ຂຽນເມື່ອ: ມ.ສ.. 15, 2014
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
|
ຂຽນເມື່ອ: ມ.ນ.. 24, 2014
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ຄົນບຸນຍ່ອມໄດ້ຊ້ອນ ຊອນຮັກກັບຄົນບຸນ ບຸນສະເໝີພຽງກັນ ຈຶ່ງໝົ້ນຄົນຂະໜົງກ້າ ຫາກຮັກເງິນເກີນກວ່າແລ້ວ ຈະທົນເຈັບທຸກເຊົ້າຄໍ່າ ເງິນທີ່ມີມາກລົ້ນ ລາຄາດ້ອຍກວ່າຮັກຈິງ ເງິນທອງເປັນພະເຈົ້າ ຕັດສິນສ່ວນທຸກບັນຫາ ແຕ່ວ່າລາຄາເງິນບໍ່ພຽງໃຈ ຊື້ໃຈບໍ່ມີໄດ້ ຄົນໃດເຫັນເງິນນັ້ນ ສະເໝີໃຈແຈ້ງເຈດ ກໍຈະເຫັນຮັກແທ້ ວ່າເງິນນັ້ນດ້ອຍກວ່າຄົນ ຄົນຮັກເງິນບໍ່ລອດພົ້ນ ທົນທຸກອຸກສະໝອງ ແມ່ນຊິລວຍພຽງໃດ ໃຈບໍ່ບານສະເບີຍໄດ້ ຮັກອັນໃດບໍ່ທຽມເທົ້າ ກັບຮັກຈິງຈາກເຈດ ຮັກແທ້ຍຶນຍິ່ງໝັ້ນ ເງິນຄຳນັ້ນມາກມູນ ທ່ານເອີຍ.
|
ຂຽນເມື່ອ: ກ.ລ.. 17, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
|
ຂຽນເມື່ອ: ກ.ລ.. 15, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ສິ່ງທີ່ຊື້ດ້ວຍເງິນບໍ່ໄດ້ໃນໂລກຄື ສີ່ຢ່າງຄື 1. ຄວາມຮັກ. 2. ເວລາ 3. ຊີວິດ 4, ມີດແທ້
|
ຂຽນເມື່ອ: ມິ.ຖ.. 25, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ປະສົບການຈິງຕົວະຜີລົງເຮືອນ. ------------------------------------------------ - ເວລາ ໑໕:໐໐ ໂມງ ໑໓ ມິຖຸນາ ເປັນກໍານົດຕ້ອງເປີດປະຕູຫ້ອງຂອງທຸກໆວັນ, ເພື່ອຕ້ອນຮັບແຂກຕາມປົກກະຕິ ເປີດປະຕູໄປເຫັນຄົນນັ່ງເຕັມສາລາ ໃນນັ້ນມີຄົນໜຶ່ງຂຶ້ນມາກ່ອນ ແລະເວົ້າວ່າ ຂ້ານ້ອຍມາແຕ່ບ່າຍໂມງ ຈົວບອກວ່າອາຈານພັກຜ່ອນ ໓ ໂມງຈຶ່ງເປີດປະຕູ. - ພຣະອາຈານດີໆໆໆ ມາບໍ່ຖືກເວລາ ມັນກະຕ້ອງຖ້າຫັ້ນແລ້ວ, ມາຫຍັງລະ ? (ເຂົາເຂົ້າມາໃນຫ້ອງຂາບລົງ ໓ ບາດ ແລ້ວເວົ້າວ່າ) - ພໍ່ອອກຄົນນັ້ນວ່າ "ໂອຍ....ເອົາຄົນຜີເຂົ້າ ມາໃຫ້ພຣະອາຈານໄລ່ອອກໃຫ້ແນ່ ໄປຫຼາຍວັດແລ້ວ ມັນກະອອກຢູ່ ແຕ່ມັນກະກັບເຂົ້າມາຄືນ, ຕອນເອົາມານີ້ມັນກະເຂົ້າອີກ ຂີ່ລົດມານໍາ ເວົ້ານໍາຂ້ານ້ອຍຈ້ອຍໆ ວ່າຊິຂ້າຊິແກງ, ມັນຫາວ່າພວກຂ້ານ້ອຍໄປເອົາດິນມັນ ແລະລູກມັນລັກຂາຍດິນລາວ, ພຣະອາຈານເບ ບອກມາຫາພຣະອາຈານ. - ພຣະອາຈານວ່າ "ຜີຢູ່ໃສສັງມາເກ່ງແທ້ ?" ພໍ່ອອກຜູ້ພາມາບອກວ່າ "ລາວບອກວ່າເປັນພໍ່ຕູ້ສົມຫວັງ" ພຣະອາຈານຕິຖະແຫຼງ "ຮວາຍ...ຜີອີສັງຄືມາຊືຄືຄົນແທ້ ?" ພໍ່ອອກຄົນນັ້ນ "ບອກວ່າ ລາວກະແມ່ນຄົນນີ້ແລ້ວ ຈັ່ງຫາຕາຍສອງປີນີ້ ລາວກະບໍໍ່ໄດ້ຕາຍຢູ່ຫັ້ນດອກ ຕາຍຢູ່ບ້ານດຸງພີ້" ພຣະອາຈານກໍສອຍ "ເອົາວ໌ ຄືເປັນຈັ່ງຊັ້ນ" ພໍ່ອອກຫັ້ນຕີຈັ່ງງວ່າ "ລາວມາໄລ່ພວກຂ້ານ້ອຍໜີ ຄັນບໍ່ໜີຊິເອົາຕາຍທັງໝົດ" ເວົ້າເບິ່ງນ່າມັນເປັນຈັ່ງໃດມາຈັ່ງໃດ ພຣະອາຈານວ່າ ?. - ພໍ່ອອກວ່າ ຄືວ່າຂ້ານ້ອຍນີ້ເປັນເຈົ້າຂອງດິນ ໄດ້ຊື້ດິນກັບຜູ້ຍິງຄົນໜຶ່ງຢູ່ບ້ານດຸງ ໖ ປີແລ້ວ, ຊື້ດິນຢູ່ໃສ ? ຢູ່ບ້ານໃໝ່ສໍາປັນນາ ແລ້ວກໍໃຫ້ຜົວເມັຍຄູ່ນີ້ໄປເຝົ້າ, ບາດແລ້ວ ສອງທິດທີ່ແລ້ວນີ້ ຈຶ່ງຮູ້ວ່່າວ່າດິນຕອນນີ້ ເປັນຂອງພໍ່ຕູ້ສົມຫວັງ, ລູກລາວລັກຂາຍ ແລະຂ້ານ້ອຍກໍໂທໄປຫາຜູ້ຂາຍດິນໃຫ້ ກໍບອກວ່າແມ່ນຄວາມຈິງ ແລະພໍ່ຕູ້ສົມຫວັງນີ້ ກໍແມ່ນພໍ່ຂອງລາວຈິງ. - ພຣະອາຈານຈຶ່ງຖາມວ່າ "ດຽວນີ້ຄົນທີ່ຜີເຂົ້າຢູ່ໃສ ?" ເຂົາຕອບວ່າ "ຢູ່ລົດ" ຜີຍັງເຂົ້າຢູ່ບໍ ? ເຂົາຕອບວ່າ "ຕອນມານີ້ກະເຂົ້າ ເວົ້ານໍາຂ້ານ້ອຍຢູ່ ບາດເຂົ້າມາວັດນີ້ ມັນກະອອກ ສົງໄສຍັງບໍ່ທັນເມືອ" ພຣະອາຈານວ່າ "ຄັນຊັ້ນ ໄປເອົາຂຶ້ນມາເບິ່ງ", ພໍ່ອອກກະອອກຈາກຫ້ອງລົງໄປຕະລ່າງ ພຣະອາຈານກໍກັບເຂົ້າຫ້ອງ ເຫິງເຕີບຈຶ່ງອອກ ມາຈາກຫ້ອງ ພວກເຂົານັ່ງຢູ່ໃນຫ້ອງ ຄົນທີ່ອ້າງວ່າເຈົ້າຂອງດິນນັ່ງຢູ່ອີກບ່ອນໜຶ່ງ ແລະມີຍິງຄົນໜຶ່ງມີຮ່າງກາຍສີດໍາ ໄຮ້ສະຕິ ນອນຢູ່ໃນຕັກຂອງຜູ້ ຊາຍຄົນໜຶ່ງອ່າວໜຸ່ມ ພຣະອາຈານກັບອອກມາຈາກຫ້ອງນັ່ງທີ່ອາສະນະເໝືອນເດີມແລ້ວຖາມວ່າ "ໃສຜີ ?" ຄົນທີ່ອ້າງວ່າເຈົ້າຂອງດິນບອກວ່າ "ຫັ້ນເດ ຂ້ານ້ອຍ", ພຣະອາຈານຫຼຽວເບິ່ງຜູ້ຍິງຄົນນັ້ນແລ້ວ ຈຶ່ງຖາມວ່າ "ຜີອີສັງ ຄືສະພາບເປັນຮ້າຍແທ້", ຍິງຄົນນັ້ນນອນເສີຍ ທໍາເໝືອນບໍ່ຮູ້ສຶກຕົວກໍເລີຍຖາມອີກວ່າ "ແມ່ອອກ ເຈົ້າເປັນຫຍັງ ?" ຍິງຄົນນັ້ນ ຕົນຕົວເໝືອນກັບວ່າໄຮ້ວິນຍານແຕ່ແປກກົງທີ່ວ່າ "ລິ່ວຕາເຫຼືອກຕາດຽວມາເບິ່ງພຣະອາຈານ" ອາຕະມາກໍ ເວົ້າໃສວ່າ "ຮື...ຊິມາເຫຼືອ ຕາໃສ່ອາຈານແບບນັ້ນ" ແມ່ຍິງຄົນນັ້ນລຸກປຸບປັບຂຶ້ນເໝືອນມີແຮງ ມືຕາຢ່າງບໍ່ພັບ ບໍ່ວ່າຫຍັງ ? - ພຣະອາຈານ "ແນະລຸກແລ້ວ ຄືແຂງແຮງແທ້ ເຈົ້າເປັນຫຍັງແມ່ຕູ້" ພໍ່ອອກທີ່ອ້າງວ່າ ເປັນເຈົ້າຂອງດິນຊິບໃສ່ຫູອາຈານຄ່ອຍໆ ວ່າບໍ່ແມ່ນແມ່ຕູ້ ພໍ່ຕູ້, ຜີຜູ້ຊາຍ ພຣະອາຈານ" ພຣະອາຈານ "ຮືມ໌ ຢ່າປາກ", ແລ້ວຖາມຍິງທີ່ຖືກຜີເຂົາ ຄົນນັ້ນອີກ, "ແມ່ຕູ້ເຈົ້າເປັນອີສັງ ?" ຍິງຄົນນັ້ນເວົ້າຂຶ້ນວ່າ "ຂ້ານ້ອຍບໍ່ແມ່ນພໍ່ຕູ້ ທັງຍົກມືຊີ້ ໃສ່ໂຕເຂົາເອງ" ພຣະອາຈານກໍເວົ້າວ່າ "ຜີບ້າ ເປັນຜຸ້ຍິງແທ້ໆໆ ເປັນຫຍັງຄືວ່າ ພໍ່ຕູ້ ບໍ່ແມ່ນຜີບ້າແລ້ວບໍນີ້" ຜູ້ຍິງທີ່ຖືກຜີເຂົ້າ ກໍເວົ້າວ່າ "ຂ້ານ້ອຍເປັນຜູ້ຊາຍ", ພຣະອາຈານຈຶ່ງວ່າ "ເອີໆໆໆ ຜູ້ຊາຍກະຜູ້ຊາຍ ວ່າແຕ່ວ່າເຈົ້າຫັ້ນຊືຫຍັງ ?" ຜູ້ຍິງຄົນນັ້ນເວົ້າວ່າ "ຂ້ານ້ອຍຊື່ພໍ່ຕູ້ສົມຫວັງ" ຢູ່ບ້ານໃດ ? ຢູ່ບ້ານໃໝ່ສໍາປັນນາ, ເປັນຫຍັງ ຈຶ່ງມາເຂົ້າເຂົານີ້, "ຂ້ານ້ອຍແທ້ຫັ້ນຢູ່ສະຫວັນພຸ້ນ, ມານໍາລູກນ້ອງຫົກຄົນ, ມາຕາມລູກ" ພຣະອາຈານ "ຕາມຢູ່ໃສ ? ໃຜລູກເຈົ້າ, "ຜີກະໄລ່ຊື່ລູກ ອອກມາທັງໝົດ ແລ້ວເຂົາກໍຊີ້ໃສ່ຍິງຄົນທີ່ຖືກຜີເຂົ້າຫັ້ນອີກວ່າ "ນີ້ກະແມ່ນ" - ພຣະອາຈານ "ຄົນທີ່ນອນຢູ່ນີ້ ກໍແມ່ນລູກເຂົ້າແມ່ນບໍ ?" ເວົ້າສຽງແຂງ "ໂດຍ...ແມ່ນລູກຂ້ານ້ອຍ ຫັ້ນແລ້ວ, ມັນໜີມາເຫິງແລ້ວ ຊິມາເອົາມັນເມືອ, ຄັນມັນບໍ່ເມືອ ຊະເອົາໃຫ້ຕາຍ". - ພຣະອາຈານເວົ້າວ່າ "ບ້ະໆໆໆໆ ພໍ່ຕູ້ວ່າເປັນພໍ່ຕູ້ສົມຫວັງເຈົ້າຂອງດິບ້ານໃໝ່ແມ່ນບໍ ?" ເຂົາຕອບວ່າແມ່ນແລ້ວ "ລູກເຂົາເຈົ້າ ເຂົາເອົາດິນເຈົ້າໄປຂາຍແມ່ນບໍ ?" ເຂົາຕອບວ່າ "ແມ່່ນແລ້ວ...ໂຢວ໌ ຊິຖາມອີສັງຫຼາຍແທ້ ເວົ້າເທົ່ານີ້ກະຮູ້ຕວາ", ພຣະອາຈານ "ຢາກຮູ້, ແຕ່ຄວາມຈິງແລ້ວ ຍິງຄົນນີ້ ບໍ່ແມ່ນລູກຂອງເຈົ້າ ເຂົາເປັນ ພຽງຄົນເຝົ້າສວນໃຫ້ເຖົ້າແກ່ ຊື໋ໆໆໆໆ ເຈົ້າກໍາລັງຕົວະພຣະອາຈານແມ່ນບໍລະ ?" ເຂົາເວົ້າສຽງອ່ອນໆລົງແລ້ວ ຫຼຽວໜີໄປທາງອື່ນໆ ບໍ່ສູ້ໜ້າເໝືອນເກົ່າ" ອາຈານ ຈຶ່ງເວົ້າອີກວ່າ "ຫຼຽວມາທາງນີ້ ເບິ່ງເປັນຫຍັງບໍ່ພັບຕາລະ ຫຼຽວມາ" ເຂົາກໍກົ້ມໜ້າບໍ່ປາກເໝືອນເກົ່າ ທໍາທ່າຢ້ານໆ ເຮັດຕາເຫຼືອກໆ ແຕ່ບໍ່ພັບຕາ ຈຶ່ງເວົ້າໃຫ້ເຂົາວ່າ "ເຈົ້າວ່າເຈົ້າຮັກລູກຂອງເຈົ້າແມ່ນບໍ ?" ເຂົາຕອບວ່າ "ໂດຍ...ຮັກເຂົາຫັ້ນແລ້ວ ຮັກຜູ້ນີ້ນີ້ແຫຼ້ວຫຼາຍ ຢ້ານເຂົາທຸກເຂົາຍາກ ບໍ່ມີອັນຢູ່ອັນກິນ ໃຫ້ເຂົາກັບບ້ານເມືອງຄືນ" ອາຕະມາວ່າ "ພໍ່ຕູ້ ເຈົ້າຫັ້ນຄິດຜິດແລ້ວ ເຈົ້າວ່າເຈົ້າຮັກລູກເຈົ້າ ແຕ່ເຈົ້າມາຢູ່ໃນຮ່າງຂອງເຂົາ ແລ້ວວິນຍານຂອງເຂົາຊິເປັນຈັ່ງໃດລະ ອັນນີ້ເຂົາວ່າເຈົ້າບໍ່ຮັກລູກແລ້ວ ເຈົ້າຍັງບຽດບຽນເຂົາອີກ ບາບຕົກນະຣົກໝົກໄໝ້, ມີພໍ່ຄົນໃດຮັກລູກ ແຕ່ທໍຣະມານລູກແບບນີ້" ເຂົາກົ້ມໜ້າ ບໍ່ປາກຍັງອາຕະມາຈຶ່ງຖາມເຂົາວ່າ "ຕອນເປັນມະນຸດ ຫັ້ນເຄີຍເຂົ້າວັດຟັງທັມບໍ ?" ເຂົາຕອບວ່າ "ບໍ່ເຄີຍ" ອາຕະມາຖາມວ່າ "ເປັນຫຍັງບໍ່ເຄີຍ" ເຂົາຕອບວ່າ "ເຂົ້າສາສນາອື່ນ(ບອກຊື່ສາສນາ), ອາຕະມາ ຈຶ່ງບອກເຂົາວ່າ "ນັ້ນແລ້ວ....