລຳກ້ຽວແບບ່າວ-ສາວ ແລະສຸດທ້າຍກ່າວອຳລາ).

ແຕ່ການບັນທຶກພາບຂອງ(ທຊລ)ເບິ່ງແລ້ວຄືຊິເຮັດຫຼອກລວງພໍບໍ່ໃຫ້ຊາວບ້ານ ແລະພວກຂ້ອຍເສຍໃຈເທົ່ານັ້ນ

ເພາະທີວ່າເພີ່ນບັນທຶກນ້ອຍດຽວ,ບໍ່ທັນເຂົ້າເລື່ອງເຂົ້າລາຍຫຍັງ,ເປີດຫົວເລື່ອງບໍ່ທັນໝົດຊ້ຳ ທາງທີມງານກໍ່ກ່າວຄຳອຳລາ ໂດຍອ້າງວ່າຍັງມີວຽກຢູ່ຂ້າງໜ້າ,

ເຫດຜົນນີ້ຟັງບໍ່ຂຶ້ນ ຫາກມີວຽກອື່ນຢູ່ຂ້າງໜ້າກໍ່ບໍ່ຄວນນັດໝາຍ ຫຼື ບໍ່ຄວນລົງເມືອງວຽງທອງເລີຍ ເບິ່ງແລ້ວບໍ່ເຂົ້າໃຈວ່າ

(ທຊລ)ລົງໄປເຮັດຫຍັງ? ແລະໄດ້ຫຍັງແດ່?,ເພາະໄປຟ້າວ ແລະບໍ່ເຫັນຖາມຂໍ້ມູນຫຍັງພໍຈະເປັນຂ່າວ,ມີທ່ານໜຶ່ງໃນທິມງານລຸດອອກປາກວ່າຟ້າວໄປດອງ,

ໄດ້ຍິນແລ້ວພໍຢາກສະເອິະ,ນີ້ນໍ່ບູຮານເພີ່ນວ່າລ້ຽງມ້າກິນຂີ້ມ້າ,ລ້ຽງຊ້າງກິນຂີ້ຊ້າງ,ເຮັດອັນໃດກິນນຳອັນນັ້ນ,

ບໍ່ວ່າພະນັກງານຂັ້ນໃດກໍ່ຄືກັນໝົດ,ເຮັດນຳເວລາກໍ່ສໍ້ກົງເວລາ,ສວຍໂອກາດເອົາເວລາເຮັດວຽກທາງການໄປວຽກສ່ວນຕົວ


ຜົນໄດ້ຮັບຈາກການລົງວຽກຄັ້ງນັ້ນ

1 ສິ້ນເປຶອງຫງົບລັຖະບານ ແລະເປືອງສະບຽງອາຫານຂອງປະຊາຊົນ

2 ເສຍເວລາເຮັດວຽກອື່ນຂອງພະນັກງານລັດ ແລະປະຊາຊົນ

3 ຂາດຄວາມສາມັກຄີຕ່າງທຝ່າຍຕ່າງບໍ່ບໍ່ເຊື້ອໝັ້ນກັນ(ທຊລ - ຖວ ເມືອງ - ເຂດ - ປະຊາຊົນ)

ເພາະມື້ນັ້ນຕ່າງຄົນຕ່າງແຕກໄປໃຜໄປມັນບໍ່ໄດ້ຄອບລາກັນເລີຍ

 

ສົມພໍ  ທ່ານ ດຣ ບໍ່ແສງຄຳ ເວົ້າວ່າ: ຄົນບໍ່ເກັ່ງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ວັນທີ່ 8 ເດືອນ 3 ວັນແມ່ຍິງສາກົນບໍ່ວ່າທ່ານຍິງທ່ານຊາຍຄົງສະນຸກກັນເຫຼືອເກີນ

ບາງຄັ້ງ,ບາງທ່ານ ອາດຄິດບໍ່ເຖິງວ່າແມ່ຍິງຄວນເຮັດຫຍັງ,ຜູ້ຊາຍຄວນເຮັດຫຍັງໃນວັນນີ້

ເຄີຍເຫັນຜູ້ຍິງບອກໃຫ້ຜູ້ຊາຍທັງຫຼາຍເອົາໃຈໃສ່ຕົວເອງເປັນພິເສດໃນວັນນີ້,ຈົນເຖິງຂັ້ນທີ່ວ່າ

ນຳໃຊ້ຜູ້ຊາຍແຕ່ງກິນ,ຊັກເຄື່ອງ,ຊື້ເຄື່ອງເປັນຂອງຂວັນໃຫ້ຕ່າງໆນາໆຕາມທີ່ຕົນຕ້ອງການ.

