ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນບຸນຍ່ອມໄດ້ຊ້ອນ ຊອນຮັກກັບຄົນບຸນ
ບຸນສະເໝີພຽງກັນ ຈຶ່ງໝົ້ນຄົນຂະໜົງກ້າ
ຫາກຮັກເງິນເກີນກວ່າແລ້ວ ຈະທົນເຈັບທຸກເຊົ້າຄໍ່າ
ເງິນທີ່ມີມາກລົ້ນ ລາຄາດ້ອຍກວ່າຮັກຈິງ

ເງິນທອງເປັນພະເຈົ້າ ຕັດສິນສ່ວນທຸກບັນຫາ
ແຕ່ວ່າລາຄາເງິນບໍ່ພຽງໃຈ ຊື້ໃຈບໍ່ມີໄດ້
ຄົນໃດເຫັນເງິນນັ້ນ ສະເໝີໃຈແຈ້ງເຈດ
ກໍຈະເຫັນຮັກແທ້ ວ່າເງິນນັ້ນດ້ອຍກວ່າຄົນ

ຄົນຮັກເງິນບໍ່ລອດພົ້ນ  ທົນທຸກອຸກສະໝອງ

ແມ່ນຊິລວຍພຽງໃດ ໃຈບໍ່ບານສະເບີຍໄດ້

ຮັກອັນໃດບໍ່ທຽມເທົ້າ ກັບຮັກຈິງຈາກເຈດ

ຮັກແທ້ຍຶນຍິ່ງໝັ້ນ ເງິນຄຳນັ້ນມາກມູນ ທ່ານເອີຍ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

Picture@Bailane.com

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປີເກົ່າໃກ້ຈາກແລ້ວ ຄົນລ້ຽງສົ່ງຮ້ອງລາ

ພາວະນາໃຫ້ຫາຍໜີ ຈາກໄປໄກສິ້ນ

ປີໃໝ່ວຽນມາໃກ້ ຄົນສະຫຼອງໄຊສົດຊື່ນ

ສະຫຼອງກັນຈົນຄຶກຄື້ນ ສະຫຼອງມື້ປີໃໝ່ມາ

 

ຄົນທັງຫຼາຍລໍຖ້າ ຕ້ອນຮັບສະໜັບສະໜູນ

ລ້ຽງກັນຫຼາຍວັນຄືນ ເພື່ອເຝົ້າລໍວັນນີ້

ມີທັງກິນທັງຫຼິ້ນງັນແຊວ ຮ້ອງສະໜັ່ນ

ເມົາກັນສາມສີ່ມື້ ເພື່ອລໍຖ້າປິໃໝ່ມາ.

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ປີກາຍ ທີ່ວຽງຈັນໜາວພໍປະມານ ແຕ່ຊຽງຂວາງໜາວຈົນງົວ-ຄວຍຕາຍເປັນພັນໆ ເຫດການດັ່ງກ່າວເກີດຂຶ້ນ ໒ ຄັ້ງທີ່ຊຽງຂວາງ
- ປີກາຍ ທີ່ຊຽງຂວາງນໍ້າຝົນອັ່ງຖ້ວມຊຽງຂວາງຝົນເສັຍຫາຍໜັກ.
- ປີກາຍ ທີ່ວຽງຈັນຝົນຕົກຍາມເດືອນຈຽງ ແລະເດືອນຍີ່ ປີນີ້ລໍຟັງ.
- ປີກາຍ ນໍ້າຖ້ວມຫຼວງຫຼາຍແຫ່ງ ທີ່ເມືອງໄທຍ໌ນ້ໍາຖ້ວມພາກກາງຂອງໄທຍ໌
------------
- ປີກາຍ ໒໐໑໑ ຜ່ານໄປ ປີນີ້ ປີ ໒໐໑໒ ຊິເຂົ້າມາ
- ປີນີ້ ຄືຈາກມື້ນີ້ເປັນຕົ້ນໄປ ຝົນຈະແລ້ງ (ລໍເບິ່ງ)
------------
ປີກາຍໄດ້ຜ່ານພົ້ນ ປີໃໝ່ຊິວຽນມາ
ປີກາຍຄົນທັງຫຼາຍ ເກືອບຈີບຫາຍຕາຍຍ້ອນ
ມີຫຼາຍຄົນບໍ່ແຂງເຂັ້ມ ໄດ້ສູນຫາຍຕາຍຈາກ
ຄົນສ່ວນຫຼາຍລໍາບາກຍ້ອນ ປີນີ້ກ່ອນຊິກາຍ

ຄົນທັງຫຼາຍໄດ້ແຕ່ຮ້ອງ ຕ້ອນຮັບປີໃໝ່ມາ
ປີເກົ່າກາຍຜ່ານໄປ ບໍ່ສົນໃຈຊ້ໍາ
ມີແຕ່ເຮຮົນຮ້ອງ ສະບາຍດີປີໃໝ່
ບໍ່ມີໃຜກ່າວເວົ້າ ລາແລ້ວປີເກົ່າກາຍ

ປີເກົ່າດີເລີດລໍ້າ ທີ່ເຮົາຜ່ານວິກິດການ
ມີຄວາມສຸກສໍາລານ ຜ່ານມາຈົນປານນີ້
ບາງຄົນດີຫຼາຍລົ້ນ ຈະເລີນສີແສນຢ່າງ
ບາງຄົນສົມມາດແມ້ງ ຈະເລີນຂຶ້ນລື່ນທະວີ

ບາງຄົນເກືອບບວບບີ້ ປີ້ປົ່ນປານລົນໄຟ
ມີບົດຮຽນຫຼວງຫຼາຍ ທຸກກາຍໃຈເສົ້າ
ມີຄວາມເຫງົາຄວາມເສົ້າ ຄວາມອຸກຄວາມອັ່ງ
ນໍ້າຕາຫຼັ່ງອາບຍ້ອຍ ຜ່ານມາແລ້ວເພາະປີກາຍ

ເຮົາບໍ່ຄວນກ່າວຮ້າຍ ປີເກົ່າກາຍໄປ
ຫາກເຮົາພົບສິ່ງໃດ ຊິວ່າດີຫຼືຮ້າຍ
ຄວນຂະຫຍາຍທາງຄື້ນ ຄືນເວັນໃຫ້ເຫັນຊ່ອງ
ສ້າງປີນີ້ໃຫ້ຖືກຕ້ອງ ຈະເລີນຂຶ້ນລື່ນປີກາຍ

ປີກາຍຜ່ານໄປແລ້ວ ເຮົາໄດ້ຢູ່ສຸກຂີ
ທັງຊີວີຈະເລີນສຸກ ກໍເພາະປີກາຍທະລາຍສິ້ນ
ປີໃໝ່ວຽນມາໃກ້ ເຮົາຍືນຍົງຍັງທ່ຽງ
ປີໃໝ່ນີ້ຂໍຢ່າມີສິ່ງຮ້າຍ ສະບາຍລົ້ນກວ່າປິກາຍ ແທ້ເດີ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມີສິ່ງຂອງເຄື່ອງໃຊ້ ມູນມາກອັກໂຂ
ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້
ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ
ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ

ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ
ໃຊ້ບໍ່ເປັນກໍ​ເສັຍທີ່ ທຸກທີ່ມີຂອງໃຊ້
ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ
ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ

ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ
ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ
ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ
ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສັພພປາປັສສະ ອະກະຣະນັງ
ກຸສະຣັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸທທະສາສະນັງ
-----------------------
ພຸດທະອົງຕັດສັ່ງໄວ້ ຫົວຂໍ້ໃຫຍ່ຄໍາສອນ
ວາງຮາກຖານສາສະໜາ ໃຫ້ຢູ່ຍົງຄົງໄວ້
ເປັນຫົວໃຈຄໍາສອນຊີ້ ທັງຫຼາຍທີ່ພຣະອົງກ່າວ
ສະຫຼຸບລົງວາດໄວ້ ສາມຂໍ້ທ່ຽງຈິງ

ສັບພະປັສສະອະກະຣະນັງນັ້ນ ຢ່າທໍາຊົ່ວທັງໝົດ
ຊົ່ວທັງກາຍວາຈາໃຈ ຄົບສາມສະເໝີດ້າມ
ອັນວ່າການກະທໍາພ້ອມ ສະເໝີໃຈແຈ້ງເຈດ
ວາຈາຈົງການເວົ້າ ໜີລີ້ບາບໜາ

ກຸສສະຣັສສຸສັມປະມານັ້ນ ໃຫ້ໝັ່ນສ້າງກຸສົນ
ບໍາເພັງພຽນພາວະນາເຮັດ ຄົບສາມໃຫ້ຈະແຈ້ງ
ທັງກາຍໃຈວາຈາພ້ອມ ປະກອບກັມອັນຊອບ
ປະຕິບັດໃຫ້ພ້ອມ ໃຫ້ໃສ່ເຫຼື້ອມບຸນກຸສົນ

ລະບາບລົງໃຫ້ພ້ອມ ປະຕິບັດພາກສ່ວນການກຸສົນ
ຍັງຕ້ອງຊໍາຮະຈິດໃຈ ໃຫ້ຮຸ່ງເຮືອງໃສເຫຼືອມ
ສະຈິດຕະປະຣິໂຍທະປານັງນ້ອມ ກຸສົນທັມລ້າງຊ່ວຍ
ສະມັດຖະວິປັດສະນາຊະລ້າງ ໃຫ້ໃສ່ເຫຼື້ອຢ່າເສື່ອມຄາຍ

ທັງສາມກະການທີ່ວາດໄວ້ ພຣະອົງເທດຊົງສອນ
ເປັນຫົວໃຈສາສນາ ຖືກຄອງພຣະທັມແທ້
ຂໍແກ່ຊົນທັງຄ້າຍ ຂະຫຍາຍຄວາມໃຫ້ສອດຄ່ອງ
ສາສນາສອດສ່ອງສ້າງ ໃຫ້ຄົນເລີດກວ່າຄົນ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄືນນີ້ ມີໂອກາດດັ້ນ ໄປນອນປ່າກາງສວນ
ເຂດບ້ານດົງແຄມຂອງ ພຣະບາດໂພນສັນໄກບ້ານ
ໃນດົງແດນແຖວນັ້ນ ໄກບ້ານຄົນຄາມະເຂດ
ເຂົາເຮັດສວນປູກໄມ້ ທັງປລາມຕົ້ນແລະຢາງ

ເຂົາໄດ້ເຮັດບຸນຢູ່ທີ່ນັ້ນ ອຸທິດສ່ວນກຸສົນ
ນິມົນພຣະສົງໄປ ແຈກທານວານເຂົ້າ
ຈຶ່ງໄດ້ໄປນອນຄ້າງ ກາງສົນແຄມປ່າ
ເຮົາເຮັດສາລາພັກໄວ້ ໃຫ້ສົງໄດ້ພັກອາໄສ

ທ່ານໃຈບຸນທ່ານນັ້ນ ໄດ້ມີເຈຕຕະນາດີ
ເຂົາໄດ້ມີສັດທາ ແຜ່ຜາຍຊາວບ້ານ
ທັງທໍາທານນໍາພ້ອມ ເຈືອຈານໄປທົ່ວ
ທັງສາສນາພັ່ງພ້ອມ ປະຊາຊົນໄດ້ເພິ່ງອາໄສ

ວັນນີ້ ຕື່ນແຕ່ເຂົ້າ ເວລາຫ້າໂມງເຕັມ
ໄຫວ້ພຣະຫົວບ່ອນນອນ ແລ້ວກໍລົງສົງນໍ້າ
ກັບຂຶ້ນມາທີ່ນອນແລ້ວ ເຂົາເອົາກາເຟມາເຄນມອບ
ມອງທ້ອງຟ້າ ແສງທອງຂຶ້ນຝັ່ງຂອງ

ທີ່ນີ້ແປກຕ່າງແທ້ ເທົ່າທີ່ເຄີຍເຫັນ
ຕາມລຽບແຄມລໍາຂອງ ແຕ່ເໜືອເຖິງໃຕ້
ຄາວເມື່ອໄປເມືອງລື້ ນະຄອນຫຼວງຊຽງຮຸ່ງ
ນອນບໍ່ແກ້ວ ຫຼວງນໍ້າທາພຸ້ນກໍເຊັ່ນກັນ

ນອກຈາກຫັ້ນ ໄປນອນມານອນພັກຫຼວງພຣະບາງ
ໄຊຍະບູຣີສາຣະຄາມ ລ່ອງລົງທາງໃຕ້
ວຽງຈັນປາກຊັ້ນພ້ອມ ສະຫວັນແລະທ່າແຂກ
ປາກເຊສີທັນດອນພຸ້ນ ຊຽງແຕງດ້ວຍບໍ່ເໝືອນ

