- ມີຄົນຖາມວ່າ "ກິນເຈດີບໍ" ?
- ຖາມເຂົາຄືນວ່າ "ເຈແມ່ນຫຍັງ ?"
- ເຂົາຕອບວ່າ "ບໍ່ຮູ້ ຮູ້ແຕ່ວ່າ ການກິນເຈຄືບໍ່ກິນຊີ້ນ"
- ໂອ.....ທາງພຸດທະສາສນາ ເຂົາວ່າ "ມັງສາ ວິຣັຕຶ" ຄື ການງົດເວັ້ນຊີ້ນເນື້ອສັດ, ບາດນີ້ ຊິຕອບໃຫ້ກົງຕາມຄຳຖາມເດີວ່າ "ກິນເຈດີບໍ ?" ກໍຕ້ອງຕອບວ່າດີກະມີ ບໍ່ດີກະມີ.
- ຜູ້ຖາມຖາມຢ່າງທັນຄວັນວ່າ "ຄືວ່າຈັ່ງຊັ້ນ ຂ້ານ້ອຍ"
- ຕອບ: ອັນນີ້ຈະຕອບໂດຍບໍ່ຖືຫຼັກຖານ ແຕ່ຈະຕອບໂດຍຖືຫຼັກເຫດຜົນ ຄື ການທີ່ວ່າ "ການກິນເຈດີ ກະມີ" ຄືດີສຳລັບຜູ້ທຳໄດ້ ເມື່ອທຳໄປແລ້ວ ຫາກບໍ່ທໍຣະມານຕົນ ແລະບໍ່ສ້າງຄວາມວຸ້ນວາຍ ຫຍຸ້ງຍາກສັບສົນ ແກ່ຄອບ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ຄືສຸກໃຈແລ້ວ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າດີ, "ຂໍ້ທີ່ ດີກະມີນັ້ນ ໝາຍວ່າ "ຫາກຖືມັງສາວິຣັດໄປແລ້ວ ທໍຣະມານຕົນ ສ້າງຄວາມວຸ້ນວາຍຫຍຸ້ງຍາກສັບສົນໃຫ້ແກ່ຄອບຄົວ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າບໍ່ດີ.
- ຜູ້ຖາມ "ເອົາຄວ່າຈັ່ງຊັນ ຂ້ານ້ອຍ ?"
- ຕອບ: ຈະຕອບດ້ວຍເຫດຜົນຈັ່ງຊີ້, ຫາກເຮົາຖືມັງສາວິຣັດຕລອດຊີວິດ ໃນຄອບຄົວທີ່ຖືມັງສາວິຣັດເໝືອນກັນ ຄອບຄົວກໍເກີດການປະຕິບັດນຳກັນ ຄວາມສາມັກຄີກໍຈະເກີດຂຶ້ນ ບັນຫາການຢ່າງຮ້າງກັນ ໃນຄອບຄົວ, ບັນຫາເສດຖະກິດ, ບັນຫາຄວາມບໍ່ເຂົ້າໃຈກັນໃນເຣື່ອງອື່ນໆກໍບໍ່ມີ, ຢ່າລືມສຳລັບມະນຸດ ການກິນເປັນເລື່ອງສຳຄັນ, ຕໍ່ມາສັງຄົມສ່ວນຫຼາຍທີ່ເຮົາຢູ່ ທັງໝົດຫາກຖືມັງສາວິຣັດນຳກັນໝົດ ມັນກໍບໍ່ມີບັນຫາ ສັງຄົມນັ້ນກໍເກີດການປະຕິສັງຄົມກັນ, ຄວາມສາມັກຄີກໍຈະເກີດຂຶ້ນແກ່ຄົນສ່ວນຫຼາຍ ມີມີການຂັດໃຈກັນ, ບໍ່ມີການຂັດແຍ້ງກັນ, ໂຣຄາພະຍາດຮ້າຍແຮງກໍຈະລົດລົງ ສັງຄົມຈະເຖີງຄວາມ ສັນຕິ ແລິມີຄວາມຍຸດຕິທຳ ຊິວິດສ່ວນຕົວກໍຈະເປັນສຸກ ຊີວິດສ່ວນລວນກໍຈະບໍ່ວຸ້ນວາຍ ຈິດໃຈກໍຈະອ່ອນໂຍນບໍ່ແຂງກະດ້າງ ເພາະມີຈິດເປັນເມດຕາກາຣຸນຂຶ້ນໃນສັງຄົມ, ການເສດຖະກິດກໍຈະໝັ້ນຄົງ ແລະອື່ນໆ.
