ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


- ມີຄົນຫຼາຍຕໍ່ຫຼາຍຄົນບໍ່ວ່າຈະແມ່ນພຣະສົງ ກໍຄືຄະຣືຫັດມີຄວາມສົງໄສ ຢາກຮູ້ວ່າ ເມື່ອຕາຍແລ້ວຊິໄປໃສ ? ການສົງໄສ ຫຼືການຢາກຮູ້ເຣື່ອງຊິວິດຫຼັງຄວາມຕາຍນັ້ນ ບໍ່ແມ່ນແຕ່ຄົນຍຸກນີ້ ຄົນຍຸກໃດໆ ກໍສົນໃຈເຣື່ອງນີ້ເຊັ່ນກັນ, ແຕ່ວ່າການສຶກສາເຖິງຊິວິດຫຼັງຄວາມຕາຍນັ້ນ ມັນເປັນເຣື່ອງອະຈິນໄຕ ເໜືອແນວຄິດທີ່ມະນຸດຈະຮູ້ໄດ້ ບໍ່ຄວນທີ່ຈະໄປມົວເມົາກັບສິ່ງນັ້ນຈົນຫຼົງໄຫຼມົວເມົາ, ເຖິງປານນັ້ນຄົນກະຍັງຢາກຮູ້ ເມື່ອຢາກຮູ້ພຣະພຸດທະອົງກໍຊົງເຄີຍຊີ້ແຈງໄວ້ ຢ່າງໃດກໍຕາມ ຄົນທີ່ຢາກຮູ້ວ່າ ເມື່ອຕົນຕາຍຈາກໂລກນີ້ແລ້ວ ຕົນເອງຈະໃສ ? ວິທີສັງເກດງ່າຍໆໃຫ້ເບິ່ງຊີວິດຂອງຕົນເອງໃນປັດຈຸບັນ ຫາກທຳດີ ເປັນບຸນໄປສະຫວັນ, ຫາກທຳຊົ່ວ ເປັນທຸກ ໄປນະຣົກ ສະນັ້ນຄົນທີ່ຢາກຮູ້ວ່າຕົນເອງຈະໄປໃສ ໃຫ້ເບິ່ງປັດຈຸບັນຂອງຕົນ,
- ຕໍ່ບັນຫານີ້ ພຣະພຸດທະເຈົ້າຊົງຕັດໄວ້ວ່າ ເມື່ອຕາຍຈາກໂລກນີ້ແລ້ວທາງທີ່ໄປມີ ໕ ສາຍ ຄື:
໑. ອະບາຍະພູມ: ໄດ້ແກ່ ເກີດເປັນສັດນະຣົກ ເປັນເຜດ ສັດເດັຍຣະສານ ຄືບຸກຄົນທີ່ລະເມີດສິນ ໕ ເມື່ອຕາຍຈາກຄົນແລ້ວໄປສູ່ອະບາຍະພູມ.
໒. ເກີດເປັນມະນຸດ: ຜູ້ທີ່ຈະມາເກີດເປັນມະນຸດໄດ້ອີກນັ້ນຈະຕ້ອງເປັນຜູ້ມີກັມມະບົດ ໑໐ ເປັນຄົນມີສິນ ໕ ປະຈຳ.
໓. ເກີດເປັນເທວະບຸດ ເທວະດາຢູ່ສະຫວັນຊັ້ນຕ່າງໆ: ຕ້ອງເປັນຜູ້ມີຄວາຣະອາຍຕໍ່ຄວາມຊົ່ວ ຢ້ານກວາຕໍ່ຜົນຂອງກັມຊົ່ວທັງຕໍ່ໜ້າ ແລະລັບຫຼັງ.
໔. ເກີດເປັນພຣົມ: ຕ້ອງປະຕິບັດກັມມະຖານ ມີອາຣົມເປັນຍານ(ຊານ) ຄືເຂົ້າຊານຕາຍ.
