ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

- ນັບຕັ້ງແຕ່ປີ ໑໙໘໗ ເປັນຕົ້ນ ຫຼັງຈາກພະນະທ່ານສີສະຫວາດ ແກ້ວບຸນພັນ ກັບພະນະທ່ານສະວະລິດ ຍົງໃຈຍຸດໄດ້ແລກປ່ຽນກັນຢ້ຽມຢາມກັນລະຫວ່າງໄທຍ໌ລາວ ເພື່ອຍຸດຕຶສົງຄາມບໍ່ແຕນພິດສະນຸໂລກ, ໃນນັ້ນປາກົດຄຳເວົ້າຄຳໃໝ່ ເຊິ່ງຄົນໄທຍ໌ທັງປະເທດບໍ່ຊາບເຊິ່ງເຖິງຄຳເວົ້ານີ້ ຄື "ລາວໄທຍ໌ເປັນພີ່ນ້ອງກັນ" ເມື່ອເປັນຄຳໃໝ່ ກໍຍ່ອມເປັນທີ່ສົນໃຈຂອງ ຄົນໄທຍ໌ທຸກຊົນຊັ້ນຄົນ ເພາະວ່າຄຳວ່າ "ພີ່ນ້ອງ" ບໍ່ປາກົດໃນວັດທະນະທຳໄທຍ໌ເລີຍ, ຫາກເມື່ອ ເປັນຄຳໃໝ່ ຄົນໄທຍ໌ເຂົາຍ່ອມຊອກຫາຄວາມໝາຍຂອງຄຳນີ້ ໂດຍການຕິຄວາມໝາຍປາກົດວ່າ ນັກສື່ສານໄທຍ໌ ຈຶ່ງນິຍາມຄຳວ່າ ພີ່ນ້ອງໂດຍກຳນົດໃຫ້ "ລາວເປັນນ້ອງ ແລະໄທຍ໌ເປັນພີ່".
- ຫຼັກເກນທີ່ເຂົາກຳນົດໃຫ້ໄທຍ໌ເປັນພີ່ ແລະໃຫ້ລາວເປັນນ້ອງນັ້ນ ແມ່ນນັກສື່ສານໄທຍ໌ ເຂົາຕີຄວາມໃນຂອບເຂດທີ່ວ່າ "ປະເທດລາວນ້ອຍກວ່າໄທຍ໌, ປະເທດລາວຍັງບໍ່ຈະເລີນ ເໝືອນໄທຍ໌ ແລະປະເທດລາວເສດຖະກິດຍັງຕ້ອງເພິ່ງໄທຍ໌ ເລົ່ານີ້", ເມື່ອຄຳວ່າ ພີ່ນ້ອງ ຖືກຕີຄວາມໂດຍສື່ແລ້ວ ສັງຄົມໄທຍ໌ນັ້ນເປັນສັງຄົມບໍລິໂພກສື່ ການຊວນເຊື່ອກໍໄດ້ແຜ່ຂະຫຍາຍໃນວົງກວ້າງຂອງ ສັງຄົມໄທຍ໌ ທຳໃຫ້ຝ່າຍລາວມອງເຫັນວ່າ "ໄທຍ໌ນັ້ນຕີຄວາມໝາຍຄຳວ່າ ພີ່ນ້ອງ ໃນວັດທະນະທຳລາວນັ້ນຜິດໄປ" ເພາະຄຳວ່າ ພີ່ນ້ອງໃນຄວາມໝາຍທາງວັດທະນະທຳລາວນັ້ນ ຄື ບໍ່ແມ່ນຝ່າຍໃດຝ່າຍໜຶ່ງເປັນພີ່ ແລະອີກຝ່າຍໜຶ່ງຕ້ອງເປັນນ້ອງ, ແຕ່ຫາກໝາຍເຖິງເຄືອຍາດ ທາງເຊື້ອຊາດ, ສາຍເລືອດ, ປະເພນີ, ພາສາ ແລະວັດທະນະທຳ ມາຍາວນານຈົນບໍ່ສາມາດ ຮູ້ໄດ້ວ່າ "ໃຜເປັນພີ່ໃຜເປັນນ້ອງກັນຕາມລຳດັບຊັ້ນໄດ້ ແຕ່ຫາກເປັນຍາດພີ່ນ້ອງກັນ". ເທົ່ານັ້ນເອງ.
