ຂຽນເມື່ອ: ມ.ນ.. 7, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
ມະນຸດເຮົາເວົ້າເຣື່ອງຮັກໆໆໆໆໆໆນີ້ ມັງໃສ່ປານເຫັນຕຳສົ້ມໝາກຮຸ່ງ
ແລະແລ້ວ ເຂົາກໍໄດ້ຮັບລົດຊາດຄວາມຮັກ ຄ້າຍຄືກັບກິນຕຳສົ້ມໝາກຮຸ່ງຫັ້ນແລ້ວ
"ທັງສົ້ມ, ທັງຂົມ, ທັງຫວານ, ທັງເຜັດ, ທັງນົວ....."
ຄືວ່າ ເມື່ອເຮົາກິນຕຳສົ້ມໝາກຮຸ່ງແລ້ວ ເວລາຖາມວ່າຣົດຂອງຕຳສົ້ມໝາກຮຸ່ງເປັນຈັ່ງໃດ ?
ເຂົາຕອບໄດ້ພຽງຢ່າງດຽວວ່າ "ແຊບ"
ບາງຄົນວ່າ "ແບບບໍ່ພໍ" ຍັງຕ້ອງສີບປາກ ຊີໆໆໆໆ ທັງນຳ້ມູກ ນໍ້າຕາ ເຫື່ອໄຫຼໃຄຍ້ອຍ.
ຄວາມຮັກຂອງມະນຸດກໍເປັນຈັ່ງຊັ້ນ ສັກວ່າແຕ່ຮັກ ບາດຖາມວ່າ
ເຈົ້າຕ້ອງການຄວາມຮັກບໍ ? ບໍ່ມີໃຜປະຕິເສດເລີຍ
ແລ້ວບາດຖາມວ່າ ຄວາມຮັກເປັນຈັ່ງໃດ ?
ກໍຕອບໄປຄົນລະເລື່ອງ
ຫາກມະນຸດເຮົາເຂົ້າໃຈຄວາມຮັກແທ້ໆ ມະນຸດຈະບໍ່ມີຄຳວ່າ
ເສັຍໃຈ
ເສົ້າໃຈ
ທຸກໃຈ
ອຸກໃຈ
ປະ
ຮ້າງ
ສຸກ
ສົດຊື່ນ
ຫວານ
ຂົມ
໑໐໘
ຜິດຖຽງ ເກີດຂໍ້ຂັດແຍ້ງກັນສັມມະປິ
ສະແດງວ່າ
ມະນຸດສັກວ່າແຕ່ຢາກຮັກ ແຕ່ມັກນຸດຮັກບໍເປັນ
ອິອິໆໆໆໆ
ນັກຄິດບາງທ່ານຈຶ່ງໃຫ້ທັດສະນະວ່າ
ເມື່ອມີຮັກມັກມີທຸກອຸກຫົວໃຈ
ຮັກເທົ່າໃດທຸກເທົ່ານັ້ນບໍ່ເສກສັນ
ເມື່ອມີຮັກ ມັກມີທຸກສຸກປົນກັນ
ຖ້າສ້າງສັນຮັກໃຫ້ເປັນຈັກເຫັນຄຸນ