ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 21 ຄຳເຫັນ ແລະ 0 trackback(s)

 ທີ່ຮ້ານອາຫານແຫ່ງໜຶ່ງ,ນະຄອນຫຼວງວຽງຈັນ,ເຈົ້າຂອງຮ້ານໄດ່ໄລ່ເດັກເສບໜີຈາກຮ້ານຈຳນວນ 3 ຄົນ,ເປັນຍິງ 1 ຄົນ ,

ໃນນັ້ນເປັນຜູ້ແປພາສາອັງກິ 1 ຄົນ,ຈ່າຍອາຫານ 1 ຄົນ ແລະເສີບ 1 ຄົນ

ທຸກຄົນລ້ວນແຕ່ໜ້າຕາດີ ບໍ່ໜ້າເຊື່ອວ່າຈະເປັນຄົນຂະໂມຍອາຫານຂອງແຂກ.

ເດັກເສບທັງສາມໄດ້ສະມັກງານໃນຮ້ານດັ່ງກ່າວໄດ້ປະມານ 3 ເດືອນ,

ພວກເຂົາຍອມຮັບວ່າພວກຕົນໄດ້ຮ່ວມຫົວກັນລັກຂະໂມຍອາຫານປະເພດຂາໄກ່ທອດຈາກຈານອາຫານທີ່ຕົນນຳໄປເສີບທີ່ໂຕະແຂກ

ໃນເວລາທີ່ຈັບຈານອາຫານໄປວາງໃສ່ໂຕະຂອງແຂກ,ຂາໄກ່ທອດທີ່ຮ້ານນັ້ນປົກກະຕິຈະມີຈານລະ 4 ຂາ,

ແຕ່ເວລາຈັບໄປວາງໃສ່ໂຕະ ພວກເຂົາໄດ້ລັກປ່ອນຂາໄກ່ໃສ່ຖົງຢາງທີ່ກຽມໄວ້ຢູ່ຕາມຊ່ອງທາງທີ່ຕົນເດີນຜ່ານຈານລະ 1 ຂາ,

ເຫຼືອພຽງຈານລະ 3 ຂາ, ຂາໄກ່ທີລັກມາໄດ້ຈະເກັບໄວ້ກິນ ແລະໄປຂາຍໃຫ້ຮ້ານອື່ນບ່ອນໄກໆ.

ມື້ທີຮູ້ຕົວຈິງອາດແມ່ນຜີຂາຍໜ້າຄົນຂະໂມຍ,ບັງເອີນແຂກເຂົ້າຮ້ານເປັນຊາວຕ່າງປະເທດມາສັ່ງອາຫານແຕ່ບໍ່ເຂົ້າໃຈແຈ້ງເລື່ອງເມນູອາຫານທີ່ເອີ້ນເປັນພາສາລາວວ່າແນວໃດ?,

ເຈົ້າຂອງຮ້ານຈິ່ງຢ່າງໄປຫາໂຕະຂອງແຂກເພື່ອອະທິບາຍໃຫ້ເຂົ້າໃຈ ເລີຍເສືອດເຫັນຂາໄກ່ໃນຈານມີພຽງ 3 ຂາ,

ເຈົ້າຂອງຮ້ານຖາມແຂກຄົນນັ້ນກໍ່ຢຶນຢັນວ່າມີ 3 ຂາເທົ້ານັ້ນ ຈິ່ງຮູ້ໄດ້ວ່າເດັກເສີບເປັນຄົນຂະໂມຍຂາໄກ.

ເຖິງຢ່າງກໍ່ດີເພາະເຈົ້າຂອງຮ້ານນັ້ນບໍ່ໄດ້ເອົາຜິດກັບພວກກ່ຽວ,ພຽງແຕ່ໄລ່ອອກຈາກຮ້ານ ແລະຍັງແຖມເງິນແຮງງານປະຈຳເດືອນນັ້ນໃຫ້ຄົນລະ 400,000 ກີບ.

ນັບວ່າເປັນເລື່ອງແປກໃນເມືອງລາວ ແລະກໍ່ເປັນສິ່ງທີ່ຄວນລະວັງສຳລັບເຈົ້າຂອງຮ້ານ ແລະທຸກຄົນທີ່ມີໂອກາດເຂົ້າໃຊ້ບໍລິການໃນຮ້ານອາຫານ

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 

ລາວ-ກຳປູເຈັ່ຍມີຄວາມສຳພັນກັນຢ່າງສະນິດແໜ້ນມາແຕ່ດຶກດຳບັນ

 

ໃນປະຫວັດສາດຂອງລາວກ່າວໄວ້ວ່າ: ເຈົ້າຟ້າງຸ່ມ ວິລະກະສັດຄົນທຳອິດຂອງລາວ ປະສູດອອມາແລ້ວຖຶກຖິ້ມໃສ່ແພໄຫຼນ້ຳ,ພະພິຂຸຮັບໄວ້ແລ້ວນຳໄປສົ່ງໃຫ້ເຈົ້າຊີວິດກຳປູເຈ່ຍລ້ຽງໃຫຍ່ຢູ່ກຳປູເຈັ່ຍ,ສອນວິຊາອາຄົມໃຫ້ກ້າ,ມອບລູກສາວໃຫ້ເປັນເມຍ ແລະຈານັ້ນຈິ່ງຂຶ້ນມາທ້ອນໂຮມອານາຈັກລ້ານຊ້າງໃຫ້ເປັນໜຶ່ງດຽວໄດ້.