- ຫາກຈະສຶກສາ ຫາກຕົ້ນປາຍສາຍເຫດລະຫວ່າງລາວ-ໄທຍ໌ ວ່າໃຜພີ່ ໃຜນ້ອງນັ້ນ ກໍຍ່ອມຫາຕົ້ນເຫດຈາກການເຄື່ອນໄຫວທາງປະຫວັດສາດ ລະຫວ່າງລາວໄທຍ໌ ພໍໄດ້ດັ່ງນີ້.
໑. ກ່ອນພຸດທະສາສະໜາເກີດນັ້ນ ດິນແດນສຸວັນນະພູມ ໃນແຜ່ນດິນໃຫຍ່ ອັນເປັນຖິ່ນທີ່ຂອງລາວ, ໄທຍ໌, ຂະເໝນ ແລະມ້ຽນມ້ານີ້ ມີຊາດໃຫຍ່ໆຢູ່ສາມຊາດ ຄື ມອນ, ຂອມ ແລະລາວ, ມອນມີດິນແດນຢູ່ທະວາຣະດີ ຝັ່ງຕາເວັນຕົກທາງທະເລອັນດາມັນກວາມເອົາດິນແດນທາງເໜືອໄປຮອດດິນແດນມຽນມ້າ, ຂະເໝນນັ້ນ ກວາມເອົາໃຈກາງຂອງດິນແດນສຸວັນນະພູມລົງໄປ ທາງໃຕ້ ຝັ່ງທະເລຈິນໃຕ້, ສ່ວນລາວ ຫຼືດາວນັ້ນ ມີດິນແດນຢູ່ທາງເໜືອ ເຂົ້າໄປໃນໃຈກາງຂອງອະນຸທະວິບ, ໃນດິນແດນທີ່ກ່າວນັ້ນ ອາດມີຄົນລາວປົນກັບຂອມ ແລະມອນຢູ່ ເມື່ອ ໒.໐໐໐ ກວ່າປີ ເຊັ່ນໃນອານາຈັກສີໂຄດ-ຈັນທະບູຣີ ແລະທວາຣະວະດີ, ຫາກກ່າວເຖິງຊົນຊາດໃຫຍ່ໆໃນພາກພຶ້ນນີ້ ທີ່ເປັນຊາດເກົ່າແກ່ນັ້ນ ມີຊາດໃຫຍ່ໆອີກ ເປັນ ໓ ຊົນຊາດ ຕາມຫຼັກຖານໜັງສື ຕຳນານພື້ນບ້ານ ຄື ກຣອມ(ຂອມ-ກຣອມແປວ່າໃຕ້ໃນພາສາຂະເໝນ ແລະຂອມບູຮານ-ອາດຜ້ຽນມາເປັນຂອມໃນພາສາລາວໄທຍ໌)ຢູ່ທາງໃຕ້, ລາວ(ດາວ ຫວຽດ, ຂະເໝນ, ແລະຈີນ ຮຽກລາວອອກເປັນສຽງ ຫຼຽວ ຫຼືລຽວ(ປັດຈຸບັນຂະເໝນຍັງອອກສຽງລາວ ວ່າ ລຽວ ປັດຈຸບັນນີການດັດແປງເປັນລາວແນ່ແລ້ວ", ແລະຊົນຊາດຈີນ ຢູ່ທາງເໜືອ ຄົນລາວບູຮານຮຽກພວກນີ້ວ່າ "ຫໍ້" ອາດຜ້ຽນມາຈາກ "ຫັ້ນ".
