ຄຳອ້າງອີງ ວ່າເປັນບົດຄວາມຂອງ Michel LORRILLARD ໄດ້ກ່າວວ່າ:-
It is easy in this case to state that the claims of Boumi Thepsimuong are entirely baseless: close observation of the Vat Visoun stele by Lao scholars, experienced in reading hundreds of other inscriptions from around the Tai world, quickly reveals errors in the retired economist’s deciphering and transcription. The inscription does not actually bear any date* and it is thus not possible―on the basis of palaeographic criteria―to place it before the sixteenth century. This incident is, however, indicative of the current fragility of scientific research on the question of the origins of Tai scripts. Dominated by politics and partisan views, it suffers above all from the difficulty that local historians still have in thinking beyond their national borders, or even outside their own immediate environment.
The inscription bears certain passages which are difficult to read. However, it is clear that the characters Bounmi Thepsimuong interprets as the number 532 in fact say “lae”, an exclamation used at the end of a phrase. His reading of “culla sangkhat” from the preceding phrase appears absolutely forced.
Michel LORRILLARD
Professor, Ecole française d’Extrême-Orient
ຂຽນໂດຍ:
ສາຍເຊລຳເພົາ (ລູກຊາວດອນ) ເບິ່ງເນື້ອໃນລະອຽດໃນບ໊ຼອກຄົນລາວ
- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ຖານຂ້າງບັນລັງພຣະວັດວິຊຸນນະລາດ ດ້ານທ່ານ(ເບື້ອງແມ່ນໍ້າຂອງ) ໃນປີ ກາງເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ.
- ເມື່ອເຫັນທັດສະນະ ແລະຜົນສະຫຼຸບຂອງມະຫາບຸນມີອອກມາໃນປີ ໒໐໐໕ ກໍຍອມຮັບໃນຄວາມຄິດນັ້ນວ່າ ເປັນຕົວເລກຈິງ ເພາະສອດຄ່ອງກັບຄຳອ່ານ ຂອງຜູ້ຂຽນໃນປີ ໑໙໙໙ ແລ້ວ, ເມື່ອເຫັນຄຳອ່ານຂອງທ່ານມະຫາບຸນມີ ເທບສີເມືອງແລ້ວ ກໍຮັບວ່າເປັນຈິງ ແລະຖືກຕ້ອງ ສ່ວນຄຳອ່ານອື່ນໆນັ້ນ ຈະກົງກັນບໍ ? ກໍລໍເບິ່ງຄຳອ່ານຂອງຂ້າພະເຈົ້າລຸ່ມນີ້.
