ຂຽນເມື່ອ: ມ.ສ.. 7, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ພຣະພຸດທະສາສນາ ໃຫ້ຄວາມສຳຄັນ ກັບເຣື່ອງຂອງກັມນີ້ຫຼາຍທີ່ສຸດ ນັບເປັນອັນດັບໜຶ່ງກໍວ່າໄດ້.
“ກັມ” ນີ້ນັບວ່າເປັນອະຈິນໄຕ ຄຶືບໍ່ຄວນທີ່ຈະນຶກຄິດເອົາລອຍໆເລີຍ, ຫາກຜູ້ບໍ່ມີຊານ(ປັນຍາ ທີ່ເກີດຈາກສາມາທິ) ຄືຄິດເອົາເອງບໍ່ເຂົ້າໃຈ ມັນເຣື່ອງສະຫຼັບຊັບຊ້ອນຍິ່ງ.
ຄົນລາວເຮົາມັກເຂົາໃຈ ເຣື່ອງກັມຄື ເປັນເຣື່ອງຊົ່ວໆ ຫຼືເຣື່ອງໃຫ້ຜົນເປັນຊົ່ວ ເຊັ່ນເຫັນຄົນໄດ້ຮັບທຸກໄພ ກໍວ່າເປັນເພາະກັມ ຫາເງິນຫາຄຳບໍ່ໄດ້ ກໍວ່າເປັນເພາະກັມ, ລູກເສັຍເມັຍຈາກ ກໍວ່າເປັນເພາະກັມ ແລະອື່ນໆ ຄົຣນຈຶ່ງຢ້ານກັມນີ້ເອົາແທ້ເອົາວ່າ, ຈຶ່ງເກີດມີການຄິດເອົາເອງໂດຍສະເພາະໝໍໂຫນ ໝໍມໍບາງຄົນ ກໍໃຫ້ໄປຕັດກັມ ໝໍມໍບາງຄົນຍັງດີແນ່ແນະນຳໃຫ້ໄປຕັດກັມກັບພຣະສົງອົງຄະເຈົ້າ ອັນນີ້ກະຍັງດີແດ່ຈັກໜ່ອຍ ຄືຍົວະໃຫ້ຄົນເຂົ້າວັດ ແຕ່ເຖິງເປັນເຣື່ອງດີ ຊີ້ນຳຖືກ ກໍບໍ່ໃຫ້ຜົນເຕັມປ່ຽມສຳລັບບາງຄົນໄດ້ ຫາກຄົນບາງຄົນບໍ່ສັດທາໃນສາສນາມາກ່ອນ ມີຄົນແນະນຳໃຫ້ໄປຕັດກັມໃນວັດ ການເຂົ້າມາເຊິ່ງວັດຂະນະນັ້ນ ເປັນພຽງເພື່ອຕັດກັມເທົ່ານັ້ນເອງ ບໍ່ໄດ້ມາໃນການສັດທາອັນແທ້ຈິງ, ມີໝໍມໍບາງໝໍມໍເຂົາ ຕັດກັມໃຫ້ເຈົ້າທຸກເອງເລີຍ ອັນນັ້ນຍິ່ງເປັນການຍາກທີ່ຈະບອກວ່າ “ໄດ້ຜົນຈິງບໍ ?” ເພາະຄວາມຈິງກັມນີ້ມັນຕັດບໍ່ໄດ້ສຳລັບສັດຕະວະໂລກ ອາດກ່າວໄດ້ວ່າ “ບໍ່ມີພະລັງໃດໃນໂລກ ຈະຕັດກັມຂອງມະນຸດໄດ້ ເວັ້ນເສັຍແຕ່ບຸກຄົນໆນັ້ນຈະຕັດຮາກເຫງົ້າ ແຫ່ງກຸສົນມູນ ແລະອະກຸສົນມູນໃຫ້ໝົດສິ້ນ ດ້ວຍພະລັງຂອງຊານ ສະມາທິ.
“ກັມ” ເປັນເຊັ່ນໃດ ? ອັນທີ່ແທ້ມັນມີຢູ່ກັບສັດຕະວະໂລກຈິງໆ ແລະມັນເປັນສົມບັດຂອງສັດຕະວະໂລກ ກັມມັນເປັນຊື່ກາງໆ, ຫາກກັມໃຫ້ຜົນ ດີ ມັນເປັນກັມດີ ຊື່ວ່າສຸພະກັມ, ຫາກໃຫ້ຜົນຊົ່ວ ເປັນກັມຊົ່ວ ຊື່ອະສຸພະກັມ ກັມຂອງສັດຕະວະໂລກນັ້ນ ມີສອງຢ່າງຄື ກັມດີ ແລະກັມຊົ່ວ ເທົ່ານັ້ນ.