(ໃນສອງຫຼັກຖານນີ້ຍັງບໍ່ປາກົດເຫັນຄຳວ່າ "ສຍາມ ແລະໄທ, ຫຼືໄທຍ໌ເລີຍ ແລ້ວໄທຍ໌ ຫຼືສະຫຍາມ ແລະໄທ ຫຼືໄທຍ໌ຢູ່ທີ່ໃດ ?)
໓. ຊົນຊາດທີ່ຮຽກຕົນເອງວ່າ "ລາວ" ແຕ່ຈີນຮຽກວ່າ "ຫຼຽວ ຫຼືລຽວນັ້ນຢູ່ໃສ ? ໃນປະຫວັດສາດຈີນນັ້ນ ຊົນຊາດຫຼຽວ ເປັນຊົນຊາດທີ່ຢູ່ນອກດ່ານ ຫຼືຊົນຊາດທີ່ບໍ່ແມ່ນຄົນ ທີ່ເປັນເຊື້ອຊາດ ດຳລົງວັດທະນະທຳກັບພວກຫັ້ນ(ຫໍ້ ຫຼືຈີນ) ແຕ່ເປັນຊົນເຜົ່າທີ່ຈີນ ຖືວ່າເປັນຊົນຊາດທີ່ໃຫຍ່ ແລະຄວນເກງຂາມ, ດ້ວຍເຫດນີ້ ຈີນຈຶ່ງຮຽນຊົນເລົ່ານີ້ວ່າ "ອ້າຍລາວ" ໃນຍຸກປະຫວັດສາດຈີນນັ້ນ ຣາຊະວົງຂອງຈີນໄດ້ເອົາໃຈໃສ່ ໃນການສະກັດກັ້ນພວກລາວນີ້ເປັນພິເສດ ເພາະເຂົາຖືວ່າເປັນຊາດທີ່ມີຄວາມຈະເລີນ, ມີວັດທະນະທຳເຂັ້ມແຂງ ແລະມີປະຊາກອນຫຼວງຫຼາຍ, ສະນັ້ນໃນຍຸກຂອງຈີນຊີຮ່ອງເຕ້ນັ້ນ ຖືເປັນຍຸກສ້າງຊາດຈີນອີກຍຸກໜຶ່ງ ຈິນຊີຮ່ອງເຕ້ເຫັນວ່າ ພວກລາວ ຫຼືຫຼຽວນັ້ນມີການສ້າງກຳແພງອ້ອມເຂດແດນໄວ້ ເພື່ອປ້ອງກັນບໍ່ໃຫ້ພວກຫຼຽວນີ້ເຂົ້າໄປໃນເຂດຈີນ.
໕. ໃນຍຸກດຽວກັນນັ້ນ "ລາວ" ເຊິ່ງຂະນະນັ້ນ ຈີນຮຽນວ່າ "ອ້າຍລາວ" ຫຼືອ້າຍດາວ, ອ້າຍດາວ ເປັນຊາດຊາດທີ່ມີວັດທະນະທຳຂອງຕົນ ທີ່ເຂັ້ມແຂງ ມີສາສະໜາ ຫຼັກຂອງຕົນ ຄື ສາສະໜາແຖນ (ເປັນສາສະໜາເທວະນິຍົມ ໂດຍພັດທະນາຕິດພັນກັບສາສະໜາພຣາມໃນຍຸກດຽວກັນ) ຫຼັກຖານນີ້ ໄດ້ປາກົດໃນວັດທະນະທຳກີນດາວ, ວັດທະນະທຳສຳລິດຮູບດາວ ແລະວັດທະນະທຳຄ້ອງບັ້ງ ເຊິ່ງມີຮູບດາວແປດແຊກ ໃນໄລຍະຕົ້ນ ມາຮອດວັດທະນະທຳຄ້ອງບັ້ງ ກໍປາກົດເຫັນຮູບກົບ(ຄັນຄາກ)ປາກົດຢູ່ໃນຄ້ອງບັ້ງ ແຕ່ກໍຍັງມີຮູບດາວ ທີ່ນ້ອຍລົງ) ພວກດາວ ຫຼືລາວນີ້ ຖືຕົນເອງວ່າຊາດໃຫຍ່ ແລະເປັນຊາດທີ່ມີອາຣະຍະທຳເກົ່າແກ່ ສືບເຊື້ອສາຍມາຈາກແຖນ, ທຽນ, ໄທ້. (ໄທ້ເປັນນາມຂອງແຖນຜູ້ເປັນເຈົ້າ).