ນອກນັ້ນປະຫວັດສາດລາວ-ກຳປູເຈັ່ຍກໍ່ບໍ່ເຄີຍຮຸກຮານກັນ,ຖ້າທຽບໃສ່ບັນດາປະເທດອ້ອມຂ້າງລາວເຊັ່ນ: ໄທ,ພະມ້າ,ຈິນ ແລະຫວຽດນາມ, ລາວເຮົາລ້ວນແຕ່ໄດ້ເສຍດິນແດນໃຫ້ເຂົາເຈົ້າໝົດ.

ພາຍຫຼັງປົດປ່ອຍໃໝ່ເອກະສານບາງຢ່າງກໍ່ຍັງບັນທຶກໄວ້ວ່າ:ຄວາມສາມມັກຄີແບບພິເສດສາມອ້າຍນ້ອງ ລາວ-ຫວຽດ-ຂະແມ.

ນັກສຶກສາລາວຫຼາຍທ່ານ,ຫຼາຍລຸ້ນທີ່ໄປສຶກສາຢູ່ຕ່າງປະເທດຢູ່ຮ່ວມກັນຫຼາຍໆຊາດ,ພວກເຂົາກັບມາກໍ່ບອກວ່າ: ຄົນລາວ ແລະກຳປູເຈັ່ຍຖືກຕ້ອງກັນດີຮັກແພງກັນເໝືອນຄົນຊາດດຽວກັນ.

ແຕ່ຕົກມາເຖິງປະຈຸບັນນີ້ສັງຄົມລາວບໍ່ເຄີຍເອີ່ຍເຖິງ ກຳປູເຈັ່ຍ ຫຼື ເອີ່ຍກໍ່ຫ່າງໆ ຖ້າທຽບໃສ່ ຫວຽດນາມ,ຈີນ ແລະໄທ.

 

ປະເທດລາວຂອງພວກເຮົາບໍ່ຄ່ອຍມີຄົນກຳປູເຈ່ຍມາດຳລົງຊີວິດ,ຄ້າຂາຍ,ທຳມາຫາກິນນຳກັນ ແລະບັນດາການນຳກໍ່ບໍ່ຄ່ອຍຢ້ຽມຢາມກັນຄືກັບ ຫວຽດນາມ,ຈີນ ແລະໄທ

(ແມ່ນແຕ່ຄວາມສຳພັນລາວ-ໄທ ເມື່ອກ່ອນຂັດແຍ່ງກັນ ແຕ່ປະຈຸບັນໄດ້ປັບປຸງສາຍສຳພັນດີຂຶ້ນຫຼາຍ,ສັງເກດເບິ່ງການສະເໜີຂ່າວຂອງສື່)

ຄົນລາວເຮົາໜ້າຈະກັບມາທົບທວນປະຫວັດສາດອີກ ແລະເພີ່ມມິຕະພາບອັນດູດດຶ່ມທີ່ເຄີຍມີມາແຕ່ດຶກດຳບັນນັ້ນຄືນໃໝ່

ຫຼື ມັນຮອດຕອນທີ່ບູຮານເຄີຍກ່າວໄວ້ວ່າ: “ ແລ້ວນາຂ້າຄວາຍເຖິກ   -ແລ້ວເສິກຂ້າຄົນຫານ “

“ ກິນແລ້ວລືມໜີ້-ຂີ້ແລ້ວລືມຄຸນ

 

`

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຕາມການເລົ່ານິທານຂອງຜູ້ເຖົ້າຜູ້ແກ່ເລົ່າສູ່ຟັງວ່າ

ແຕ່ກ່ອນຕາຂຂອງໂຕອົ້ນກໍ່ຕາໂລໆ ໃຫຍ່ໆ

ຄືກັບຕາຂອງສັດຕົວອື່ນໆ

ແຕ່ຢູ່ມາມື້ໜຶຶ່ງ ໃນເວລາທີ່ອົ້ນກຳລັງຂັວດເຈາະຮູຢູ່ພື້ນດິນ

ເພືອຫາອາຫານຢູ່ໃກ້ແຄມທາງນັ້ນ

ກໍ່ເຫຼວເຫັນມະນຸດເຮົາທີ່ໄປໃສມາໃສຕ້ອງໄດ້ພົກພາສະບຽງອາຫານ

ຫຼືເຄື່ອງໃຊ້ສອຍໄປນຳສະເໝີ

ເມື່ອອົ້ນທຽບໃສ່ຕົວເອງທີ່ບໍ່ຈຳເປັນພົກພາຫຍັງເລີຍ

ຂວັດກິນຕະຫຼອດບໍ່ເຫັນຈະອຶດຫີວ

ຄິດໄດ້ແນວນັ້ນອົ້ນຈີ່ງຫົວຂັວນມະນຸດຈົນຕາຫິບ

ຈາກນັ້ນມາຕາຂອງອົ້ນຈິ່ງຫິບກວ່າຕາຂອງສັດຕົວອື່ນໆ