ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດ້ວຍເຫດໃດ ຄຳເສີມພຣະນາມ ຫຼືພຣະຣາຊະອິຣິຍະຍົດຂອງພຣະເຈົ້າຟ້າງຸ່ມມະຫາຣາດ ຈຶ່ງມີຄຳວ່າ “ຜີຟ້າ”ຢູ່ດ້ວຍ
------------------------------------------------------------------------------------------------------
ພຣະເຈົ້າຟ້າງຸ່ມ ເປັນປະຖົມມະກະສັດແຫ່ງລ້ານຊ້າງ, ເປັນປະຖົມບໍຣົມມະກະສັດລາວ ເຖິງວ່າ ຖະນະແລະອຳນາດຂອງລ້ານຊ້າງຈະກຳເນີດເກີດຂຶ້ນມາແຕ່ ພ.ສ ໑໑໙໔ ພຸ້ນກໍຕາມ ແຕ່ລ້ານຊ້າງຂະນະ ນັ້ນຍັງບໍ່ມີອຳນາດອິດທິພົນອັນກວ້າງໃຫຍ່ໄພສານ ເປັນມະຫາອຳນາດປົກຄອງອານາຈັກນ້ອຍໃນຫຼ່້ອງ ແມ່ນຳ້ຂອງ ບັນດາຫົວເມືອງຕ່າງໆຍັງເປັນເອກະລາດ ບາງຫົວເມືອງຍັງຂຶ້ນກັບອຳນາດຂອງຂອງຢູ່ ເມື່ອຂອມເສ່ືອມອຳນາດ ບັນດາຫົວເມືອງນ້ອຍໃຫຍ່ຂອງຊົນຊາດໄທລາວ ກໍປະກາດຕົວເປັນເອກະລາດ ໃນນັ້ນ ຖານະອານາຈັກລ້ານຊ້່າງ ເປັນມະຫາອານາຈັກ ເຊິ່ງມີເມືອງຫຼວງຢູ່ເມືອງຊວາ ກໍໄດ້ປາກົດຕົວ ພົ້ນ ເດັ່ນຂຶ້ນ ມີເມືອງນ້ອຍໆຕ່າງໆມາຂຶ້ນກັບເຮັດໃຫ້ອານາຈັກລ້ານຊ້າງຄ່ອຍໆໆ ມີຄວາມເຂັ້ມແຂງ ຂຶ້ນ ຈົນມາເຖິງ ພ.ສ ໑໙໐໒ ພຣະເຈົ້າຟ້າງຸ່ມໄດ້ທ້ອນໂຮມອານານາຈັກຂອງຊົນຊາດໄທ-ໄຕລາວ ເຂົ້າກັບ ລວມເປັນມະຫາອານາຈັກລ້ານຊ້າງທີ່ຍິ່ງໃຫຍ່ ເມື່ອພຣະອົງກຳລັງທຳການທ້ອນໂຮມອານາຈັກລ້ານຊ້າງ ຢູ່ນັ້ນ ພຣະນາມຂອງພຣະອົງ ໄດ້ເສີມຂຶ້ນເປັນ “ພຣະເຈົ້າຜີຟ້າເລີດຫຼ້າທໍຣະນີຟ້າງຸ່ມມະຫາຣາດ” ຫຼື “.

ເວົ້າເລື່ອງ “ຜີ” ຂຶ້ນມາຄົນລາວເຮົາຈະຮູ້ໄດ້ໂດຍທັນທີ ວ່າແມ່ນຫຍັງ, ຜີໃນຄວາມໝາຍຂອງຄົນລາວເຮົາ ເມື່ອກ່າວເຖິງຜີ ຈະໝາຍເຖິງວິນຍານຮ້າຍ ແລະໝາຍເຖິງຄົນທີ່ຕາຍໄປຍັງບໍ່ທັນເອົາໄປຖິ້ມ ເຂົາກະ ຮຽກວ່າ “ຜີຕາຍ” ຜີໃນຄວາມໝາຍຂອງພາສາລາວ-ໄທຍ໌ ແລະກຸ່ມພາສາໄຕ ຈະໝາຍເຖິງວິນຍານ ແລະສິ່ງຊົ່ວຮ້າຍ.

