ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ວັດທະນະທຳຂອງມະນຸດຊະຍະຊາດ ເປັນຜູ້ສ້າງ, ກິດຈະກຳຂອງມະນຸດ ກໍ່ສ້າງວັດທະນະທຳ, ກິດຈະກຳເລົ່ານັ້ນ ເກີດຂຶ້ນຈາກຄວາມຕ້ອງການຂອງມະນຸດ ໔ ຢ່າງຮຽກວ່າປັດໄຈ ໔ ຄື
- ມະນຸດຕ້ອງການ "ມີອາຍຸຍຶນ ເປັນອຳມະຕະ"
- ມະນຸດຕ້ອງການ "ຄວາມສວຍງາມ".
- ມະນຸດຕ້ອງການ "ຄວາມສຸກກາຍ ສຸກໃຈ"
- ມະນຸດຕ້ອງການ "ກຳກາຍ ກຳລັງໃຈ".
ທັງ ໔ ປະການນີ້ ມີໃນຕົວມະນຸດແລ້ວ ຈຶ່ງຕ້ອງສະແຫວງຫາໃກ້ໄດ້ມາເຊິ່ງສິ່ງເຫລົ່ານັ້ນ ສະນັ້ນ, ເມື່ອມະນຸດຕ້ອງການມີອາຍຸຍືນ ມະນຸດກໍຮູ້ວ່າ ຕ້ອງກິນອາຫານ, ເມື່ອຕ້ອງການຄວາມສວຍງາມ ມະນຸດຕ້ອງນຸ່ງຫົ່ມ, ມະນຸດຕ້ອງການຄວາມສຸກກາຍ ມະນຸດຕ້ອງສະແຫວງຫາທີ່ຢູ່ທີ່ອາໄສ, ເມື່ອມະນຸດຕ້ອງການມີກຳລັງກາຍກໍຕ້ອງ ສະແຫວງຫາຢາປົວພະຍາດ.
ກ. ດ້ວຍເຫດຜົນນີ້ ມະນຸດຕ້ອງການມີອາຍຸຍືນ ມະນຸດຕ້ອງກິນອາຫານ ເພາະມີແຕ່ການກິນອາຫານເທົ່ານັ້ນ ມະນຸດຈຶ່ງຮັກສາຊີວິດຢູ່ໄດ້ໃນໂລກ, ສະນັ້ນ ເມື່ອມະນຸດຕ້ອງກິນອາຫານ ມະນຸດຕ້ອງຫາອາຫານ, ອາຫານຊະນິດໃດ ທີ່ມະນຸດຕ້ອງການຫຼາຍທີ່ສູດ ກໍຄືເຂົ້າ ສະນັ້ນເພື່ອຢາກໄດ້ເຂົ້າ ມະນຸດກໍຕ້ອງໄດ້ເຮັດໄຮ່ ແລະເຮັດນາ ຕາມສະພາບພູມີປະເທດ ແລະພູມີອາກາດ, ຍົກຕົ່ວຢ່າງຕໍ່ເມື່ອຈະເຮັດນາ ມະນຸດຕ້ອງການກໍຄືເຄື່ອງມືການຜະລິດ ເມື່ອຕ້ອງການເຄື່ອງມືການຜະລິດ ເຊັ່ນໄຖແລະຄາດ ກໍຕ້ອງໄປກາຕົ້ນໄມ້ ເມື່ອຕ້ອງການຕົ້ນໄມ້ ກໍຕ້ອງຫາມີດຫາ ພ້າ ຂວານ ເມື່ຢາກໄດ້ພ້າ ແລະຂວານມະນຸດຕ້ອງໄປຫາເຫຼັກ ເມື່ອຢາກໄດ້ເຫຼັກມະນຸດກໍຕ້ອງ ໄດ້ຫາແຮ່ທາດ ເມື່ອຢາດໄດ້ແຮ່ທາດມາແລ້ວ ກໍຕ້ອງຫຼອມເຫຼັກ ເມື່ອຈະຫຼອມເຫຼັກໄດ້ ມະນຸດຕ້ອງຫາໝໍ້ ເມື່ອຢາກໄດ້ໝໍ້ ກໍຕ້ອງຫາດິນ ເມື່ອຢາກໄດ້ດິນກໍຕ້ອງ ໄປຂຸດດິນ ກໍຕ້ອງໃສ່ສຽມ ໃຊ້ໄພ ໄປຊ້ອື່ນ ແຕ່ລະອັນມັນກ່ຽວກັນໄປເລື້ອຍໆ ໂດຍບໍ່ມີທີ່ສິ້ນ ຈົນໄດ້ອຸປະກອນທີ່ເຮົາຢາກໄດ້, ເມື່ອໄດ້ສິ່ງທີ່ກ່ຽວເນື່ອງກັບອຸປະກອນເຮັດນາແລ້ວ ກໍຕ້ອງການແຮງງານ ເປັນສັດສາວາ ສິງ ຕ້ອງການນ້ຳຝົນ ຕ້ອງການແນວພັນ ຕ້ອງການໄປຫຼວງຫຼາຍ ຈຶ່ງໄດ້ປັກດຳ ກໍມີວິທີການປັກດຳອີກ ເມື່ອປັກດຳແລ້ວກໍມີພິທີການຮັກສາ ບາງທີທຳມະຊາດບໍ່ອຳນວຍຝົນຟ້າ ບໍ່ຕົກ ກໍນຶກວ່າເທວະດາບໍ່ອຳນວຍໃຫ້ກໍມີພິທີການຂໍຝົນ ເກີດປະເພນີຕາມຄວາມເຊື່ອຕ່າງຂຶ້ນມາອີກ ຕໍ່ມາມະນຸດຮູ້ວ່າມີສັດມາກິນເຂົ້າທີ່ປູກ ກໍຄິກຊອກສະແຫວງຫາ ເຄື່ອງປ້ອງກັນ ແລະອື່ນໆ ໄປຈົນເຂົ້າອອກຮວງ ແລະແກ່ຕອນເກັບກ່ຽວ ມະນຸດກໍຫາກ່ຽວ ຫາກະແຊກ ຫາລານ ຫາຄີມ ຫາກະບຸງກະຕ່າ ຢາກໄດ້ສິ່ງເລົ່ານັ້ນກໍຕ້ອງໄດ້ຫາໄປຈົນວ່າໄດ້ເຂົ້າເປືອກ ເມື່ອຢາກກິນເຂົ້າເປືອກກໍຫາຄົກຫາໂຮງສີ ຢາກໄດ້ໂຮງສີກໍຕ້ອງຫານເຄື່ອງມືມາເຮັດ ຈົນໄດ້ເປັນເຂົ້າສານ ເມື່ອເປັນເຂົ້າສານແລ້ວ ຈະເອົາມາກິນໄດ້ ກໍຕ້ອງໄດ້ມ່າ ຫາໝໍ້ ຫາຫວດ ຫາຄືໄຟ ຫາໄຟ ແລະອື່ນໆ ວິທີໜຶ່ງເຂົ້າໃຫ້ກິນແຊບກໍໄດ້ ຕ້ອງຫາວິທີການອີກ ໄປຈົນໄດ້ເຂົ້າຫູງເຂົ້າໜຶ່ງ ກິນແຕ່ເຂົ້າກໍບໍແຊບ ກໍຕ້ອງຫາອຫານ ຢ່າງໄດ້ອາຫານກໍຕ້ອງມີ ເຄື່ອງມີ ແລະວິທີການໄປເລືອຍໆບໍ່ມີທີ່ສິນສຸດ ດ້ວຍເຫດຜົນຢາກໄດ້ເຂົ້າຢ່າງດຽວເທົ່ານັ້ນ ຈະເຫັນວ່າມະນຸດສ້າງກິດຈະກຳຫຼວງຫຼາຍ ສິ່ງທີ່ເປັນກິດຈະກຳເລົ່ານັ້ນ ລ້ວນແຕ່ເປັນການກໍ່ເກີດວັດທະນະທຳທັງທາງດ້ານວັດຖຸ ແລະຈິດໃນທັງມວນ.
(ຍັງມີຕໍ່)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

