ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

- ຄໍາ ເປັນພາສາເວົ້າ ພາສາທາງການ ຫຼືພາສາເຕັມປະໂຫຍກ ຄື ທອງຄໍາ
- ເຮົາເຄີຍໄດ້ຍິນຄໍາວ່າ ສຸວັນນະພູມ ເປັນທະວີບໜຶ່ງ ມີຊື່ມານານ ຕັ້ງແຕ່ສະໄໝພຸດທະການ ແລະຫຼັງພຸດທະການ ຄືສະໄໝພຣະເຈົ້າອະໂສກະຣາດ ໄດ້ສົ່ງສະມະນະທູກ 9 ສາຍອອກໄປເຜີຍແຜ່ສາສນາ ສາຍທີ 8 ມາຍັງສຸວັນນະພູມ ຄື ພຣະໂສນະ ກັບພຣະອຸຕຣະ.
- ໃນວຽງຈັນເຮົາສະໄໝດຽວກັນ ມີພຣະສົງ 2 ອົງທີ່ມາຍັງນະຄອນຈັນທະບູຣີ ຄື ພຣະມາພຸດທະວົງ ແລະພຣະສັດສະດີ (ໃນປະຫວັດສາດ ສາສນາ ໄດ້ກ່າວອີກວ່າໃນສະໄໝນັ້ນ ມີພຣະພຸດທະລິດຂິຕ, ທັມມະລິຂິຕ ແລະສັງຄະລິຂິດ ອາດມາໃນຂະບວນດຽວກັບພຣະໂສນະ ອຸດຕະຣະນັ້ນ.
- ບາດນີ້ ມາກ່າວເຖິງສຸວັນນະພູມນັ້ນ ກ່າວກັນວ່າຢູ່ໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຮົານີ້, ເມື່ອເຮົາມາເບິ່ງປະຫວັດສາດລາວແລ້ວ ມີຫົວເມືອງລາວຕ່າງໆນັ້ນ ມີຊື່ກ່ຽວພັນກັບທອງຄໍາຫຼາຍແທ້ ເຊັ່ນ:
- ຊຽງທອງ, ວັນນະໂຄມຄໍາ, ສະຫວັນນະເຂດ, ວຽງຄໍາ, ວຽງທອງ ແລະອື່ນໆ ສະນັ້ນ ບ້ານເຮົາອາດຈະແມ່ນສູນກາງສຸວັນນະພູມ.
- ຄໍາ ຫຼືທອງຄໍາ ແມ່ນສຸວັນ.
- ບ້ານເຮົາມີບໍ່ຄໍາບູຮານຫຼາຍບໍ່ ເຊັ່ນ : ບໍ່ຄໍາເມືອງທົ່ງນາເງືອກເມືອງເຊໂປນ, ບໍ່ຄໍາຖໍ້າພູເບັ້ຍ ພູຄໍາ (ສອງທີ່ນີ້ຫຼັກຖານປະຫວັດສາດ ແລະການຂຸດຄົນບອກວ່າ ມີອາຍຸ ຫຼາຍກວ່າ 2500 ປິ.
- ປັດຈຸບັນ ມີການຂຸດຄໍາບໍ່ໃຫຍ່ໆ 2 ບໍ່ຄື ບໍ່ເຊໂປນ ແລະບໍ່ພູເບັ້ຍ, ບໍ່ນ້ອຍໆ ອີກຫຼາຍ, ນອກຈາກນີ້ຍັງມີບໍ່ຄໍາສົດອີກຫຼາຍບໍ່ ນັບບໍ່ຖ້ວນ, ທີ່ນັບບໍ່ໄດ້ ກໍແມ່ນບໍ່ຄໍາສົດໆ ອັນມີການຂຸດຄົ້ນຂະໜາດນ້ອຍໆ ເຂົາຮຽກວ່າບໍ່ຄໍາຕົກຂ້ອນ ອັນນີ້ບໍ່ຫຍຸ້ງຍາກໃນການຂຸດ ມີແຕ່ຂຸດເອົາຕິນມາຮ່ອນເອົາຄໍາ.
- ປີກາຍ 2010 ມີຂ່າວໜຶ່ງຢູ່ທາງຊຽງຂວາງ ວ່າມີຄໍາຜູດຂຶ້ນມາຈາກິນກາງສວນຂອງພໍ່ຕູ້ໜຶ່ງ ຫຼາຍຄົນໄປຂຸດເອົາມາ ລວຍກັນເປັນແຖວ.
- ຄໍາ ຫຼື ທອງຄໍານັບເປັນວັດຖຸຫາຍາກ ແລະມີຣາຄາແພງ

- ດ້ວຍເຫດໃດຄໍາ ຈຶ່ງມີລາຄາແພງ ?
- ຕອບສັ້ນໆ ຄື ຂອງຫາຍາກ ຍິ່ງນັ້ນຍ່ອມມີຣາຄາແພງ, ຄໍາເປັນວັດຖຸຫາຍາກ ດ້ວຍເຫດນັ້ນຣາຄາຈຶ່ງແພງ.
- ຕອບເປັນວິຊາການ:
- ທີ່ຈິງ ຄໍາມີຢູ່ທົ່ວໄປ ແຕ່ມີປະຣິມານນ້ອຍ, ເວັ້ນເສັຍແຕ່ຢູ່ພື້ນດິນລາວ ປະຣິມານຄໍາໃນດິນລາວມີປະຣິມານມີຫຼາຍ.
1. ກ່າວກັນທາງວິຊາການວ່າ : ຫີນ 1.000 ກິໂລກຣາມ ມີແຮ່ທອງຄໍາປົນຢູ່ 4 ກຣາມ.
2. ນໍ້າເກົ້າລ້ານໂຕນ ມີ ແຮ່ທອງຄໍາປົນຢູ່ 1 ກຣາມ.

- ສິ່ງທີ່ຄວນສົມທຽບ ມີກ່າວກັນວ່າ(ອັນນີ້ມີກາານກ່າວກັນວ່າ) ດິນລ້ວນທີ່ຂຸດໄດ້ 1 ໂຕນ (1.000 ກິໂລກຣາມ) ສະກັດເອົາແຕ່ທອງຄໍາຢ່າງດຽວ ໄດ້ຄໍາ 4 ກິໂລກຣາມ, ລົດຂົນດີນ ຄໍາຂົນອອກໄປຂາຍຕ່າງປະເທດ ຈາກພູເບັ້ຍ-ພູຄໍາ ບໍ່ຮູ້ວ່າ ວັນລະເທົ່າໃດກໍໂລກຣາມ.

- ຄໍາ ຫຼືທອງຄໍາ ເປັນວັດຖຸມີຄ່າຫາກຍາກ ລັກສະນະຂອງຄໍາເອງ ເປັນວັດຖຸເຮືອງແສງ, ເຫຼື້ອມ, ຄໍາແທ໊ໆ ນັ້ນລາວເຮົາຮຽກວ່າ ຄໍາໃບ ຫຼືຄໍາລາວ, ມີສີສຸກໃສ ແມ່ນເອົາຝັງດິນໄວ້ ກໍບໍ່ເຂົ້າສະໜິມ ບໍ່ເໝືອນທອງແດງ ຫຼືທອງເຫຼືອງ ເມື່ອຖືກຂຶ້ນສະໜີມຈະອອກສີຂຽວໆໆ ສ່ວນເງິນ ຈະອອກສີດໍາໆໆ ສ່ວນຄໍາແທ້ໆ ຂອງລາວ ຜູ້ຂຽນເຫັນຕອນ ທາດຂາວລົ້ມທໍາອີດ ພຣະຄໍາຈໍານວນຫຼາຍຫຼາຍນັ້ນ ເມື່ອເອົາຂື້ນມາທໍາອິດ ຈະເຫຼືອງສົດໃສ ບໍ່ຂຽວເໝືອນຄໍາທີ່ຂາຍກັນໃນປັດຈຸບັນນີ້.
- ຄໍາ ຫຼືທອງຄໍາ ລັດຖະບານທຸກໆປະເທດ ຍັງທ້ອນໂຮມໄວ້ຄັງຫຼວງ ເພື່ອເປັນເງິນສໍາຮອງຂອງປະເທດ ແລະເປັນວັດຖຸເພື່ອຄໍ້າປະກັນຄ່າເງິນ ໃນທະນາຄານ.

- ປະເທດລາວ ຜລິດຄໍາໄດ້ເອງສ່ວນໜຶ່ງ ຄວນຈະນໍາມາເປັນເງິນສໍາຮອງຂອງປະເທດ ເປັນວັດຖຸຄໍ້າປະກັນຄ່າເງິນກີບໃຫ້ຫຼາຍໆເງິນກີບຈະແຂງຄ່າທຽບສາກົນໄດ້.

- ຄໍາ ຫຼືທອງຄໍາ ເປັນສົມບັດລໍ້າຄ່າຂອງລາວ, ດິນແດນລາວທຸກໆ 1 ໂຕນ ສາມາດສະກັດເອົາຄໍາໄດ້ ແຕ່ 4 ກິໂລ ຫາກ 1 ກຣັມ, ຄັນເຮົາຮູ້ຈັກໃຊ້ ໃຫ້ເກີດປະໂຫຍດ ລາວເຮົາ ກໍຈະຍັງຄົງຊື່ວ່າ ເມືອງລາວດິນແດນຄໍາໄປອີກ 1000 ປີ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ນີ້ໄປສູດຕໍ່ອາຍຸແລະເອີ້ນຂວັນໃຫ້ພໍ່ຕູ້ບົວ ມະນີວົງ, ຢູ່ເຮືອນຂອງລາວທີ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນວຽງຈັນ:
ຄວາມເປັນມາຂອງເລື່ອງ ກ່ອນຈະໄປສູດຕໍ່ອາຍຸ ແລະເອີ້ນຂວັນໃຫ້ຕູ້ບົວນັ້ນ ເລື່ອງມີຢູ່ວ່່າ, ເມື່ອຫຼາຍວັນຜ່ານມານັ້ນ ພໍ່ຕູ້ບົວບໍ່ສະບາຍ ກໍເລີຍໄປນອນໂຮງໝໍເຊດຖາ ດ້ວຍອາການເຈັບປວດທີ່ທ້ອງ ຄວາມເຈັບໄດ້ທະວີຄວາມຮຸນແຮງ ແລະບໍ່ເຊົາ ຈົນວັນທີ 27 ເດືອນພະຈິກ 2010 ຕອນແລງ ເມັຍ, ລູກສາວ 2 ຄົນ ແລະລູກເຂີຍກໍໄປໃຫ້ອາຕະມາທີ່ວັດ ວ່າພໍ່ຕູ້ສັ່ງໃຫ້ມາຂໍນໍ້າມົນ ກໍເລີຍສູດນໍ້າມົນໃຫ້ ແລ້ວກໍຝົນຢາລາວໃຫ້ພ້ອມ ຈາກນັ້ນກໍເຖິງວັນຈັນ ວັນທີ 29 ພະຈິກ 2010 ເມັຍແລະລູກຂອງພໍ່ຕູ້ບົວ ກໍມາຫາອີກ ພ້ອມທັງບອກວ່າອາການເຈັບຂອງພໍ່ຕູ້ເຊົາແລ້ວ ຄອບຄົວຂອງລາວ ຈຶ່ງບອກວ່າ ຢາກໃຫ້ອາຈານສູດຕໍ່ອາຍຸໃຫ້ພໍ່ຕູ້ໄດ້ບໍ່ ອາຕະມາກໍບອກຄອບຄົວເຂົາໄປວ່າ ຢາກສູດກະສູດໄດ້ ກະບໍ່ມີຫຍັງຫຼາຍ ຄັນອາຍຸລາວຍັງມີຢູ່ ກໍສູດໄດ້ ເພາະສູດຕາມພຣະທະມົນ ຄັນຊັ້ນກໍແຕ່ງເຄື່ອງສູດຕາມ ປະເພນີບ້ານເມືອງເດີ ວັນໃດຢາກສູດກະໂທມາບອກ.
ວັນນີ້, ຕື່ນແຕ່ເຊົ້າ ທາງລູກຂອງລາວ ກໍໂທມາບອກວ່າຈະສູດຕອນແລງ ເມື່ອຮອດເວລາ 18:00 ໂມງວັນນີ້ ລູກເຂີຍລາວ ຈຶ່ງມາຮັບໄປ ຫຼັງຈາກສູດຕໍ່ອາຍຸ ໃຫ້ພໍ່ຕູ້ແລ້ວ ລາວຈຶ່ງເວົ້າເລື່ອງໃຫ້ຟັງ ດັ່ງນີ້
ພໍ່ຕູ້ບົວລາວແກ້ຄວາມຝັນໃຫ້ຟັງວ່າ ຮູ້ສຶກວ່າລາວໄດ້ໄປນອນຢູ່ເຮືອນຫຼັງນ້ອຍໆຫຼັງໜຶ່ງ ເຫັນອາເມຣິກາ 3-4 ຄົນມາດຶງເອົາລາວອອກຈາກເຮືອນນ້ອຍໆນັ້ນ ລາວຈຶ່ງຖາມພວກເຂົາວ່າ:
- ພໍ່ຕູ້ບົວ: ມຶງຊິເອົາກູໄປໃສ ?
- ອາເມຣິກາຕົວໃຫຍ່: ເອົາໄປປະຊຸມ.
- ພໍ່ຕູ້ບົວ: ກູບໍ່ໄປດອກ I don’t speak English.
- ອາເມຣິກາອີກຄົນໜຶ່ງເວົ້າວ່າ : There, you speak English then.
- ພໍ່ຕູ້ບົວເລີຍຕອບພວກເຂົາວ່າ : I forgot to speak English then.
- ອາເມຣິກາຕົວໃຫຍ່: ກະຢ່າລືມແລ້ວກະໄປ.
ເວົ້າລາວອາເມຣິກາຕົວໃຫຍ່ ກໍດຶງເອົາພໍ່ຕູ້ບົວ ອອກຈາກເຮືອນນ້ອຍໆນັ້ນແລ້ວ ພວກເຂົາກໍຄຸມຕົວພໍ່ຕູ້ບົວໄປ ພວກເຂົາພາພໍ່ຕູ່ບົວໄປຕາມປ່າ ເລາະແຄມນ້ຳ ແລະຜ່ານທົ່ງຫຍ້າ ເມື່ອໄປຮອດປ່າຫຍ້າ ເຫັນວ່າໄດ້ໂອກາດພໍ່ຕູ້ບົວກໍຫຼົບໄປໝູບລີ້ຢູ່ປ່າຫຍ້າ ທີ່ມີດອກຫຍ້າຫຼາຍ ພວກອາເມຣິກາກໍຊອກຫາລາວ ຈົນພົບ ເມື່ອພົບແລ້ວ ຕູ້ບົວກໍຮື້ກໍຫຍ້າໄປໃສ່ພວກອາເມຣິກາ ດອກຫຍ້າໄດ້ຕົກລົງມາເຕັມຕົວຂອງພວກອາເມຣິກາໝົດທຸກຄົນ ພວກເຂົາກໍປັດດອກຫຍ້າອອກຈາກໂຕກໍບໍ່ໝົດ ພໍ່ຕູ້ບົວຈຶ່ງຊວນພວກເຂົາອາບນໍ້າ ເມື່ອອາບນໍ້າຮຽບຮ້ອຍແລ້ວ ກໍຖາມພວກເຂົາວ່າ:
- ພໍ່ຕູ້ບົວ: Where are we going to.
- ອາເມຣິກາຕົວໃຫຍ່: ບໍ່ຮູ້ແລ້ວ ກອງປະຊຸມປິດແລ້ວ ຂ້ອຍຢາກຮ້າຍໃຫ້ເຂົາຢູ່ນີ້ ຈັ່ງແມ່ນຟ້າວປິດໄວແທ້ໆ, ອາເມຣິກາອີກຄົນໜຶ່ງ ກໍເວົ້າຂຶ້ນວ່າ ຄັນຊັ້ນກະປ່ອຍລາວເມືອ.
- ພໍ່ຕູ້ບົວກໍຖາມພວກອາເມຣິກາວ່າ : ໃຜຊິໄປສົ່ງຂ້ອຍ.
- ພວກອາເມຣິກາກະຕອບວ່າ: ເຈົ້າເມືອເອງ.
- ພໍ່ຕູ້ບົວກໍຕອບພວກເຂົາວ່າ : ຂ້ອຍຊິຮູ້ຈັກທາງເມືອ ແຖວນີ້ບໍ່ເຄີຍຮູ້ຈັກເລີຍວ່າຢູ່ໃສ ?
- ອາເມຣິກາອີກຄົນໜຶ່ງ: ກະຕອບວ່າ ບໍ່ຍາກດອກ ພວກເຮົາຈະແຍກກັນຢູ່ທີ່ນີ້.
- ພໍ່ຕູ້ບົວກໍຖາມວ່າ : ພວກເຈົ້າຊິໄປໃສ.
- ອາເມຣິກາຕົວໃຫຍ່ບອກວ່າ : ຂ້ອຍຊິໄປເມືອງຂ້ອຍພຸ້ນແລ້ວ.
- ພໍ່ຕູ້ບົວກະຖາມວ່າ : ເມືອງເຈົ້າຢູ່ໃສ ?
- ອາເມຣິກາຕອບວ່າ : ເມືອງພະຍາຍົມພຸ້ນແລ້ວ.
- ພໍ່ຕູ້ບົວ: ພວກເຈົ້າເປັນພະຍາຍົມຊັ້ນບໍ ?
- ອາເມຣິກາກໍຕອບວ່າ : ອືມ໌
ວ່າແຕ່ສິ້ນສຽງອືມ໌ ຂອງອາເມຣິກາຄົນນັ້ນ ພໍ່ຕູ້ບົວກໍຕື່ນທັນທີ ແລ້ວກໍເຫັນເມັຍ, ລູກ ແລະແພດໝໍມາເບິ່ງອາການຂອງລາວ. (ເລື່ອງກະຈົບພຽງເທົ່ານັ້ນ)
ຂໍກ່າວເຖິງ ວັນທີ່ພໍ່ຕູ້ລາວຈະສະຫຼົບຝັນໄປນັ້ນ ແມ່ນເມັຍຂອງລາວ, ລູກສາວ ແລະລູກເຂີຍຂອງລາວ ມາເອົານໍ້າມົນ ແລະຝົນຢາໄປໃຫ້ກິນ, ຫຼັງຈາກຕື່ນຂຶ້ນມາອາການເຈັບນັ້ນກໍຊ່ວງເຊົາໄປ ແຕ່ອາການ ບໍ່ສະບາຍຂອງລາວຍັງຢູ່ ເພາະແພດກວດພົບວ່າ ບີຂອງພໍ່ຕູ້ນັ້ນໃຫຍ່ຊໍ່າກຳປັ້ນ ແພດສັນນິຖານວ່າບີຂອງລາວອັກເສບ ແລະມີສິ່ງຄ້າຍໜິ້ຍວຢູ່ໃນບີແຕ່ບໍ່ແຂງ ແພດຈະຂຶ້ນແຜນຜ່າຕັດໃນອາທິດໜ້າ ວັນນີ້ຄອບຄົວຂອງລາວ ໄດ້ຂໍອະນຸຍາດຈາກແພດ ມາສູດຕໍ່ອາຍຸ ແລະເອີ້ນຂວັນ ເປັນສິ່ງທີ່ໜ້າງຶດອາການ ຂອງພໍ່ຕູ້ວັນນີ້ ແມ່ນມີອາການປົກກະຕິ ລາວເປັນຜູ້ນໍາພາໄຫວ້ພຣະຮັບສິນເອງເລີຍ ເວົ້າໄດ້ຈ້ອຍໆ ຕອນນີ້ລາວກັບໄປນອນໂຮງໝໍຄືນແລ້ວ ແລະມື້ອື່ນລາວຈະກັບມາທີ່ບ້ານ ເພື່ອສູດຕໍ່ໄປຈົນຕະຫຼອດ 3 ຄືນຕາມກຳນົດ, ໃຜຢາກຮູ້ພໍ່ຕູ້ກໍໄປຖາມຫາລາວຢູ່ບ້ານສົມສະຫງ່າ ຖາມກັບພຣະຢູ່ວັດນັ້ນກໍໄດ້ ເພາະລາວເປັນສາລະວັດ ບ້ານນັ້ນ ແຕ່ຕອນນີ້ລາວຍັງໄປນອນຢູ່ໂຮງໝໍແລ້ວ.
(ໃນວັນກ່ອນນັ້ນ ລາວກໍຝັນເ ເລື່ອງຄ້າຍກັນນີ້ ຈະຮຽບຮຽງແລ້ວຈະເລົ່າໃຫ້ຟັງທີຫຼັງ)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຮັກບ້ານເກີດ ຄືຮັກຊາດແທ້
ການທີ່ພັດພາກບ້ານ ບ່ອນເກີດຂອງຕົນ
ມັນຫາກເຫັນຄວາມທຸກທີ່ໃຈປະຈັກແຈ້ງ
ທຸກກາຍຫາທາງແກ້ບັນເທົາກາຍໃຫ້ອົບອຸ່ນ
ທຸກໃຈຫາຫຍັງເປັນຢາແກ້ບັນເທົານັ້ນຢາກຊາ ທ່ານເອີຍ
- ບໍ່ຕ້ອງທຽບໃສ່ຄົນອື່ນ ທຽບໃສ່ຕົນເອງຢູ່ປະເທດອື່ນ ຫຼືຕ່າງປະເທດຫຼາຍປີ ຄິດຮອດບ້ານທຸກວັນ ການຄິດຮອດບ້ານມັນທໍລະມານກວ່າການຄິດຮອດຢ່າງອື່ນ ຜູ້ຂ້າຄິດວ່າຄໍາວ່າບ້ານມັນເລິກເຊິ່ງກວ່າສິ່ງອື່ນໝົດ. ຊິເລົ່າໃຫ້ຟັງ ຕອນປີ 1984 ຢູ່ປາກເຊ ກໍຄິດຮອດບ້ານທໍາມະດາ ຄັນຄິດຮອດບ້ານກໍບໍ່ກັບບ້ານກໍຍັງພີ່ຄົນຮູ້ຈັກ ຍາດພີ່ນ້ອງຢູ່ໃກ້ໄປຢ້ຽມຢາມເຂົາ ກໍຫາຍຫວ່ງ, ມາຢູ່ວຽງຈັນ ປີ 1986 ກໍຄິດຮອດບ້ານເໝືອນຢູ່ປາກເຊ ຍັງເຫັນໜ້າພີ່ນ້ອງ ແລະເພື່ອນຝູງໃໝ່ - ບາດໄປຢູ່ປະເທດໄທຍ ບາງກອກ ຄິດຮອດບ້ານໃຈຊິຂາດພາວະນາໃຫ້ຮຽນຈົບໄວໆ ຄິດຮອດບ້ານຄັກເຫັນພາບຄວາມຮັກບ້ານເກີດ ຄວາມຮັກຊາດເຂົ້າມາແທນໂລດ, ໄປຢູ່ປະເທດອົສຕຣາລີ ກໍໃຄອີກຈັກໜ່ອຍ ເພາະມີຄົນລາວ, ຄົນອີສານ, ຄົນວຽດ. ຄົນຂະເໝນ ເວົ້າຈາກັນກັບສະບາຍໃຈກວ່າຢູ່ໄທຍ໌ຈັກໜ່ອຍ ເຖິງປານນັ້ນກະຍັງມີເລື່ອງອຸກໆໆໆໆ ເຂົ້າມາເລັກໆໆໆນ້ອຍໆໆໆ ຢາກກັບບ້ານເໝືອນເດີມ, ເມື່ອສະຫຼຸບແລ້ວ ໄປຢູ່ໃສກໍບໍ່ເທົ່າບ້ານຕົນ ເມື່ອກັບມາວຽງຈັນ ເຊິ່ງບໍ່ແມ່ນບ້ານເກີດຕົນເອງແທ້ໆ ກໍເໝືອນກັບຢູ່ບ້ານເກີດຕົນເອ ເພາະເປັນເມືອງລາວ
- ຮັດຊາດ ເໝືອນຮັກບານເກີດ
- ສຸດປະເສີດທູນຫົວຮັກພໍ່ແມ່
- ຮັກພີ່ນ້ອງວົງວານນັ້ນສຸດຈະຫາຢາແກ້
- ຄວາມຮັກຊາດແທ້ ຄືຮັກວັດທະນະນະທໍາລາວ ນັ້ນເອງ
- ຮັກວັດທະນະທໍາ ຮັກສາສະໜາ
- ຮັກວັດທະນະທໍາ ຮັກພູມພາບເມືອງຕົນ
- ຮັກວັດທະນະທໍາ ຄືີຮັກຄົນໃນຊາດ
- ຮັກວັດທະນະທໍາ ນໍາມເຊິ່ງຄວາມເປັນເອກະຣາດ
- ຮັກຊາດຄືເວົ້າພາສາລາວເປັນ ເຫັນອັກສອນລາວອ່ານຄ່ອງຂຽນໄດ້ ໄຫວ້ງາມ ຂາບອ່ອນນ້ອມ ພ້ອມໃຈກັນສ້າງສາພັດທະນາແນວຄິດ ຄືຮັກບ້ານເກີດແທ້ ແນ່ນອນ.

ເມື່ອເປັນເຊັ່ນນັ້ນ ຈຶ່ງສະຫຼຸບເຫັນວ່າ
- ຄິດຮອດ ໝູ່ກອງ ຜົວ ເມັຍ ນັ້ນຄືການຮັກຕົນ ຮັກຄອບຄົວ
- ຄິດຮອດ ພໍ່ແມ່ ພີ່ນ້ອງວົງວານ ຄື ຮັກບ້ານເກີດແດນກໍາເນີດຂອງຕົນ
- ຄິດຮອດບ້ານ ເມື່ອໄປຢູ່ຕ່າງປະເທດ ນີ້ຄືຮັກຊາດແທ້ໆໆໆໆ
(ໃຈແຍກໃຫ້ຄັກໆໆ ຈະເຫັນວ່າ 3 ຢ່າງນີ້ມັນຢູ່ໃນເລື່ອງດຽວກັນ ແຕ່ມັນໃຫ້ຄວາມຄໍາຄັນຕ່າງກັນ ແລະມັນກໍລວມເຂົ້າເປັນອັນດຽວກັນ ຄື ຮັກຕົນ ຮັກຄົນ ຮັກຊາດ)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

- ໃນສະໄໝ່ບູຮານນັ້ນ ເຮົາອາດເຂົ້າໃຈວ່າ "ລາວມີແຕ່ກວຽນ) ແຕ່ປາກົດວ່າສີລາຈາຣືກ ພຣະທາດຫຼວງຫຼັກນີ້ ປາກົດເຫັນວ່າມີ ທັງຣົຖ ແລະກວຽນຈະແຈ້ງ ອັນນັ້ນມັນສະແດງໃຫ້ເຫັນວ່າ ຣົຖ ແລະກວຽນ ເປັນຍານພາຫະນະທີ່ລາວເຮົາຮູ້ຈັກກັນມານານແລ້ວ.

- ຂອງເລົ່ານີ້ ຄົນລາວເຮົາທານໃຫ້ວັດ ອ່ານເບິ່ງເທົ່າທີ່ມີໜັງສືເຫຼຶອໃຫ້ອ່ານວ່າມີຫຍັງແນ່ (ເດີມເປັນອັກສອນທຳ ສາຍເຊລຳເພົາອ່ານເປັນອັກສອນລາວໃຫ້ເບິ່ງແລ້ວ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ເອຣາວັນ
Erawan
- ໃນເລື່ອງລາມາຍະນະ ແລະຄວາມເຊື່ອຂອງສາສນາຮີນດູ ກ່າວເຖິງພຣະອິນວ່າມີຮ່າງສີຂຽວ ມີພາຫານະເປັນຊ້າງສາມເຊືອກ(ໂຕ) ເຊືອກໜຶ່ງພຣະສີວະເປັນຜູ້ປະທານໃຫ້ ຊື່ວ່າເອຣາວັນ ເຊືອກໜຶ່ງພຣະພຣົຫ໌ມເປັນຜູ້ປະທານໃຫ້ ຊື່ວ່າຄີຣີເມຂລາໄຕຣຕາຍຸຄ ແລະອີກເຊືອກໜຶ່ງພຣະວິສນຸເປັນຜູ້ປະທານໃຫ້ຊື່ວ່າເອກະທັນຕາ.
- ຊ້າງເອຣາວັນ ເປັນຊ້າງທີ່ມີພະລະກຳລັງຫຼາຍທີ່ສຸດໃນໝູ່ຊ້າງສາມເຊືອກ ແລະເປັນທີ່ໂຜດປານຫຼາຍທີ່ສຸດຂອງພຣະອິນ ເຊື່ອກັນວ່າຊ້າງເຊືອກນີ້ເປັນເທບພະບຸດອົງໜຶ່ງ ເມື່ອພຣະອິນຕ້ອງການຈະສະເດັດໄປໃສມາໃສເອຣາວັນເທບພະບຸດ ກໍຈະແປງກາຍເປັນຊ້າງເຜືອກ ຂະໜາດສູງເທົ່າພູເຂົາເອເວີຣ໌ເຣສ໌ຕ ມີ ໓໓ ສຽນ(ຫົວ) ແຕ່ລະສຽນ ມີ ໗ ງາ, ແຕ່ລະງາຍາວເຖິງ ໔ ລ້ານວາ, ງາມແຕ່ລະງາ ມີສະບົວ ໗ ສະ, ແຕ່ລະສະມີບົວ ໗ ດອກ, ແຕ່ລະດອກມີ ໗ ກີບ ແລະມີ ໗ ເກສອນ, ແຕ່ລະເກສອນມີປາສາດຢູ່ ໗ ຫຼັງ, ແຕ່ລະຫຼັງມີ ໗ ຊັ້ນ, ແຕ່ລະຊັ້ນມີ ໗ ຫ້ອງ, ແຕ່ລະຫ້ອງມີ ໗ ບັນລັງ, ແຕ່ລະບັນລັງມີເທບພະທິດາສະຖິດຢູ່ ໗ ອົງ ແຕ່ລະອົງ ມີເທພທິດາເປັນບໍຣິວານ ໗ ນາງ ມີທາງສີນາງລະ ໗ ທາສີ.
- ຣວມທັງນາງເທພອັປສນທັງໝົດປະມານ ໑໙໐.໒໔໘.໔໓໓ ນາງ, ເທພທິດາ ບໍຣິວານຣວມກັນທັງໝົດປະມານ ໑໓.໓໓໑.໖໖໙.໐໓໑ ນາງ, ສຽນທັງ ໓໓ ຂອງຊ້າງເອຣາວັນ ມີອຸເປນະທະເທພະດາ ສະຖິດສຽນລະ ໑ ອົງ, ໂດຍປົກກະຕິສີລະປະລາວບູຮານມັກຈະແຕ້ມຊ້າງເອຣາວັນ ພຽງແຕ່ ໓ ສຽນເທົ່ານັ້ນ, ເຫດທີ່ແຕ້ມ ໓ ສຽນ ເພາະຮັບປະກັນຄວາມງາມ ແລະຄື ຫາກແຕ້ມທັງ ໓໓ ສຽນ ຫົວຊ້າງໂຕບັກໃຫຍ່ຄົງຈະມອງເຫັນຫົວເທົ່າເຂັມນີ້ ມັນກະຊີງາມໄດ້ຈັ່ງໃດ ?

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

- ວັນທີ ໑໔ ເດືອນກັນຍາ ພົບພຣະພຸດທະຮູບປະເພດຕ່າງໆ ທີ່ວັດທາດຂາວຈຳນວນ ໔໐໐ ກວ່າອົງ, ວັນຕໍ່ມາທາງວັດເພັຍວັດກໍພົບຮູເໝືອນໝົ້ງສ່ອງໄປມີພຣະພຸດທະຮູບ ຫຼັງຈາກນັ້ນກໍມີການຂຸດຄົ້ນ ພົບພຣະພຸດທະຮູບ ຂະໜາດໃຫຍ່ເຮັດດ້ວຍທອງສຳຣິດ ຫຼາຍກວ່າ ໕໐ ອົງ.
- ເໝືອນພຣະພຸດທະຮູບເຫຼົ່ານີ້ ຂຶ້ນມາສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ ໔໕໐ ປີ.
- ເປັນໄປຕາມຄຳທຳນາຍທີ່ວ່າ ວຽງຈັນຊິຮຸ່ງ
ກ. ຂອງຄ້ຳຂອງຄູນຢູ່ໃນດິນຜຸດຂຶ້ນມາ.
ຂ. ບວກໜອງເຂີນຕຶ້ນຂຶ້ນ.
ຄ. ດິນຊາຍພູຂຶ້ນຈາກນ້ຳຂອງ ກາຍເປັນເງິນເປັນຄຳ.
ງ. ດິນເມືອງລາວກາຍເປັນເງິນເປັນຄຳ.
ຈ. ດອນຈັນກາຍເປັນດິນຕອນດຽວກັນກັບວຽງຈັນ
ແລະມີເຫດການຫຼາຍຢ່າງທີ່ເປັນໄປຕາມທຳນາຍ.75971726986899292066.jpeg



 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

- ຈາກຂ່າວທີ່ທ່ານທັງຫຼາຍຮູ້ແລ້ວວ່າ "ພຣະພຸດທະຮູບ ແລະວັດຖຸອື່ນໆ ທີ່ໄດ້ຄົ້ນຂຶ້ນມາຈາກໃຕ້ຖານພຣະທາດນ້ອຍລົ່ມນັ້ນ ມີຫຼັກຖານວ່າ "ທ່າທີ່ວ່ານີ້ ບໍ່ແມ່ນທາດບູຮານ ທີ່ມີຈຸດປະສົງສ້າງຂຶ້ນ ເພື່ອເປັນທີ່ຂາບໄຫວ້ບູຊາ ຫຼືສ້າງເປັນອະນຸສອນຢ່າງອື່ນເລີຍ, ເມື່ອພົບສະພາບຂອງພຣະພຸດທະຮູບ ແລະວັດຖຸອື່ນປະກອບແລ້ວ ເຫັນວ່າທາດນີ້ສ້າງຂຶ້ນ ເພື່ອມີວັດຖຸປະສົງດຽວ ຄື ສ້າງຂຶ້ນກວາມພຣະ ແລະວັດຖຸບູຮານໂດຍສະເພາະ ດ້ວຍເຫດນັ້ນ ທາດນ້ອຍສູງບໍ່ເກີນຫົວເດັກນ້ອຍ ໑໐ ປີນີ້ ຈຶ່ງສັນນິຖານວ່າ "ສ້າງຂຶ້ນໃນສະໄໝຝຣັ່ງເຂົ້າມາຟື້ນຟູວຽງຈັນແລ້ວ ຫຼືບໍ່ກໍຢູ່ໃນຍຸກປີ ຄ.ສ ໑໙໕໐ ເປັນຕົ້ນມາເຊິ່ງມີ ຂໍ້ສັງເກດດັ່ງນີ້:

- ລັກສະນະສີນຂອງພຣະພຸດທະຮູບ ແລະອາຍູຂອງພຣະພຸດທະຮູບ.

