ຂຽນເມື່ອ: ມິ.ຖ.. 25, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ປະສົບການຈິງຕົວະຜີລົງເຮືອນ. ------------------------------------------------ - ເວລາ ໑໕:໐໐ ໂມງ ໑໓ ມິຖຸນາ ເປັນກໍານົດຕ້ອງເປີດປະຕູຫ້ອງຂອງທຸກໆວັນ, ເພື່ອຕ້ອນຮັບແຂກຕາມປົກກະຕິ ເປີດປະຕູໄປເຫັນຄົນນັ່ງເຕັມສາລາ ໃນນັ້ນມີຄົນໜຶ່ງຂຶ້ນມາກ່ອນ ແລະເວົ້າວ່າ ຂ້ານ້ອຍມາແຕ່ບ່າຍໂມງ ຈົວບອກວ່າອາຈານພັກຜ່ອນ ໓ ໂມງຈຶ່ງເປີດປະຕູ. - ພຣະອາຈານດີໆໆໆ ມາບໍ່ຖືກເວລາ ມັນກະຕ້ອງຖ້າຫັ້ນແລ້ວ, ມາຫຍັງລະ ? (ເຂົາເຂົ້າມາໃນຫ້ອງຂາບລົງ ໓ ບາດ ແລ້ວເວົ້າວ່າ) - ພໍ່ອອກຄົນນັ້ນວ່າ "ໂອຍ....ເອົາຄົນຜີເຂົ້າ ມາໃຫ້ພຣະອາຈານໄລ່ອອກໃຫ້ແນ່ ໄປຫຼາຍວັດແລ້ວ ມັນກະອອກຢູ່ ແຕ່ມັນກະກັບເຂົ້າມາຄືນ, ຕອນເອົາມານີ້ມັນກະເຂົ້າອີກ ຂີ່ລົດມານໍາ ເວົ້ານໍາຂ້ານ້ອຍຈ້ອຍໆ ວ່າຊິຂ້າຊິແກງ, ມັນຫາວ່າພວກຂ້ານ້ອຍໄປເອົາດິນມັນ ແລະລູກມັນລັກຂາຍດິນລາວ, ພຣະອາຈານເບ ບອກມາຫາພຣະອາຈານ. - ພຣະອາຈານວ່າ "ຜີຢູ່ໃສສັງມາເກ່ງແທ້ ?" ພໍ່ອອກຜູ້ພາມາບອກວ່າ "ລາວບອກວ່າເປັນພໍ່ຕູ້ສົມຫວັງ" ພຣະອາຈານຕິຖະແຫຼງ "ຮວາຍ...ຜີອີສັງຄືມາຊືຄືຄົນແທ້ ?" ພໍ່ອອກຄົນນັ້ນ "ບອກວ່າ ລາວກະແມ່ນຄົນນີ້ແລ້ວ ຈັ່ງຫາຕາຍສອງປີນີ້ ລາວກະບໍໍ່ໄດ້ຕາຍຢູ່ຫັ້ນດອກ ຕາຍຢູ່ບ້ານດຸງພີ້" ພຣະອາຈານກໍສອຍ "ເອົາວ໌ ຄືເປັນຈັ່ງຊັ້ນ" ພໍ່ອອກຫັ້ນຕີຈັ່ງງວ່າ "ລາວມາໄລ່ພວກຂ້ານ້ອຍໜີ ຄັນບໍ່ໜີຊິເອົາຕາຍທັງໝົດ" ເວົ້າເບິ່ງນ່າມັນເປັນຈັ່ງໃດມາຈັ່ງໃດ ພຣະອາຈານວ່າ ?. - ພໍ່ອອກວ່າ ຄືວ່າຂ້ານ້ອຍນີ້ເປັນເຈົ້າຂອງດິນ ໄດ້ຊື້ດິນກັບຜູ້ຍິງຄົນໜຶ່ງຢູ່ບ້ານດຸງ ໖ ປີແລ້ວ, ຊື້ດິນຢູ່ໃສ ? ຢູ່ບ້ານໃໝ່ສໍາປັນນາ ແລ້ວກໍໃຫ້ຜົວເມັຍຄູ່ນີ້ໄປເຝົ້າ, ບາດແລ້ວ ສອງທິດທີ່ແລ້ວນີ້ ຈຶ່ງຮູ້ວ່່າວ່າດິນຕອນນີ້ ເປັນຂອງພໍ່ຕູ້ສົມຫວັງ, ລູກລາວລັກຂາຍ ແລະຂ້ານ້ອຍກໍໂທໄປຫາຜູ້ຂາຍດິນໃຫ້ ກໍບອກວ່າແມ່ນຄວາມຈິງ ແລະພໍ່ຕູ້ສົມຫວັງນີ້ ກໍແມ່ນພໍ່ຂອງລາວຈິງ. - ພຣະອາຈານຈຶ່ງຖາມວ່າ "ດຽວນີ້ຄົນທີ່ຜີເຂົ້າຢູ່ໃສ ?" ເຂົາຕອບວ່າ "ຢູ່ລົດ" ຜີຍັງເຂົ້າຢູ່ບໍ ? ເຂົາຕອບວ່າ "ຕອນມານີ້ກະເຂົ້າ ເວົ້ານໍາຂ້ານ້ອຍຢູ່ ບາດເຂົ້າມາວັດນີ້ ມັນກະອອກ ສົງໄສຍັງບໍ່ທັນເມືອ" ພຣະອາຈານວ່າ "ຄັນຊັ້ນ ໄປເອົາຂຶ້ນມາເບິ່ງ", ພໍ່ອອກກະອອກຈາກຫ້ອງລົງໄປຕະລ່າງ ພຣະອາຈານກໍກັບເຂົ້າຫ້ອງ ເຫິງເຕີບຈຶ່ງອອກ ມາຈາກຫ້ອງ ພວກເຂົານັ່ງຢູ່ໃນຫ້ອງ ຄົນທີ່ອ້າງວ່າເຈົ້າຂອງດິນນັ່ງຢູ່ອີກບ່ອນໜຶ່ງ ແລະມີຍິງຄົນໜຶ່ງມີຮ່າງກາຍສີດໍາ ໄຮ້ສະຕິ ນອນຢູ່ໃນຕັກຂອງຜູ້ ຊາຍຄົນໜຶ່ງອ່າວໜຸ່ມ ພຣະອາຈານກັບອອກມາຈາກຫ້ອງນັ່ງທີ່ອາສະນະເໝືອນເດີມແລ້ວຖາມວ່າ "ໃສຜີ ?" ຄົນທີ່ອ້າງວ່າເຈົ້າຂອງດິນບອກວ່າ "ຫັ້ນເດ ຂ້ານ້ອຍ", ພຣະອາຈານຫຼຽວເບິ່ງຜູ້ຍິງຄົນນັ້ນແລ້ວ ຈຶ່ງຖາມວ່າ "ຜີອີສັງ ຄືສະພາບເປັນຮ້າຍແທ້", ຍິງຄົນນັ້ນນອນເສີຍ ທໍາເໝືອນບໍ່ຮູ້ສຶກຕົວກໍເລີຍຖາມອີກວ່າ "ແມ່ອອກ ເຈົ້າເປັນຫຍັງ ?" ຍິງຄົນນັ້ນ ຕົນຕົວເໝືອນກັບວ່າໄຮ້ວິນຍານແຕ່ແປກກົງທີ່ວ່າ "ລິ່ວຕາເຫຼືອກຕາດຽວມາເບິ່ງພຣະອາຈານ" ອາຕະມາກໍ ເວົ້າໃສວ່າ "ຮື...ຊິມາເຫຼືອ ຕາໃສ່ອາຈານແບບນັ້ນ" ແມ່ຍິງຄົນນັ້ນລຸກປຸບປັບຂຶ້ນເໝືອນມີແຮງ ມືຕາຢ່າງບໍ່ພັບ ບໍ່ວ່າຫຍັງ ? - ພຣະອາຈານ "ແນະລຸກແລ້ວ ຄືແຂງແຮງແທ້ ເຈົ້າເປັນຫຍັງແມ່ຕູ້" ພໍ່ອອກທີ່ອ້າງວ່າ ເປັນເຈົ້າຂອງດິນຊິບໃສ່ຫູອາຈານຄ່ອຍໆ ວ່າບໍ່ແມ່ນແມ່ຕູ້ ພໍ່ຕູ້, ຜີຜູ້ຊາຍ ພຣະອາຈານ" ພຣະອາຈານ "ຮືມ໌ ຢ່າປາກ", ແລ້ວຖາມຍິງທີ່ຖືກຜີເຂົາ ຄົນນັ້ນອີກ, "ແມ່ຕູ້ເຈົ້າເປັນອີສັງ ?" ຍິງຄົນນັ້ນເວົ້າຂຶ້ນວ່າ "ຂ້ານ້ອຍບໍ່ແມ່ນພໍ່ຕູ້ ທັງຍົກມືຊີ້ ໃສ່ໂຕເຂົາເອງ" ພຣະອາຈານກໍເວົ້າວ່າ "ຜີບ້າ ເປັນຜຸ້ຍິງແທ້ໆໆ ເປັນຫຍັງຄືວ່າ ພໍ່ຕູ້ ບໍ່ແມ່ນຜີບ້າແລ້ວບໍນີ້" ຜູ້ຍິງທີ່ຖືກຜີເຂົ້າ ກໍເວົ້າວ່າ "ຂ້ານ້ອຍເປັນຜູ້ຊາຍ", ພຣະອາຈານຈຶ່ງວ່າ "ເອີໆໆໆ ຜູ້ຊາຍກະຜູ້ຊາຍ ວ່າແຕ່ວ່າເຈົ້າຫັ້ນຊືຫຍັງ ?" ຜູ້ຍິງຄົນນັ້ນເວົ້າວ່າ "ຂ້ານ້ອຍຊື່ພໍ່ຕູ້ສົມຫວັງ" ຢູ່ບ້ານໃດ ? ຢູ່ບ້ານໃໝ່ສໍາປັນນາ, ເປັນຫຍັງ ຈຶ່ງມາເຂົ້າເຂົານີ້, "ຂ້ານ້ອຍແທ້ຫັ້ນຢູ່ສະຫວັນພຸ້ນ, ມານໍາລູກນ້ອງຫົກຄົນ, ມາຕາມລູກ" ພຣະອາຈານ "ຕາມຢູ່ໃສ ? ໃຜລູກເຈົ້າ, "ຜີກະໄລ່ຊື່ລູກ ອອກມາທັງໝົດ ແລ້ວເຂົາກໍຊີ້ໃສ່ຍິງຄົນທີ່ຖືກຜີເຂົ້າຫັ້ນອີກວ່າ "ນີ້ກະແມ່ນ" - ພຣະອາຈານ "ຄົນທີ່ນອນຢູ່ນີ້ ກໍແມ່ນລູກເຂົ້າແມ່ນບໍ ?" ເວົ້າສຽງແຂງ "ໂດຍ...ແມ່ນລູກຂ້ານ້ອຍ ຫັ້ນແລ້ວ, ມັນໜີມາເຫິງແລ້ວ ຊິມາເອົາມັນເມືອ, ຄັນມັນບໍ່ເມືອ ຊະເອົາໃຫ້ຕາຍ". - ພຣະອາຈານເວົ້າວ່າ "ບ້ະໆໆໆໆ ພໍ່ຕູ້ວ່າເປັນພໍ່ຕູ້ສົມຫວັງເຈົ້າຂອງດິບ້ານໃໝ່ແມ່ນບໍ ?" ເຂົາຕອບວ່າແມ່ນແລ້ວ "ລູກເຂົາເຈົ້າ ເຂົາເອົາດິນເຈົ້າໄປຂາຍແມ່ນບໍ ?" ເຂົາຕອບວ່າ "ແມ່່ນແລ້ວ...