“ນິວັດຖຸ” ພາສາໃໝ່ຂອງລາວ ເກີດຂຶ້ນແລ້ວ

 

“ນິວັຕຖຸ” ເປັນຄຳ ທີ່ບໍ່ລຶ້ງຫູພວກເຮົາເຈົ້າທ່ານຫຼາຍປານໃດດອກ, ເພາະເປັນຄຳໃໝ່ ຈັກເກີດ ຂຶ້ນຕອນໃດກໍປະມານການໄດ້ຍາກ, ຄຳເວົ້າຄຳນີ້ຫາກໄປກວດເບິ່ງໃນບັນທຶກວິຊາການຕ່າງໆ ຂອງພາສາລາວຍ່ອມບໍ່ປາກົດເຫັນຄຳນີ້ແນ່ນອນ, ຍິ່ງໄປກວດເບິ່ງໃນວັດຈະນານຸກົມສະດັບໃດໆ ຂອງພາ ສາລາວ ຍ່ອມບໍ່ປາກົດເຫັນແນ່ນອນ.

 

ແຕ່ຄຳນີ້ ໄດ້ປາກົດຍິນສະເໝີ ເມື່ອທ່ານຫຸມພັນ ຣັຕນະວົງສ໌ ອະດີຫົວໜ້າສະຖາບັນຄົ້ນຄວ້າ ວິທະຍາສາດວັດທະນະທຳ ແຫ່ງ ສປປ.ລາວ, ໄດ້ປະກອບສ່ວນບັນລະຍາຍວິຊາການດ້ານອັກສອນ ສາດ, ພາສາສາດ ແລະວັດທະນະທຳລາວ.

 

ບໍ່ວ່າເວທີໃດ ຫາກທ່ານຫຸມພັນ ຣັຕນວົງສ໌ ໄດ້ບັນຍາຍກ່ຽວກັບວິຊາການທີ່ທ່ານຖະໜັດທີ່ສຸດ, ໂດຍສະເພາະເທົ່າທີ່ຜູ້ຂຽນໄດ້ເຄີຍປະສົບ ແລະໄດ້ຟັງນັ້ນ ເຄີຍໄດ້ຍິນມາແຕ່ກ່ອນປີ ໒໐໐໐ ແລ້ວ, ສ່ວນ ໃນບົດຂຽນຂອງທ່ານ ກໍປາກົດເຫັນໂດຍສະເພາະໃນ ວິທະຍາສານມໍລະດົກລ້ານຊ້າງນັ້ນ.

 

ວັນທີ ໑໙-໒໐ ເດືອນສິງຫາ ປີ ໒໐໑໐ ກະຊວງຖະແຫຼງຂ່າວ ແລະວັດທະນະທຳ ໄດ້ຈັດປະຊຸມ ວິຊາການ ປະກອບສ່ວນເຂົ້າໃສ່ (ຮ່າງ) ນະໂຍບາຍວັດທະນະທຳແຫ່ງຊາດ ທີ່ສູນ ICTC ເຊິ່ງມີທ່າໜູນ ແກ້ວ ອໍລະບູນ ກຳມະການພັກ ເລຂາພັກກະຊວງ ແລະລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະວັດທະນະທຳ ເປັນປະທານ ມີບັນດາລັດຖະມົນຕີຊ່ວຍ, ຫົວໜ້າກົມ ແລະນັກວິຊາການຈາກພາກ ສ່ວນຕ່າງໆ ເຂົ້າຮ່ວເປັນຈຳນວນຫຼາຍທ່ານ.

 

ໃນການສຳມາມະນັ້ນ ທາງກອງປະຊຸມໄດ້ເປີດກວ້າງໃຫ້ນັກວິຊາການພາກສ່ວນຕ່າງ ໄດ້ສະ ແດງວິໄສທັດ ອອກຄວາມຄິດຄວາມເຫັນ ຢ່າງອິດສະຫຼະແບບງັດຄວາມຮູ້ຄວາມຫຼັກທາງດ້ານວັດທະ ທັມອອກມາເວົ້າກັນຢ່າງເປີດແປນ ທາງພາກສ່ວນຮັບຜິດຊອບ ໂດຍສະເພາະທ່ານລັດຖະມົນຕີ ແມ່ນ ນັ່ງເປັນປະທານໂດຍບໍ່ມີຄວາມອິດເໝື່ອຍໆ ອ່ອນລ້າ ຄືທ່ານເກັບກຳ ແລະເອົາໃຈໃສ່ທຸກຄວາມເວົ້າ ທຸກບັນຫາ ທຸກລາຍລະອຽດທີ່ທາງຝ່າຍວິຊາການສະທ້ອນອອກທາງຄວາມຄິດຄວາມເຫັນ.

 

ໃນນັ້ນ, ຜູ້ຂຽນເອງກໍອອກຄວາມຄິດຄວາມເຫັນປະກອບສ່ວນຕາມກຳລັງຄວາມຮູ້ ທີ່ພໍມີ, ຢ່າງ ຕັ້ງໜ້າ ເຊັ່ນດຽວກັບທ່ານອືນໆ.