ເປັນຫຍັງເຈົ້າຈຶ່ງວ່າ ລູກບໍ່ເຮັດບຸນໃຫ້ລະ ຂອງຕອນມີຊີວິດເຈົ້າບໍ່ພາເຂົາເຮັດບຸນ ບາດເຈົ້າຕາຍແລ້ວ ເຂົາກໍບໍ່ຈັກຊິເຮັດບຸນໃຫ້ເຈົ້າຫັ້ນແລ້ວ" ເຫິງເຕີບ ເຂົາກໍບໍ່ຕອບຫຍັງ ກະເລີຍບອກເຂົາວ່າ "ນັ້ນແລ້ວ ຕອນມີຊິວິດເປັນຄົນເປັນຄົນທິດຖີ ເຫັນຜິດ ຢູ່ໃນປະເທດພຸດທະສາສນາແທ້ໆ ຍັງບໍສວຍໂອກາດສ້າງບຸນໃສ່ໂຕ ຕາຍໄປແລ້ວ ກໍເປັນອະສຸຣະກາຍຈັ່ງຊີ້" ເຂົາກໍບໍ່ວ່າຫຍັງ ນັ່ງກົ້ມໜ້າ ແລະເຫັນນໍ້າຕາຂອງເຂົາອອກ" - ອາຕະມາຢ້ານຍິງຄົນນັ້ນເມື່ອຍຈຶ່ງຖາມເຂົາວ່າ "ພໍ່ຕູ້ ເຈົ້າຊິອອກຈາກຍິງຄົນນີ້ບໍ ?" ເຂົາຕອບວ່າ "ບໍ່ອອກ ຊິໄປແກ້ແຄ້ນພວກລູກເນຣະຄຸນກ່ອນ" ອາຕະມາວ່າ "ຍັງບອກແລ້ວວ່າ ການທີ່ເຈົ້າເປັນຜີນັ້ນມັນກະບາບພໍແຮງແລ້ວ ເຈົ້າຍັງຊິໄປຂ້າຄົນອີກມັນບາບໜັກ ຕົກນະຣົກໝົກໄໝ້, ເຈົ້າຢາກເປັນຜີຢູ່ຈັ່ງຊີ້ບໍ ?" ເຂົາຕອບວ່າ "ບໍ່...ໃຜບອກວ່າເປັນຜີດີ" ອາຕະມາຫົວຂວັນ "ຮ່າໆໆໆໆໆໆໆໆໆໆໆໆໆໆໆໆ, ກະບໍ່ໃຜບອກວ່າຜີດີ, ຈໍາພວກຜີ, ພວກອະສຸຣະກາຍນີ້ ມັກບາບຍິ່ງກວ່າ ເປັນສັດອີກ, ເປັນຫຍັງເຈົ້າຈຶ່ງບໍ່ອອກຈາກແມ່ອອກຄົນນີ້ ຊັ້ນນ່າ" ເຂົາຕອບວ່າ "ມານໍາເອົາມັນເມືອ ຍັງວ່າ" ອາຕະມາວ່າ "ຊິເອົາເຂົາເມືອ ມັນຊິມີປະໂຫຍດຫຍັງ, ໃນຂະນະເຈົ້າກະຍັງເປັນຜີຢູ່ ເອົາຕົວບໍ່ລອດແລ້ວ ຍັງເປັນຫ່ວງຄົນອື່ນອີກ ຮ່າໆໆໆໆໆໆ ອາຈານງຶດຜີບ້າດັ່ງເຈົ້າ". - ຜູ້ຍິງຄົນນັ້ນນໍ້າຕາອອກ ຫຼາຍເຕີບ ຈຶ່ງຖາມເຂົາວ່າ "ເປັນຫຍັງຈຶ່ງຮ້ອງໃຫ້ລະ ".ໂອຍ....ຢ່າຊູຖາມຫຼາຍທ້ອນ" ອາຕະມາວ່າ "ບໍ່ຖາມຈັ່ງໃດ ທໍາອຶດຄືມາເວົ້າສຽງແຂງ ບາດນີ້ ຄືວ່າມາກນໍ້າຕາອອກ" ເຂົາເວົ້າທັງໃຫ້ພ້ອມວ່າ "ແນວມັນເສັຍໃຈເວີຍ....ຕອນເປັນຄົນບໍ່ ໄດ້ເຮັດບຸນ ບໍ່ເຊື່ອພຸດທະສາສນານໍາເຂົາ ຄົນມາຊວນໄປເຮັດບຸນກະ ບໍ່ໄດ້ເຮັດນໍາເຂົາ, ສວນບັກໃຫຍ່ນາກະຫຼາຍ ກໍບໍ່ໄດ້ໃຊ້ຫຍັງລູກມັນຫຼັກມັນໂລບເອົາ.....ກີບດຽວກະບໍ່ແບ່ງ". - ອາຕະມາວ່າ "ເອີ.....ມາຈົ່ມເສັຍໃຈຕອນີ້ມັນກາຊ້າເກີນແລ້ວພໍ່ຕູ້ເອີຍໆໆໆ ອັນດິນອັນນານັ້ນ ເຈົ້າຊິຫວງໄວ້ເຮັດຫຍັງ ເຈົ້າຕາຍແລ້ວມັນກະເປັນຂອງຄົນອື່ນໆ, ມັນເປັນທໍາມະດາຂອງໂລກ ເອົາຈັ່ງຊີ້ເວົ້າຫຼາຍເຈົ້າກະເສັຍໃຈລ້າ ໃຫ້ເຈົ້າອອກຈາກຍິງຄົນນີ້ກ່ອນ, ແລ້ວຊິບອກໃຫ້ລູກຂອງເຈົ້າເຮັກບຸນໃຫ້ໄດ້ບໍ". - ຍິງຄົນທີ່ຖືກຜີເຂົ້າກໍເງີຍໜ້າຂຶ້ນ ເບິ່ງເພດານ ແລະຫຼຽວໄປທົ່ວຫ້ອງ ແລ້ວກໍຈົ່ມຄ່ອຍໆໆ "ໂອ...ຈັ່ງແມ່ນງາມເນາະວັດອາຈານ ໂອຍ ຜ້າກັ້ງງາມເນາະ" ເຂົາຫຼຽວໄປ ເບິ່ງພຣະພຸດທະຮູບແລ້ວຂາບລົງ ໓ ຄັ້ງແລ້ວ, ແລ້ວເວົ້າຄ່ອຍໆ ພຣະພຸດທະເຈົ້າຈັ່ງແມ່ນງາມໆໆໆໆ ອາຈານບອກເຂົາເຮັດບຸນໃຫ້ຂ້ານ້ອຍແນ່ເດີ.....ເຂົາເງິຍຂຶ້ນແລ້ວກໍຫງາຍເງີກ ໄປລົ້ມໃສ່ຕັກຊາຍຄົນທີ່ອຸ້ມເຂົາຢູ່ທາງຫຼັງ ມິດໄປເໝືອນຮ່າງໄຮ້ວິນຍານ, ຊາຍຄົນອຸ້ມເຂົາຫັ້ນກໍເອົານໍ້າ ໃນຈອກອົມພູດໆ ໃສ່ໜ້າຍິງຄົນນັ້ນສອງ-ສາມຄັ້ງ ຈຶ່ງມຶນຕາລຸກຂຶ້ນ ເໝືອນຄົນບໍ່ເປັນຫຍັງ ? ຖາມຍິງຄົນນັ້ນ ໄດ້ຄວາມຈົນໃຫ້ແນ່ໃຈວ່າ ເປັນຍິງຄົນນັ້ນແລ້ວ ອາຕະມາຈຶ່ງເອົາຝ້າຍທີ່ກຽມໄວ້ໄປຜູກແຂນເຂົາ ໃຫ້ນໍ້າມົນເຂົາກິນແລ້ວຈຶ່ງຖາມເລື່ອງອື່ນຕໍ່. (ຮຽບຮ້ອຍກັບມາເຂົ້າຄືນບໍ່ໄດ້ແນ່ນອນ)
- ເວົ້າລັດເອົາເລື່ອງຈຶງຈາກຍິງຄົນນີ້. - ແມ່ອອກ ຊື່ຫຍັງ ເຂົາຕອບວ່າ "ຊື່......." ຢູ່ບ້ານໃດດຽວນີ້ "ເຝົ້າສວນໃຫ້ເຖົ້າແກ່ນີ້(ຊີ້ໃສ່ເຖົ້າແກ່ຄົນພາມາ)ຢູ່ບ້ານໃໝ່", ຢູ່ກັບໃຜ ? ເຂົາຕອບວ່າ ຢູ່ກັບຜົວ, ຖາມວ່າ "ໃສຜົວ" ເຂົາຊີ້ໃສ່ຄົນທີ່ນັ່ງເບື້ອງຫຼັງ ທີ່ອຸ້ມເຂົາຂຶ້ນມາຕອນຜີເຂົ້າ, ແລະກັບລູກ, ຖາມເຂົາວ່າ "ໃສລູກ" ຜູ້ຊາຍຄົນນັ້ນກໍໄປເອົາລູກ ທີ່ຢູ່ລຸ່ມຂຶ້ນມາ, ໔ ຄົນຍັງນ້ອຍໆຢູ່; ບ້ານຢູ່ໃສ ? ຕອບວ່າ "ຢູ່ບ້ານ.....ເມືອງ....ແຂວງສະຫວັນ". - ຂໍຖາມແນ່ວ່າ ຜີເຂົ້າແມ່ອອກຫັ້ນຮູ້ຈັກບໍ ? ເຂົາຕອບວ່າກ່ອນເຂົ້າຮູ້ຈັກ ເພາະເຫັນເປັນໂຕ ແລະເຂົ້າຫຼາຍເທື່ອແລ້ວ, ອາຕະມາວ່າ "ຮ່ວຍ" ແມ່ນບໍພໍ່ອອກ "ທັງເຖົ້າແກ່ທັງຜົວກະຕອບວ່າແມ່ນ ອາທິດນີ້ເຂົ້າທຸກວັນ" - ເອົາຈັ່ງຊີ້ ຕອນຕູ້ສົມຫວັງ ຜີທີ່ເຂົ້າແມ່ອອກນີ້ຍັງມີຊິວິດຢູ່ ຫັ້ນເຄີຍເຫັນລາວບໍ ? ແມ່ອອກຕອບວ່າບໍ່ເຄີຍເຫັນ, ຮູ້ແຕ່ເຖົ້າແກ່ວ່າເປັນເຈົ້າຂອງດິນ ແລະຈັ່ງຫາຕາຍ ເມື່ອສອງປີນີ້, ເຄີຍເຫັນແຕ່ຕອນເປັນວິນຍານນີ້, ອາຕະມາວ່າເຫັນຕອນໃດ ? ເຫັນຕອນສອງສາມເດືອນມາແລ້ວ, ຢູ່ເຮືອນຫັ້ນກະມີສຽງດັງໆ ເໝືອນກັບມີຄົນ ທັງກາງເວັນກາງຄືນ(ໝາຍເຖິງເຮືອນທີ່ສ່ວນ ເຊິ່ງເປັນເຮືອນເກົ່າຂອງພໍ່ຕູ້ສົມຫວັງ) ແລ້ວເຫັນຕອນເປັນວິນຍານນັ້ນ ເຫັນຕອນໃດ ? - ແມ່ອອກເລົ່າວ່າ "ເຫັນຕອນທໍາອິດ ເຫັນຕອນໄປໄຫວ້ຫໍຜີ, ແມ່ອອກໄຫວ້ຫໍຜີຊັ້ນບໍ ? ເຖົ້າແກ່ວ່າໃຫ້ບູຊາທຸກວັນສິນ ກະເລີຍໄຫວ້, ເຫັນຈັ່ງໃດ ? ລາວມາຫົວໃສ່, ແລ້ວຕໍ່ມາກະເຫັນເລື້ອຍໆ ເຫັນທີ່ກ້ອງລ່າງ, ເຫັນຢູ່ຫົວຂັ້ນໃດ, ຕໍ່ມາຫາເຫັນທີ່ເຮືອນຕອນກິນເຂົ້າ, ຈາກນັ້ນຜີກະເຂົ້າຂ້ານ້ອຍເລີຍ. - ອາຕະມາວ່າ "ໂອ....ແປກ" ຕອນມັນຊິເຂົ້າທໍາເປັນຈັ່ງໃດ ? ວັນນັ້ນ ກໍາລັງກິນເຂົ້າຢູ່ ຜີກະມາຫົວໃສ່ໜ້າປັກຕູ ແລ້ວເວົ້າວ່າ ກິນຜູ້ດຽວບໍ່ແບ່ງກັນກິນເນາະ ຂ້ານ້ອຍກະຍື້ນໃຫ້ເຂົາ ວ່າເອົາໆກິນກະກິນ ເຂົາຍື່ນມືມາຮັບຂອງກິນ ມືຂ້ານ້ອຍກະມຶນເລີຍ, ຖາມຜົວເຂົາວ່າ "ບໍ່ອອກເຫັນບໍ ?" ຜົວເຂົາກະຢືນການວ່າແມ່ນ ແລະເຫັນ. ທີ່ສໍາຄັນ ຄອບຄົວຍິງຄົນນີ້ ຖາມແລ້ວວ່າ "ບໍ່ມັກເຂົ້າວັດເລີຍ ເຂົາອ້າງວ່າເຂົາທຸກ". - ນີ້ແລ້ວ ທ່ານຜູ້ອ່ານ "ການທີ່ເປັນຄົນແລ້ວ ບໍ່ຖືສາສນາ ມັນກະເປັນແນວນີ້ ນອກຈາກນັ້ນແລ້ວ ຍັງໄຫວ້ສານພຣະພູມອີກ ຜີພວກນີ້ແລ້ວ ຊິມາຢູ່ໃນຮ້ານພຣະພູມ ຂອງທ່ານ ແລ້ວອ່ານເລື່ອງນີ້ແລ້ວ ຈະເຫັນເປັນຈິງເລີຍວ່າ ຜີບໍ່ເຄີຍໃຫ້ຄຸນໃຜເລີຍ. - ວັນຕໍ່ມາ ອາຈານເບ ນິມົນໃຫ້ໄປສູດຖອດ ທີ່ສວນນັ້ນບໍ່ໄດ້ໄປ ເພາະວ່າຄາວຽກທັງວັນ ຈຶ່ງໃຫ້ນິມົນວັດອື່ນ, ວັນທີ ໑໗ ອາຈານເບວັດນາໄຊ ໂທມາຂໍຄາຖາກັນຜີ ໃຫ້ຜູ້ຍິງຄົນນັ້ນ ເຂົາບອກວ່າເຊົາແລ້ວ ແຕ່ຢ້ານມັນມາອີກ ຕອນນັ້ນກໍໃຫ້ຄາຖາເຂົາໄປ ຄືຊິເຊົາແລ້ວ ເພາະບໍ່ຍິນຂ່າວຫຍັງອີກ.
|
ຂຽນເມື່ອ: ມິ.ຖ.. 19, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
|
ຂຽນເມື່ອ: ພ.ພ.. 3, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
|
ຂຽນເມື່ອ: ພ.ພ.. 3, 2012
| ມີ
2 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ປ-ປົບໜີໄກຈາກບ້ານ ພັດຖິ່ນໄປແດນໄກ ອ-ອອກຈາກດິນແດນລາວ ດ້ວຍການຫຍັງແທ້ ງ-ເງື່ອນໄຂຄົງຈະແຈ້ງ ບັນຫາການຊີວິດທ່ານ ເຖິງເວລາທີ່ຮັບຮູ້ ສະໜານເຂົ້າຮ່ວມມື
ດ-ດ້ວຍເຫດການຈິງແຈ້ງ ຕາມທີ່ທ່ານໄດ້ປະສົບ ອ-ອັນທີ່ຄວນຄໍານຶ່ງເຖິງ ຊາດລາວໃຫ້ຈະແຈ້ງ ງ-ໂງ່ກັບຄືນມາສ້າງ ເມືອງລາວໃຫ້ເຮືອງຮຸ່ງ ສະໝານໃຈກອດກ້ຽວ ໂຮມກັນກ້າວ "ປອງດອງ"
ປອງ-ຄືວ່າປົກປ້ອງໄວ້ ທັງຊາດແລະປະຊາ ຄວາມສາມັກຄືຈຸດໝາຍ ທີ່ວາດວາງລົງໄວ້ ດອງ-ເອົາຄວາມຫວານພ້ອມ ຄວາມຂົມໃຈທີ່ມີຢູ່ ໃຫ້ເກີດລົດຊາດສ້ຽງ ທຸກຝ່າຍພ້ອມຮ່ວມມື
ປອງດອງເໝືອນເອົາເກືອໃສ່ນໍ້າ ຕົ້ມລະອຽດໃຫ້ມັນສຸກ ຜະສົມກັນໝາກຍົມຂຽວ ລົດດີທັງສົ້ມ ເມື່ອມາສົມກັນແລ້ວ ຫຼາຍວັນມີລົດແຊບ ເຄັມຂົມທັງຜ່ອງສົ້ມ ຍັງນົວລິ້ນຖືກໃຈ
ເຊີນເດີພວກທ່ານໄທ້ ໄທຊາດປະຊາລາວ ຢູ່ທົ່ວໃນແດນໃດ ຈົ່ງຮ່ວມໃຈກັນໄວ້ ສ້າງຊາດລາວໃຫ້ເຮືອງກ້າວ ເໝືອນເດືອນເພັງໄຮ້ເມກໝອກ ຫາກຄົນລາວທຸກທ່ານຜູ້ ເຫັນພ້ອມຈົ່ງຊ່ວຍກັນ ແນ່ທ້ອນ.