ກ. ພຣະພຸດທະຮູບຫີນ ແລະທອງບາງອົງ ມີອາຍຸແຕ່ ໖໕໘ ປີ ກັບໄປຫາ ໑໒໐໐ ປີ.(ສະໄໝຈັນທະບູຣີ ກ່ອນລ້ານຊ້າງເອກະພາບ)

ຂ. ພຣະພຸດທະຮູບຫີນ ທອງ ຄຳ ແລະແກ້ວ ແຕ່ ໔໕໐ ປີ ກັບໄປຫາ ໖໕໘ ປີ ພຣະພຸດທະຮູບລ້ານຊ້າງ ໑.(ຍຸກລ້ານຊ້າງຊຽງທອງ)

ຄ. ພຣະພຸດທອງ ເງິນ ແລະຄຳ ບາງອົງມີອາຍຸແຕ່ ໓໐໐ ປີ.

ງ. ພຣະພຸດທະຮູບໄມນ້ອຍໆ ບັນຈຸຢູ່ໃນກວດແກ້ວ ເປັນປະເພດພຣະອັດທວນ ພຣະລັກສະນະນີ້ ອາດຢູ່ໃນລະຫວ່າງຫ້າສິບປີ

ຈ. ພຣະພຸດທະຮູບ ແກ້ວຂາວ(ແກ້ວທຳມະຊາດ ສະຫຼັກ) ເປັນສິນລະປະລະຫວ່ງ ໕໐໐-໔໐໐ ປີ (ລ້ານຊ້າງຍຸກຕົ້ນ)

ຍ. ພຣະພຸດທະຮູບດີນ ຮູບສາມຫຼ່ຽມ ເປັນການນະຍົມສ້າງໃນສະໄໝ ໒໓໐(ວຽງຈັນຮ້າງ) ສະນັ້ນ ພຣະປະເພດນີຕ້ອງສ້າງກ່ອນວຽງຈັນຮ່າງສະໄໝພຣະເຈົ້າອະນຸວົງ.

ດ. ນາກທອງ ແລະນາກດິນປະເມີນອາຍຸບໍ່ໄດ້ ອາດຊິແມ່ນໃນຍຸກ ໔໕໐ ປີຂຶ້ນໄປ.

ຕ. ມີພຣະແກ້ວອົງໜຶ່ງນັ້ນ ຄົງຈະເປັນພຣະແກ້ວປະດີກ ເພາະເຫັນຖານຂອງພຣະມີຮອຍຄ້າຍກັບຫຼໍ່ ຫາກເປັນເຊັ່ນນັ້ນແທ້ລາວເຮົາຄົງຈະເຮັດແກ້ວຄຣິສຕັນເປັນແລ້ວ.


(ຂຸມນ້ອຍກວ້າງບໍ່ເກີນ ໑.໐໐ ແມັດແລະເລີກບໍ່ເກີນແມັດ ໄກຈາກກຸຕິປະມານ ໒ ແມັດນີ້ ຄືສະຖານທີ່ທາດລົ່ມລົງຂອງທາດນ້ອຍ ເບິ່ງກອງດິນຈີທີ່ເຮົາຮຽກວ່າທາດນັ້ນ ກອງເອາະເຍາະ ມີກ້ອນດິນຈີ່ບໍ່ເກີນ ໑໐໐ ກ້ອນອີກເຊັ່ນກັນ)

- ເຫດທີ່ພາໃຫ້ເຊື່ອວ່າ ທາດນີ້ສ້າງຂຶ້ນເພື່ອບັນຈຸພຣະພຸດທະຮູບ ແລະຂອງມີຄ່າໂດຍສະເພາະ ຄື.

ກ. ໃນພຣະພຸດທະຮູບທອງ ແລະພຣະພຸດທະຮູບເງິນບັນຈຸໃນໃຫອັດປາກດ້ວຍຊີມັງສະໄໝໃໝ່ (ບໍ່ແມ່ນປູນ ຂາວແບບລາວບູຮານ ທີ່ສ້າງໃນສະໄໝຝຣ່ັງເລີຍ)

ຂ. ໃນໄຫນັ້ນ ມີຂອງທັນສະໄໝດັ່ງນີ້ ໝາກບີ, (ໝາກບີຊະນິດນີ້ ສະໄໝ ໓໐ ປີຄືນຫຼັງຍັງມີຄວາມນິຍົມເອົາມາໃຊ້ຢູ່ ໂດຍສະເພາະຜູ້ຂຽນເອງເປັນເດັກນ້ອຍ ໄດ້ຊຶ້ເອົາໝາກບີຊະນິດນີ້ມາເຮັດລູກ ໝາກກະຖູນຍິງນົກ, ແລະນິຍົມເອົາມາຫຼິ້ນຍິງໝາກບີລົງຫຼຸມ ແຕ່ປະກົກວ່າໝາກບີຊະນິດນີ້ ເຂົານິຍົມເອົາໄປເຮັດຕານາກ ໝາກບີຊະນິດນີ້ມີ ໓ ໜ່ວຍ)

ຄ. ກວດແກ້ວອາດເປັນກວດໃສ່ນ້ຳຫອມ ແຕ່ຄົງຈະເປັນກວດເຫຼົ້່າກໍເປັນໄດ້ ເພາະວ່າມີຈຸກກະດອນ ທີ່ເຮັດດ້ວຍໄມ້ ອາດເປັນກະດອນໄມ້ໂອກ ທີ່ພວກຝຣັ່ງມັກເອົາໄປເຮັດຈຸກເຫຼົ້່າວາຍ.

ງ. ມີຂວດຊະນິດໜຶ່ງຄ້າຍກວດໃສ່ຢາເມັດ ໃນນັ້ນເຂົາບັນຈຸແກ້ວຫີນສີ.

ຈ. ມີກວດອັນໜຶ່ງ ເໝືອນກັບກວດຢາບໍລິບູນ ໃຫຍ່ກວ່າຈັກໜ່ວຍ ຂ້າງກວດຂຽນອັກສອນສາກົນ ຄົງຈະເປັນພາສາອັງກິດ ຫຼາຍກວ່າພາສາຝຣັ່ງ.

ສ. ມີແກ້ວກຣິສຕັນອັນໜຶ່ງ ເປັນມົນໆ ແຕກ, ລັກສະນະເຊັ່ນນີ້ ຜູ້ຂຽນເຄີຍເຫັນມີການໃຊ້ແຕ່ກ່ອນປົດປ່ອຍກັບໄປ ເພາະເປັນທີ່ຈັບຝາໂຖແກ້ວ.

- ທັງໝົດນັ້ນເປັນພຽງການສັນນິຖານເບື້ອງຕົ້ນ ຂອງຜູ້ຂຽນເອງ ບໍກ່ຽວກັບທາງການຈັດຕັ້ງ ໂດຍສະເພາະແມ່ນນັກວິຊາການຂອງກະຊວງ ຖ/ວ ເລີຍ, ການຫາຂໍ້ມູນ ແລະການສຶກສານີ້ຍັງຈະຕ້ອງໄດ້ ຄົ້ນຄ້ວາຢ່າງເປັນທາງການຄັກແນ່.

- ສຣູບ : ພຣະພຸດທະຮູບ ແລະສິ່ງຂອງສ່ວນໃຫຍ່ເປັນພຣະລາວແທ້, ພຣະພຸດທະຮູບສ່ວນໃຫຍ້ເປັນພຣະສະໄໝອານາຈັກລ້ານຊ້່າງ ໂດຍສະເພາະພຣະທອງ ແລະພຣະເງິນ ຈະພົບສີລະປະສະໄໝ ແຕ່ພຣະເຈົ້າອະນຸວົງ ຂຶ້ນໄປຮອດສະໄໝພຣະເຈົ້າໄຊຍະເຊດຖາ.

- ມີພຣະບາງອົງເທົ່ານັ້ນ ທີ່ມີອາຍຸກ່ອນໜ້ານັ້ນ ແຕ່ກ່ອນ ໔໕໐ ປີ ໄປຫາ ໑໒໐໐ ກວ່າປີ ໂດຍສະເພາະພຣະພຸດທະຮູບທອງ ແລະພຣະຫີນບາງອົງ ເປັນພຣະທີ່ນິຍົມໃນຍຸກຊຽງທອງເປັນຣາຊະທານີ ອາໄສຄວາມນິຍົມ ໃນອິດທິພົນພຣະບາງພຸດທະລາວັນ.

- ໃນນັ້ນວັດຖຸສະໄໝໃໝ່ ກໍເປັນສິ່ງທີ່ຮູ້ກັບຢູ່ແລ້ວ ກ່ອນຝຣັ່ງເຂົ້າມາ ວຽງຈັນເປັນເມືອງຮ້າງ, ນັບແຕ່ຝຣັ່ງເຂົ້າມາຟື້ນຟູວຽງຈັນເທົ່ານັ້ນ ລາວຈຶ່ງໄດ້ຮັບອິດທີພົນເຄື່ອງຂອງທີ່ທັນສະໄໝ, ສະນັ້ນ ທາດໜ່ວຍນີ້ ຈຶ່ງສ້າງໃນສະໄໝຫຼັງຝຣັ່ງເທົ່ານັ້ນ.

- ອີກຢ່າງໜຶ່ງພຣະພຸດທະຮູບທັງໝົດ ທີ່ເປັນພຣະທອງ ຕະຫຼອດຮອດແກ້ວ ແລະພຣະບຸລ້ວນແຕ່ຫັກພັງໂດຍເຈດຕະນາ ຫຼືມີຄົນເຮັດໃຫ້ແຕກຫັກ ພຣະທີ່ເມືອງລາວໂດຍສະເພາະວຽງຈັນ ລ້ວນແຕ່ເສັຍຫາຍ ເພພັງເພາະໄພສົງຄາມລາວ-ສຍາມເທົ່ານັ້ນ.

(ຫັ້ນພຣະເງິນ ແລະຄຳ)

(ບາງສ່ວນຂອງຜູ້ຮູ້ຂ່າວທາງສື່ແລ້ວກໍມາໄຫວ້ ໃນວັນທີ ໑໕ ກັນຍາ ໒໐໑໐)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 19 ຄຳເຫັນ ແລະ 0 trackback(s)

- ເວລາ ໐໖:໑໓ ໂມງຂອງວັນທີ ໑໕ ກັນຍາ ໒໐໑໐ ສຽງໂທຣະສັບດັງຂຶ້ນ ເມື່ອຮັບແລ້ວມີສຽງຈາກຕົ້ນສາຍ ວ່າ "ທ່ານອະຣິຍະ ຮູ້ແລ້ວບໍ ວ່າ ທາດລົ້ມ ເພິ່ນພົບພຣະພຸດທະຮູບຢູ່ວັດທາດຂາວ" ຕອບເຂົາໄປວ່າ "ບໍ່" ໃຫ້ມາເບິ່ງໄວໆ.

- ໄດ້ຮັບໂທຣະສັບແລ້່ວ ກໍອອກລົດໄປເລີຍໄປວຽກກ່ອນ ກວ່າຈະເຖິງວັດທາດຂາວ ເພາະທຳທູຣະຢ່າງອື່ນ ຈຶ່ງໄປຮອດ ໑໔.໐໒ ໂມງ, ຄົນຫຸ້ມເບິ່ງກ​ໍກັບເມື່ອແນ່ແລ້ວ ກຳລັງມາເບິ່ງທຳໃຫ້ລົດໜ້າວັດລົດຕິດຂັດຖະໜັດ, ໃນໃຈນຶກວ່າທາດໃຫຍ່ໜ້າສິມເບື້ອງທ່ານັ້ນຊັ້ນດອກລົ້ມ ທີ່ແທ້ບໍ່ແມ່ນ ເຫັນທາດນັ້ນຍັງຕັ້ງໂຈ້ໂກ້ຢູ່ເລີຍ, ຢ່າງໄປຂ້າງຮົ່ມມ່ວງທີ່ມີຄົນຈຸ້ມເບິ່ງ ທີ່ນັ້ນແມ່ນພວກຖ່າຍຮູບອັດພ້ອມກຳລັງອັດຮູບຈຳໜ່າບໃຫ້ຄົນບໍ່ໄດ້ເຂົ້າໄປເບິ່ງໃບລະ ໑໐.໐໐໐ ກີບ ຄົນກໍແຍ້ກັນຊຶ້ຖະໜັດ ຖາມໄດ້ຄວາມວ່າ ໄປເບິ່ງໃນສິມພຸ້ນ.

- ເມື່ອຢ່າງໄປສີມຢູ່ດ້ານຂວາມື ປາກົດວ່າເຫັນຄົນຫູ້ມເບິ່ງທີ່ນັ້ນ ເຫັນພະນັກງານກົມພິພິດທະພັນ ແລະວັດຖຸບູຮານກຳລັງທຳງານຂຸດຄົ້ນກັນຢູ່ຢ່າງຕັ້ງໜ້າ ມີຄົນຫຸ້ມເບິ່ງ ດໍໃຫ້ຕຳຫຼວດພາຂຶ້ນໄປສິມ ທີ່ອັດປະຕູດ້ານໜ້າໄວ້ ເມື່ອຂຶ້ນໄປແລ້ວພົບ ຄົນຈຳນວນໜຶ່ງກຳລັງເບິ່ງໃຜກໍເອົາກ້ອງ ເອົາໂທລະສັບມາຖ່າຍຮູບກັນ ມີຕຳຫຼວດ ເຈົ້າໜ່້າທີ່ກົມພິພິດທະພັນ ແລະວັດຖຸບູຮານນັ່ງເຝົ້າ ໃນນັ້ນມີພຣະອາຈານບົວ ເຈົ້າອະທິການວັດ ຍາພໍ່ຄຳວຽນ ນັ່ງເບິ່ງຢູ່ ພ້ອມດ້ວຍເຖົ້າແກ່ບ້ານທາດຂາວ.

- ຖາມໄດ້ຄວາມວ່າ "ທາກນ້ອຍດຳໆນັ້ນລົ່ມລົງ ກໍຮຽກເຖົ້າແກ່ແນວໂຮມມາ ແລ້ວກໍທຳການທຳເກັບມ້ຽນແຕ່ກັບພົບພຣະພຸດທະຮູບ" ແລ້ວຈຶ່ງລາຍງານອົງການຈັດຕັ້ງທາງສົງ ແລະອົງການທີ່ກ່ຽວຂ້ອງ.

- ພຣະພຸດທີ່ເກັບກູ້ຂຶ້ນມາຫຼວງຫຼາຍພາຍມາກ ມີທັງພຣະແກ້ວ, ພຣະທອງ, ພຣະຄຳ, ພຣະດິນ ແລະວັດຖຸຈຳນວນໜຶ່ງ ພຣະທີ່ພົບເຫັນມີທັງພຣະກ່ອນລ້ານຊ້າງ ແລະພຣະສະໄໝລ້ານຊ້າງ ໔໕໐ ປິ" ໃນນັ້ນ ຍັງພົບກວດແກ້ວອີກ ສົງໄສເປັນກວດນ້ຳຫອມ ແລະຖ້ວຍ, ໄຫ ອາຍຸປະມານ ໔໐໐-໕໐໐ ປີ ເບິ່ງແລ້ວແລ້ວສະເພາະພຣະພຸດທະຮູບທັງນ້ອຍ ແລະໃຫຍ່ນັ້ນ ສະຫຼຸບເກືອບຢາກເປັນທາງການແລ້ວ ມີພຣະປະມານ ແລະວັດຖູອື່ນໆອີກຈຳນວນໜຶ່ງ ຄາດວ່າທັງພຣະທັງວັດຖຸລວມກັນອາດຊິມີລາຍການເຖິງ ແປດຮ້ອຍຫາພັນຊິ້ນ. 

ລາຍລະອຽດຈະແຈ້ງ ລ​ໍຟັງຂ່າວທາງການ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

- ມີຍິງຊາຍຄູ່ໜຶ່ງ ເປັນຜົວເມັຍກັນ ໄປຫາພຣະທີ່ວັດໜຶ່ງ ເພື່ອປຶກສາຫາຣືກ່ຽວກັບການຂຶ້ນເຮືອນໃໝ່, ເມື່ອທັງສອງໄປຮອດວັດແລ້ວ ກໍນັ່ງທີ່ສົມຄວນ ແລ້ວກໍຂາບລົງຢ່າງສວຍງາມ ຝ່າຍເມັຍເປັນຄົນເວົ້າ ຍົກຂັນຫ້າຂຶ້ນໃສ່ຫົວແລ້ວ ກໍກ່າວຄຳນະມັດສະການວ່າ.
- ຜົວເມັຍຄູ່ນັ້ນ: ນະມັດສະການຂ້ານ້ອຍ ສະບາຍດີຢູ່ບໍ ?
- ພຣະອາຈາຣຍ໌ : ຈະເຣີນພອນ ສະບາຍດີຢູ່ ມີວຽກບໍນໍ ພໍ່ອອກແມ່ອອກ.
- ຜົວເມັຍຄູ່ນັ້ນ : ໂດຍສະບາຍດີ ຢູ່ຂ້ານ້ອຍ.
- ເມັຍ : ຂ້ານ້ອຍມາຢ້ຽມຢາມພຣະອາຈາຣຍ໌ ຂ້ານ້ອຍ, ຄືວ່າ ພວກຂ້ານ້ອຍປຸກເຮືອນແລ້ວ ຢາກຂຶ້ນເຮືອນ ຊິກຂຶ້ນຈັ່ງໃດດີ ຂ້ານ້ອຍ.
- ພຣະອາຈາຣຍ໌ : ໂອວ໌....ຢາກຂຶ້ນເຮືອນຊັ້ນບໍ ?
- ຜົວ : ໂດຍຂ້ານ້ອຍ, ບໍ່ຮູ້ວ່າຊິຂຶ້ນຈັ່ງໃດດີ ຂ້ານ້ອຍ.
- ພຣະອາຈາຣຍ໌ : ບໍ່ຢາກໃດ໋ ພໍ່ອອກ ແມ່ອອກ ຂຶ້ນງ່າຍແທ້ໆ ວ່າແຕ່ເຮັດເຮືອນແລ້ວໆບໍລະ ?
- ເມັຍ : ເຮັດຍັງບໍ່ທັນແລ້ວຄັກ ຂ້ານ້ອຍ, ວ່າຊິຂຶ້ນເອົາມື້ເອົາວັນຊື່ໆກ່ອນ ຂ້ານ້ອຍ.
- ພຣະອາຈາຣຍ໌ : ຊິຂຶ້ນເອົາມື້ເອົາວັນຊື່ໆຊັ້ນບໍ ?
- ຜົວເມັຍ : ໂດຍຂ້ານ້ອຍ ຊິຂຶ້ນຈັ່ງໃດດີ,
- ພຣະອາຈາຣຍ໌ : ບ໊ະສັງມາຊິຢາກຊິຊາລະ ຂຶ້ນໂລດ ເຮັດຂັ້ນໃດແລ້ວຫຼຶຍັງລະ ຮ່າໆໆໆໆໆໆ?
- ຜົວເມັຍ : ເຮັດແລ້ວ ຂ້ານ້ອຍ.
- ພຣະອາຈາຣຍ໌ : ເອົາວ໌...ເຮັດຂັ້ນໃດແລ້ວ ກະຂຶ້ນທາງຂັ້ນໃດຫັ້ນຕິລະ ມັນຊິໄປຍາກ. (ພຣະທຳທ່າຕະຫຼົກ)
- ເມັຍ : ຂຶ້ນຈັ່ງໃດ ຂ້ານ້ອຍ.
- ພຣະອາຈາຣຍ໌ : ຍ່າງຂຶ້ນໄປໂລດ ບໍ່ຕ້ອງຫ່ວງ.

(ຍັງມີຕໍ່)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

- ກ່ຽວກັບ ການທີ່ຣັດຖະບານແຫ່ງ ສປປ.ລາວ ເຮົາສ້າງອະນຸສາວະລີ "ພຣະເຈົ້າອະນຸວົງ" ນັ້ນ, ປະຊາຊົນລາວທັງພາຍໃນ ແລະຕ່າງປະເທດໃຜໆ ກໍຊື່ນຊົມຍີນດີ ບໍ່ມີໃຜຈະຕຳນິທັກທ້ວງ ຫຼືຄັດຄ້ານຫຍັງເລີຍ ພີ່ນ້ອງຊາວລາວ ຢູ່ຕ່າງປະເທດໃຜໆກໍດີໃຈ ແລະໃຫ້ຄວາມຮ່ວມແຮງຄວາມໃຈ ຍິນດີປີດາ ນຳພັກ-ລັດ ແລະປະຊາຊົນລາວທຸກຖ້ວນໜ້າ.
- ເຖິງຢ່າງໃດກໍຕາມ ກ່ຽວກັບພຣະຣາຊະອະນຸສາວະຣີ(ພຣະບໍຣົມມະຮູບ)ພຣະເຈົ້າອະນຸວົງນັ້ນ ເຖິງວ່າມີແຕ່ຄົນຍິນດີ ແລະບໍ່ຕຳນິວິຈານກໍຕາມ ແຕ່ກໍມີການສົນທະນາກັນຫຼິ້ນໆ ໃນຄົນບາງກຸ່ມເລັກໆນ້ອຍໆ ແລະຜູ້ຂຽນເອງກໍໄດ້ມີຄົນມາສົນທະນານຳເຊັ່ນກັນ ຄື ວັນທີ ໗ ສິງຫາ ໒໐໑໐ ພໍສະຫຼຸບໄດ້ ດັ່ນນີ້.

- ຄົນສົນທະນາ : ທ່ານໄດ້ໄປຮ່ວມງານວາງສີລາລືກອະນຸສາວະລີພຣະເຈົ້າອະນຸວົງບໍ ? (ເຂົາວ່າພຣະເຈົ້າອະນຸວົງ ຜູ້ຂຽນກໍດີໃຈ)
- ຜູ້ຂຽນ : ບໍ່ໄດ້ໄປຊ້ຳ ? (ເພາະຄາວຽກ-ທັງໆທີ່ເຂົາກໍເປີດໂອກາດໃຫ້ມວນຊົນໄປ ໂດຍບໍ່ຈຳກັດ)
- ຄົນສົນທະນາ : ທ່ານເຫັນ ຮູບເພິ່ນແລ້ວບໍ ?
- ຜູ້ຂຽນຕອບ : ບໍ່ທັນເຫັນເລີຍ.
- ຄົນສົນທະນາ : ຂ້າພະເຈົ້າເຫັນແລ້ວ ແຕ່ເຫັນເປັນຮູບ ທີ່ເຂົາເອົາໄປຕິດໄວ້ຖນົນຟ້າງຸ່ມ ຂ້າງຫໍກາງ ເປັນຮູບມືຊ້າຍຖືງ້າວ ມືຂວາຍົກມີສະເໝີໜ້າ ຂວຳ້ຝາມືລົງ ທ່ານເຂົ້າໃຈບໍ່ ເຂົາໝາຍວ່າແນວໃດ ?
- ຜູ້ຂຽນຕອບ : ແມ່ນອິຫຼີບໍ ? (ຜູ້ຂຽນຍັງບໍ່ທັນເຫັນເລີຍເທົ້າບັດນີ້ ມາເຫັນແຕ່ໃນຮູບທີ່ເວັບໄທຍ໌ເຂົາລົງໄວ້ ໃນເວັບຂອງເຂົາ).
- ຄົນສົນທະນາ: ແມ່ນ.
- ຜູ້ຂຽນຕອບ (ການຕອບນີ້ກໍຕອບໄປຕາມເລື່ອງຊື່ໆ ບໍ່ໄດ້ຍິນມາຈາກທີ່ໃດດອກ) ຕອບວ່າ "ອັນນັ້ນ ໝາຍເຖິງການຍົກມີປຸກລະດົມສະແດງ ບອກໃຫ້ຮູ້ວ່າຄົນເຊື້ອສາຍລາວທັງໝົດ ທັງຢູ່ໃນ ແລະນອກປະເທດ ຈົ່ງຮັກແພງກັນ ຊ່ວກັນສ້າງສາປະເທດຊາດບ້ານເມືອງ ເພາະຍຸກນີ້ມັນຍຸກສ້າງຍຸກສາແລ້ວ).
- ຄົນສົນທະນາ : ເປັນຫຍັງຈຶ່ງມີດາບຊັ້ນນ່າ.
- ຜູ້ຂຽນຕອບ : ບໍ່ມີບັນຫາຫຍັງດອກ ການທີ່ຖືດາບນັ້ນ ມັນໝາຍເຖິງເອກະລັກຂອງເຊື້ອກະສັດບູຮານ ທີ່ເປັນເຊື້ອນັກຮົບ ຍ່ອມຖືດາບຢູ່ແລ້ວ ຜູ້ຊາຍລາວເຮົາເມື່ອ ໒໐ ປີຄືນຫຼັງໃນບ້ານນອກໄປໃສ ມາໃສກໍຕ້ອງມີມີດ ມີພ້າຂັດແອວໄປມາ ມັນເປັນເລື່ອງຄ່ານິຍົມຂອງຍຸກນັ້ນຢູ່ແລ້ວ.
- ຄົນສົນທະນາ : ຍິນເຂົາວ່າຊິປິ່ນໜ້າໄປຕາເວັນຕົກລົງແຄມຂອງ ມັນຊິດີບໍ ?
- ຜູ້ຂຽນຕອບ : ຖືກຕ້ອງແລ້ວ ເພາະວ່າສວນ ທີ່ປະດິດສະຖານອະນຸສາວະຣີພຣະເຈົ້າອະນຸວົງນັ້ນເປັນແຄມຂອງ ຕ້ອງປິ່ນໜ້າໃສ່ແມ່ນ້ຳຂອງມັນຖືກຕາມຫຼັກການແບບບູຮານຢູ່ແລ້ວ ເພື່ອເປັນມຸງຄຸນໃຫ້ ແກ່ຜູ້ສ້າງ ແລະບ້ານເມືອງ ຫຼັກການສ້າງອາຄານບູຮານນັ້ນ ເພິ່ນໃຫ້ປິ່ນໜ້າໃສ່ ສອງທິດ ຄືທິດຕາເວັນອອກ ແລະຕາເວັນອອກສ່ຽງເໝືອເທົ່ານັ້ນ ແຕ່ຫາກວ່າເລືອກບໍ່ໄດ້ ເພິ່ນໃຫ້ປິ່ນໜ້າລົງແມ່ນ້ຳ ຫາກຢູ່ໃກ້ແຄມນ້ຳ ຫຼືລ່ອງໄປຕາມສາຍນ້ຳກໍບໍ່ຜິດຫຍັງດອກ.
- ຜູ້ສົນທະນາ : ຢ້ານປິ່ນໜ້າໃສ່ຝັ່ງໄທຍ໌ ແລ້ວໄທຍ໌ເຂົາປະທ້ວງຊັ້ນດອກ.
- ຜູ້ຊຽນຕອບ : ບໍ່ເປັນຫຍັງດອກ ເຮົາບໍ່ໄດ້ປິ່ນໜ້າໃສ່ຝັ່ງໄທຍ໌ ແຕ່ເຮົາປິ່ນໜ້າລົງແມ່ນຳ້ຂອງ, ຄົນໄທຍ໌ເຂົາບໍ່ປະທ້ວງດອກ ຫາກເຂົາປະທ້ວງ ເຂົາກໍປະທ້ວງຢູ່ບ້ານເຂົາພຸ້ນ ເຂົາບໍ່ມາປະທ້ວງຢູ່ບ້ານເຮົາດອກ ເຖິງເຂົາປະທ້ວງກໍບໍ່ກ່ຽວກັບເຮົາ ແລະກໍບໍ່ກ່ຽວກັບເຂົາດ້ວຍ ເພາະເຮົາສ້າງຢູ່ບ້ານເຮົາ ບໍ່ໄດ້ໄປສ້າງຢູ່ບ້ານເຂົາ ຈຶ່ງບໍ່ຜິດ.
(ນັ້ນເປັນການຕອບ-ຄຳຖາມຂອງຄົນຖາມ ມີພຽງຄົນດຽວເທົ່ານັ້ນ, ຄຳຕອບນັ້ນກໍແມ່ນຕອບຕາມຄວາມຮັບຮູ້ ແລະເຂົ້າໃຈຊື່ໆ ບໍ່ກ່ຽວກັບພັກ-ກັບລັດ ແລະທາງລ້າງທາງການຫຍັງດອກ ພຽງແຕ່ມີຄົນຖາມ ກໍຕອບໄປຕາມຄວາມຮັບຮູ້ຊື່ໆ ຢ່າງຖືເປັນຫຼັກເປັນເກນຫຍັງເລີຍ)