໖. ຊົນຊາດອ້າຍລາວ(ຈີນຮຽກ-ລາວ ແມ່ນຄົນລາວຮຽກຕົນເອງ) ຕັ້ງອານາຈັກຂອງຕົນຢູ່ນະຄອນລຸງ, ນະຄອນປາ ສອງຝາກຝັ່ງແມ່ນ້ຳເຫືຼອງ, ໃນໄລຍະກ່ອນ ພ.ສ ໓໐໐ ປີ, ມາໃນໄລຍະຍຸກພຸດທະການກໍປາກົດຍະຄອນຂອງລາວຂຶ້ນ ນະຄອນໜຶ່ງ ຄືນະຄອນເພງາຍ, ຖືວ່າເປັນຍຸກຂອງ ສາມອານາຈັກຂອງລາວ.
໗. ມາຮອດພຸດທະທະສະຕະວັດທີ ໑-໓ ຊົນຊາດອ້າຍລາວໄດ້ຖືກຮຸກຮານໂດຍພວກຫັ້ນ ກໍໄດ້ມາຕັ້ງອານາຈັກຂອງຕົນຂຶ້ນອີກຮຽກວ່າ ອານາຈັກໜອງແສ (ໜອງກະແສນແສນຍ່ານ),
ກໍໄດ້ມາຕັ້ງອານາຈັກຂອງຕົນຂຶ້ນອີກຮຽກວ່າ ອານາຈັກໜອງແສ (ໜອງກະແສນແສນຍ່ານ), ໃນສະໄໝອານາຈັກໜອງແສນັ້ນ ຊົນຊາດອ້າຍລາວໄດ້ພັດທະນາຄວາມຈະເລີນ ຂອງຊາດຕົນທຸກດ້ານບໍ່ວ່າດ້ານເສດຖະກິດ ສັງຄົມ ແລະວັດທະນະທຳ ໂດຍສະເພາະແມ່ນ ດ້ານສາສະໜາ ໃນສະໄໝນີ້ປະວັດສາດຊາດລາວໄດ້ປາກົດນາມກະສັດຂອງຕົນຊື່ວ່າ "ຂຸນເມັງ" ຫຼື "ຂຸນເມືອງ" ໃນສະໄໝຂຸນເມືອງນີ້ ໄດ້ຮັບເອົາພຸດທະສາສະໜາເຂົ້າມາເຜີຍແຜ່ໃນຊຸມຊົນອ້າຍລາວ ເຮັດໃຫ້ອ້ານລາວໃນຂະນະນັ້ນ ມີການຣນັບຖືສາສະໜາຂອງສາສະໜາ ຄື ສາສະໜາ ແຖນ ແລະສາສະໜາພຸດ, ພ້ອມດຽວກັບນັ້ນ ຄົນຫັ້ນ ຫຼືຫໍ້ກໍໄດ້ເຂົ້າມາຢູ່ປົນກັບຄົນອ້າຍລາວ ເຮັດໃຫ້ອ້າຍລາວໄດ້ຮັບວັດທະນະທຳໃໝ່ໆຈາກຈີນອີກ.
(ເຊີນອ່ານຕໍ່ ຄາວໜ້າ)

Delicious Digg Fark Twitter