ພະນົມເປັນຝ່າຍພຸ້ນ ຕາເວັນອອກທາງຊ້າຍຂອງ
ບໍ່ວ່າແຕ່ໄປທາງໃດ ກໍເປັນໄປທັງນັ້ນ
ອັນນີ້ແຖວໂພນສັນແຄມຂອງນີ້ ສັງມາເປັນແປກຕ່າງ
ຕາເວັນອອກຝັ່ງພຸ້ນ ໂພນແພງກໍ້າຝ່າຍໄທຍ

ຕາເວັນອອກແຕ່ເຊົ້າ ຟ້າຮຸ່ງສົດໃສ
ແສງທອງເຮືອງຮອງສົດ ຮຸ່ງກະຈາຍຍາມເຊົ້າ
ແຕ່ວ່າບໍ່ເຄີຍຮູ້ ເຫັນມາຫຼາຍທີ່
ທີ່ນີ້ເປັນຈັ່ງຊີ້ ບໍ່ເຄີຍຮູ້ຫາກອ່າວເຫັນແທ້ນໍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນ້ໍາໃສໆໃນຈອກ
ເບິ່ງທາງນອກກໍໃສດີ
ເຂົາວ່ານໍ້າບໍ່ມີສີ
ເບິ່ງດີໆກໍມີສີເໝືອນກັນ

ນໍ້າໃສໆໃນຈອກ
ເມື່ອເທຖອກນໍ້າລັ່ງລິນ
ເຂົາວ່ານໍ້າບໍ່ກິ່ນ
ທີ່ແທ້ກິ່ນນໍ້າຫອມຫວນຊວນກິນ

ນໍ້າເປັນນໍ້າບໍ່ປ່ຽນແປງ
ໃສ່ສີແດງນໍ້າກໍແດງດັ່ງນັ້ນ
ໃສ່ສີເຫຼືອງນໍ້າກໍເຫຼືອງໝົດທັງວັນ
ນໍ້າມີສີສັນສວຍແທ້ຕາມເຫດແຫ່ງມັນ

ນໍ້າໃຈຄົນເປັນດັ່ງນັ້ນນໍ້າໃສ່ສີ
ຫາກນໍ້າດີດື່ມໄດ້ບໍ່ແຊບຊ້ອຍແຕ່ຄວນກິນ
ນໍ້າໃຈຄົນລະລິນດີແທ້ຕາມມັນ
ນໍ້າໃຈຄົນກໍຄືກັນດັ່ງນໍ້ານີ້ເຊັ່ນດຽວ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍົນບິນບົນຢູ່ຟາກຟ້າ ນໍ້າໃຫຍ່ຍັງຖ້ວມຕີນ

ນໍ້າຖ້ວມດິນທໍລະນີຫຼຸບ ພັດຖ້ວມຍົນນໍາພ້ອມ

ສັງບໍ່ບິນເຫີນຟ້າ ນໍ້າໃຫຼມາບິນຫຼີກ

ສົມກັບວ່າເປັນເຈົ້າ ເວຫາພຸ້ນຟາກພະໂຍມ

 

ເໝືອນບູຮານກ່າວໄວ້ ສອນສັ່ງແຕ່ເດີມດາ

ນໍ້າຖ້ວມນາປາກິນນາມົດ ປາພາກພູມນູມທ້ອງ

ບາດວ່າເຖິງຄາວຮ້າຍ ນໍ້າບົກລົງແຫ້ງເຫືອດ

ມົດກໍດີໃຈລົ້ນ ອາຫານຊ້ອຍໄດ້ກິນປາ

 

ຍົນກໍເປັນດັ່ງນັ້ນ ຈະເກ່ງກາດໃນເວຫາ

ປາກໍຊຽນແຕ່ໃນໜອງ ບຶ່ງຄອງທາລານໍ້າ

ອັນວ່າຄວາມເກ່ງນັ້ນ ທັງດີທັງເດັ່ນ

ມັນກໍເປັນດັ່ງນັ້ນ ຈະທຽມຊັ້ນກັນບໍ່ມີ

 

ດ້ວຍເຫດນີ້ ເພິ່ນຈຶ່ງສອນສັ່ງໄວ້ ຕັ້ງແຕ່ເກົ່າບູຮານເຫິງ

ຄວນແກ່ພິຈານຄັກ ໃຫ້ຮູ່ງຫວນເຫັນແຈ້ງ

ຍາມເມື່ອເຮືອຄາແກ້ງ ກວຽນເຫັນໃຫ້ກວຽນແກ່ ແດ່ເດີ

ຍາມເມື່ອຮອດແມ່ນໍ້າ ເຮືອຊິໄດ້ແກ່ກວຽນ

 

ຄົນເຮົາກໍເປັນດັ່ງນັ້ນ ຢ່າລືມຮີດຄອງລາວ

ບໍ່ມີໃຜຈະດີໝົດ ເລີດກວ່າກັນຈັກດີ້

ຍາມເມື່ອສຸກຂີແລ້ວ ລວຍດີມີຮັ່ງ

ຈົ່ງຄິດເຫັນພີ່ນ້ອງ ທໍາດີໄວ້ຈຶ່ງຊີຄູນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ດອກຊາຍເຫີນ ຫອມຫວນ ຊວນໃຫ້ດົມ
ສີຂາວສົມ ງົດງາມແທ້ ໄຮ້ມວນສານ
ເຫດສັນໃດ ດອກຊາຍເຫີນ ປາຕິຫານ
ດອກເບີຍບານ ໃຜເດັດດົມ ຕ້ອງຕອມຕຣົມ

ດອກຊາຍເຫີນ ຊື່ແປກແທ້ ອືດທາງຊື່
ເປັນຫຍັງຫຼື ບໍ່ຕັ້ງຊື່ ໃຫ້ເໝາະສົມ
ດອກຂາວນວນ ງົດງາມ ໜ້າພິຣົມ
ຍາມເມື່ອຊົມ ດັ່ງໄດ້ພອນ ສະອອນໃຈ

ດອກຊາຍເຫີນ ໃຜໄດ້ຊົມ ຫຼືບູຊາ
ເຖົ້າແກ່ວ່າ ຊາຍຕ້ອງເຫີນ ຕ້ອງລາໄລ
ໂດຍສະເພາະ ພວກຜູ້ສາວ ທັງນ້ອຍໃຫຍ່
ຫາກແມ່ນໃຜ ໄດ້ຊູຊົມ ຍ່ອມຕຣອມຕົມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແຕ່ກີ້ຊາຍໃດກ້າ ຫານຢາຍຈອກສຸຣາ
ໃຫ້ແກ່ນາຣີກິນ ໂລກປະນາມວ່າຊາຍບ້າ
ດຽວນີ້ຍິງໃດຫານຢາຍເຫຼົ້າ ໃຫ້ຊາຍກິນຕາມສັ່ງ
ຍິງນັ້ນຫອມທົ່ວບ້ານ ຊາຍໂຮມຕ້ອນທຸກວັນ

ຊາຍໃດຖົງເງີນຕຶ້ງ ເຕັມປານເຈັ້ຍເສັດ
ຊາຍນັ້ນຍິງທົ່ວດ້າວ ສງວນເຂົ້າທຽບທຽມ
ຍິງໃດຊ່າງຊອກໃຊ້ ເງິນມາກມາມື
ແມ່ນໄດ້ມາທາງໃດບໍ່ຫົວຊາ ວ່າແຕ່ມີເງິນໃຊ້

ຊາຍໃດມີເມັຍຊ້ອນ ສາມຫາວຈາກັບສາວອ່ອນ
ຊາຍນັ້ນເຂົ້າກ່າວຫາທົ່ວບ້ານ ວ່າໄກ້ແຈ້ຈອບສາວ
ດຽວນີ້ຊາຍທົ່ວດ້າວ ເມັຍບໍ່ມາກຫຼວງຫຼາຍ
ເຫຼືອນັ້ນເປັນພຽງກິ້ກ ແກ້ເຫງົາຍາມເມັຍປ້ອຍ

ດຽວນີ້ ສັງຄົມກ້າວ ພັດທະນາການໄປທາງເສື່ອມ
ຄົນນິຍົມທົ່ວດ້າວ ໃຜໄປຄ້ານເພິ່ນວ່າເຊີຍ
ຫົວບູຮານແທ້ເວີ້ຍ ເປັນຄົນໂງ່ບໍ່ທັນຄົນ
ສັງຄົມມັນພາເປັນ ຫາກປ່ຽນໄປພໍແຮງແລ້ວ

ສັງຄົມກ້າວ ການຫຍັງກໍຈັກເສື່ອມ
ວັດທະນະທັມຮິດເຄົ້າ ລືມຈ້ອຍຄ່າບໍ່ສູງ
ທັມມະກໍດ່າງດ້ວຍ ເຂົາກ່າວວ່າພຣະບໍ່ສອນ
ພຸດໂທທັມທັງສົງ ບໍ່ຮູ້ຈັກພໍນ້ອຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ທ່ານຢາກຮູ້ເລື່ອງລາວໃດໆ ລອງກົດໄປທີນີ້ ເຫັນຂອງດີໆໆນຳມາຕ້ອນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສົມກັບພຸທພົຈນ໌ ທີ່ວ່າ

"ສນຕິ ປຣງ ສຸຂໍ ໂລເກ"

(ຄວາມສັນຕິ ເປັນສຸຂຢ່າງຍິ່ງໃນໂລກ)

ຫຼື

(ສຸຂອື່ນລື່ນຄວາມສງົບບໍ່ມີໃນໂລກ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມີພຣະຄຳຫຼາ​ວງຫຼາຍ ມາກມາຍມູນ
ກໍບໍ່ຄູນຫາກທຳຊົ່ວ ມົວຕັນຫາ
ແມ່ນໄຫວ້ວອນຂໍພອນ ຈາກອິນທາ
ກໍຫາຄ່າຄວາມຄູນ ນັ້ນບໍ່ມີ

ມີພຣະແກ້ວພຣະຄຳ ອົງປະເສີດ
ກໍບໍ່ເກີດປະໂຫຍດ ຫາກໂສດສີ
ເກີດເປັນວັນສ້າງແຕ່ກຳ ຄວາມອັບປີ
ເລື່ອງບໍ່ດີກໍມາແທນ ແສນທຸກທົນ

ອັນພຣະດີ ມີມາກມາຍ ຫຼາຍເຫຼືອແທ້
ຄົນເກົ່າແກ່ ສ້າງໄວ້ ທົ່ວທຸກຫົນ
ຫາກຄົນດີ ບູຊາພຣະ ໄວ້ກັບຕົນ
ຍ່ອມສົ່ງຜົນ ໃຫ້ຜູ້ໄຫວ້ ໄດ້ສຸກນຳ

ມີພຣະດີດີບໍ່ເກີດ ຫາກທຳຊົ່ວ
ຖ້າບໍ່ຄວ່າ ໄຫວ້ວອນພຣະ ທຸກເຊົ້າຄ່ຳ
ມີພຣະດີ ຫາກຈິດໃຈ ບໍ່ນ້ອມນຳ
ເຮັດດ້ວຍຄຳ ເປັນພຽງຄຳ ບໍ່ມີຄູນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

(ສິລ)
- ສາຍເຊລຳເພົ
------------------
- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດເອົາມາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າງຈົງໃຈລັກລອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖ​ຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼິກໄກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ສຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽງເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພ​ໍ່າມົວເມົາບ້າ
ກັບການຫຼົງໃຫຼຊັ້ນ ອຳນາດສູງຍົດໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄິງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຄິງຈັກດີ້
ເມົາຜົວເມັບນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

(ຂໍອະໄພນຳທ່ານ ທີ່ເອົາຮູບມາອ້າງ ແລະຂໍອະນຸຍາດມານະທີ່ນີ້ດ້ວຍທີ່ເອົາຊື່ມາອ້າງ ດ້ວຍຄວາມສັດທາຈິງໆໆ)