(ຮູບນີ້ໄດ້ຈາກເວັບໄທຍ໌ ທີ່ຂຽນເລື່ອງ ການຫໍ່ຼອະນຸສາວະລີພຣະເຈົ້າອະນຸວົງ)

http://www.oknation.net/blog/mekong/2010/08/25/entry-1

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

- ມີຄົນຖາມວ່າ "ອາຈາຣຍ໌ ຂ້ານ້ອຍ, ເວລານັ່ງຟັງເທດ ຟັງສູດ ເຮົານັ່ງຂະຖະໝາດນັ້ນບາບບໍ ?
- ພຣະອາຈາຣຍ໌ : ບາບກະມີ ບໍ່ບາບກະມີ ?
- ພໍ່ອອກ : ຈັ່ງໃດ ຈຶ່ງຈັ່ງຊັ້ນ ຂ້ານ້ອຍບໍ່ເຂົ້າໃຈ ອະທິບາຍແນ່ ຂ້ານ້ອຍ.
- ພຣະອາຈາຣຍ໌ : ເທດທີ່ບໍ່ບາບ ຄືວ່າຫາກຜູ້ຟັງເທດ-ຟັງສູດ ຕັ້ງໃຈຟັງໃຫ້ເກີດຄວາມປີດາ ສັດທາ ແລະຟັງເອົາທັມໄປພັດທະນາຊີວິດ ແລະຈິດໃຈ ປະຕິບັດຕາມຫຼັກທັມ ທີ່ໄດ້ຍິນໄດ້ ຟັງນັ້ນ ໃຫ້ເກີດເປັນຜົນສຳເຣັດທັງໆທາງໂລກ ທັງທາງທັມ ຊື່ວ່າບໍ່ບາບ, ເຊັ່ນຢູ່ເທດອີນເດັຍ, ສີລັງກາ, ບັງກລາເທສພວກນີ້ເຂົານັ່ງຂັດຖະໝາດໄວ້ພຣະ-ຟັງທັມ ເຂົາບໍ່ນັ່ງຂັດຖະໝອບ ເໝືອນບ້ານເຮົາ ແລະຄົນທີ່ຟັງເທດນັ້ນ ມີສັດທາ ມີຈາຄະ ແລະມີປັນຍາຄົບບໍຣິບູນ ນ້ອມນຶກເອົາພຣະພຸດ ພຣະທັມ ພຣະສົງເປັນທີ່ເພິ່ງແທ້ຈິງ.
- ພໍ່ອອກ : ເຫດທີ່ບາບເດ ຂ້ານ້ອຍ.
- ພຣະອາຈາຣຍ໌ : ເຫດທີ່ບາບ ຄື ເປັນຄົນມີຈິດໃຈແຂງກະດ້າງ ບໍ່ນ້ອມນຶກເອົາພຣະພຸດ ພຣະທັມ ແລະພຣະສົງເປັນສາຣະນະທີ່ເພິ່ງ ແລະບໍ່ໄດ້ເອົາພຣະທັມຄຳສອນນັ້ນ ໄປພັດທະນາ ຊີວິດຈິດໃຈເລີຍ ເຂົາເຮັດໄປນັ້ນກໍເຮັດໄປຕາມຮີດ ເຮັດໄປຕາມສັງຄົມລ້າໆ ບໍ່ມີສັດທາແມ່ນແຕ່ໜ້ອຍດຽວ.
- ພໍ່ອອກ : ຄັນຊັ້ນຂ້ານ້ອຍ ກະນັ່ງຂັດຖະໝາດໄດ້ຕີ ເວລາໄປຟັງສູດ-ຟັງເທດ ?
- ພຣະອາຈາຣຍ໌ : ນັ່ງຢູ່ໃສ ?
- ພໍ່ອອກ : ນັ່ງຢູ່ວັດ ຫຼືນັ່ງຢູ່ບ້ານ ເວລາຍາມເຮັດບຸນ.
- ພຣະອາຈາຣຍ໌ : ຄົນທັງຫຼາຍ ເຂົານັ່ງຂັດຖະໝາດບໍ ?
- ພໍ່ອອກ : ບໍ່ຂະນ້ອຍ ຂ້ານ້ອຍນັ່ງຄົນດຽວ.
- ພຣະອາຈາຣຍ໌ : ຄັນສັງຄົມເຂົານັ່ງຂັດຖະໝອບ ເຮົາໄປນັ່ງຂັດຖະໝາດຄົນດຽວ ເຮົາກໍຜິດສັງຄົມ, ຜິດປະເພນີ ເຮົາກໍກາຍເປັນການຕິສິນນິນທາຂອງສັງຄົມ ເຮົາກໍກາຍເປັນຄົນບໍ່ເຄົາຣົບ ປະເນີ ສັງຄົມ ຜິດຫຼາຍເຂົ້າໄປອີກ ຫາກຜິດເລັກຜິດນ້ອຍໆ ເລື້ອຍໆເຮົາກໍບາບໄດ້ເຊັ່ນກັນ ແລ້ວເປັນຫຍັງທ່ານຈຶ່ງບໍ່ປະຕິບັດຕາມສັງຄົມເຂົາລະ ?
- ພໍ່ອອກ : ເພາະຂ້ານ້ອຍ ປວດຂາ.
- ພຣະອາຈາຣຍ໌ : ເອີ...ເອົາຈັ່ງຊີ້ ຂໍຖາມທ່ານ ທ່ານເຄີຍເຫັນຄວາຍບໍ ?
- ພໍ່ອອກ : ເຄີຍເຫັນຂ້ານ້ອຍ.
- ພຣະອາຈາຣຍ໌ : ທ່ານສັງເກດ ເຫັນຄວາຍນັ່ງຂັດຖະໝອບ ຫຼຶຂັດຖະໝາດເໝືອນຄົນບໍ ?
- ພໍ່ອອກ : ບໍ່ ຂ້ານ້ອຍ.
- ພຣະອາຈາຣຍ໌ : ເປັນຫຍັງ ຄວາຍຈຶ່ງບໍ່ນັ່ງເໝືອນຄົນໄດ້.
- ພໍ່ອອກ : ເພາະຮ່າງກາຍມັນບໍ່ເໝືອນຄົນ ຂ້ານ້ອຍ.
- ພຣະອາຈາຣຍ໌ : ແລ້ວທ່ານເຫັນລິງບໍລະ ?
- ພໍ່ອອກ : ເຫັນຂ້ານ້ອຍ.
- ພຣະອາຈາຣຍ໌ : ລິງກັບຄົນຮ່າງກາຍຄ້າຍກັນບໍ ?
- ພໍ່ອອກ : ລິງກັບຄົນ ຮ່າງກາຍເໝືອນກັນທຸກຢ່າງຂ້ານ້ອຍ ວິທະຍາສາດວ່າ ຄົນພັດທະນາມາຈາກມະນຸດລິງ ຂ້ານ້ອຍ.
- ພຣະອາຈາຣຍ໌ : ແລ້ວເຫັນລິງມັນນັ່ງຂະຖະໝາດ ແລະຂັດຖະໝອບເໝືອນຄົນບໍ ?
- ພໍ່ອອກ : ບໍ່ເຫັນເລີຍ ຂ້ານ້ອຍ.
- ພຣະອາຈາຣຍ໌ : ເຫັນຫຍັງລິງ ຈຶ່ງເຮັດເໝືອນຄົນບໍໄດ້.
- ພໍ່ອອກ : ມັນບໍ່ໄດ້ຝຶກມາບໍ່ຈັກຂ້ານ້ອຍ.
- ພຣະອາຈາຣຍ໌ : ແມ່ນແລ້ວ ທ່ານສັດບາງສັດ ຢາກຈະເຮັດເຊັ່ນນັ້ນ ແຕ່ຮ່າງກາຍບໍ່ເອື້ອອຳນວຍ, ສັດບາງສັດ ຮ່າງກາຍເອື້ອອຳນວຍ ແຕ່ບໍ່ໄດ້ຝືກ ເພາະວິໄສແຫ່ງການຝຶກຝົນນັ້ນ ບໍ່ມີໃນໝູ່ສັດເດັຍຣະສານ (ຄືມັນບໍ່ມີວັດທະນະທັມແບບນັ້ນ) ເຮົາເປັນມະນຸດ ຫາກບໍ່ຝຶກຕາມກົດ ຕາມກະຕິກາ ຂອງສັງຄົມ ກໍມີວັດທະນະທັມຕ່ຳກວ່າສັດ, ເຊັ່ນດຽວກັບທ່ານນັ້ນເອງ ນັ່ງຂັດຖະໝາດ ມະນຸດໄດ້ພັດທະນາຮ່າງກາຍມາໃຫ້ສາມາດຝຶກໄດ້ ແຕ່ທ່ານບໍ່ຝຶກ ຮ່າງກາຍສາມາດຝຶກໄດ້ ແຕ່ບໍ່ຝຶກ ຊື່ວ່າຄົນຝືກໄດ້ຢາກ ຄົນຝຶກໄດ້ຢາກຍ່ອມໄປສະຫວັນ ແລະນິພພານໄດ້ຍາກ ເພາະກາຍ ສາມາດຝຶກງ່າຍກວ່າໃຈ ຫາກຝຶກກາຍບໍ່ໄດ້ ຊິໄປຝຶກໃຈໄດ້ຈັ່ງໃດ ?

- ການນັ່ງຂັດຖະໝາດ ທ່າມກາງສັງຄົມທີ່ເຂົານັ່ງ ຂັດຖະໝອບໃນເວທີວັດທະນະທັມ ແລະສາສນານັ້ນ ນອກຈາກສະແດງໃຫ້ເຫັນວ່າ ເຮົາບໍ່ເຄົາຣົບກະຕິກາຂອງສັງຄົມ ແລ້ວ ເຮົາຍັງບໍ່ເຄົາຣົຍຕົນເອງ ບໍ່ເຄົາຣົບ ພຣະພຸດ ພຣະທັມ ແລະພຣະສົງອີກ ຄົນທີ່ບໍ່ເຄົາຣົບ ພຣະພຸດ ພຣະທັມ ແລະພຣະສົງ ຈຶ່ງບໍ່ແມ່ນຊາວພຸດ.


- ນີ້ແລ້ວເຫດ ແລະຜົນທີ່ທ່ານຖາມມາ ທ່ານໃດຍັງມີຂໍ້ສົງໄສ ໃນບັນຫາດັ່ງກ່າວຖາມມາໄດ້ທຸກໂອກາດ ຈະຕອບໃຫ້ຕາມຄວາມຖາມ ເພື່ອການເຂົາໃຈທີ່ຖືກແລ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

alt

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

alt

- ແຄນນັບວ່າເປັນວັດທະນະທັມເຄື່ອງດົນຕີລາວ ໄດ້ຮັບຄວາມນິຍົມໃນໄທຍ໌ສູດຂີດລັດຊະການທີ ໓ ຂອງສຍາມັກ ແຕ່ລັດຊະການທີ ໔ ຂອງສຍາມກຽດ ປັດຈຸບັນ ວັດທະນະທັມລາວແຄນ ຫຼືວັດທະນະທັມລາວ ກໍເປັນທີ່ນິຍົມໃນສຍາມ ຢ່າງໃຫຍ່ຫຼວງ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

alt

"ລາວແພນ" ເດີມຊື່ "ລາວແຄນ" ເປັນເພງຊະນິດໜຶ່ງ ຄ້າຍລຳ ແລະຄ້ານເພງ ເປັນການປະສົມປະສານລະຫວ່າງເພງ-ກັບຂັບເຂົ້າກັນ ເພງລາວເພນ ມີເຄື່ອງດົນຕີປະກອບຫຼັກແມ່ນ "ແຄນ" ນັບແຕ່ ຄ.ສ ໑໗໘໙ ເປັນຕົ້ນມາ ເພງນີ້ໄດ້ຖືກຫຼີ້ນກັນຢ່າງຫຼວງຫຼາຍໃນຫົວເມືອງດ້ານໃນຂອງສຍາມ ຜູ້ຫຼິ້ນແມ່ນຄົນລາວ ແລະເປັນເພງທີ່ນິຍົມກັນຕັ້ງແຕ່ເຈົ້າຂຸນມຸນນາຍ ຈົນຮອດໄພ່, ຕາມບັນທຶກໄວ້ວ່າຄວາມນິຍົມຂອງຄົນລາວ ແລະ ຄົນສຍາມນັ້ນ ຈົນເຮັດໃຫ້ເພງ ແລະດົນຕຣີອື່ນໆຂອງສຍາມລົດຄວາມນິຍົມລົງ ກ່າວກັນວ່າ "ພຣະປິ່ນເກົ້າລັດຊະການທີ ໓" ນິຍົມສຸດຂີດ ແຕ່ພຣະຈອມເກົ້າ ຣັດຊະການທີ ໔ ມອງເຫັນວ່າ ເປັນການທຳລາຍວັດທະນະທັມເພງສຍາມ ຈຶ່ງສັ່ງຫ້າມທົ່ວພຣະນະຄອນບໍ່ໃຫ້ຫຼີ້ນລາວແພນ ຫຼືລາວແຄນ, ເມື່ອຖືກສັ່ງຫ້າມໃນພຣະນະຄອນເທົ່ານັ້ນ ຫົວເມືອງດ້ານໃນຮອບນອກ ອັນໄດ້ແກ່ສຸພັນບູຣີ, ເພັດບູຣີ, ອ່າງທອງ ແລະອື່ນໆ ຍັງສືບຕໍ່ຫຼີ້ນຢູ່ໃນຊຸມຊົນລາວ ແລະສຍາມບາງສ່ວນ ແຕ່ຮູບແບບໄດ້ປ່ຽນໄປ ໂດຍເອົາເນື້ອ ແລະຈັງຫວະເພງໄວ້ ພຽງແຕ່ປ່ຽນເຄືອງດົນຕີຈາກແຄນ ໄປເປັນປີ່, ຂຸ່ຍ ແລະອື່ນໆ ກໍສາມາດຫຼິ້ນເພງລາວແຄນໄດ້ ແລ້ວປ່ຽນຊື່ຈາກລາວແຄນທີ່ສັ່ງຫ້າມ ມາເປັນລາວແພນ, ໃນທີສຸດກໍກາຍເປັນແພງອີແຊວ ແລະປະສົມກັບເພງລຳຕັດ ກາຍເປັນເພງອີກຮູບແບບໃໝ່ ກາຍເປັນວັດທະນະທັມເພງໄທຍ໌ ສືບຕໍ່ມາ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

- ເຣື່ອງທີ ໑: ວັນນີ້ ອອກໄປທາງຫຼວງເຫັນໝາແລ່ນຕັດໜ້າລົດ ນຶກວ່າໝາຕາຍແລ້ວ ທີ່ແທ້ໝາໂຕນັ້ນບໍ່ຕາຍຊ້ຳໝາມັນໝູບລົງ ເມື່ອລົດແລ່ນອອກມາເຫັນຫາງມັນກຸດນຶກວ່າລົດຢຽບ ທີ່ແທ້ມັນກຸດມາກ່ອນ, ອືມ໌ໂລ່ງອົກ.

- ເຣື່ອງທີ ໒: ຕົກຕອນແລງມາ ໄປສະໜາມມ້າ ຢູ່ໃກ້ກັບປຳ້ນຳ້ມັນບ້ານວັງຊາຍເຫັນລົດໃຫຍ່ຄັນໜຶ່ງຕຳລົດຈັກ ດີແຕ່ຄົນຂັບລົດຈັກຟົ້ງອອກຈາກລົດ ຕົກລົງໃສ່ບວກແຄມທາງ ເລືອດອາບໜ້າ ຢືນຢູ່ບໍ່ມີບ່ອນຫັກ ບ່ອນແຕກ, ໑ ຊົ່ວກັບມາສະຖານທີ່ດຽວກັນນັ້ນ ແຕ່ຢູ່ຂ້າງປຳ້ນຳ້ມັນທາງກົງກັຍຂ້າມກັນ ເຫັນລົດໃຫຍ່ຄັນໜຶ່ງຈອດຢູ່ ແລະອີກລົດໃຫຍ່ຄັນໜຶ່ງຈອດຢູ່ທາງຫຼັງ ແລະມີລົດຈັດນອນມຸ່ງແລ້ງ ແງ້ງ ພ້ອມກັບອີກບໍ່ຮູ້ຕາຍວ່າຍັງ ຄົນຫຸ້ມເບິ່ງເປັນຈຳນວນຫຼາຍ.

ຈົບເລຶ່ອງສັ້ນ ສັ້ນແທ້ສັ້ນວ່າ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ຄວາມເຊື່ອ ແລະຄວາມຮັບຮູ້ຂອງຄົນສະໄໝກ່ອນປົດປ່ອຍ ແລະຫຼັງປົດປ່ອຍມາ ນັ້ນ ຈົດໝາຍສີແດງ ເຂົາຖືວ່າເປັນຈົດໝາຍອັບປະມຸງຄຸນ ຄື ໃຜໄດ້ຮັບຈົດໝາຍນີ້ແລ້ວ ຮັບຮອງວ່າຕ້ອງມີອັນເປັນໄປ ສ່ວນຫຼາຍແລ້ວມັກຈະເກີດເລື່ອງລາວອັນບໍ່ດີ ຈົນເຖິງສິ້ນຊີວິດ ຫຼືເສັຍອົງຄະສາສ້າງເປັນຢ່າງນ້ອຍ, ສ່ວນໃຫຍ່ຄົນທີ່ເຫັນມາຈະເປັນທຸກໆຫຼາຍ ເມື່ອພໍ່ຈານໄດ້ຮັບຈົດໝາຍສີແດງແລ້ວ ຄົນທັງປວງຈຶ່ງຕັ້ງຂໍ້ສັນນິດຖານໄວ້ໂລດວ່າ, ຈັກຕ້ອງມີອັນຕະລາຍເກີດກັບພໍ່ຈານແນ່ນອນ ຕະຫຼອດໄລຍະທີ່ພໍ່ຈານຈາກໄປຂ່າວຄາວ ທີ່ຕາມມາຍິ່ງເຮັດໃຫ້ຄົນທີ່ຮັກແພງ ແລະຍາດຕິພີ່ນ້ອງວິຕົກກັງວົນເປັນຢ່າງຍິ່ງ ແລະແລ້ວພໍ່ຈານກໍກັບມາໂດຍຄວາມສະຫວັດດີພາບ ແລະຕະຫຼອດປອດໄຟຊາວ ບ້ານ ແລະຜູ້ທີ່ເຄົາຣົບຮັກພໍ່ຈານກໍໄດ້ແຕ່ຍິນດີປິດາຈົນລືມເລືອນເລື່ອງລາວ ທີ່ຄົນເປັນຫ່ວງ ແລະລົບເລືອນຄວາມຊ່າລືນັ້ນຈົນໝົດສິ້ນ, ຄົງໄວ້ແຕ່ຄວາມຊາບຊຶ້ງຍິນດີຈົນບໍ່ມີໃຜຈະກ່າວເຖິງມັນສາດ້ວຍຊຳ້.

          ນັບແຕ່ພໍ່ຈານກັບມາ ພໍ່ຈານກໍໃຊ້ຊີວິດຕາມປົກກະຕິ ຄືໄປເຮັດວຽກຂົນຂວາຍ ແລະວຽກງານຕ່າງໆຕາມໜ້າທີ່ ພວກເຮົາລູກຫຼານຈະພົບເພິ່ນໄດ້ກໍແມ່ນວັນເສົາ ອາ ທິດ ຫຼືວັນທີ່ບ້ານ ແລະບ້ານໃກ້ຄຽງ ຫຼືວັດມີງານບຸນເທົ່ານັ້ນ, ພໍ່ຈານນັ້ນເປັນຄົນຈິງຈັງຕໍ່ໜ້າທີ່ຢ່າງບໍ່ລົດຢ່ອນ, ວຽກທີ່ພໍ່ຈານເຮັດໃນຂະນະນັ້ນ ແມ່ນເຮັດວຽກຂົນຂວາຍ ແລະຢູ່ ໃນຄະນະຕາແສງ.

ວຽກງານຂົນຂວາຍປະຊາຊົນ ເປັນວຽກງານສຳຄັນທີ່ສຸດໃນສະໄໝປົດປ່ອຍໃໝ່ ແລະກໍເປັນວຽກງານມີຜົນກະທົບຕໍ່ຊີວິດສ່ວນຕົວ ທີ່ສຸດຫາກບໍ່ມີຄວາມຕັດສິນໃຈສູງແລະ ອາໄສຄວາມອົດທົນແລ້ວ ກໍຈະເຮັດໃຫ້ບຸກຄົນປະລະໜ້າທີ່ວຽກງານນັ້ນໄດ້, ໃນໄລຍະທີ່ພໍ່ຈານທຳໜ້າທີ່ນີ້ນັ້ນ ຈຶ່ງຕ້ອງປະເຊີນໜ້າກັບບັນຫາໃນໜ້າທີ່ວຽກງານເຖິງຄໍຂາດບາດ ຕາຍຫຼາຍຄັ້ງ ໂດຍສະເພາະນັ້ນແມ່ນໄຟຈາກຝ່າຍຕໍ່ຕ້ານ ຕາມທີ່ມີຄົນໃກ້ຊິດພໍ່ຈານຫຼາຍຄົນເວົ້າສູ່ຟັງ ແລະຜູ້ກ່ຽວໄດ້ຮູ້ໄດ້ເຫັນນຳແນ່ຄື:

          ຄັ້ງທີໜຶ່ງ ຕື່ນຂຶ້ນມາຍາມມື້ເຊົ້າແລ້ວຢ່າງລົງໄປທ່ານຳ້ ເຫັນຊາວບ້ານແຕກຕື່ນກັນວ່າປະຕິການເຂົ້າບ້ານ ບອກວ່າມື້ຄືນນີ້ເຂົາມາຈັບພໍ່ຈານ ຂ້າພະເຈົ້າບໍ່ຮູ້ຈັກເລື່ອງຄັກ ໄດ້ຍິນຈັ່ງຊັ້ນຈຶ່ງແລ່ນກັບຂຶ້ນເທິງເຮືອນ ກໍ່ເລີຍແລ່ນເຂົ້າໄປຫ້ອງພຣະ ກໍເຫັນພໍ່ນັ່ງສະມາທິເໝືອນທຸກໆວັນທີ່ເຄີຍເຫັນມາຈຶ່ງເບົາໃຈໄປ.

          ຕໍ່ມາກໍໄດ້ຍິນຄົນໃກ້ຊິດຂອງພໍ່ຈານເວົ້າໃຫ້ຟັງວ່າ ປະຕິການຂົ່ມຂູ່ພໍ່ເລື່ອງນາສະ ຫະກອນ ແລະການຂົນຂວາຍປະຊາຊົນໃຫ້ເຫັນດີເຫັນງາມກັບລະບອບໃໝ່”, ອັນນີ້ຖື ວ່າເປັນການປໍລະປັກຕໍ່ປະຕິການທີ່ສຸດ ດ້ວຍເຫດນັ້ນພວກປະຕິການ ຈຶ່ງຂົ່ມຄູ່ພໍ່ຈານ ແລະບັງຄັບໃຫ້ພໍ່ຈານນຳພາຊາວບ້ານ ຊາວເມືອງຄັດຄ້ານຣະບອບໃໝ່ ແຕ່ພໍ່ບອກເຂົາໄປວ່າ ຂ້ອຍເປັນປະຊາຊົນ ໃຜເປັນຜູ້ນຳຂ້ອຍ ແລະປາຊາຊົນລາວກໍຕ້ອງປະຕິບັດຕາມຜູ້ນັ້ນ ຖ້າພວກທ່ານເປັນຜູ້ນຳພວກເຮົາ ເຮົາກໍຕ້ອງປະຕິບັດຕາມພວກເຈົ້າຄຳປະ ໂຫຍກນີ້ຖືເປັນປະໂຫຍກເດັດ ທີ່ເຮັດໃຫ້ພວກເຂົາຕ້ອງຖອຍກັບ, ອີກປະໂຫຍກໜຶ່ງທີ່ປະ ຕິການມາຂໍເຂົ້າ ພໍ່ຈານບອກພວກປະຕິການສະເໝີວ່າ ພວກທ່ານຄືວ່າຊິມາໃຫ້ພວກເຮົາປະຕິບັດຕາມທ່ານ ແລະໂຕນໜີປະບ້ານເມືອງໄປຢູ່ກັບທ່ານໄດ້ຈັ່ງໃດ ແມ່ນແຕ່ເຂົ້າກໍຍັງມຂໍຊາວບ້ານກິນອີກຄືນໜຶ່ງພວກປະຕິການກໍມາບັງຄັບໃຫ້ປະຊາຊົນ ໄປໂຮມຢູ່ບ້ານພໍ່ເຖົ້າປ່ຽງຟາກດອນຕາເວັນຕົກແປະຝັ່ງຂະເໝນ ເຂົາບອກພໍ່ຈານໃຫ້ໃຊ້ກອງ ຫຼອນໄປຮຽກປະຊາຊົນມາໂຮມ ເພື່ອຮັບຟັງການການເຜີຍແຜ່ການເມືອງຂອງເຂົາ ແຕ່ ປະຊາຊົນມາບໍ່ຫຼາຍ ເຂົາກໍເວົ້າຂົ່ມຄູ່ພໍ່ຈານ ຫາວ່າພໍ່ຈານບໍ່ຈິງໃຈຕໍ່ພວກເຂົາ ພໍ່ຈານ ຕອບເຂົາໄປແບບຫິ້ນແບບຈິງວ່າ ຂອງພວກທ່ານຄົງຊິບໍ່ແມ່ນການເມືອງ ມັນຄວນຈະ ແມ່ນການປ່າ ເພາະການເມືອງມັນຕ້ອງຄົນໃນເມືອງເວົ້າ, ຫາກຄົນປ່າເວົ້າມັນກະຕ້ອງ ແມ່ນການປ່າ, ປະຊາຊົນເປັນຄົນໃນບ້ານ ໃນເມືອງເຂົາຄົງບໍ່ຢາກຟັງການປ່າ ຈຶ່ງບໍ່ມີໃຜ ມາ.

          ທຸກໆຄັ້ງປະຕິການເຂົ້າບ້ານ ວັນຕໍ່ມາກໍຈະເຫັນທະຫານອ້າຍນ້ອງ ມານອນຢູ່ບ້ານເພື່ອອະລັກຂະພໍ່ ເກືອບເດືອນຈຶ່ງກັບໄປ, ແລະທຸກໆຄັ້ງອ້າຍນ້ອງກັບໄປ ໃນຄືນ ນັ້ນໆ ປະຕິການກໍຈະເຂົ້າເຂົ້າບ້ານທຸກຄັ້ງສະເໝີໄປ, ໄລຍະຫຼັງໆການເຂົ້າມາບ້ານ ຂອງປະຕິການນັ້ນເກືອບບໍ່ມີຄົນລາວເລີຍ ຈະມີພວກແຂ້ວຫ້ຽນໆ ເວົ້າພາສາຄ້າຍພາ ສາຂະເໝນ ແບບພາສາຊົນຊາດ, ຕາມການບອກເລົ່າຂອງຜູ້ປະສົບເຫດການວ່າ ພວກເຂົາມາບອກໃຫ້ພໍ່ຈານນຳພາຊາວບ້ານໝົດຕາແສງນີ້ຫັນຫົວໃໝ່ພໍ່ຈານຕອບວ່າພວກ ທ່ານບໍ່ຈຳເປັນມາບອກຊາວບ້ານຫັນຫົວໃຫມ່ດອກ ຫາກພວກທ່ານຫັນແນວຄິດທ່ານໄດ້ ຊາວ ບ້ານກໍ່ຈະຫັນຫົວຕາມເອງດອກຕໍ່ຈາກນັ້ນພວກປະຕິການມີແຕ່ເວົ້າ ພາສາຂະ  ເໝນ ແບບຊົນຊາດ ພວກຂະເໝນທີ່ໂຕນມາຈາກໂປນປົດມາຢູ່ນຳພໍ່ຈານຫຼາຍຄົນ ເຂົາກໍເວົ້າແທນພໍ່ຈານໝົດ ໃນທີ່ສຸດພວກເຂົາກໍກັບໄປ, ຕົກຕອນແລງຂອງມື້ໃໝ່ ກໍເຫັນອ້າຍນ້ອງທະຫານມານອນທີ່ບ້ານຢູ່ເປັນເດືອນຈັ່ງກັບໄປ.

          ຄ່ຳຄືນຂອງວັນຕໍ່ມາກ່ອນພໍ່ຊິໜີໄປເມືອງນັ້ນ ເມື່ອອ້າຍນ້ອງກັບໄປແລ້ວ ຕົກຕອນເຊົ້າ ໔ ໂມງໃກ້ຊິແຈ້ງເອື້ອຍວັນສີ ຕື່ນແຕ່ເຊົ້າໄປໂມ້ແປ້ງຕາມປົກກະຕິ ກໍເລີຍເຫັນເຈັ້ຍຂາວຂຽນດ້ວຍມຶກສີແດງທີ່ໂຮງໂມ້ແປ້ງ ກໍເລີຍເອົາໄປໃຫ້ພໍ່ຈານເບິ່ງ ວັນນັ້ນພໍ່ຈານຫາຍໄປຫຼາຍວັນຈຶ່ງກັບມາ ເມື່ອພໍ່ຈານກັບມາແລ້ວກໍບໍ່ເຫັນພໍ່ຈານເວົ້າຫຍັງຂ້າ ມີແຕ່ຕອນແລງຂອງວັນທີ່ພໍ່ຈານກັບມານັ້ນ ປະຊາຊົນມາຕ້ອນຮັບການກັບມາຂອງພໍ່ຈານຫຼວງ ຫຼາຍພາຍມາກ ເມື່ອປະຊາຊົນກັບໄປໝົດ ຕອນຄ່ຳຄືນຂອງວັນນັ້ນມີແຕ່ການຈັດຕັ້ງ ແລະຄົນຮັກແພງຂອງພໍ່ຈານກໍມາໂຮມກັນທີ່ເຮືອນ ມີການລ້ຽງເຂົ້າສາມັກຄີ ກໍບໍ່ເຫັນພໍ່ເວົ້າຫຍັງກ່ຽວກັບການຈາກໄປຂອງເພິ່ນ ສູ່ພວກເຂົາຟັງ ເລື່ອງດັ່ງກ່າວຈຶ່ງເປັນປິດສະ ໜາ ແລະເປັນຄວາມລັບຕໍ່ປະຊາຊົນຈຳນວນຫຼາຍ, ແຕ່ກະບໍ່ມີໃຜຈະໄປຕິດໃຈເຣື່ອງນັ້ນ ເລີຍ ເພາະຄວາມຫວັງອັນສູງສົງ ແລະຍິ່ງໃຫຍ່ຂອງປະຊາຊົນ ກໍຄືບໍ່ໃຫ້ພໍ່ຈານເປັນຫຍັງ ໄປເທົ່ານັ້ນ.

          ກ່ຽວກັບເລື່ອງທີ່ພໍ່ຈານໄດ້ຈົດໝາຍສີແດງແລ້ວພໍ່ໄປໃສ ? ໄປທີ່ໃດ ? ໄປກັບໃຜ, ໄປຈັງໃດນັ້ນ, ຂ້າພະເຈົ້າໄດ້ຟັງຈາກຄົນອື່ນທີ່ກ່ຽວຂ້ອງກັບເລື່ອງດັ່ງກ່າວ ຫຼັງຈາກປີ ໑໙໘໑ ທີ່ພໍ່ເສັຍຊີວິດແລ້ວ, ຂ້ອຍເອງເຊື່ອວ່າແມ່ຕ້ອງຮູ້ເລື່ອງນີ້ຈາກພໍ່ແນ່ນອນແຕ່ແມ່ ກໍບໍ່ເວົ້າສູ່ລູກຟັງ ເພາະສະໄໝນັ້ນຄວາມລັບເປັນສິ່ງສຳຄັນສຸດ ແລະນິໄສຂອງພໍ່ ແລະແມ່ເອງກໍບໍ່ມັກຈະເລົ່າເລື່ອງໃດໆ ສູ່ລູກຟັງຢູ່ແລ້ວ ສິ່ງໂດຍສະເພາະແມ່ນເລື່ອງ ທີ່ ກໍ່ໃຫ້ເກີດຄວາມທຸກອົກທຸກໃຈຂອງລູກໆ ແຕ່ເທົ່າເລີຍໄດ້ຍິນພໍ່ມັກເວົ້າ ແມ່ນິທານທັມ ມະຫຼືນິທານອື່ນໆ ສ່ວນແມ່ກໍມັກຈະເວົ້າເລື່ອງພຸດທະປະຫວັດ ແລະວິທີການເຮັດ ກໍລະ ນີຂອງພໍ່ເອື້ອຍກໍຄົງຈະຮູ້ແນ່ ແຕ່ຄົງບໍ່ລະອຽດປານໃດ.

ທີ່ຂ້າພະເຈົ້າຮູ້ລະອຽດໃນເລື່ອງນີ້ນັ້ນ ແມ່ນໄດ້ຟັງຈາກຄົນທີ່ກ່ຽວຂ້ອງກັບເລື່ອງນີ້ ໓ ຄົນເວົ້າຄື ຄັ້ງທີ ໑ ອ້າຍເມືອງເວົ້າໃຫ້ຟັງ, ຄັ້ງທີສອງແມ່ນອ້າຍບຸນເຮືອນເວົ້າໃຫ້ຟັງ, ຄັ້ງທີ ໓ ແມ່ນນະບ່າວມີເວົ້າໃຫ້ຟັງ ແຕ່ລະຄົນລ້ວນແຕ່ເວົ້າເຫດການນັ້ນເໝືອນກັນທຸກຄົນ, ທັງ ໓ ຄົນນີ້ແມ່ນໄປດົງກະທຸງນຳພໍ່.

ວັນນໜຶ່ງຂອງເດືອນ ໕ ຫຼັງປີໃໝ່ ປີ ໑໙໘໑ ເປັນປີດຽວກັບພໍ່ຈານເສັຍຊີວິດນັ້ນ ຂ້ອຍກັບມາຢາມບ້ານວັນເສົາ, ອາທິດ ປີນັ້ນຂ້ອຍໄດ້ໄປຮຽນມັດທະຍົມທີ່ເມືອງແສນ ອາ ໄສພັກຮຽນນຳເຮືອນພີ່ນ້ອງ ຕອນບ່າຍຂອງວັນນັ້ນໄດ້ຢ່າງໄປຫຼິ້ນບ້ານໃຕ້ ເຫັນອ້າຍເມືອງນັ່ງສານກະບຸງຢູ່ກ້ອງຮົ່ມມ່ວງຫຼັງບ້ານຂອງລາວ ກໍເລີຍຍ່າງແວ່ເຂົ້າໄປຢາມລາວ ຖາມສະບາຍດີລາວ ແລະລາວກໍຖາມວ່າ ມາຢາມບ້ານບໍ ເປັນຈັ່ງໃດໄປຮຽນເມືອງແສນພັກຢູ່ກັບໃຜ ? ກໍຕອບວ່າພັກນຳພີ່ນ້ອງ, ລາວກໍຖາມຂ່າວຫາອ້າຍຂອງຂ້ອຍພ້ອມ ທີ່ບວດເປັນພະວ່າເພິ່ນຢູ່ໃສ ? ບອກອ້າຍເມືອງວ່າ ໄປສອນໜັງສືຢູ່ມັດທະຍົມສົງພານເຄົາ”.

ອ້າຍເມືອງຖາມຂ້ອຍວ່າ ນັນ, ເຈົ້າບໍ່ຟ້າວຕີ ນັ່ງຫຼິ້ນທະແມ໊ ຊິເວົ້າເຣື່ອງໜຶ່ງໃຫ້ຟັງ, ເຊິ່ງມັນກໍເປັນເລື່ອງສຳຄັນທີ່ເກີດຂຶ້ນກັບພໍ່ຈານ, ເຈົ້າຄືຊິຈື່ຕອນທີ່ພໍ່ຈານໄດ້ຈົດ   ໝາຍສິແດງນັ້ນ ວ່າມັນມີຫຍັງເກີດຂຶ້ນກັບພໍ່ຈານ”.

ຫຼັງຈາກນັ່ງລົງຂອນໄມ້ໄກ້ໆທາງຂ້າງຂອງອ້າຍເມືອງແລ້ວ ຂ້ອຍຖາມວ່າ ມັນມີ ເຣື່ອງຫຍັງທີ່ພິເສດໄປກວ່າຂ່າວວ່າພໍ່ຈານຖືກທ່ານກະປຸ່ມ ເຊີນຕົວໄປຂ້າຫັ້ນ”.