ຖ້າທ່ານຊາຍມີຄວາມພ້ອມກໍ່ດີຢູ່ດອກ ແຕ່ສຳລັບຂ້ອຍບໍ່ເຖິງຂະໜາດນັ້ນ,

າກຜູ້ຊາຍຂາດຄວາມພ້ອມໃນມື້ນັ້ນມັນເປັນການຂູດຮີດຈິດໃຈຜູ້ຊາຍເກີນໄປ,

ພຽງແຕ່ຢາກໃຫ້ຜູ້ຊາຍເຮັດສິ່ງໃດກໍ່ໄດ້ທີ່ເຫັນວ່າດີ,ຖືກຕ້ອງ ແລະ ສະໝ່ຳສະເໝີໄປ

ບໍ່ໃຫ້ຖືວ່າຜູ້ຍິງມີຄວາມສຳຄັນໃນວັນທີ່ 8 ວັນດຽວ,

ໃຫ້ຖືວ່າສຳຄັນທຸກໆມື້ສະນັ້ນກິດຈະກຳໃນວັນນີ້ກໍ່ບໍ່ໄດ້ພິເສດໄປຈາກວັນອື່ນໆ

ທ່ານຍິງທີ່ອາຍຸອອ່ນກວ່າຄວນຈະນຳດອກໄມ້ຈັກຄູ່ໄປອວຍພອນທ່ານຍິງທີ່ອາຍຸສູງກວ່າຕົນເປັນຕົ້ນ:

ແມ່,ປ້າ,ຍ່າ...ສ່ວນທ່ານຊາຍກໍ່ຄວນຈະນຳດອກໄມ້ອວຍພອນໃຫ້ເພດຍິງ

ຕາມຄວາມເໝາະສົມຂອງໄວ ແລະ ຂອງຄວາມນັບຖືຮັກແພງ

ຜ່ານມາພໍຮອດວັນ 8 ເດືອນ 3 ແລ້ວບໍ່ວ່າຍິງ ແລະ ຊາຍຕ່າງກໍ່ເຮີ່ກັນດື່ມເຫຼົ້າດື່ມເບຍຈົນເມົາ,

ການກະທຳແບບນີ້ບໍ່ໄດ້ສະແດງເຖິງຄວາມນັບຖືຕໍ່ຜູ້ຍິງວ່າພິເສດບ່ອນໃດເລີຍ,

ເພາະວ່າການດື່ມສິ່ງມືນເມົາມັນບໍ່ແມ່ນສິ່ງພິເສດໃນສັງຄົມລາວ ແລະ

ຍັງພາໃຫ້ຝ່າຍຍິງມີໂອກາດລືມສະຕິເກີດຂໍ້ຜິດພາດຍ້ອນເມົາຫຼາຍປະການ

ການຈັດກິດຈະກຳສະຫຼອງ ແລະ ໃຫ້ລາງວັນໃນວັນທີ່ 8 ນີ້ຄວນມີແກ່ກຸ່ມຄົນທີ່ຍັງບໍ່ເຂົ້າໃຈເຖິງບົດບາດຍິງຊາຍ

ທີ່ຢູ່ຕາມທ້ອງຖິ່ນເຂດພູດອຍເພາະຜູ້ຍິງເລົ່ານັ້ນຍັງຈົມເລິກຢູ່ກັບຮິດຄອງ,ຄວາມງົມງວາຍ...

ເຊິ່ງສັງເກດໄດ້ຜູ້ຍິງບາງເຜົ່າໃນຊົນນະບົດຍັງມັກກິນຢາຂ້າຕົວຕາຍເພື່ອແກ້ບັນຫາຂອງຕົວເອງ

ແລະ ການສະມັກໃຈເປັນເມຍນ້ອຍ,ສົ່ງເສີມໃຫ້ລູກຫຼານຂອງຕົນເປັນເມຍນ້ອຍຂອງຜູ້ຊາຍຍັງມີຫຼາຍ,

ທັ້ງທີ່ຮູ້ວ່າມັນເຄີຍເກີດບັນຫາຕໍ່ກັບການສ້າງຄອບຄົວແຕ່ບໍ່ທັນມີຜູ້ໃດຫາທາງແກ້ໄຂໄດ້ເລີຍ

ຖ້າເຮັດໄດ້ອາດເປັນການກະຕູ້ນ ແລະ ຊັກຈູງເອົາເຂົາເຈົ້າກ້າວຂຶ້ນຈາກເຫວເລິກດັ່ງກ່າວໄດ້ເທື່ອລະກ້າວ