(ຄິດໄດ້ກໍແຕ່ງໄປ-ຕາມອາຣົມສິນ ຊື່ໆເດີ)
|
ຂຽນເມື່ອ: ພ.ພ.. 3, 2012
| ມີ
1 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ບຸບຜາພັນດອກໄມ້ ປະດັບກິ່ງງ່າສາຂາ ມັນນັ້ນ ເດັດມາວາງໃນພາພານ ຮຽກວ່າດວງມາລາແຍ້ມ ແມ້ງເມື່ອລວມກັນຮ້ອຍ ຫຼາຍສີແຕກຕ່າງ ເປັນພວງພັນມອບໃຫ້ ເປັນພວງມາໄລໄຫວ້ໜໍ່ພຸດໂທ
ແມ້ງເມື່ອເອົາດອກໄມ້ ບຸບຜາຊາດພັນປະດັບ ດ້ວຍຮູບຊົງສວຍງາມ ໃສ່ແຢ່ງຂາສາມຕັ້ງ ຂຽນອາໄລນໍາດ້ວຍ ພື້ນສີດໍາບອກເຈດ ພວງມາລາທີ່ຮຽກເອີ້ນ ອາໄລໄຫວ້ຜູ້ຕາຍ
ພວງດອກໄມ້ ທີ່ຮຽກວ່າພວງມາໄລ ບຸບຜາພັນແນວໃດ ຫາກຍົກຍໍເວນໃຫ້ ໃຜໄດ້ໄປໃຈສະອື້ນ ຍິນດີດອມຊົມຊອບ ນໍ້າຕາລົ້ນອາບແກ້ມ ຊື່ນຊົມຊອບຮັກກັນຈິງ
ແມ່ນບໍ່ຫຼາຍມາກລົ້ນ ພຽງດອກດວງດຽວ ກຸຫຼາບສີແດງສົດ ຊໍ່ນິຍົມຍໍຍ້ອງ ຫາກວ່າວັນທີ່ຄວນໃຫ້ ວາເລນທາຍນ໌ຍົກຍື່ນ ສາວໃດໄດ້ຮັບໃຈສະອື້ນ ຢືນບໍ່ໝັ້ນລ່ອຍຂາ ພຸ້ນລະແມ໊ະ
ຫຼາຍດອກໂຮມກັນເຂົ້າ ລຽນແນບເປັນພວງ ປະດັບໂບດີງາມ ຍື່ນຍໍເວນໃຫ້ ຍາມສໍາຄັນເໝາະເລື່ອງ ວັນສໍາຄັນຕ່າງໆ ຄົນຮັບຊົມຊື່ນຍ້ອງ ຊໍ່ມາລານັ້ນແນບໃຈ
ອັນວ່າດວງດອກໄມ້ ບຸບຜາຊາດນານາພັນ ເອົາມາໂຮມລຽນກັນ ໃສ່ຂັນຍໍຕັ້ງ ທູບທຽນລຽນລາຍລ້ອມ ເປັນໝາກເບັງຕົ້ນນ້ອຍໃຫຍ່ ຖວາຍບູຊາພຸດທະຮູບເຈົ້າ ໄດ້ບຸນມາກຊໍ່າກອງບຸນ
ດອກໄມ້ດຽວກັນນັ້ນ ປະດັບວາດແວວສິນ ຍົກຍື່ນຍໍເວນຖວາຍ ຕາມເຫດການຈະແຈ້ງ ໄດ້ບຸນ-ຄຸນປະສົງແມ້ງ ຕາມຈິງໃຈເຈດ ມອບໃຫ້ຄົນເຄົາຣົບແທ້ ຮັກກັນໝັ້ນຊົ່ວຊີບວາຍ
ເມື່ອເອົາດວງດອກໄມ້ ປະດັບວາດແວວສິນເຊັ່ນກັນ ເຮັດເປັນພວງມາລາ ຍົກຍໍເວນນ້ອມ ບໍ່ມີໃຜປະສົງແມ້ງ ມາລາຊໍ່ໃຫຍ່ ໃຜໄດ້ຮັບພວງດອກໄມ້ເຊັ່ນນີ້ ເໝືອນກັບແກ້ງແຊ່ງໃຫ້ຕາຍ ວ່າຈັ່ງຊັ້ນ
ນີ້ແລ້ວ ທຸກສິ່ງໃນໂລກລ້ວນ ເກີດຈາກການສົມມຸດ ມະນຸດເຮົາເປັນຄົນທໍາ ໃຫ້ເປັນໄປຕາມນັ້ນ ຄວາມສໍາຄັນຫຼາຍນ້ອຍ ສັງຄົມຄົນເປັນຜູ້ຊອບ ຄວນສຶກສາຢັ່ງຮູ້ ຈຶ່ງເຫັນແຈ້ງອັນຄວນ ທ່ານເອີຍ
|
ຂຽນເມື່ອ: ມ.ສ.. 27, 2012
| ມີ
18 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ບັດນີ້ ຊິໄດ້ໄຂກ່າວເວົ້າ ເລື່ອງບໍ່ເກົ່າສາວໄຮໂຊ ກິນເຂົ້າໂຕໂສຄວາມເຂົາ ບໍ່ແມ່ນຄອງທີ່ຄວນເວົ້າ ແຕ່ວ່າຫວນເຫັນແລ້ວ ຜົນດີຫຼາຍຄວນຈະກ່າວ ເປັນເລື່ອງລາວທີ່ເກີດຂຶ້ນ ໃຫ້ເຫັນຮູ້ຮໍ່າຮອນ
ສາວຂຶ້ນໃໝ່ກາຍອ່ອນແອ້ນ ຮູບຮ່າງສວຍງາມ ຕາກົມຜົມດໍາລອນ ອ່ອນປາຍເມື່ອຍາມຍ້າຍ ຄິ້ວກົ່ງດີຂະໜົງຊ້ອນ ພຽງຕາໜ້າຮູບໄຂ່ ນິ້ວມືຮຽວເກິ່ງກ້ວຍ ລຽນລ້າຍເຕັມຫວີ
ຜິວຂາວກ້ຽງ ສະເໝີດັ່ງສໍາລີ ມີໄມຕີສະເໜຫາ ຜ່ອງກິລິຍາກໍງາມແທ້ ຍາມຈາເວົ້າ ວາທີຕ້ານປາກ ຍິ້ມກ່ອນເວົ້າ ສະບັບແທ້ຍອດຍິງ
ນາງນີ້ງາມພຽງພ້ອມ ວົງວາດກຸລະສະຕຣີ ເປັນຄົນມີຣາສີ ເກິ່ງສາວສະຫວັນຟ້າ ທັງຈັນຍາທັມກໍພຽງພ້ອມ ຄຸນນະທັມກໍພຽງພໍ່າ ຄວາມກະຕັນຍູກໍເລີດລໍ້າ ຫາໃຜໄດ້ໄປ່ເໝືອນ
ອັນວ່າວຽກການບ້ານ ທຸກຢ່າງນາງທໍາ ທັງຄົວເຮືອນ ຜ່ອງທັງສວນຮົ້ວ ຍາມນານັ້ນ ນາງທໍາທຸກຢ່າງ ບໍ່ກຽດຄ້ານ ຊູຊ້ວນຊ່ວຍແຮງ
ເຂົາເກີດໃນສະກຸນເຄົ້າ ຄົນທຸກຊາວນາ ບິດາແພງຂອງເຂົາ ຈາກໄປແຕ່ຍັງນ້ອຍ ຍັງແຕ່ມານດາລ້ຽງ ພຽນແພງຈົນວ່າໃຫຍ່ ສິບແປດປີຂວບເຂົ້າ ເປັນສາວແຍ້ມເບັ່ງບານ
ຍ້ອນວ່າຖະນະນັ້ນ ທາງຄອບຄົວເຮືອນ ເປັນຄົນຈົນທຸກ ຈຶ່ງບໍ່ຄືຊາວບ້ານ ການສຶກສາສະສົມສູ້ ຈົບພຽງປໍສີ່ ແຕ່ວ່າເຂົາສະຫຼາດຮູ້ ປະຣິນຍາຊັ້ນທຽບບໍ່ທັນ
ນາມເຂົານັ້ນ ຊື່ວ່າສາວໄຮ ຊາຍໃດພຽງພານພົບ ຢາກຢູ່ຄຽງຮຽງໃກ້ ໃຜກໍມາຊົມຍ້ອງ ນິຍົມຍໍຊົມຊອບ ຊາຍທົ່ວໃນພາກພື້ນ ແຖວນັ້ນຊໍ່ສະແຫວງ
ນາງບໍ່ໄດ້ອວດອ້າງ ຖືກຽດຫຍັງໝົດ ໃຫ້ໄມຕຣີທຸກຄົນ ແຕ່ບໍ່ສົນຈົນຜິດເລື້ອງ ຊາຍສະເລທັງຊາຍເຖົ້າ ຫົວຂາວອາເຊັຍະໃຫຍ່ ໃຜກໍມາຢອກຫຼິ້ນ ນາງກໍຕ້ານຕາມກະບວນ
ອາຍຸນາງຄົບຖ້ວນ ສິບແປດປີປາຍ ກໍໄດ້ມີຄົນມາມັກ ລູກເສດຖີເງິນຕື້ ເໝືອນກັບເອົາເງິນມາຊື້ ມານດາແພງຈຶ່ງຍໍມອບ ນາງບໍ່ກ້າປາກຕ້ານ ເພາະຄຸນເຄົ້າແມ່ລ້ຽງເກືອ
ແຕ່ວ່າໃຈຢູ່ໃນເນື້ອ ໃຜຊິຫ່ອນຫວນເຫັນ ນາງນັ້ນມີຄົນຮັກ ເຊື່ອງອໍາໃນໃຈໄວ້ ບໍ່ມີໃຜເຄີຍຮູ້ ພຽງແຕ່ນາງກັບແມ່ ພ້ອມທັງແຟນເທົ່ານັ້ນ ຖານະຊັ້ນຊໍ່ານາງ
ນາງບໍ່ອ້າງເຫດເລື່ອງ ອົມເສື່ອງໃຫ້ຜິດໃຈ ມານດາແພງຍອດຮັກ ໃຫ້ຮູ້ເຫັນໃຈແຈ້ງ ຫຼາຍວັນມື້ ນາງອຸກຫງໍານໍ້າຕາລົ່ນ ທົນທຸກກັບສິ່ງນັ້ນ ເລີຍເປັນໄຂ້ຈ່ອຍໂຊ
ສາວໄຮເຄີຍຫຸ່ນໂກ້ ຂາວຜ່ອງຍອງໄຍ ກາຍເຄີຍໃສ ດັ່ງອິນຂຽນແຕ້ມ ກັບມາເສັຍສີເສົ້າ ຜົມດໍາຫຼຸດລົ່ນ ໜ້າຫ່ຽວແຫ້ງ ເໝືອນຊາກເຜດຜີ
ຊາຍເຄີຍເຫີ່ແຕ່ກີ້ ຫາຍຫ່າງປົບໜີ ຊາຍຄົນໝາຍ ໝັ້ນເອົາກໍເມີນໜ້າ ຍັງຈະມາເອົາຂອງໝັ້ນ ທີ່ສັນຍາຍໍມອບ ແຕ່ຜິດລະບອບແບບເບື້ອງ ອົງການບ້ານບໍ່ຍອມ
ນາງຈຶ່ງໄດ້ລອດພົ້ນ ທົນທຸກກັບຄວາມຂົມ ມີແຕ່ຊາຍຄົນຮັກ ທີ່ແບ່ງໃຈຈູນຄໍ້າ ນໍາເອົາຄວາມສົມແມ້ງ ມາເວນຄືນຍໍມອບ ນາງຈຶ່ງຫາຍຂາດສ້ຽງ ເຊົາໄຂ້ຊວາງໂຊ
ຊີວິດນາງຈຶ່ງກັບມາໂກ້ ເໝືອນດັ່ງຄາວຫຼັງ ຊາຍຄົນຮັກ ໄດ້ປິ່ນປົວຈົນສຸດສ້ຽງ ສອງກໍສົມມະໂນແມ້ງ ຕາມສາຍແນນແຖນແຕ່ງ ຈົບທໍ່ນີ້ ສາວໄຮໂຊຟື້ນເພາະຮັກຈິງ ທ່ານເອີຍ. ----- ປະພັນ ວັນທີ 27 ເມສາ 2012
|
ຂຽນເມື່ອ: ມ.ສ.. 20, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
(ຄົນລາວປັດຈຸບັນເຂົ້າໃຈວ່າ "ທຳ" ເປັນພາສາໄທຍ໌ "ເຮັດ" ເປັນພາສາລາວ, ມີຄຳໜຶ່ງທີ່ໃຊ້ມາແລ້ວເມື່ອ 100 ປີ ຄື "ທຳໄຮ່ທຳນາ" ຄົນດຽວນີ້ ຄັນມີຄົນໃດວ່າ "ທຳໄຮ່ທຳນາ" ກໍຫາວ່າຄົນນັ້ນເວົ້າພາສາໄທຍ໌ ຫຼັກຖານເຖິງນີ້ ບົງບອກວ່າ "ທຳໄຮ່ທຳນາ" ເປັນພາສາລາວແທ້ໆ)
(ຄົນຢ່າງໜຶ່ງ ທີ່ບອກວ່າທຳ ເປັນພາສາລາວ ຄືທຳສັນຍາ ທີ່ເວົ້່າມາແລ້ວຮ່ວມຮ້ອຍປີ, ຫຼັກຖານສອງໜ້າງເຈັ້ຍເທິງນັ້ນເປັນພາສາລາວ ທີ່ບັນທຶກໂດຍຄົນລາວເຜົ່າລື້ໃນເມືອງສິງຫ໌ ແຂວງຫຼວງນຳ້ທາ)
(ຫຼັກຖານນີ້ຂຽນອັກສອນລາວ ຂຽນໃສ່ໃບລານ ທີ່ຢັ້ງຢືນວ່າ "ທຳ" ເປັນພາສາລາວ ແລະຄົນລາວໃນແຂວງອັດຕະປືໄດ້ໃຊ້ມາແລ້ວຫຼາຍຮ້ອຍປີ ໃນໜັງສືເລື່ອງກາລະເກດ ແຕ່ງເປັນກອນຍາວ ພົບທີ່ວັດບ້ານຊ້າຍ ບ້ານຊ້າຍ ເມືອງໄຊເຊດຖາ ແຂວງອັດຕະປື ຂຽນວ່າ "ຢ່າໄດ້ທຳປານາບາບເວນນຳຕ້ອງ")
(ໃນໜັງສືໃບລານສະບັບນີ້ຂຽນເປັນອັກສອນທັມລາວ, ຈາກເມືອງໂພນທອງ ແຂວງຈຳປາສັກ ເລື່ອງກາລະເກດ ເປັນບົດວັນນະຄະດີປະເພດຄຳອ່ານ ຫຼືຄຳເທດແບບລຽງຄວາມ ປາກົດຄຳວ່າ "ກະທຳ" ຢູ່ຫຼາຍ ເຊັ່ນ "ຊ້ຳກະທຳຕົວແຕ່ງຍົນ" (ຫຼັກຖານນີ້ ເປັນອັກສອນທັມບາງຄັ້ງປະສົມອັກສອນລາວແນ່ ຂຽນໃສ່ໃບລານ ໄດ້ຈາກແຂວງສາລະວັນ ປາກົດເຫັນການໃຊ້ "ກະທຳ" ໃນນັ້ນຍັງເຫັນການໃຊ້ທຳໂດດໆ ໃນໜັງສືກາລະນັບມື້ສ້ວຍ ເຊັ່ນ "ຍິງຊາຍທັງຫຼາຍຈັກທຳ" ---------------- - ນັບແຕ່ໃນອະດີດນັບແຕ່ປົດປ່ອຍສ້າງຕັ້ງ ສປປລ ຂຶ້ນມາ, ນອກຈາກການປ່ຽນແປງອັກສອນບາງໂຕແລ້ວ ເຊັ່ນ ການບໍ່ໃຊ້ອັກສອນ "ຣ" ເປັນອັກສອນຂອງຊາດ ທຳໃຫ້ການຂຽນອັກສອນລາວຜິດພ້ຽນໄປຫຼວງຫຼາຍ ໂດຍສະເພາະ ຄຳລາວທີ່ຂຽນແລະສະກົດດ້ວຍໂຕ "ຣ" ເຊັ່ນ ຣົດ, ຣາຄາ, ຣຽບຣຽງ ແລະອື່ນໆ. - ນອກຈາກນັ້ນ ບໍ່ໄດ້ສະກົດດ້ວຍໂຕ "ຣ" ແລ້ວ ຄວາມໝາຍຂອງການສື່ພາສາປ່ຽນແປງໄປ ມີຫຼາຍຄຳຕາຍ ແລະພິການໄປ. - ນອກຈາກພາສາລາວຕາຍລົງບາງສ່ວນ, ພິການບາງສ່ວນ ຄວາມໝາຍປ່ຽນແປງ ທີ່ເຫັນໄດ້ກັນຈະແຈ້ງ ຄື ການສື່ຄວາມໝາຍໄຮ້ປະສິດທິພາບ ຂາດຕັກກະ ແລະທຳໃຫ້ເຂົ້າໃຈໃນການສື່ແບບສອງແງ່ສອງງ່າມໃນບາງຄຳ, ທັງໝົດນີ້ ຫາກຈະວ່າເສັຍພາສາ ເໝືອນກັບເສັຍຊາດ ກໍຍັງບໍ່ທັນຈະເວົ້າໄດ້ເຕັມປາກ ເພາະພາສາລາວຍັງໃຊ້ກັນ ໄດ້ຢູ່ ແຕ່ຫາກຈະເວົ້າໄປລ່ວງໜ້າວ່ານີ້ ຄື ການສູນເສັຍເອກະຣາດ ກໍຈະເວົ້າໄດ້ໃນລະດັບໜຶ່ງ ຫາກທາງການ ຟ້າວປັບປຸງ ແກ້ໄຂ ໂດຍທາງຣັດຖະການຢ່າງຈະແຈ້ງ ແລະເປັນຮູບປະທຳ ໂດຍມີຣະບຽບການ ແລະກົດໝາຍ ຄວບຄຸມ ເຊິ່ງມີອົງກອນກ່ຽວກັບພາສາລະດັບທະບວງ ກົມ ຫຼືສຳນັກງານ ກໍອາດຈະຟື້ນຟູຄວາມເປັນເອກະລາດ ທາງພາສານີ້ໄດ້ຄືນ. - ບັນຫາຂອງພາສາ ແລະອັກສອນລາວນັ້ນ ຕາມທີ່ສັງເກດຕີລາຄານັ້ນ ມີທ່າອ່ຽງແນວໂນ້ມ ໄປໃນການສູນເສັຍ ຫຼາຍກວ່າການພັດທະນາ ສິ່ງທີ່ໜ້າຢ້ານກົວແລະເປັນຫ່ວງນັ້ນ ບໍ່ແມ່ນເລື່ອງອັກສອນສາແລ້ວ ແຕ່ມັນແມ່ນແນວ ຄິດ ແລະຄວາມເຂົ້າໃຈຊາດນັ້ນ ເປັນສິ່ງທີລາຍພາສາ ແລະວັດທະນະທຳລາວ. - ຕາມໜ້າເວບ ແລະຕາມສັງຄົມ ເຮົາຈະເຫັນລັກສະນະຄວາມບໍ່ເຂົ້າໃຈຄວາມເປັນຊາດລາວຫຼາຍຢ່າງ ບໍ່ວ່າຊິເປັນ ວຽກງານການຮັບຮູ້ວັດທະນະທຳ, ປະຫວັດສາດ ຄວາມເປັນມາຂອງຊາດແລ້ວ ຍັງມີແນວຄິດຊາດນິຍົມອີກແນວ ຄິດໜຶ່ງ ທີ່ທຳໃຫ້ຄຳໃນພາສາລາວບາງຄຳຕາຍລົງເທື່ອລະເລັກລະນ້ອຍ ມີຄົນເຂົ້າໃຈວ່າ ຄຳບາງຄຳ ເປັນພາສາອື່ນ, ເຊັ່ນ ຄຳວ່າ "ທຳ" ນັ້ນເປັນພາສາໄທຍ໌, ຄວາມເວົ້າເຊັ່ນນີ້ ມັນເກີດຈາກການຮັກຊາດ ແຕ່ການຮັກ ຊາດແບບນີ້ ເປັນການທຳລາຍຊາດທີ່ອັນຕະລາຍທີ່ສຸດ ສຳລັລສັງຄົມມະນຸດ. - ຄຳວ່າ "ທຳ" ມີຄວາມໝາຍກົງກັບຄຳວ່າ "ເຮັດ" ຫາກວ່າ "ທຳງານ" ສາມາດໃຊ້ແທນຄໍາວ່າ "ເຮັດວຽກ, ເຮັດການ" ພາສາລາວເປັນທີ່ອຸດົມສົມບູນ ມີຄຳເວົ້າຫຼາຍຄຳໃນພາສາລາວ ທີ່ມີຄວາມໝາຍດຽວກກັນ ເຊັ່ນ ທຳ, ກະທຳ, ກັມ, ເຮັດ, ປະຕິບັດ ແຕ່ຄຳເລົ່ານີ້ສາມາດນຳໄປໃຊ້ໃນສະຖານທີ່ແລະເກດການຕ່າາງກັນ. - ຄຳວ່າທຳ ລາວເຮົາໃຊ້ມາເຫິງນານແລ້ວ ແຕ່ມາໄລຍະຫຼັງ ຍ້ອນການປ່ອຍປະລະເລີຍໃນການພັດທະນາພາ ບວດກັບແນວຄິດຊາດນິຍົມ ຕໍ່ຕ້ານບາງຢ່າງ ຈຶ່ງທຳໃຫ້ມີການຕໍ່ຕ້ານວັດທະນະທຳທາງພາສາ ທ່ານສາມາດ ສັງເກດ ຄຳເວົ້າທີ່ໃຊ້ ທຳ ແລະກະທຳ ໃນວັນນະຄະີບູຮານ ໄດ້ໃນຫຼັກຖານເອກະສານເທິງນັ້ນໄດ້ ເອກະສານເລົ່ານີ້ ຄືຫຼັກຖານບັນທຶກພາສາ ແລະວັດທະນະທຳລາວໄດ້ດີທີ່ສຸດ ຫາກເຮົາປະຕິເສດມັນ ເທົ່າກັບເຮົາ ປະຕິເສດຊາດລາວນັ້ນເອງ.