ອ້າຍເມືອງເວົ້າສຽງຄ່ອຍ ຄ້າຍໆກັບວ່າເລື່ອງດັ່ງກ່າວເປັນເລື່ອງລັບວ່າ ມັນ ແມ່ນຈິງດັ່ງເຂົາຊ່າຫັ້ນແລ້ວນັນເອີຍ, ແຕ່ເຣື່ອງເປັນຄຳສ່ັງຈາກຂັ້ນເທິງວ່າ ໃຫ້ຖືເປັນ ຄວາມລັບ ຈຶ່ງບໍ່ມີໃຜເວົ້າ, ອ້າຍເອງກະບໍ່ກ້າເວົ້າ ທັງໆທີ່ຢາກຈະເວົ້າໃຈຊິຂາດ, ແຕ່ກະ ບໍ່ກ້າເວົ້າອ້າຍລົດອຸກລົດອັ່ງ ຍິ່ງອ້າຍເຫັນພວກເຈົ້າ, ເຫັນໜ້າແມ່ເຖົ້າຄັ້ງໃດ ອ້າຍກະ ຍິ່ງທຸກໃຈບາດນີ້ ນ້ອງຄົງບໍ່ຮູ້ດອກວ່າ ການປິດບັງຄວາມລັບນີ້ມັນທຸກຂະໜາດໃດ ?”ອ້າຍຊິເວົ້າໃຫ້ນ້ອງຟັງເປັນຄົນທຳອິດເດີ, ຄັນອ້າຍຊິເວົ້າໃຫ້ແມ່ເຖົ້າຟັງກະບໍ່ກ້າ, ແນວວ່າພໍ່ຈານກໍສັ່ງໜັກສັ່ງໜາ ວ່າໃຫ້ປິດເປັນຄວາມລັບ ບາດນີ້ບ້ານເມືອງກະບໍ່ຄ່ອຍ ວຸ້ນ ວາຍແລ້ວ ພໍ່ຈານກະເສັຍຈາກພວກເຮົາແລ້ວ ຂ້ອຍຂໍເປີດຄວາມລັບນີ້ຕໍ່ເຈົ້າ ນັນເອີຍ ເຈົ້າຮູ້ບໍວ່າ ຄວາມລັບນີ້ເມື່ອມັນລັບມັນຍິ່ງທຸກ ອ້າຍເມືອງຢໍ້າຄໍາເດີມ, ອີກອັນໜຶ່ງ ຄັນ ອ້າຍບໍ່ເວົ້າ ປລພຜູ້ອື່ນບໍ່ເວົ້າ ຄວາມຈິງ ແລະຄວາມດີຂອງພໍ່ຈານມັນກໍຈະຕາຍ ກາຍ ເປັນຄວາມລັບຊົ່ວກັບຊົ່ວກັນໄປ ຫັ້ນລະຕິ”.

ຂ້ອຍກໍຖາມອ້າຍເມືອງວ່າ ມັນເປັນແບບໃດ ?” ອ້າຍເມືອງວາງກະບຸງ ທີ່ສານໄດ້ເຄິ່ງໜຶ່ງລົງໄວ້ກັບພື້ນ ແລ້ວກໍຮ້ອງຂຶ້ນໄປເທິງເຮືອນວ່າ ໄຂ່..ເອີຍໄຂ່ ເອົານຳ້ລົງມາເບິ໋ງ ອ້າຍເມືອງເອີ້ນລູກສາວລາວ ໃຫ້ເອົານໍ້າລົງມາ, ແລ້ວລາວກໍເວົ້າວ່າ ເຈົ້າຟັງແລ້ວ ຊິເວົ້າໃຫ້ໃຜຟັງກະເວົ້າ ມັນຄືຊິບໍ່ເປັນຄວາມລັບແລ້ວແຫຼ້ວ ເລື່ອງມັນກະຜ່ານມາຫຼາຍປີແລ້ວ, ເລື່ອງມັນກະເປັນຈັ່ງຊີ້ ນັນເອີຍ.

ຫຼັງຈາກພໍ່ຈານໄດ້ຮັບຈົດໝາຍສີແດງແລ້ວ ກໍມາຕົກລົງກັບຄະນະ ທີ່ຕາແສງ ກ່ອນໄປຕາແສງນັ້ນກະມີອ້າຍເອງ, ບຸນເຮືອນ ແລະບ່າວມີທອງແດງ, ທາງຕາແສງກໍຕົກລົງກັນວ່າ ບໍ່ໃຫ້ພໍຈານໄປເພາະຈະເກີດອັນຕະລາຍໄດ້ ຢ່າງໃດກໍຕາມທາງຄະນະຕາ ແສງ ກໍໄດ້ລົງຄວາມເຫັນກັນວ່າ ໃຫ້ພໍ່ຈານເອົາໜັງສືນີ້ໄປສະເໜີ ແລະຂໍຄວາມເຫັນ ທາງເມືອງມຸນ, ພໍ່ຈານກໍຕົກລົງໄປເມືອງມຸນ ເມື່ອພໍ່ຈານຢືນການຈະໄປເມືອງມຸນ ພວກເຮົາ ຄືບ່າວມີທອງແດງ, ບຸນເຮືອນ ແລະອ້າຍເອງກໍຂໍໄປນຳ ທີ່ຈິງພໍ່ຈານບໍ່ຢາກໃຫ້ ພວກເຮົາໄປ ແຕ່ບ່າວທອງແດງກໍເວົ້າວ່າ ບໍ່ໃຫ້ໄປຈັ່ງໄດ໋ ຄັນອ້າຍໄປໃສ ນ້ອງກະຊິໄປ ນຳອ້າຍ, ບ່າວມີທອງແດງເວົ້າຈັ່ງຊັ້ນ ບຸນເຮືອນ ແລະອ້າຍກໍເວົ້າຄືກັນຂໍໄປນໍາ, ໃນທີ່ສຸດພວກເຮົາກໍອອກເດີນທາງ ຈາກດອນພານເຄົາໂດຍໄປທາງເຮືອ ຂ້າມໃສ່ຫົວໂຂງ ພຣະໃຫຍ່, ຄັນຊິໄປທາງຝັ່ງກະຢ້ານຊິບໍ່ປອດໄຟ ເມື່ອໄປຮອດຫົວໂຂງພຣະໃຫຍ່ແລ້ວ ພໍ່ເຖົ້າຈານກໍໄປແວ່ເຮືອນພໍ່ເຖົ້າຄຳໄຕ ເພາະພໍ່ຈານຮູ້ຈັກກັບຄົນໃນເຮືອນນັ້ນ ແລ້ວກໍເຂົ້າໄປໄຫວ້ພຣະໃຫຍ່ຢູ່ສິມແລ້ວ ກໍໃຫ້ເຮືອນຍາມສົ່ງໃສ່ດອນສັນ, ໄປຮອດດອນສັນກໍພໍດີກິນເຂົ້າເພນທີ່ເຮືອນສ່ຽວພໍ່ຈານ ທີ່ຫາງດອນສັນແລ້ວຢ່າງໄປຫົວສັນ ແລ້ວກໍໃຫ້ເຮືອ ຍາມຂ້າມສົ່ງໃສ່ຫາງເມືອງມຸນຕົກແລງຈຶ່ງຮອດເມືອງມຸນ.

 ພໍ່ຈານກໍ່ໄດ້ເອົາຈົດໝາຍນັ້ນໄປສະເໜີເຈົ້າເມືອງ ແລະຄະນະກອງບັນຊາການ ທະຫານເມືອງຄົບຄະນະ ເມື່ອທາງຄະນະເມືອງໄດ້ປະຊຸມ ແລະປຶກສາກັນແລ້ວ ກໍມີ ຄວາມເຫັນເປັນສອງສຽງ ຄື ບໍ່ໃຫ້ໄປ ແລະສຸດແລ້ວແຕ່ພໍ່ຈານຕັດສິນໃຈເອງ, ໃນທີ່ສຸດພໍ່ ຈານກໍອອກຄວາມເຫັນໃນທີ່ປະຊຸມນັ້ນວ່າ ເມື່ອເຂົາຕ້ອງການເຮົາ ເຮົາກໍຈະໄປຫາກ ເຮົາບໍ່ໄປເຂົາກໍຈະມາ ແລະເຂົາກໍມາແລ້ວຕັ້ງ ໔ ຄັ້ງ”.

ເມື່ອຍິນພໍ່ເວົ້າຈັ່ງຊັ້ນ ທາງກອງປະຊຸມ ຈຶ່ງຕົກລົງໃຫ້ພໍ່ຈານໄປ ແຕ່ທາງເມືອງຈະ ແຕ່ງທະຫານໃຫ້ໄປນຳ ໒໕ ຄົນ, ໃນນັ້ນມີຫົວໜ້າກອງບັນຊາການທະຫານເມືອງ ຊື່ວ່າ ພັນເອກແສງຈັນເປັນຜູ້ຮັບຜິດຊອບການໄປຄັ້ງນີ້.

ຄວາມຈິງທະຫານນັ້ນ ພໍ່ຈານບໍ່ຢາກເອົາໄປ ເພາະພໍ່ຈານວິເຄາະວ່າ ຫາກມີ ທະຫານໄປຫຼາຍ ຢ້ານວ່າຝ່າຍປະຕິການກໍຈະເຂົ້າໃຈວ່າເຮົາໄປເຮັດເສີກກັບເຂົາແຕ່ທາງເມືອງກໍບອກວ່າ ຈຳເປັນເນື່ອງຈາກການເດີນທາງມັນລຳບາກ ແລະເປັນຜູ້ນຳ ທາງພໍ່ຈານເອງກໍໍບໍ່ມີໃຜຮູ້ຈັກຖິ່ນດີບໍ່ແມ່ນບໍ ? ແລະແລ້ວພໍ່ຈານກໍເຫັນດີ ແຕ່ທາງເມືອງ ກໍມີຄຳສັ່ງກັບນາຍພັນແສງຈັນວ່າໃຫ້ຫຼີກລຽງທີ່ສຸດບໍ່ໃຫ້ມີການປະທະກັນ”.

ອ້າຍເມືອງເມື່ອເວົ້າມາຮອດນີ້ ກໍຢຸດພັກຈັບເອົາຈອກນຳ້ມາດື່ມສອງສາມເອືອກ ໃນຂະນະນັ້ນ ຂ້ອຍກໍຖາມລາວວ່າ ອ້າຍກະໄດ້ໄປນຳເພິ່ນບໍ ?” ອ້າຍເມືອງເວົ້າທັງທີ່ມື ຍັງກຳຈອກວ່າ ທາງເມືອງສັ່ງໃຫ້ພວກເຮົາກັບ ພວກເຮົາບໍ່ກັບ ແລະຂໍໄປນຳພໍ່ຈານ ພໍ່ ຈານເອງກະບໍ່ໃຫ້ເຮົາ ແຕ່ບ່າວມີເປັນຕົວແທນພວກອ້າຍເວົ້າວ່າ ເປັນຕາຍຮ້າຍເຮົາ ຕ້ອງເປັນນຳກັນ”.

ເມື່ອຕົກລົງກັນຮຽບຮ້ອຍແລ້ວ ພວກເຮົາກໍອອກເດີນທາງມຸ້ງສູ່ສະຖານທີ່ນັດ ໝາຍ ໂດຍອອກທາງຫົວບ້ານສະພັງ ລັດຂ້າມຫວ້ຍບັງຂະໝວນໄປຈົນຕາເວັນຄ້າຍແລງ ປະມານ ໔ ໂທງແລງ, ກໍຮອດຊາຍປ່າບ່ອນນັດໝາຍໄວ້ໃນຈົດໝາຍ.

ມາຮອດຕອນນີ້ອ້າຍເມືອງ ຢຸດເວົ້າເອົາມືຄວາ ໃສ່ຖົງຢ່າມາພັນ, ຂ້ອຍກໍຖາມຕໍ່ ວ່າ ແລ້ວຄະນະຂອງພໍ່ຈານນອນທີ່ນັ້ນບໍ ?

ບໍ່ອ້າຍເມືອງຕອບທັງໆ ທີ່ປາກຄາບໃບຕອງ ແລ້ວມີສອງຂ້າງຈົກລ້ວງເຂົ້າໄປ ໃນຫໍ່ຖົງຢາງບິເອົາຢາກ້ອນໜຽວອອກມາພັນກັບໃບຕອງ, ປາກກໍເລົ່າຕໍ່ ນີແລ້ວສຳຄັນ ນັນເອີຍ, ໃນຂະນະທີ່ພວກເຮົາຢ່າງໄປນັ້ນ ພວກທະຫານຢ່າງກ່ອນຈຸໜຶ່ງ ແລະຢ່າງຫຼັງ ຈຸໜຶ່ງ ພໍ່ຈານກັບພວກເຮົາຢ່າງກາງ ທາງຫົວໜ້າແສງຈັນ ກໍບອກວ່າ ຈະຢຸດເຊົາທີ່ນັ້ນ ເຊິ່ງສະຖານທີ່ນັ້ນກໍແມ່ນກົກບົກ ໃນກົກບົກກົກນັ້ນ ກໍມີແພສີແດງໝາຍໄວ້ ຕາມຈົດ ໝາຍຂຽນໄວ້ແທ້ ແຕ່ບໍ່ເຫັນຄົນຢູ່ກ່ອນເລີຍແມ່ນແຕ່ຄົນໜຶ່ງ ອ້າຍນຶກໃນໃຈວ່າ ຄັນໄປ ຮອດກົກບົກຊິນອນ ເຊົາມີແຮງຈັກບຶກຈັນແມ່ນຊາດມັນເມື່ອຍ, ສ່ວນບໍ່ຈານບໍ່ເຄີຍຈົ່ມ ເມື່ອຍ ຫຼືຈົ່ມຢ້ານເລີຍ, ຄວາມຈິງອ້າຍເດີນທາງກະບໍ່ແມ່ນວ່າຊິເມື່ອຍງ່າຍຂະໜາດນີ້ ສົງໄສມັນຕື່ນເຕັ້ນ ແລະຢ້ານກົວ ຈຶ່ງເຮັດໃຫ້ເມື່ອງ່າຍປານຜູ້ເຖົ້າ.

ອ້າຍເມືອງເວົ້າຮອດນີ້ ຂ້ອຍກໍເອີ່ຍຕັດຄວາມລາວວ່າ ຕອນນັ້ນ ເປັນຈ່ັງໃດຫົວ ໃຈອ້າຍ”.

ອ້າຍເມືອງສະໝາດຄໍແລ້ວເວົ້າວ່າ ຄວາມຈິງອ້າຍກໍບໍ່ຂີ້ຂ່າຕາຂາວດອກ ແຕ່ວ່າ ເມື່ອຢ່າງໄປ ຢ່າງໄປ ໃຈມັນສັ່ນໄຫວແບບໃດແບບໜຶ່ງນີ້ແລ້ວ”.

ແລ້ວເປັນຈັ່ງໃດຕໍ່ຂ້ອຍຖາມອ້າຍເມືອງເລົ່າຕໍ່ ອ້າຍເມືອງກໍເລົ່າຕໍ່ມັນບໍ່ເປັນ ຈັ່ງຫວັງນັນເອີຍ, ພໍແຕ່ໜ່ວຍທະຫານທີ່ໄປກ່ອນນັ້ນ ຍັງບໍ່ທັນເຖິງກົກບົກຊໍ້າ ສຽງປືນ ນັດແຮກ ກໍດັງຂຶ້ນຊ້ອນກັນມາ ປັງໆໆໆ”, ຈາກຊາຍປ່າມາທາງພວກເຮົາ.

ອ້າຍກະວ່າຊິໂດດໄປກອດພໍ່ຈານໃຫ້ໝູບລົງ ບໍ່ທັນຊຳ້ລູກປືນຈຳນວນໜຶ່ງມັນ ສຸມ ມາໃສກົກແກ ບ່ອນຂ້ອຍຢູ່ປະມານສອກ ຂ້ອຍກໍໝູບລົງຫົວຄັນນາ ງວກໄປທາງຫຼັງ ເຫັນ ບ່າວມີນອນຫງາຍລົງຂ້າງຫົວຄັນນາ ແລ້ວບອກໝູບຢູ່ຫັ້ນແລ້ວ, ສ່ວນບຸນເຮືອນ ເອົາ ປືນອາກາກ່າຍໃສ່ກະໂພນ ສຸມລູກປືນເຂົ້າໃສ່ຊາຍປ່າຢ່າງເມົາມັນ, ພໍ່ຈານຍັງບໍ່ທັນໄດ້ ໝູບລົງຊຳ້ ຢ່າງໄປກ້ອຍໆ ພໍ່ຈານໄດ້ໄປຮ້ອງບອກບຸນເຮືອນວ່າ ບຸນເຮືອນເຊົາຍິງບຸນ ເຮືອນກໍເຊົາຍິງ, ແລ້ວກໍຮ້ອງມາບອກພວກເຮົາວ່າ ຈົ່ງໝູບລົງຈຸພື້ນດິນ ຢ່າເຄື່ອນໄຫວ ເດັດຂາດພໍ່ຈານເວົ້າແລ້ວກໍຄານອອກໄປຈົນໄປຮອດໂພນ *********ງຈາກພວກເຮົາປະມານ ໑໕ ແມັດແປະຊາຍປ່າພຸ້ນ ແຕ່ສຽງປືນທັງສອງຝ່າຍຍັງສຸມ*********ກະສູນໃສ່ກັນຈົນບໍ່ຈັກຊິ ນັບ.

ເວລາປະທະກັນແກ່ຍາວໄປປະມານ ໒໕ ຕອນນັ້ນທັງທະຫານສັດຕູ ແລະທະ ຫານພວກເຮົາສົນລະວົນກັນຢ່າງໃຫຍ່ ຈັກໃຜເປັນໃຜ ທັນໃດນັ້ນສຽງປືນປະທະກັນກໍສະ ຫງົບລົງພ້ອມບາດ ເໝືອນກັບບໍ່ມີຫຍັງເກີດຂຶ້ນຫຼັງຈາກ ທ່ານແສງຈັນຮ້ອງອອກໄປ ໓-໔ ຄັ້ງວ່າ ພວກເຮົາແມ່ນຂະບວນທະຫານເມືອງມຸນ ມາສົ່ງພໍ່ຈານ”. 

ສະພາບການທຸກຢ່າງແມ່ນມິດງຽບເໝືອນກັບບ້ານຮ້າງ ບໍ່ມີແມ່ນກະທັງສຽງ ຈາມສຽງໄອ, ສຽງຈາມ.

(ຍັງມີຕໍ່-)

ກໍຈຳເປັນເມື່ອໄປເຖິງສະຖານທີ່ບ່ອນນັດໝາຍໄວ້ມີການປະທະກັນ ລະຫວ່າງອ້າຍນ້ອງກັບພວກປະຕິການ ຕາມການບອກເລົ່າ ໃນຂະນະນັ້ນພໍ່ໄດ້ແຕ່ໝູບໃສ່ຫົວຄັນ ນາ ບໍ່ເອົາປືນອອກມາຍີງເລີຍ ພໍດີທະຫານປະຕິການຄົນ ໜື່ງ ແລ່ນມາໝູບຢູ່ຂຸມດຽວກັນກັບພໍ່ ພໍ່ກໍ່ໄດ້ບອກທະຫານນ້ອຍວ່າ ຖ້າເຈົ້າ ບໍ່ຍິງປືນ ເຂົາກໍ່ບໍ່ຍິງເຈົ້າ ຖ້າເຈົ້າຍີງປືນ ເຂົາກໍ່ຍີງເຈົ້າ ຜູ້ຖືອາວຸດຍ່ອມມີສັດຕູ ຖ້າບໍ່ຢາກມີສັດຕູກໍ່ຢ່າຖືປືນພໍດີຫົວໜ້າທະຫານອ້າຍນ້ອງ ກໍ່ຮ້ອງບອກໄປ ວ່າ ຄະນະຂອງພໍ່ຈາຣຍ໌ ພວກທະຫານປະຕິການຈື່ງເຊົາຍີງ, ແລ້ວພວກເຂົາກໍ່ ມານຳເອົາພໍ່ຈາຣຍ໌ແລະຄະນະເຂົ້າໄປໃນດົງ ຕາມເສັ້ນທາງທີ່ຄົດລ້ຽວໂດຍບໍ່ ຮູ້ວ່າໄປໃສ.

 

          ທະຫານປະຕິການໄດ້ນຳຄະນະຂອງພໍ່ຈາຣຍ໌ 3 ຄົນ, ເຂົ້າໄປໃນດົງ ເລີກ ພໍ່ພະຍາຍາມເວົ້າທຸກຢ່າງໃຫ້ຄະນະປະຕິການຟັງ ໂດຍພະຍາຍາມເວົ້າ ເຖີງ ການຂົນຂວາຍປຸກລຸກໃຫ້ອ້າຍພວກປະຕິການຈຳແນກໄດ້ເຖີງມິດເຖີງ ສັດຕູ ສະແດງແນວທາງອັນຖືກຕ້ອງຂອງພັກຂອງລັດ ເທົ່າທີ່ສັງເກດໄດ້ ກໍ່ຄື ທະຫານປະຕິການພວກນັ້ນ ບໍ່ມີໃຜປະຕິເສດ ຫຼື ຄັດຄ້ານຫຍັງ ທຸກຄົນໄດ້ ແຕ່ມິດງຽບໄປຕະຫຼອດທາງທີ່ຄົດລ້ຽວນັ້ນ, ແຕ່ທາງຄະນະຜູ້ໄປນຳສັງເກດ ເຫັນວ່າ ທະຫານປະຕິການໃຊ້ຄຳ ສຸພາບທີ່ສຸດກັບພໍ່ຈາຣຍ໌ ທຸກຄັ້ງທີ່ເວົ້າ ອອກມາມີແຕ່ ໂດຍໆຕະຫຼອດທາງ, ເມື່ອໄປໃກ້ສະຖານທີ່ນັດພົບແລ້ວ ທະຫານປະຕິການຢືນສອງຂ້າງທາງເປັນຍ່ານໆ ຈະໃຊ້ການຍົກມືໄຫ້ວພໍ່ ຈາຣຍ໌ແທນການໃຊ້ການຄຳນັບແບບທະຫານ, ຈາກຈຸດນີ້ ພໍ່ຈາຣຍ໌ບໍ່ໄດ້ເວົ້າ ຈາຫຍັງເລີຍ ໄດ້ແຕ່ຢ່າງມິດງຽບແບບສຸຂຸມ ຍົກມືຂວາຮັບການໄຫ້ວຈາກທະ ຫານປະຕິການເປັນໄລຍະໆ ຈາກຈຸດທີ່ນັດພົບທະຫານປະຕິການສອງຂ້າງ ທາງເປັນຍ່ານໆນັ້ນ ກວ່າຈະໄປເຖີງສະຖານທີ່ຕ້ອນຮັບປະມານ 2 ກິໂລ ແມັດ, ເມື່ອໄປຮອດສະຖານທີ່ແລ້ວ ເຫັນສະຖານທີ່ກ້ວາງຂວາງ ທະຫານປະ  ຕິການຢືນລຽນກັນເປັນແຖວກຸ່ມໃຫຍ່. ອ້ອມຮອບເປັນວົງຄາດວ່າ ມີປະມານ ພັນກວ່າຄົນ ເມື່ອເຫັນເປັນເຊັ່ນນັ້ນ ຜູ້ໄປນຳພໍ່ຈາຣຍ໌ຄົນທີ່ເລົ່າເລື່ອງໃຫ້ຟັງ ນີ້ ເກີດອາການຕົກໃຈ ແຕ່ໃນໃນໄດ້ແຕ່ຕັ້ງທ້າຍປືນວາງລົງບ່າ ປາຍປືນປີ່ນຂື້ນ ເທີງຟ້າ ມືນ່ຽວໄກປືນໄວ້ຄິດໃນໃຈພຽງແຕ່ວ່າ ຖ້າເຫດການບໍ່ດີນັ້ນຈະເກີດ ຂື້ນ ຕ້ອງນ່ຽວໄກປືນໄວ້ໃຫ້ໄດ້ຫຼາຍເທົ້າທີ່ຈະຫຼາຍໄດ້ພໍໃກ້ຈະເຖີງສະຖານ ທີ່ເທົ່າໃດ ທະຫານປະຕິການຜັດປ່ຽນກັນອອກມາຕ້ອນຮັບເພື່ອເດີນນຳໜ້າ ຊຸດລະ 4 ຄົນ ໄປເລື້ອຍໆ ຈົນເຂົ້າໄປໃກ້ຈະເຖີງແຖວສຸດທ້າຍ ກ່ອນຈະເຂົ້າ ເຖີງທ່ານກະປຸມນັ້ນ ທະຫານຊັ້ນຫົວໜ້າປະມານ 8 ຄົນຢືນລຽນກັນເປັນ ແຖວເພື່ອຕ້ອນຮັບ ແລ້ວທຳການຄຳນັບແບບທະຫານ ແລ້ວຊີ້ທາງໃຫ້ເດີນ ເຂົ້າໄປ ທ່າມກາງແຖວທະຫານທີ່ລຽນແຖວທັງສອງທາງ ປີ່ນໜ້າເຂົ້າຫາກັນ ຖືປືນປີ່ນປາຍຂື້ນເທີງຟ້າ ທ່າມກາງທາງຍ່າງປູດ້ວຍຫຍ້າຄາສີ່ໄພວາງປູ ເລ່ືອນກັນໄປ ຕະຫຼອດທາງເດີນ,ຜູ້ເລົ່າບອກວ່າ ຕອນເຂົ້າໄປທຳອິດໃຈສັ່ນ ຢ້ານຈົນບອກບໍ່ຖືກ ແຕ່ເມື່ອເຫັນພໍ່ຈາຣຍ໌ຍ່າງເຂົ້າໄປຍ່າງທະນົງອົງອາດ ກໍ່ ເຮັດໃຫ້ມີໃຈກ້າຫານຂື້ນ, ຫຼຽວໄປທາງຫນ້າເຫັນນາຍທະຫານຄົນໜື່ງຢືນມື ຄັດຫຼັງປີ່ນໜ້າໄປທາງອື່ນຫຼຽວເຫັນແຕ່ຫຼັງ ສັງເກດເຫັນທະຫານສອງຝາກ ທາງເດີນຫຼັງຈາກຄະນະ ພໍ່ຈາຣຍ໌ເຂົ້າໄປເຖີງຖານຂອງທ່ານກະປຸມແລ້ວ ພໍ່ ຈາຣຍ໌ກໍ່ຢຸດຢືນຢ່າງບໍ່ປາກ ງວກໜ້າໄປທາງຫຼັງເຫັນທະຫານເລົ່ານັ້ນ ໝອບ ເອົາຫົວແປະພື້ນ ຮ້ອງຮຽກຊື່ພໍ່ຈາຣຍຸໆ ຕິດຕໍ່ກັນແຊວໆ ທ່ານກະປຸມຍັງປີ່ນ ຫຼັງມາຫາຢູ່ ພໍ່ຈາຣຍ໌ກໍ່ບໍ່ເວົ້າຫຍັງ ຢືນເສີຍຢູ່ຢ່າງນັ້ນ ຫຼຽວເຫັນທະຫານທັງ ຫຼາຍທ່ີຢືນອ້ອມຖານນັ້ນ ຕ່າງກໍ່ນັ່ງຢ໋ອງຢໍ້ລົງພ້ອມກັນ ພ້ອມທັງຍົກມືໄຫ້ວ ເປັນແຖວ ຜູ້ເລົ່າໄດ້ສັງເກດເບີ່ງບ່ອນທີ່ທາ່ນກະປຸມຢືນຢູ່ນັ້ນ ແມ່ນເຫົ້ງາຕົ້ນ ບົກ ມີລວງກ້ວາງປະມານໜ້າຕັກ 3 ແມັດກຳລັງຕັດໃໝ່ໆ ຂະໜາດໂຕ໋ະກໍ່ ແມ່ນຕັດເອົາໄມ້ບົກມາເຮັດໂຕ໋ະໜ້າຕັກປະມານ 1ແມັດ 50 ແລ້ວ, ມີຕັ່ງເຮັດ ດ້ວຍງ່າບົກ 2 ໜ່ວຍ, ໃນທີ່ສຸດທ່ານກະປຸມໄດ້ກ່າວກັບພໍ່ຈາຣຍ໌ໂດຍຢັ້ງຢືນຢູ່ ທ່າເດີມວ່າ ນີ້ບໍ່ຈາຣຍ໌ ຄືສັງມາເກັ່ງແທ້ພໍ່ຈາຣຍ໌ຕອບວ່າ ບໍ່ຮູ້ວ່າເກັ່ງພຽງ ໃດ ກໍ່ລອງຫັນໄປເບີ່ງລູກນ້ອງຂອງທ່ານຕີເມື່ອເວົ້າສຸດແລ້ວ ທ່ານກະປຸມກໍ່ ງວກໜ້າມາຫາພໍ່ ແລ້ວກໍ່ອຸທານຂື້ນວ່າ ໂອຍ ! ສົມມະມົວຂ້າຄົນດີຖີ້ມ ແລັວກໍ່ຈົກປືນສັ້ນອອກຈາກພົກອອກຈາກພັກ ແລ້ວໂຍນລົງໜ້າໂຕ໋ະ ແລ້ວ ເຊີນພໍ່ຈາຣຍ໌ຂື້ນໄປນັ່ງທີ່ຕັ່ງ ພໍ່ກໍຂື້ນໄປນັ່ງຕາມຄຳເຊີນ ແລ້ວທ່ານກະປຸມກໍ່ ເວົ້າຕໍ່ໄປວ່າ ເຮົາສັງຄົນໄປຂ້າທ່ານຫຼາຍຄັ້ງ ແຕ່ບໍ່ສຳເລົດຈັກຄັ້ງເມື່ອພໍ່ຂື້ນ ໄປນັ່ງກະຕັ່ງແລ້ວ ທ່ານກະປຸມກໍ່ຍົກມືໄຫ້ວພໍ່ຈາຣຍ໌ ພໍ່ຈາຣຍ໌ກໍ່ຍົກມືໄຫ້ວ ຕາມທຳນຽມ ແລະແລ້ວທ່ານກະປຸມກໍ່ສັ່ງໃຫ້ທະຫານຖອຍຫຼັງກັບໄປ 10 ແມັດ, ແລ້ວທັງສອງກໍ່ໂອ້ລົມກັນໂດຍບໍ່ມີໃຜໄດ້ຍິນວ່າທັງສອງເວົ້າຫຍັງເລີຍ ເຫັນແຕ່ທ່ານກະປຸມຈົກເອກະສານອອກຈາກກະເປົ໋າໃຫ້ພໍ່ຈາຣຍ໌ເບີ່ງ ທັງ ສອງລົມກັນໄປປະມານ 1 ຊົ່ວໂມງ, ແລະແລ້ວພວກເຮົາກໍ່ກ່າວອຳລາກັນ.

          ຂາກັບພວກເຂົາກໍ່ໄດ້ສົ່ງຄະນະຈອງພໍ່ຈາຣຍ໌ ຈົນເຖີງສະຖານທີ່ເລີ່ມ ມາ ແລ້ວພໍ່ຈາຣຍ໌ກໍ່ກັບໄປຍັງເມືອງມຸນ ຫຼັງຈາກພໍ່ຈາຣຍ໌ກັບເມືອຮອດບ້ານ  ໂດຍສະຫວັດດີພາບ ເຫດການຕໍ່ມາກໍປາກົດເຫັນປະຕິການໂຕນກັບມາຮ່ວມ ການປະຕິວັດເລື້ອຍໆ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

(ຕໍ່ຈາກຕອນທີ ໑)

- ການຊ່າລືວ່າ ພໍ່ຈານໄດ້ຖືກທ່ານກະປຸ່ມເຊິ່ງເປັນຫົວໜ້າປະຕິການຕໍ່ຕ້ານລະບອບໃໝ່ ເຊິ່ງມີຖານທັບຢູ່ດົງກະທຸງ ສາຍເຊລຳເພົານັ້ນ, ເນື່ອງຈາກເຂົາເຫັນ ວ່າຈົດໝາຍສີແດງ ເຊີນພໍ່ຈານເຊັ່ນນັ້ນ ມັນເປັນຈົດໝາຍເຊີນໄປຕາຍ, ປະຊາຊົນໄດ້ກ່າວເຖິງ ແລະວິເຄາະວິຈານເຖິງຈົດໝາຍສີແດງນັ້ນ ກໍຍິງເຮັດໃຫ້ປະຊາ ຊົນທີ່ເຄົາຣົບໃນຕົວພໍ່ຈານ ເຈັບແຄ້ນແໜ້ນໃຈ ທັງວິຕົກກັງວົນ ໂຈທະນາກັນໄປຕ່າງໆນານາ ບາງຄົນສະແດງອອກທາງຄວາມເປັນຫວ່າງ, ບາງຄົນສະແດງ, ອອກທາງຢ້ານກົວ, ບາງຄົນສະແດງອອກທາງການເສັຍອົກເສັຍໃຈ, ບາງຜ່ອງກໍສີໂຕນ, ບາງຄົນກໍວ່າພໍ່ຈານ, ບ່າວຈານ, ພໍ່ເຖົ້າຈານບໍ່ຍ້າຊິໄປຕາມຄຳພວກ ມັນເລີຍ, ທັງໆທີ່ຮູ້ວ່າຈົດໝາຍສີແດງ ມັນແມ່ນຈົດໝາຍເລືອດ ຈົດໝາຍອັນຕະລາຍ ພໍ່ຈານເອງ ກໍຮູ້ຢູ່ແລ້ວວ່າ "ຈົດໝາຍສີແດງ ມັນມີແຕ່ຈົດໝາຍຮຽກໄປ ຂ້າຖິ້ມ".