- ເບິ່ງສີໜ້າທ່າທາງທ່ານນີ້ເປັນຕາຢ້ານຕາກົວ
ຊົງຊິເປັນຄົນຊົ່ວຮ້າຍຂາດອໍາມະຫິດ
ການເວົ້າຈາມອງຄວາມຄິດຄືຊິເປັນຄົນໂຫດ
ເບິ່ງແລ້ວຈັ່ງແມ່ນໂພດບໍ່ມີບ່ອນເອົາ
ແຕ່ວ່າມາເບິ່ງການກະທໍາຂອງເຂົາຕ່າງປານຟ້າກັບດິນ
ຄົນທັງຫຼາຍຖະຫວິນຮັກຫອມຕ້ອມຕຸ້ມ
ຄົນເປັນລ້ານແຫ່ຫຸ້ມຊໍ່ຊ້ອງຊົມເຊີຍ
ຄົນທີ່ຮັກທີ່ເຄີຍຍົກຍໍປໍປັ້ນ
ຄົນທຸກຊໍ່າທຸກຊັ້ນຫຼາຍບ້ານຫຼາຍເມືອງ
ຄົນທີ່ໂກດທີ່ເຄື່ອງເຣີ່ມຫວນມາຮັກ
ຄົນທີ່ບໍ່ເຄີຍຮູ້ຈັກກໍສົນໃຈທ່ານນີ້
ບອກວ່າເຂົາເປັນຄົນດີວິຣະບູຣຸດສໍາຄັນ

- ເຂົາເປັນຫົວຫອກປະຈັນບານໃນສະໜາມຕໍ່ສູ້
ຍາມສະຫງົບທ່ານຕູ່ລາວສັ່ງລາວສອນ
ຍາມມີໄພເດືອດຮ້ອນມາສູ່ຝູງຊົນ
ມີຫຼາຍຄົນບໍ່ສົນຫອບໜີເປິ່ງເວິ່ງ
ແຕ່ວ່າທ່ານຕູ່ລາວຢູ່ເບິ່ງຢູ່ຊ້ວນຢູ່ຊູ
ຮ່ວມກັບນັກຕໍ່ສູ້ກິ້ງເກືອກລີເລືອ
ລາວບໍ່ແມ່ນພວກເສືອເກ່ງແຕ່ເວົ້າແຕ່ພຽງປາກ
ບາດເມື່ອເຖິງຄາວຍາກລາວບໍ່ຄິດໜີ
ມອບຊີວິດອິນຊີ ເພື່ອພີ່ເພື່ອນ້ອງ
ຄົນທັງຫຼາຍຈຶ່ງຍົກຍ້ອງບູຊາທ່ານເໜືອຊີວິດ
ຫາຄົນດີມີຈິດເມດຕາທັມນັ້ນຫາຍາກ

- ລາວເວົ້າແບບຂວັນພ່າຊາກແຕ່ໃຈເປັນທັມ
ດີກວ່າຄົນງາມຂໍາ ທັງຫຼໍ່ທັງເຈົ້າຊູ້
ເວົ້າກະເກ່ງເກີນໝູ່ທັງຮັ່ງທັງມີ
ແຕ່ວ່າຈິດບໍ່ປານີເອື້ອເຟຶຶ້ອເພື່ອແຜ່
ຍາມເດືອດຮ້ອນມາແວ່ຫອບກ່ອນໄປໄກ
ເຂົາບໍ່ມາສົນໃຈອາໄລຍາມທຸກຍາມຍາກ
ຍາມຣະກໍາລໍາບາກເຂົາບໍ່ໄດ້ຫົວຊາ
ແຕ່ທ່ານຕູ່ນີ້ນັ້ນໜາເຂົາບໍ່ເປັນຈັ່ງຊັ້ນ
ຄົນຈຶ່ງຕົກລົງຍົກຂັ້ນໃຫ້ເປັນວິຣະຊົນ

- ນີ້ແລ້ວສາທຸຊົນຄວນຄິດຄວນຮໍ່າ
ເບິ່ງຄົນຢ່າມອງຕໍ່າເບິ່ງແຕ່ຮູບມັກແຕ່ສຽງ
ຮູບພາຍນອກເປັນພຽງຕາມທັມມະຊາດ
ຫາກຊິເບິ່ງຄວາມສະຫຼາດໃຫ້ເບິ່ງການກະທໍາ
ຄັນຊິເບິ່ງຜູ້ນໍາ ໃຫ້ເບິ່ງວິທີຄິດ
ພ້ອມທັງພາກສ່ວນຊິວິດທີ່ອອກມາຈາກໃຈ
ເບິ່ງທັງຜົນງານໃຫຍ່ບອກເຫດບອກຜົນ
ບອກຄັກໆການເບິ່ງຄົນຢ່າເບິ່ງພຽງພາຍນອກ
ນີ້ບໍ່ແມ່ນເວົ້າດິດອກ ບໍ່ແມ່ນໃຝ່ການເມືອງ
ເຮົາມາເບິ່ງສັດຈະທັມທີ່ຮຸ່ງເຮືອງຂອງຄົນໃຫ້ແຈ້ງ
ຈຶ່ງຍົກມາສະແດງຢ່າຖືໂກດຖືຊາ
ຈົ່ງເປີດຫູເປີດຕານໍາມາເລືອກໃຊ້

- ນີ້ຄືຄວາມຍິ່ງໃຫຍ່ ຂອງມະນຸດປຸຖຸຊົນ
ຄວນເບິ່ງເຫດເບິ່ງຜົນສ້າງສາຊາດກ້າວ
ສັງຄົມເຮົາຊິກ້າວໃຫ້ເບິ່ງກວ້າງມອງໄກ
ວິຣະບູຣຸດໃນຫົວໃຈຂອງຊາດຕ້ອງມີ
ຈັັກຕ້ອງເປັນຄົນດີມີສີແກ່ຊາດ
ສະແດງຄວາມມາດບໍ່ຖິ້ມພວກຖິ້ມກອງ
ຄົນດີຄວນຍົກຍ້ອງໃຫ້ຊື່ປາກົດ
ນີ້ຄືບໍຣິບົດວິຣະຊົນຊອງຊາດ
ຄວາມທະນົງອົງອາດຂອງຊາດຕ້ອງຈະເຣີນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

laohunman.blogspot.com/2011/07/blog-post_22.html

ຍະສະກວ້າງກຽດກ້ອງ ກຳປະນາດລືຊາ
ຜາກົດຕົວນາມລື ດັ່ງໄກພັນລີ້
ມີຄົນຍໍນິຍົມຍ້ອງ ຮັກຫອມຊ້ອງຊໍ່
ຮັກຫອມໂຮມນອບນ້ອມ ລືກຽນກ້ອງດັງໄກ

ຍົສສັກສີຄົນຢາກໄດ້ ຊັ້ນຕໍາແໜ່ງກຽຕຕິສັກ
ຊັ້ນານາຍພັນນາຍພົນ ຫົວໜ້າກົມກໍພໍໃຊ້
ໄດ້ນາຍພົນຕີແລ້ວ ນາຍພົນໂທພັດຢາກຕື່ມ
ພົນເອກຍັງໜຶ່ງຊັ້ນ ຂໍໃຫ້ໄດ້ກ່ອນກະສຽນ

ບາງຄົນໄດ້ພະແນກແລ້ວ ຢາກໄດ້ຕໍ່ຫົວໜ້າກົມ
ຫົວໜ້າກົມຍັງບໍ່ພໍ ຢາກໄດ້ຮອງຣັດຖະມົນຕີພຸ້ນ
ຊາມກະສຽນຂໍໃຫ້ໄດ້ ເປັນຣັດຖະມົນຕີກະໄຄແນ່
ຄັນບໍ່ເປັນດັ່ງເວົ້າ ນາຍົກພຸ້ນບ່ອນໝາຍ

ອັນວ່າຍົສບໍ່ແມ່ນຮ້າຍ ໃຜໄດ້ຍົສມີສັກສີ
ເຂົາວ່າມີດີກຣີ ກວ່າຄົນທັງຄ້າຍ
ຄັນເປັນນາຍຄົນໄດ້ ຍັງໃຄກວ່າເປັນໄພ່
ຄັນບໍ່ເປັນດັ່ງເວົ້າ ມີເງິນໃຊ້ຫຼາຍຫຼາກລົ້ນ ຍົສກໍເພີ້ມລື່ນກວ່າຄົນ ແລ້ວນາ

- ຍົສນີ້ເປັນສິ່ງຍ້ອງ ໃຫ້ຄົນຕື່ມຣາຄົນ
ຄົນທີ່ມີນາມະຍົສ ພັດເດັ່ນດັງພະລັງກ້າວ
ຍົສກໍພາວໆເຫຼື້ອມ ເຮັດຫຍັງກໍໄດ້ງ່າຍ
ຍົສສັກມີເດັ່ນແລ້ວ ຣວຍກໍເພິ້ມຕື່ມຍົສດີ

ມີຍົສເໝືອນດັ່ງໄດ້ຂີ່ຊ້າງ ສານເອກຕົວມຸງຄຸນ
ມີຍົສເປັນເໝືອນດັ່ງມີ ເງິນຄໍາໂກດກືກອງລ້ານ
ມີຍົສຄົນນິຍົມຍ້ອງ ໃຜໆກໍໃຫ້ກຽດ
ມີຍົສຄັນວ່າທໍາບາບໃບ້ ກໍເດີນເຂົ້າສູ່ອະບາຍ

ຄົນມີຍົສທໍາບຸນສ້າງ ຫວັງໄດ້ຍົສປາຣະມີ
ມີຍົສທໍາຄວາມດີ ເດັ່ນກໍຢູ່ສຸກສະສົມສ້າງ
ມີຍົສທໍາກຸສົນພ້ອມ ໃຫ້ຊຸມຊົນໄດ້ເພິ່ງ
ມີຍົສຄັນຫຼົງຍົສດາຍລ້າ ກໍເປັນບ້າຍົສບໍ່ເຊົາ

ຍົສທີ່ວ່ານີ້ ຄືກຽດກັບສັກ
ມີຍົສຄົນຫອມຮັກ ເທົ່າກັບມີເງິນຕື້
ມີຍົສບໍ່ມີຄົນຫວນຮູ້ ຄວາມດີຈັກສະໜ່ອຍ
ມີແຕ່ກົງຈ້ອຍໆ ຫັນໜ້າສູ່ອະບາຍ ພຸ້ນແລ້ວ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ລົມພານຕ້ອງ ໃບຕອງຂຸຍວາຍ
ກ້ານຕອງກວັກໄກວ່ໂຍ້ນ ໂຍນນ້າວແກວ່ງໄກວ
ເຫັນພຸ່ມພິວຍອດໄມ້ ນ້ອມງ່າຕາມລົມ
ແນມເບິ່ງສາຍທາຣິນໃຫຼ ເຮັ່ງແຮງລົງພື້ນ

- ແມ້ງເມື່ອເວລານັ້ນ ມີ້ມ່ວງກົກຕານ
ໃບບໍ່ຕາມນໍາລົມ ໂຄ່ນຫັກຖະຫຼາລົ້ມ
ດີແຕ່ກົກຂາມນັ້ນ ໃບບາງງ່າອ່ອນ
ລົມຫາກມາຟາດຕ້ອງ ຢັງຄົງໝັ້ນບໍ່ຝັ່ນເຟືອນ

- ຍາມນັ້ນ ຮຽມຫາກມອງສອດສິ້ງ ຊອມເບິ່ງຫຼິງດູ
ຮຽວໃຜ່ທັງງ່າຂາມ ໂອນຕາມລົມຕ້ອງ
ຮຽວໃຜ່ຍາມລົມຕ້ອງ ກົກໃບໂອນອ່ອນ
ຕົ້ນຂາມຕົ້ນໃຫຍ່ແທ້ ຫືກໜາໝັ້ນງ່າບໍ່ແຂງ

- ຢູທ່າງຢືນຢູ່ຢັ້ງ ຍືນຢູ່ຄົງທົນ
ແມ່ນວ່າລົມແຮງພັດ ກໍບໍ່ກົວເກງລົ້ມ
ເໝືອນກັບຄົນເຮົານີ້ ທໍາຕົວໃຫ້ໂອນອ່ອນ
ນົບນອມໄຫວ້ ວັນທານ້ອມເນັ່ງແນ

- ເຖິງວ່າເປັນຜູ້ກ້າ ປັນຍາເລີດເກີນພິກັດ
ຍັງຍ່ອມເຊຊວນຕົກ ຫຼົ່ນລົງຈໍາພື້ນ
ຫາກບໍ່ທໍາຕົວພ້ຽງ ສະເໝີພຽງຮຽວໃຜ່
ຍູງຍາງບົກດູ່ແຕ້ ຍັງຍອມແພ້ພ່າຍລົມ

- ລົມອ່ອນນິ້ມ ແຕ່ແຂງແກ່ນແຮງກະທົບ
ຕໍາດູ່ຍາງຍູງຫັກ ໂຄ່ນກົກຈໍາພື້ນ
ຮຽວໃຜ່ທັງລໍາຕົ້ນ ໃບບາງຕົ້ນກໍອ່ອນ
ຕົ້ນຂາມໃບແລບນ້ອຍ ກົກໝັ້ນງ່າໜຽວ