ໂຢວ໌ ຊິຖາມອີສັງຫຼາຍແທ້ ເວົ້າເທົ່ານີ້ກະຮູ້ຕວາ", ພຣະອາຈານ "ຢາກຮູ້, ແຕ່ຄວາມຈິງແລ້ວ ຍິງຄົນນີ້ ບໍ່ແມ່ນລູກຂອງເຈົ້າ ເຂົາເປັນ ພຽງຄົນເຝົ້າສວນໃຫ້ເຖົ້າແກ່ ຊື໋ໆໆໆໆ ເຈົ້າກໍາລັງຕົວະພຣະອາຈານແມ່ນບໍລະ ?" ເຂົາເວົ້າສຽງອ່ອນໆລົງແລ້ວ ຫຼຽວໜີໄປທາງອື່ນໆ ບໍ່ສູ້ໜ້າເໝືອນເກົ່າ" ອາຈານ ຈຶ່ງເວົ້າອີກວ່າ "ຫຼຽວມາທາງນີ້ ເບິ່ງເປັນຫຍັງບໍ່ພັບຕາລະ ຫຼຽວມາ" ເຂົາກໍກົ້ມໜ້າບໍ່ປາກເໝືອນເກົ່າ ທໍາທ່າຢ້ານໆ ເຮັດຕາເຫຼືອກໆ ແຕ່ບໍ່ພັບຕາ ຈຶ່ງເວົ້າໃຫ້ເຂົາວ່າ "ເຈົ້າວ່າເຈົ້າຮັກລູກຂອງເຈົ້າແມ່ນບໍ ?" ເຂົາຕອບວ່າ "ໂດຍ...ຮັກເຂົາຫັ້ນແລ້ວ ຮັກຜູ້ນີ້ນີ້ແຫຼ້ວຫຼາຍ ຢ້ານເຂົາທຸກເຂົາຍາກ ບໍ່ມີອັນຢູ່ອັນກິນ ໃຫ້ເຂົາກັບບ້ານເມືອງຄືນ" ອາຕະມາວ່າ "ພໍ່ຕູ້ ເຈົ້າຫັ້ນຄິດຜິດແລ້ວ ເຈົ້າວ່າເຈົ້າຮັກລູກເຈົ້າ ແຕ່ເຈົ້າມາຢູ່ໃນຮ່າງຂອງເຂົາ ແລ້ວວິນຍານຂອງເຂົາຊິເປັນຈັ່ງໃດລະ ອັນນີ້ເຂົາວ່າເຈົ້າບໍ່ຮັກລູກແລ້ວ ເຈົ້າຍັງບຽດບຽນເຂົາອີກ ບາບຕົກນະຣົກໝົກໄໝ້, ມີພໍ່ຄົນໃດຮັກລູກ ແຕ່ທໍຣະມານລູກແບບນີ້" ເຂົາກົ້ມໜ້າ ບໍ່ປາກຍັງອາຕະມາຈຶ່ງຖາມເຂົາວ່າ "ຕອນເປັນມະນຸດ ຫັ້ນເຄີຍເຂົ້າວັດຟັງທັມບໍ ?" ເຂົາຕອບວ່າ "ບໍ່ເຄີຍ" ອາຕະມາຖາມວ່າ "ເປັນຫຍັງບໍ່ເຄີຍ" ເຂົາຕອບວ່າ "ເຂົ້າສາສນາອື່ນ(ບອກຊື່ສາສນາ), ອາຕະມາ ຈຶ່ງບອກເຂົາວ່າ "ນັ້ນແລ້ວ....ເປັນຫຍັງເຈົ້າຈຶ່ງວ່າ ລູກບໍ່ເຮັດບຸນໃຫ້ລະ ຂອງຕອນມີຊີວິດເຈົ້າບໍ່ພາເຂົາເຮັດບຸນ ບາດເຈົ້າຕາຍແລ້ວ ເຂົາກໍບໍ່ຈັກຊິເຮັດບຸນໃຫ້ເຈົ້າຫັ້ນແລ້ວ" ເຫິງເຕີບ ເຂົາກໍບໍ່ຕອບຫຍັງ ກະເລີຍບອກເຂົາວ່າ "ນັ້ນແລ້ວ ຕອນມີຊິວິດເປັນຄົນເປັນຄົນທິດຖີ ເຫັນຜິດ ຢູ່ໃນປະເທດພຸດທະສາສນາແທ້ໆ ຍັງບໍສວຍໂອກາດສ້າງບຸນໃສ່ໂຕ ຕາຍໄປແລ້ວ ກໍເປັນອະສຸຣະກາຍຈັ່ງຊີ້" ເຂົາກໍບໍ່ວ່າຫຍັງ ນັ່ງກົ້ມໜ້າ ແລະເຫັນນໍ້າຕາຂອງເຂົາອອກ" - ອາຕະມາຢ້ານຍິງຄົນນັ້ນເມື່ອຍຈຶ່ງຖາມເຂົາວ່າ "ພໍ່ຕູ້ ເຈົ້າຊິອອກຈາກຍິງຄົນນີ້ບໍ ?" ເຂົາຕອບວ່າ "ບໍ່ອອກ ຊິໄປແກ້ແຄ້ນພວກລູກເນຣະຄຸນກ່ອນ" ອາຕະມາວ່າ "ຍັງບອກແລ້ວວ່າ ການທີ່ເຈົ້າເປັນຜີນັ້ນມັນກະບາບພໍແຮງແລ້ວ ເຈົ້າຍັງຊິໄປຂ້າຄົນອີກມັນບາບໜັກ ຕົກນະຣົກໝົກໄໝ້, ເຈົ້າຢາກເປັນຜີຢູ່ຈັ່ງຊີ້ບໍ ?" ເຂົາຕອບວ່າ "ບໍ່...