- ຊາວດອນໃຕ້ ດອນຕຳ່ຜູ້ເປັນໝູ່ດ ເປັນສ່ຽວເຫີຍເກີຍຮັກ ທັງໆທີ່ຢູ່ໃນເຂດເມືອງໂຂງ ຕ່າງກໍພາຍເຮືອຂ້າມດອນມາຫຼາຍດອນ ມາຖາມຂ່າວຖາມຄາວພໍ່ ຈານ ແລະມາອົບອຸ່ນຈິດໃຈຄອບຄົວຂອງຂ້ອຍ, ຜູ້ທີ່ມາກໍບໍ່ແມ່ນມາລ້າ ຍັງຫິ້ວຫັບຂອງຕ້ອນມາພ້ອມ, ທັງໄຫປາແດກ, ໄຫປາເຄັມ, ໄຫປາສົ້ມ, ປາຢ້າງ, ປາຕາກ, ກະທໍຢາຕິດໄມ້ຕິດມືມາພ້ອມ, ບາງຄົນກໍມານອນຟັງຂ່າວຄາວການກັບມາຂອງພໍ່ຈານຫຼາຍວັນ.

- ທີ່ເຮືອນຂອງຂ້ອຍຕະຫຼອດໄລຍະທີ່ພໍ່ຈາກໄປນັ້ນມັນຊ່າງປຽບເໝືອນງານບຸນ ຫຼືງານສົບທີ່ມີຄົນຄັບຄາໜ້າແໜ້ນ ມາສະແດງຄວາມໄມຕີ ອາໄລ ດ້ວຍຄວາມໂສກເສົ້າເສັຍໃຈ, ຕ່າງແຕ່ວ່າຜູ້ຈາກໄປຈັກຊິເປັນຕາຍຮ້າຍດີແນວໃດ ? ເພາະບໍ່ຮູ້ຂ່າວຄາວຫຍັງເລີຍ ມັນຊິຮູ້ຂ່າວຄາວໄດ້ຈັ່ງໃດ ໃນເມື່ອຕອນປົດ ປ່ອຍໃໝ່ນັ້ນ ທຸກຢ່າງໃໝ່ໝົດ, ເມືອງມຸນກັບດອນຂະເໝົາມັນໄກກັນໄລຍະທາງຕັ້ງ ໕໐-໖໐ ກິໂລແມັດ ການໄປກໍແມ່ນໄປທາງເຮືອເທົ່ານັ້ນ, ເຮືອກໍແມ່ນເຮືອພາຍ ຫຼືແຈ້ວເອົາ ເຮືອຈັກເຮືອລານ ມີແຕ່ຈັກ ແຕ່ເຮືອ ແຕ່ບໍ່ມີນຳ້ມັນໃສ່ ການໄປການມາແມ່ນຄາວມື້ ຄັນແມ່ມີອັນຕິດຂັດແນ່ກະຕ້ອງໄດ້ ນອນຄືນ ໄປທາງລົດກະມີແຕ່ລົດຖີບ ລົດຈັກກະມີ ຢູ່ເມືອງແສນ ແຕ່ບໍ່ມີນຳ້ມັນໃສ່ ເຖິງມີໃສ່ກະບໍ່ມີໃຜກ້າເດີນທາງທາງຝັ່ງຕາເວັນອອກ ເພາະມັນຍາມບ້ານ ແຕກສະແຫຼກຂາດ ການເຄືອນໄຫວ້ຂອງສັດຕູກໍແມ່ນກຳລັງຮ້ອນແຮງ ບໍ່ມີໃຜກ້າເດີນທາງຄົນດຽວແນ່ນອນ ເຖິງມີຣົດໂດຍສານແລ່ນຈາກເມືອງໂຂງ ຮອດປາກເຊ ຈະໄປເມືອງມຸນກໍຜ່ານທາງນັ້ນ ແຕ່ຈະໄປຕາມໃຈ ກະບໍ່ໄດ້ ເພາະລົດເຂົາຈະອອກ ໒-໓ ວັນຕໍ່ຖ້ຽວມບາງຖ້ຽວກະນອນຄ້າງຄືນ ເພາະຖະໜົນມັນຍາກ ເປັນຂຸມເປັນບໍ່ໃນປາງສົງຄາມ ຫຼືມີເຮືອອີຊຸຊູ ແລ່ນກໍແລ່ນຂະເໝົາ-ປາກເຊຂອງບ່າວແຮດ ແລະລູງວັນທອງ ກ ໒ ວັນຕໍ່ທ້ຽວ, ອີກອັນໜຶ່ງການຈາກໄປຂອງພໍ່ຈານ ກະບໍ່ຮູ້ວ່າໄປໃສກັນແທ້ ອາໄສແຕ່ຂ່າວລືວ່າ ພໍ່ຈານໂຕນ, ພໍ່ຈານຕາຍ ບາງຂ່າວດີແນ່ ກໍວ່າພໍ່ຈານໄປລີ້ຢູ່ກອງພັນ ທີ ໒໐ ພຸ້ນ ຂ່າວບາງຂ່າວຄົງສ້າງຄວາມເຈັບແສບໃຈ ແລະທຸກໃຈແກ່ຂ້ອຍ ແມ່ຂ້ອຍ ແລະຊາວບ້ານສົມຄວນ ແຕ່ສິ່ງໜຶ່ງທີ່ຂ້ອຍເຫັນ ກໍຄືແມ່ບໍ່ມີຄວາມເຫັນຫຍັງ ໝົດກັບເລື່ອງນີ້ ມີແຕ່ບອກວ່າເອົາແຕ່ບຸນແຕ່ກັມ ເຫັນແຕ່ເພີ່ນເຮັດເຝີ ແລະຕອນເຊົ້າຕອນເພນ ເຮັດຈັ່ງຫັນວັນເພນບໍ່ໄດ້ຂາດ ຍາມແຂກມາ ເພີ່ນກະຕ້ອນ ຮັບຂັບສູ່ ດ້ວຍເຄື່ອງກິນຂອງຕ້ອນ ດ້ວຍຄວາມເອື້ອອາທອນຕາມແບບສະບັບຂອງເພີ່ນ, ຄັນຄົນຖາມວ່າ ພໍ່ຈານໄປໃສ ? ເພີ່ນຕອບແຕ່ຄຳດຽວວ່າ ໄປວຽກ ແລະໄປລາຍງານທາງເມືອງ.

- ຄວາມເປັນຫວ່າງເປັນໄຍຕໍ່ການຈາກໄປ ຢ່າງສົງໄສເຕັມໄປດ້ວຍຂ່າວລືນັ້ນ ໄດ້ຢືດເຍື້ອຍາວນານຫຼາຍວັນແລ້ວ ປະຊາຊົນຊາວບ້ານ ຜູ້ທີ່ລໍຮັບຂ່າວ ຮ້າຍຫຼືດີ ກໍເໝື່ອຍລ້າ ແລະອົກສັ່ນຂວັນແຂນແມ່ນກະທັງ ພໍ່ເຖົ້າຄູນ ເຊິ່ງເປັນພີ່ນ້ອງໃກ້ສິດຂອງພວກເຮົາ ລາວເປັນຄົນຂາເປັ້ຍເປັນລ່ອຍ ຢ່າງໄປໃສມາໃສບໍ່ໄດ້ ທັງ ກິນ ທັງຖ່າຍ ນັ່ງອາບກໍຍັງນັ່ງກັບທີ່ ເຊິ່ງຕລອດໄລຍະທີ່ຂ້ອຍຮູ້ຄວາມມາ ບໍ່ເຄີຍເຫັນລາວລົງຮອດເຮືອນແມ່ແຕ່ຄັ້ງດຽວ ຂ້ອຍເອງກໍນັບວ່າເປັນຜູ້ຕິດພັນ ນຳພໍ່ເຖົ້າຄູນເປັນພິເສດ ເພາະພໍ່ ແມ່ມັກຈະພາໄປຢາມເຮືອນລາວ ແຕ່ງອາຫານການກິນຮ່ວມກັນ ປີລະຫຼາຍຄັ້ງຕອນຍັງນ້ອຍ, ບາດໃຫຍ່ຂຶ້ນໄປໄດ້ມາໄດ້ ເອງຄັນເຖິງຍາມລ້ຽງຄວາຍ ຫຼືຍາມວ່າງໆ ບໍ່ໄດ້ຮຽນມັກຈະຫຼອຍໄປຟັງລາວເວົ້າເຣື່ອງຕ່າງໆ ທັງຕຳຫຼັບຕຳລາ ນິທານ ຜຽາ ມັກຟັງອີກເຣື່ອງໜຶ່ງກະແມ່ນ ເລື່ອງທຳນາຍເຫດການບ້ານເມືອງ ທີ່ເຂົາຮຽກວ່າໜັງສືທັມນາຍ ພໍ່ເຖົ້າຄູນ ເຖິງວ່າເພິ່ນເປັນເປັ້ຍເສັຍແອວ ແມ່ນແຕ່ນັ່ງ ກະຍັງນັ່ງບໍ່ໄດ້ ມີແຕ່ເອົາໄມ້ທີ່ເຮັດ ເປັນເກັດແລ້ວເອົາໝອນເທິ້ງນອນຢູ່ກັບທີ່ໝູນຢູ່ຢ່າງນັ້ນ ເຂົາບອກວ່າຢູ່ໃນກັບໄມ້ທີ່ລາວນອນທັບຢູ່ນັ້ນ ມັນແມ່ນສົມບັດອັນມີຄ່າ ແລະໜັງສືຕຳລາຕ່າງໆ ພໍ່ເຖົ້າມີຄວາມຮູ້ເວົ້າໃຫ້ຄົນອື່ນໆ ແລະຄົນອື່ນມາປຶກສາລາວນັ້ນ ແມ່ນລາວໄດ້ຄວາມຮູ້ໃນແກັດໄມ້ລາວນັ້ນ ແຕ່ພໍ່ເຖົ້າຄູນເປັນຄົນບໍ່ເສັຍອົງຄະທາງມັນສະ ໝອງເລີຍ ຜົນງານທີ່ລາວເຮັດອອກມາບໍ່ມີໃຜດູຖູກໄດ້ ເຊັ່ນ ເອົາຫວຍມາສານເປັນຫັບ ເປັນຫີບ, ເຮັດໝວກໃບລານ ແລະໃບຕານທີ່ມີການອອກແບບພິ ເສດບໍ່ຊຳ້ແບບບູຮານ,ເອົາຂອງເສດເຫຼືອ ເຊັ່ນກາບກ້ວຍມາສານເຮັດກະເປົ໋າໃສ່ເງິນ ເຫຼົ່ານີ້ເປັນຕົ້ນ ນອກນັ້ນຍັງຮັບສານແຫ່, ຝູງແຫ, ເຮັດຄ້າວມອງ ສິ່ງທີ່ເຮັດໃຫ້ພໍ່ເຖົ້າຄູນມີຄົນຮູ້ຈັກແມ່ນເຮັດກີ່ກະຕຸກ ເຊິ່ງກ່ອນປົດປ່ອຍນັ້ນ ຄຳວ່າກີ່ກະຕຸກນີ້ ແມ່ນບໍ່ມີໃຜ ເວົ້າເຖິງພໍ່ເຖົ້າຄູນເຮັດຂາຍປານແທນຳ້ເທທ່າ ແລະນັບແຕ່ຂ້ອຍຮູ້ຄວາມມານັ້ນ ໃຜຊິຕາຍຮ້າຍດີຫຍັງກະຕາມ ພໍ່ເຖົ້າຄູນບໍ່ເຄີຍໄປງານໃດ ? ແຕ່ເມື່ອຍິນຂ່າວວ່າ ພໍ່ໄປເມືອງມຸນຕາມຈົດໝາຍສີແດງເຊີນ ນັ້ນພໍ່ເຖົ້າຄູນເຖິງກັບໃຫ້ລູກຫຼານເກັ່ຍລົງເຮືອໄປເຮືອນຂອງຂ້ອຍ ເພື່ອໄປອົບອຸ່ນ ແລະຖາມຂ່າວຄາວພພໍ່ແມ່ຂອງຂ້ອຍ ພໍ່ເຖົ້າຄູນໄດ້ເວົ້າກັບແມ່ຂ້ອຍວ່າ :

"ປູ່ ເອີຍໃຫ້ເຈົ້າໃຈເຢັນໆດີຫຼານ ລູງເຊື່ອວ່າຈານຄຣູບໍ່ມີໃຜເຮັດຫຍັງລາວໄດ້ດອກ ລູງເຊື່ອຈັ່ງຊັ້ນ ແລະຈານຄຣູມີຄວາມສະຫຼອດພໍ ທີ່ຈະຕ້ານທານກັບໄຟ ອັນຕະລາຍຄັ້ງນີ້ໄດ້" ແລ້ວພໍ່ເຖົ້າຄູນກໍຫັນໜ້າໄປເວົ້າກັບ ພະນັກງານຂົນຂວາຍ ແລະທະຫານທີ່ມາຈາກເມືອງວ່າ "ຄົນດີນີ້ຜີບໍ່ຂ້າ ມ້າບໍ່ຢຽບດອກ ຟັງເບິ່ງ ໂລດພວກລູກຫຼານຟັງເບິ່ງໂລດ" ກ່ອນຈະກັບພໍ່ເຖົ້າຄູນໄດ້ເອີ້ນແມ່ ແລະພີ່ນ້ອງຂອງຂ້ອຍມານັ່ງໂຮມກັນ ລວມທັງອ້າຍຂ້ອຍສອງຄົນ ຄົນໜຶ່ງໄປບວດເປັນ ພຣະຢູ່ດອນຖານ ອີກຄົນໜຶ່ງໄປບວດເປັນເນນຢູ່ເມືອງແສນ ແລະໄປຮຽນຢູ່ນຳພຣະອາຈານໃຫຍ່ບຸນທອງ ວິປະໄຊຍ໌(ຊາໂງນ) ທີ່ວັດກາງ ເມືອງໂຂງ ເຊິ່ງເພີ່ນພ້ອມກັບໝູ່ເພີ່ນໄດ້ມາລໍຟັງຂ່າວພໍ່ນັ້ນ ພໍ່ເຖົ້າຄູນໄດ້ເວົ້າໃຫ້ກຳລັງໃຈ ແລະອຸ່ນໃຈ "ພວກລູກໆຫຼານຢ່າເປັນຫ່ວງມັນຊິອຸກ ແລະທຸກໃຈລ້າ",

- ນັ້ນແມ່ນຄຳເວົ້າພໍ່ເຖົ້າຄູນ ທີ່ເວົ້ານຳພວກເຮົາ ຂ້າພະເຈົ້າສັງເກດເຫັນວ່າ ແມ່ຂອງຂ້າພະເຈົ້າ ບໍ່ສະແດງຄວາມຕົກໃຈແມ່ນແຕ່ໜ້ອຍດຽວ ບໍ່ວ່າວັນນີ້ ກໍຄືວັນທີ່ພໍ່ຈາກໄປ ໂດຍສະເພາະສີໜ້າ ແລະນຳ້ຕາຂອງແມ່ບໍ່ໄດ້ສະແດງໃຫ້ພວເຮົາເຫັນແມ່ນແຕ່ໜ້ອຍດຽວ ບໍ່ເວົ້າເຖິງສຽງດ່າ ສຽງດ່າ ສຽງຈົ່ມ ແມ່ກໍໄດ້ ແຕ່ເວົ້າກັບພໍ່ເຖົ້າຄູນວ່າ "ພໍ່ຈານນັ້ນ(ແມ່ຂ້ອຍຮຽກພໍ່ກະຮຽກພໍ່ຈານ ກັບພໍ່ເດັກນ້ອຍ ສອງຄຳນີ້ຕະຫຼອດຊີວິດເພີ່ນ ຫາກເວລາຮຽກພໍ່ເຊິ່ງໜ້າ ເພີ່ນຈະໃຊ້ຄຳວ່າ "ພໍ່" ຄຳດຽວ) ເປັນເໝືອນເທບພະດາໃນໃຈຫຼານ ດ້ວຍເຫດນັ້ນ ເພີ່ນຈະຄຸ້ມຄອງພວກເຮົາ ແລະຢູຸ່ໃນໃຈເຮົາ ຫຼາຍຮູ້ສຶກໃນໃຈສະເໝີມາ ວ່າ ເພີ່ນຈະເປັນຜູ້ຊະນະມານ", ຂ້ອຍຍິນຄຳນີ້ຈົນຊິນແລ້ວ ທີ່ແມ່ກ່າວເຖິງພໍ່ໃນຊີວິດປະຈຳວັນຂອງເພີ່ນ ເມື່ອຂ້ອຍຟັງຄຳນີ້ ກັບຄຳພໍ່ເຖົ້າຄູນ ຜະສົມກັບ ລັກສະນະເດັດດຽວ ເດັດຂາດຂອງແມ່ແລ້ວ ຂ້ອຍບໍ່ມີຄວາມສະຖົກສະທ້ານໃຈແມ່ນແຕ່ໜ້ອຍດຽວເລີຍ ກັບມີພະລັງໃຈເພີ່ມຂຶ້ນອີກ, ເພາະຂ້ອຍເຊື່ອແມ່ ຂ້ອຍ ຍິ່ງພໍ່ເຖົ້າຄູນມາເວົ້າຈັ່ງຊັ້ນ ຂ້ອຍຍິ່ງເຊື່ອເພີ່ມຂຶ້ນຮ້ອຍເທົ່າພັນເທົ່າ, ເຫດໃດຂ້ອຍຈຶ່ງເຊື່ອພໍ່ເຖົ້າຄູນ ເພາະຄຳເວົ້າຫຼາຍຄຳທີ່ເຄີຍຍິນແມ່ນ ເປັນຈິງໝົດ ແລະຂ້ອຍຈະນິຍົມກັບສິ່ງທີ່ລາວຜລິດອອກມານັ້ນມັນແປກຊາວບ້ານເຂົາ ລາວເວົ້າໃນສິ່ງທີ່ຄົນບໍ່ເວົ້າ ລາວເຮັດໃນສິ່ງທີ່ຄົນບໍ່ເຮັດ ແຕ່ກັບໄດ້ຜົນ ອັນໜຶ່ງ ທີ່ຂ້ອຍເຊື່ອໄດ້ ຄື ລາວເວົ້າໃຫ້ນາຍທະຫານໃນລະບອບເກົ່າ ທີ່ມາປະກາຍທີ່ຄ້າຍຫາງດອນຄົນໜຶ່ງຟັງ ຂ້ອຍໄດ້ຍິນໄດ້ຍິນເຕັມຫູວ່າ ໂກໂລແນນເອີຍ ເຈົ້າຊິເຮັດຫຍັງກະເຮັດ ໃນອີກ ໒ ເດືອນຂ້າງໜ້ານີ້ ອ້າຍນ້ອງຊິມາ, ເພີ່ນເວົ້າວ່າ ໒ ເດືອນ ກໍຖືກຕ້ອງແທ້ໆ ເພາະວັນທີ ໒ ທັນວາ ມີການປົດປ່ອຍພວກ ທະຫານແຕກນີ້ກະຈັດກະຈາຍ.

-  ເຖິງປານນັ້ນ ກໍສົງໄສກັບຄຳເວົ້າຄຳໜຶ່ງ ທີ່ພໍ່ເຖົ້າຄູນຫັນໄປເວົ້າກັບອື່ນ ແລະພະນັກງານທະຫານຄົນໜຶ່ງ ທີ່ມາໃນເຮືອນນັ້ນວ່າ "ພໍ່ເຖົ້າຮູ້ຈັກຈານຄຣູດີ, ຮູ້ຈັກຄວາມຄິດຂອງລາວ ຈານຄຣູຈັກຕ້ອງປະເຊີນໜ້າກັບທ່ານກະປຸ່ມແນ່ນອນ, ເພາະມີຄຳເຊີນເຊັ່ນນີ້ ຈານຄຣູຕ້ອງໄປຫາເຂົາ ໃຜຫ້າມກະບໍ່ຟັງ ເຊື່ອໂລດ, ເພາະຈານຄຣູເປັນຄົນເຮັດແທ້ທຳຈິງ, ບໍ່ເປັນຄົນຂີ້ຂ້າຕາຂາວ ແລະເປັນຄົນທີ່ປະເຊີນໜ້າກັບຄວາມຈິງ ເປີດເຜີຍຄວາມຈິງຕະຫຼອດມາ ເວົ້າແລ້ວຕ້ອງທຳ ບໍ່ແມ່ນນິໄສຄົນດື້ດຶງ ແຕ່ເປັນຄົນຖືສັດຈະກັບເຫດຜົນສະເໝີກັນ, ພວກທ່ານຈົ່ງຈື່ໄວ້ວ່າ ຈານຄຣູໄປຄັ້ງນີ້ ແມ່ນໄປເພື່ອໝົດທຸກຄົນ ແລະເພື່ອຊາດອີກ ທາງໜຶ່ງ".

- ພວກພະນັກງານ ແລະປະຊາຊົນຈຳນວນໜຶ່ງ ທີ່ນັ່ງຟັງພໍ່ເຖົ້າເວົ້າໄດ້ແຕ່ນັ່ງງຽບຟັງພໍ່ເຖົ້າເວົ້າ ຂ້ອຍເອງ ຟັງຟັງຄຳນີ້ ກໍໄດ້ແຕ່ສົງໃສ ໃນຄວາມໝາຍອັນ ແທ້ຈິງຂອງພໍ່ເຖົ້າ ແຕ່ບໍ່ມີຄຳຕົກໃຈເໝືອນເດີມ ເພາະພໍ່ເຖົ້າເວົ້າຢ່າງອົງອາດກ້າຫານ.

- ຕລອດໄລຍະຫຼາຍວັນ ທີ່ມີແຂກ ໄປໄທມາບໍ່ຂາດສາຍແມ່ຂ້ອຍໄດ້ຢຸດເຊົາເຮັດເສັ້ນເຝີລົງຊົ່ວຄາວຕັ້ງແຕ່ວັນ ທີສອງທີ່ພໍ່ຈາກໄປ ແຕ່ພວກເພີ່ນ ພ້ອມເອື້ອຍ ພວກຂະເໝນທີ່ໂຕນມາຢູ່ນຳ ພ້ອມກັບສະມາຄົນແມ່ຍິງບ້ານ ແລະສະມາຄົມຊາວໜຸ່ມໄດ້ແບ່ງໜ້າທີ່ກັນ ຜູ້ຊາຍລົງຫາປາ ຜູ້ຍິງແຕ່ງຢູ່ຄົວກິນລ້ຽງແຂກ ຢູ່ເຖິງເຮືອນແນ່ ແລະເດີ່ນຫຼັງບ້ານຮາວກັບວ່າ ຊາວແມ່ນຄົວເຮັດອາຫານຍາມບຸນໃຫຍ່ໆ ແມ່ຂ້ອຍໄດ້ເຮັດອາຫານລ້ຽງແຂກທີ່ມາຢ້ຽມຢາມຖາມຂ່າວ ຕະຫຼອດໄລຍະຫຼາຍວັນຢ່າງບໍ່ຂາດຕົກບົກຜ່ອງ, ຂ້ອຍຍັງຈື່ປະເພດອາຫານທີ່ແມ່ຂ້ອຍເຮັດ ໃນຄາວນັ້ນຢູ່ພໍລາງໆ ເຊັນ ຕົ້ມເຄັມໝູ, ຕົ້ມຂໍ່ໝູ, ຕົ້ມຕົ້ມເຄັມ ປາສະດີປາພອນ ແລະຕົ້ມໝູຕະໂລ້ ເຊິ່ງເປັນເມນູເດັດ ທີ່ແມ່ມັກ, ອັນຕົ້ນຄໍ່ໝູນີ້ ແມ່ນເພິ່ນມັກເຮັດຍາມບຸນປີໃໝ່ ເຮັດໝໍ້ບັກໃຫຍ່ ພ້ອມທັງຫຸງເຂົ້າຈ້າວໄວ້ ພ້ອມ ແຂກໄປໄທມາທ່ຽວປີໃໝ່ ເພີ່ນຮຽກເຂົາມາກິນຕລອດ ໓ ວັນ, ໃນວັນທີ່ລໍຟັງຂ່າວພໍ່​ນີ້ ແມ່ກະເຮັດແບບນັ້ນ ເຊັ່ນກັນ ຄືຕົ້ມຂໍ່ ແກງກະລີ່ ພ້ອມທັງຫູງ ເຂົ້າໄວ້ ແຂກມາຢາມບໍ່ວ່າຍາມໃດ ໄດ້ກິນເຂົ້າທັນໃຈ, ນອກຈາກນັ້ນເພິ່ນຍັງເຮັດຂອງຫວານອີກ ຄືຂອງຫວານທີ່ເພີ່ນມັກສຸດ ຄືກະທິໝາກຕານສຸກ ເຊິ່ງບໍ່ມີ ໃຜເຮັດກິນເລີຍ ເພາະມັນເຮັດຍາກ ແມ່ນອອກໄປນອກທົ່ງໄປເອົາໝາກຕານສຸກມາປອກເປືອກແລ້ວຄັ້ນເອົານຳ້ມັນມາປະໄວ້ຈົນແຄ້ນກ້າມເໝືອນເຂົ້າປາດ ແລະເອົາເຂົາກະທິມາຜະສົມໃສ່ກັບນຳ້ຕານ ເປັນຂອງຫວານທີ່ຄົນນິຍົມກິນບໍ່ຢອກ ບາງວັນເພີ່ນກະເຮັດແບບຂະໜົມໝາກຕານເຊັ່ນກັນ ແຕ່ວ່າເອົາ ໝາກຕານສຸກມາຄັ້ນເອົານຳ້ມັນແລ້ວໄປຜະສົມກັບແປ້ງ ແລ້ວກໍຕັກນຳ້ໄປໃສ່ບລ໊ອກນ້ອຍໆ ແລ້ວກໍໜຶ້ງຈົນມັນສຸກ ແລ້ວກໍເອົາໝາກພ້າວອ່ອນມາຂູດ ໂຮຍໃສ່ ຂະໜົມແບບນີ້ຄົນກະກິນບໍ່ແມ່ນຢອກ, ຂ້ອຍເອງໄດ້ກິນອາຫານພວກນີ້ທຸກໆວັນ ກ່ອນຈະໄປໂຮງຮຽນ ຢູ່ໂພນຈຳປາ ພ້ອມທັງຫໍ່ໄປກິນເພນ ພ້ອມ, ຄົນອື່ນກໍອິ່ມໜຳສຳລານທຸກຄົນ.

ຕະຫຼອດຫຼາຍວັນຜ່ານໄປ ຄົນທີ່ມາຖາມຂ່າວຄາວກໍໜ້ອຍລົງແນ່ແມ່ກໍລົດຈຳນວນອາຫານລົງ ນັບແຕ່ພໍ່ຈາກໄປນັ້ນ ຂ້ອຍເອງກະບໍ່ເຄີຍຂາດໂຮງແມ່ນ ແຕ່ຄັ້ງດຽວ ເວັ້ນເສັຍແຕ່ວັນພະຫັດແລະວັນອາທິດ ເຊິ່ງເປັນວັນພັກຮຽນ (ສະໄໝປົດປ່ອຍໃໝ່ ເຂົາພັກວັນພະເຫັດ ຄືພັກກາງອາທິດ, ວັນເສົາບໍ່ພັກ ແຕ່ມາພັກວັນອາທິດ ເປັນວັນພັດທ້າຍອາທິດ) ວັນນັ້ນຂ້ອຍກັບມາແຕ່ໂຮງຮຽນ ເຫັນຄົນເຕັມເດີ່ນບ້ານ ກາງຖະໜົນນັບແຕ່ເຮືອນພໍ່ເຖົ້າພາ ເດີ່ນເຮືອນລູງໜູ ຈົນຮອດເດີນເຮືອນຂອງຂ້ອຍ ເລີຍໄປເດີ່ນເຮືອນໃຕ້ເຮືອນຂ້ອຍອີກສອງສາມຫຼັງເຮືອນ ຈັກວ່າຄົນມາແຕ່ໃສແໜນສະໜັດທີບ ທັງທະຫານ ແລະປະຊາຊົນຢືນເປັນແຖວ, ພໍແຕ່ເຫຼືອດເຫັນຄົນຫຼາຍເຊັ່ນນັ້ນ ຫົວໃຈຕົກວູບລົງຢ່າງບອກບໍ່ຖືກ ຂາສອງຂາຈັກວ່າມັນແລ່ນໄດ້ຈັ່ງໃດ ມືໜຶ່ງດຶງແຂນໝູ່ຜູ້ຍິງຄົນໜຶ່ງ ອີກມືໜຶ່ງກວັດສອດແຂນໄປຕາມຫວ່າງກົ້ນຄົນໃຫຍ່ຈຳນວນຫຼາຍ ຫົວໃຈໄດ້ແຕ່ນຶກວ່າໜຳ່ໆວ່າ "ສາທຸເດີ ຂໍໃຫ້ເປັນຂ່າວດີ".

- ຄົນຈຳນວນທັງຫຼາຍເລົ່ານັ້ນເຫັນຂ້ອຍ ເຂົາກໍພ້ອມກັນຮ້ອງວ່າ "ເດ...ບັກນັນມາແລ້ວ ຫຼີກທາງມັນແນ່, ຂ້ອຍດິງແຂນຄົນໜຶ່ງເລັດລອດຜ່ານຝູງຊົນເຂົ້າໄປ ດ້ວຍຄວາມຢາກຊາ ມືໜຶ່ງດຶງແຂນອີກຄົນໜຶ່ງ ທັງລົ້ມຕະພູບຕະພາບ ຜ່ານກົ້ນຝູງຊົນເຂົ້າໄປ ຈົນຮອດແດນຮົ້ວເຮືອນມາແລ້ວ ຂ້ອຍກໍປະມືຄົນທີ່ດຶງມານຳ ນັ້ນນັ່ງລົງນັ່ງລົງຢ່າງໝົດອາໄລຕາຍຢາກ ເອົາແລ້ວກໍວາແຂນທັງສອງ ໂອບກອດຍິງທີ່ດຶງແຂນມານັ້ນໄວ້ຢ່າງແໜ້ນ ແລ້ວກໍ ປ່ອຍຄວາມອຸກອັ່ງທັ່ງທວງ ທີ່ມັນເກີດຂຶ້ນຈົນແໜ້ນໜ້າເອີກເມື່ອບໍ່ເທົ່າໃດນາທີຜ່ານມານັ້ນໃຫ້ມັນສວ່າງຫາຍອອກໄປ ພ້ອມທັງອຸທານອອກມາແຮງໆວ່າ "ພໍ່ເຮົາບໍ່ຕາຍແລ້ວນອງ" ເມື່ອມຽງມອງຂຶ້ນໄປເທິງຊານເກີຍໜ້າເຮືອນຂອງຂ້ອຍນັ້ນ ເຫັນແຕ່ພໍ່ເອົານຳ້ມົນໃຈກະອຸບນຳ້ມົນພຣະທອງ ທີ່ມີຮູບພະຕິດຢູ່ອ້ອມຮອບ ນັ້ນມັນແມ່ນ ຂັນນຳ້ມົນຂອງພໍ່ທີ່ເພີ່ນເຮັດປະໄຫວ້ຽໜ້າຮ້ານພຣະຂອງເພິ່ນມາຫົດຝູງຊົນທີ່ມາລໍຕອນຮັບເພິ່ນ ໃຜໆ ກໍຜັດປ່ຽນກັນເຂົ້າໄປຮັບນຳ້ມົນຢ່າງສົດຊື່ນ ໃນ ແຂນຂອງພໍ່ ເຕັມແຕ່ຝ້າຍສີຂາວຕັ້ງແຕ່ມືຈົນຮອດສອກທັງສອງຂ້າງ ຂ້ອຍຍັງກອກຍິງຄົນນັ້ນຢ່າງແໜ້ນ ຈົນວ່າຫົວໃຈສວ່າງເຊົາຈາກອາການແໜ້ນເອິກ ລົດແນ່ແລ້ວ ຈົ່ມຄ່ອຍໆອອກວ່າ ສະບາຍແລ້ວບາດນີ້ນ້ອງຫຼີນ, ດີແລ້ວນ້ອງ ພໍ່ເຮົາກັບຄືນມາດ້ວຍຄວາມປອດໄພແລ້ວ, ແລ້ວງວາກໜ້າ ມືນຕາມາເບິ່ງຄົນ ທີ່ກອດຢູ່ ຂ້ອຍຈົນກັບຕ້ອງຜະຫວາອີກຄັ້ງໜຶ່ງ ເພາະຍິງທີ່ຂ້ອຍກອດນັ້ນແມ່ນນາງໄພພະນາ ໝູ່ຂອງຂ້ອຍທີ່ຢູ່ບ້ານດຽວກັນ ເຂົາຄົນນີ້ ເປັນໝູ່ທີຮັກ ແພງກັນ, ກິນເຂົ້າເພນທີ່ໂຮງຮຽນຊຸ້ມດຽວກັນ ແລະເປັນນັກຮຽນແຂ່ງຂັນທີ່ຍາດເອົາ ທີ່ໜຶ່ງ​ຂອງກັນແລະກັນ ຜັດປ່ຽນໄປທຸກໆເດືອນນັ້ນເອງ, ບາດຫາຍຕື່ນຕົກໃຈແລ້ວ ຈຶ່ງກ່າວຄຳວ່າ "ຂໍໂທດໄພພະນາ ຂ້ອຍນຶກວ່າອີ່ຫຼີນນ້ອງຂອງຂ້ອຍຊັ້ນດອກ" ໄພພະນາໄດ້ແຕ່ອາຍ ດີແຕ່ອົດສາເວົ້າອອກມາ ວ່າ "ກະຕາມເທີະ".