- ບໍ່ຮ່ອນຫັກໂຄ່ນຕົ້ນ ສະເໝີດັ່ງຍູງຍາງ
ໄຂວ່ຂີນຍືນລຽນຖັນ ຕ້ານລົມກໍຍັງລົ້ມ
ຍົກໃຫ້ເຫັນປະເດັນເລື້ອງ ກະບວນຄວາມຄອງນັກປາດ
ຊາດເມທີຍ່ອມອ່ອນນ້ອມ ວາຈາພ້ອມພໍ່າກາຍ

- ໝາຍວ່າຊາດຜູ້ຮູ້ ຄວນຜີກໄພພິບັດ
ສັດຕູມານຄວນເກງ ຢ່າຫຼົງໃຫຼໄດ້
ອັນວ່າຄົນຄຽງໃກ້ ຄວນຂາມຢ່າປະໝາດ
ຊາດງູເຖິງວ່າເປັນຕົວນ້ອຍ ລະວັງໄວ້ພິດມັນ

- ຈົ່ງຈື່ຈໍາໄຈວ້ໆ ຮອນຮໍ່າຮໍາເພິງ
ໃຫ້ຮີບຕອງຕາຄິດ ໃສ່ໃຈຈໍາໄວ້
ຢ່າໄດ້ຫຼົງໃຫຼແທ້ ໄພມາບໍ່ຮູ້ເມື່ອ
ບູຮານສອນສັ່ງໄວ້ ຄວນໃຫ້ຮໍ່າເພິງ ແທ້ເນີ

໑.ຕ້ອງ
໒.ຍົກ
໓.ຂາມ
໔.ຮີບ
໕.ຜີກ
໖.ໄຈວໆ
໗.ຍູທາງ
໘.ຫຶກຫນາ
໙.ຫຼິງດູ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ຟ້າແດງ ເປັນແສກໆໆ ຍາມອັດສະດົງ ວັນທີ 07/07/11

ແລງວັນທີ 07/07/11 ເວລາທີ່ຖ່າຍ 18:46 ໂມງ, ຈຸດທີ່ຖ່າຍ ສະໜາມຫຼວງຫໜ້າຫໍສະພາ ດ້ານເໜືອ ຖ່ານດ້ວຍກ້ອງ ໂທຣະສັບ NOKIA C7.00 ຂະໜາດພິກເຊລ 6 ລ້ານພິກເຊລ

-------------

ທ້ອງຟ້າແດງ ສະແຫຼງໃຈ ເມື່ອໄດ້ພົບ

ຈັ່ງແມ່ນຈົບ ຈັ່ງແມ່ນງາມ ຍາມໄດ້ມອງ

ອັດສະດົງ ອາທິດລົງ ແສງແດດຕ້ອງ

ຍາມໄດ້ມອງ ທ້ອງຟ້າ ໜ້າພິລົມ


ວັນທີເຈັດ ເດືອນທີເຈັດ ຍາມຄິມຫັນ

ປີສອງພັນ ສິບເອັດ ວັນເໝາະສົມ

ຈັ່ງແມ່ນງາມ ເຫຼືອຄະນາ ແກ່ຜູ້ຊົມ

ຟ້າງາມສົມ ຄົນບໍ່ຊົມ ໄຮ້ຄວາມໝາຍ


ເໝືອນຄົນດີ ມີສີນທັມ ກໍໄຮ້ຄ່າ

ຖ້າຫາກວ່າ ຄົນບໍ່ຍ້ອງ ຕ້ອງສູນຫາຍ

ທັງຄົນດີ ທັງຄວາມດີ ກໍມະລາຍ

ຄົນຊົ່ວກາຍ ເປັນເຈົ້າ ເສົ້າກະມົນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ທ້ອງຟ້າໃສ ສີສົດສວຍ ແດດສ່ອງແສງ
ຟ້າຍາມແລ້ງ ແດດທໍແສງ ປົນລົມໜາວ
ມອງທ້ອງຟ້າ ເຫັນເມກໜາ ເປັນຄັ້ງຄາວ
ຟ້າສະກາວ ເຝື້ອສີຂາວ ຢາຍເປັນຖັນ

ມອງນະພາ ສວຍສົດໃສ ເປັນສີຟ້າ
ເມກສະຫງ່າ ລອຍໂດດເດັ່ນ ເກາະກຸ່ມກັນ
ຫຼຽວແລມອງ ໄປໃກ້ໄກ ໃຈກະສັນ
ປຸ້ມລຸມກັນ ໄຫຼລຸດລ້າຍ ຢາຍກັນໄປ

ບາງກຸ່ມເມກ ມອງບໍ່ໜ່າຍ ຊວນໃຫ້ຝັນ
ບາງກ້ອນນັ້ນ ເປັນຮູບຮ່າງ ດັ່ງນໍ້າໃຫຼ
ປະດຸດດັ່ງ ຈິດຕະກອນ ຜູ້​ຍິ່ງໃຫຍ່
ວາດພາບໄວ້ ໃນທ້ອງຟ້າ ໜ້າພິລົມ

ກຸ່ມກ້ອນໜຶ່ງ ເໝືອນຮູບຊ້າງ ຣາຊະສີຫ໌
ກຸ່ມກ້ອນນີ້ ມີຮູບຮ່າງ ດັ່ງພຣະພຣົມ
ພຸ້ນກຸ່ມໜຶ່ງ ເໝືອນດັ່ງຮູບ ຂຸນບູຣົມ
ແສນງາມສົມ ຊາບເຊິ່ງໃຈ ໃນຄວາມຫວັງ

ອີກກຸ່ມໜຶ່ງ ເໝືອນອິນຊີ ນາກແລະລວງ
ໃຫຼຄົດຄວ້າງ ງາມສະຫງ່າ ດັ່ງຫອຍສັງ
ຮູບສີໂຫ ກໍາລັງເຫາະ ເປັ່ງພະລັງ
ຕາມຄໍາສັ່ງ ຂອງສິນໄຊ ເລັ່ງເພັ່ງສອນ

ອີກກຸ້ມໜຶ່ງ ເໝືອນດັ່ງຮູບ ເຈົ້າຟ້າງຸ່ມ
ຢືນຄວບຄຸມ ພົນທະຫານ ຕະລຸມບອນ
ບົນຫຼັງຊ້າງ ກຼິທາທັບ ກັບນະຄອນ
ຮີບໂຮມທ້ອນ ຊ້າງລ້ານຊ້າງ ຢ່າງມີໄຊ

ເມື່ອແລມອງ ຮູບເມກ ເສກເຊັ່ນຣົດ
ເໝືອນບັນພົດ ພາບພູສີ ພຣະທາດໃຫຍ່
ພຣະທາດຫຼວງ ອົງເອກອ້າງ ພຣະເຈົ້າໄຊ
ກໍ່ສ້າງໄວ້ ເປັນມິ່ງຂວັນ ໃນວຽງຈັນ

ເບິ່ງພາບນັ້ນ ງາມໂດດເດັ່ນ ເຫັນກັນຄັກ
ເອກະລັກ ຄວາມອົງອາດ ຊາດສຸກສັນ
ອະນຸວົງ ອົງກະສັດ ປະຈັນບານ
ຕໍ່ສູ້ມານ ຮາວີ ສັກສີລາວ

ໂອກຸ່ມເມກ ສີຂາວໃສ ໃນທ້ອງຟ້າ
ແສນມີຄ່າ ຟ້າຜືນໃໝ່ ຮຸ່ງແສງພາວ
ໃນແດນນີ້ ທົ່ວທຸກຖິ່ນ ດິນເມືອງລາວ
ຊາດຕ້ອງກ້າວ ຫາກຄົນລາວ ຖືຄອງທັມ
(ຈົບບໍຣິບູນ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໄວໄວ ຄົນເມືງລ້ານນາ ຍິນດີແລ້ວເຈົ້າ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຢາກໃຫ້ໂຈນ ປຸ້ນໃຈ ໄປແທ້ໆ
ຫາກໃຈແພ້ ຂີ້ໂຫຍ່ຍ ແລ້ວໂອຫັງ
ຫາກມີໃຈ ບໍ່ຄຸມໃຈ ຕາມຄໍາສັ່ງ
ແມ່ນໃຈຍັງ ຢາກຂໍໂອນ ມອບໂຈນເລີຍ

ໃຈດວງດຽວ ເຫດສັນໃດ ມີຫຼາຍຫ້ອງ
ຂໍຢ່າຕ້ອງ ແບ່ງແນວຄິດ ໄປຫຼວງຫຼາຍ
ແມ່ນແບ່ງພຽງ ເສດທ່ອງ ຍັງບໍ່ງ່າຍ
ຫາກໃຈກາຍ ເປັນສອງ ຕ້ອງເພິ່ງໂຈນ

ຫາກໃຈຊົ່ວ ມົວມືດ ທັງຫຼົງໄຫຼ
ທັງໃຈງ່າຍ ເຊື່ອງ່າຍ ຈິດບໍ່ກົງ
ໃຈຕື້ນມໍ່ ມັກງ່າຍ ຈົນງ່າວງົງ
ຂໍມອບສົ່ງ ໃຫ້ໂຈນ ໂອນໃຫ້ເລີຍ

ຈິດອຶດສາ ພະຍາບາດ ແລະບັງບຽດ
ໃຈມັກຄຽດ ງອນງໍ້ ສໍ້ບໍ່ຢຸດ
ທັງຫາເລື່ອງ ກໍ່ກວນ ມວນມະນຸດ
ຂໍຈົ່ງຫຼຸດ ຈາກກາຍ ໄປຫາໂຈນ

ໂຈນເອີຍໂຈນ ຄັນຢາກໄດ້ ໃຈຂີ້ສໍ້
ໃຈງອນງໍ້ ຫຶງສາ ທັງສັບສົນ
ບໍ່ຂໍຢູ່ ໃຫ້ໜັກໂລກ ໃນເມືອງຄົນ
ຂໍມອບໂຈນ ເອົາຫົວໃຈ ໄປປະຈານ

ເຮົາຂໍຢູ່ ໃນໂລກ ຢ່າງສໍາລານ
ໃຈບໍ່ຈານ ກາມລາຄະ ຕັນຫາຫັງ
ຊີວິດນີ້ ມີຫົວໃຈ ເປັນທີ່ຕັ້ງ
ມີຄວາມຫວັງ ສ້າງສາກົນ ໂຈນຢ່າກວນ

ຫາກໃຈນີ້ ສະອາດ ບໍຣິສຸດ
ມີເມດຕາ ກາຣຸນ ມວນມະນຸດ
ມຸ້ງສູ່ແດນ ຄວາມຫຼຸດພົ້ນ ທາງວິມຸດ
ວິຖີພຸດ ຈົ່ງປາບໂຈນ ໃຫ້ພົ້ນໃຈ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໃຜຊິເວົ້າ ໃຜຊິວ່າ ກະຢ່າຖ້ອນ
ບໍ່ເຄີຍຮ້ອນ ບໍ່ເຄີຍຫ່ວງ ບໍ່ເຄີຍອຸກ
ໃຜວ່າເຮົາ ເປັນຄົນຈົນ ເປັນຄົນທຸກ
ເຮົາບໍ່ອຸກ ມີເຂົ້າກິນ ດິນມີຢູ່

ໃຜຊິເວົ້າ ໃຜຊິວ່າ ກໍບໍ່ສົນ
ເວົ້າໃຫ້ຮ້າຍ ບັງບຽດ ສັບປະດົນ
ເວົ້າເທົ່າໃດ ດ່າກໍໄດ້ ເຮົາບໍ່ສົນ
ເຮົາເປັນຄົນ ມີທັມ ສະບາຍໃຕ(ໃຈ)

ເຂົາຊິເວົ້າ ເຂົາຊິວ່າ ກ່າວຄວາມເສັຍ
ດ່າຮອດເມັຍ ດາຮອດໂຄດ ຢ່າໂກດເຂົາ
ຄວາມເຂົາດ່າ ກໍບໍ່ຖືກ ກັບຕົວເຮົາ
ຄວາມດ່າເຂົາ ກໍຈະເປັນ ຂອງເຂົາເອງ

ຄົນເຂົາດ່າ ຄົນເຂົາວ່າ ເຂົາຍິ່ງທຸກ
ເຂົາຍິ່ງອຸກ ຊອກຄໍາດ່າ ໃຫ້ເຮົາໝອງ
ດ່າຄວາມໃດ ເຮົາບໍ່ຮັບ ບໍ່ກ່ຽວຂ້ອງ
ທຸກສະໜອງ ປ້ອງເຂົ້າຫາ ໃສ່ຕົວເຂົາ

