ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຢາກໃຫ້ໂຈນ ປຸ້ນໃຈ ໄປແທ້ໆ
ຫາກໃຈແພ້ ຂີ້ໂຫຍ່ຍ ແລ້ວໂອຫັງ
ຫາກມີໃຈ ບໍ່ຄຸມໃຈ ຕາມຄໍາສັ່ງ
ແມ່ນໃຈຍັງ ຢາກຂໍໂອນ ມອບໂຈນເລີຍ

ໃຈດວງດຽວ ເຫດສັນໃດ ມີຫຼາຍຫ້ອງ
ຂໍຢ່າຕ້ອງ ແບ່ງແນວຄິດ ໄປຫຼວງຫຼາຍ
ແມ່ນແບ່ງພຽງ ເສດທ່ອງ ຍັງບໍ່ງ່າຍ
ຫາກໃຈກາຍ ເປັນສອງ ຕ້ອງເພິ່ງໂຈນ

ຫາກໃຈຊົ່ວ ມົວມືດ ທັງຫຼົງໄຫຼ
ທັງໃຈງ່າຍ ເຊື່ອງ່າຍ ຈິດບໍ່ກົງ
ໃຈຕື້ນມໍ່ ມັກງ່າຍ ຈົນງ່າວງົງ
ຂໍມອບສົ່ງ ໃຫ້ໂຈນ ໂອນໃຫ້ເລີຍ

ຈິດອຶດສາ ພະຍາບາດ ແລະບັງບຽດ
ໃຈມັກຄຽດ ງອນງໍ້ ສໍ້ບໍ່ຢຸດ
ທັງຫາເລື່ອງ ກໍ່ກວນ ມວນມະນຸດ
ຂໍຈົ່ງຫຼຸດ ຈາກກາຍ ໄປຫາໂຈນ

ໂຈນເອີຍໂຈນ ຄັນຢາກໄດ້ ໃຈຂີ້ສໍ້
ໃຈງອນງໍ້ ຫຶງສາ ທັງສັບສົນ
ບໍ່ຂໍຢູ່ ໃຫ້ໜັກໂລກ ໃນເມືອງຄົນ
ຂໍມອບໂຈນ ເອົາຫົວໃຈ ໄປປະຈານ

ເຮົາຂໍຢູ່ ໃນໂລກ ຢ່າງສໍາລານ
ໃຈບໍ່ຈານ ກາມລາຄະ ຕັນຫາຫັງ
ຊີວິດນີ້ ມີຫົວໃຈ ເປັນທີ່ຕັ້ງ
ມີຄວາມຫວັງ ສ້າງສາກົນ ໂຈນຢ່າກວນ

ຫາກໃຈນີ້ ສະອາດ ບໍຣິສຸດ
ມີເມດຕາ ກາຣຸນ ມວນມະນຸດ
ມຸ້ງສູ່ແດນ ຄວາມຫຼຸດພົ້ນ ທາງວິມຸດ
ວິຖີພຸດ ຈົ່ງປາບໂຈນ ໃຫ້ພົ້ນໃຈ

Delicious Digg Fark Twitter