- ຢູ່ເທິງຊານນັ້ນ ເຫັນພໍ່ສະໝິງ ທີ່ເປັນຫົວໜ້າກອງທະຫານກອງພັນທີ ໒໐ ຍືນຄຽງຂ້າງ ແມ່ແລະຍ່າລານັ່ບຖະໝອບຮຽງກັນຢູ່ປາກປະຕູ ຕໍ່ໄປມີເອື້ອຍ, ນ້ອງ ແລະພີ່ນ້ອງໃກ້ຊິດຈຳນວນໜຶ່ງ ສ່ວນປະຊາຊົນ ແລະທະຫານຢູ່ທາງກ້ອງລ່າງໄດ້ແຕ່ຜັດປ່ຽນກັນມາຮັບນຳ້ມົນ ຫຼັງຈາກຫົດນຳ້ມົນໝົດແລ້ວ ພໍ່ກໍໄດ້ ເວົ້າກັບຝູງຊົນນັ້ນບໍ່ຍາວປານໃດ ປະມານ ໒-໓ ປະໂຫຍກ ຈື່ໄດ້ແນ່ບໍ່ໄດ້ແນ່ ຈັ່ງຊີ້.

- "ພີ່ນ້ອງທັງຫຼາຍ ພວກພີ່ນ້ອງມາວັນນີ້ ຈົ່ງມີແຕ່ຄວາມຈະເຣີນ ແລະພ້ອມກັນສູ້ຕ້ານທານກັບໄພມານ ແລະສິ່ງຮຸກຮານໃຈ ແລະກາຍເທີ້ນ, ພວກເຮົາ ຈົ່ງພ້ອມກັນອອກແຮງຕໍ່ສູ້ກັບຄວາມຍາກຈົນດ້ວຍການດຸໝັ່ນ ອົດທົນ​ເທີ້ນ, ພໍ່ເຊື່ອສະເໝີມາວ່າ ຄົນເຮົາເມື່ອປະກອບການງານອັນເປັນດີ ທຸກຢ່າງມັນກະ ເປັນມຸງຄຸນ ພວກເຮົາຈົ່ງຢຶດໝັ້ນໃນຄວາມດີເທີ້ນ........" ຕອນທ້າຍກໍມີຄຳຂອບໃຈສັ້ນໆ ວ່າ "ຂໍຂອບໃຈ ທີ່ເປັນຫວ່າງ...."

- ສິ້ນສຽງເວົ້າຂອງພໍ່ ຄົນທັງຫຼາຍບໍ່ຮູ້ວ່າໃຜເປັນຫົວໜ້າ ພ້ອມກັນຮ້ອງອອກເປັນສຽງດຽວກັນວ່າ "ໝັ້ນຍືນໆໆໆໆໆໆ" ຂ້ອຍກໍຮ້ອງກັບເຂົາ ຄືກັນ, ຮ້ອງສອງສາມຄວາມ ກໍຟ້າວແລ່ນຂຶ້ນໄປເທິງເຮືອນ ທາງຂັ້ນໃດຫຼັງບ້ານ ແລ່ນຂຶ້ນໄປເທິງເຮືອນຕໍ່ໜ້າພໍ່ແລ້ວ ກໍຂາບລົງຕໍ່ໜ້າພໍ່ ໑ ຄັ້ງກົ້ມຢູ່ຢ່າງນັ້ນ ຕາມທຳນຽມ ທີ່ຄອບຄົວເຮົາເຄີຍປະຕິບັດມາ.

- ວັນນັ້ນ, ຕາເວັນຕົກລົງດິນໄວຂະໜາດ ຝູງຊົນກັບບ້ານໃຜບ້ານລາວ ບາງພວກຍ່າງລົງໃຕ້, ບາງພວກຢ່າງຂຶ້ນເໜືອ, ບາງພວກຢ່າງລັດທົ່ງ ແລະບາງພວກ ຢ່າງລົງເຮືອພາຍຂຶ້ນ ພາຍລອງ ພາຍຂ້າມຟາກໄປ ເຮັດໃຫ້ເດີ່ນບ້ານ ໕-໖ ຫຼັງຄາເຮືອນກວ້າງຂວາງຂຶ້ນຕາມເດີມ ຍັງເຫຼືອແຕ່ພະນັກງານ ແລະພີ່ນ້ອງໃກ້ຊິດ ຮ່ວມເຂົ້າແລງ ສຽງສົນທະຍາພາທີລະຫວ່າງກັນ ກໍເລີ່ມຫົວຂໍ້ໃໝ່ ຈັກແມ່ນໃຜເວົ້າຫຍັງຕໍ່ຫຍັງ ຂ້ອຍກະບໍ່ສົນໃຈເລີຍ.

- ເຫດການທີ່ພໍ່ຈາກໄປ ໕-໖ ວັນນັ້ນ ເພິ່ນໄປໃສ, ໄປເຮັດຫຍັງ ? ໄປຈັ່ງໃດ ? ໄປຫາໃຜ ? ຂ້ອຍບໍ່ຮູ້ຂໍມູນຫຍັງເລີຍ ຕັ້ງນັ່ງລໍຟັງຜູ້ໃຫຍ່ສົນທະນາເລື່ອງນີ້ ກໍບໍ່ມີໃຜເວົ້າ ມີແຕ່ສຽງຫົວ ແລະເວົ້າຈາກັນເລື່ອງອື່ນຈົນຂ້ອຍຢາກນອນ ແລ້ວກໍເຂົ້ານອນ ຕື່ນຂຶ້ນມາຕອນເດີກລຸກໄປກິນນຳ້ ເຫັນພໍ່ກັບພໍ່ເຖົ້າຈານຄຣູໜູ ເຊິ່ງເປັນຜູ້ເຖົ້າ ທີ່ໃຜໆກໍເຄົາຣົບອີກທ່ານໜຶ່ງ ພໍ່ເອງກໍເຄົາຣົບເພີ່ນ ເພາະໄລຍະຜ່ານມາ ບໍ່ກໍມັກຈະໄປປຶກສາພໍ່ເຖົ້າຈານນີ້ສະເໝີ ທັງສອງນອນຮຽງກັນ ຢູ່ແຈເຮືອນດ້ານເໜືອ ຕໍ່ມາແມ່ນພໍ່ສະໝິງ ແລະພະນັກງານຈຳນວນໜຶ່່ງ ສ່ວນທະຫານນອນຕະລ່າງ, ເອື້ອຍ ແລະພີ່ນ້ອງຄົນອື່ນນອນຫ້ອງຂອງເພີ່ນຢູ່ ເຮືອນນ້ອຍ, ສ່ວນນ້ອງຂ້ອຍ ແມ່ຂ້ອຍນອນໃນເຮືອນ ກາງຄືນມິດສຽງຄົນ ມີແຕ່ສຽງແມງກາງຄືນສົ່ງສຽງແຊວໆ ເໝືອນມັນຍິນດີປິດາກັບການກັບມາ ຂອງພໍ່ຈານຄັ້ງນີ້.

- ຕອນແລງຂອງວັນໃໝ່ ທຸກຄົນຕື່ນແຕ່ເຊົ້າເຫັນແຕ່ທະຫານ ບາງຄົນຜັດປືນ, ບາງຄົນມ້ຽນຂອງ, ບາງຄົນລົງອາບນຳ້ຢ່າງສະບາຍ ແລະພໍ່ຂ້ອຍ, ພໍ່ຈານຄຣູໜູ, ພໍ່ສະໝິງຈັກໄປໃສ, ຕາເວັນສວຍ ໗ ໂມງແລ້ວ ຫຼັງຈາກອາບນຳ້ປັ້ນເຂົ້າ ເອົາກະຕິບເຂົ້າພ້ອມຫໍ່ອາຫານທີ່ແມ່ກຽມໄວ້ພາຍໃສ່ບ່າຂ້າຊ້າຍ ເອົາຖົມປື້ມພາຍໃສ່ບ່າຂ້າງຂວາ ມຸ້ງໜ້າໄປໂຮງຮຽນໂພນຈຳປາພ້ອມກັບໝູ່ທັງຫຼາຍ ສ່ວນນ້ອງສາວສອງຄົນຮຽນ ປໍ ໒ ກັບ ປໍ ໓ ກໍອອກໄປໂຮງຮຽນ ຫາງຂະເໝົາ, ຕອນໄປຕອນກັບເຫັນຄົນທັງຫຼາຍເວົ້າເຖິງເລື່ອງພໍ່ດ້ວຍຄວາມຍິ້ມແຍ້ມ ບາງຄົນກໍຮ້ອງມາເວົ້ານຳວ່າ "ພໍ່ຈານກັບມາກູດີໃຈແທ້ເດີນິນ" ຄົນຈະ ເວົ້ານຳຂ້ອຍທັງຕອນໄປ ແລະຕອນກັບ, ຕອນແລງຈຶ່ງກັບມາຈາກໂຮງຮຽນ ເຮືອນງຽບສະຫງັດ ປະຕູໜ້າເຮືອນປິດ ຜູ້ຄົນຢູ່ເຮືອນອື່ນລົງທ່າລົງລທ່ົງ ຕາມໜ້າທີ່ຂອງໃຜລາວ ຂ້ອຍແລ່ນຂຶ້ນຂັ້ນໃດເຮືອນ ເຫັນເອື້ອຍກຳລັງລ້າງຜັກ ແລະແມ່ກຳລັງຄົວກິນ ສ່ວນພໍ່ຈັກໄປຢູ່ໃສ ຂ້ອຍຖາມວ່າ "ບໍ່ເດແມ໊ະ" ພໍ່ພັກຜ່ອນ ຄ່ອຍຢ່າງພໍ່ຊິຕື່ນ ເອື້ອຍຮ້ອງບອກວ່າ "ມ້ຽນຂອງແລ້ວໄປເອົາເຕົ້ານຳ້ທີ່ໂຕ໊ະພໍ່ມາໃຫ້ແນ່ ເອື້ອຍຊິຮ່າຍນຳ້" ຂ້ອຍມ້ຽນຖົງແລ້ວ ກໍຄ່ອຍຍ່າງຍອງໆ ຫຍຸມຕີນໄປເຮືອນໃຫຍ່ດ້ວຍຄວາມລະມັດລະວັງ ພ້ອມທັງຫຼຽວເບິ່ງພໍ່ນຳ ຢ້ານເພີ່ນຕື່ນ ເພາະເຫັນພໍ່ນອນຫງາຍຢູ່ເໝືອນຫຼັບຕາ.

- ຂະນະທີ່ຂ້ອຍກຳລັງຢອງຄ່ອຍໆໄປນັ້ນ ກໍໄດ້ຍິນສຽງສະໝາດຄໍ ພ້ອມທັງຫົວຄ່ອຍໆອອກມາຈາກລຳຄໍ ຕາມເພີ່ນເຄີຍເຫັນພໍ່ມືນຕາຢູ່, ປົກກະຕິພໍ່ ຫາກຢູໃນເຮືອນ ເພີ່ນຈະເວົ້ານ້ອຍ ມີແຕ່ອ່ານກັບຂຽນ ຄັນເພີ່ນຢາກເວົ້ານຳໃຜ ເພີ່ນຈະຢ່າງໄປເວົ້ານຳຄົນນັ້ນ ໒-໓ ຄວາມແລ້ວກະແລ້ວ, ຫາກເພີ່ນ ບັນຫາຈັກຕ້ອງເວົ້າ ກໍຈະຮຽກບາງຄົນ ຫຼືໝົດທຸກຄົນມານັ່ງເປັນກິດຈະລັກສະນະແລ້ວເວົ້າເຣື່ອງເພີ່ນຢາກເວົ້ານັ້ນໝົດເຣື່ອງແລ້ວ ກໍແລ້ວ ບໍ່ມັກເວົ້າ ເຣື່ອງຫີີ້ຼນ ຫຼືເລື່ອງໄຮ້ສາຣະ, ອີກອັນໜຶ່ງເຊິ່ງຄຸນລະລັກສະນະພິເສດຂອງເພີ່ນ ຄືຄັນເພິ່ນຢາກເວົ້າກັບໃຜ ຫຼຶືຢາກເວົ້າເລື່ອງໃດ ໃຫ້ໃຜຟັງ ເພີ່ນຈະສະໝາດ ຄໍ ໑ ຄັ້ງ ແລະຈະຫົວອອກມາທາງລຳຄໍລຽນກັນ ໓ ຄັ້ງ, ຄັນໃຜສົນໃຈຖາມ ເພີ່ນຈະເວົ້າເຣື່ອງນັ້ນໆກັບຄົນນັ້ນ ຂ້ອຍຮູ້ຄວາມລັບຂອງເພີ່ນຂໍ້ນີ້ ຈຶ່ງນັ່ງລົງ ແລ້ວຖາມເວົ້າວ່າ "ນຶກວ່າພໍ່ນອນ" ແລ້ວກໍຖາມເພີ່ນວ່າ "ພໍ່ຫົວອີຫຍັງ ? ພໍ່ບໍ່ໄດ້ລຸກນັ່ງກ່ອນຈຶ່ງເວົ້າເໝືອນເຊັ່ນເຄີຍ ມີແຕ່ເອົາມືຂວາຍົກຂຶ້ນຊີ້ໃສ່ຂື່ຂອງ ເຮືອນ ທີ່ຍັງບໍ່ທັນຕີເພດານ ແລ້ວເວົ້າວ່າ.

- "ຂື່ມັນສູງ ແຕ່ພື້ນເຮືອນຕ່ຳລົງເອງມັນ" ເວົ້າແລ້ວເພິ່ນກະຫົວສອງສາມບາດ ບໍ່ເຫັນເພີ່ນວ່າຫຍັງເວົ້າຕໍ່ ກໍລຸກໄປເອົາເຕົ້າຢູ່ເທິງໂຕ໊ະ ໄປໃຫ້ເອື້ອຍຮ່າຍນຳ້ ແລ້ວ ກັບເອົາມາຕັ້ງໄວ້ທີ່ເດີມ.

(ຈົບບໍຣິບູນ)

ຕິດຕາມເຣື່ອງຕໍ່ຈາກບົດເຣື່ອງນີ້ ຊື່ເຣື່ອງວ່າ "ສິງພົບເສືອກາງດົງກະທຸງ" ມ່ວນມັນ ພັນລະນາເຖິງຕອນທີ່ພໍ່ໄປດົງກະທຸງພົບທ່ານກະປຸ່ມ

ຄັດ ແລະຄົ້ນຄວ້າເພີ່ມຕື່ມຈາກໜັງສືປະຫວັດຫຍໍ້ພໍ່ຈານ ໃນປຶ້ມຍອດພຣະກັນໄຕປິດົກ ພິມແຈກໃນງານເອົາດູກພໍ່ ແລະແມ່ເຂົ້າທາດໃໝ່ ປີ ໒໐໐໗

ບົດທຸກບົດທີ່ຂຽນກ່ຽວກັບພໍ່ຈານນັ້ນ ໄດ້ຖືກພິມ ແລະຂຽນເປັນລາຍລະອຽດຊີວິດ ເປັນເລື່ອງລາວປະຫວັດຊີວິດຂອງເພີ່ນ ແຕ່ເມື່ອມາຂຽນເປັນເລື່ອງໆແລ້ວ ຈະເພີ່ມຕື່ມເຂົ້າມາເປັນແບບບົດວັນນະສີນ ເພີ່ມລາຍລະອຽດລົງໄປຕື່ມ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

- ປີ ໑໙໗໖ ບ້ານເມືອງກຳລັງວຸ້ນ ຫຼັງຈາກສະຖາປານາລະບອບໃໝ່ມາແລ້ວໄດ້ ໓ ປີ, ພໍ່ໄດ້ປ່ຽນສະຖານະຈາກຜູ້ແທນມາເປັນພະນັກງານຂົນຂວາຍ, ທັງຢູ່ໃນ ການຈັດຕັ້ງຂັ້ນຕາແສງພານເຄົາພ້ອມ(ແຕ່ກ່ອນຮຽກວ່າພັງເຄົາ) ຫຼັງຈາກປົດປ່ອຍແລ້ວ ດອນຂະເໝົາ ຂຶ້ນກັນຕາແສງພານເຄົາ, ດອນຮີ, ດອນກອຍ, ດອນດົ້ງ ຕາແສງດອນຮີ ຂຶ້ນກັບເມືອງມຸນ, ຍັງແຕ່ດອນເຫຼັກໄຟຂຶ້ນກັບເມືອງໂຂງ, ດ້ວຍເຫດນັ້ນ ການເຄື່ອນໄຫວ້ວຽກງານຂອງພໍ່ ຈຶ່ງຮັບຜິດຊອບ ຕາແສງພານເຄົາ, ດອນຮີ, ນາດີ ແລະສະພັງ.

- ໃນສະໄໝນັ້ນ ການຕ້ານຄືນຂອງທະຫານໃນຣະບອບເກົ່າທີ່ໂຕນໄປຢູ່ປ່າເຄື່ອນໄຫວ້ແຖວດົງກະທຸງ, ດົງພູແຫຼມ(ຝັ່ງຂະເໝນ) ເພາະເປັນຊາຍແດນໄທຍ໌ ການເຄືອນໄຫວຂອງທະຫານຕໍ່ຕ້ານຄືນ (ເຂົາຮຽກວ່າປະຕິການ) ຈຶ່ງຢຶດທີ່ໝັ້ນຢູ່ຊາຍແດນ ຂະເໝນ ແລະໄທຍ໌ໄດ້ສະດວກ ໃນໄລຍະນີ້ ຂະເໝນຍັງປົກ ຄອງ ໂດຍຟປນປົດ, ລະບອບໂປນປົດ ໄດ້ຂົນຄົນໃນຊາຍແດນໜີອອກຈາກບ້ານໝົດ, ເຮືອນຊານບ້ານຊ່ອງ ວັດ ໂຮງໝໍ ທຸກຢ່າງເຂົາມ້າງໝົດ ຊາຍແດນ ລາວ-ຂະເໝນຖືກປິດ, ຄົນໃນບ້ານຂ້ອຍຂະນະນັ້ນ ຈຶ່ງຕ້ອງລະວັງໄຟ ໒ ດ້ານຄື ຂະເໝນໂປນປົດ ແລະປະຕິການ.

- ການປະທະກັນລະຫວ່າງທະຫານຂອງແຕ່ລະຝ່າຍ ຈຶ່ງເກີດຂຶ້ນສະເໝີ ສຽງປືນດັງມາຈາກຝັ່ງຕາເວັນຕົກບໍ່ເວັ້ນແຕ່ລະວັນ ປະຊາຊົນອົກສັ່ນຂວັນແຂນ ບໍ່ເປັນອັນທຳມາຫາກິນ.

- ຕອນປົດປ່ອຍໃໝ່ ທຸກຢ່າງໃໝ່ໝົດ ບ້ານເມືອງຂັດສົນຍັງບໍ່ພໍ ການອິດຫິວເກີດຂຶ້ນທຸກຍ່ອມຫຍ້າ ສະນັ້ນ, ໃນແຕ່ລະບ້ານຈຶ່ງມີການເຮັດນາງຣວມກັນ ເພື່ອຊ່ວຍເຫຼືອເກື້ອກູນກັນບໍ່ໃຫ້ອຶດຫິວໄປກວ່ານີ້.

- ຕົກກາງຄືນມາ ບ້ານເຮືອນມິດງຽສະຫງັດ ບໍ່ມີໃຜລົງທົ່ງລົງທ່ານ ເພາະຢ້ານປະຕິການ, ທີ່ຈິງກໍເປັນຕາຢ້ານອີຫຼີ ເພາະຕື່ນເຊົ້າມາ ຂ່າວປະຕິການເຂົ້າບ້ານ ນັ້ນ ເຂົ້າບ້ານນີ້ ຂ້າຄົນນັ້ນຂ້າຄົນນີ້ບໍ່ເວັ້ນວັນ ເວັ້ນອາທິດ.

- ເມື່ອເດືອນທີ່ແລ້ວ ປະຕິການໄດ້ຂ້າມະຫາພົງ ເຊິ່ງເປັນພະນັກງານການນຳຂອງ ເມືອງມຸນ ແລະເປັນຄົນຂອງບ້ານດຽວກັນກັບຂ້ອຍ, ຄວາມຢ້ານສັ່ນ ຂວັນແຂວນໄດ້ຫຍັບເຂົ້າມາໃກ້ ຊາວບ້ານຂ້ອຍທຸກຄັ້ງ, ຕື່ນຂຶ້ນມາສຽງວິພາກວິຈານວ່າ "ມະຫາພົງຕາຍແລ້ວ ບໍ່ດົນພໍ່ຈານຕ້ອງເປັນຣາຍຕໍ່ໄປ" ປະຊາຊົນ ບໍເປັນອັນທຳມາຫາກິນ ໄດ້ຫຼັ່ງໄຫຼມາຍັງເຮືອນຂອງຂ້ອຍ, ເຕັມຢູ່ຕັ້ງແຕ່ເທິງເຮືອນຮອດກະລ່າງ, ບໍ່ສະເພາະແຕ່ຊາວບ້ານດຽວກັນ ບ້ານອື່ນໆກໍມາຢ້ຽມ ຢາມຖາມຂ່າວ ແລະໃຫ້ກຳລັງໃຈພໍ່ຂ້ອຍ, ສິ່ງໜຶ່ງທີ່ພໍ່ຂ້ອຍເຮັດ ຄືເອົານຳ້ມົນມາຫົດຄົນທີ່ມານັ້ນ ແລ້ວບອກກັບຊາວບ້ານວ່າ "ພຣະພຸດທະເຈົ້າບໍ່ເຄີຍຖິ້ມ ຄົນດີ ແລະມີສັດຈະທັມ".

- ຊາວບ້ານປ່ຽນໜ້າກັນມາຍັງເຮືອນຂ້ອຍ ລຽນມີນັບເປັນເດືອນ ບໍ່ສະເພາະແຕ່ຊາວບ້ານ ທະຫານອ້າຍນ້ອງ ກໍມານອນອ້ອມບ້ານຂ້ອຍ ເປັນກອງຮ້ອຍ  ເວລາຜ່ານໄປເປັນເດືອນຈຶ່ງກັບໜີໄປ.

- ຄຳຄືນວັນທີ່ອ້າຍນ້ອງກັບໜີໄປນັ້ນແລ້ວ ຕື່ນເຊົ້າຂຶ້ນມາ ເຫັນແມ່ຂ້ອຍລຸກຂຶ້ນມາ ເຮັດວຽກປົກກະຕິ ຂ້ອຍກະອອກໄປທົ່ງປ່ອຍຄວາຍອອກແຫຼ່ງອັນເປັນ ກິດຈະວັດຂອງຂ້ອຍ ເຫັນຊາວບ້ານໂສກັນວ່າ "ປະຕິການເຂົ້າບ້ານ" ມັນມາເອົາພໍ່ຈານໄປຟາກດອນຂ້າງນັ້ນ, ຂ້າພະເຈົ້າຍິນຈັ່ງຊັ້ນ ກໍບໍ່ປ່ອຍຮອດຄວາມອອກແລ່ງ ແລ່ນກັບບ້ານລົງທາງທ່າ ກໍບໍ່ເຫັນພໍ່, ແລ່ນຂຶ້ນເທິງເຮືອນຟ້າວເຂົ້າຫ້ອງພຣະ ເຫັນພໍ່ນັ່ງສະມາທິຢູ່ຫ້ອງພຣະເສີຍ ໂລ່ງເອີກໄປ ເກືອບເປັນລົມ.

- ຂ້ອຍຄ່ອຍໆຢ່າງອອກຈາກຫ້ອງພຣະໄປຍັງເຮືອນຄົວ ເຫັນເອື້ອຍໜຶ່ງເຂົ້າເສີຍ ແມ່ໄປຕິ້ມເຝີ ກັບຊາວຂະເໝນ ທີ່ໂຕນຈາກປົນປົດ ມາຈາກຝັ່ງຂະເໝນ ຊ່ວຍກັນເຮັດເຝີ ພວກເພີ່ນກະເສີຍອີກ ນ້ອງສາວສອງຄົນລົງໄປອາບນຳ້ຫົດຝັກ, ອັນນັ້ນ ເຂົາຄົງບໍ່ຮູ້ເລື່ອງເໝືອນກັບຂ້ອຍ, ເຮັດໃຫ້ຂ້ອຍສົງໄສ ກັບຄຳຊາວບ້ານໂສກັນ ແຕ່ແມ່ ແລະຄົນໃນບ້ານເສັຍມັ່ງ ຂ້ອຍກໍລົງໄປອາບນຳ້ ກຽມຈະໄປໂຮງຮຽນ.

- ກັບມາຈາກໂຮງຮຽນເຫັນຄົນເຕັມບ້ານທັງ ເທິງເຮືອນ ແລະເດີ່ນບ້ານໂສກັນກ່ຽວກັບເຣື່ອງທີ່ເກີດຂຶ້ນ ເມື່ອຄືນນີ້ ຈຶ່ງຮູ້ວ່າ ເຣື່ອງທີ່ຊາວບ້ານໂສກັນແມ່ນ ຈິງ ສິ່ງທທີ່ພໍ່ເຮັດປະຈຳ ກໍຄື ເອົານ້ຳມົນມາຫົດຊາວບ້ານນັ້ນ ພ້ອມທັງເວົ້າກັບປະຊາຊົນວ່າ "ຈົ່ງໝັ້ນໃຈ ພວກເຂົາເຮັດຫຍັງເຮົາບໍ່ໄດ້ດອກ", ຫຼາຍຄົນບອກ ໃຫ້ພໍ່ຈານໜີໄປ ພໍ່ຈານກໍບອກວ່າ ຫາກເຮົາໜີ ພວກທ່ານຊິຢູ່ກັບໃຜ, ຕົກຕອນແລງມາ ພໍ່ໄດ້ພາຂ້ອຍໄປເອົາເຮືອອ້າຍອຸ້ມ ໄປໃສ່ມອງ, ມັນກະແປກທີ່ສຸດ ທີ່ຂ້ອຍເຫັນພໍ່ຂ້ອຍລົງໃສ່ມອງ ອາດເຫັນເປັນຄັ້ງທຳອິດກະໄດ້ພາຍໃນ ໓ ປີນັບແຕ່ປົດປ່ອຍມາ  ແຕ່ປາກະບໍ່ອິດກິນ ມີຄົນເອົາມາສົ່ງຕະຫຼອດ ປາແດກ, ສົ້ມ, ປາຈາວ ຍັງເຫຼືອກິນຢາຍຄົນອື່ນຊຳ້ ເພາະຮອດຍາມຊາວດອນໃຕ້ເອົາມາສົ່ງຮອດເຮືອນ ແຕ່ມີບາງຄັ້ງ ເພີ່ນກະໄສ່ແຕ່ເບັດຕາມແຄມທ່າ ໓-໔ ສາຍ, ກໍເຫຼືອກິນແລ້ວ ພໍ່ບໍ່ເຄີຍລົງເຮືອໄຫຼມອງ, ຂວ່າງແຫ, ເລາະຊ້ອນເລີຍ, ເຮືອມີ ໒ ລຳເພີ່ນກໍເອົາ ຂຶ້ນໂຄກລຳໜຶ່ງ,  ເຮືອໃຫຍ່ກໍຈອດຖິ້ມໄວທາງທ່າໃຊ້ງານຂົນ ຂອງຢ່າງອື່ນ, ວັນນີ້ພໍ່ລົງໄປໃສ່ມອກາງນຳ້ຂອງທີ່ກວ້າງເກືອບ ໒ ກິໂລ, ມັນກະເປັນກາເປັນເລື່ອງແປກ ສະໄໝນັ້ນປາຫຼາຍ ອັນຊິເອົາປາໃຫຍ່ຊ່ຳກ້ອຍເຊົ້າ ກ້ອຍແລງນັ້ນ ບໍ່ຈຳເປັນຫາວັງໄກປານນັ້ນ ແລະແລ້ວກໍເຫັນເຮືອມອງລຳໜຶ່ງມາໃກ້ໆ ນັ້ນແມ່ນເຮືອຈ່າເຂັງ ເຄີຍເປັນນາຍດ່ານໃນລະບອບເກົ່າ ຢູ່ບ້ານຂ້ອຍ ນີ້ ເຂົາຢູ່ບ້ານເມືອງແສນ ບໍ່ຮູ້ເຂົາເວົ້າຫຍັງກັນ ເພາະຕ່າງຝ່າຍຕ່າງກະຢາມມອງໃຜມອງມັນ ແຕ່ເວົ້າກັບໄປເລື້ອຍໆ ຮູ້ແຕ່ຄຳໜຶ່ງວ່າ "ຈານຄຣູຈົ່ງທຸ່ນທ່ຽງ" ພໍ່ຈານຕອບກັບວ່າ "ນີ້ແລ້ວຄືຊິວິດຂ້ອຍ". ວັນນັ້ນກະໄດ້ປາມາຫຼາຍສົມຄວນ.

- ຕື່ນເຊົ້າວັນໃໝ່ເຫັນທະຫານອ້າຍນ້ອງມາເຕັມເດິ່ນບ້ານ ນອນຢ່າຍກັນໄປທຸກຫຼັງຄາເຮືອນໃນຄຸ້ມນັ້ນ ທັງເທິງເຮືອນ ເດີ່ນບ້ານ ອ້າຍນ້ອງຢູ່ທີ່ບ້ານຂ້ອຍ ໑ ເດືອນກໍກັບໄປ.

- ຄືນທີ່ກັບໄປນັ້ນແລ້ວ ຕື່ນເຊົ້າມາກໍເຫັນຊາວບ້ານໂສກັນອີກວ່າ "ປະຕິການເຂົາບ້ານ" ມາບາດນີ້ແຮງຄັກກວ່າແຕ່ກ່ອນ ພວກເຂົາເອີ້ນພໍ່ຈານລົງມາຈາກ ເທິງເຮືອນ ແລ້ວເວົ້າຈາຂົ່ມຄູ່ພໍ່ຈານຕ່າງໆ ນານາ, ປະຕິການມາຊຸດນີ້ ທີ່ວ່າໂຫດກວ່າ ກໍເພາະວ່າມາເປັນກອງຮ້ອຍ ຄົນທີ່ເຂົ້າມາເວົ້າກັບພໍ່ຈານ ພັດແຂ້ວຫ້ຽນໆ ແລະເວົ້າພາສາຂະເໝນ ຈົນຕ້ອງໄດ້ແປ "ເຊິ່ງມີພວກຂະເໝນແດງທີ່ໂຕນມາຢູ່ນຳພໍ່ຈານນັ້ນ ເປັນຜູ້ແປພາສາ ເຖິງປານາ ຄົນຂະເໝນເອງ ກໍແປພາສາເຂົາຢາກ ເຂົາເວົ້າພາສາແບບຊົນຊາດ, ມາຄັ້ງນີ້ຊາວບ້ານແຕກຕື່ນມາລວມກັນຫຼາຍຄົນຈຶ່ງເຫັນເຫດການນັ້ນ, ອ້າຍດຳບອກວ່າ ພໍ່ຈານບໍ່ເວົ້າຫຍັງ ມີແຕ່ເວົ້າຄຳດຽວ່າ "ຫາກພວກທ່ານເຂົ້າມາກຳອຳນາດຄືນ ເຮົາກໍຈະຍອມຮັບໃຊ້ ແລະເຮັດວຽກໃຫ້ທ່ານ ແຕ່ເວລານີ້ ອ້າຍນ້ອງເຂົາ ເປັນນາຍຂ້ອຍ ຂ້ອຍກໍຕ້ອງຮັບໃຊ້ ຄົນທີ່ເປັນນາຍຂອງຂ້ອຍເທົ່ານັ້ນ" ອ້າຍດຳ ເຊິ່ງເປັນກອງຫຼອນປະຈຳຕົວພໍ່ເວົ້າໃຫ້ຜູ້ຂ້າຟັງ ແລະແລ້ວພວກປະຕິການ ກໍບໍ່ເຫັນວ່າຫຍັງ ມີແຕ່ວ່າ ຂໍເຂົ້າກິນ, ພໍ່ຈານກະບອກວ່າ "ເຂົ້ານັ້ນມີຢູ່ ເປັນເຂົ້າຂອງອ້າຍນ້ອງ ແຕ່ຖ້າທ່ານຢາກໄດ້ໃຫ້ເອົາໄປ" ປະຕິການບອກໃຫ້ພໍ່ໃຊ້ຊາວ ບ້ານຫາມເອົາເຂົ້າໄປສົ່ງເຂົາ, ພໍ່ຈານບອກກັບປະຕິການວ່າ "ເຮົາບໍ່ມີສິດທີ່ຈະສັ່ງຊາວບ້ານ ແຕ່ຖ້າຕ້ອງການເຂົ້າໃຫ້ພວກທ່ານເອົາໄປເອງ" ໃນທີ່ສຸດປະຕິການກໍຂຶ້ນໄປເອົາເຂົ້າຢູ່ເທິງເຮືອນ ເຊິງເປັນເຂົ້າຂອງທະຫານອ້າຍນ້ອຍເອົາມາໄວ້ ຢາມເຂົາມາເຮັດວຽກເຂົາຈະເອົາໄປກິນ ເຂົ້ານັ້ນມີປະມານສິບກະເປົ໋າປານຮ້ອຍກິໂລ ພໍ່ບອກວ່າຖ້າພວກທ່ານມີແຮງເອົາໄປ ກໍໃຫ້ເອົາໄປໝົດ ແລະແລ້ວພວກເຂົາເອົາໄປພຽງແຕ່ ໓ ກະເປົ໋າເທົ່ານັ້ນ ອ້າຍດຳເວົ້າໃຫ້ຟັງວ່າ "ລາວກັບພໍ່ ແລະຄົນອື່ນໆໄປສົ່ງປະຕິການລົງເຮືອອລ້ວຈຶ່ງກັບ".