- ແຕ່ຫາກວ່າ ໃນຄອບຄົວຖືມັງສາວິຣັດແຕ່ເຮົາຄົນດຽວ ແນ່ນອນຄອບຄົວກໍຈະເກີດຄວາມແຕກແຍກ, ສັບສົນ, ວຸ້ນວາຍ, ເພີ່ມຄ່າໃຊ້ຈ່າຍ ແລະການສະແຫວງຂຶ້ນ, ໃນຊຸມຊົນ ແລະສັງຄົມເອງກໍເໝືອນກັນ ຫາກເຮົາກິນເຈແຕ່ເຮົາຄົນດຽວ, ຫຼືແຕ່ຄອບຄົວເຮົາ ການປະຕິສັງຄົມ ກໍເກີດການຢຸດຊະງັກ ການຮ່ວມສ້າງພະລັງຄວາມສາມັກຄີ ບໍ່ສາມາດ ເກີດຂຶ້ນໄດ້ ຢ່າລືມວ່າມະນຸດມີສັງຄົມ ຫາກເຮົາຢູ່ໃນສັງຄົມ ເຮົາບໍ່ພົວພັນສັງຄົມ ແລະປະຕິບັດຕົນໃຫ້ເໝືອນສັງຄົມໃນສ່ວນທີ່ເໝືອນ ກໍຈະເກີດການລຳບາກ.
- ຄັນຊັ້ນ ທາງພຸດທະສາສນານັ້ນ ການກິນຊິ້ນບໍ່ບາບບໍ ?
- ຕອບ: ເທົ່າທີ່ສຶກສາພໍຮູ້ແນ່ເລັກນ້ອຍໆນັ້ນ ບາບກະມີ ບໍ່ບາບກະມີ.
- ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ເຫດທີ່ວ່າ "ບາບກໍມີ ບໍ່ບາບກໍມີ ຄື" ຫາກຮັບປະທານສັດສິ່ງທີ່ພຣະພຸດທະເຈົ້າຊົງຫ້າມນັ້ນ "ເປັນບາບ" ຫາກເປັນພຣະສົງ-ເນນ ກໍຕ້ອງອາບັດ, ນອກຈາກນັ້ນ ສັດທີ່ພຣະພຸດທະເຈົ້າຊົງບໍ່ໄດ້ຫ້າມ ກິນແລ້ວບາບກະມີ, ຫາກເປັນພຣະພິກຂຸ-ສາມະເນນ ກໍຕ້ອງອາບັດ ຄື ສັ່ງຫຼືແນະນຳເຂົາໃຫ້ຂ້າສັດມາໃຫ້ເຮົາກິນ, ສັດທີ່ເຂົານຳມານັ້ນ ຂ້າເພື່ອເຮົາ ຫຼືກິນໂດຍບໍ່ພິຈາຣະນາ ກິນແລ້ວກໍບາບ, ຢາກອະທິບາຍສຳລັບຄະຣາວາດກ່ອນໃນຂໍ້ນີ້ ຄື ສັ່ງໃຫ້ເຂົາຂ້າເອງ, ຫຼືສັດນັ້ນຄົນອື່ນຂ້າເພື່ອເຮົາ, ຫຼືກິນບໍ່ພິຈາຣະນາ ໃນຄວາມເຂົ້າໃຈຄິດວ່າ ກິນບໍ່ພິຈາຣະນາ ນັ້ນອາດໝາຍວ່າ ກິນທົ່ວທີບທົ່ວແດນ ສິ່ງບໍ່ຄວນກິນກະກິນເຊັ່ນ ກິນໃສ້ສັດທີ່ເປັນຮັງຂອງໂຣກພະຍາດ, ກິນດິບໆໆໆແດງໆໆ, ກິນອະໄວຍະວະສັດທີ່ບໍ່ຄວນກິນ ອັນນີ້ເຂົ້າໃຈວ່າກິນສັດໂດຍບໍ່ພິຈາຣະ ນາໂທດໃນໂລກປັດຈຸບັນອາດເປັນພາຫະນຳມາເຊິ່ງໂລກ.