ໃຜບອກວ່າເປັນຜີດີ" ອາຕະມາຫົວຂວັນ "ຮ່າໆໆໆໆໆໆໆໆໆໆໆໆໆໆໆໆ, ກະບໍ່ໃຜບອກວ່າຜີດີ, ຈໍາພວກຜີ, ພວກອະສຸຣະກາຍນີ້ ມັກບາບຍິ່ງກວ່າ ເປັນສັດອີກ, ເປັນຫຍັງເຈົ້າຈຶ່ງບໍ່ອອກຈາກແມ່ອອກຄົນນີ້ ຊັ້ນນ່າ" ເຂົາຕອບວ່າ "ມານໍາເອົາມັນເມືອ ຍັງວ່າ" ອາຕະມາວ່າ "ຊິເອົາເຂົາເມືອ ມັນຊິມີປະໂຫຍດຫຍັງ, ໃນຂະນະເຈົ້າກະຍັງເປັນຜີຢູ່ ເອົາຕົວບໍ່ລອດແລ້ວ ຍັງເປັນຫ່ວງຄົນອື່ນອີກ ຮ່າໆໆໆໆໆໆ ອາຈານງຶດຜີບ້າດັ່ງເຈົ້າ". - ຜູ້ຍິງຄົນນັ້ນນໍ້າຕາອອກ ຫຼາຍເຕີບ ຈຶ່ງຖາມເຂົາວ່າ "ເປັນຫຍັງຈຶ່ງຮ້ອງໃຫ້ລະ ".ໂອຍ....ຢ່າຊູຖາມຫຼາຍທ້ອນ" ອາຕະມາວ່າ "ບໍ່ຖາມຈັ່ງໃດ ທໍາອຶດຄືມາເວົ້າສຽງແຂງ ບາດນີ້ ຄືວ່າມາກນໍ້າຕາອອກ" ເຂົາເວົ້າທັງໃຫ້ພ້ອມວ່າ "ແນວມັນເສັຍໃຈເວີຍ....ຕອນເປັນຄົນບໍ່ ໄດ້ເຮັດບຸນ ບໍ່ເຊື່ອພຸດທະສາສນານໍາເຂົາ ຄົນມາຊວນໄປເຮັດບຸນກະ ບໍ່ໄດ້ເຮັດນໍາເຂົາ, ສວນບັກໃຫຍ່ນາກະຫຼາຍ ກໍບໍ່ໄດ້ໃຊ້ຫຍັງລູກມັນຫຼັກມັນໂລບເອົາ.....ກີບດຽວກະບໍ່ແບ່ງ". - ອາຕະມາວ່າ "ເອີ.....ມາຈົ່ມເສັຍໃຈຕອນີ້ມັນກາຊ້າເກີນແລ້ວພໍ່ຕູ້ເອີຍໆໆໆ ອັນດິນອັນນານັ້ນ ເຈົ້າຊິຫວງໄວ້ເຮັດຫຍັງ ເຈົ້າຕາຍແລ້ວມັນກະເປັນຂອງຄົນອື່ນໆ, ມັນເປັນທໍາມະດາຂອງໂລກ ເອົາຈັ່ງຊີ້ເວົ້າຫຼາຍເຈົ້າກະເສັຍໃຈລ້າ ໃຫ້ເຈົ້າອອກຈາກຍິງຄົນນີ້ກ່ອນ, ແລ້ວຊິບອກໃຫ້ລູກຂອງເຈົ້າເຮັກບຸນໃຫ້ໄດ້ບໍ". - ຍິງຄົນທີ່ຖືກຜີເຂົ້າກໍເງີຍໜ້າຂຶ້ນ ເບິ່ງເພດານ ແລະຫຼຽວໄປທົ່ວຫ້ອງ ແລ້ວກໍຈົ່ມຄ່ອຍໆໆ "ໂອ...ຈັ່ງແມ່ນງາມເນາະວັດອາຈານ ໂອຍ ຜ້າກັ້ງງາມເນາະ" ເຂົາຫຼຽວໄປ ເບິ່ງພຣະພຸດທະຮູບແລ້ວຂາບລົງ ໓ ຄັ້ງແລ້ວ, ແລ້ວເວົ້າຄ່ອຍໆ ພຣະພຸດທະເຈົ້າຈັ່ງແມ່ນງາມໆໆໆໆ ອາຈານບອກເຂົາເຮັດບຸນໃຫ້ຂ້ານ້ອຍແນ່ເດີ.....ເຂົາເງິຍຂຶ້ນແລ້ວກໍຫງາຍເງີກ ໄປລົ້ມໃສ່ຕັກຊາຍຄົນທີ່ອຸ້ມເຂົາຢູ່ທາງຫຼັງ ມິດໄປເໝືອນຮ່າງໄຮ້ວິນຍານ, ຊາຍຄົນອຸ້ມເຂົາຫັ້ນກໍເອົານໍ້າ ໃນຈອກອົມພູດໆ ໃສ່ໜ້າຍິງຄົນນັ້ນສອງ-ສາມຄັ້ງ ຈຶ່ງມຶນຕາລຸກຂຶ້ນ ເໝືອນຄົນບໍ່ເປັນຫຍັງ ? ຖາມຍິງຄົນນັ້ນ ໄດ້ຄວາມຈົນໃຫ້ແນ່ໃຈວ່າ ເປັນຍິງຄົນນັ້ນແລ້ວ ອາຕະມາຈຶ່ງເອົາຝ້າຍທີ່ກຽມໄວ້ໄປຜູກແຂນເຂົາ ໃຫ້ນໍ້າມົນເຂົາກິນແລ້ວຈຶ່ງຖາມເລື່ອງອື່ນຕໍ່. (ຮຽບຮ້ອຍກັບມາເຂົ້າຄືນບໍ່ໄດ້ແນ່ນອນ)
- ເວົ້າລັດເອົາເລື່ອງຈຶງຈາກຍິງຄົນນີ້. - ແມ່ອອກ ຊື່ຫຍັງ ເຂົາຕອບວ່າ "ຊື່......." ຢູ່ບ້ານໃດດຽວນີ້ "ເຝົ້າສວນໃຫ້ເຖົ້າແກ່ນີ້(ຊີ້ໃສ່ເຖົ້າແກ່ຄົນພາມາ)ຢູ່ບ້ານໃໝ່", ຢູ່ກັບໃຜ ? ເຂົາຕອບວ່າ ຢູ່ກັບຜົວ, ຖາມວ່າ "ໃສຜົວ" ເຂົາຊີ້ໃສ່ຄົນທີ່ນັ່ງເບື້ອງຫຼັງ ທີ່ອຸ້ມເຂົາຂຶ້ນມາຕອນຜີເຂົ້າ, ແລະກັບລູກ, ຖາມເຂົາວ່າ "ໃສລູກ" ຜູ້ຊາຍຄົນນັ້ນກໍໄປເອົາລູກ ທີ່ຢູ່ລຸ່ມຂຶ້ນມາ, ໔ ຄົນຍັງນ້ອຍໆຢູ່; ບ້ານຢູ່ໃສ ? ຕອບວ່າ "ຢູ່ບ້ານ.....