- ຫຼັງຈາກນັ້ນ ໑໐ ກວ່າວັນປະຕິການກໍປະທະກັບທະຫານ ແລະກອງຫຼອນ ເຮັດໃຫ້ອ້າຍຄຳ ເຊິ່ງເປັນກອງຫຼອນຕາຍຄາທີ່ ຕໍ່ໜ້າວັດຂະເໝົາປາກເຊ, ຕອນນີ້ຊາວບ້ານຢ້ານກົວທີ່ສຸດ ບາງຄົນກໍບໍ່ຢູ່ບ້ານ ບາງຄົນກໍໂຕນໜີໄປປ່າ, ໒ ວັນຕໍ່ມາກໍບໍ່ເຫັນພໍ່ຢູ່ບ້ານແລ້ວ ໂາມແມ່ນວ່າໄປເມືອງມຸນ.

- ພໍ່ໄປເມືອງມຸນ ຂ້ອຍກໍບໍ່ໄດ້ຄິດຫຍັງຫຼາຍ ຄິດແຕ່ພຽງວ່າ ເພິ່ນໄປການເພີ່ນຕາມປົກກະຕິ ເພາະໄລຍະນີ້ວຽກຂອງພໍ່ຈະປະຈຳຢູ່ເມືອງ ເປັນສ່ວນໃຫຍ່, ແຕ່ວ່າ ມາເບິ່ງເບື້ອງແມ່ແລ້ວ ເຖິງຈະຕັ້ງໜ້າຕັ້ງຕາເຮັດເສັ້ນເຝີຂອງເພີ່ນຕາມປົກກະຕິ ແຕ່ເພີ່ນກໍມີຄວາມເສົ້າສ້ອຍຜິດປົກກະຕິ ແລະທີ່ເຫັນໄດ້ຈະແຈ້ງ ສ່ວນເອື້ອຍ ເຊິ່ງເປັນເອື້ອຍກົກຂອງຂ້ອຍ ເຊິ່ງເສົາຫຼັກຂອງຄອບຄົວຄຽງຄູ່ກັບແມ່ນັ້ນ ມີການໂສກເສົ້າຢ່າງເຫັນໄດ້ຈະແຈ້ງ.

- ຂ້ອຍເລີຍຖາມເອື້ອຍວ່າ "ເປັນຫຍັງຈຶ່ງເສົ້າແທ້" ທຳອິດເອື້ອຍບໍ່ບອກ ຂ້ອຍຖາມຊູຊີຫຼາຍເຂົ້າ ຈຶ່ງໄດ້ບອກກັບຂ້ອຍວ່າ "ຢ່າເວົ້າໃຫ້ນ້ອງໆ ຟັງ ເອື້ອຍເຫັນຈົດ ໝາຍສີແດງ ຢູ່ໂຮງໂມ້ແປ້ງ ອ່ານໄດ້ຄວາມວ່າ ເຊີນພໍ່ຈານໄປພົບທີ່ດົງກະທຸງ ສ່ວນລາຍລະອຽດຈະມີຄົນມາຮັບ ລົງຊື່ ກະປຸ່ມ" ເອື້ອຍເລີຍເອົາມາໃຫ້ພໍ່ເບິ່ງ ພໍ່ຮັບໄວ້ແລ້ວກໍອ່ານ ແລ້ວພໍ່ກະບອກພວກແມ່ ແລະເອື້ອຍວ່າ ຈະໄປເມືອງມຸນ ສົງໄສພໍ່ຈະໄປດົງກະທຸງ ຕາມຄຳເຊີນບໍ່ຮູ້, ພໍ່ບໍ່ໄດ້ເວົ້າຫຍັງໃຫ້ພວກເຮົາຟັງເລີຍ ມີແຕ່ບອກວ່າຊິໄປເມືອງມຸນ ອັນນີ້ແລ້ວ ແມ່, ເອື້ອຍ ແລະຊາວບ້ານເປັນຫ່ວງ.

-  ຂ້ອຍຟັງແລ້ວ ກໍບໍ່ມີທ່າທີຫຍັງເລີຍຕໍ່ການຈາກໄປເມືອງມຸນຂອງພໍ່ ເພາະພໍ່ຈານກໍໄປປະຈຳການຢູ່ເມືອງມຸນຢູ່ແລ້ວ ແຕ່ຫຼັງຈາກນັ້ນເມື່ອຂ້ອຍຍິນຄົນ ໃຫຍ່ເວົ້າວ່າ "ຄັນເຫັນຈົດໝາຍສີແດງ ມັນກໍແມ່ນຈົດໝາຍອັນຕະລາຍ ຫຼືຈົດໝາຍເຊີນໄປຕາຍຫັ້ນລະຕິ". ຂ້ອຍບໍ່ເຂົ້າໃຈໃນຄຳເວົ້ານັ້ນເລີຍ.

(ອ່ານຕໍ່ຕອນ ໒)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

- ພໍ່ຂ້ອຍເປັນນັກການສຶກສາ ເມື່ອກ່ອນເພິ່ນໄປຮຽນປະເທດສຍາມ ແລະປະເທດຂະເໝນ(ກັມໂບດ).

- ພໍ່ຂ້ອຍເຄີຍເປັນນັກບວດ ເພາະເຄີຍເປັນເຈົ້າອະທິການວັດທ່າເປືອຍ ເມືອງມະໂນໄພ ນະຄອນຈຳປາສັກ (ດຽວນີ້ເປັນບ້ານກຳປົງສະເລົາ ເມືອງແສບ ແຂວງພຣະວິຫານ ກັມປູເຈັຽ).

- ພໍ່ຂ້ອຍເຄີຍເປັນເລຂາເຈົ້າຄະນະແຂວງ ແລະເປັນຄະນະວິໄນທອນ ແຂວງສີທັນດອນ(ພຣະອາຈານໃຫຍ່ຊາໂງນ ວັດພູກິ່ງແກ້ວ) ເວົ້າວ່າ "ພໍ່ຈານຄຣູເຂົາຮຽກເພິ່ນຂະນະນັ້ນວ່າເຈົ້າຄະນະແຂວງນ້ອຍ) ແລະພຣະຄຣູອັມມອນ ເສົາຊິງຊ້າ ກຸງເທບ ໝູ່ຂອງເພິ່ນ(ບ້ານເກີດດອນສົມສົ້ມໂຮງ), ພຣະຄຣູພາວະນາວິທານ(ຫຼືຫຼວງພໍ່ຈຳປາ ບ້ານເກີດ ບ້ານລົບປະດີ) ຢູ່ວັດຈັກກະວັດຣາຊາວາດ ວັດສາມປື້ມ ໝູ່ທີ່ໄປຮຽນ ເມືອງສຍາມນຳກັນ ໄດ້ເລົ່າແບບດຽວກັນວ່າ "ຈານຄຣູມະຫາ ເກ່ງເລື່ອງກັນແກ້ໄຂອະທິກອນ ດັ່ງທົ່ວແຂວງສີທັນດອນ).

- ພໍ່ຂ້ອຍເຄີຍເປັນຄຣູສອນ ເພາະເຄີຍສອນໂຮງຮຽນປະຣິຍັດຕິທັມແຂວງສີທັນດອນ (ໄດ້ຮ່ວມງານກັບພໍ່ມະຫາກຸສຸວັນນະເມທີ ສະໄໝບວດເພິ່ນຍັງບວດຢູ່) ຫຼັງຈາກເພິ່ນອາຍຸໄດ້ ໓໖ ປີ, ເພິ່ນໄດ້ສິກອອກມາສ້າງຄອບຄົວກັບແມ່ຂ້ອຍ.

- ພໍ່ຂ້ອຍເຄີຍໄດ້ເປັນ ສສ. ເພາະປີິ ໑໙໗໕ ເລືອກມີການຕັ້ງຄັ້ງສຸດທ້າຍໃນຣະບອບຣາຊາອານາຈັກ ເພິ່ນສະໝັກໃນຖານະແນວ ລາວຮັກຊາດ, ກໍໄດ້ເປັນຜູ້ແທນໃນຖານະຜູ້ແທນແຂວງສີທັນດອນ ແລະແລ້ວຜູ້ແທນຄັ້ງນັ້ນກໍຖືກຍຸບ (ກໍເລີຍເປັນຜູ້ແທນທີ່ບໍ່ເຄີຍໄດ້ ເຂົ້າປະຊຸມສະພາ) ກາຍເປັນພະນັກງານຂົນຂວາຍ, ເປັນຄະນະຕາແສງພານເຄົາ, ເປັນສຶກສາເມືອງມຸນ ແລະເປັນໂຍທາເມືອງມຸນລະ ປະໂມກ ຍັງບໍ່ທັນໄດ້ປະຈຳການຊຳ້ເພິນກໍປ່ວຍ ໒ ປິ ແລ້ວເພິ່ນກໍເສັຍຊີວິດ ໃນປີ ໑໙໘໑.

- ພໍ່ຂ້ອຍເປັນນັກອ່ານ ເພາະຫາກເພິ່ນວ່າງວຽກແລ້ວ ຂ້ອມມັກຈະເຫັນເພີ່ນອ່ານໜັງສື ແລະຂຽນໜັງສື, ທີ່ຊານມົນ ທີ່ເຮືອນ ທີ່ສຳຄັນ ເພິ່ນຈະມີໜັງສືຂອງເພິ່ນຕັ້ງ ໒ ຕູ້.

- ພໍ່ຂ້ອຍ ເປັນນັກຂຽນກອນ-ກະວີ ເສັຍທີແຕ່ຢູ່ບ້ານນອກ ຈຶ່ງບໍ່ເຫັນຜົນງານຂອງເພິ່ນ, ອີກອັັນໜຶ່ງຕອນປົດປ່ອຍໃໝ່ບ້ານເມືອງ ຫຍຸ້ງຍາກ ໜັງສືທີ່ເພີ່ນຂຽນໄວ້ເສັຍຫາຍໄປຕາມສະພາບການບ້ານເມືອງ, ເພິ່ນເຄີຍຂຽນກອນ ແລະເຣື່ອງຕ່າງ ເຄີຍອ່ານຂອງເພິ່ນ ແຕ່ບໍ່ຈື່ແລ້ວ ເສັຍທີ່ແຕ່ບ້ານເມືອງ ປ່ຽນແປງ ແລະເພິ່ນຢູ່ບ້ານນອກ ບໍ່ຈັ່ງຊັ້ນກໍຈະໄດ້ເຫັນບົດຂຽນຂອງເພິ່ນ.

- ພໍ່ຂ້ອຍ ເປັນນັກການສາສນາເພາະນັບແຕ່ຂ້ອຍໃຫຍ່ມາ ແລະເພິ່ນກຳລັງເຮັດການຢູ່ນັ້ນ, ທຸກວັນສິນ ເຫັນເພິ່ນໄປຈຳສິນແປດ ແມ່ນ ກະທັງຕອນປົດປ່ອຍໃໝ່ ເພິ່ນຕ້ອງເປັນພະນັກງານຂົນຂວາຍ ຕາແສງ, ແລະພະນັກງານຂັ້ນເມືອງ ເຊິ່ງບ້ານກະໄກຈາກບ່ອນປະຈຳການ ຕັ້ງ ໖໐-໗໐ ກມ ເພິ່ນກະຍັງມີໂອກາດຈຳສິນ ໘ ໃນບາງຄັ້ງ ແລະຫາກມີບຸນຢູ່ວັດ ເພິ່ນບໍ່ເຄີຍຂາດເລີຍ, ທຸກໆວັນຢູ່ບ້ານຕອນແລງ ເພິ່ນຈະໄຫວ້ພຣະທີ່ຫ້ອງພຣະ ຄັນວັນສິນຄັນແມ່ນຂ້ອຍຕື່ນທັນກໍມັກຈະເຫັນເພິ່ນຢູ່ຫ້ອງພຣະໃນຕອນເຊົ້າ.

- ພໍ່ຂ້ອຍເປັນນັກໂຄສະນາ ເປັນນັກປາຖະກະຖາ ຄັນເພິ່ນລົງມາເຮັດວຽກໃນຕາແສງພານເຄົາ ຍາມໃດ ຄັນແມ່ນຮອດຍາມເພິ່ນເວົ້າ ຊາວບ້ານ ຫຼືປະຊາຊົນມັກຈັກມີການຕັ້ງໃຈຟັງ ແລະມັກມີການຫົວແຊວໆເປັນຕອນໆ, ຫຼາຍຄັ້ງຂ້ອຍເຄີຍໄປນຳເພິ່ນ ສັງເກດເຫັນວ່າ ຄັນເພິ່ນຂຶ້ນບັນຍາຍເອກສານຄັ້ງໃດ ບໍ່ມັກຈະອ່ານເຈັ້ຍ ແລະຄົນບໍ່ມັກຫຼອຍອອກທາງຫຼັງ ເໝືອນຄົນອື່ນເວົ້າ ສະນັ້ນ ຄັນມີການຊຸມນຸມຄັ້ງໃດ ເພິ່ນມັກຈະເວົ້າຫຼັງໝູ່ ຄົນກໍລໍຟັງຈົນເພິ່ນຂຶ້ນເວົ້າຈົບແລ້ວ ຈຶ່ງກັບ.

- ນັບເປັນເວລາ ໑໓ ປີ ຂ້ອຍບໍ່ເຄີຍເອິ້ນຊື່ແທ້ຂອງພໍ່ຂ້ອຍເລີຍ, ຮູ້ແຕ່ເພິ່ນວ່າພໍ່ຈານ ຊາວບ້ານກະມັກຮຽກຊື່ພໍ່ຂ້ອຍວ່າ "ພໍ່ຈານ", ພະນັກງານທະຫານອ້າຍນ້ອງທີ່ມາຢູ່ນຳເພິ່ນ ກໍຮຽກແຕ່ພໍ່ຈານ.

- ຂ້ອຍກະນຶກວ່າຊື່ຂອງເພິ່ນວ່າ "ພໍ່ຈານ" ມາໄລຍະຫຼັງໆ ຈຶ່ງຮູ້ວ່າຊື່ແທ້ພໍ່ຂ້ອຍວ່າຈັ່ງໃດ ?

- ວັນໜຶ່ງ, ມີງານບຸນຂອງພີ່ນ້ອງຂ້າງເຮືອນ ມີຜູ້ຍິງຄົນໜຶ່ງ ຊື່ວ່ານາງຜົມ ນອນບໍ່ປາກ ເຮັດຕາແດງ ຄືຄົນຮ້າຍ, ຄົນທີ່ມາຊ່ວຍງານບຸນ ກໍໄປຫາໝໍມາ ລົງເບິ່ງບອກວ່າຜີເຂົ້າ ເຂົາກໍໄປຫາໝໍມາໄລ່ ໝໍມາໄລ່ຕັ້ງ ໑໐ ກວ່າຄົນ, (ຜີ) ຄົນທີ່ຖືກຜີເຂົ້ານັ້ນໄດ້ແຕ່ຮ້າຍ ແລະທຳ ທ່າຊິບີບຄໍໝໍທຸກຄົນ ໝໍທັງຫຼາຍທັງໃນບ້ານ ແລະບ້ານອື່ນໆນັ້ນມາໄລ່ ໃຜໆກະອອກຍອມໝົດ.

- ໃນນັ້ນມີຄົນໜຶ່ງເວົ້າຂຶ້ນມາວ່າ "ໄປຫາພໍ່ຈານຕິມາໄລ່"

- ອີກຄົນໜຶ່ງໃນຫຼາຍໆຄົນເວົ້າວ່າ "ພໍ່ຈານ ລາວຊິໄລ່ຜີເປັນຊັ້ນບໍ ບໍ່ເຄີຍເຫັນລາວໄລຜີ ແລະປົວໃຜຈັກເທື່ອ ນັບແຕ່ລາວມາຢູ່ບ້ານນີ້".

- ຄົນອອກຄວາມເຫັນທຳອິິດກໍເວົ້າວ່າ "ບໍ່ເຄີຍ ກະລອງຫັ້ນແລ້ວ ແນວວ່າບໍ່ມີໃຜໄລ່ໄດ້ ຊິປະໃຫ້ກັນຕາຍລ້າເປັນບໍ ?"

- ອີກຄົນໜຶ່ງໃນທີີ່ນັ້ນກໍເວົ້າວ່າ "ພໍ່ຈານລາວບໍ່ທັນມາແຕ່ເມືອງ" (ປົກກະຕິ ວັນຈັນເຖິງເສົາ ພໍ່ປະຈຳການທີີ່ເມືອງມຸນ ຈະມາບ້ານກໍວັນເສົາ ອາທິດ ແລະວັນສິນໃຫຍ່) ໃນຂະນະທີ່ຊາວບ້ານເວົ້າເຖິງພໍ່ຂ້າພະເຈົ້ານັ້ນ ຂ້ອຍຍັງບໍ່ທັນເຫັນວ່າພໍ່ຂ້ອຍກັບມາແຕ່ເມືອງເລີຍ, ເຮືອນຂອງ ຂ້ອຍຫ່າງຈາກເຮືອນບຸນຈຳນວນ ໕ ຫຼັງຄາເຮືອນ ໄລຍະປະມານ ໘໐໐ ແມັດ.

- ໃນຂະນະນັ້ນເອງ ຄົນໜຶ່ງໃນຈຳນວນທັງໝົດທີ່ກ່າວວ່າ "ເຮັດຈັ່ງໃດລະ" ຜູ້ຍິງຄົນໜຶ່ງກໍບອກວ່າ "ຊິຢາກຫຍັງ ເອົາທຽນຄູ່ໜຶ່ງ ກັບດອກໄມ້ຄູ່ໜຶ່ງໄປມົນເພິ່ນ ເພິ່ນກະມາດອກ".

- ທັນໃດນັ້ນ ທີ່ທາງເຂົ້າເຮືອນບຸນນັ້ນ ກໍເຫັນພໍ່ຂອງຂ້າພະເຈົ້າເຂົ້າມາ ຄົນທີ່ເອົາດອກໄມ້ ແລະທຽນໄປຫາ ພໍ່ນັ້ນຮ້ອງອອກມາແຮງໆວ່າ "ເດພໍ່ຈານມາແລ້ວ" ຂ້ອຍຫຼຽວໄປເຫັນພໍ່ຂ້ອຍຢ່າງເຂົ້າມາຍັງບໍ່ທັນຜ່ານປະຕູບ້ານມາຊຳ້, ຜູ້ຍິງ ທີ່ວ່າຜີເຂົ້ານັ້ນກໍໂຕນລົງຈາກເຮືອນ ທີ່ສູງ ປະມານ ໒ ແມັດ ຈຸດ, ແລ້ວແລ່ນຜ່າຝູງຊົນໄປທາງຫຼັງບ້ານ ທັນໃດນັ້ນຄົນທີ່ໄປມົນພໍ່ຂ້ອຍນັ້ນ ກໍນັ່ງລົງແລ້ວເອົາທຽນ ຢື່ນໃສ່ມືພໍ່ຂ້ອຍ, ພໍ່ຂ້ອຍກໍຮັບເອົາທຽນກັບຄົນທີ່ໄປຫານັ້ນແລ້ວ, ແລ້ວຂ້ອຍກໍງວກໜ້າຕາມຍິ່ງຄົນນັ້ນ ເຫັນຍິງຄົນນັ້ນລົ້ມລົງ ແລ້ວຮາກອອກແລ້ວກໍ ນອນເຊົ່າເໝືອນກັບເມື່ອຍ, ຫຼາຍຄົນແລ່ນໄປເບິ່ງ ແລ້ວເວົ້າວ່າໃຫ້ພໍ່ຈານຊ່ວຍ, ເຂົາບອກພໍ່ວ່າຜີເຂົ້າມັນ, ແລ້ວພໍ່ຂ້ອຍກະຫົວຂຶ້ນ "ຮືໆໆ ສອງສາມບາດ" ພໍ່ຂ້ອຍຢ່າງໄປຫາຄົນ ທີ່ອ້າງວ່າຜີເຂົ້ານັ້ນແລ້ວ ຂ້ອຍກະແລ່ນຕາມຫຼັງພໍ່ຂ້ອຍ ພໍ່ຂ້ອຍໄປເຖິງຄົນທີ່ວ່າຜີເຂົ້ານັ້ນແລ້ວ ກໍເວົ້າວ່າ "ເປັນຫຍັງອີຜົມ" (ຄົນທີ່ຖືກຜີເຂົ້າຊື່ຜົມ ອາຍຸປະມານ ໔໕ ປີ).

- ເອື້ອຍຜົມຜູ້ທີ່ວ່າຜີເຂົ້າ ກໍເວົ້າວ່າບໍ່ຮູ້ຈັກໃຜເອົາຂ້ອຍມານີ້ ທຳທ່າບໍ່ຮູ້ອີສັງ, ຄົນທັງຫຼາຍກໍເອົາສິ້ນໄປໃຫ້ລາວນຸ່ງ ເພາະລາວແກ້ສິ້ນ ຕອນຜີເຂົ້າລາວນັ້ນ, ເມື່ອລາວນຸ່ງສິ້ນແລ້ວ ພໍ່ຂ້ອຍກໍຢ່າງເຂົ້າໄປໃກ້ໆເອື້ອຍຜົມ ແລ້ວກໍຖາມອີກວ່າ "ຜົມເປັນຫຍັງ ?" ເອື້ອຍຜົມກະບອກວ່າບໍ່ຮູ້.

- ເວົ້າແລ້ວພໍ່ຂ້ອຍກໍບອກກັບຄົນທັງຫຼາຍວ່າ ບໍ່ມີຫຍັງດອກ ບໍ່ມີຜີມີສາງອີສັງດອກ ເວົ້າແລ້ວເພິ່ນກະຖົ່ມນຳ້ລາຍໃສ່ຫົວເອື້ອຍຜົມ ໓ ຄັ້ງ ແລ້ວກໍຫັນໜ້າມາຫາຄົນວ່າ "ໄປຫາເຮັດວຽກສາ ບໍ່ມີຜີດອກ" ເມື່ອເອື້ອຍຜົມ ຖືກນຳ້ລາຍຂອງພໍ່ຂ້ອຍແລ້ວ ກໍຮາກອອກໝົດໃສ້ໝົດພຸງ ແລ້ວກໍລຸກຢ່າງແບບປົກະຕິລົງໄປອາບນຳ້ຢູ່ທາງທ່າ ຄືກັບບໍ່ມີຫຍັງ ປ່ອຍໃຫ້ແຕ່ຄົນທັງຫຼາຍເວົ້າຈາເຖິງເລື່ອງທີ່ເກີດຂຶ້ນ.

- ຕົກຕອນແລງມາ ພຣະກໍມາສູດມຸງຄຸນ ພໍ່ກໍເປັນຜູ້ນຳພາ ເຈົ້າພາບ ແລະຊາວບ້ານໄຫວ້ພຣະຮັບ ສິນຟັງທັມ ຕົກຕອນແລງ ເຂົາມືລຳເລື້ອງພໍ່ກໍກັບເມືອບ້ານ, ມີຄົນເວົ້າໃຫ້ຟັງວ່າ "ຄັນລຳນັ່ງເພິ່ນກະມັກຟັງ ແຕ່ບໍ່ຢູ່ຮອດແຈ້ງ, ຄົນທີ່ຮູ້ຈັກພໍ່ບອກໃຫ້ຜູ້ຂຽນຟັງ ວ່າ ເຄີຍຖາມພໍ່ຈານວ່າ ເປັນຫຍັງຈຶ່ງບໍ່ມັກເບິ່ງລຳເລື່ອງ, ພໍ່ຈານວ່າກະມັກຢູ່ ແຕ່ບາດເຂົາລຳແລ້ວ ຟ້ອນແລ້ວ ບາດຊິເຂົ້າສາກ ກັບມາຍົກຝາຕີນໃສ່ຜູ້ຊົມ ກະເລີຍບໍ່ມັກລຳເລື່ອງ...." ສົງໄສພໍ່ຕອບຕະຫຼົກກັບຄົນນີ້.

(ເມື່ອສັງເກດເບິ່ງເລື່ອງລາວທີ່ເກີດຂຶ້ນເລື້ອງນີ້ ເຫັນວ່າຜີມັນຢ້ານພໍ່ຂ້ອຍອີຫຼີ້ ແຕ່ຂ້ອຍກະມາຫວນເບິ່ງຊີວິດພໍ່ຂອງຂ້ອຍນັ້ນ ລາວກໍບໍ່ໄດ້ໃຊ້ຊີວິດວິເສດວິໂສອີຫຍັງ, ແຕ່ຕົນແຕ່ງໂຕ ຢູ່ໄປກໍເໝືອນຊາວບ້ານທຳມະດາ ບໍ່ເຫັນເພິ່ນປົວຄົນດັ່ງທີ່ເຂົາວ່າ, ແລະເພິ່ນເອງ ກໍເປັນສາມັນຊົນເປັນຄົນທັມມະດາ ເຮັດວຽກ ການງານຕ່າງໆ ກັບລັດ ກັບປະຊາຊົນທັມມະດາ ຕ່າງແຕ່ເພິ່ນໄຫວ້ພຣະຈຳສິນເທົ່ານັ້ນ, ຂ້ອຍມາຄິດເບິ່ງວ່າ ຄົນເຮັດການງານກໍສາມາດເຮັດບຸນໄດ້".

- ບໍ່ເຄີຍເຫັນພໍ່ຂ້ອຍອ້າງວ່າ ຄ່າວຽກເລີຍ ຢາມເວລາວັດ ແລະບ້ານມີງານບຸນ, ຫຼືວຽກກິນດອງ, ງານບຸນເຮືອນ ແລະບຸນຂອງບ້ານອື່ນໆ ແຖມເຖິງເພິ່ນເປັນພະນັກງານ ເພິ່ນຍັງເປັນຜູ້ນຳທາງປະຊາຊົນເຮັດວຽກດ້ານສາສນາ ແລະວັດທະນະທຳອີກ ໃນຫຼາຍຕາແສງ ຄື ພານເຄົາ, ນາດີ, ສະພັງ, (ເມືອງມຸນ) ຕາແສງເມືອງແສນ ເມືອງໂຂງອີກ ຂະເໝນຜົກປ່ອຍມາ ເພີ່ນຍັງໄປເປັນເຈົ້າການປະສານງານ ແລະນຳພາຊາວບ້ານທ່າເປືອຍ, ທ່າແກ, ຝັ່ງຂະເໝນເຮັດບຸນທຳທານ ຄົນຂະເໝນທີ່ກັບມາຈາກສະໄໝໂປນປົດ ກໍຍັງນັບຖືເພິ່ນ, ທະຫານຫວຽດນາມ ທີ່ມາປປົດປ່ອຍຂະເໝນ ເຂົາຍັງມາປຶກສາຫາຣື ກັບພໍ່ໃນດ້ານຕ່າງໆອີກ ສິ່ງໜຶ່ງທີ່ບໍ່ເຫັນພໍ່ຂ້ອຍເຮັດເລີຍ ຄືກິນເຫຼົ້າ ແລະຊາວບ້ານເວົ້າເຖິງເພິ່ນ "ເດັດຂາດກໍຄືເວລາເພິ່ນໄປໃນງານຫຍັງກະຕາມ ຢ່າຢາຍເຫຼົ້າໃຫ້ພໍ່ຈານ ແມ່ນເພິ່ນຈະນັ່ງຮ່ວມ ພາເຂົ້ານຳພວກເຮົາດົນ".

ຕິດຕາມເຣື່ອງຕໍ່ຈາກບົດເຣື່ອງນີ້ ຊື່ເຣື່ອງວ່າ "ສິງພົບເສືອກາງດົງກະທຸງ" ມ່ວນມັນ ພັນລະນາເຖິງຕອນທີ່ພໍ່ໄປດົງກະທຸງພົບທ່ານກະປຸ່ມ

ຄັດ ແລະຄົ້ນຄວ້າເພີ່ມຕື່ມຈາກໜັງສືປະຫວັດຫຍໍ້ພໍ່ຈານ ໃນປຶ້ມຍອດພຣະກັນໄຕປິດົກ ພິມແຈກໃນງານເອົາດູກພໍ່ ແລະແມ່ເຂົ້າທາດໃໝ່ ປີ ໒໐໐໗

ບົດທຸກບົດທີ່ຂຽນກ່ຽວກັບພໍ່ຈານນັ້ນ ໄດ້ຖືກພິມ ແລະຂຽນເປັນລາຍລະອຽດຊີວິດ ເປັນເລື່ອງລາວປະຫວັດຊີວິດຂອງເພີ່ນ ແຕ່ເມື່ອມາຂຽນເປັນເລື່ອງໆແລ້ວ ຈະເພີ່ມຕື່ມເຂົ້າມາເປັນແບບບົດວັນນະສີນ ເພີ່ມລາຍລະອຽດລົງໄປຕື່ມ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ໄດ້ຜົນທັນຕາ

ເມື່ອປີໃໝ່ ພ.ສ ໒໕໕໒ ຜ່ານໄປ

ຄະນະຈັດງານສະຫຼອງປີໃໝ່ ປະຈຳປີນີ້ນັ້ນ ຈັດໃຫ້ມີຈິດຈະກຳຫຼວງຫຼາຍ

ມີກິດຈະກຳໜຶ່ງ ທີ່ທາງຄະນະຈັດການສະຫຼອງປີໃໝ່ປະຈຳນະຄອນວຽງຈັນຈັດໃຫ້ມີ

ຄື ການໄຫວ້ພຣະ ໙ ວັດ

ຄວາມເຊື່ອເລື່ອງຕົວເລກນັ້ນ ຄະຕິລາວເຮົາບໍ່ຄ່ອຍຈະມີ

ແຕ່ມາໄລຍະຫຼັງໆຄວາມເຊື່ອເລື່ອງເລກ ໙ ນັບວ່າໄດ້ຂະຫຍາຍຕົວໃນຊຸມຊົນຊາວລາວເປັນຢ່າງຍິ່ງ ຄັນເຮັດຫຍັງ ທຳຫຍັງມັກຈະເຮັດເລກ ໙ ໄວ້

ເຂົາເຊື່ອວ່າເປັນມຸງຄຸນ

ຄວາມເຊື່ອເລກ ໙ ນີ້ ແທ້ທີ່ຈິງແລ້ວ ບໍ່ແມ່ນຄວາມເຊື່ອຄະຕິຄວາມເຊື່ອຂອງລາວແບບເດີມດອກ

ແທ້ທີ່ຈິງເປັນຄວາມເຊື່ອຂອງ "ໄທຍ໌" ເຊິ່ງໄທຍເອງກໍໄປເອົາມາຈາກທີ່ອື່ນອີກ

ຕົວຢ່າງ

ການຈະນິມົນພຣະໄປສູດເຮືອນມັກ ຈະເອົາ ໙ ໄວ້

ແຕ່ເວົ້າເລື່ອງນິມົນພຣະຕາມຄວາມເຊື່ອເດີມແທ້ໆໆນັ້ນ ບໍ່ກຳນົດ ມີເທົ່າໃດ ກໍໄດ້ອີງຄວາມອາດສາມາດຂອງເຈົ້າສັດທາ

ຄວາມເຊື່ອແບບນີ້ຍັງຖືກປະຕິບັດກັນຢູ່ຮອດປັດຈຸບັນ ໃນຊຸມຊົນດັ້ງເດີມຂອງລາວ ໃນບ້ານນອກ ຫຼືຊຸມຊົນທີ່ວັດ ແລະຜູ້ເຖົ້າຜູ້ແກ່ໃນບ້ານມີຄວາມເຂັ້ມແຂງ

ແຕ່ຖືກເລີກໃຊ້ແລ້ວ ໃນຊຸມຊົນທີ່ວັດຂາດຄວາມເຂັ້ມແຂງ ແລະເຖົ້າແກ່ໃນບ້ານຂາດຄວາມສຳຄັນໃນສັງຄົມ ເຊັ່ນສັງຄົມເມືອງ

ຄວາມເຊື່ອເລກ ໙ ຫຼືເລກຄີກນີ້ ນອກຈະເຂົ້າໄປມີສ່ວນປ່ຽນແປງພຶດຕິກັມຂອງສັງຄົມແລ້ວ

ໂດຍສະເພາະ ການໂຄສະນາການທ່ອງທ່ຽວ ການໄຫວ້ພຣະ ໙ ວັດນັ້ນ ຖືກວ່າໄດ້ສືບທອດແນວຄວາມຄິດ ຂອງການທ່ຽວທ່ຽວແບບໄທຍ໌

ມີເລື່ອງຕລົກອັນນີ້ ຄື

ຕ້ານວັດທະນະທັມໄທຍ໌ ແຕ່ເອົາແນວຄິດແບບໄທຍ໌ມາໃຊ້ ຮາໆໆໆໆ

ຄວາມຄິດເລື່ອງເລກ ໙ ນີ້ ຫຼັງປີໃໝ່ຜ່ານມາບໍ່ເຫັນ

ມີຄົນຈຳນວນໜຶ່ງ ໄດ້ເຂົ້າໄປວັດນິມົນພຣະສູດມຸງຄົນ(ສູດລົດນຳ້ໃຫ້)

ແຕ່ບອກວ່າ "ບໍ່ຕ້ອງສູດຫຼາຍດອກເດີອາຈານ ເພາະຢ້ານວ່າຊິສູດບໍ່ຄົບ ໙ ວັດໃນມື້ນີ້"

ຖາມຜູ້ມາສູດວ່າ "ຄືສູດຫຼາຍວັດແທ້"

ຕອບ "ເຮັດຕາມຮີດຕາມຄອງ"

ຖາມ "ຮີດຫຍັງ ? ຄອງຫຍັງ ?