ຄົນລາວເຮົາດຽວນີ້ ກໍເຊື່ອເຣື່ອງກັມເຊັ່ນກັນ ແຕ່ຈະເຊື່ອກັມແບບຄິດເອົາເອງ ຫຼາຍກວ່າການ ເຂົ້າໃຈໃນຮາກເຫງົ້າຂອງກັມອັນເປັນແກ່ນແທ້ ຂອງມັນ, ຄວາມເຂົ້າໃຈເຣື່ອງກັມຂອງຄົນລາວເຮົາເຊື່ອ ພຽງວ່າ “ຄົນໄດ້ຮັບຄວາມທຸກ, ຄວາມຂັດສົນ, ຫຼືຄົນມີໄພອັນຕະລາຍຕ່າງໆ ເພາະເຂົາມີກັມ” ວິທີການຈັດການກັບກັມເລົ່ານີ້ ຄົນລາວເຮົາດຽວນີ້ກໍຄິດເອົາງ່າຍໆ ຄືຄິດວ່າ “ເຮົາໃຫ້ເງິນຍ່ອມໄດ້ເງິນຕອບ, ໃຫ້ເຂົ້າໃຫ້ຂອງຍ່ອມໄດ້ຂອງຕອບກັບ” ວິທີຈັດການກັບກັມປັດຈຸບັນນີ້ວິທີງ່າຍໆກໍຄືການໄປຫາພຣະສູດຕັດກັມ ຫຼືທານສິ່ງຂອງເງິນຄຳເພື່ອໃຫ້ກັມນັ້ນເບົາບາງລົງ, ການຄິດແບບນີ້ ບໍ່ໄດ້ຖື ວ່າຜິດ ນັບວ່າຄິດຖືກຢູ່ແນ່ ແຕ່ການຄິດນັ້ນຈະຖືກຕ້ອງສົມບູນກວ່າ ຕ້ອງຂຶ້ນກັບປັດໄຈຫຼາຍປະການ ຄື ຄວາມໜັກແໜ້ນຂອງສັດທາ, ຄວາມໜັກແໜ້ນຂອງປັນຍາ ແລະຄວາມໜັກແໜ້ນຂອງເຈຕນາທັງສາມ ຄື ກ່ອນທຳ ຂະນະທຳ ແລະຫັຼງທຳນັ້ນ ມີສັດທາເຕັມປ່ຽມຂະ ໜາດໃດ ?, ມີປັນຍາເຕັມປ່ຽມຂະໜາດໃດ ເຈດຕະນາບໍຣິສຸດບໍຣິບູນແລ້ວບໍ ?
ຄຳວ່າທຳໝາຍເຖິງເຮັດວຽກງານ, ເຮັດຫຍັງລະ ? ທຳໃນທີ່ນີ້ໝາຍເຖິງທຳກັມ ກັມຫຍັງລະ ກັມກໍຄືການທຳບຸນໆຕ່າງໆ ຫຼືການປະກອບສັມມາຊີບຂອງຂອງທ່ານນັ້ນແລ້ວ ເປັນການທຳກັມຊະນິດໜຶ່ງ ແຕ່ກັມນີ້ເປັນກັມດີ, ຫາກການທຳນັ້ນເກີດຈາກສັດທາອັນບໍຣິ ສຸດຂອງ ທ່ານແທ້ໆ ເກີດຈາກປັນຍາຂອງທ່ານແທ້ ທັງກ່ອນທຳ ຂະນະທຳ ແລະຫຼັງທຳກັມດີ ຫຼືບຸນທີ່ທ່ານທຳນັ້ນ ກໍຍ່ອມສຳເລັດ ສາມາດສ້າງກັມດີໃຫ້ຫຼາຍຂຶ້ນ ແລະບັນທອນກັມຊົ່ວໃຫ້ຫຼຸດນ້ອຍຖອຍລົງໄດ້ ແລ້ວກຳດີກໍຈະເຣີນຂຶ້ນ ກິດຈະກັມ ຫຼືວຽກງານນັ້ນກໍບັນດານສຸກໃຫ້ແຕ່ທ່ານທັງໃນໂລກນີ້ ແລະໂລກໜ້າສົມປະສົງແທ້.
(ຍັງມີຕໍ່ ບົດທີ ໒)