ເມືອງ....ແຂວງສະຫວັນ". - ຂໍຖາມແນ່ວ່າ ຜີເຂົ້າແມ່ອອກຫັ້ນຮູ້ຈັກບໍ ? ເຂົາຕອບວ່າກ່ອນເຂົ້າຮູ້ຈັກ ເພາະເຫັນເປັນໂຕ ແລະເຂົ້າຫຼາຍເທື່ອແລ້ວ, ອາຕະມາວ່າ "ຮ່ວຍ" ແມ່ນບໍພໍ່ອອກ "ທັງເຖົ້າແກ່ທັງຜົວກະຕອບວ່າແມ່ນ ອາທິດນີ້ເຂົ້າທຸກວັນ" - ເອົາຈັ່ງຊີ້ ຕອນຕູ້ສົມຫວັງ ຜີທີ່ເຂົ້າແມ່ອອກນີ້ຍັງມີຊິວິດຢູ່ ຫັ້ນເຄີຍເຫັນລາວບໍ ? ແມ່ອອກຕອບວ່າບໍ່ເຄີຍເຫັນ, ຮູ້ແຕ່ເຖົ້າແກ່ວ່າເປັນເຈົ້າຂອງດິນ ແລະຈັ່ງຫາຕາຍ ເມື່ອສອງປີນີ້, ເຄີຍເຫັນແຕ່ຕອນເປັນວິນຍານນີ້, ອາຕະມາວ່າເຫັນຕອນໃດ ? ເຫັນຕອນສອງສາມເດືອນມາແລ້ວ, ຢູ່ເຮືອນຫັ້ນກະມີສຽງດັງໆ ເໝືອນກັບມີຄົນ ທັງກາງເວັນກາງຄືນ(ໝາຍເຖິງເຮືອນທີ່ສ່ວນ ເຊິ່ງເປັນເຮືອນເກົ່າຂອງພໍ່ຕູ້ສົມຫວັງ) ແລ້ວເຫັນຕອນເປັນວິນຍານນັ້ນ ເຫັນຕອນໃດ ? - ແມ່ອອກເລົ່າວ່າ "ເຫັນຕອນທໍາອິດ ເຫັນຕອນໄປໄຫວ້ຫໍຜີ, ແມ່ອອກໄຫວ້ຫໍຜີຊັ້ນບໍ ? ເຖົ້າແກ່ວ່າໃຫ້ບູຊາທຸກວັນສິນ ກະເລີຍໄຫວ້, ເຫັນຈັ່ງໃດ ? ລາວມາຫົວໃສ່, ແລ້ວຕໍ່ມາກະເຫັນເລື້ອຍໆ ເຫັນທີ່ກ້ອງລ່າງ, ເຫັນຢູ່ຫົວຂັ້ນໃດ, ຕໍ່ມາຫາເຫັນທີ່ເຮືອນຕອນກິນເຂົ້າ, ຈາກນັ້ນຜີກະເຂົ້າຂ້ານ້ອຍເລີຍ. - ອາຕະມາວ່າ "ໂອ....ແປກ" ຕອນມັນຊິເຂົ້າທໍາເປັນຈັ່ງໃດ ? ວັນນັ້ນ ກໍາລັງກິນເຂົ້າຢູ່ ຜີກະມາຫົວໃສ່ໜ້າປັກຕູ ແລ້ວເວົ້າວ່າ ກິນຜູ້ດຽວບໍ່ແບ່ງກັນກິນເນາະ ຂ້ານ້ອຍກະຍື້ນໃຫ້ເຂົາ ວ່າເອົາໆກິນກະກິນ ເຂົາຍື່ນມືມາຮັບຂອງກິນ ມືຂ້ານ້ອຍກະມຶນເລີຍ, ຖາມຜົວເຂົາວ່າ "ບໍ່ອອກເຫັນບໍ ?" ຜົວເຂົາກະຢືນການວ່າແມ່ນ ແລະເຫັນ. ທີ່ສໍາຄັນ ຄອບຄົວຍິງຄົນນີ້ ຖາມແລ້ວວ່າ "ບໍ່ມັກເຂົ້າວັດເລີຍ ເຂົາອ້າງວ່າເຂົາທຸກ". - ນີ້ແລ້ວ ທ່ານຜູ້ອ່ານ "ການທີ່ເປັນຄົນແລ້ວ ບໍ່ຖືສາສນາ ມັນກະເປັນແນວນີ້ ນອກຈາກນັ້ນແລ້ວ ຍັງໄຫວ້ສານພຣະພູມອີກ ຜີພວກນີ້ແລ້ວ ຊິມາຢູ່ໃນຮ້ານພຣະພູມ ຂອງທ່ານ ແລ້ວອ່ານເລື່ອງນີ້ແລ້ວ ຈະເຫັນເປັນຈິງເລີຍວ່າ ຜີບໍ່ເຄີຍໃຫ້ຄຸນໃຜເລີຍ. - ວັນຕໍ່ມາ ອາຈານເບ ນິມົນໃຫ້ໄປສູດຖອດ ທີ່ສວນນັ້ນບໍ່ໄດ້ໄປ ເພາະວ່າຄາວຽກທັງວັນ ຈຶ່ງໃຫ້ນິມົນວັດອື່ນ, ວັນທີ ໑໗ ອາຈານເບວັດນາໄຊ ໂທມາຂໍຄາຖາກັນຜີ ໃຫ້ຜູ້ຍິງຄົນນັ້ນ ເຂົາບອກວ່າເຊົາແລ້ວ ແຕ່ຢ້ານມັນມາອີກ ຕອນນັ້ນກໍໃຫ້ຄາຖາເຂົາໄປ ຄືຊິເຊົາແລ້ວ ເພາະບໍ່ຍິນຂ່າວຫຍັງອີກ.