|
ຂຽນເມື່ອ: ມ.ສ.. 10, 2012
| ມີ
14 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ສ.. 9, 2012
| ມີ
2 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ສ.. 2, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ຮຽມຈະຂຽນຂີດແຕ້ມ ບັນທຶກເຫດຄວາມຝັນ ປະພັນເປັນກອນຍາວ ບັນທຶກຄວາມຝັນໄວ້ ບໍ່ແມ່ນຕິຖະແຫຼງຕ້ານ ບັນທຶກຄວາມຄໍາລ່າຍ ພຽງແຕ່ຝັນເທົ່ານັ້ນ ມາແກ້ໄວ້ບັນທຶກຄວາມ
ຄືນວັນທີຊາວສອງ ເດືອນມິນາປີສອງພັນສິບສອງ ຕື່ນຂຶ້ນມາເປັນວັນດັບ ເດືອນສີ່ລາວສຸດສ້ຽງ ວັນພະຫັດແທ້ ບໍ່ແປໄປເປັນອື່ນ ພໍມໍ່ໃກ້ຊິແຈ້ງ ຝັນເລື່ອງແປກອີຫຼີ
ເໝືອນກັບຕົວຜູ້ຂ້ານີ້ ຢືນຢູ່ຝັ່ງຊົນລະທາ ມີພູຜາສູງກັນ ປ່າເຂົາລໍາເນົາໄມ້ ຫຼຽວເບິ່ງພູສູງຊັ້ນ ໄປທາງຕາເວັນອອກ ຄົນບອກວ່າຟາກພູເບື້ອງນັ້ນ ເປັນແດນແຄວ້ນຫວຽດນາມ
ຮຽມກໍມອງສ່ອງຈຶ້ງ ຊຶງເບິ່ງປັບພະໂຕ ຫຼຽວໄປລໍານໍາຊົນ ປ່ອງນະທີງາມແທ້ ຈິດໃຈໃນມະໂນແມ້ງ ແຍງຕາມທໍາມະຊາດ ຈັ່ງແມ່ນງາມຢາດຍ້ອຍ ຂຽວເຂັ້ມຊຸ່ມໃຈ
ຈິດໃຈເໝືອນກັບໄດ້ຢູ່ບ້ານ ແດນດ່ານເມືອງໂຂງ ພຸ້ນແລ້ວ ໃນຄວາມຝັນເໝືອນຮຽມທ່ຽວ ທ່ອງເຖິງແຖວນັ້ນ ແຕ່ວ່າຄາເມບ້ານ ໃນຄວາມຝັນນັ້ນແຕກຕ່າງ ເປັນພູມພາບປ່າໄມ້ ງາມລະຫ້ອຍຍາກຊິມີ
ບໍ່ເໝືອນດອນໂຂງສູ່ມື້ນີ້ ແຕກຕ່າງເຫຼືອຫຼາຍ ໃນຄວາມຝັນງົດງາມຄັກ ປ່າເຂົາລໍາເນົາໄມ້ ທັນໃດມີຄົນຮ້ອງ ໃຫ້ຮຽມມອງເບິ່ງກ້ອນເມກ ມີແສງໄຟໂຜ່ຂຶ້ນ ໃນປາຍໄມ້ຍອດພູ
ແສງໄຟກະຈາຍຟົ້ງ ຖ້ວມທົ່ວນະພາໃສ ເມກຖືກໄຟລົນເຜົາ ກາຍເປັນແດງແສງຈ້າ ໄຟອອກມາຕາມເລົາປ້ອງ ເໝືອນກັບປືນເລົາໃຫຍ່ ປະມານການແທກໄດ້ ສະເໝີເທົ້າໜ່ວຍພູ ພຸ້ນແລ້ວ
ແສງໄຟນັ້ນໃຫຍ່ແທ້ໆ ກວາມເຂດເຂົາສູງ ພຸ່ງເປັນເລົາແລວດັນ ອອກຈາກທໍ່ເຫຼັກນັ້ນ ປະກາຍໄຟພຸ່ງແຮງກວ້າງ ເປັນປານທໍ່ຈະຫຼວດ ແຕກເປັນເລົາໂຜ່ຂຶ້ນ ກະຈາຍຟົ້ງທົ່ວນະພາ
ຍິນສຽງຄົນຮ້ອງໃຫ້ ແຕກຕື່ນອົນລະຫົນ ບໍ່ຈັກຄົນຈັກສັດ ແລ່ນປົບຫຼົບລີ້ ຮຽມກໍເອົາມືຊີ້ ຈັດແຈງໃຫ້ຄົນຫຼີກ ທັງສັ່ງຈັດແຈ້ງໃຫ້ ຊູຊ້ວນຊ່ວຍຄົນ
ແສງໄຟໃຫຼຈົ້ນໆ ຂະຫຍາຍເຂດມະຫຶມາ ມັນໄວວາເຫຼືອເກີນ ດັ່ງລົມມະໄລຮ້າຍ ຮຽມກໍບາຍເອົາກ້ອງ ໃນຖົງແນ່ເນັ່ງ ຖ່າຍຮູບໄວ້ ຫຼາຍຄັ້ງບັນທຶກລົງ
ແສງໄຟນັ້ນກໍແຕກຟົ້ງ ກາຍເກີດເປັນສີດໍາ ຄ້າຍກັບຢາງໝາກຕອຍ ລົ່ນລົງຕົກພື້ນ ຕົກໃສ່ງົວຄວາຍມ້າ ທັງຄົນຈົນວ່າປຽກ ຕົກລົງມາທາທົ່ວພື້ນ ກັບແຂງແຫ້ງເປັນປ່ຽງດໍາ
ຕົກລົງໃສ່ແມ່ນໍ້າ ກາຍເກີດເປັນແຜ່ນແຂງ ຕົກລົງດິນຢັ້ງຢາຍ ປ່າຂຽວກໍດໍາປີ້ ຕົກໃສ່ມືຮຽມດ້ວຍ ກັບເປັນຄໍາທັງແທ່ງ ມີແຕ່ໃນກ້ອງເທົ່ານັ້ນ ເປັນສີດໍາແຂ້ນດັ່ງຢາງໝາກຕອຍ
ຮຽມກໍເອີ້ນຈ້ອຍໆ ຊີ້ແນະນໍາທາງຄົນ ຜູ້ທີ່ຟັງຄວາມຮຽມ ກໍເລົ່າຫວຸດວິດພົ້ນ ຄົນຈໍານວນພຽງນ້ອຍ ໄປຕາມຮຽມຊີ້ສັ່ງ ຄົນເລົ່ານັ້ນບໍ່ເປັນຫຍັງ ກໍຈຶ່ງກັບຕ່າວຂຶ້ນໄປຕຶກລີ້ເສື່ອງຕົວ
ຄົນເລົ່ານັ້ນຈຶ່ງລອດ&sh;ພົ້ນ ຈາກແປວໄຟໃຫຍ່ມະໄລກັນ ມາລີ້ໂຮມຢູ່ເທິງສິມ ວັດເກົ່າຍັງດີດ້ວຍ ກໍຈຶ່ງພາເຂົາໄຫວ້ ພຣະປະຕິມາອົງໃຫຍ່ ສູດມົນໄວ້ພຣະນ້ອມ ໄຟກໍຮ້ວຍມອດລົງ
ຄວາມຝັນໝົດທໍ່ນີ້ ກໍເລີຍຕື່ນມືນຕາ ໄດ້ເວລາສີ່ໂມງກົງ ກໍອາບສົງສະລ້າງ ແລ້ວກໍທໍາວັນທານ້ອມ ໄຫວ້ພຣະເດິກຕາມຮີດ ຕື່ນຂຶ້ນມາມື້ເຊົ້າ ວັນສິນຊ້ອຍເດືອນສີ່ດັບ ນັ້ນແລ້ວ
ປິດສະໜາຄວາມຝັນນີ້ ມັນແປກຕ່າງຫຼາຍເຫຼືອ ອາດຈະມີລົມພັດ ພາຍຸມາແຮງແທ້ ຫຼືວ່າມີແນວຂ້ອງ ສັນໃດໃຫ້ຟັງເບິ່ງ ບໍ່ແມ່ນຫາເລື່ອງເວົ້າ ໃຫ້ຄົນຢ້ານຕື່ນຂວັນ ດອກເດີ
|
ຂຽນເມື່ອ: ມ.ນ.. 29, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ນ.. 13, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ນ.. 13, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ນ.. 11, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
- ວັນນີ້ ເປັນວັນສິນ ໑໕ ຄ່ໍາເພັງເດືອນ ໔ ຍາດໂຍມ ເຂົ້າວັດທໍາບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".
- ກັມຄືການກະທໍາ ການກະທໍາຂອງທ່ານສາທຸຊົນທີ່ທໍາໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທໍາ ເຊິ່ງທັງສາມນີ້ ແມ່ນການທໍາບຸນໃນທາງພຣະພຸດທະສາສນາ ການກະທໍາຂອງທ່ານ ແມ່ນການທໍາຄວາມດີ ຫຼືການທໍາບຸນ ດ້ວຍເຫດນັ້ນຜົນຂອງການກະທໍາຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທໍາດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້. - ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສໍາຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທໍາບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທໍາບຸນເປັນຈໍານວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທໍາໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສໍາຄັນ ຄືຈົ່ງຊໍາຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.
- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກໍານົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສໍາຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສໍາຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈໍານວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ. - ສໍາລັບປະເທດລາວເຮົາ ຍິງລາວຈໍານວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທໍາລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທໍາລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທໍາລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທໍາທີ່ສຸດ. - ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທໍາບຸນກຸສົນ ທໍາຕົນໃຫ້ບັນລຸທໍາ ສູງສຸດ ສິດໃນການບວດ ແລະປະຕິບັດທໍາ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທໍາຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ. - ໃນຫຼັກທໍາທາງພຸດທະສາສນາ ໄດ້ມີຫົວຂໍ້ທໍາຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື. - ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື
|
ຂຽນເມື່ອ: ມ.ນ.. 11, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ກ.ພ.. 1, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
|
ຂຽນເມື່ອ: ມ.ກ.. 31, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 30, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 27, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 27, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 26, 2012
| ມີ
20 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ອ່ານ
|
ຂຽນເມື່ອ: ມ.ກ.. 25, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 25, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 24, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ມ.ກ.. 19, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
- ມີຄົນຖາມວ່າ "ກິນເຈດີບໍ" ? - ຖາມເຂົາຄືນວ່າ "ເຈແມ່ນຫຍັງ ?" - ເຂົາຕອບວ່າ "ບໍ່ຮູ້ ຮູ້ແຕ່ວ່າ ການກິນເຈຄືບໍ່ກິນຊີ້ນ" - ໂອ.....ທາງພຸດທະສາສນາ ເຂົາວ່າ "ມັງສາ ວິຣັຕຶ" ຄື ການງົດເວັ້ນຊີ້ນເນື້ອສັດ, ບາດນີ້ ຊິຕອບໃຫ້ກົງຕາມຄຳຖາມເດີວ່າ "ກິນເຈດີບໍ ?" ກໍຕ້ອງຕອບວ່າດີກະມີ ບໍ່ດີກະມີ. - ຜູ້ຖາມຖາມຢ່າງທັນຄວັນວ່າ "ຄືວ່າຈັ່ງຊັ້ນ ຂ້ານ້ອຍ" - ຕອບ: ອັນນີ້ຈະຕອບໂດຍບໍ່ຖືຫຼັກຖານ ແຕ່ຈະຕອບໂດຍຖືຫຼັກເຫດຜົນ ຄື ການທີ່ວ່າ "ການກິນເຈດີ ກະມີ" ຄືດີສຳລັບຜູ້ທຳໄດ້ ເມື່ອທຳໄປແລ້ວ ຫາກບໍ່ທໍຣະມານຕົນ ແລະບໍ່ສ້າງຄວາມວຸ້ນວາຍ ຫຍຸ້ງຍາກສັບສົນ ແກ່ຄອບ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ຄືສຸກໃຈແລ້ວ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າດີ, "ຂໍ້ທີ່ ດີກະມີນັ້ນ ໝາຍວ່າ "ຫາກຖືມັງສາວິຣັດໄປແລ້ວ ທໍຣະມານຕົນ ສ້າງຄວາມວຸ້ນວາຍຫຍຸ້ງຍາກສັບສົນໃຫ້ແກ່ຄອບຄົວ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າບໍ່ດີ. - ຜູ້ຖາມ "ເອົາຄວ່າຈັ່ງຊັນ ຂ້ານ້ອຍ ?" - ຕອບ: ຈະຕອບດ້ວຍເຫດຜົນຈັ່ງຊີ້, ຫາກເຮົາຖືມັງສາວິຣັດຕລອດຊີວິດ ໃນຄອບຄົວທີ່ຖືມັງສາວິຣັດເໝືອນກັນ ຄອບຄົວກໍເກີດການປະຕິບັດນຳກັນ ຄວາມສາມັກຄີກໍຈະເກີດຂຶ້ນ ບັນຫາການຢ່າງຮ້າງກັນ ໃນຄອບຄົວ, ບັນຫາເສດຖະກິດ, ບັນຫາຄວາມບໍ່ເຂົ້າໃຈກັນໃນເຣື່ອງອື່ນໆກໍບໍ່ມີ, ຢ່າລືມສຳລັບມະນຸດ ການກິນເປັນເລື່ອງສຳຄັນ, ຕໍ່ມາສັງຄົມສ່ວນຫຼາຍທີ່ເຮົາຢູ່ ທັງໝົດຫາກຖືມັງສາວິຣັດນຳກັນໝົດ ມັນກໍບໍ່ມີບັນຫາ ສັງຄົມນັ້ນກໍເກີດການປະຕິສັງຄົມກັນ, ຄວາມສາມັກຄີກໍຈະເກີດຂຶ້ນແກ່ຄົນສ່ວນຫຼາຍ ມີມີການຂັດໃຈກັນ, ບໍ່ມີການຂັດແຍ້ງກັນ, ໂຣຄາພະຍາດຮ້າຍແຮງກໍຈະລົດລົງ ສັງຄົມຈະເຖີງຄວາມ ສັນຕິ ແລິມີຄວາມຍຸດຕິທຳ ຊິວິດສ່ວນຕົວກໍຈະເປັນສຸກ ຊີວິດສ່ວນລວນກໍຈະບໍ່ວຸ້ນວາຍ ຈິດໃຈກໍຈະອ່ອນໂຍນບໍ່ແຂງກະດ້າງ ເພາະມີຈິດເປັນເມດຕາກາຣຸນຂຶ້ນໃນສັງຄົມ, ການເສດຖະກິດກໍຈະໝັ້ນຄົງ ແລະອື່ນໆ. - ແຕ່ຫາກວ່າ ໃນຄອບຄົວຖືມັງສາວິຣັດແຕ່ເຮົາຄົນດຽວ ແນ່ນອນຄອບຄົວກໍຈະເກີດຄວາມແຕກແຍກ, ສັບສົນ, ວຸ້ນວາຍ, ເພີ່ມຄ່າໃຊ້ຈ່າຍ ແລະການສະແຫວງຂຶ້ນ, ໃນຊຸມຊົນ ແລະສັງຄົມເອງກໍເໝືອນກັນ ຫາກເຮົາກິນເຈແຕ່ເຮົາຄົນດຽວ, ຫຼືແຕ່ຄອບຄົວເຮົາ ການປະຕິສັງຄົມ ກໍເກີດການຢຸດຊະງັກ ການຮ່ວມສ້າງພະລັງຄວາມສາມັກຄີ ບໍ່ສາມາດ ເກີດຂຶ້ນໄດ້ ຢ່າລືມວ່າມະນຸດມີສັງຄົມ ຫາກເຮົາຢູ່ໃນສັງຄົມ ເຮົາບໍ່ພົວພັນສັງຄົມ ແລະປະຕິບັດຕົນໃຫ້ເໝືອນສັງຄົມໃນສ່ວນທີ່ເໝືອນ ກໍຈະເກີດການລຳບາກ. - ຄັນຊັ້ນ ທາງພຸດທະສາສນານັ້ນ ການກິນຊິ້ນບໍ່ບາບບໍ ? - ຕອບ: ເທົ່າທີ່ສຶກສາພໍຮູ້ແນ່ເລັກນ້ອຍໆນັ້ນ ບາບກະມີ ບໍ່ບາບກະມີ. - ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ເຫດທີ່ວ່າ "ບາບກໍມີ ບໍ່ບາບກໍມີ ຄື" ຫາກຮັບປະທານສັດສິ່ງທີ່ພຣະພຸດທະເຈົ້າຊົງຫ້າມນັ້ນ "ເປັນບາບ" ຫາກເປັນພຣະສົງ-ເນນ ກໍຕ້ອງອາບັດ, ນອກຈາກນັ້ນ ສັດທີ່ພຣະພຸດທະເຈົ້າຊົງບໍ່ໄດ້ຫ້າມ ກິນແລ້ວບາບກະມີ, ຫາກເປັນພຣະພິກຂຸ-ສາມະເນນ ກໍຕ້ອງອາບັດ ຄື ສັ່ງຫຼືແນະນຳເຂົາໃຫ້ຂ້າສັດມາໃຫ້ເຮົາກິນ, ສັດທີ່ເຂົານຳມານັ້ນ ຂ້າເພື່ອເຮົາ ຫຼືກິນໂດຍບໍ່ພິຈາຣະນາ ກິນແລ້ວກໍບາບ, ຢາກອະທິບາຍສຳລັບຄະຣາວາດກ່ອນໃນຂໍ້ນີ້ ຄື ສັ່ງໃຫ້ເຂົາຂ້າເອງ, ຫຼືສັດນັ້ນຄົນອື່ນຂ້າເພື່ອເຮົາ, ຫຼືກິນບໍ່ພິຈາຣະນາ ໃນຄວາມເຂົ້າໃຈຄິດວ່າ ກິນບໍ່ພິຈາຣະນາ ນັ້ນອາດໝາຍວ່າ ກິນທົ່ວທີບທົ່ວແດນ ສິ່ງບໍ່ຄວນກິນກະກິນເຊັ່ນ ກິນໃສ້ສັດທີ່ເປັນຮັງຂອງໂຣກພະຍາດ, ກິນດິບໆໆໆແດງໆໆ, ກິນອະໄວຍະວະສັດທີ່ບໍ່ຄວນກິນ ອັນນີ້ເຂົ້າໃຈວ່າກິນສັດໂດຍບໍ່ພິຈາຣະ ນາໂທດໃນໂລກປັດຈຸບັນອາດເປັນພາຫະນຳມາເຊິ່ງໂລກ. - ສຳລັບພະສົງເດ ສັນບໍ່ບາບບໍ ? ພຣະສົງສັນຊິ້ນບາບກະມີ, ບໍ່ບາບກະມີ ? - ຜູ້ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ອັນນີ້ຈະຕອບຕາມຫຼັກຖານທີ່ພົບໃນພຣະໄຕປີດົກ ຄື ແລະຕ້ອງຕອບເປັນປະເດັນ ແລະເປັນຍອນໆຊັ່ງຊື້ ຄື ໑. ພຣະສົງສັນຊິ້ນສັດ ຜິດວິໄນ ຫຼືບໍ່ ? - ອັນນີ້ ຫາກເຈາະຈິ້ມວ່າ "ພຣະພຸດທະເຈົ້າຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດບໍ່" ຕອບວ່າ "ພຣະພຸດທະເຈົ້າບໍ່ໄດ້ຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດ ແລະປາ" ຫາກຖາມວ່າພຣະພຸດທະເຈົ້າຊົງ ອະນຸຍາດໃຫ້ພຣະພິກຂຸສັນຊີ້ນແລະປາບໍ ? ອັນນີ້ມີຫຼັກຖານໃນ ສິກຂະບົດທີ ໙ ໂພຊະນະວັກ ພຣະວິໄນປີດົກ ມະຫາວິພັງພາກ ໒ ວ່າ ສະໄໝໜຶ່ງພຣະສັບວັກຄີ (ກຸ່ມພິກຂຸ ໖ ອົງ) ອອກປາກຂໍໂພຊະນາ ອັນປານີດມາເພື່ອຕົນແລ້ວສັນ, ຄວາມຊາບເຖິງພຣະອົງແລ້ວ ຊົງຕຳນິແລະຊົງບັນຍັດສິກຂາບົດໄວ້ວ່າ "ພິກຂຸໃດອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ". - ຕໍ່ມາມີພຣະພິກຂູ່(ອາພາດ)ໄຂ້ ບໍ່ກ້າຂໍອາຫານອັນປານີດມາເພື່ອຕົນຈຶ່ງບໍ່ເຊົາຂາດຈາກອາການໄຂ້ ຄວາມຊາບເຖິງພຣະພຸດທະເຈົ້າ, ຊົງອະນຸຍາດອະນຸຍາດໃຫ້ຂໍອາຫານອັນປານີດ ມາເພື່ອຕົນແລ້ວ ສັນໄດ້ ຊົງບັນຍັດສິກຂະບົດເປັນອະນຸບັນຍັດວ່າ "ອັນໜຶ່ງ ພິກຂຸບໍ່ເປັນໄຂ້ອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ". - ຄຳວ່າປາ ໃນສິກຂາບົດນີ້ ໝາຍເຖິງປາທີ່ເປັນສັດທ່ຽວໄປໃນນຳ້, ຄຳວ່າຊີ້ໃນທີ່ນີ້ ໝາຍເຖິງສັດບົກ ທີ່ມີຊີ້ນທີ່ເປັນກັບປິຍະ ນັ້ນໄດ້ແກ່ຊີ້ນທີ່ເໝາະສົມແກ່ພິກຂຸທີ່ບໍ່ເປັນໄຂ້ ອອກປາກຂໍເພື່ອຕົນຕ້ອງອາ ບັດ ທຸກກົດ ຕ້ອງທຸກກົດຄືໃນະຂະນະທີ່ຂໍ ພິກຂຸຮັບໄວ້ດ້ວຍຕັ້ງໃຈວ່າ ຈະສັນຂອງທີ່ໄດ້ມາ ຕ້ອງອາບັດທຸກກົດ, ພິກຂຸສັນ ຕ້ອງອາບັດປາຈິດຕີຍະ ທຸກໆຄຳທີ່ກືນ. - ທີ່ນີ້ຕ້ອງທຳຄວາມເຂົ້າໃຈ ຕື່ມໃຫ້ຈະແຈ້ງເພື່ອຈະບໍ່ເປັນທີ່ສົງໃສໃນເລື່ອງນີ້ "ພຣະພິກຂຸອອກປາກຂໍໂພຊະນະອັນປານີດ(ໂດຍະສະເພາະປາແລະຊີ້) ມາເພື່ອຕົນແລ້ວສັນ ກໍຣະນີໃດທີ່ບໍ່ຕ້ອງອາບັດ, ບັນຫານີ້ ມີ ໙ ກໍຣະນີທີ່ບໍ່ຕ້ອງອາບັດ(ບໍ່ຜິດວິໄນ) ໑. ພິກຂຸເປັນໄຂ້ອອກປາກຂໍຈາກຍາດພີ່ນ້ອງ. ໒. ພິກຂຸເປັນໄຂ້ອອກປາກຂໍມາແລ້ວ ຫາຍໄຂ້ຈຶ່ງສັນ. ໓. ພິກຂຸ(ບໍ່ໄຂ້)ສັນໂພຊະນາທີ່ເຫຼືອຂອງພິກຂຸໄຂ້. ໔. ພິກຂຸ(ບໍ່ໄຂ້)ອອກປາກຂໍຈາກຍາດພີ່ນ້ອງ. ໕. ພິກຂຸອອກປາກຂໍຈາກຄົນ(ທີ່ບໍ່ແມ່ນຍາດພີ່ນ້ອງ)ປາວໍຣະນາ. ໖. ພິກຂຸ(ບໍ່ໄຂ້) ອອກປາກຂໍເພື່ອພິກຂຸອື່ນ. ໗. ພິກຂຸຈ່າຍມາດ້ວຍຊັບຂອງຕົນ. ໘. ພິກຂຸ(ບໍ່ໄຂ້)ວິກົນຈຣິດ(ຄືເສັຍຈິດ) ໙. ພິກຂຸຕົ້ນບັນຍັດ. - ກໍຣະນີພິກຂຸ ກໍມີລັກສະນະເໝືອນກັບພິກຂຸ, ແຕ່ຕ້ອງອາບັດຕ່າງກັນກ່າວຄື "ພິກຂຸບໍ່ເປັນໄຂ້ອອກປາກຂໍຊີ້ນມາເພື່ອສັນຕ້ອງອາບັດປະເທສະນິຍະ" ແຕ່ຊົງໃຫ້ພິຂຸເປັນໄຂ້ອອກປາກຂໍມາເພື່ອສັນໄດ້. - ເມື່ອສັງເກດພຸດທະບັນຍັດທັງໝົດນີ້ແລ້ວ ເຫັນວ່າພຣະພຸດທະອົງບໍ່ຊົງຫ້າມບໍ່ໃຫ້ພິກຂຸສັນຊິ້ນ, ແຕ່ພຣະພຸດທະອົງຊົງຫ້າມ ແລະຊົງອະນຸຍາດ ທີ່ຊົງຫ້າມນັ້ນ ເພື່ອສັງເກດຕີລາຄາແລ້ວ ພຣະອົງຊົງມຸ້ງເນັ້ນ ບໍ່ໃຫ້ພຣະພິກຂຸຊົງທ່ຽວບິນທະບາດ ແລ້ວອອກປາຂໍອາຫານອັນປານີ(ອັນມີຊິ້ນແລະປາ), ເຊິ່ງອາດຈະເຮັດໃຫ້ເກີດຄວາມລຳບາກ ແລະຫຍຸ້ງຍາກຕໍ່ຊາວບ້ານ ໃນການທີ່ຈະຈັດຫາອາຫານອັນປານີດນັ້ນມາຖວາຍແກ່ພິກຂຸຕາມຄຳຂໍໄດ້, ອາດຈະນຳໄປສູ່ການຕິສິນນິນທາ ຕໍ່ຄະນະສົງໄດ້ ອັນນີ້ພຣະພຸດທະອົງເນັ້ນເຖິງບັນຫາສັງຄົມ(ຊາວບ້ານ) ແລະຄະນະສົງເປັນ ບັນຫາສັງຄົມ. - ເຮົາແລ້ວວ່າ ພຣະພິກຂຸສັນຊີ້ນ ແລະປາຜິດວິໄນບໍ ? ຫຼືບໍ່ຜິດ, ເຮົາກໍຮູ້ຄຳຕອບແລ້ວວ່າ "ພິກຂຸສັນຊື້ນແລະປາ ມີທັງຜິດວິໄນ ແລະບໍ່ຜິດວິໄນໄປແລ້ວ ທີ່ນີ້ ເຮົາຕ້ອງມາພິຈາຣະນາໃຫ້ລົງໃນລາຍລະອຽດ ຂອງການຜິດວິໄນ ຫຼືບໍ່ຜິດວິໄນຈັ່ງໃດ ກໍໃຫ້ພິຈາຣະນາໃຫ້ບົດບັນຍັດ ແລະບົດຊົງອະນຸຍາດ ທີ່ຈະກ່າວໃນຂັ້ນຕໍ່ໄປ ຍັງບໍ່ທັນສະຫຼຸບວ່າ "ທັງພຣະພິຂຸ ຫຼືຄະຣືຫັດກິນເຈ ດີ ຫຼືບໍ່ດີຢ່າງໃດ ໃຫ້ລໍອ່ານວັນໜ້າ ຈະກັບມາວ່າກັນຕໍ່".
|
ຂຽນເມື່ອ: ມ.ກ.. 16, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 15, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 12, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 11, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
- ໃນຈາຮີດ ແລະປະເພນີທາງພຸທທະສາສນາ ຕັ້ງແຕ່ອະດີດ ປັຈຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິຈກັມໃດໆ ໃນວຽກງານພຸດທະສາສນາ ມັກຈະກ່າວ ນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັຈເຈກບຸຄຄົລ ຫຼືພະຫຸບຸຄຄົລ ຈະຫຼາຍຫຼືນ້ອຍ ກໍອິງຕາມເຣື່ອງ ແລະວິທີກັມ. - ກາຣຕັ້ງ ນະໂມ ມີຄວາມສໍາຄັນຫຼາຍ ຄືຕັງໄວ້, ດໍາຣົງໄວ້ ມາຈາກມູລຮາກສັບ ຖາ(ຖ.ຫົວອອກ) ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາຣົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິຈກາຣນັ້ນໆ.
- ຄໍາອ່ານ ແລະຄໍາແປ ນະໂມ. - ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລສ ສັມມາສັມພຸດທັສສ ຕັສຮູ້ຊອບໄດ້ໂດຍພຣະອົງເອງ. - ໃນຄັມພີຣ໌ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັຕຖະກະຖາຈາຣຍ໌ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸຣຫ້າຕົນຣວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັສກາຣ ແດ່ພຣະຜູ້ມີພຣະພາຄເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາທພຣະພຸທທະອົງ ຕົນລະວາຣະຖວາຍຄວາມເຄົາຣົບດັ່ງນີ້. 1. ສາຕາຄິຣາຍັກຂ໌ ວ່າ ນະໂມ 2. ອະສຸຣິນທະຣາຫູ ວ່າ ຕັສສ 3. ທ້າວເວສສຸວັນມະຫາຣາຊ ວ່າ ພະຄະວະໂຕ 4. ທ້າວສັກກະ(ພຣອິນ) ອະຣະຫະໂຕ 5. ທ້າວພຣະພຣົຫ໌ມ ວ່າ ສັມມາສັມພຸທທັສສະ - ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອຣວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າ ຜູ້ເປັນພຣະອໍຣະຫັນຕ໌ ດັ່ງນີ້ ຄືທີ່ມາຂອງນະໂມ. - ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະຣິຍາ ຄວາມປະພຶດ ຄືກາຣສະແດງອອກທາກາຍ, ວາຈາ ແລະໃຈ - ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນສະເໝີວ່າ ບວດເປັນນເນນ(ຈົວ)ແທນຄຸນແມ່, ບວຊເປັນພຣະແທນຄຸນພໍ່ ຫຼື ບວຊເປັນເນນຈູງແມ່ຂຶ້ນສວັນຄ໌, ບວຊເປັນພຣະ ຈູງພໍ່ຂຶ້ນສວັນຄ໌, ບຸຄຄົລໃດ ກໍຕາມ ຫາກມີຈະຣິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນມີນະໂມ ຄືມີຄວາມນອບນ້ອມ. - ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈ ຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາກາຣໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເຣັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກຂ໌ໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມຕຕາ, ກາຣຸນາ, ມຸທິຕາ ແລະອຸເປກຂາທັມ ຍ່ອມໄດ້ຮັບກາຣຊ່ວຍເຫຼືອ ໃຫ້ພົ້ນທຸກຂ໌ ພົ້ນຍາກ ພົ້ນລໍາບາກທໍຣະມານນັ້ນໆໆແລ. - ນະໂມຕັສສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສນາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສນາ ຈັດເປັນອະທິກັມ ຄື ບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສນາໂດຍທາງກົງ ແລະທາງອ້ອມ.