(ເປັນການອ່ານຂອງຂ້າພະເຈົ້າເອງ ກ່ອນທີ່ຈະເຫັນຂອງມະຫາບຸນມີ-ບໍ່ໄດ້ຕີພິມທີ່ໃດມາກ່ອນ ເພາະວ່າ ຂະນະນັ້ນຍັງເປັນນັກສຶກສາຢູ່, ເມື່ອກັບເຖິງເມືອງລາວ ກໍໃຫ້ຄວາມສົນໃຈຫຼັກສີລານີ້ຕລອດ ເມື່ອໄປຫຼວງພຣະບາງ ກໍຈະໃຊ້ເວລາກັບສີລານີ້ຕລອດ)
(ຄຳອ່ານຂອງຂ້າພະເຈົ້າ)
ຫລານ ກວານ
ຕາຍຮອງຫາພ
ຮຽມ ໔ ພີນອງໜີ
ເຂາປາ ຈູລສັງກຣາສ
໕໓໒ ແຕນັນ
ສປາສນໃດໄວ
ແກຕູຢາຮອນ
ໃຈ ກວານ
ຜູນັນເບາເປ
ນຄນຮາຍໄວ
ແກຕູ
(ອ່ານເອົາຄວາມໃນພາສາໃໝ່) "ຫຼານກວານ ຕາຍຮ້ອງຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(ກ) ແຕ່ນັ້ນ ສະປາສົນໃດໄວ້ ແກ່ຕູຢ່າຮ້ອນ ໃຈກວານ ຜູ້ນັ້ນບໍ່ເປັນຄົນຮ້າຍໄວ້ແກ່ຕູ"
(ຄຳທີ່ຊຽນ "ເບາ" ບາງທ່ານອາດຊິອ່ານວ່າ "ເຂາ" ທີ່ແທ້ເປັນ "ເບາ" ອອກສຽງ "ເບົ່າ" ແປວ່າ "ບໍ່" ເປັນພາສາຕະກູນລາວເດີມ ມີການເວົ້າໃນປັດຈຸບັນ ໃນບາງຊົນເຜົ່າ ໄຕ-ລາວ ໃນແລະນອກປະເທດ "ເບາ-ເປັນຄຳປະຕິເສດ")
- ເທິງນັ້ນ ເປັນຄຳອ່ານຂອງຜູ້ຂຽນໂດຍກົງທີ່ອ່ານຈາກພາບນີ້, ສະນັ້ນ ໃນຄຳອ່ານນີ້ ທີ່ Michel LORRILLARD ບອກວ່າ "ບໍ່ມີໂຕເລກຈັກໂຕ ທັງຍັງບອກວ່າ ບໍ່ມີຜົນຫຍັງເລີຍ" ນັ້ນ Michel LORRILLARD ກ່າວຜິດແລ້ວ.
- ເຫດໃດຜູ້ຂຽນຈຶ່ງກ້າເວົ້າເຊັ່ນນີ້ ເພາະໃນແຖວທີສາມ ເຮົາພົບກັບເລກ ໔ ແລ້ວເຮົາມາພົບກັບຕົວເລກອີກ ໃນແຖວທີຫ້າ ເຊິ່ງເລກ ໔ ກັບເລກ ໕ ເປັນຄົນລະຕົວເລກ ແຕ່ເລກນີ້ໃກ້ຄຽງກັນເໝືອນໃນປັດຈຸບັນ ເລກຂອງຊາວອາຊີ ຫຼືເລກຂອງອັກສອນທີ່ມີອິດທິພົນຕໍ່ກັນນັ້ນ ໃນຕະກູນໄຕກະໃດ ແລະບັນດາອັກສອນ ທີ່ເຊື່ອວ່າມາຈາກ ("ປາລີ-ສັນສະກຣິດ-ເທສະນາຄຣິນ-ມອນ-ຂອມ") ຕົວເລກ ໔-໕ ມັກຈະຄືກັນ ເຊັ່ນເລກຂອງຂະເໝນ ແລະລາວ ແມ່ນກະທັງໃນເລກທັມກໍເຊັ່ນນັ້ນ.
- ມັນປະຕິເສດບໍ່ໄດ້ ເມື່ອເຮົາພົບກັບຄຳວ່າ "ຮຽມ(ເບິ່ງໜັງໂຕນີ້ໃນຮູບເທິງ)ພີ່ນ້ອງໜີເຂົ້າປ່າ" ຈະບໍ່ໃຫ້ເຮົາອ່ານເປັນເລກ ໔ ເປັນໄປບໍ່ໄດ້ ເພາະຮູບປະໂຫຍກມັນບອກ ແລະຮູບອັກສອນເຊັ່ນນັ້ນ ມັກບໍ່ມີໃນໝວດອັກຂະຣະວິທີ ຫາກມັນບໍ່ມີຮູບອັກສອນ ມັນກໍຄືຕົວເລກ ເມື່ອເຮົາເອົາເລກ ທີ່ພົບໃນແຖວທີ ໓ ໄປແລກັບເລກ ໕(ເບິ່ງໃນຮູບ) ມັນເໝືອນກັນ ພຽງແຕ່ເລກ ໕ ມີຂີດເທິງຫົວ ເພື່ອໃຫ້ຕ່າງກັບເລກ ໔ ສະນັ້ນ ຈຶ່ງອ່ານວ່າ "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ກໍແປວ່າ "ຂ້ອຍ, ຂ້າພະເຈົ້າ, ພວກເຮົາ" ເພາະ "ຮຽມ" ເປັນພາສາບູຮານລາວ ແລະຍັງໃຊ້ຢູ່ໃນບາງຊົນເຜົ່າ, ໃນພາສາວັນນະຄະດີປະເພດສັນທະລັກສະນະ(ກະວີ) ຍັງໃຊ້ຢູ່, "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ຄຳນີ້ມັນສົມບູນໃນຕົວມັນເອງໂດຍປະຕິເສດບໍ່ໄດ້.
- ບາດນີ້ມາເບິ່ງເບື້ອງ ເລກ ໕໓໒ ຂ້າພະເຈົ້າກໍເຊື່ອວ່າ ເປັນຫ້າ-ສາມ-ສອງ(໕໓໒) ແລະເຊື່ອວ່າມັນເປັນຕົວເລກແທ້ໆ ບໍ່ມີຄຳອື່ນໃດ ຫຼືອັກສອນ ໃດໆ ຈະມາແທນຕົວເລກໄດ້ເດັດຂາດເພາະຄຳໜ້າໂຕເລກນັ້ນ ໄດ້ຂຽນຄຳວ່າ "ຈຸລະສັງກຣາດ" ໄວ້ຄັກແນ່ ແລະຂຽນແບບສັນສະກຣິດ ສາດ້ວຍ, ເມື່ອຄຳເບື້ອງຕົ້ນບອກວ່າ "ຈຸລະສັງກຣາດ" ອັກສອນທີ່ເຫັນຖັດໄປ ເປັນຕ້ອງເປັນຕົວເລກ ຫຼືຫາກບໍ່ໃຊ້ຕົວເລກ ໃຊ້ອັກສອນແທນ ກໍຕ້ອງໃຊ້ອັກສອນບອກແທນຈຳນວນ "ຫ້າ-ສາມ-ສອງ" ເມື່ອເຮົາເອົາມາທຽບກັບເລກໃນສີລາອື່ນໆ ເຮົາຮູ້ແລ້ວວ່າ ເປັນເລກ ໕, ແຕ່ຕົວສອງ ເຮົາເຫັນຮູບຕ້ອງບອກວ່າ ເລກ ໓ ເພາະເປັນຮູບແບບນີ້ ປາກົດໃນອັກສອນມອນ ຂອມ ຢູ່ແລ້ວ ສ່ວນອັກສອນຕົວສຸດທ້າຍນີ້ ກໍຕ້ອງບອກວ່າເລກ ໒ ເພາະເລກແບບນີ້ມີໃນບັນດາອັກສອນທັມ ລາວ ມອນ ຂອມ ຢູ່ໂດຍສະເພາະແມ່ນໃນເລກຂອງເລກໂຫຣາ, ເລກມອນ, ພະມ້າ, ລື້(ປັດຈຸບັນ) ແລະລ້ານນາ(ປັດຈຸບັນ) ກໍຍັງໃຊ້.