|
ຂຽນເມື່ອ: ມ.ກ.. 25, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
1; ພາກທີ 1 ວັນທີ 24 ມັງກອນ 2011 (ການອອກເດີນທາງ ຈາກວຽງຈັນ ຮອດບ້ານແດນສະຫວັນ ຊາຍແດນລາວບາວ) - ວັນນີ້ ໄດ້ອອກຈາກພຣະທາດຫຼວງ ເວລາ 08:30 ໂມງ, ອອກເດີນທາງມຸ້ງໜ້າສູ່ຖະໜົນເລກ 13 ໃຕ້, ເວລາ 11:21 ໂມງຮອດປາກກະດິງ, ເວລາ 17:05 ຮອດບ້ານແດນສະຫວັນຊາຍແດນບ້ານດ່ານສະກຫວັນ ຕ້ອງນອນທີ່ນີ້ 1 ຄືນ ເພາະຈະອອກໄປຫວຽດນາມ ຄົນຂັບລົດບອກວ່າຢ້ານມັນມືດ ມື້ອື່ນເຊົ້າ ຈຶ່ງອອກເດີນທາງຕໍ່ ຄົງຈະຮອດດານັງເວລາ 11:00 ໂມງວ່າຊັ້ນ. - ເປົ້າໝາຍຂອງການໄປ ແມ່ນໄປສົ່ງລູກສິດຮັບປະຣິນຍາ, ການເດີນທາງຄັ້ງນີ້ ມີ 4 ຄົນຣວມກັບຜູ້ຂຽນ, ຄືເຈົ້າຂອງຜູ້ຮັບປະຣິນຍາ, ພໍ່ຂອງລູກສິດ ແລະສ່ຽວພໍ່ ຂອງເຂົາ. - ມື້ອື່ນອອກເດີນທາງ 7 ໂມງ, (ຈະເວົ້າເລື່ອງການເດີນທາງໃຫ້ຟັງ ເປັນຂັ້ນຕອນ ຫາກມີໂອກາດ), ວັນນີ້ ໄຫວ້ພຣະແລ້ວນອນ ເພາະອາກາດໜາວກວ່າ ວຽງຈັນ ຄົງຈະ 12-14 ອົງສາ. 2. ພາກຕໍ່ ວັນທີ 25 ມັງກອນ 2011 (ຈາກບ້ານແດນສະຫວັນ-ດານັງ) - ເຊົ້າວັນນີ້ ວັນທີ 25 ມັງກອນ ຕື່ນແຕ່ເຊົ້າອາກາດໜາວ ກວ່າມື້ຄືນຈັກໜ່ອຍ ຕື່ນເວລາ 04:30 ໂມງ, ເປີດປະຕູເຮືອນອອກມາ ເຫັນຄົນກຽມຕົວອອກ ເດີນທາງແນ່ແລ້ວ, ກໍມ້ຽນເຄື່ອງເກັບເຂົ້າກະເປົ໋າເຂົ້າຫ້ອງນໍ້າອາບນໍ້າອຸ່ນ ເຊັດຕົວຮຽບຮ້ອຍ ກໍໄຫວ້ພຣະຊາມແຈ້ງ ເວລາຫົກໂມງ ລົງລົດໄປສັນອາຫານ ທີ່ຮ້ານ ພາກັນຮັບເຂົ້າປຸ້ນຫວຽດ ເຂົາຮຽກ ບຸ໋ນເນງືອກ(ແປເປັນລາວວ່າເຂົ້າປຸ້ນນ້ຳ) ແລ້ວກໍອອກເດີນທາງ ຂ້າມຫ້ວຍອາໂລນໄປ 300 ແມັດກໍຮອດດ່ານ ເນື່ອງຈາກປັດສະປອດເສັຍ ຈຶ່ງໃຊ້ໜັງສືເດີນທາງແທນ ແຕ່ວ່າໜັງສືເດີນທາງທີມີນັ້ນໃຊ້ໄດ້ສະເພາະໄປໄທຍ ທາງຫົວໜ້າດ່ານ ບອກວ່າ ໃຊ້ການບໍ່ໄດ້ ເຂົາກໍຍິນດີເຮັດໃຫ້ໃໝ່ ກໍໄປຖ່າຍຮູບດ່ວນບໍ່ພໍຄາວກໍເຮັດໜັງສືແລ້ວຮຽບຮ້ອຍ ນາຍດ່ານຄົນນີ້ນິໄສດີເຮັດໃຫ້ໂລດ ບໍ່ເວົ້າຫຍັງຍາກ ຖາມເຂົາວ່າເຂົາຢູ່ບ້ານອຸບມຸງ ວຽງຈັນ, ໄດ້ແລ້ວ ສ່ວນລົດ ແລະໜັງສືແມ່ນລູກສິດ ຄົນທີ່ຈະໄປຮັບປຣິນຍານັ້ນ ເຂົາໄປຈັດການແຈ້ງ ແລະຜ່ານພິທີຂ້າມແດນ ກໍບໍ່ຍາກປານໃດ ເພາະໜັງສືຜ່ານແດນລົດນັ້ນ ເຮັດເທື່ອດຽວໄປໄດ້ທຸກປະເທດຢູ່ແລ້ວ ມີພຽງແຕ່ເສັຍຄ່າທໍານຽມກະກະແລ້ວ ແຕ່ຈະຊ້າເລັກນ້ອຍຕ້ອງໄດ້ຊື້ປະກັນຊົ່ວຄາວ ເນື່ອງຈາກລົດບໍ່ເຄີຍອອກວຽດນາມຈັກເທື່ອ ໄດ້ແລ້ວກໍມາແຈ້ງໜັງສືເດີນທາງ ສາມຄົນພໍ່ອອກ ເຂົາໃຊ້ປັດສະປອດ ແຕ່ຜູ້ຂຽນໃຊ້ໜັງສືເດີນທາງ ເຈົ້າໜ້າທີ່ຫວຽດນາມ ກໍຕ້ອງຖາມວ່າ ຈະໄປຮອດໃສ ລູກສິດບອກວ່າຈະໄປຮອດດານັງ ໄປຮັບປະຣິນຍາ ເອົາອາຈານໄປນໍຮ່ວມຍິນດີນໍາ ເຂົາກໍອະນຸຍາດໃຫ້ໄປໄດ້ (ຄວາມຈິງແລ້ວໜັງສືຜ່ານແດນຊົ່ວຄາວນັ້ນ ໄປບໍ່ຮອດດານັງ ໄປໄດ້ແຕ່ດົງຮົວ ແລະເມືອງຊາຍແດນ ເທົ່ານັ້ນ) ເມື່ອເຂົາອະນຸຍາດ ວ່າໄປໄດ້ກໍອອກເດີນທາງເຂົ້າຫວຽດນາມ ເມື່ອລົງພູຫຼວງໄປໄປຮອດເມືອງນ້ອຍນັ້ນ ກໍເຫັນຝົນຕົກຕລອດທາງມາເລື້ອຍໆ - ທາງຫວຽດນາມເຂົາກໍານົດຄວາມໄວ ແລ່ນປະມານ 60-70 ກມ/ຊມ ຜ່ານເມືອງນ້ອຍໆຕ່າງໆມາ ປະຊາຊົນອອກທໍາມາຫາກິນຕາມໄຮ່ນາ ຮົ້ວສວນ ທາງຫວຽດນາມນາເຂົາ ເປັນໄຮ່ໆ ຄາດໄຖແລ້ວ ບໍ່ເຫັນຕົກກ້າສົງໄສນາຫວ່ານ ຕາມແຄມທາງນາງນັ້ນ ມີບາງບ້ານຜູ້ຍິງນຸ່ງສິ້ນແບບລາວ ແລະມີເຮືອນຮ້ານແບບລາວ ເຂົາບອກວ່າລາວຫຼົງມາທາງຫວຽດນາມ, ສະພາບທາງຫວຽດນາມຕ່າງບ້ານເຮົາ ເວົ້າເລື່ອງຖະໜົນມີຫຼາຍເສັ້ນ ແລະປູຢາງໝົດ ລົດນ້ອຍບໍ່ຫຼາຍ ມີແຕ່ລົດບັນທຸກເຄື່ອງ ແຕ່ລົດຈັກຈະຫຼາຍ ເດັກນ້ອນນັກຮຽນຈະຂີ່ລົດຖີບ, ຍິ່ງແລ່ນລົງມາໄກ້ຈະຮອດເວ້ຫ໌ ດິນຫວຽດນາມຈະຕໍ່າລົງ ຫຼຽວເຫັນແມ່ນໍ້າ ຂົວໃຫຍ່ຈະຫຼາຍໄກ້ເມືອງເຫວ້ ກໍເຫັນບ່ອນໜຶ່ງນັ້ນເປັນດິນສີຂາວເຂົາບອກວ່າ ທີ່ນີ້ເປັນສະໜາມຮົບພາກ ການທີ່ອາເມລິກາຫວ່ານອາວຸດເຄມີ ບໍ່ຄ່ອຍມີເຮືອນຄົນຢູ່ ຈະມີແຕ່ສຸສານ ແລະອະນຸສາວະລີ ດິນທີ່ນີ້ຈະຂາວເປັນພິເສດ ເຂົາປູກຕົ້ນກະຖິນນະລົງໃສ່ ເມື່ອມາຮອດບ່ອນໜຶ່ງ ລົດຢຸດໃຫ້ລົດໄຟແລ່ນ ພໍດີຮອດ 11:45 ນາທີກໍແວ່ຮ້ານອາຫານ ສັ່ງອາຫານມາກິນ 2 ຊຸດ ຜູ້ຂຽນສັນອົງດຽວ ສ່ວນພໍ່ອອກ 3 ຄົນເຂົາກໍກິນນໍາກັນພາໜຶ່ງ ທີ່ໂຕະໜຶ່ງອີກຕ່າງຫາກເຫັນເຂົາກິນເບັຍຫວຽດນາມພ້້ອມ ເຂົາບອກວ່າລອງເບັຍຫວຽດນາມ ອາຫານທີ່ສັ່ງມາ ຄື ຕົ້ມສົ້ມປາທະເລໃສ່ໜໍ່ໄມ້ແຊ່, ຂົ້ວຜັກກາດ, ປາມຶກ, ໄກ່ຕົ້ມ ແລະປາແດກກຸ້ງຫວຽດນາມ ເຂົ້າຈ້າວກິນຈົນອີ່ມ ທີ່ຮ້ານນັ້ນມາຍາຄັ້ນ ກໍເອົາຢ່າຄັ້ນອີກ ລາຄາ 40.000 