|
ຂຽນເມື່ອ: ມ.ກ.. 9, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
|
ຂຽນເມື່ອ: ມ.ກ.. 9, 2012
| ມີ
2 ຄຳເຫັນ
ແລະ
0 trackback(s)
(ເລື່ອງຈະເລົ່າໄປນີ້ ທ່ານຜູ້ອ່ານຄວນພິຈາຣະນາ ເພາະມັນເປັນເລື່ອງເໜືອຈິນຕະນາການ ບໍ່ຄວນປົງໃຈເຊື່ອໂລດ) - ເລື່ອງມີຢູ່ວ່າ ຄອບຄົວ ທີ່ຕາຍ ໓ ຄົນ(ທີ່ແມ່ແລະລູກເຮັດວຽກຢູ່ລາວໂທລະ ຄົມນັ້ນ) ພວກເຂົາຢູ່ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ກ່າວເຖິງ ຄອບຄົວນີ້ ຕາຍ ໓ ຄົນ. - ໃນຄອບຄົວນີ້ ໄປອັດຕະປືນັ້ນ ມີສາມ ຄົນ ໑. ແມ່, ໒. ລູກ(ຄົນທີ່ຈະແຕ່ງງານໃນເດືອນໜ້າ) ໓. ນ້ອງຂອງເຂົາ, ໃນຄອບຄົວນີ້ ຍັງມີຄູ່ໝັ້ນ ຂອງເຂົາ (ເຈົາບ່າວ) ແລະແມ່ຂອງເຈົ້າບ່າວ, ສຳລັບເຈົ້າບ່າວຄູ່ໝັ້ນແມ່ນຕາຍ ສ່ວນແມ່ຂອງເຈົ້າບ່າວບໍ່ຕາຍ. - ແຫຼ່ງຂ່າວໃຫ້ຂໍມູນວ່າ ໃນລົດຄັນທີ່ເອົາສົບພວກເຂົາມານັ້ນ ມີສົບຢູ່ ໖ ສົບ, ສິ່ງທີ່ແປກເກີດຂຶ້ນ ຄື ຂະນະນຳເອົາສົບພວກເຂົາມານັ້ນ ລົດຢາງແຕກ ໓ ຄັ້ງ ແລະລົດຄັນດັ່ງກ່າວຍັງຊົນງົວຕາຍອີກ ໑ ໂຕ, ຄືອຸປະຕິເຫດຊໍ້າຊ້ອນເຖິງ ໔ ຄັ້ງ ນີ້ຄືເລື່ອງແປກ, ຄົນເລົ່າຍັງບອກອີກວ່າ ເມື່ອເອົາສົບໄປຫຼັກ ໕໒ ຕີນລົດຍັງແຕກ ອີກຄັ້ງ ໑ (ອັນນີ້ລືມຖາມໄປວ່າ ເປັນສົບຂອງຄູ່ໝັ້ນບໍ ຫຼືສົບໃຜ ) ອັນນີ້ ຖືວ່າເລື່ອງແປກ ທີ່ຄວນສຶກສາ ໃຜມີຂໍ້ມູນຂຽນລົງໃນເວບນີ້ໃຫ້ຟັງແນ່
|
ຂຽນເມື່ອ: ມ.ກ.. 9, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ມີຫຼາຍຄົນຖາມວ່າ “ເປັນຫຍັງວັດໃນເມືອງລາວຈຶ່ງສ້າງງາມຫຼາຍ ແຕ່ປະຊາຊົນ ທຸກ ຫຼາຍຢູ່ ? ” ຫາກຈະຕອບຕາມຄຳຖາມນີ້ ກໍອາດຈະບໍ່ກົງຕາມຄຳຖາມປານໃດ, ເພາະ ເທົ່າທີ່ໄດ້ເດີນທາງໄປທົ່ວປະເທດແລ້ວ ປາກົດວ່າວັດໃນເມືອງລາວຍັງບໍ່ງາມ ເທົ່າວັດພຸດທະສາສນາໃນປະເທດຕ່າງໆ ເຊັ່ນວັດໃນປະເທດກຳປູເຈັຍ, ມຽຣມາ ແລະໄທຍ, ຈີນ, ຫວຽດນາມ, ຍີ່ປຸ່ນແລະປະເທດອື່ນໆ ຖ້າທຽບແລ້ວວັດງາມໆຍັງມີ ໜ້ອຍ ຫາກຈະທຽບ ໃສ່ລະດັບທາງເສດຖະກິດ ແລະການຄອງຊີບຂອງພົນລະເມືອງເທົ່າກັນແລ້ວ ວັດໃນ ເມືອງລາວຍັງບໍ່ງາມ ແລະໃຫຍ່ເທົ່າກັບວັດຕ່າງໆໃນປະເທດກຳປູເຈັຍ ມຽຣມາ ແລະ ໄທຍ ດ້ວຍຊ້ຳ, ສະນັ້ນຄຳຖາມນັ້ນຈຶ່ງບໍ່ສົມບູນປານໃດ ເວົ້າແນວນີ້ກໍບໍ່ໄດ້ໝາຍວ່າວັດ ໃນເມືອງລາວບໍ່ງາມ ມີງາມຢູ່ແຕ່ວ່າມີຈຳນວນໜ້ອຍ, ສ່ວນໃຫຍ່ວັດງາມໆໃນເມືອງ ລາວມັກຈະເປັນວັດເກົ່າ ສ້າງມາແລ້ວ ຫຼາຍຮ້ອຍປີ ເຊັ່ນວັດໃນຫຼວງພຣະ ບາງ, ວັດໃນ ຕົວເມືອງວຽງຈັນ, ສະຫວັນນະເຂດ ແລະຈຳປາສັກເທົ່ານັ້ນ ວັດງາມໆສ່ວນ ຫຼາຍມັກ ຈະເປັນວັດໃນຕົວເມືອງ ສ່ວນວັດໃນຊົນນະບົດມີບາງວັດເທົ່ານັ້ນທີ່ງາມງາມໆ ບໍ່ໄດ້ ເຖິງຂັ້ນວ່າງາມຫຼາຍ ຫາກທຽບໃສພົນລະເມືອງລາວ. ຕາມການສຶກສາອະດີດ ໄດ້ພົບວ່າວັດໃນຊົນນະບົດ ແລະຕົວເມືອງນັ້ນປາກົດວ່າ ວັດໃນເມືອງລາວນັ້ນງາມຫຼາຍ ວັດໃນຕົວເມືອງກໍງາມຕາມສະພາບຕົວເມືອງ ວັດໃນຊົນ ນະບົດກໍງາມຕາມສະພາບຊົນນະບົດ ນັບແຕ່ໄລຍະ ໓໐໐ ປີມານັ້ນວັດເກົ່າໆ ທີ່ງາມໆ ທັງໃນຊົນນະບົດ ແລະໃນຕົວເມືອງຊຸດໂຊມແລະເພພັງໄປຕາມການຕາມເວລາ, ວັດໃນ ນະຄອນຫຼວງ ແລະຕົວເມືອງໃນນະຄອນວຽງຈັນ ແລະຈຳປາສັກ, ບໍ່ແກ້ວຫຼວງນໍ້າ ທາ ແລະເມືອງພວນ ເພພັງໄປເພາະປະຊາຊົນປະຮ້າງອົບພະຍົບໜີໄປຢູ່ສຍາມ ໃນສະໄໝ “ເກັບປູໃສ່ຕະກ້າ ເກັບຂ້າເຂົ້າເມືອງ” ໃນໃນໄລຍະ ໑໑໐ ກວ່າປີລາວພະຍາມຍາມຟື້ນ ຄືນ ກໍຟື້ນຄືນໃນເຂດຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະຈຳປາສັກ ແມ່ນສ້າງໃໝ່ໝົດ, ສ່ວນໃນນະຄອນຫຼວງພຣະບາງແມ່ນມີການຟື້ນຟູວັດເກົ່າ ທີ່ບໍ່ຄ່ອຍ ຖືກສູນເສັຍໃນສະໄໝສົງຄາມສຍາມ-ລາວປານໃດ, ໃນໄລຍະ ໖໐ ປີຜ່ານໃນ ເຂດ ປົດ ປ່ອຍ ໓-໔ ແຂວງພາກເໜືອກໍເພພັງໄປເພາະສົງຄາມທຳລາຍ ຈົນບໍ່ເຫຼືອຊາກຄວາມ ງາມ. ສ່ວນທີ່ບອກວ່າ “ແຕ່ປະຊາຊົນທຸກ ຫຼາຍຢູ່ ? ” ອັນນີ້, ເທົ່າທີ່ສັງເກດປະຊາຊົນ ລາວຍັງທຸກຢູ່ເປັນຈຳນວນຫຼວງຫຼາຍ, ຫາກມາເບິ່ງຕາມຄວາມເປັນຈິງແລ້ວ ປະຊາຊົນ ຜູ້ທຸກຍາກມີຈຳນວນຫຼວງຫຼາຍ ແຕ່ທຸກແທ້ໆ ກໍແມ່ນຢູ່ໃນເຂດຊົນນະບົດ, ເມື່ອມາເບິ່ງ ແລ້ວນັ້ນວັດໃນເຂດຊົນນະບົດນັ້ນ ມີວັດຈຳນວນໜ້ອຍທີ່ງາມ ເປັນຫຍັງຈຶ່ງເປັນຈັ່ງຊັ້ນ ເຫດທີ່ເປັນດັ່ງນີ້ ກໍເພາະວ່າປະຊາຊົນໃນຊົນນະບົດຍັງທຸກ ແລະບໍ່ມີທຶນຮອນຫຼາຍຈະ ສ້າງວັດຂອງຕົນໃຫ້ສວຍງາມໄດ້ ແຕ່ເປັນສິ່ງທີ່ພາກພູມໃຈຢ່າງໜຶ່ງ ກໍຄື ປະຊາຊົນລາວ ຊາວພຸດໃນທົ່ວປະເທດລາວນັ້ນ ບ້ານໃດໆກໍມີວັດຂອງຕົນປະຈຳບ້ານເກືອບກ່າວໄດ້ວ່າ “ບ້ານເມືອງລາວຊາວພຸດ ບໍ່ມີບ້ານໃດຊິບໍ່ມີວັດ” ຊາວຕ່າງປະເທດ ເຄີຍຖາມຜູ້ຂຽນວ່າ “ເປັນຫຍັງຢູ່ເມືອງລາວ ຈຶ່ງມີວັດເກືອບ ທຸກໆບ້ານ” ຜູ້ຂຽນຕອບວ່າ “ເພາະວ່າ ທຸກໆບ້ານເປັນຊາວພຸດ ສະນັ້ນຊາວພຸດລາວ ຈຶ່ງສ້າງວັດປະຈຳບ້ານຕົນ, ວັດມີຄວາມສຳຄັນຕໍ່ປະຊາຊົນລາວຊາວພຸດຫຼາຍດ້ານ, ນັບ ແຕ່ມື້ເກີດຈົນຮອດມື້ຕາຍ. ຄວາມສຳຄັນ ຂອງວັດທີ່ມີຕໍ່ປະຊາຊົນລາວນັ້ນ ໃນອະດີດມີຄວາມສຳຄັນຫຼາຍ ແຕ່ໃນປັດຈຸບັນ ວັດກໍມີຄວາມສຳຄັນຕໍ່ປະຊາຊົນໃນດ້ານສາສນາ ແລະປະເພນີ ເຊັ່ນ. ໑. ວັດເປັນສູນກາງຂອງບ້ານ ຄືເປັນສະໂມສອນເຕົ້າໂຮມຊາວບ້ານໃນກິດຈະ ການທາງວັດທະນະທຳ. ໒. ວັດເປັນບ່ອນທຳບຸນສີນກິນທານ. ໓. ວັດເປັນສູນກາງທາງສັງຄົມ ແລະວຽກງານການປົກຄອງ ທຸກກິດຈະກຳຂອງ ລັດ ທີ່ກ່ຽວພັນກັບປະຊາຊົນມັກຈະຈັດຂຶ້ນທີ່ວັດ, ປະຊຸມ, ຕ້ອນຮັບຜູ້ແທນ, ມີການເລືອກ ຕັ້ງອື່ນ. ໔. ມີຫຼາຍວັດໃນເມືອງລາວເປັນໂຮງຮຽນ. ທີ່ຈຶງວັດມີຄວາມສຳຄັນຫຼາຍ ຕໍ່ປະຊາຊົນໃນບ້ານນັ້ນໆ ດ້ວຍເຫດນັ້ນ ປະຊາຊົນ ໃນແຕ່ລະທ້ອງຖິ່ນໃນເມືອງລາວ ເມື່ອສ້າງບ້ານແລ້ວມັກຈະສ້າງວັດພ້ອມກັນ, ເຖິງວ່າ ປະຊາຊົນໃນບ້ານນັ້ນ ຈະທຸກຍາກດ້ວຍເງິນຄຳ ແຕ່ເຂົາກໍສ້າງວັດດ້ວຍເຮື່ອແຮງຂອງ ເຂົາ ແລະວັດເອງກໍເປັນສະຖານທີ່ລວມຂອງບ້ານ ຂອງຊຸມຊົນເມື່ອສ້າງແລ້ວມັກຈະຖືກ ປົກປັກຮັກສາ ແລະບູຣະນະຈາກປະຊາຊົນເລື້້ອຽໆ ວັດໃນແຕ່ລະທ້ອງຖິ່ນຈຶ່ງສວຍສົດ ງົດງາມຄົງຢູ່ນານ ເຊິ່ງຕ່າງຈາກສະຖານທີ່ອື່ນໆ. ວັດໃນເມືອງລາວ ມີຄວາມສຳຄັນຕໍ່ການພັດທະນາປະເທດຊາດທາງດ້ານເສດ ຖະກິດ ແລະສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດ. ວັດໃນເມືອງລາວ ໄດ້ສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດທັງທາງກົງ ແລະ ທາງອ້ອມ ເຊັ່ນວັດສຳຄັນໃນນະຄອນຫຼວງວຽງຈັນ ເຊັ່ນວັດສີສະເກດ, ວັດພຣະທາດ ຫຼວງ ແລະວັດພຣະແກ້ວ ແລະວັດອື່ນໆໃນນະຄອນຫຼວງພຣະບາງໄດ້ສ້າງລາຍໄດ້ໂດຍ ກົງໃຫ້ແກ່ງົບປະມານ ຄືພາກລັດຈະເກັບຄ່າທຳນຽມເຂົ້າຊົມ. ສ່ວນວັດຈຳນວນຫຼວງຫຼາຍໃນເມືອງລາວ ແມ່ນສ້າງລາຍໄດ້ໃຫ້ແກ່ງົບປະມານ ຂອງລັດໃນທາງອ້ອມເຊັ່ນ ໑. ຕາມການສຳພາດນັກທ່ອງທ່ຽວຕ່າງປະເທດ ທີ່ເຂົາເຂົ້າມາເມືອງລາວ ເຂົາມີ ວັດຖຸປະສົງ ຢູ່ ໓ ວັດຖຸປະສົງໃຫຍ່ ຄື. ກ. ເຂົ້າມາເບິ່ງວັດ. ຂ. ເຂົາມາສຶກສາວັດທະນະທຳ. ຄ. ເຂົ້າມາທ່ຽວທ່ຽວທຳມະຊາດ. - ໃນຄຳຕອບທັງຫຼາຍ ໓ ຂໍ້ເຫັນວ່ານັກທ່ອງທ່ຽວທັງຫຼາຍມາເມືອງລາວ ມັກຈະ ກ່າວເຖິງວັດເປັນອັນດັບທຳອິດ ສະແດງໃຫ້ເຫັນວ່າ ວັດໄດ້ສ້າງລາຍໄດ້ໃຫ້ປະ ເທດຊາດ ເປັນອັນດັບທຳອິດ ແລະສຳຄັນ. - ສ່ວນປະຊາຊົນລາວເອງ ກໍໄດ້ລາຍໄດ້ຈາກວັດນັ້ນທາງອ້ອມ ກໍຄືໄດ້ທີ່ເພິ່ງທາງ ໃຈ. ທີ່ໄດ້ທາງກົງອີກແບບໜຶ່ງ ຄືວັດໄດ້ສ້າງການທ່ອງທ່ຽວໃຫ້ແລ້ວ ປະຊາຊົນກໍໄດ້ ຂາຍຜລິດຕະພັນນັ້ນໆໃຫ້ແກ່ນັກທ່ອງທ່ຽວ ຄືສ້າງມູນຄ່າຜລິດຕະພັນຕົນ. ຄຳຕອບທີ່ຖືກຕ້ອງ "ປະຊາຊົນລາວ ສ່ວນຫຼາຍຍັງທຸກທາງດ້ານວັດຖຸ ແຕ່ກໍພໍທົນໄດ້, ປະຊາຊົນລາວ ສ່ວນຫຼາຍຕ້ອງການຄວາມສຸກທາງໃຈ ຫຼາຍກວ່າຄວາມສຸກທາງວັດຖຸນັ້ນແລ້ວ ຈຶ່ງສ້າງວັດໄວ້ທຸກໆບ້ານ ເພື່ອເປັນທີ່ເພິ່ງທາງໃຈແລ"
|
ຂຽນເມື່ອ: ມ.ກ.. 7, 2012
| ມີ
19 ຄຳເຫັນ
ແລະ
0 trackback(s)
- ທ່ານຄົງໄດ້ຮັບຂ່າວແລ້ວວ່າ ມີລົດຂວຳ້ຕາຍ ໙ ສົບ ທີ່ເມືອງນະຄອນເພັງນັ້ນ ເລື່ອງມັນເປັນຈັ່ງຊີ້. - ຄົນທີ່ຕາຍນັ້ນ ມີຈຳນວນ ໙ ຄົນ, ໃນນັ້ນມີຕຳຫຼວດຈໍຣະຈອນຄົນໜຶ່ງ ພວກເຂົາມີຈຸດປະສົງຈະເດີນທາງໄປຍັງແຂວງອັດຕະປື ເພື່ອຈະໄປງານກິນດອງເພື່ອນໆຂອງພວກເຂົາ, ໂດຍພວກເຂົາຂີ່ລົດຕູ້ ສະຕາຣ໌ເລັກຊ໌ ຮຸນໄດ ຮຸ້ນໃໝ່ ໑໒ ທີ່ນັ່ງ ເມື່ອລົດໄປຮອດເມືອງນະ ຄອນເພັງກາຍ ຖໍ້າພວງໃນໜ້ອຍໜຶ່ງ ເຊິ່ງລົດແລ່ນດ້ວຍຄວາມໄວປະມານ ໑໔໕ ກມ/ຊມ, ເຫດທີ່ເຮັດໃຫ້ລົດພິກຂວຳ້ ເພາະຢາງກົງລົດລ້ໍໜ້າແຕກ ຜົນປາກົດເຮັດ ໃຫ້ມີຜູ້ເສັຍຊີວິດ ໙ ສົບ ສ່ວນເມັຍຕຳຫຼວດເຈັບສາຫັດ ລູກເຈັບໜ້ອຍໜຶ່ງ, ຄົນໃນລົດນັ້ນມີ ໑໓ ຄົນ ຕາຍ ໙.