ໃນພຣະພຸດທະສາສນາຈະກ່າວເຖິງຜີນ້ອຍທີ່ສຸດ ສ່ວນໃຫຍ່ຈະເວົ້າເຖິງວິນຍານ, ຫາກກ່າວເຖິງສົມມຸດ ຕິສັດຈະອັນເປັນຝ່າຍດີ ສ່ວນໃຫຍ່ກ່າວເຖິງ ເທວະດາ ອິນ ພຣົມ, ຫາກກ່າວເຖິງຝ່າຍຊົ່ວອັນເກີດຈາກ ຝົນຂອງກັມຊົ່ວມັກຈະເວົ້າ ເຖິງເຜດ, ອະສຸຣະກາຍ ແລະນະຮົກ, ນອກນັ້ນຈະບໍ່ຄ່ອຍກ່າວເຖິງຜີເລີຍ ພົບໄດ້ສະເພາະແຕ່ໃນວິໄນ ທີ່ກຳນົດໄວ້ວ່າ ເຫດທີ່ຊົງອະນຸຍາດໃຫ້ຢຸດລົງອຸໂປສົດສັງຄະກັມ ຄື “ຜີເຂົ້າພິກຂຸ” ນອກຈາກນີ້ແລ້ວ ບໍ່ປາກົດເຫັນເລີຍ.

ເມື່ອເປັນເຊັ່ນນັ້ນ ຜີ ໃນພາສາລາວເຮົາໝາຍເຖິງຫຍັງ ? ຄົນຈຶ່ງຢ້ານແທ້ຢ້ານວ່າ, ຄວາມຈິງແລ້ວ ຜີໃນຄວາມໝາຍເດີມຂອງພາສາລາວ ຄຳວ່າຜີ “ໝາຍເຖິງແຖນຕ່າງໆໂດຍສະເພາະແມ່ນແຖນຫຼວງຟ້າ ຄື່ນນັ້ນ ເປັນຜີທີ່ເປັນໃຫຍ່ກວ່າຜີທັງມວນ ຮຽກວ່າ “ແຖນຫຼວງ” ບາງຄັ້ງກໍວ່າ “ຜີຫຼວງ” ໃນສາສນາແຖນ ເຊິ່ງບາງຄັ້ງກໍຮຽກວ່າ “ຜີແຖນ” ຜີແຖນໃນຄວາມເຊື່ອຂອງຄົນລາວບູຮານ ຄືເທບປະ ຈຳນ່ານຟ້າ, ສ່ວນຜີຕ່າງໆປະຈຳນຳ້ ແລະດິນ ເຊັ່ນ ຜີພູມ ຜີເສື້ອນຳ້ ຜີເຊື້ອບົກ ອັນມີຜີໃຫຍ່ກວ່າໝູ່ ຄືຜີເຊື້ອເຟື້ອງ ຫຼືຜີເຊື້ອເມືອງ ຫຼືພັດທະນາມາເປັນຜີສີເມືອງໃນປັດຈຸບັນນີ້.