ອັນຄວາມດ່າ ເໝືອນນໍ້າທ່າ ໃນຍາມຝົນ
ມີທຸກຢ່າງ ຈົນນໍ້າຂຸ່ນ ກາຍເປັນເໝັນ
ຄວາມດ່າເຂົາ ເປັນພຽງເສດ ຂອງເຫຼືອເດນ
ເຂົາສ້າງເວນ ກັມຕ້ອງວົນ ຊົນເຂົາຕາຍ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໂອໜາວເໜັບ ເຈັບເນື້ອກາຍ ໃຈຍັງອຸ່ນ
ໝອກເມັດຂຸ້ນ ມືດມົວຄັບ ທັບຫຼັງຄາ
ມອງອອກໄປ ນອກເຮືອນ ມືດມົວຕາ
ແນມອົງສາ ເລກສິບສອງ ຄອງຄວາມໜາວ

ຄືນນີ້ນອນ ຕ່າງຖິ່ນ ດິນພູຫຼວງ
ຈິດບໍ່ຫ່ວງ ຄວາມຫຼັງ ໃຫ້ໂສກສັນ
ກ່ອນນອນນົບ ໄຫວ້ພຣະ ຈິດພາວັນ
ໃຈສຸກສັນ ເຖິງໜາວໜັກ ປະຈັກທຳ

ສາຍພູຫຼວງ ແດນສະຫວັນ ບ້ານສະຫງົບ
ນັ່ງນຶກນົບ ບໍ່ໃຫ້ໜາວ ຍິ່ງໜາວໜັກ
ດີແຕ່ນອນ ເທິງເສື່ອນວມ ໃນເຮືອນພັກ
ຜ້າຫົ່ມໜັກ ສອງຜືນນວມ ກວາມຫົວນອນ

ຫຼັບຮຽບຮ້ອຍ ມ້ອຍມິດ ຈິດສະຫງົບ
ຄວາມໜາວປົບ ຈາກໄປ ໄກປານສັງ
ຮູ້ແລ້ວແລ ອຸປະທານ ຄືທີ່ຕັ້ງ
ຫາກຈິຕສັ່ງ ໜາວກໍຍັງ ບໍ່ມີວາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອັດສະຈັນໃຈແຂ້............................ຫາງບັກຍາວຍັງບໍ່ໄດ້ຮອງນັ່ງ ພຣະຍາເອີຍ
ກະຕ່າຍຫາງຈຸ້ນກຸ້ນ...........................ຍັງໄດ້ນັ່ງຮອງ
ອັດສະຈັນແທ້ພີ່ນ້ອງ...........................ຝົນຕົກຮໍ່າລົງເດືອນຈຽງ
ມັນຫາກຝືນຄອງມີ..............................ແຕ່ເດີມດາເຄົ້າ

- ຄືນນີ້ ເນົາຫົນຫ້ອງ.........................ນະຄອນຫຼວງຈັນທະລາດ
ເດີກສະຫງັດຟ້າບໍ່ຮ້ອງ........................ຝັນກັບທື້ນທັ່ງລົງ
ສຽງຝົນຕົກຢາດຢ້ອຍ...........................ບໍ່ແມ່ນຄ່ອຍສາຍທາຣິນ
ເດືອນຈຽງອອກໃໝ່ພຽງຫ້າວັນ.............ຄໍ່າຄືນວັນນີ້

- ກົງກັບວັນທີ່ 11 ແຈ້ງ......................ເດືອນທັນວ່າຟ້າສະຫວ່າງ
ມັນເປັນຕ່າແລ້ວພີ່ນ້ອງ.........................ໂລກາກວ້າງປ່ຽນໄປ
ເດືອນຈຽງນີ້ກ່ອນເຄີຍໄດ້......................ນຸ່ງຫົ່ມເຄື່ອງກັນໜາວ
ກາງຄືນມາຜ້າຫົ່ມໜາ..........................ຈຶ່ງຊິເນົານອນໄດ້

- ແຕ່ວ່າໃນປີນີ້....................................ອຸນນະພູມມັນເປັນຕ່າງ
ຢາມກາງເວັນຟ້າຮ້ອນ...........................ກາງຄືນໄດ້ເປີດພັດລົມ
ຜູ້ເພີ່ນນອນຄະຣືຫາດກວ້າງ...................ຕືກໃຫຍ່ວິລລາສວຍ
ຕ້ອງເປີດແອຣ໌ເວລານອນ......................ຈຶ່ງຊິພໍທົນໄດ້

- ຄືນນີ້ ເວລາເດີກສະຫງັດແລ້ວ............ສິບໂມງປາຍຟ້າຮົ່ວ
ຝົນຕົກລົງສູ້ພື້ນ......................................ສິບເອັດ ໂມງພຸ້ນຈຶ່ງຄ່ອຍເຊົາ
ຕື່ນຂຶ້ນມາມື້ເຊົ້າ......................................ໄດ້ຖາມໄຖ່ວົງວານ
ທຸກທີ່ໃນວຽງຈັນ......................................ທຸກທົ່ວແດນດິນດ້າວ

- ໂທໄປຖາມຄົນຮູ້......................................ທີ່ເນົານອນຢູ່ເມືອງອື່ນ
ບ້ານເກີນ, ວັງວຽງ, ສະຫວັນ, ປາກຊ່ອງ, ອັດຕະປືຝ່າຍກໍ້າ ກໍເປັນຮູ້ດັ່ງດຽວ
ບອກວ່າ ຝົນຕົກທື້ນ.................................ຖະໜົມມື່ນນໍ້າໄຫຼນອງ
ໃຜກໍແຊວໆສຽງ........................................ວ່າຕ່າງຫຼັງຫຼາຍເຣື່ອງ

- ຄົນບູຮານເຂົາເວົ້າ.................................ຈາກັນມາແຕ່ຄາວກ່ອນ
ຝົນບໍ່ຂາດເດືອນສາມ.................................ຝົນບໍ່ຮາມເດືອນສີ່
ເວັ້ນແຕ່ຍີ່ກັບຈຽງ.......................................ເປັນຄວາມຈິງທີ່ວ່າໄວ້
ສະໄໝເກົ່າກ່ອນກີ້......................................ບໍ່ເຄີຍຮູ້ເກົ່າບູຮານ

- ນີ້ບໍ່ເພີ່ນເປີງປານບ້ານ.............................ສະໄໝປ່ຽນວຽນຫັນ
ອາກາດປຸນແປງໄປ.....................................ສະພາບການເມືອງບ້ານ
ຄົນພານກໍຈະມີຫຼາຍຂຶ້ນ...............................ຄົນສິນທັມກໍລີ້ຊ່ອນ
ມະນຸດຄົນຈະເດືອນຮ້ອນ..............................ເພາະຄົນແທ້ໃຫ້ຄ່ອຍຟັງ ເອົາເດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂົາສະຫຼອງວັນທີ່ພຣະເຈົ້າໃຫ້...........ພັນພືດອານຫານດີ
ທີ່ເຂົາພຽນແພງຖະໜອມເຮັດ............ດ້ວຍເຫື່ອແຮງທີ່ທໍາສ້າງ
ຫຼືເຂົາຫາແນວອ້າງ...........................ກິນໄກ່ງວງໃຫ້ຊ້ອຍຊື່ນ
ກິນເມົາແລ້ວຕາຕື່ນ............................ກັບໄປຍໍຍົກຍ້ອງ ເທວາໄທ້ໃຫ້ພືດພັນ

ໄກ່ງວງເກີດເປັນສັດຕໍ່າຊັ້ນ.................ດ້ອຍຄ່າປັນຍາເຍົາ
ບໍ່ມີສິດສຽງສັງ....................................ດັ່ງຄົນຜູ້ເປັນເຈົ້າ
ເປັນສົມບັດຂອງພຣະເຈົ້າ....................ປະທານຄົນໃຫ້ຄອງຄອບ
ຊີວິດບອບບວບຊໍ້າ..............................ໃນວັນນີ້ຄິດບໍ່ເຖິງ

ຄົນລ້ຽງສັດພວກພ້ອງ..........................ມວນມາກດ້ວຍຄວາມພຽນ
ບໍ່ເຄີຍຄຸງຄາໃຈ...................................ໃຫ້ຫຍຸ້ງສັງຈັກດີ້
ອັນຊີວີຂອງເຮົານີ້................................ເປັນຂອງເຂົາຄົນຄອງຄອບ
ຄຸນຄົນເຂົາຫາກມີມາກລົ້ນ....................ຫາສັງໄດ້ໄປ່ເໝືອນ

ແຕ່ມາຄິດຢາກເຍື້ອນ............................ພຣະເຈົ້າສັງບັງຄັບ
ຫຼືວ່າຄົນເຂົາຄິດ...................................ສັ່ງການບັນຊາເລື້ອງ
ການຊອກຫາທໍາສ້າງ............................ວຽກງານທຸກຢ່າງ
ຄົນເຂົາຫາກທໍາດ້ວຍຍາກເຍື້ອນ............ສັງມາຍ້ອງພຣະເຈົ້າປັນ

ເຂົ້າປາອາຫານນັ້ນ...............................ທຸກຢ່າງທີ່ຄົນມີ
ທັງສົມບັດພັດສະຖານ...........................ລ້ວນແຕ່ຄົນທຳແທ້
ຄຸນຂອງຄົນຫຼາຍລົ້ນ.............................ຄົນເອີຍຄົນຄວນຄິດຄອບ
ຄວນຕອບຄຸນຄົນທີ່ກໍ່ສ້າງ......................ຈະເຣີນໄດ້ກໍເພາະຄົນ

ຄັນຄົນເຂົາຄິດຄົ້ນ.................................ເຫັນຫ່ອມທາງສັດຈະ
ຄວາມຈິງຊີວິດຄົນ.................................ທີ່ຄອບຄອງສົມບັດລົ້ນ
ຄົນຫາກມີຄຸນແທ້...................................ຊີວາສູນບໍ່ແໜງໜ່າຍ
ກິນໄກ່ງວງມື້ລະລ້ານ..............................ກໍຍອມມອບຕອບຄ່າຄົນ

ຫາກວ່າຄົນບໍ່ຮູ້......................................ເຫັນເຫດແຫ່ງຄວາມຈິງ
ສ້າງສາຜົນງານຕົນ.................................ໃຫ້ເກີດຜົນປານນີ້
ໝົດຊີວີທີ່ທໍາສ້າງ...................................ກິດຈະການງານທຸກຢ່າງ
ແລ້ວໄປຍໍຄຸນຍົກໃຫ້...............................ຄົນອື່ນພຸ້ນໜ້າອາດູນ

ໄກ່ງວງສູນຊາດເຊື້ອ...............................ຊີວາວອດວາຍເສັຍ
ຄົນລ້ຽງເກືອເຈືອຈານ.............................ກໍເປົ່າດາຍຄຸນລ້າ
ຄົນຄວນຍໍຄຸນຂ້າ....................................ທິີ່ໄກ່ງວງສະຫຼະຊີບ
ກິນໄກ່ງວງແຊບຊ້ອຍ..............................ຍັງໄປຍ້ອງຜູ້ອື່ນດີ ໜ່າຍເດ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ຮີດຄອງປະເພນີນັ້ນ ມັນຫາກຢູ່ຄູ່ລາວ ຫັ້ນແລ້ວ
ບໍ່ມີໃຜທໍາລາຍ ນອກຈາກລາວເຮົານີ້
ປະເພນີມູນເຄົ້າ ຫາກຄົນລາວຮັກຫໍ່
ໄດ້ແຕ່ຮັກຫໍ່ໄວ້ ບໍ່ນໍາໃຊ້ກໍເສື່ອມສູນ

- ການຮັກຫອມວັດທະນະທໍານັ້ນ ທັງຜ່ອງປະເພນີ
ຈະຮັກຫອມແນວໃດ ຈຶ່ງຊິທົນທານໄດ້
ຮັກແຕ່ໃຈບໍ່ນໍາໃຊ້ ກໍສູນເສັຍສະຫຼາຍເສື່ອມ
ການກະທໍາບໍ່ຕິງເຕື້ອງ ປະຕິບັດດ້ວຍກໍປ່ວຍການ

- ຈະຮັກວັດທະນະທໍາຮີດບ້ານ ຈົ່ງເຂົ້າວັດຟັງທັມ
ສືບສານປະເພນີໃຫ້ຄົງທົນ ແມ່ນວັດວານໍາພາສ້າງ
ການທໍາບຸນທໍາທານນ້ອມ ປະເພນີຕໍ່ເນື່ອງ
ທັງຮີດຄອງກໍຕີງເຕື້ອງ ວັດທະນະທັມເພີ່ມຕື່ມສະເໝີ