- ໃນຈຳນວນຜູ້ຕາຍນັ້ນ ມີຄອບຄົວໜຶ່ງ ເຮັດວຽກຢູ່ລາວໂທຣະຄົມ ທັງແມ່ແລະລູກ ລູກສາວຄົນໜຶ່ງນັ້ນ ກຳລັງຈະກຽມເຂົ້າແຕ່ງງານບໍ່ເຫິງຂ້າງໜ້ານັ້ນ, ເລື່ອງມີຢູ່ວ່າ ໜຶ່ງໃນ ໓ ຂອງຄອບຄົວນີ້ ກ່ອນໜ້ານັ້ນໄດ້ຝັນເຫັນເລືອດອາບຖວ້າມຕົວ ຜູ້ຝັນມາແກ້ໃຫ້ຍາດພີ່ນ້ອງຟັງ ແລ້ວພວກເຂົາຈຶ່ງມາຕີເປັນເລກ ພາກັນໄປຊື້ເລກຖືກຜູ້ລະເລັກນະນ້ອຍ ທັງ ໓ ຄົນທີ່ຕາຍນັ້ນກໍຖືກ. - ເມື່ອຖືກເລກແລ້ວ ເຂົາຈຶ່ງພາກັນໄປກິນດອງເພື່ອນຂອງພວກເຂົາ ທັງສາມແມ່ລູກກະໄປອັດຕະປືນຳເຂົາ ຈຶ່ງເກີດອຸປັດຕິເຫດຄັ້ງນີ້ - ຜົນທີ່ຈະບອກວ່າ "ລາງຄືບູຮານ ຄືສິ່ງທີ່ບອກເຫດ ທ່ານກ່າວວ່າລາງນີ້ ເປັນນິມິດທີ່ເທວະດາຜູ້ຮັກສາຕົນຕົວຄົນທຸກໆຄົນ ມາບອກເຫດເປັນໄນໆ ໃຫ້ເຈົ້າຂອງຜູ້ເຫັນ ຫຼືຮູ້ໄດ້ຊາບວ່າ ຈະມີເຫດດີ ຫຼືຮ້າຍເກີດຂຶ້ນແກ່ເຈົ້າຂອງ ຫຼືຄົນອື່ນ, ໂດຍບອກດ້ວຍຄວາມຝັນ, ບອກໂດຍສິ່ງທີ່ໄດ້ເຫັນ, ບອກໂດຍໄດ້ຍິນ ທີ່ຜິດສັງເກດ ເພື່ອເຕື່ອນໃຫ້ຜູ້ເຫັນ ແລະຮູ້ນັ້ນລະວັງ ເພື່ອຫາທາງປ້ອງກັນ, ທາງໃນຄວາມໝາຍທີ່ແທ້ຈິງ ຄືເທວະດາບອກເຫດ ເຫດນັ້ນມີທັງດີ ຮຽກວ່າ "ລາງດີ" ແລະມີທັງຮ້າຍ ຮຽກວ່າ "ລາງຮ້າຍ", ຫາກຄົນໃດເຫັນລາງຮ້າຍ, ທາງພຸດທະສາສນາບໍ່ໄດ້ໃຫ້ເຊື່ອເລື່ອງລາງ ແຕ່ວ່າເມື່ອມະນຸດໄດ້ປະສົບພົບເຫັນລາງແລ້ວ ຫາກເປັນລາງຮ້າຍມັກຈະຕົກອົກຕົກໃຈ, ຫາກເປັນລາງດີມັກຈະດີໃຈ ທັງຕົກໃຈແລະດີໃຈກໍຕາມ ທາງພຸດທະ ສາສນາ ທ່ານໃຫ້ສູດຍັນທຸນນິມິຕຕັງ ໓ ຫົນ ຄື: 6. ສູດກຳຈັດເຄາະ ກຳຈັດຝັນບໍ່ດີ ກໍາຈັດລາງ ແລະຄວາມຝັນ ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທທາ ນຸພາເວນະ ວິນາດສະເມນຕຸ ຯ ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ທັມມາ ນຸພາເວນະ ວິນາດສະເມນຕຸ ຯ ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ສັງຄາ ນຸພາເວນະ ວິນາດສະເມນຕຸ ຯ - ທ່ານກ່າວວ່າ "ຍ້ອນພຸດທະມົນນີ້ ແລະອະນຸສົງຜົນບຸນທີ່ເຄີຍໄດ້ໄຫວ້ພຣະ ຮັກສາສິນ ໃຫ້ທານ ໃນອະດີດຜ່ານມາ ອາດຈະມາຊ່ວຍເຫຼືອປົກປ້ອງຄຸ້ມຄອງໄດ້ ຫາກວ່າບາບກັມບໍ່ແຮງ. - ຕາມຄະຕິຄວາມເຊື່ອບູຮານ ບອກວ່າ "ຄັນຝັນເຫັນເລືອດຈະເກີດອັນຕລາຍເຖິງຊີວິດ" ແຕ່ຄອບຄົວນີ້ກັບເຫັນວ່າເປັນເລື່ອງດີ ໄປຕີເປັນເລກ ຜົນປະກົດ ວ່າ ທັງໝົດຖືກເລກໄດ້ເງິນໃຊ້ ພວກເຂົາອາດຄິດວ່າເປັນໂຊກຂອງເຂົາ ຈຶ່ງພາກັນດີໃຈ ແລະລືມໄປວ່າການເຫັນເລືອດ ຫຼືຝັນເຫັນເລືອດ ຫຼືຝັນໄດ້ກິນຊີ້ນ ເລົ່ານີ້ຄືລາງຮ້າຍ;
- ຂຽນມານີ້ ບໍ່ແມ່ນມີຈຸດປະສົງບໍ່ໃຫ້ເຊື່ອເລື່ອງລາງ ເຄາະ ແລະໂຊກ ແຕ່ຂຽນເຕືອນສະຕິໄວ້ບໍ່ໃຫ້ຕັ້ງຢູ່ໃນຄວາມປາມາດ ເພາະພຣະພຸດທະອົງຕັດໄວ້ວ່າ "ປະມາໂທ ມັຈຈຸໂນ ປະທັງ - ຄວາມປະໝາດເປັນທາງແຫ່ງຄວາມຕາຍ" ນັ້ນແລ.
|
ຂຽນເມື່ອ: ມ.ກ.. 2, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
- ພໍ່ຕູ້ມາແຕ່ຊຽງຂວາງ ມາຮັບລູກສາວທີ່ຈະມາຈາກອະເມີລິກາ ມາພັກກັບລູກສາວອີກຄົນໜຶ່ງທີ່ວຽງຈັນ ແຕ່ກ່ອນການໄປການມາໃນເມືອງລາວລຳບາກ ເພາະຖນົນບໍ່ດີ ຈຶ່ງຕ້ອງຂີ່ຍົນ ການໄປມາຊຽງລະຫວ່າງຊຽງຂວາງກັບວຽງຈັນສະໄໝນັ້ນ ແມ່ນຕ້ອງຂີ່ຍົນ, ອານ ໒໔ ວາຍ ໒ ວາຍ ໗ ດຽວນີ້ມີ ອາເຕເອ ແລະມາ ໖໐ ບິນໄປມາຊຽງຂວາງອາທິດລະຫຼາຍທ້ຽວ ແຕ່ພໍ່ຕູ້ກະບໍ່ໄດ້ຂີ່ຈັກເທື່ອ ເພາະມີລົດໂດຍສານແລ້ວ ຫຼືບາງຄັ້ງລູກສາວໄປຮັບ ຫາກຕ້ອງການມາວຽງຈັນ. - ວັນນັ້ນ ພໍ່ຕູ້ໄປລໍຮັບລູກສາວຈາກອາເມຣິກາ ຊາມຊາຍົນລົງ ລູກສາວ ແລະພວກຫຼານໆ ກໍພາຂຶ້ນໄປກິນອາຫານບຸບເພລໍຖ້າທີ່ຫ້ອງອາຫານສຍາມບິນ ຂະນະນັ້ນພໍດີເຫັນຍົນລາວລົງເດີ່ນເລີຍຖາມພວກຫຼານໆວ່າ "ໂອ....ຍົນອີຫຍັງຄືໃຫຍ່ແທ້ ?" - ຫຼານ: ຍົນ ແອຣ໌ບັສ ໓໒໐. - ພໍ່ຕູຊຽງຂວາງ : ໂອ້....ໃຫຍ່ນໍ, ຍົນໃຫຍ່ຈັ່ງຊີ້ຄືຊິໄປຊ້າກວ່າຍົນນ້ອຍນໍ ? - ຫຼານ: ບໍ່ແຫຼວໄປໄວກວ່າ ຍົນນ້ອຍແລ້ວເວີຍ ພໍ່ຕູ້; - ພໍ່ຕູ້ຊຽງຂວາງ: ໄວປານໃດ ? - ຫຼານ: ໄວກວ່າຍົນວາຍ ໒ ຊາວເທົ່າພຸ້ນແລ້ວ. - ພໍ່ຕູ້ຊຽງຂວາງ: ໂອ້: ໂອ້.....ໄວປານນັ້ນ ຄົນຊິບໍ່ຕົກຍົນເປັນແຖວພຸ້ນບໍ ? - ຫຼານ: ມັນຊິຕົກຈັ່ງໃດ ? - ພໍ່ຕູ້ຊຽງຂວາງ: ຈັກແລ້ວ ສະໄໝແຕ່ກີ້ຍົນວາຍສອງ ບິນຊ້າຂະໜາດນັ້ນຍັງມີຄົນມາບໍ່ທັນຍົນຫຼາຍຄັ້ງ ພໍ່ຕູ້ຍັງເຄີຍຕົກຍົນນຳໍເຂົາ - ຫຼານ: ຮ່າໆໆໆໆໆໆໆໆໆໆໆໆໆ (ຂໍໃຫ້ຜູ້ອ່ານຈົ່ງ ໂຊກດີຕລອດ ປີ ໒໐໑໒ ນີ້ທຸກຖ້ວນໜ້າເທີ້ນ)
|
ຂຽນເມື່ອ: ທ.ວ.. 31, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ປີເກົ່າໃກ້ຈາກແລ້ວ ຄົນລ້ຽງສົ່ງຮ້ອງລາ ພາວະນາໃຫ້ຫາຍໜີ ຈາກໄປໄກສິ້ນ ປີໃໝ່ວຽນມາໃກ້ ຄົນສະຫຼອງໄຊສົດຊື່ນ ສະຫຼອງກັນຈົນຄຶກຄື້ນ ສະຫຼອງມື້ປີໃໝ່ມາ ຄົນທັງຫຼາຍລໍຖ້າ ຕ້ອນຮັບສະໜັບສະໜູນ ລ້ຽງກັນຫຼາຍວັນຄືນ ເພື່ອເຝົ້າລໍວັນນີ້ ມີທັງກິນທັງຫຼິ້ນງັນແຊວ ຮ້ອງສະໜັ່ນ ເມົາກັນສາມສີ່ມື້ ເພື່ອລໍຖ້າປິໃໝ່ມາ.
|
ຂຽນເມື່ອ: ທ.ວ.. 27, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
- ປີກາຍ ທີ່ວຽງຈັນໜາວພໍປະມານ ແຕ່ຊຽງຂວາງໜາວຈົນງົວ-ຄວຍຕາຍເປັນພັນໆ ເຫດການດັ່ງກ່າວເກີດຂຶ້ນ ໒ ຄັ້ງທີ່ຊຽງຂວາງ - ປີກາຍ ທີ່ຊຽງຂວາງນໍ້າຝົນອັ່ງຖ້ວມຊຽງຂວາງຝົນເສັຍຫາຍໜັກ. - ປີກາຍ ທີ່ວຽງຈັນຝົນຕົກຍາມເດືອນຈຽງ ແລະເດືອນຍີ່ ປີນີ້ລໍຟັງ. - ປີກາຍ ນໍ້າຖ້ວມຫຼວງຫຼາຍແຫ່ງ ທີ່ເມືອງໄທຍ໌ນ້ໍາຖ້ວມພາກກາງຂອງໄທຍ໌ ------------ - ປີກາຍ ໒໐໑໑ ຜ່ານໄປ ປີນີ້ ປີ ໒໐໑໒ ຊິເຂົ້າມາ - ປີນີ້ ຄືຈາກມື້ນີ້ເປັນຕົ້ນໄປ ຝົນຈະແລ້ງ (ລໍເບິ່ງ) ------------ ປີກາຍໄດ້ຜ່ານພົ້ນ ປີໃໝ່ຊິວຽນມາ ປີກາຍຄົນທັງຫຼາຍ ເກືອບຈີບຫາຍຕາຍຍ້ອນ ມີຫຼາຍຄົນບໍ່ແຂງເຂັ້ມ ໄດ້ສູນຫາຍຕາຍຈາກ ຄົນສ່ວນຫຼາຍລໍາບາກຍ້ອນ ປີນີ້ກ່ອນຊິກາຍ
ຄົນທັງຫຼາຍໄດ້ແຕ່ຮ້ອງ ຕ້ອນຮັບປີໃໝ່ມາ ປີເກົ່າກາຍຜ່ານໄປ ບໍ່ສົນໃຈຊ້ໍາ ມີແຕ່ເຮຮົນຮ້ອງ ສະບາຍດີປີໃໝ່ ບໍ່ມີໃຜກ່າວເວົ້າ ລາແລ້ວປີເກົ່າກາຍ
ປີເກົ່າດີເລີດລໍ້າ ທີ່ເຮົາຜ່ານວິກິດການ ມີຄວາມສຸກສໍາລານ ຜ່ານມາຈົນປານນີ້ ບາງຄົນດີຫຼາຍລົ້ນ ຈະເລີນສີແສນຢ່າງ ບາງຄົນສົມມາດແມ້ງ ຈະເລີນຂຶ້ນລື່ນທະວີ
ບາງຄົນເກືອບບວບບີ້ ປີ້ປົ່ນປານລົນໄຟ ມີບົດຮຽນຫຼວງຫຼາຍ ທຸກກາຍໃຈເສົ້າ ມີຄວາມເຫງົາຄວາມເສົ້າ ຄວາມອຸກຄວາມອັ່ງ ນໍ້າຕາຫຼັ່ງອາບຍ້ອຍ ຜ່ານມາແລ້ວເພາະປີກາຍ
ເຮົາບໍ່ຄວນກ່າວຮ້າຍ ປີເກົ່າກາຍໄປ ຫາກເຮົາພົບສິ່ງໃດ ຊິວ່າດີຫຼືຮ້າຍ ຄວນຂະຫຍາຍທາງຄື້ນ ຄືນເວັນໃຫ້ເຫັນຊ່ອງ ສ້າງປີນີ້ໃຫ້ຖືກຕ້ອງ ຈະເລີນຂຶ້ນລື່ນປີກາຍ
ປີກາຍຜ່ານໄປແລ້ວ ເຮົາໄດ້ຢູ່ສຸກຂີ ທັງຊີວີຈະເລີນສຸກ ກໍເພາະປີກາຍທະລາຍສິ້ນ ປີໃໝ່ວຽນມາໃກ້ ເຮົາຍືນຍົງຍັງທ່ຽງ ປີໃໝ່ນີ້ຂໍຢ່າມີສິ່ງຮ້າຍ ສະບາຍລົ້ນກວ່າປິກາຍ ແທ້ເດີ
|
ຂຽນເມື່ອ: ທ.ວ.. 24, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ປີໃໝ່ນີ້ ຈົ່ງສົມຫວັງ ດັ່ງພອນໝາຍ ປີເກົ່າກາຍ ຄຸນຄວາມດີ ທະວີຜົນ ມີໃໝ່ມາ ສຸກສົມຫວັງ ຈົ່ງບັນດົນ ສໍາເຣັດຜົນ ຄວາມໝາຍ ຕາມສະໄໝ ຄວາມສະບາຍ ພອນທັງສີ່ ຈົ່ງສະໜອງ ຊັບສິ່ງຂອງ ທີ່ໃຫຍ່ຫຼວງ ໃຫ້ຫຼັ່ງໃຫຼ ເພີ່ມພູນມາ ມວນມາກມາຍ ບັນເທົາໃຈ ຕາມສະໄໝ ພັດທະນາ ຕະຫຼອດການ ອາຍຸຍົງ ຄົງທົນນານ ເປັນຮ້ອຍປີ ຄວາມສຸກມີ ຫຼາຍເຫຼື້ອລົ້ນ ພົ້ນປະມານ ແມ່ນເຖົ້າແລ້ວ ໜັງຢ່າຫ່ຽວ ແກ້ມຢ່າຍານ ປະນິທານ ທີ່ຕັ້ງໄວ້ ໃຫ້ສົມປອງ ວັນນະງາມ ຜີວພັນດີ ສວຍສະເໝີ ໃຫ້ຄົນເຫີ່ ມອງເຫັນແລ້ວ ຢາກທຽມສອງ ຜິວເນື້ອກາຍ ຮຽວບາງກ້ຽງ ໃສດັ່ງທອງ ຜົມງາມຜ່ອງ ດໍາສະເໝີ ຍາມເກົ້າເປັຍ ຄວາມສຸກມີ ມວນມາກ ພ້ອມທຸກສິ່ງ ລູກຊາຍຍິງ ໄດ້ດັ່ງໃຈ ບໍ່ມີເສັຍ ຫາກທ່ານໂສດ ກໍໃຫ້ໄດ້ ແຕ່ງຜົວເມັຍ ຄວາມສູນເສັຍ ບັນທອນໃຈ ສຸກທຸກເມື່ອ ພະລັງຊັບ ນັບເກີນແສນ ຮ້ອຍພັນລ້ານ ພະລັງງານ ຫຼວງຫຼູາຍຫຼາກ ມາກລົ້ນເຫຼືອ ພະລັງໃຈ ພະລັງຄົນ ຈົນເຫຼືອເຟືອ ດີທຸກເມື່ອ ພະລັງກາຍ ແຂງແຮງດີ ພອນທັງສີ່ ຈົ່ງຢ່າມີ ພຽງປີໃໝ່ ຂໍຈົ່ງໃຫ້ ມີເລື້ອຍ ຊົ່ວຊີວີ ທຸກຄືນວັນ ຂໍໃຫ້ໄດ້ ສ້າງຄວາມດີ ຄວາມຫວັງນີ້ ຂໍໃຫ້ໄດ້ ຕລອດການ
|
ຂຽນເມື່ອ: ທ.ວ.. 23, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ສຸພາສິດຊາວຂືນ ແລະຊາວລື້ "ຫຼັບນ້ຽນີ້ກາຣຫາຽ ຫຼັບຫຼາຽນີ້ກາຣມາກ" ແປງເປັນຄວາມລາວແລະຊາວສຍາມ. "ນອນນ້ອຍນີ້ການຫາຍ ນອນຫຼາຍນີ້ການມາກ" (ນອນຫຼັບ) ແປງຂະຫຍາຍຄວາມ "ຫຼັບນອນນ້ອຍວຽກງານການຕ່າງໆມັນຫາຍໝົດ ຫຼັບນອນຫຼາຍວຽກງານມັນເພິ່ມຂຶ້ນມາກມາຍ"
- ໝາຍຄວາມວ່າ "ຄົນດຸໝັ່ນ ພັກຜ່ອນນອນຕາມສົມຄວນ ຕື່ນຂຶ້ນມາແຕ່ເຊົ້າເຂົ້າສູ່ວຽກງານ ວຽກງານຕ່າງໆກໍຫົດຫາຍໝົດ ສໍາລັບຜູ້ທີ່ນອນຫຼັບທັບສິດ ນອນທັງຄືນທັງເວັນວຽກບໍ່ເຮັດງານບໍ່ສ້າງ ບໍ່ໄດ້ເຮັດວຽກງານ ວຽກງານກໍເພິ່ມຂຶ້ນ ມາກມາຍກາຍເປັນວຽກງານອາກູນ.