- ເມື່ອສະຣູບແລ້ວ ກໍແມ່ນ ໕໓໒ ຫາກມີຄົນອື່ນບອກວ່ານັ້ນບໍ່ແມ່ນເລກສອງ ມັນແມ່ນເລກ ໗(ກ.ເບິ່ງທີ່ໝາຍໄວ້) ກໍສາມາດເຊື່ອນຳເຂົາໄດ້, ເພາະເລກລາວໃນອັກສອນທັມນັ້ນ, ເລກ ໗ ຂຽນ ຕົວ "ຕ" ດຶງຫາງຍາວກໍມີ, ແຕ່ຜູ້ຂຽນຍັງເຊື່ອວ່າເລກ ໒ ຕາມມະຫາບຸນມີອ່ານ ແຕ່ຈະບໍ່ເຊື່ອວ່າ ແມ່ນ "ແລຯ ຫຼື ໆ" ດັ່ງທີ່ Michel LORRILLARD ໃຫ້ທັດສະນະໄວ້ເດັດຂາດ ມັນເຫັນໄປບໍ່ໄດ້ ທີ່ບອກວ່າ "ຈຸລະສັງກຣາດແລຯ" ເພາະມັນບໍ່ມີຄວາມໝາຍຫຍັງໝົດ ຫາກຄຳນັ້ນເປັນ "ແລຯ" ຜູ້ຈາຣືກສີລາ ຈຳເປັນຫຍັງ ຊີມາຂຽນວ່າ "ຈູລສັງກຣາສ" ໄວ້ໃຫ້ເບືອງເນື້ອທີ່ ແລະເວລາ ເພາະເຖິງຈາຣືກລົງໄປກໍບໍ່ໄດ້ໃຫ້ຜົນຫຍັງ.
- ສະນັ້ນ, Michel LORRILLARD ກ່າວເຖິງນັ້ນ ເປັນການກ່າວໃນທັດສະນະທີ່ບໍ່ຍອມຮັບນັກວິໄຈຄົນທ້ອງຖິ່ນ ເຊິ່ງເຂົາຖືວ່າຊາວອາຊີ ເປັນຊາດທີ່ຍັງຫຼ້າຫຼັງ ຖືກຄວບຄຸມຈາກອຳນາດອື່ນ ຄວາມທະນົງຕົວນັ້ນ ອາດຄວບຄຸມແນວຄິດເຂົາໄດ້.
- ໃນຄວາມເປັນຈິງແລ້ວ ນັກວິໄຈ ແລະນັກຄົ້ນຄວ້າຕ່າງປະເທດພາເຮົາຫຼົງທາງມາສະຕະວັດກວ່າແລ້ວ ກ່ຽວກັບປະຫວັດສາດ ຂອງຊາວອາຊີທັງຫຼາຍ ເຂົາຈຶ່ງຫາທາງເປັນຕົວຂອງເຂົາຢ່າງອິດສຣະ.
- ຜູ້ຂຽນ ບໍ່ໄດ້ເປັນນັກອ່ານສີລາຈາຣືກຫຍັງໝົດ ແລະບໍ່ໄດ້ຮຽນການອ່ານສີລາຈາຣືກດອກ ພຽງແຕ່ຈົບເສດຖະສາດທັມມະດາ ແລະບໍ່ໄດ້ຊຳນານການວິຊານັ້ນດ້ວຍ ແຕ່ເຄີຍອ່ານໜັງສືບູຮານມາ ທີ່ໄດ້ຮຽນນຳວັດເທົ່ານັ້ນ, ບັງເອີນອ່ານໄດ້ຈຶ່ງສະໜັບສະໜູນແນວ ຄິດທ່ານບຸນມີ ເທບສີເມືອງວ່າທ່ານອ່ານຖືກຕ້ອງ.
- ເມື່ອເຮົາອ່ານ ຄຳນັ້ນໄດ້ແລ້ວ ກໍເຊື່ອວ່າອັກສອນທີ່ເຫັນເປັນເຊັ່ນນັ້ນຈິງໆ ການອ່ານນີ້ບໍ່ຜິດຈາກຮູບອັກສອນທີ່ເຫັນ ແລະສະເກັດມາເດັດຂາດ, ແຕ່ວ່າ ຫຼັກສີລາຈາຣືກນີ້ ມີອາຍຸຍາວນານຕາມຕົວເລກ ທີ່ກຳນົດໄວ້ໃນສີລາຈາຣືກບໍ່, ອັນນີ້ ຕ້ອງໄດ້ພິສູດກັນທາງເຄມີ ຈຶ່ງຈະຮູ້ໄດ້.