ດົ້ງ, ບາດເຂົາຂຽນບິນມາ 350.000 ດົ້ງ ສະແດງວ່າລາຄາອາຫານມພຽງແຕ່ 145.000 ກີບເທົ່ານັ້ນ ຖ້າທຽບໃສ່ອາຫານ ທີ່ປາກກະດິງແລ້ວ ຖືກກວ່າ ເພາະຄ່າອາຫານທີ່ປາກກະດິງວານີ້ 225.000 ກີບ, ມີລາບ, ຕົ້ມປາ, ໃສ່ອົ່ວ ແລະປິ້ງໝູ, ຫຼັງຈາກເສັດກິດດ້ານອາຫານແລ້ວ ກໍອອກເດີນທາງຈາກທີ່ນັ້ນມາຫາທາງລອດອຸມຸງມີພຽງ 4 ກມ ຂ້າງຂວາມື ຈະເຫັນທະເລ ທາງຫຼວງສວຍງາມດີ ມີເຮືອນນ້ອຍໆສອງຟາກທາງ ເຂົາບອກວ່າທາງທີ່ນີ້ຕັດລັດຜ່ານທະເລ ເພື່ອລັດໄປໃສ່ອຸມຸງ ເມື່ອເຮົາຂັບລົດຜ່ານອຸມຸງນັ້ນພຽງແຕ່ ກມ ຫາກໄປທາງເດີມ ຈະຂຶ້ນພູໄລຍະທາງ 20 ກວ່າ ກມ, ອຸມຸງນີ້ເຂົາວ່າຍາວໃນອາຊີປັດຈຸບັນ; ເມື່ອອກຈາກອຸມຸງແລ້ວ ກໍເຫັນຕົວເມືອງດານັງ ທາງຊ້າຍມືສວຍງາມ ລູກສິດຄົນຂັບລົດ ເຂົາຮູ້ທາງ ກໍພາຂີ່ລົດຮອບເມືອງກ່ອນ ຈຶ່ງເຂົ້າພັກທີ່ ຮຮ ຫາເລືອກລາຄາຖືກສຸດ 12 ດອນ ຕໍ່ຄືນ ເວລາ 13 ໂມງຂຶ້ນພັກທີ່ຫ້ອງ ຖາມເຈົ້າຂອງ ຮຮ ວ່າຫາກມີ ຄອມພິວເຕີໄຊ້ໄວ້ເລດຟຣີ ອາບນໍ້າແລ້ວກໍມາຂຽນບົດຄວາມນີ້, ສ່ວນຄົນອື່ນພພັກຜ່ອນ ສໍາລັບ ທ້າວຕູ່ລູກສິດ ກໍໄປມະຫາວິທະຍາໄລຂອງເຂົາ ເພື່ອພົບພັນວຽກງານ ພັກຜ່ອນກ່ອນວັນນີ້ (ໂຊກດີ)\ ມື້ອຶ່ນຊິສົ່ງຮູບໃຫ້ເບິ່ງ
|
ຂຽນເມື່ອ: ກ.ຍ.. 24, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ກ.ຍ.. 5, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
ປີ ໒໐໐໗ ຄິດແຕ້ມຮູບສະໜາມຫຼວງຫຼິ້ນໆ ຕໍ່ມາເດືອນ ໑ ປີ ໒໐໐໘ ໃຫ້ແກ້ໄຂພາບນີ້ ຄື ແຕ່ງທີ່ປະຕູໂຂງ ມາປີນີ້ ໒-໓ ວັນຜ່ານມາ ຍິນຄົນບອກວ່າ ເຂົາມ້າງປະຕູໂຂງ ເຂົາເຂົ້າເດີນພຣະທາດຫຼວງ ທັງສອງປະຕູນັ້ນແລ້ວ ກໍເລີຍໄປຖ່າຍຮູບໄວ້ (ມື້ອື່ນຊິສົ່ງໃຫ້ເບິ່ງ) ເຂົາຊິສ້າງຂຶ້ນມາແທນວ່າຊັ້ນ ແຕ່ຍັງບໍ່ຮູ້ວ່າ ເປັນແບບໃດ ? ຫາກເປັນດັ່ງຮູບນີ້ ນັບວ່າວິໄສທັດຂອງຜູ້ຂຽນ ເປັນຈິງ ໒ ເລື່ອງແລ້ວ ຄື ປີ ໒໐໐໗ ແຕ້ມແລ້ວ ເຂົາກໍສ້ອມແຊມມະຫາກຸດີ ປີນີ້ ເຂົາຈະເຮັດຕ້າຍ ແລະປະຕູໂຂງໃໝ່ ນັບວ່າ ວິໄສທັດຜູ້ຂຽນເປັນຈິງ(ຕາທີ່ແຕ້ມຫຼິ້ນໆ ໂດຍບໍ່ມີຂໍ້ມູນໃດໆເລີຍ ນີ້ຄືການເມືອງເບື້ອງໜ້າຂອງຜູ້ຂຽນ
|
ຂຽນເມື່ອ: ມິ.ຖ.. 5, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
|
|
|