ຂຽນເມື່ອ: ກ.ຍ.. 23, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
- ຍາແມ່ແກ້ວ ຢູ່ບໍ່ໄດ້ກິນບໍ່ເປັນຫຼາຍວັນແລ້ວ ເພາະວ່າແຫວນເພັດລາຄາ ໑ ແສນດອນລາຣ໌ ທີ່ຜົວລາວຫາກໍຊື້ໃຫ້ໃໝ່ ຕອນສະຫຼອງການຄົບຮອບການແຕ່ງການ ໓໐ ປີ ເມື່ອປີທີ່ແລ້ວ ຍາມແມ່ແກ້ວ ເຮັດທຸກວິທີທາງ ເພື່ອຈະໃຫ້ໄດ້ຄືນມາເຊິງແຫວນເພັດນັ້ນ ເຊັ່ນເອີ້ນຄົນໃຊ້ໃນເຮືອນມາຊັກຖາມດ້ວຍກຸດສະໂລບາຍ, ການຊັກຖາມ, ກິນນ້ຳສາບານ, ຄ້ຽວເຂົ້າສານ, ນອກຈາກນັ້ນກໍໄປຫາໝໍມໍ ຫຼາຍທີ່ທັງດັງ ບໍດັງ, ຜີມະເຫສັກຫຼັກເມືອງທີ່ວ່າດັງບໍ່ດັງທັງໃນວຽງຈັນ ແລະໃນສອງຝ່ັງຂອງລາວໄທຍ໌ ທັງທົ່ວປະເທດລາວ ຍາແມ່ທັງໄປເອງ ແລະໃຫ້ຄົນອື່ນໄປ ທັງບະ ທັງບົນ ສາມລະພັດສາລະເພ ເປັນສິບວັນແລ້ວ ນັບແຕ່ວັນແຫວນເພັດເສັຍຫາຍ ກໍບໍ່ເຫັນວີ່ແວວວ່າແຫວນເພັດຈະເຫັນຄືນ.
- ເປັນເວລາສິບກວ່າວັນແລ້ວ ຍາແມ່ເອົາແຕ່ນັ່ງໃຫ້, ນອນໃຫ້ ບໍ່ກິນເຂົ້າກິນນ້ຳ ຮ່າງກາຍຊຸບຜອມລົງ, ທັງໃດ ອາຈານວັດໜຶ່ງໄດ້ຮັບໂທຣະສັບວ່າ ດັງຂຶ້ນພ້ອມທັງຍິນສຽງຕົ້ນສາຍວ່າ "ພຣະອາຈານໃຫຍ່ຢູ່ວັດ ບໍ ?
- ພຣະອາຈານໃຫຍ໋ : ຈະເຣີນພອນ ອາຕະມາຢູ່ວັດ ?
- ແມ່ອອກ : ຂ້ານ້ອຍຊິພາແມ່ໄປຫາ.
- ພຣະອາຈານໃຫຍ່: ມາໂລດ.
ບໍ່ເຖິງ ໑ ຊົ່ວໂມງ ສາມະເນນນ້ອຍມາບອກອາຈານໃຫຍ່ວ່າ "ພຣະອາຈານໃຫຍ່ຂ້ານ້ອຍ ພໍ່ອອກແມ່ອອກ ແມ່ອອກມາຫາ
- ພຣະຈານໃຫຍ່ອອກໄປແລ້ວ ກໍໄດ້ຮັບເລົ່າຈາກແມ່ອອກວ່າ "ຂ້ານ້ອຍ ຢູ່ບໍ່ໄດ້ກິນບໍ່ເປັນ ມາຫຼາຍວັນແລ້ວ ນັບແຕ່ແຫວນເພັດລາຄາຕັ້ງແສນ ຂອງຂ້ານ້ອຍເສັຍ, ຢາກໃຫ້ພຣະອາຈານໃຫຍ່ເບິ່ງໃຫ້ຂ້ານ້ອຍແນ່ ໃຜລັກ ຫຼືຊິເຫັນຄືນບໍ ?
- ພຣະອາຈານໃຫຍ່ : ຮັບຂັນແມ່ອອກແລ້ວ ຢ່າງເຂົ້າໄປຫ້ອງ ເຫິງເຕີບກັບອອກມາ ທັງເຮັດໜ້າຊື່ນຕາບານອອກມາພ້ອມ ແມ່ອອກເຫັນແລ້ວກໍທຳທ່າດີໃຈ. ຖາມທັນທີ.
- ຍາມແມ່ : ເປັນຈັ່ງໃດຂ້ນ້ອຍ.
- ພຣະອາຈານ : ບໍ່ປາກ ແລ້ວຈັບເອົາກະດານຂຶ້ນມາ ລົງເລກໄປແລ້ວ ກໍລຶບຖິ້ມ, ລົງເລກກໍລືບຖິ້ມ ແມ່ອອກທັງຖາມທັງສໍ້ ແລ້ວຈຶ່ງເວົ້າອອກມາວ່າ "ເອີ....ຍ່່າແມ່ເອີຍ....ຍາມແມ່ນີ້ໂຊກດີໜັກໜ້າ, ຄັນແຫວນເພັດຂອງຍາແມ່ບໍ່ເສັຍຫາຍ ແຂນຊ້າຍຂອງຍ່າແມ່ກໍຈັກຂາດແນ່ນອນ, ນັບວ່າໂຊກດີແທ້.
- ຍາມແມ່ : ແມ່ນຈັ່ງຊັ້ນແລ້ວ ຍ່າແມ່ເອີຍ ມັນແມ່ນເຄາະໃຫຍ່່ ແມ່ນຂອງໃຫຍ່ໆມັນມາຮັບແທນ.
(ນັບແຕ່ວັນນັ້ນມາ ຍາມແມ່ຄົນນັ້ນກໍປົງຕົກ ກິນເຂົ້າແຊບນອນຫຼັບພີຕຸພີຕຸ້ນ ເຂົ້າມາວັດປຶກສາທຳນຳພຣະອາຈານໃຫຍ່ຕະຫຼອດ)