ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ຮີດຄອງປະເພນີນັ້ນ ມັນຫາກຢູ່ຄູ່ລາວ ຫັ້ນແລ້ວ
ບໍ່ມີໃຜທໍາລາຍ ນອກຈາກລາວເຮົານີ້
ປະເພນີມູນເຄົ້າ ຫາກຄົນລາວຮັກຫໍ່
ໄດ້ແຕ່ຮັກຫໍ່ໄວ້ ບໍ່ນໍາໃຊ້ກໍເສື່ອມສູນ

- ການຮັກຫອມວັດທະນະທໍານັ້ນ ທັງຜ່ອງປະເພນີ
ຈະຮັກຫອມແນວໃດ ຈຶ່ງຊິທົນທານໄດ້
ຮັກແຕ່ໃຈບໍ່ນໍາໃຊ້ ກໍສູນເສັຍສະຫຼາຍເສື່ອມ
ການກະທໍາບໍ່ຕິງເຕື້ອງ ປະຕິບັດດ້ວຍກໍປ່ວຍການ

- ຈະຮັກວັດທະນະທໍາຮີດບ້ານ ຈົ່ງເຂົ້າວັດຟັງທັມ
ສືບສານປະເພນີໃຫ້ຄົງທົນ ແມ່ນວັດວານໍາພາສ້າງ
ການທໍາບຸນທໍາທານນ້ອມ ປະເພນີຕໍ່ເນື່ອງ
ທັງຮີດຄອງກໍຕີງເຕື້ອງ ວັດທະນະທັມເພີ່ມຕື່ມສະເໝີ

- ວັດທະນະທໍາຮີດບ້ານ ລາວຈຶ່ງເດັ່ນສະເໝີກັນ
ບໍ່ມີທາງເສື່ອມສູນ ເພາະວ່າລາວຈະເຣີນລໍ້າ
ວັດທະນະທັມເປັນເສົາຄໍ້າ ທໍາໃຫ້ລາວພົ້ນເດັ່ນ
ການຂາບໄຫວ້ນົບນ້ອມ ບູຊາແກ້ວໜ່ວຍສາມ

- ເວົ້າກໍງາມເອກອ້າງ ຈາມ່ວນນວນຫູ
ໄຫວ້ກໍງາມທັງນົບ ຄ່ອງຄືຄົນລາວແທ້
ການໄປມາທັງການຍ້າຍ ຈອນໄປເຈັຍລະຈາກ
ການນຸ່ງຖືໝູ່ນັ້ນ ກໍຄົງໝັ້ນຊົ່ວນິລັນ ທ່ານເອີຍ

Delicious Digg Fark Twitter