ຕອບ "ຄອງບູຮານເຖົ້າແກ່ວ່າມານັ້ນຕີ"

ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ວັນເວລາຜ່ານໄປບໍ່ເຖິງ ໒ ວັນກາຍເປັນບູຮານໄປສາແລ້ວ

 


ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

- ຍາມເດືອນ ໔ ຕໍ່ເດືອນ ໕ ໄປທາງໃດກໍຕາມ ມັກຈະເຫັນດອກໄມ້ສີເຫຼືອງອາຣ່າມ ງາມຈັບຕາ ຊື່ນອຸຣາ ແລະດວງໃຈຂອງຜູ້ພົບເຫັນສະເໝີ.

alt

- ດອກຄູນ ນັບວ່າເປັນດອກໄມ້ຂອງຊາດລາວອີກຊະນິດໜຶ່ງ ທີ່ຕິດພັນກັນຄົນລາວ ໂດຍສະເພາະປະເພນີວັດທະນະທັມລາວ ຄື ບຸນກຸດສົງການ ຫຼືບຸນສັງຂານ ຂຶ້ນປີໃໝ່ລາວ ຂອງທຸກໆໆປີ, ດອກຈຳປາ ເປັນດອກໄມ້ສັນຍາລັກຂອງຊາດລາວ ຮຽກວ່າ ດອກໄມ້ແຫ່ງຊາດ ຫຼືດອກໄມ້ປະຈຳຊາດລາວ ເຊັ່ນດຽວກັນບຊ້າງ ເປັນສັດປະຈຳຊາດ ຫຼື ສັດແຫ່ງຊາດລາວ ແຕ່ດອກດອກຄຸນນັ້ນ ເຖິງບໍ່ສາມາດກ່າວຂານວ່າ ເປັນດອກໄມ້ແຫ່ງຊາດກໍຕາມ ພວກເຮົາສາມາດ ນຳເອົາດອກຄູນ ເປັນດອກໄມ້ ປະຈຳປີໃໝ່ລາວກໍໄດ້.

- ດັ່ງທີ່ເຮົາຮູ້ ແລະເຫັນນຳກັນຢູ່ແລ້ວ ວ່າ ດອກຄູບານ ຫຼັງຈາກດອກຈານເຮື່ອ ໝາຍຄວາມວ່າດອກຈານບານຍາມເດືອນ ໒-໓ ສ່ວນດອກຄູນ ບານຍາມເດືອນ ໔-໕ ທ່ານດອກໄປໃສມາໃສ ກໍຈະເຫັນດອກຄູນບານເຕັມທົ່ວບ້ານ ແລະຕົວເມືອງຢ່າງໜ້າສົດຊື່ນໃຈ.

- ດອກຄູນນັ້ນ ແມ່ນມັນບານມາຕ້ອນຮັບປີໃໝ່ລາວ ໂດຍແທ້, ແມ້ງເມື່ອຮອດເທດສະການປີໃໝ່ ຄົນລາວມັກເອົາໃບ ດອກ ແລະງ່າຄູນ ໄປປະກອບໃນງານພິທີມຸງ ຄຸນຫຼາຍຢ່າງ ເຊັ່ນ ດອກ ແລະໄປເອົາໄປປະກອບນຳ້ຫອມຫົດສົງພຣະພຸດທະຮູບ ແລະພຣະສົງ, ໃບ ເອົາໄປເຮັດຟັດໄມ້ພຣົມນ້ຳມົນ, ງ່າ ມັກເອົາໄປເຮັດສິ່ງ ມຸງຄຸນ ມັດເສົາເຮືອນ ເສົາຕຽງ ກ້ອນເສົ້າຄີໄຟ ຍາມຂຶ້ນສົງການປີໃໝ່ ນອກຈາກນັ້ນຕົ້ນຄູນນັງສາມາດເອົາໄປປະກອບວຽກງານມຸງຄຸນຫຼາຍຢ່າງ ດ້ວຍເຫດນັ້ນຕົ້ນຄູນ ຈຶ່ງເປັນຕົ້ນໄມ້ອີກຊິນິດໜຶ່ງ ທີ່ຮຽກວ່າ ຕົ້ນໄມ້ປະຈຳບຸນປີໃໝ່ລາວ.

alt

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

- ພໍ່ຂ້ອຍນັ້ນ ຕອນສະໄໝລະບອບເກົ່າກໍເປັນຣາຊະການຊັ້ນຜູ້ນ້ອຍປະຈຳທີ່ແຂວງສີທັນດອນ, ປີ ໑໙໗໕ ກ່ອນປົດປ່ອຍ ບໍ່ເທົ່າໃດເດືອນ ໄດ້ມີການເລືອກຕັ້ງຜູ້ແທນຣາດຊະດອນ ສະໄໝທີເຈັດ ເພີ່ນໄດ້ຖືກສະເໜີຊື່ໃຫ້ເລືອກຕັ້ງຜູ້ແທນຣາດຊະດອນ, ປາກົດວ່າໃນແຂວງສີທັນດອນນັ້ນ ພໍ່ຂ້ອຍໄດ້ເປັນຜູ້ແທນນຳເພີ່ນ, ເຂົາຮຽກວ່າ "ຜູ້ແທນພໍ່ຈານ" ແຕ່ນັ້ນ ຄົນທັງຫຼາຍຈະຮຽກວ່າ "ພໍ່ຈານ" ຂ້ອຍເອງ ແລະອ້າຍເອື້ອຍນ້ອງກໍຮຽກເພີ່ນວ່າ "ພໍ່ຈານ", ຕອນນັ້ນຂ້ອຍເອງຫາກໍອາຍຸໄດ້ ໑໒ ປີ ບໍ່ຮູ້ຊື່ແທ້ຂອງພໍ່ດອກວ່າເພີ່ນຊື່ຫຍັງກັນແທ້ ເຫັນຊາວບ້ານຊາວຊາວເມືອງຮຽກຊືວ່າ ພໍ່ຈານ ກໍຮຽກເພີ່ນວ່າພໍ່ຈານ.

- ຕອນເລືອກຜູ້ແທນຄັ້ງທຳອິດນັ້ນ ຂ້ອຍກໍໄດ້ໄປນຳເຂົາ ເຂົາຈັດຂຶ້ນທີ່ວັດໃຫຍ່ປະຈຳໝູບ້ານນັ້ນ ເຂົາບອກວ່າ "ໄປຖິ້ມຜູ້ແທນ" ຂ້ອຍກໍບໍ່ຈື່ຫຍັງຫຼາຍ ຈື່ແຕ່ພຽງວ່າ ຄົນມາໃນງານນັ້ນຫຼວງຫຼາຍ ມີການແຫ່ຂະບວນກັນຈັດເປັນແຖວ ຄືກັບການຈັດແຖວເຂົ້າຫ້ອງຖືປ້າຍຄຳຂວັນທີ່ວ່າ "ສັນຕິພາບໝັ້ນຍຶນ" ບາງປ້າຍກໍມີຊື່ຜູ້ລົງສະໝັກຜູ້ແທນ ແຕ່ຂ້ອຍບໍ່ສົນໃຈປານໃດຈຶ່ງບໍ່ຈື່ງວ່າເຂົາຂຽນຊື່ໃຜແນ່ ຈືຄັກຈື່ແນ່ນັ້ນແມ່ນຊື່ "ຜູ້ແທນຄຳໄພ ອະໄພ" ກ່ອນຊິຈືທ່ານຜູ້ນີ້ນັ້ນ ມັນມີສິ່ງທີ່ຊວນໃຫ້ຈືຫຼາຍປະການ ຄື ຫຼາຍຄັງທີ່ມີການເລືອກຜູ້ແທນນັ້ນ "ຜູ້ແທນຄຳໄພ ອະໄພ" ທ່ານຈະຂີ່ຍົນມາລົງທີ່ເດີ່ນໂຮງຮຽນ, ທຸກຄັ້ງທີ່ຜູ້ແທນທ່ານນີ້ມາ ອັນທີຈັບໃຈທີ່ສຸດແມ່ນເພີ່ນມາຄັ້ງໃດແມ່ນເພີ່ນຈະຕ້ອງໄດ້ຂອງມາແຈກທຸກໆຄັ້ງ ແລະຈະຕ້ອງໄດ້ກິນຕົ້ມງົວ ຫຼືຕົ້ມຄວາຍທຸກຄັ້ງ ການກິນຕົ້ມ ຫຼືກ້ອຍຊີ້ນງົວຊິ້ນຄວາຍ ໃນສະໄໝນັ້ນ ມັນເປັນເລື່ອງພິເສດພິໂສທີ່ສຸດ ເພາະຢູ່ບ້ານຂ້ອຍນັ້ນ ສ່ວນຫຼາຍແລ້ວ ບໍ່ມັກຈະລົ້ມງົວລົ້ມຄວາຍ ເບີດຢ່າງຄັນແມ່ນງານໃຫຍ່ໆ ເຊັ່ນງານດອງ ງານບຸນເຮືອນຕ່າງໆ ມັກຈະລົ້ມແຕ່ພຽງໝູ ຈົນເຂົາຮຽກງານດອງວ່າ "ກິນໝູ", ການທີ່ຊາວບ້ານຂ້ອຍບໍ່ມັກກິນໝູນັ້ນ ສົງໄສປູປານານຳ້ມັນຫຼາຍ ແຕ່ແມ່ຂ້ອຍບອກວ່າ ງົວຄວາຍນັ້ນເປັນສັດມີຄຸນ ຊາວບ້ານບໍ່ມັກກິນ ຂ້ອຍວ່າ ຂໍ້ທີ່ແມ່ຂ້ອຍເວົ້ານີ້ຖືກຕ້ອງ ເນື່ອງຈາກວ່າ "ແມ່ຂ້ອຍບໍ່ມັກຈະໄປຊື້ງົວຄວາຍມາເຮັດໃຫ້ກິນຈັກເທື່ອ ເວັ້ນໄວ້ແຕ່ໝູຄັນມີຄົນຂ້າເພີ່ນຈະໄປຈ່ອງກ່ອນໝູ່" ການຊິຂ້າໝູຂ້າຄວາຍໃນບ້ານຂ້ອຍສະໄໝນັ້ນ ຜູ້ຂ້າຕ້ອງໄດ້ໄດ້ຈ່າວພູດກ່ອນ ໝາຍຄວາມວ່າ ຫາກມີຄົນຮັບພູດ ໄດ້ຄົບ ຄືວ່າໝູໂຕໜຶ່ງເຂົາຈະຕັ້ງພູດໄວ້ ໑໕ ພູດ ຄັນຄົນຮັບເອົາຄົບ ໑໔ ພູດ ເຂົາຈຶ່ງຕົກລົງຂ້າ ສ່ວນພູດ ໑ ທີ່ເຫຼືອຜູ້ທີ່ຂ້າເຂົາຈະເອົາໄປເຄນວັດ ເຮັດບຸນນຳໝູ, ກ່າວເຖິງຜູ້ແທນຄຳໄພມາຄັ້ງໃດ ບໍ່ເຫິງທີ່ວັດຂ້ອຍຈະຕ້ອງມີການຖິ້ມຜູ້ແທນໂລດ, ເມື່ອຜູ້ແທນຄຳໄພເມຶອແລ້ວ ຂ້ອຍຖາມພໍ່ຂອງຂ້ອຍວ່າ "ທ່ານຜູ້ແທນເພີ່ນມາເຮັດຫຍັງ ? ພໍ່ຕອບວ່າ "ມາຫາສຽງ" ຄຳວ່າຫາສຽງນັ້ນ ເປັນສິ່ງທີ່ແປກທີ່ສຸດສຳລັບຂ້ອຍ ຂ້ອຍບໍ່ຮູ້ດອກວ່າຫາສຽງມັນແມ່ນຫຍັງ ພໍ່ເອງກໍບໍ່ໄດ້ອະທິບາຍເພີ່ມເຕີມຫຍັງເລີຍ ກ່ຽວກັບເຣື່ອງດັ່ງກ່າວ, ນອກຈາກຈື່ຊື່ຜູ້ແທນແລ້ວ ຍັງຈືບໍ່ລືມອີສອງເລື່ອງຄື ຄຳຂວັນວ່າ "ສັນຕິພາບໝັ້ນຍືນ" ແລະສຽງເພງ "ເບີກບານສົດໃສ ງາມວິໄລໂອ໋ປ່າໄມ່ເມືອງລາວ ຊູຊໍ່ແຕກດອກດອກຈາວ ດຽວນີ້ເມືອງລາວສິ້ນເສີກສົງຄາມ.." ເພງນີ້ ທຸກຂະບວນແຫ່ນັ້ນຈັກຕ້ອງໄດ້ຮ້ອງໝົດທຸກໆຂະບວນ ເຂົາຮ້ອງແລ້ວຮ້ອງອີກ ຂ້ອຍເອງ ແລະພວກເດັກນ້ອຍຈົນຈື່ໄດ້ ແລະຮ້ອງນຳເຂົາໃນມື້ນັ້ນໂລດ.

- ກ່າວເຖະງພໍ່ຂ້ອຍນັ້ນ ພັດຕ່າງຈາກທ່ານຜູ້ເທນຄຳໄພ ບໍ່ເຫັນເພີ່ນໄປລ້ຽງໃຜ ແລະການີ່ເພີ່ນໄປຫາສຽງ ບໍ່ຫຼືບໍ່ຂ້ອຍກະບໍ່ຮູ້ດອກວ່າເພີ່ນລົງສະໝັກຜູ້ແທນນຳເຂົາ ມື້ຜູ້ແທນຄຳໄພມາ ເພີ່ນກະຍັງໄປ ຟັງຜູ້ແທນຄຳໄພ ອະໄພບັນຍາຍອີສັງກະບໍ່ຮູ້ ເດັກນ້ອຍພວກຂ້ອຍກໍບໍ່ຮູ້ອີສັງແທ້ ນອກຈາກໄປແລ່ນຍາດຂອງແຈກ ກັບໄປກິນອາຫານໃນໂຕ໊ະທີ່ເຂົາຈັດກຽມໄວ້ໃຫ້ເດັກນ້ອຍຕ່າງຫາກເທົ່ານັ້ນ.

- ມືເລືອກຜູ້ແທນແທ້ໆນັ້ນ ຂ້ອຍພໍຮູ້ແນ່ ວ່າເພີ່ນເຮັດຫຍັງ ແຕ່ບໍ່ຮູ່ວ່າເພີ່ນເລືອກຜູ້ແທນ ພຽງແຕ່ຮູ້ວ່າໄປແຫ່ມິດຕິງ, ຄຳວ່ມມິດຕິງກໍເປັນຄວາມຮູ້ໃໝ່ຂອງຂ້ອຍເຊັ່ນກັນ ທີ່ເດິ່ນວັດວັນນັ້ນ ເຫັນເພີ່ນແຫ່ຂະບວນ ແລະຜູ້ຄົນແຫ່ຂະບວນນັ້ນ ຕ່າງກໍເຂົາໄປໃນທີ່ເຂົາເອົາແພ ແລະໄປຫຍ້າມາອ້ອມໄວ້ແລ້ວ ກໍອອກມາເອົາເຈັ້ຍນັ້ນໄປປ່ອນໃສ່ຫີບເຫັຼກທີ່ມີກະແຈໃສ່ໄວ້ຕັ້ງ ໔ ໜ່ວຍ ຂ້ອຍເອງກໍບໍ່ຮູ້ ດອກວ່າເຂົາເຂົ້າໄປເຮັດຫຍັງຊຳ້ ມາຮູ້ກະຕອນທີ່ຖືກຜຽນພໍ່ຂ້ອຍເຂົ້າໄປ ຂ້ອຍເອງກໍເຂົ້າໄປນຳພໍ່ ຈຶ່ງຮູ້ວ່າເຂົາເຂົ້າໄປນັ້ນ ແມ່ນໄປກາເຈັ້ຍ, ພໍ່ຂ້ອຍກາຊື່ໃຜ ກະບໍ່ຮູ້ເພີ່ນຂີດໄຂ່ວຕີນກາແລ້ວ ກະອອກມາ ເອົາເຈັ້ຍນັ້ນປ່ອນລົງຫີບ ຂ້ອຍກະບໍ່ສົນໃຈຖາມເພີ່ນຊຳ້ວ່າ ກາເຮັດຫຍັງ ເນື່ອງຈາກສົນໃສສຽງເພງ "ເບີກບານສົດໃສທີ່ມ່ວນ ກັບທຸງທິວທີ່ຂະບວນຕ່າງແຫ່ພຸ້ນ ເໝືອນກັບແຫ່ພະເຫວດເຂົ້າເມືອງ ຈັ່ງຊັ້ນບໍ່ມີຜິດ, ວັນນັ້ນ ຈົນຄຳ່ພໍ່ຈຶ່ງພາຂ້ອຍກັບບ້ານ ແມ່ ແລະພີ່ນ້ອງຜູ້ອື່ນໆ ເມືອບ້ານຕັ້ງແຕ່ເຫິງແລ້ວ.

- ຈາກວັນນັ້ນ, ຈົນມາຮອດວັນໜຶ່ງ ບໍ່ຮູ້ວ່າວັນໃດ ກໍບໍ່ຈື່ຄັກ ຈື່ແຕ່ວ່າ ຊາວບ້ານຊາວເມືອງ ແລະຄົນຕ່າງຖິ່ນທີ່ບໍ່ຈັກໜ້າມາຊຸມແຊວທີ່ເຮືອນຂອງຂ້ອຍ ແລະຕ່າງຄົນຕ່າງມາອ່ວຍພອນພໍ່ຂ້ອຍ ແລະທຸກໆ ຄົນຈະຮຽກພໍ່ຂ້ອຍວ່າຜູ້ແທນ, ຄຳວ່າຜູ້ເທນ ກໍເປັນສິ່ງທີ່ຂ້ອຍລຶ່ງຫູທີ່ສຸດ ຂ້ອຍຄິດໃນໃຈວ່າ ຄຳວ່າຜູ້ແທນທີ່ເຂົາຮຽກພໍ່ຂ້ອຍນັ້ນ ຄົງຈະເປັນເໝືອນຜຸ້ແທນຄຳໄພ ອະໄພ ແຕ່ຂ້ອຍກໍອົດຄິດບໍ່ໄດ້ວາ ພໍ່ຂ້ອຍເປັນຜູ້ແທນແລ້ວ ເປັນຫຍັງພໍ່ຂ້ອຍຄືບໍ່ມີຍົນບັກຜິນຫຼັງເໝືອນຜູ້ແທນຄຳໄພນໍ ?

- ແຕ່ຢ່າງໃດກໍຕາມ ຊາວບ້ານສ່ວນໃຫຍ່ ຍັງຮຽກພໍ່ຂ້ອຍວ່າ "ພໍ່ຈານ" ເໝືອນເດີມ, ພໍ່ຈານ ເປັນຄົນເຂົ້າວັດຟັງທັມ ທຸກໆ ວັນສິນເພີ່ນຈະຕ້ອງລົງວັດ ແລະຈຳສິນ ໘ ທຸກສິນນ້ອຍ ສິນໃຫຍ່, ແຕ່ເມື່ອ ພໍ່ຈານ ໄດ້ເປັນມີຄົນຮຽກວ່າ "ຜູ້ແທນພໍ່ຈານ" ແລ້ວ ພໍ່ຂ້ອຍບໍ່ຄ່ອຍໄດ້ຢູ່ເຮືອນ ບາງຄັ້ງພໍ່ຂ້ອຍຕ້ອງຫາຍໄປຈາກເຮືອນເປັນອາທິດ ວັນເສົາ ວັນອາທິດຈຶ່ງນ້າກັບມາບ້ານ ຫົວໃຈຂ້ອຍບໍ່ອົບອຸ່ນເໝືອນແຕ່ກ່ອນ ສາແລ້ວ, ເວົ້າເຖິງວຽກເຮືອນການຊານ ມີແຕ່ແມ່ກັບເອື້ອຍ ໒ ຄົນເຮັດ, ເຖິງຕອນນີ້ ຂ້ອຍເອງກໍຕ້ອງໄດ້ຊ່ວຍແມ່ຂອງຂ້ອຍເຮັດວຽກນຳ ເວົ້າເລື່ອງຫາປູຫາປາ ແມ່ຂ້ອຍບໍ່ມັກຫາ ສະໄໝພໍ່ຢຸ່ເພີ່ນກໍມີແຕ່ໃສ່ມອງໄວ້່ ແລ້ວທຽວໄປຢາມເຊົ້າຢາມແລງ ເອົາປາມາເຮັດກິນລ້ຽງຄອບຄົວ ບາດນີ້ພໍ່ບໍ່ຢູ່ເອື້ອຍຂ້ອຍຕ້ອງຮັບພາລະໜ້າທີ່ ເນື່ອງຈາດອ້າຍຂອງຂ້ອຍໄປບວດຮຽນຢຸ່ວັດພຸ້ນທັງ ສອງຄົນ.

- ຕື່ນເຊົ້າຂອງວັນໜຶ່ງ ຊາວບ້ານແຕກຕື່ນກັນໂກລາຫົນ ແຕ່ເປັນການແຕກຕື່ນທີ່ສະແດງເຫິງຄວາມມ່ວນຊື່ນ ທຸກຄົນໃບໜ້າຍິ້ມແຍ້ມແຈ່ມໃສ ພວກເຂົາບອກວ່າ ສັນຕິພາບມາແລ້ວ ອ້າຍນ້ອງຊິມາປະຈຳ ຢຸ່ບ້່ານເຮົາ, ຜູ້ຄົນກຽມຕົວອຸ້ມລຸກຈູງຫຼານອອກຕ້ອນຮັບ ພວກອ້າຍນ້ອງ ວັນນັ້ນພໍ່ຂອງຂ້ອຍບໍ່ຮູ້ວ່າເພີ່ນໄປໃສຫຼາຍວັນແລ້ວບໍ່ມາ. ແມ່ຂ້ອຍເອງນັ້ນບໍ່ສະແດງຄວາມກະຕືລືລົ້ນປານໃດ ເພີ່ມຕັງນ້າຕັ້ງ ຕາຕື້ມເຟີຂອງເພີ່ນສະບາຍ.

- ບໍ່ເຫິງເຫັນຄົນຝຣັ່່ງແລ່ນມາຕາລິງຕາຈໍ ເວົ້າຈາບໍ່ຮູ້ຈັກຄວາມແລ່ນລົງໄປຫາງບ້ານພຸ້ນ, ບໍ່ຈັກຄາວກໍເຫັນພວກທະຫານເຊື້ອຂາວ ທີ່ເຕີຍມາປະຈຳຢູ່ໜ້າບ້ານມາ ໔-໕ ຄົນ ພວກເຂົາບໍ່ມີປືນຈັກກະບອກ ມາບອກວ່າ ໃຜຊິໜີກະໜີເດີ ຄັນບໍ່ໜີກະໃຫ້ປິດປະຕູເຮືອນຊານ ໔ ໂມງແລງອ້າຍນ້ອງຊິມາ ພວກອ້າຍນ້ອງນີ້ ຄືຜີຄືເຜດ ແຂ້ວບັກຍາວ ພວກເຂົາທ້ອງປຸ້ງກິນຄົນ ຜູ້ໃດມີລູກແສ້ຫຼານສາວກໍໃຫ້ຢູ່ກັບເຮືອນ ກັບຊານ ຄັນບໍ່ໄປນຳພວກເຮົາ.

- ແມ່ຂ້ອຍ ເວົ້ານຳທະຫານພວກນັ້ນວ່າ ບໍ່ໄປໃສດອກ ຂ້ອຍຊິຕາຍຢູ່ບ້ານຂ້ອຍນີ້ແລ້ວ ຂ້ອຍສົນໃຈຄຳວ່າອ້າຍນ້ອງ ຈຶ່ງໄປຖາມແມ່ຂ້ອຍວ່າ "ອ້າຍນ້ອງແມ່ນໃຜ" ແມ່ບອກວ່າ "ອ້າຍນ້ອງເປັນທະຫານ ປະຕິວັດ ຂ້ອຍຖາມແມ່ວ່າ "ເຂົາກິນຄົນແທ້ບໍ" ແມ່ນຕອບວ່າ "ເຂົາກະນເຂົ້າຄືເຮົານີແລ້ວ ເມື່ອຟັງແມ່ຂ້ອຍເວົ້າແລ້ວ ຫົວໃຈຂອງຂ້ອຍກໍເລີ່ມອົບອຸ່ນລົງ.

- ປະມານ ໔ ໂມງເຫັນຄົນແລ່ນມາແຕ່ເໜືອພຸ້ນ ທຳທ່າຕົກອົກຕົກໃຈ ແລະປາກກໍຮ້ອງວ່າ ອ້າຍນ້ອງມາແລ້ວ ຂ້ອຍເອງກໍກຳລັງຫຼຼິ້ນຕີໝາກຄ່າງກັບໝູ່ຢູ່ ກໍຕົກໃຈ ມິຄົນໜຶ່ງບໍ່ຮູ້ວ່າໃຜ ຮ້ອງອອກມາວ່າ ເດັກນ້ອຍໜີແມ໊ ພວກສູບໍຢ້ານບໍ ? ພໍເທົ່ານັ້ນເອງ ໝູ່ຂອງຂ້ອຍກໍແລ່ນປົບຕາຍໜີໄປໃສບໍ່ຮູ້ ຂ້ອຍເອງຫງວກໜ້າໄປທາງເໜືອ ເຫັນທະຫານເສື້ອຂຽວແກ່ກັນມາ ພວກເຂົາຮ້ອງວ່າ ສັນຕິພາບໝັ້ນຍືນ ກັບຮ້ອງວ່າ "ຊົມເຊີຍ ຊົມເຊີຍໄຊຊະນະ" ຂ້ອຍກໍຕົກໃຈບໍ່ຮູູ້ຈະໄປທາງໃດ ກໍແລ່ນປົບເຂົ້າໄປເຕົາເຝີຂອງຄົນຂ້າງເຮືອນ ເຂົ້າໄປບໍ່ເທົ່າໃດ ຂ້ອຍກໍດິ້ນດ່າວດ່າວໆ ຖອຍກົ້ນກັບອອກມາ ຍ້ອນຂິ້ເທົ່າເຕົາເຝີ ທີ່ຮ້ອນເໝືອນໄຟ ແລ້ວວ່າຊິແລ່ນໄປໂຕນລົງນຳ້ບັນເທົາຄວາມຮ້ອນກະພໍດີເຈີ ອ່້າຍນ້ອງກຳລັຢ່າງມາຮອດ, ທະຫານເສື້ອຂຽວ ຜູ້ເດີນກ່ອນກໍອຸ້ມເອົາຂ້ອຍຂຶ້ນໃສ່ຄໍ ຊາວບ້ານຈຳນວນໜຶ່ງຕົບມື ທັງປາກ ກໍຮ້ອງວ່າຊົມເຊີຍ ຊົມເຊີຍໄຊຊະນະ.

- ທຳອິດຂ້ອຍກະຕົກໃຈ ທັງດິ້ນທັງຟັດ ແຕ່ກະບໍ່ຫຼຸດ ພວກເຂົາບອກວ່າ ບໍ່ຕ້ອງດິ້ນດອກ ພວກເຮົາຊິໄປສະຫຼອງໄຊຢູ່ຫາງດອນ ທັນໃດກໍເຫັນພີ່ນ້ອງຂອງຂ້ອຍຄົນໜຶ່ງ ເຊິ່ງເຄີຍເປັນທະຫານເກົ່າ ຮ້ອງບອກວ່າ ຫຳເອີຍໄປນຳເຂົາ ພວກເຂົາບໍເຮັດຫຍັງຫຼານດອກ ຂ້ອຍກໍອູ່ນໃຈ ນັ່ງຢູ່ຄໍຫົວໜ້າທະຫານອ້າຍນ້ອງ ຊາວບ້ານອອກມາຕ້ອນຮັບຢູ່ໜ້າບ້ານໃຜ ບ້ານລາວທັງໂບກທຸງ ແລະຕົບມືຊົມເຊືຍ ບາງຄົນກໍເອົາສິ່ງຂອງທັງນຳ້ດື່ນມາຢື່ນໃສ່ມືອ້າຍນ້ອງ ທະຫານຫົວໜ້າກໍເອົາສິ່ງຂອງ ທັງເຂົ້າຕົ້ມເຂົ້າໝົມປ່ອນໃສມືຂ້ອຍ ຈົນລົ້ນມືຂ້ອຍຈຶ່ງອຸ່ນໃຈ ນັ່ງຄໍເຂົາໄປຈົນຮອດຄ້າຍທະຫານທີ່ຫາດອນ.

- ນັບຈາກນັ້ນເປັນຕົນມາ ທະຫານເສື້ອຂາວທີ່ເຄີຍຢູ່ມາກ່ອນບໍ່ຮູ້ໄປໃສໝົດ ມີແຕ່ທະຫານເສື້ອຂຽວ ທີ່ຊາວບ້ານຮຽກວ່າອ້າຍນ້ອງມາຢູ່ເຕັມຄ້າຍ, ຕົກຕອນແລງ ພວກຊາວບ້ານຈະມາເຕົ້າມາໂຮມ ຢູ່ມີຄ້າຍນີ້ຫຼວງຫຼາຍ ມາຟັງພວກເຂົາເວົ້າເລື່ອງຫຍັງກະບໍ່ຮູ້ ທັງຟ້ອນລຳວົງ ມ່ວນຊື່ນ ບາງຄັງກໍມີການສາຍຊິເນ.

- ກ່າວເຖິງພໍ່ຂ້ອຍ ຍິ່ງຕອນນີ້ ໑ ເດືອນກະບໍ່ເຫັນກັບບ້ານ ບໍ່ຮູ້ວ່າໄປໃສ ຕອນນີ້ຫົວໃຈຂອງຂ້ອຍ ຍິ່ງກະວົນກະວາຍ ເພາະບໍ່ເຄີຍຍິນສຽງປືນ ກໍໄດ້ຍິນ, ວ່າແຕ່ຄ່ຳມາສຽງປືນ ກໍດັງຕືມໆໆໆ ປະມານ ໑໐ ນາທີ ໒໐ ນາທີກໍດັງມາແຕ່ໃກ ຕື່ນເຊົາກໍຍິນສຽງຊາວບ້ານສົນທະນາກັນວ່າ "ອ້າຍນ້ອງ ປະທະກັບປະຕິການຢູ່ປາກ, ຢູ່ນາດີ, ຢູ່ລະອ໊ອກໆ ເຫຼົ່ານີ້ເປັນຕົ້ນ ເຮັດໃຫ້ຊາວບ້ານ ແລະພວກຂ້ອຍ ຍິ່ງຕົກອົກ ຕົກໃຈ ເຖິງປານນັ້ນ ຕື່ນຂຶ້ນມາພວກຂ້ອຍກໍຕ້ອງໄປໂຮງຮຽນບໍ່ຂາດ ແຕ່ກຊຍັງເປັນຫ່ວງພໍ່ຂ້ອຍ ເພາະ ໑ ເດືອນແລ້ວ ບໍ່ເຫັນກັບມາ.

- ໒ ເດືອນໄຮ້ຫຼັງ ພໍ່ຂ້ອຍກໍກັບມາ ມາຕອນນີ້ມາເຫິງແນ່ ເພາະທີ່ວັດທີບຸນພະເຫວດ ພໍ່ຂ້ອຍນັ້ນເປັນຄົນມັກບຸນ ສະນັ້ນເພີ່ນຕ້ອງຢູ່ເຮັດບຸນພຣະເຫວດກ່ອນ ຫຼັງຈາກບຸນແລ້ວ ເພີ່ນກະບອກລູກວ່າ "ພໍ່ຕ້ອງໄປອີກແລ້ວ ເພາະບ້ານເມືອງວຸ້ນວາຍ ແລະພໍ່ກໍຕ້ອງຮ່ວມກັບພະນັກງານຂົນຂວາຍອອກຂົນຂວາຍທົ່ວເມືອງມຸນ.

(ຍັງມີຕໍ່)