 

ໃນກອງປະຊຸມນີ້ ຜູ້ຂຽນເກັບກຳ ແລະໄດ້ຍິນຄຳໃໝ່ຄຳໜຶ່ງ ເກີດຂຶ້ນ ຄືທ່ານຫຸມພັນ ຣັຕນວົງສ໌, ໄດ້ເວົ້າສະເໝີ ແມ່ນຄຳວ່າ “ນິວັດຖຸ”

 

ນິວັດຖຸ ເປັນຄຳພາສາລາວນີ້ ຜູ້ຂຽນວ່າເປັນພາສາໃໝ່, ເຖິງທ່ານຫູມພັນ ຣັຕນວົງສ໌ ເປັນຜູ້ ສ້າງຂຶ້ນເອງ ເພາະເຄີຍເຫັນແຕ່ທ່ານເທົ່ານັ້ນເປັນຜູ້ເວົ້າສະເໝີ.

 

ເຖິງວ່າພາສານີ້ ເກີດຂຶ້ນໂດຍທ່ານຫຸມພັນ ມາເຫິງແລ້ວ ແຕ່ຍັງບໍ່ປາກົດເຫັນໃຜເອົາມາຂະ ຍາຍຕໍ່, ແຕ່ເມື່ອທ່ານບົວບານ ວໍຂຸນໄດ້ບັນລະຍາຍວິຊາການຂອງທ່ານ ທ່ານບົວບານ ວໍລະຂຸນນັ້ນ, ເປັນອະດີດລັດຖະມົນຕີຊ່ວຍວ່າການ ທ່ານໄດ້ອ້າງອີງສະເໝີກ່ຽວກັບ “ນິວັຕຖຸ” ດັ່ງທີ່ທ່ານຫຸມພັນ ເວົ້າ.

 

ຈາກຈຸດນີ້ ໄດ້ເຫັນວ່າພາສາໃໝ່ ຄື “ນິວັດຖຸ” ໄດ້ເກີດຂຶ້ນເປັນວົງສາຄະນາຍາດແຫ່ງວິຊາການ ລາວ, ເພາະມີຄົນຫຼາຍເກີນສອງຄົນໄດ້ຍອມຮັບໃ​ນຄຳເວົ້ານີ້ແລ້ວ ຕໍ່ຈາກນີ້ໄປຫາກມີຄົນ ຫຼືນັກວິຊາ ການນຳໄປເວົ້າເລື້ອຍໆ ຄຳວ່າ “ນິວັດຖຸ” ກໍຈະຢ່າງກ້າວເຂົ້າມາເປັນວົງສາຄະນາຍາດແຫ່ງພາສາ ລາວຢ່າງໜ້າພາກພູມ.

 

ຄຳວ່າ “ນິວັດຖຸ” ນັ້ນ ໄດ້ມາຈາກໃສ ? ເດີມແທ້ໃນພາສາລາວເຮົາ ຮູ້ຈັກມາເຫິງແລ້ວນັ້ນ ຄື “ວັດຖຸ” ເປັນພາສາປາລີ “ວຕຖຸ” ຄຳວ່າວັດຖຸນີ້ ໄດ້ຖືກອະທິບາຍໃນພຸດທະພົດ ວິຊາການທາງທຳມະ ປັດຊະຍາ ເຖິງໃຊ້ກົງກັນຂ້າມກັບຄຳວ່າ “ຈິດໃຈ”.

 

ສ່ວນທາງວິຊາທາງສາສະໜານັ້ນ ຖືກໃຊ້ຮຽກສິ່ງທີ່ເປັນວັດຖຸທັງມວນ ເຊິ່ງກໍກົງກັນຂ້າມກັບ ຈິດໃຈເຊັ່ນກັນ, ຫຼືບາງຄັ້ງກໍມັກຈະໃຊ້ກົງກັນຂ້າມກັບ “ນາມທັມ” ຄື “ວັດຖຸທັມ”.