- ວັດທະນະທໍາຮີດບ້ານ ລາວຈຶ່ງເດັ່ນສະເໝີກັນ
ບໍ່ມີທາງເສື່ອມສູນ ເພາະວ່າລາວຈະເຣີນລໍ້າ
ວັດທະນະທັມເປັນເສົາຄໍ້າ ທໍາໃຫ້ລາວພົ້ນເດັ່ນ
ການຂາບໄຫວ້ນົບນ້ອມ ບູຊາແກ້ວໜ່ວຍສາມ

- ເວົ້າກໍງາມເອກອ້າງ ຈາມ່ວນນວນຫູ
ໄຫວ້ກໍງາມທັງນົບ ຄ່ອງຄືຄົນລາວແທ້
ການໄປມາທັງການຍ້າຍ ຈອນໄປເຈັຍລະຈາກ
ການນຸ່ງຖືໝູ່ນັ້ນ ກໍຄົງໝັ້ນຊົ່ວນິລັນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


- ກົນລ້ານນາ ບໍ່ໃຈ້ວ່າເປັນອື່ນໄປ
ຫາກເປັນໄຕລາວດຽວ ພວກພັນລາວແທ້
ທັງພາສາການອູ້ ກວາມດຽວສຽງປາກ
ເໝືອນເຜົ່າພົງລ້ານຈ້າງ ດຽວແຕ້ເບົ໋າຕ່າງກັນ

- ຂໍເຈີນພວກໝູ່ເຈົ້າ ນ້ອງປີ່ຜ່ອງຈາກັນເນີ
ລາວລ້ານນາກົນເມືອງ ດັ່ງດຽວກັນແຕ້
ໃຜຊຸມາແປງເປື້ອງ ກົນເມືອງໃຫ້ແຕກຕ່າງ
ລາວເມືອງໂຫຼງ ຈາດເຈື້ອກົນເມີງດ້ວຍຜ່ອງກັ໋ນແຕ້ເນີ

- ເມືອງໂຫຼງຢູ່ຝັ່ງນັ້ນ ຍັງຄ່ອຍສະບາຍດີ ຢູ່ບ໊ະລະ
ຂໍຖາມຂ່າວຄາວເຖິງ ຜູກສໍາພັນກັນໄວ້
ຢ່າໃຫ້ໃຜມາມ້າງ ສໍາພັນລາວປີ່ນ້ອງຮ່ວມ
ຍົງຢືນຍັງຢູ່ຢັ້ງ ລາວລ້ວນຜ່ອງຈະເຣີນ ແຕ້ເນີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


- ລິງກັງກິນເບັຍເປັນແກ້ວ ນັ່ງຢູ່ຂ່າງເຊັຍ
ມີຂວາຈັບກວດເບັຍ ດູດກິນປານນໍ້າ
ມືຊ້າຍຄໍາຄໍໄວ້ ໂຈມຄາງຄຶງກວດ
ຕີນຂວາຈັບຍົກແກ້ວ ຕີນຊ້າຍຢຽດສະບາຍ

- ລິງເປັນສັດຕໍ່າຊ້າ ແນວໝູ່ເດັຍລະສານ
ເຂົາເຄີຍຢູ່ນອນດົງດອນ ປ່າເຂົາຜືນກວ້າງ
ຫາກິນຕາມພາສາເຊື້ອ ສັດສາຄະນອງປ່າ
ບາດວ່າມາເນົາຢູ່ບ້ານ ທໍາຕົນພ້ຽງພວກຄົນ

- ຄົນລາວໃນຍຸກນີ້ ມັກດື່ມແສນຖະໜັດ
ດື່ມເບັຍເປັນກິດຈະວັດ ປານນໍ້າດາຍປະປາລ້າ
ເຊົ້າແລງມີເວລາພ້ອມ ຫຼືຊອກສວຍຫາໂອກາດ
ຍາດເວລາລວມພວກພ້ອງ ໄປນັ່ງຮ້ານດື່ມເບັຍ

- ລິງມັນເຫັນພວກເຈົ້າ ທ້າວທ່ານເຈົ້ານາຍມັນ
ດື່ມເບັຍທຸກໆວັນ ກໍແອບກິນຕາມເຈົ້າ
ລອງກິນຫຼາຍວັນເຂົ້າ ຈົນຊິນຕິດລົດຊາດ
ເລີຍກິນເບັຍແຂ່ງເຈົ້າ ລິງຍາກເວົ້າໃຫ້ທ່ານຟັງ

- ຄົນກິນເບັຍແລ້ວມ່ວນແມ້ງ ເມົາແລ້ວມ່ວນໂຮແຊວ
ບາງຄົນເມົາມາຍແລ້ວຫຼົງເຮືອນ ລູກເມັຍກໍລືມໜ້າ
ບາງຄົນເມົາແລ້ວເປັນບ້າ ຫາເກາະຜິດດ່າໝູ່
ບາງຄົນເມົາແລ້ວເຈົ້າຊູ້ ຫາສາວນ້ອຍອ່ອຍໃຈ

- ລິງນີ້ກິນເບັຍໄດ້ ບໍ່ຕ້ອງຈ່າຍສະບາຍຄັກ
ກິນພຽງໃດກໍເມົາໜັກ ໄດ້ແຕ່ນອນສະບາຍແທ້
ບາງຄັ້ງເມົາໜ້ອຍກໍຈອນເຕັ້ນ ຄະໂຍງແຍງອາລະວາດ
ແຕ່ບໍ່ບັງອາດຮ້າຍ ດ່າຊາວບ້ານຫຼິ້ນຜູ້ສາວ

- ລິງກິນເບັຍຕ່າງເຈົ້າ ທ້າວທ່ານເຈົ້ານາຍເຮົາ
ກິນເທົ່າໃດບໍ່ສົນເສັຍ ວ່າເມັຍຊິຕາມປ້ອຍ
ບໍ່ສົນໃຈນໍາການບ້ານ ລູເມັຍວຽກງານໃຫຍ່
ກິນເທົ່າໃດບໍ່ຕ້ອງຢ້ານ ເຂົ້າຂອງຂ້ອຍພຸ້ນຜູ້ຈ່າຍແທນ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນນີ້ຟ້າເລີ່ມສາງ
ທ້ອງຟ້າຍັງບໍ່ທັນສະຫວ່າງ
ຄວາມມືດຍັງມົວໆເຈືອຈາງ
ຂ້ອຍເອງກະຍັງບໍ່ວ່າງ
ຈຶ່ງຕ້ອງ ທໍາງານຢ່າງບໍ່ວາງ
ເຖິງວ່າຟ້າຈະເລີ່ມສາງ
ແສງແດດອ່ອນໆກໍແຈ້ງຈ່າງປ່າງ
ຂ້ອຍຈະສ້າງຄວາມຫວັງຂອງຂ້ອຍບໍ່ປ່ອຍວາງ
ໂດຍຈະທໍາທຸກວິທີທາງ
ເພື່ອບໍ່ໃຫ້ຄວາມຫວັງທີ່ຕັ້ງໄວ້ເປັນເລືອນລາງ
ດ້ວຍຈິດໃຈທີ່ເປັນກາງ
ແລ້ວກໍກ້າວເດີນຍາງໄປສູ່ເປົ້າໝາຍ ທີ່ໝັ້ນຄົງ

-----------

ອັນນີ້ກະເປັນກອນນໍາເພີ່ນຄືກັນ ອິອິອິ

ອະທິບາຍສັບ

- ຟ້າສາງ ເປັນພາສາບູຮານ ທີ່ປາກົດໃຫ້ມາຈົນຮອດປີ 1990 ປັດຈຸບັນນີ້ຫາຍໄປເກືອບຈ້ອຍ ສົງໄສຄົນຕື່ນສວາຍ ຈຶ່ງບໍ່ເຫັນຟ້າສາງ (ບາງທ້ອງຖິ່ນອາດບໍ່ເຄີຍໃຊ້)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ມີພຣະດີເອົາໄວ້ອ້າງ ອວດໝູ່ວ່າໂຕມີ
ໂຕບໍ່ມີຄວາມດີ ໜຶ່ງດຽວຂອງສ້ຽວ
ມີພຣະດີບໍ່ເຄີຍໄຫວ້ ວັນທາການນົບນອບ
ຫາຄວາມດີບໍ່ໄດ້ ອັບປີເຂົ້າແຊກແຊງ

- ພຣະດີບໍ່ແມ່ນເຮັດດ້ວຍແກ້ວ ນິນໝູ່ເງິນຄໍາ
ພຣະທີ່ດີມີຫຼວງຫຼາຍ ທົ່ວໂລກາກວ້າງ
ພຣະທີ່ດີມີຫຼາຍລ້ວນ ເອົາຫຍັງທໍາກໍດີເລີດ
ປະເສີດຫຼາຍຫຼາກແທ້ ຫາກຄົນສ້າງນັ້ນຍອດດີ

- ພຣະແກ້ວດີແທ້ໆ ຫາໃສປຽບປານບໍ່ມີ
ປະຫວັດການເຂົາຂານ ອໍລະຫັນຊົງສ້າງ
ພຣະອິນທາງລົງມານ້ອມ ວິສຸກັມເປັນຜູ້ຫຼໍ່
ພຣະແກ້ວຈຶ່ງດີປະເສີດແທ້ ສັກສິດລໍ້າເລີດປະມານ

- ພຣະແກ້ວເນົານັ່ງປ້ອງ ເອກະລາດລາວເຫິງ
ສອງຮ້ອຍກວ່າປີເນົາວຽງຈັນ ຮຸ່ງເຮືອງເຫຼືອງເຫຼື້ອມ
ສັດຕູມານມາເຂົ້າ ຮາວີທໍາລາຍຍາກ
ສຍາມຕີລ້ານຊ້າງ ວຽງຈັນນີ້ເປັນປີ

- ນັບແຕ່ປີພັນເຈັດສິບເຈັດຕັ້ງ ສົງຄາມກໍ່ສຍາມແຊງ
ອ້ອມນະຄອນວຽງຈັນ ຮອດປີເຈັດສິບເກົ້າ
ຢຶດເອົາຫົວເມືອງນ້ອຍ ກອງນາງພັນພ້າວສີຊຽງໃໝ່
ລາວຝັ່ງຂວາກໍຢຶດໄດ້ ເຖິງປານນັ້ນກໍຢາກຈິງ

- ຍ້ອນລິດເດດພຣະແກ້ວ ຮັກສາຊາດຊາວລາວ
ລາວຈຶ່ງຄົງເຂັງຂັນ ສູ້ຢັນສັດຕູໄດ້
ແຕ່ວ່າສັດຕູມານຫຼາຍແທ້ ເຫຼັກເຫຼືອຫຼາຍກວ່າຖ່ານ
ຈັນທະບູຣີຈຶ່ງຖືກມ້າງ ສັດຕູເຂົ້າຈູດເຜົາ

- ເຫັນໄດ້ວ່າຄາວສະໄໝຕອນນັ້ນ ລາວເຮົາຊື່ບໍ່ຣິສຸດ
ຖືກສິນທັມທາງພຸດ ພຣະຈຶ່ງປອງປົກປ້ອງ
ການທີ່ວຽງຈັນຮ້າງ ບໍ່ແມ່ນເປັນຍ້ອນພຣະຊົ່ວ
ມານຫາກມີມາກລົ້ນ ຫຼາຍແທ້ຈຶ່ງເປັນໄປ

- ອັນວ່າພຣະແກ້ວນັ້ນ ສັກສິດມາກຄວນເຄົາຣົບ ທ່ານເອີຍ
ຫາກທ່ານເນົາເມືອງໃດ ຫາກຮຸ່ງເຮືອງເຫຼືອງເຫຼຼື້ອມ
ຖ້າວ່າຄົນຢູ່ເມືອງນັ້ນ ຈິດໃຈມົວເມົາຊົ່ວ
ຫຼັກລັກລວງໂລບລ້ຽວ ກໍເປັນໄດ້ດັ່ງທີ່ເຫັນ

- ບໍ່ໝາຍວ່າພຣະແກ້ວເຈົ້າ ເປັນພຣະທີ່ເຂັດຂວງ ດອກນາ
ຄົນຫາກຂວງຊາມຫຼາຍ ເຫດຊົ່ວຊາມຈຶ່ງມີຂຶ້ນ
ຫາກຄົນດີມີພຣະດີໄວ້ ຄົນຈະເຣີນບ້ານເຮືອງຮຸ່ງ
ພຣະແກ້ວຈັກຊ່ວຍປ້ອງ ປອງໃຫ້ຢູ່ສະບາຍ

- ອັນນີ້ບົນບອກໃຫ້ ພຣະແກ້ວອາດມໍຣະກົດ
ບໍ່ເຄີຍທໍາຄວາມຄົດ ຕໍ່ຄົນທັງຄ້າຍ
ຍ່ອມປະທານພອນໃຫ້ ຄົນດີໃຫ້ໂດດເດັ່ນ
ຄົນຫາກເປັນຊົ່ວແທ້ ພຣະແກ້ວຊ່ວຍບໍ່ໄຫວ ທ່ານເອີຍ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເວົ້າເຖິງກອງໝາກແຄວ້ງ ເຂົ້າເມັດໃຫຍ່ທີ່ລາວເສັຍ
ກັບທັງກອງໝາກເຂືອ ຊື່ສຽງສູນສ້ຽງ
ຫົວຊຽງໝ້ຽງເອົາໄປພ້ອມ ສົມບັດລາວສີ່ຢ່າງ
ດິນແດນລາວຈົນວ່າຮ້າງ ຄົນຊິສ້າງເກືອບບໍ່ມີ

ຕັ້ງແຕ່ຄາວກ່ອນກີ້ ລ້ານຊ້າງຮັ່ງອຸດົມດີ
ຄົນກໍມີສິນທຳ ສືບສານສະສົມສ້າງ
ທຳບຸນບານບົນພື້ນ ຮີດສິບສອງຄອງສິບສີ່
ກົດມົນທຽນບານຕັ້ງແຕ່ກີ້ ລາວຈຶ່ງກ້າວຮຸ່ງເຮືອງ

ຮີດສິບສອງເປັນແບບເບື້ອງ ພັດທະນາຊາດພັດທະນາຄົນ
ພັດທະນາຕົນພັດທະນາຈິດ ພິຊິດໄພມາຫຼາຍກ້າວ
ການສຶກສາສະໄໝນັ້ນ ຂະຫຍາຍຕົວກວ່າທຸກເຂດ
ຕ່າງປະເທດໄຫຼຫຼັ່ງເຂົ້າ ມາຮຽນຮູ້ຢູ່ວຽງ

ສະໄໝການເກົ່າກ້າວ ຊາວໂລກກ່າວຍໍຍົກ
ຍຸກສະໄໝລາວເຮືອງ ຍຸກຄຳເຂົາຂານເອີ້ນ
ຍຸກຄຳນຳມາອ້າງ ສະໄໝລາວເອກະລາດ
ວຽງຈັນສູງເດັ່ນພົ້ນ ສາກົນຮູ້ສືບມາ

ສາສະໜາໄດ້ອອກໜ້າ ຮັບຜິດຊອບການສຶກສາ
ພັດທະນາສັງຄົມລາວ ຈົນຮຸ່ງເຮືອງຈະເລີນກ້າວ
ຄົນລາວຄົງຄາວນີ້ ເພາະການສຶກສາພຸດທະສາດ
ວັດທະນະທຳພາກພື້ນ ກໍສູງພົ້ນຢູ່ຄົງ

ຄົນລາວເຮົາຄາວກີ້ ເປັນນັກອ່ານນັກຂຽນ
ເປັນນັກຮຽນນັກສຶກສາ ຢູ່ເລີຍເລີງເລື້ອຍ
ຈົນກາຍມາຖອງເຖິງເທົ້າ ສະໄໝລາວກ້າວໃໝ່
ພຣະສົງເທເທດໃຫ້ ສອນຊີ້ໝວດວິຊາ

ຄົນລາວທຸກຖ້ວນໜ້າ ຈຶ່ງເຮືອງຮຸ່ງປັນຍາໃສ
ຫຼັກຖານຍັງຄົງເຫຼືອ ເປັນພູມປັນຍາໄວ້
ຫຼາຍປັດໄຈທີ່ຄວນຮູ້ ຕຳລາການອັກສອນສາດ
ຄຳພີວາງວາດໄວ້ ຫຼາຍລົ້ນຍາກຊິຈາ

ຟັງເດີຫຼານຫຼ້າ ຊິໄຂກ່າວເມືອງລາວ
ຕັ້ງແຕ່ເດີມດາຫຼັງ ກ່ອນກາຍສະໄໝກີ້
ຕັ້ງແຕ່ຄາວສະໄໝ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບັດນີ້, ຈັກໄດ້ເວົ້າພາກພື້ນ--------------ໄຂຂອດປິດສະໜາ
ທີ່ຄົນລາວເຄີຍຂານ---------------------ກ່າວມາແຕ່ເຫິງແລ້ວ
ຄົງປະມານເຖິງຮ້ອຍ---------------------ປາຍປີທີ່ຄົນກ່າວ
ເປັນເຣື່ອງລາວຮັບຮູ---------------------ຄົນລາວສືບມາ

ເຂົາກ່າວໄວ້ແຕ່ກີ້-----------------------ວ່າສີນຊັບລາວເຮົາ
ຖືກສັດຕູມາລັກ-------------------------ປຸ້ນໜີໄກບ້ານ
ແຕ່ກ່ອນລາວລ້ານຊ້າງ------------------ອູດົມຫຼາບຢ່າງ
ພວກໝູ່ມານລັກສໍ້-----------------------ຂົນໜີຮ້າງຫ່າງນະຄອນ

ອັນໜຶ່ງເຂົາກ່າວເວົ້າ---------------------ກອງໝາກແຂວ້ງຫຼອມຫຼໍ່ດ້ວຍເງິນຄຳ
ອັນສອງກອງໝາກເຂືອ------------------ເຮັດດ້ວຍຄຳຜະສົມແກ້ວ
ເຂົ້າເມັດໃຫຍ່ຂອງຄູນຄ້ຳ-----------------ສຍາມເອົາບໍ່ຈົ່ງ
ຫົວຊຽງໝ້ຽງພໍ່າພ້ອມ--------------------ລວມແລ້ວສີ່ອັນ

ຄາວນັ້ນ ຂອງເຫຼົ່ານີ້----------------------ສະຖິດແທບເມືອງລາວ
ລ້ານຊ້າງແດນອຸດົມ-----------------------ຮັ່ງມີມວນລົ້ນ
ດິນແດນລາວກໍສູນຊີ້ນ--------------------ຂອງຄູນສູນເສື່ອມ
ເຫຼືອແຕ່ຂອງຄ່າດ້ອຍ---------------------ຢ້ານລາວສ້ຽງຊື່ສູນ ແທ້ເດ
(ອ່ານຕໍ່ຕອນສອງ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ດຽວນີ້ຈັນໂທແຈ້ງ               ເຮືອງຮຸ່ງສົດໃສ

ສາດສ່ອງແສງເໝືອພິພົບ              ໂລກລືປາກຽນກ້ອງ

ຊາວນິກອນນະຄອນເຄົ້າ               ວຽງວັງນັກ

ຊົມຊື່ນສຸກສືບສ້າງ                    ເມືອງບ້ານຢູ່ກະເສີມ

      ຈັນໂທໃສໜ່ວຍນີ້               ຄຽງຄູ່ຈັນຫອມ

ເປັນດວງຈັນຂອງຄົນລາວ              ທີ່ເດັ່ນລີບໍ່ມີດ້ອຍ

ດວງຈັນໃສສະເໝີແກ້ວ                ກັບແກ່ນຈັນທີ່ຫອມກິ່ນ

ຊາວໂລກຍິນຊື່ນີ້                      ວຽງຈັນແຈ້ງນັບໜຶ່ງລາວ ທ່ານເອີຍ

      ວຽງຈັນພັນປີຕັ້ງ                ເຮືອງຮຸ່ງປະດັບລາວ

700 ປີວຽງຈັນສະຖິດ                  ຄູ່ແດນສີແສຊ້າງ

450 ປິກ້າວ                          ພັດທະນາລາວໂລກກ່າວ

ຈັນທະບູລີສີສັຕຕະນາກຝັ້ນ             ລາວຮູ້ຄູ່ດວງຈັນ

      ເມື່ອກ່ອນຊາວ​​ໂລກເວົ້າ          ກ່າວວ່າດວງຈັນດັບແສງ

ວຽງຈັນເຫງົາຄົນປົບ                   ະລັກໜີສະໄໝພຸ້ນ

ຂຶ້ນຊື່ວ່າວຽງຈັນແລ້ວ                        ບໍ່ເຄີຍດັບດັ່ງເຂົາກ່າວ

ລາວຍັງຄູ່ເດືອນ​​ແລະຟ້າ               ວຽງຈັນນີ້ຍ່ອມຮຸ່ງເຮືອງ

      ຊາວ​​ເມືອງລາວຍັງສືບສ້າງ       ຫຍາຍເຂດການຜະລິດ

ສ້າງທ່າແຮງທຸກິດ                 ກະສິກຳການຄ້າ

ບໍລິການງານເພີ້                     ເທັກ​​ໂນໂລລີຢີວິທະຍາສາດ

ເຊີນພວກຊຸມພີ່ນ້ອງ                   ມາຈ້ອງເບິ່ງເອງ

      ວຽງຈັນຄາວກ່ອນກີ້             ວ້າງໃຫຍ່ມະຫາສານ

ໃນຕຳນານກ່າວເຖິງ                  ເຂດອານາຂວາງວ້າງ

ເຖິງວ່າວຽງຈັນຈະລົ້ມ                 ຍ້ອນມານຫວັງດັບມອດ

ຈຸດເຜົາດັບຊາດຊຶ້                   ຫຼາຍຄັ້ງກະບໍ່ສູນ

      ດິນ​​ແດນວຽງຈັນນັ້ນ             ບູຮານກ່າວຂານ​​​ໄຂ

ເຂດອານາປັກລົງ                     ວາດຂຽນສະຫຼັກໄວ້

ປິດສະໜາໃຫ້ຄົນຄົ້ນ                        ຄະນິງຫວນເຫັນກ່າວ

ສາມສີສີ່ທ່າ ຫ້າສະພັງເຫຼົ້ານີ້          ຄືວຽງຈັນແຈ້ງເຂດອານາ

      ຂໍເຊີນຊວນພວກແມ່ປ້າ        ພີ່ນ້ອງຮ່ວມສະຫາຍຮັກ

ກັບທັງຄົນທີ່ເຄີຍຈັກ               ຮັກຮຽນໃຫ້ຟັງແຈ້ງ

ກັບທັງຄູອາຈານດ້ວຍ              ນັກສຶກສາປະຫວັດສາດ

ນັກຄົ້ນຄວ້າໝູ່ນັ້ນ                 ຟັງແລ້ວໃຫ້ໃຄ່ຄວນ ເອົາເດີ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປາແດກຫໍ່ມັດມ້ຽນ ຈົບແຈບໃນໃບບົວ
ຍັງຮົ່ວເໝັນຄາວຄຸງ ກິ່ນກະຈວນອວນເອົ້າ
ເໝືອນກັບຊົນຊາວເຊືອ ຄົບຄົນພານຊາດຕ່ຳ
ຍ່ອມຈະເສັຍຊື່ສ້ຽງ ສູນເຊື້ອເຜົ່າສະກຸນ

ໃບຕົດໝາພັນຫໍ່ຫູ່ມ ກ້ຽວແກ່ນກິດສະໜາ
ຫອມລະເຫີຍໂສພາ ກິ່ນກະຈວອວນເອົ້າ
ເໝືອນກັບຊົນຊາວເຊື້ອ ສະເໜຫາຊາດນັກປາດ
ຊື່ສຽງລາບຍົດລົ້ນ ສະກູນເຊື້ອຍອມນິຍົມ

ນົກຍາງຂາວຫຼົງໝູ່ເຂົ້າ ເນົາຢູ່ດອມກາ
ຂາວກໍຂາວໂສພາ ຍ່ອມຕ່າງກາບໍ່ມີພ້ຽງ
ເໝືອຍກັບບັນດິດຜູ້ ໃນຝູງຊົນພານຊາດຊົ່ວ
ບັນດິດຍ່ອມຈະຂາວຢູ່ເລື້ອຍ ບໍ່ມີດ້ອຍດັ່ງພານ

ກາດຳຫຼົງໝູ່ເຂົາ ສະມາຄົມເຜົ່າພັນຫົງ
ຄວາມດຳມອງເຫັນຄັກ ດຳເລີຍບໍ່ມີດ້ອຍ
ເໝືອນກັບຄົນພານນັ້ນ ພົວພັນນັກປາດ
ຍ່ອມບໍ່ເຫັນຮຸ່ງເລື້ອງ ພຣະທຳແທ້ນັກປາດສອນ

ບ່ວງຈອງຂອງພວກນີ້ ຕັ້ງອ່ອມເອາະໝົກ
ລົດແກງອ່ອມເອາະໝົກ ຈາງເຄັມບໍ່ເຄີຍຮູ້
ຄົນພານສັນດຽວແທ້ ຄົບບັນດິດທັງຕິດແທບ
ບໍ່ມີຮູ້ຣົດໄດ້ ພຣະທັມຊີ້ນັກປາດສອນ