- ສຳລັບພະສົງເດ ສັນບໍ່ບາບບໍ ? ພຣະສົງສັນຊິ້ນບາບກະມີ, ບໍ່ບາບກະມີ ?
- ຜູ້ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ອັນນີ້ຈະຕອບຕາມຫຼັກຖານທີ່ພົບໃນພຣະໄຕປີດົກ ຄື ແລະຕ້ອງຕອບເປັນປະເດັນ ແລະເປັນຍອນໆຊັ່ງຊື້ ຄື
໑. ພຣະສົງສັນຊິ້ນສັດ ຜິດວິໄນ ຫຼືບໍ່ ?
- ອັນນີ້ ຫາກເຈາະຈິ້ມວ່າ "ພຣະພຸດທະເຈົ້າຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດບໍ່" ຕອບວ່າ "ພຣະພຸດທະເຈົ້າບໍ່ໄດ້ຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດ ແລະປາ" ຫາກຖາມວ່າພຣະພຸດທະເຈົ້າຊົງ ອະນຸຍາດໃຫ້ພຣະພິກຂຸສັນຊີ້ນແລະປາບໍ ? ອັນນີ້ມີຫຼັກຖານໃນ ສິກຂະບົດທີ ໙ ໂພຊະນະວັກ ພຣະວິໄນປີດົກ ມະຫາວິພັງພາກ ໒ ວ່າ ສະໄໝໜຶ່ງພຣະສັບວັກຄີ (ກຸ່ມພິກຂຸ ໖ ອົງ) ອອກປາກຂໍໂພຊະນາ ອັນປານີດມາເພື່ອຕົນແລ້ວສັນ, ຄວາມຊາບເຖິງພຣະອົງແລ້ວ ຊົງຕຳນິແລະຊົງບັນຍັດສິກຂາບົດໄວ້ວ່າ "ພິກຂຸໃດອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ".
- ຕໍ່ມາມີພຣະພິກຂູ່(ອາພາດ)ໄຂ້ ບໍ່ກ້າຂໍອາຫານອັນປານີດມາເພື່ອຕົນຈຶ່ງບໍ່ເຊົາຂາດຈາກອາການໄຂ້ ຄວາມຊາບເຖິງພຣະພຸດທະເຈົ້າ, ຊົງອະນຸຍາດອະນຸຍາດໃຫ້ຂໍອາຫານອັນປານີດ ມາເພື່ອຕົນແລ້ວ ສັນໄດ້ ຊົງບັນຍັດສິກຂະບົດເປັນອະນຸບັນຍັດວ່າ "ອັນໜຶ່ງ ພິກຂຸບໍ່ເປັນໄຂ້ອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ".