- ເປັນບົດຄະຕິສຸພາສິດຄໍາສອນ "ບໍ່ໃຫ້ຂີ້ຄ້ານມັກງ່າຍ ມີແຕ່ນອນເປັນໃຫຍ່" -------------- (ສາຍເຊລຳເພົາ-ແຕ່ງ) ຄົນບໍ່ຂີ້ຄ້ານ ມັກງ່າຍນອນເວັນ ຂະຫຍັນທໍາວຽກງານ ທຸກວັນເລີງເລື້ອຍ ຕື່ນຂຶ້ນມາທໍາງານສ້າງ ປະຕິບັດໜ້າທີ່ ວຽກງານບໍ່ອັ່ງລົ້ນ ຫາຍຈ້ອຍຈາກນີ້
ວຽກງານການກໍ່ສ້າງ ໜ້າທີ່ໃນຄອບຄົວ ເປັນພັນທະກິດຂອງເຮົາ ເຮັດເລີຍບໍ່ຄວນງໍ້ ທໍາກິດການງານເລື້ອຍ ພະລັງມີມູນມາກ ເງິນຄໍາຫຼາຍຫຼາກລົ້ນ ສະບາຍແທ້ຫາກຕ້ອງການ
ວຽກງານຫານກໍ່ສ້າງ ໜ້າທີ່ຄວນປົກປັກ ຄວນຖະໜອມຫອມຮັກ ວຽກງານບໍ່ຄວນຄ້ານ ສຸກສໍາລານເລີງເລື້ອຍ ຄູນມີມູນຮັ່ງ ນັ່ງກໍສຸກນອນກໍສຸກບໍ່ເດືອດຮ້ອນ ສະບາຍແທ້ຊົ່ວຊິວັງ
ດີກວ່າຄົນຂີ້ຄ້ານ ມັກລີ້ຊ່ອນນອນເວັນ ບໍ່ທໍາການງານສັງ ໜ້າທີ່ຕົນທີ່ມີໄວ້ ວຽກເຮືອນຊານບໍ່ເກັບມ້ຽນ ປະຕິບັດການໃຫ້ສົມສ່ວນ ວຽກງານມັກກໍເຫຼືອອັ່ງລົ້ນ ເຕັມບ້ານທົ່ວເຮືອນ
ກາຍເປັນວຽກຍາກຫຍຸ້ງ ເຫຍິ່ງຍາກເຫຼືອກໍາລັງ ການຈະທໍາການສັງ ສ້າງສາຖານະນັ້ນ ມີແຕ່ຫຼຸບຫຼຸດດ້ອຍ ເງິນຄໍາເຫີນຫ່າງ ຄອບຄົວກໍຍາກຫຍຸ້ງ ສູນສ້ຽງເສື່ອມຕະກູນ ທ່ານເອີຍ
|
ຂຽນເມື່ອ: ທ.ວ.. 23, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ຊະຍັງ ເວຣັງ ປະສະວະຕິ : ຜູ້ຊນະຍ່ອມກໍ່ເວຣ (ທັມມະພາສິຕ)
-------------- (ສາຍເຊລໍາເພົາ-ແຕ່ງ) ເວຣຈັກເກີດຂຶ້ນໄດ້ ດ້ວຍກາຣກໍ່ກາຍະກັມ ທັງວາຈີກັມນໍາ ເຈຕມະໂນສະໜອງພ້ອມ ກັມທັງສາມສະໜອງໃຫ້ ມີເວຣັງບັງບຽດ ເກີດຄວາມຄຽດອາຄາດແຄ້ນ ທໍາລາຍລ້າງສ້າງເວຣ ວາຈີກາຣຄິດເວົ້າ ແນວຊົ່ວມົວໝອງ ຈິຕໃຈຄອງຄວາມຊັງ ຄຽດຂົມອົມໄວ້ ຝັງທາງໃນໃຈໝອງເສົ້າ ມະໂນຂັງແຄ້ນຄັ່ງ ສັ່ງໃຫ້ກາຍກໍ່ສ້າງ ກັມຊົ່ວຂຶ້ນເກີດເວຣ ຕົວຢ່າງ ໄດ້ມີກາຣເວົ້າກ່າວຮ້າຍ ດູໝິ່ນກຣຽຕິ໌ສັກດີ໌ສີກັນ ທັງຕະກູລວົງສ໌ວາຣ ຊາຕິພັນທ໌ປະຊາເຊື້ອ ໃຈກໍເຫຼືອແຕ່ຄວາມເສົ້າ ອົດທົນປົງໄດ້ຍາກ ກໍ່ເກີດການກັ່ນແກ້ງ ກໍຕີຕ້ານຕອບກັນ ຄວາມຄຽດແຄ້ນເກີດຂຶ້ນແລ້ວ ຄວາມໂກດກຽຈກໍຕາມມາ ຄວາມອິຈສາກໍສະສົມ ພອກພູນກາຍເນື້ອ ຄວາມອົດທົນເຫຼືອຫຼົງນ້ອຍ ຂັນຕິທັມໄກ້ຣະເບີດ ກໍ່ເກີດກາຣຕີຕ້ານ ເສີກຂຶ້ນກໍ່ກັມ ອີກແລ້ວ ນີ້ຄືເຫຕຸເກີດຂຶ້ນ ຂອງກາຣກໍ່ປາປະກັມ ນໍາເອົາຄວາມສູນເສັຍ ທຸກຝ່າຍມີຜົລໄດ້ ບໍ່ມີໃຜດີດ້ວຍ ທັງສອງສະເໝີພາຄ ປາປະກັມເກີດຂຶ້ນແລ້ວ ທັງສອງລ້ວນຮັບເທົ່າກັນ ຝ່າຍໜຶ່ງເປັນເຫຕຸຕົ້ນ ສ້າງກໍ່ປາປະກັມ ຝ່າຍໜຶ່ງຖືກກະທໍາ ກໍສ້າງກັມສເມີພ້ຽງ ຝ່າຍໜຶ່ງເສັຍໄຊຍ໌ແລ້ວ ກໍສ້າງເວຣສືບຕໍ່ ຝ່າຍມີໄຊຍ໌ກໍບໍ່ພົ້ນ ມີເວຣຂ້ອງຖືກຈ່ອງເວຣ ໝາຍຄວາມວ່າ ຜູ້ຊນະສ້າງກັມໄວ້ ຜູ້ແພ້ພ່າຍຈັກກໍ່ເວຣ ທັງເວຣກັມກໍຕິດຕາມ ຢູ່ເລີຍບໍ່ມີແລ້ວ ຊນະໃດໃນສາກົລນີ້ ບໍ່ມີທົນຄົງຢູ່
|
ຂຽນເມື່ອ: ທ.ວ.. 19, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
ພາສາລາວ | ພາສາຂະເໝນ | ພາສາໄທຍ | ຄຳທີ່ໃຊ້ແທນກັນໄດ້ໃນພາສາລາວ | ສະບາຍດີ | ຊົວຊໄຕຍ/ຊຸບຣຽບວຊົວ | สวัสดี | | ສະບາຍດີຕອນເຊົ້າ | ອະຣຸນຊົວຊໄຕຍ | อรุณสวัสด์ | ອະຣຸນສະຫວັດ | ສະບາຍດີບໍ່ | ຊົກສະບາຍດີ | สบายดีไหม | ສຸກສະບາຍດີບໍ | ຂໍໃຫ້ສຸຂະພາບດີ | ສຸຂະພຽບຣະອໍ | ขอให้สุขภาพดี | | ຂອບໃຈ | ອໍກຸນ/ອໍກຸນຈະເຣີນ | ขอบคุณ | ຂອບຄຸນ | ເຄື່ອງຄິດເລກ | ເກື່ອງກິດເລຂ | เครื่องคิดเลข | ຈັກຄິດເລກ | ເຂົ້າໜົມ | ໜົມ | ขนม | ຂະໜົມ | ຊ່າງຖ່າຍຮູບ | ຈ່ຽງຖອດຣູປ | ช่างถ่ายรูป(ถอดรูป) | ຖອດຮູບ | ຝັນ | ສຸບິນ | ฝัน(สุบินนิมิต) | ສຸບິນນິມິດ | ແຜນທີ່ | ແຜນຕີ່ | แผนที่ | | ສະບູ | ເສາະບູ | สบู่ | | ຮີ | ແບນ | รี/แบน | ລາວ-ໄທ (ແບນ) | ຫຼ່ຽມ | ລຽມ | เหลี่ยม | | ຣົສຊາດ | ຣອສຈຽດ | รสชาติ | | ກິ່ນ | ເກລອນ/ເກລີນ | กลิ่น | ລາວບູຮານ(ກຼິ່ນ) | ຫອມ | ກະໂອບ | หอม/อบ | ນໍ້າອົບ | ສຽງ | ຊັມເລງ | เสียง | | ສຳນວນ | ສຳນູຣ | สำนวณ | | ດັງ(ລື) | ລື | ดัง/ลือ/ลือกระช่อน | ລືຊື່/ເລື່ອງລື/ຊ່າລື | ມ່ວນ | ພລັວະ | ไพเราะ | ໄພເລາະ | ສງົບ | ຊງ໊ອບ | สงบ/เงียบ | ງຽບ | ດັງຫອງ | ກັງຮອງ | ดัง/หอง/ทุ่ม | ດັງກ້ອງ/ທຸ້ມ | ສະອາດ | ຊະອາດ | สะอาด | | ເອ້ເລ້ອາລ້າ | ເອ໊ເລ໊ອ໊າລ໊າ | มั่ว | ມົ້ວ | ມົວ | ຊລາງ | มัว | ຟ້າສາງ/ຊະລ້າງ/ລາງ | ປະທະ | ປະເຕັຍະ | ปะทะ | ເຈີະ/ | ຮົ່ວໄຫຼ | ໂຮລ | รั่วใหล | | ກຶມເນີດ | ກຳເນີດ | กำเนีด/เกิด | ເກີດ | ເຜົ່າ | ແນວ | แนว | ເຊື້ອແນວ | ຕະກູນ, ກະກູນ | ຕະໂກນ | ตระกูล | ໂຄດວົງ/ກົກເລົ່າ | ນາມສະກຸນ | ນຽມ | นามสกุล | ນາມ | ລຳປ້ອງ | ລືມປວງ | ลำป้อง | ລຳ-ປ້ອງ | ຕຸ່ມ | ຕູມ | ตูม | ປູມ/ຕາຕູມ | ເດີນ | ເດີຣ | เดีน | ຢ່າງ | ແລ່ນ | ຈ໊ວດ | วิ่ง | ໄປໄວ/ຈວດ/ຈ້າວ | ສອກ | ຊ໊ອກ | สอก | | ເຂົ່າ | ເຄົາ | เข่า | | ຕ່ອຍ | ຕ໊ອບ | ต่อย/ตอก | ຕົບຕ່ອຍ | ຕົບ | ເຕັ໊ຍະ | ตอก | ຕົບຕີ | ກະວຶດ | ກະເວືອດ | แขว่ง | ແກວ່ງ/ກະວິດ | ຊອບ | ຊ໊ອບ | ชอบ | ມັກ/ພໍໃຈ/ຖືກໃຈ | ບາບ | ບາປ | บาป | ຄວາມຊົ່ວ | ບຸນ | ບອນ | บุญ | ຄວາມດີ | ດຳ | ເຂມົາ | เขมา | ຂີ້ໝິ້ນໝໍ້ | ສັນດານ | ຊັນດາລ | สันดาล | | ນິໄສ | ນິສັຍ | นิสัย | | ໂກງ | ໂກງ | โกง | ຂີ້ໂກງ | ຕົວະ | ກຶງເຮາະ | โกหก | | ບໍ່ກົງ | ມັນຕຣອງ | ไม่ตรง | ບໍ່ຊືສັດ/ຄົດ/ໂກງ | ຕໍ່ | ຕໍ | ต่อ | | ທີ່ນີ້ | ຕີ່ແນັຍະ | ที่นี่ | | ຊ່ຳນີ້ | ຊັມແນັຍະ | แค่นี้ | ທໍ່ນີ້/ປະມານນີ້ | ປູນນີ້ | ປັນເນັຍະ | ปูนนี้ | ເໝືອນຂ້າງເທິງ | ບ່ອນ | ບອນ | ที่ | ທີ່ | ນັ້ນ | ນູ່ | นั้น/โน้น | | ນີ້ | ນິ | นี้ | ໜີ້(ຢູ່ໜີ້) | ໝົດ | ມ໊ອຈ | หมด | ເໜີດ | ຕາ | ຕາ | ตา | ພໍ່ຕາ | ນາຍ | ເຍີຍ | ยาย | ຍາຍ | ທວດ | ຕວດ | ทวด | ຕວດ | ຜະຫງາ | ຜງາ/ຫງາຍ | ผงา | ຫງາຍເງີກ | ຍິ້ມ | ຣະເຍີມ | ยิ้ม | ຣະແຍ້ມ | ສະດັບ | ສະດັບ | สะดับ | ຟັງ | ທູບ | ຕູປ | ธูป | | ທຽນ | ຕຽນ | เทียน | | ກະຈົກ | ກະເຈາະ | กระจก | ແວ່ນແກ້ວ | ປະນົມມື | ພນົມໄດ | พนม | ນົບ | ເຊີນ | ເຈີນ | เชิญ | | | | | | ໃຜວ່າ ຄວາມລາວ ຄື(ເໝືອນ)ແຕ່ຄວາມໄທຍ໌ ເບິ່ງກັນໃຫ້ແຈ້ງໆ ເບິ່ງກັນໃຫ້ຕາໃສໃຈສະຫວ່າງໄປເລີຍ, ຄົນລາວເຮົາ ຄວນຮູ້ຈັກຊາດຂອງຕົນ ບໍ່ຄວນດູກຖູກຊາດເຖິງຂະໜາດນັ້ນ ມັນບາບ. ຍັງມີເໝືອນກັນອີກຫຼວງຫຼາຍ
|
ຂຽນເມື່ອ: ທ.ວ.. 14, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
|
ຂຽນເມື່ອ: ທ.ວ.. 12, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ເມືອງລ້ານຊ້າງ ອັນເປັນນະຄອນຣັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງບົນສອງຝາກຝັ່ງແມ່ນຳ້ຂອງ(ແມ່ນຳ້ລ້ານຊ້າງ) ຢູ່ນັ້ນ, ລ້ານນາອັນເປັນອາຈັກລາວໂຍນົກ ກໍຂະ ຫຍາຍຕົວຂຶ້ນ ຄຽງຄູ່ກັນກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ, ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການ ປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖາ ນັນດອນສັກຕ່ຳກວ່າພຣະຍາ, ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທ ໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂ ໄທສິສັດຊະນາໄລ, ແຕ່ອຳນາດຂອງລ້ານຊ້າງຂະນະນັ້ນ ມີເຈົາຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະ ຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງ ທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ. ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳການກອບກູ້ເອກະຣາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນ ສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເຣີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາ ຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານ ຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ. ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນ ຣັດຕ່າງໆ ທີ່ປົກຄອງກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນຳ້ຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນຳ້ມ້າ ສາມແຄວ” ເປັນອານາຈັກລ້ານຊ້າງ ທີ່ກວ້າງໃຫຍ່ແລະຊົງອຳນາດ ໃນຍຸກນີ້ ເຮັດໃຫ້ລາວເຮົາໃນເມື່ອກ່ອນ ລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ເທິງສອງຟາກຝັ່ງແມ່ນຳ້ຂອງ, ຄວາມຈະເລີນ ທາງດ້ານການເມືອງ ການປົກຄອງ ແລະຂະໜົບທຳນຽມ ແລະ ວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນ ກໍມີອຳນາດທາງດ້ານເສດຖະກິດ ການເງິນຄວບຄູ່ກັນໄປດ້ວຍ ປະເທດລາວ ຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນ ປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອນ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງທີ່ມີການ ພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້. ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍ ຂະໜາດ ມູນຄ່າຂອງເງິນຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ. ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອຍເງິນຮ້ອຍ ແລະທີ່ຫົວ ແລະທ້ານຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ. ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການຮຽກວ່າ “ເງິນເຮືອ” ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະ ເງິນເຄືອບ ດ້ານເທິງຕອກປະທັບກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະ ນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆ ລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜລິດ. ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິນແທ່ງ ແລະເງິນໝັນ ແລະມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະ ເງິນຫຼຽນ ແລະອື່ນໆອີກ.
|
ຂຽນເມື່ອ: ທ.ວ.. 11, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ມີສິ່ງຂອງເຄື່ອງໃຊ້ ມູນມາກອັກໂຂ ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້ ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ
ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ ໃຊ້ບໍ່ເປັນກໍເສັຍທີ່ ທຸກທີ່ມີຂອງໃຊ້ ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ
ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ
|
ຂຽນເມື່ອ: ທ.ວ.. 10, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ສັພພປາປັສສະ ອະກະຣະນັງ ກຸສະຣັສສຸສັມປະທາ ສະຈິຕຕະປະຣິໂຍທະປານັງ ເອຕັງ ພຸທທະສາສະນັງ ----------------------- ພຸດທະອົງຕັດສັ່ງໄວ້ ຫົວຂໍ້ໃຫຍ່ຄໍາສອນ ວາງຮາກຖານສາສະໜາ ໃຫ້ຢູ່ຍົງຄົງໄວ້ ເປັນຫົວໃຈຄໍາສອນຊີ້ ທັງຫຼາຍທີ່ພຣະອົງກ່າວ ສະຫຼຸບລົງວາດໄວ້ ສາມຂໍ້ທ່ຽງຈິງ
ສັບພະປັສສະອະກະຣະນັງນັ້ນ ຢ່າທໍາຊົ່ວທັງໝົດ ຊົ່ວທັງກາຍວາຈາໃຈ ຄົບສາມສະເໝີດ້າມ ອັນວ່າການກະທໍາພ້ອມ ສະເໝີໃຈແຈ້ງເຈດ ວາຈາຈົງການເວົ້າ ໜີລີ້ບາບໜາ
ກຸສສະຣັສສຸສັມປະມານັ້ນ ໃຫ້ໝັ່ນສ້າງກຸສົນ ບໍາເພັງພຽນພາວະນາເຮັດ ຄົບສາມໃຫ້ຈະແຈ້ງ ທັງກາຍໃຈວາຈາພ້ອມ ປະກອບກັມອັນຊອບ ປະຕິບັດໃຫ້ພ້ອມ ໃຫ້ໃສ່ເຫຼື້ອມບຸນກຸສົນ
ລະບາບລົງໃຫ້ພ້ອມ ປະຕິບັດພາກສ່ວນການກຸສົນ ຍັງຕ້ອງຊໍາຮະຈິດໃຈ ໃຫ້ຮຸ່ງເຮືອງໃສເຫຼືອມ ສະຈິດຕະປະຣິໂຍທະປານັງນ້ອມ ກຸສົນທັມລ້າງຊ່ວຍ ສະມັດຖະວິປັດສະນາຊະລ້າງ ໃຫ້ໃສ່ເຫຼື້ອຢ່າເສື່ອມຄາຍ
ທັງສາມກະການທີ່ວາດໄວ້ ພຣະອົງເທດຊົງສອນ ເປັນຫົວໃຈສາສນາ ຖືກຄອງພຣະທັມແທ້ ຂໍແກ່ຊົນທັງຄ້າຍ ຂະຫຍາຍຄວາມໃຫ້ສອດຄ່ອງ ສາສນາສອດສ່ອງສ້າງ ໃຫ້ຄົນເລີດກວ່າຄົນ ທ່ານເອີຍ.
|
ຂຽນເມື່ອ: ທ.ວ.. 3, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ
ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ ນິມົນພຣະສົງໄປ ແຈກທານວານເຂົ້າ ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ
ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ
ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ
ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້ ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ
ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້ ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ
ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ
ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່ ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ
|
ຂຽນເມື່ອ: ທ.ວ.. 3, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ
ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ ນິມົນພຣະສົງໄປ ແຈກທານວານເຂົ້າ ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ
ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ
ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ
ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້ ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ
ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້ ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ
ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ
ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່ ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ
|
|
|