 

ສ່ວນຄຳເວົ້າຂອງປະຊາຊົນທົ່ວໄປນັ້ນ ຮູ້ຈັກວັດຖຸ ໃນຖານະທີ່ເປັນເຄື່ອງໃຊ້ໄມ້ສອຍ, ສິ່ງກໍ່ສ້າງ ແລະເຄື່ອງກໍ່ສ້າງຕ່າງໆ ເຊັນວັດຖຸເຄື່ອງໃຊ້, ຫາກນຳໄປຮຽກເຄື່ອງກໍ່ສ້າງມັກຈະໃຊ້ຄຳວ່າ “ວັດສະດຸ”

 

ແຕ່ໃນຄວາມໝາຍທາງວັດທະນະທຳນັ້ນ ທ່ານຫຸມພັນມັກຈະໃຊ້ຄຳວ່າ “ວັດຖຸ" ກົງກັນຂ້າມກັບຄຳວ່າ "ນິວັດຖຸ"ດ ສະເໝີໄປ.

 

ຄືທ່ານໝາຍຄວາມວ່າ “ວັດຖຸ” ແມ່ນສິ່ງທີ່ເປັນເປັນຮູບຮ່າງສັນຖານທົ່ວໄປ ທີ່ຈັບຕ້ອງສຳຜັດໄດ້ທາງອາຍະຕະນະທັງ ໕, ອີກ ໑ ອາຍະຕະນະ ໑ ຄືໃຈ ບໍ່ສາມາດຕ້ອງຊຸນວັດຖຸນັ້ນໄດ້ ພຽງແຕ່ຮູ້ສະພາບທີ່ມີຢູ່ຂອງວັດຖຸ, ແລ້ວທ່ານໃຊ້ຄຳວ່າ “ນິວັດຖຸ” ແທນຄຳວ່າ “ບໍ່ແມ່ນວັດຖຸ” ສະນັ້ນຄຳວ່າ “ນິວັດຖຸ” ນັ້ນແມ່ນຫຍັງກັນແທ້, ໃນຄວາມໝາຍຂອງທ່ານຫຸມພັນ ກໍຄື “ບໍ່ແມ່ນວັດຖຸ” ທີ່ບໍ່ແມ່ນວັດຖຸນັ້ນແມ່ນຫຍັງກັນແທ້ ກໍຈະຕອບວ່າ “ຈິດໃຈ” ຫຼືນາມທຳນັ້ນເອງ, ເມື່ອຂະຫຍາຍຄວາມຕື່ມ ສິ່ງທີ່ບໍ່ແມ່ນວັດຖຸ ກໍຄືສະພາບທີ່ອາຍະຕະນະທັງ ໕, ໃນ ໖ ນັ້ນ, ບໍ່ສາມາດເຂົ້າໄປຊູນຕ້ອງໄດ້ ແລະອາຍະຕະທັງ ໕ ກໍບໍ່ຮູ້ເຖິງເຊິ່ງສະພາວະຂອງນິວັດຖຸນີ້ໄດ້ດ້ວຍເຊັ່ນກັນ "ນິວັດຖຸ" ກໍຄື "ອະຮູບ" ຫຼືບໍ່ມີຮູບ ຫຼື "ອະຣຸປານັງ" ໃນພາສາປາລີນັ້ນ, ມີແຕ່ອາຍະຕະນະດຽວ ຄື ໃຈ ທີ່ຮັບຮູ້ໄດ້ເຖິງແທນທີ່ທ່ານຈະໃຫ້ "ອະຮູບ" ທ່ານກັບເລືອກໃຊ້ "ນິວັດຖຸ" ນັບວ່າທ່ານຮູ້ເລືອກໃຊ້ພາສາທີ່ເໝາະສົມ.

 

ເມື່ອຕີລາຄາສັງເກດຄວາມຈິງ ຢ່າງຖີ່ຖ້ວນແລ້ວ ຄຳວ່າວັດຖຸ ມັນກົງກັນຂ້າມກັບສິ່ງທີ່ບໍ່ແມ່ນວັດຖຸ, ທ່ານຢາກໃຫ້ພາສາເປັນສັບເຕັກນິກ ຫຼືສັບທາງການ ທ່ານຈິງເອົາ “ນິ” ນີ້ມາເປັນອຸປະສັກສັບໜ້າ ເຮັດໃຫ້ສັບຫຼັງ “ວັດຖຸ” ກາຍເປັນ “ບໍ່ແມ່ນວັດຖຸ" ໄປຢ່າງລົງຕົວ ແລະງົດງາມ.

 

ນິວັດຖຸ ຈຶ່ງເປັນພາສາສັບເກີດຂຶ້ນໃໝ່ ແລະເປັນວິທະຍາສາດ ສາມາດເອົາໄປອະທິບາຍໃນລັກສະນະທາງວິຊາການໄດ້.

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