ເມື່ອພຣະພຸດທະສາສນາໄດ້ເຂົ້າມາຍັງອານາຈັກລ້ານຊ້າງແລ້ວ ຄຳສອນຂອງພຣະພຸດທະສາສນາໄດ້ ເຜີຍເຂົ້າສູ່ຈັດໃຈຂອງຄົນລາວທັງມວນ ໃນອານາຈັກລ້ານຊ້າງກໍເລີມຕົ້ນແຕ່ສະໄໝພຣະເຈົ້າຟ້າງຸ່ມມະຫາ
ຜີ ໃນຄວາມເຊື່ອຂອງຄົນລາວບູຮານ ທີ່ຕິດພັນກັບສາສນາແຖນນນັ້ນ ຈຶ່ງໝາຍເຖິງ ຜູ້ມີອຳນາດ ແລະເປັນໃຫຍ່, ທັງທີ່ເປັນເທບຢູ່ບົນຟ້າ ຮຽກວ່າ “ແຖນ” ຫຼື “ຜີແຖນ” ອີກຄຳໜຶ່ງ “ຜີຟ້າ” ຫຼືບາງຄັ້ງກໍເອົາ ສອງຄຳມາຜະສົມກັນເລີຍ ຮຽກວ່າ “ຜີຟ້າຜີແຖນ” ຫຼື “ຜີແຖນຟ້າ” ແຖນຢູ່ບົນດິນ ຮຽກວ່າ “ຜີ ຕ່າງໆດັ່ງ ທີ່ກ່າວແລ້ວ.
ໃນປະຫວັດສາດ ຊາດອ້າຍລາວ ແລະງາຍລາວ ໄດ້ກຳເນີດຂຶ້ນມາແລ້ວໃນໂລກບໍ່ນ້ອຍກວ່າ ໕.໐໐໐ ປີ, ເຊິ່ງຖືວ່າກ່ອນການກເນີດພຸດທະສາສນາ, ກ່ອນພຸດທະສາສນາ ກໍມີສາສນາຢູ່ກ່ອນແລ້ວ ສາສນາຂອງ ມະນຸດທີ່ເກົ່າແກ່ນັ້ນແມ່ນສາສນາພຣາມ ໃນສາສນາພຣາມກໍມີຫຼາຍລັດທິ ແຕ່ລະລັດທິກໍມີເທບພຣະເຈົ້າ ຂອງສາສນາຕົນ ອົງດຽວກໍມີ, ຫຼາຍອົງກໍມີ ທຸກໆລັດທິກໍມັກຈະຮຽກພຣະເຈົ້າໃນສາສນາຂອງຕົນວ່າ “ເທບ” ມາໄລຍະຫຼັງໆ ກໍຮຽກວ່າ “ພຣະເຈົ້່າ” ເຊັ່ນສາສນາຮິນດູ ແລະສາສນາຄຣິດ, ສ່ວນສາສນາເກົ່າ ມັກຈະຮຽກເທບ ຫຼືເທບພຣະເຈົ້າ, ສາສນາຜີແຖນ ຫຼືສາສນາແຖນຟ້ານີ້ ຈັດຢູ່ໃນສາສນາບູຮານ ຊົນຊາດ ອ້າຍລາວເປັນຊາດທີ່ເກົ່າແກ່ ກໍຍ່ອມມີລັດທິສາສນາປະຈຳຊາດຕົນມາແຕ່ກຳເນີດຊາດພຸ້ນ ໂດຍສະເພາະ ທີ່ປາກົດໃນຫຼັກຖານຕຳນານທາງປະຫວັດສາດລາວ ທີ່ຈະແຈ້ງກໍຄືພົບໃນໜັງສືຂຸນບູຣົມຣາຊາທິຣາດ ປາກົດວ່າພຣະເຈົ້າຂອງລາວ ບໍ່ແມ່ນ “ພຣົມ, ອີສວນ, ນາຣາຍ ແລະອື່ນໆ” ທີ່ສຳຄັນ ພຣະ ນາມ ເທບຂອງລາວ ບໍ່ແມ່ນພຣະເຈົ້າ ຫາກມີພຣະນາມຕ່າງຈາກສາສນາບູຮານທີ່ເກົ່າແກ່ ຄື “ແຖນ ຫຼື ຜີ” ແລະຕໍ່ມາໃນປະມານປີພຸດທະສະຕະວັດທີ ໑໑ ປະກົດວ່າສາສນາແຖນດັ້ງເດີມໄດ້ຖືກປະກົດຕົວຄັ້ງໃໝ່ ໂດຍມີຂຸນບູຣົມຣາຊາທິຣາດ ຕົ້ນກະສັດຂອງຊົນເຊື້່ອສາຍລໄຕລາວ ເປັນຜູ້ຮັບພາຣະໜ້າທີ່ນຳເອົາຄຳສັ່ງ ຂອງແຖນມາເຜີຍແຜ່ “ເພາະໃນປະຫວັດສ່ວນພຣະອົງ ຂອງຂຸນບູຣົມຣາຊທິຣາດນັ້ນ ພຣະອົງໄດ້ຖືກ ແຖນສົ່ງລົງມາຄອງເມືອງລຸ່ມ “ຄືນານ້ອຍອ້ອຍໝູນັ້ນ”, ຈາກຈຸດນີ້ ເຮົາຈະເຫັນໄດ້ວ່າ ພຣະມະຫາກະ ສັດລາວທຸກໆພຣະອົງ “ຈຶ່ງເປັນຕົວແທນຂອງພຣະຍາແຖນຈາກເມືອງຟ້າລົງມາຄອງເມືອງລຸ່ມ, ເມື່ອມາ ຮອດເມືອງລຸ່ມແລ້ວ ກໍກະສັດກໍໄດ້ທຳໜ້າທີ່ ເປັນທັງຜູ້ນຳອານາຈັກ ແລະສາສນາຈັກ ໃນລັກສະນະການ ປົກຄອງຂອງລາວສະໄໝບູຮານ ຕາມລັດທິຄວາມເຊື່ອຂອງສາສນາແຖນ, ຖານັນດອນຂອງກະສັດລາວ ຈາກຂຸນບູຣົມຣາຊາທິຣາດນັ້ນ ຈຶ່ງມີຖານັນດອນຢູ່ທີ່ຂຸນ ແລະສືບທອດໃຊ້ມາທັງທ້າວ, ທັງຂຸນ ມາຈົນ ເຖິງ ພຣະຍາລັງທິຣາດ ແລະພຣະຍາສຸວັນນະຜົງ ຈຶ່ງປ່ຽນຈາກຂຸນມາເປັນພຣະຍາ ອັນນັ້ນເຮົາມອງ ເຫັນວ່າ “ມະນຸດກຳລັງພະຍາຍາມສ້າງອຳນາດຂອງຕົນໃຫ້ອອກຈາກອຳນາດຂອງຂອມແຕ່ລະນ້ອຍ, ເມື່ອເບິ່ງຕາມປະຫວັດສາດແລ້ວ ໃນໄລຍະແຕ່ຂຸນບູຣົມຣາຊາທິຣາດເປັນຕົ້ນມາ ພຣະພຸດທະສາສນາ ໄດ້ມີອິດທິພົນ ຕໍ່ຊຸມຊົນຊາວລາວຊາວເມືອງແຖນ, ໜອງແສ ມາແຕ່ ພ.ສ ໙໖ ພຸ້ນ, ຄຳສອນຂອງພຣະ ພຸດທະສາສນາອາດຊິມາປະສົມປົນເປກັນກັບຄຳສອນຂອງແຖນ ຈຶ່ງເຮັດໃຫ້ຖານັນດອນຂອງຊົນຊາວ ລາວປ່່ຽນຈາກຂຸນ ມາເປັນພຣະຍາ, ຈົນມາເຖິງສະໄໝ ເຈົ້າຟ້າງ້ຽວ, ເຈົ້າຟ້າຄຳຮຽວ ແລະເຈົ້າຟ້າງຸ່ມນັ້ນ ຖານັນດອນສັກຂອງກະສັດ ແລະຜູ້ທີ່ຈະໄດ້ເປັນກະສັດ ມີຖານັນດອນເປັນເຈົ້າຟ້າ ຖືວ່າສູງກວ່າພຣະຍາ ນັ້ນອີກ ຄຳວ່າ “ເຈົ້າຟ້າ” ອາດໝາຍເຖິງ ກະສັດເປັນຕົວແທນຂອງແຖນ ທີ່ມາຈາກເມືອງຟ້າ.

my.opera.com/neuang/blog/show.dml/11396591

Delicious Digg Fark Twitter