ລິ້ນນັ້ນຮູ້ລົດແທ້ ຈອງບ່ວງຕັກແກງ
ຮູ້ຣົດແກງຈາງເຄັມ ຜ່ອງນົວຍັງລີ້ນ
ອັນວ່າບັນດິດນັ້ນ ເນົາຢູ່ໄກພວກນັກປາດ
ແສນໝື່ນພັນລ້ານລີ້ ກໍເຫັນຮູ້ຮ່ອມພຣະທັມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ເມື່ອຄວາມມືດເກີດຂຶ້ນ ແສງສະຫວ່າງຈຶ່ງປາກົດ

ດວງເດືອນເຮືອງຮອງໃສ ເມື່ອຍາມລາຕີອ້ຳ

ອັນພຣະທັມກໍສັນດຽວແທ້ ຈະທໍແສງໃສສະຫວ່າງ

ກໍເມື່ອຍາມມືດມົ້ວ ໝອງກົ້ວມືດປັນຍາ

- ປັນຍາເຮົາສະຫຼາດລ້ຳຈ ຈະຮູ້ຄັກປະຈັກຈິງ

ກໍເມື່ອເຮົາສະມາຄົມກັບ ໝູ່ຊົນປັນຍາດ້ອຍ

ກໍຈະຫວນເຫັນຮູ້ ປັນຍາເຮົາວ່າເປັນເລີດ

ເມື່ອຢາກຮູ້ວ່າເຮົາປະເສີດກວ່ານັ້ນ ຈົ່ງແຝງຝັ້ນນັກປາດເດີ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍະຖາ ຂິຕຕັງ ນະເພ ເລທທຸ ທຸວັງ ປະຕະຕິ ພູມິຍັງ
ຕະເຖວະ ພຸດທະເສຕຖານັງ ວະຈະນັງ ທຸວະສັສສະຕັງ
- ພຣະດຳຣັດຂອງພຣະພຸດທະເຈົ້າຜູ້ປະເສີດສຸດ ຢັ້ງຍືນແລະແນ່ນອນ ປະດຸດກ້ອນດີນທີ່ຂວ່າງໄປໃນອາກາດແນ່ ທີ່ຈະຕົກລົງພູມີພາກນັ້ນ.

- ພຣະສັດທຳເລີດລ້ຳ---------------ຂອງອົງເອກສັບພັນຍູ
ອົງປະເສີດສຸດໃນໂລກັນ------------- ຍາກທີ່ພັນລະນາໄດ້
ພຣະສັດທຳພຣະອົງນັ້ນ--------------ແນ່ນອນຈິງຕັ້ງທ່ຽງ
ພຣະອົງເທເທດໄວ້------------------ ບໍ່ມີປິ້ນປ່ຽນແປງ

- ພຣະທັມທີ່ພຣະອົງໄດ້--------------ຕັດສັ່ງສອນມະນຸດ
ເປັນຍອດທຳຄຳສັດ------------------ ທ່ຽງກົງປະສົງຕັ້ງ
ທັງແນ່ນອນບໍ່ມີບ້ຽວ-------------------ບຶດເບື້ອນພາດທີ່
ພຣະສັດທຳທີ່ພຣະອົງຊີ້--------------- ຈຶ່ງຄົງໝັ້ນຢູ່ທຸກວັນ

- ພຣະອົງຕັດບອກນັ້ນ----------------ເປັນອັມມະຕະວາຈາ
ຄົນສັດທານຳມາຮຽນ------------------ ສັ່ງສອນຕົນເອງໄດ້
ກໍຈະເຫັນທາງແຈ້ງ--------------------ຫົນທາງຈິງທີ່ປະເສີດ
ກໍຈະປະເສີດເລີດລົ້ນ------------------ ບໍ່ມີດ້ອຍຄ່າຄົນ

- ພຣະສັດທຳພຣະອົງນັ້ນ--------------ທ່ານປຽບດັ່ງກ້ອນດິນ
ທີ່ຍົກໂຍນຂວ່າງໄປໃນເວຫາ------------ ຍ່ອມຕົກລົງຍັງພື້ນ
ພຣະສັດທຳທີ່ຕັດໄວ້-------------------ກໍສັນດຽວບໍ່ແຕກຕ່າງ
ນີ້ຄືສັດຈະທຳທີ່ທ່ຽງແທ້----------------- ຄວນນ້ອມໃສ່ໃຈ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອຶງຄະນຶງຄະນິງເໜັບ ເກັບເຊື່ອງຊ້ອນຫືລະໄທ
ວັນເວລາລ່ວງໄປ ນິຣັນການມິອາດຫາຍ
ປຽບດັ່ງພຶກສາຊາດດົ້ວ ດ່ານດ້າວພະນາໄພ
ການເວລາຜ່ານໄປ ສັງຂານຄົນປ່ຽນບໍ່ອາດລືມ
ວັນນ ີ້ເຮົາສູ້ທົນ ບໍ່ໝອງໝົ່ນແລະສິ້ນຫວັງ
ອະດີດການຜ່ານສ້າງພະລັງ ໃນຄວາມຫວັງຄະນຶງນັນ
ການເວລາພານຜ່ານ ສັງຂານຜັນວັນປ່ຽນບໍ່ຢຸດ
ແມ່ນກ່ອງໄມ້ຈະຊຳລຸດ ຜົນງານຜຸດຜະຫຍອງ ເອີຍ !!!!!!!
ອຶງຄະນຶງນຶກນັບ ອຸບອິບອັບໃນປາຍຈິດ
ມິອາດມອງເຫັນໄດ້ ເໝືອນຢູ່ໄກແສນໄກລັບລິບ
ເມື່ອຈິດວ່າງມັນກໍມາຫຼອກຫຼອນ ໃນຈິດຕາວະຈອນຢູ່ມັບມິບ
ຢາກຈະເອື້ອມໂອບເອົາດ້ວຍໄຫວພິບ ມັນກ​ໍລິບລັບກັບຈາກໄປ
ການເວລາກັບອະວິດຊາ ມັນມາກະຈຸ໊ບກະຈິ໊ບ
ຫຼອກລໍ້ລະເລີງຢູ່ລັບໆລິບໆ ຊີວິດກໍກາຍເປັນອຸ໊ບໆອິ໊ບໆ
ອາຍຸສັງຂານທີ່ລ່ວງເລີຍ ສັ້ນເທົ່າກັບປາຍນິ້ວຢິບ
ຟ້າແມບເຫຼື້ອມຢູ່ໄກລິບ ຍັງຊ້າກວ່າກະຈິບດຽວຂອງສັງຂານ
ກ່ອງໄມ້ເພພັງທະລາຍ ວັດຖຸມີຄ່າຫາຍສູນເສັຍ
ຮ່າງກາຍປ່ຽນໄປເປັນອ່ອນເພັຍ ຈິດໃຈລ່ວງເລີຍອຶງຄະນຶງຄະນິງນຳ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຜີຕາຫໍ ຜີຕາແຮກ ຜີຕາເຮືອນ

ຜີພວກນີ້ ເປັນເພື່ອນຄົນ ຝົ້າຮັກສາ

ຜີຕາແຮກ ເປັນຜີເຝົ້ ເບິ່ງທົ່ງນາ

ຜີປູ່ຕາ ຜີປູຕາ ຝົ້າບ້ານຄົນ

 

ຜີຕາເຮືອນ ຢູ່ເທິງເຮືອນ ຢູ່ກັບຄົນ

ແຕ່ບໍ່ສົນ ຮັກສາເຮືອນ ໃຫ້ຄົນເລີຍ

ມີຄົນຮ້າຍ ຂະໂມຍລັກ ເຂົາກໍເສີຍ

ແຕ່ຄົນເອີຍ ຍັງບູຊາ ໜ້າສົງສານ

 

ຄົນບຸຊາ ຜີຕາແຮກ ຕ້ອງເຮັດນາ

ທັງດົກກ້າ ໄຖດຳ ທັງໃສ່ຝຸຍ

ຍາມນ້ຳຖ້ວມ ປູກັດເຂົ້າ ມຸ່ນອຸ້ຍປຸ້ຍ

ເຈົ້າຂອງລຸຍ ດົກກ້າ ດຳນາຕ່າວ

 

ຜີເຝົ້າບ້ານ ເຂົາຮຽກວ່າ ຜີປູ່ຕາ

ເດືອນສາມມາ ຄົນຕ້ອງລ້ຽງ ຮອດເດືອນເຈັດ

ກິນທັງໄກ່ ງົວຄວາຍ ບໍ່ເວັ້ນເປັດ

 ຜີບໍ່ເຂັດ ຍັງຕ້ອງໄຫວ້ ນົບບູຊາ

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ສາທຸໂຂ ຂໍໃຫ້ມີຄວາມສຸຂີ

ດ້ວຍຄວາມດີ ຈົ່ງໄດ້ມີຄວາມສຸຂັງ
ສະຫວັດດີ ມີໄຊໃນຊີວັງ
ປະດຸດດັ່ງ ເດືອນເພັງເປັ່ງນະພາ

 


-
ຂໍໃຫ້ຂ້າ ມີອາຍຸ ຮ້ອຍຊາວຂວບ
ຢ່າໄດ້ຈວບ ຢ່າໄດ້ພໍ້ ຄວາມທຸກເຂັນ
ຮ່າງການນີ້ ຂໍໃຫ້ໜຸ່ມ ດັ່ງທີ່ເປັນ
ງາມໂດດເດັ່ນ  ສວຍສະເໝີ ຢ່າເບີ່ມາຍ

- ອັນວ່າຜົມ ຢູ່ຫົວຢ່າໄດ້ຫງອກ
ໃຫ້ເງີຍງອກ ທັງດົກດຳ ຈົນເປັນຂຽວ
ປະດຸດດັ່ງ ປີກແມງຄັບ ສີສັນດຽວ
ຢ່າໄດ້ຫ່ຽວ ແຕກປາຍ ລະອາຍຄົນ

- ອັນວ່າໜັງ ມັງສາ ຢ່າໄດ້ຢົ່ນ
ຄວາມໝອງໝົ່ນ ທັງຕົກກະ ຢ່າໄດ້ມີ
ເຖິງວ່າເຖົ້າ ອາຍຸກາຍ ຮ້ອຍຂວບປີ
ຂໍໃຫ້ມີ ຜິວສົດໃສ ດັ່ງຜິວຄຳ


-
ອັນວ່າແຂ້ວ ໃນປາກຢ່າໄດ້ຫຼົ່
ສາຍຕານີ້ ຢ່າໄດ້ມົ່ນ ມືດມົວຟາງ
ຍາມຄ້ຽວກິນ ໜັງຈີ່ ຫຼືຊິ້ນຢ້າງ
ຈຳພວກກ້າງ ຄ້ຽວຈົນມຸ່ນ ປານບົດເອົາ


-
ໃບໜ້າງາມ ກ້ຽງມິ່ນລິ່ນ ຢ່າມີເຄົາ
ບໍ່ໃຫ້ເສົ້າ ຫົດຫ່ຽວປານລິງກັງ
ຄວາມສຸກຂີ ສຸຂັງ ໃນຊີວັງ
ເປັນພະລັງ ຢ່າມີມາຍ ສະບາຍໃຈ


-
ຄັນມີເງິນ ກໍໃຫ້ຫາຍ ໃຊ້ບໍ່ໝົດ
ຄັນມີຣົດ ໃຫ້ຂີ່ດີ ຢ່າມີຂ້ອງ
ຄັນມີຄຳ ເພັດນິນ ງາງົງປ້ອງ
ເປັນໂກດກອງ ເຕັມເຮືອນ ຢ່າເລື່ອນລອຍ


-
ຄັນມີລູກ ຫຼານເຫຼັນ ທັງຊາຍຍິງ
ໃຫ້ໄດ້ພິງ ເພິ່ງພາ ຢ່າຊົ່ວເລີຍ
ຄຳຂ້າເອີຍ ເປັນຄຳພອນ ສຸສະເບີຍ
ຄຳຊົມເຊີຍ ມີເລິງເລື້ອຍ ຢ່າເມື່ອຍໃຈ


-
ມີລູກໃພ້ ລູກເຂີຍ ໃຫ້ບອກງ່າຍ
ຢ່າຊິລ່າຍ ເລງລົ້ວ ກົ້ວມົວໝອງ
ສາມັກຄີ ວົງວານ ແລະພວກພ້ອງ
ມີພີ່ນ້ອງ ກໍໃຫ້ດີ ສຸຂີເທີ້ນ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 129  |  ໜ້າຕໍ່ໄປ »