໕. ໄປພຣະນິພພານ: ແດນເກີດສາຍທີ ໕ ນີ້ ຄົນທີ່ເຖິງພຣະນິພພານຈະຕ້ອງມິຄວາມບໍຣິສຸດ ໑໐ ຢ່າງ ຄື:
- ບໍ່ຫຼົງມົວເມົາໃນຕົນເອງ ຫຼວັດຖຸ ຮູ້ສະເໝີວ່າຈັກຕ້ອງຕາຍ ແລະພັດພາກຈາກຂອງຮັກ.
- ບໍ່ສົງໄສໃນຄພສອນຂອງພຣະພຸດທະເຈົ້າ ທີ່ສອນວ່າບໍ່ມີອັນໃດຈະຊົງສະພາບເປັນປົກກະຕິໄດ້ ທຸກສິ່ງທຸກຢ່າງເສື່ອມໄປຕາມການເວລາ ແລະທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ.
- ຮັກສາສິນໝັ້ນຄົງ ດຳຣົງຈິດຢູ່ໃນສີນປົກກະຕິ.
- ທຳລາຍລາຍຄວາມໃຄ່ໃນກາມາຣົມໃຫ້ສິ້ນໄປຈາກໃຈ ຮູ້ຢູ່ສະເໝີວ່າຄວາມຮັກເປັນເຫດໃຫ້ເກີດທຸກ.
- ມີຈິດເມດຕາປານີ ບໍ່ຈ່ອງລ້າງຈ່ອງຜານຄິດທຳອັນຕະລາຍໃຜ.
- ບໍ່ມົວເມົາໃນຮູບຊານ ບໍ່ສົນໃຈໃຍດີໃນຄວາມດີທີ່ຕົນຍັງບໍ່ໄດ້.
- ບໍ່ມົວເມົາຢູ່ຮູບຊານ ໂດຍຄິດວ່າຄວາມດີພຽງເທົ່ານີ້ຍັງບໍ່ສິ້ນທຸກ.
- ມີອາຣົມເປັນປົກກະຕິ ມິຈິດໃຈທີ່ເຕັມໄປດ້ວຍຄວາມຫວັງດີ.
- ບໍ່ຖືຕົນວ່າເປັນຄົນດີ ທະນົງຕົນວ່າຕົນເອງດີເລີດປະເສີດກວ່າຄົນອື່ນ.
- ຕັດຄວາມຮັກໃຄ່ໃນໂລກີວິໄສໃຫ້ໝົດ ທຳອາຣົມເປັນພຸດທະ ຄື ຈະດີຊົ່ວກໍຮັບຮູ້ພຽງວ່າດີ ຫຼືຊົ່ວ ເພາະເປັນທັມມະດາ ຮູ້ຕົວຢູ່ສະເໝີວ່າຈະຕ້ອງຕາຍ ບໍ່ສະດຸ້ງຫວາດກົວ ມີອາຣົມໃນໃຈປົກກະຕິໝົດແລ້ວຈກາຄວາມໂລບ ຄວາມໂກດ ຄວາມຫຼົງ ບໍ່ຜູ້ພັນຊັບສິນ ຫຼືສັດ ຫຼືບຸກຄົນ ເທ່ົານີກໍເປັນນິພພານໄດ້.

ເມື່ອຜູ້ໃດຮູ້ໄດ້ພາວະປັດຈຸບັນ ວ່າຕົນເປັນເຊັ່ນໃດແລ້ວ ບຸກຄົນຍ່ອມຮູ້ວ່າຕົນຈະໄປທີ່ໃດ ຄົນທີ່ຮູ້ກ່ອນອື່ນໝົດແມ່ນຕົນເອງ ຮູ້ໄດ້ວ່າ "ຕາຍແລ້ວຈະໄປໃສ ? ນັ້ນເອງ.

my.opera.com/neuang/blog/show.dml/2660118

Delicious Digg Fark Twitter