- ຄຳວ່າປາ ໃນສິກຂາບົດນີ້ ໝາຍເຖິງປາທີ່ເປັນສັດທ່ຽວໄປໃນນຳ້, ຄຳວ່າຊີ້ໃນທີ່ນີ້ ໝາຍເຖິງສັດບົກ ທີ່ມີຊີ້ນທີ່ເປັນກັບປິຍະ ນັ້ນໄດ້ແກ່ຊີ້ນທີ່ເໝາະສົມແກ່ພິກຂຸທີ່ບໍ່ເປັນໄຂ້ ອອກປາກຂໍເພື່ອຕົນຕ້ອງອາ ບັດ ທຸກກົດ ຕ້ອງທຸກກົດຄືໃນະຂະນະທີ່ຂໍ ພິກຂຸຮັບໄວ້ດ້ວຍຕັ້ງໃຈວ່າ ຈະສັນຂອງທີ່ໄດ້ມາ ຕ້ອງອາບັດທຸກກົດ, ພິກຂຸສັນ ຕ້ອງອາບັດປາຈິດຕີຍະ ທຸກໆຄຳທີ່ກືນ.
- ທີ່ນີ້ຕ້ອງທຳຄວາມເຂົ້າໃຈ ຕື່ມໃຫ້ຈະແຈ້ງເພື່ອຈະບໍ່ເປັນທີ່ສົງໃສໃນເລື່ອງນີ້ "ພຣະພິກຂຸອອກປາກຂໍໂພຊະນະອັນປານີດ(ໂດຍະສະເພາະປາແລະຊີ້) ມາເພື່ອຕົນແລ້ວສັນ ກໍຣະນີໃດທີ່ບໍ່ຕ້ອງອາບັດ, ບັນຫານີ້ ມີ ໙ ກໍຣະນີທີ່ບໍ່ຕ້ອງອາບັດ(ບໍ່ຜິດວິໄນ)
໑. ພິກຂຸເປັນໄຂ້ອອກປາກຂໍຈາກຍາດພີ່ນ້ອງ.
໒. ພິກຂຸເປັນໄຂ້ອອກປາກຂໍມາແລ້ວ ຫາຍໄຂ້ຈຶ່ງສັນ.
໓. ພິກຂຸ(ບໍ່ໄຂ້)ສັນໂພຊະນາທີ່ເຫຼືອຂອງພິກຂຸໄຂ້.
໔. ພິກຂຸ(ບໍ່ໄຂ້)ອອກປາກຂໍຈາກຍາດພີ່ນ້ອງ.
໕. ພິກຂຸອອກປາກຂໍຈາກຄົນ(ທີ່ບໍ່ແມ່ນຍາດພີ່ນ້ອງ)ປາວໍຣະນາ.
໖. ພິກຂຸ(ບໍ່ໄຂ້) ອອກປາກຂໍເພື່ອພິກຂຸອື່ນ.
໗. ພິກຂຸຈ່າຍມາດ້ວຍຊັບຂອງຕົນ.
໘. ພິກຂຸ(ບໍ່ໄຂ້)ວິກົນຈຣິດ(ຄືເສັຍຈິດ)
໙. ພິກຂຸຕົ້ນບັນຍັດ.
- ກໍຣະນີພິກຂຸ ກໍມີລັກສະນະເໝືອນກັບພິກຂຸ, ແຕ່ຕ້ອງອາບັດຕ່າງກັນກ່າວຄື "ພິກຂຸບໍ່ເປັນໄຂ້ອອກປາກຂໍຊີ້ນມາເພື່ອສັນຕ້ອງອາບັດປະເທສະນິຍະ" ແຕ່ຊົງໃຫ້ພິຂຸເປັນໄຂ້ອອກປາກຂໍມາເພື່ອສັນໄດ້.
- ເມື່ອສັງເກດພຸດທະບັນຍັດທັງໝົດນີ້ແລ້ວ ເຫັນວ່າພຣະພຸດທະອົງບໍ່ຊົງຫ້າມບໍ່ໃຫ້ພິກຂຸສັນຊິ້ນ, ແຕ່ພຣະພຸດທະອົງຊົງຫ້າມ ແລະຊົງອະນຸຍາດ ທີ່ຊົງຫ້າມນັ້ນ ເພື່ອສັງເກດຕີລາຄາແລ້ວ ພຣະອົງຊົງມຸ້ງເນັ້ນ ບໍ່ໃຫ້ພຣະພິກຂຸຊົງທ່ຽວບິນທະບາດ ແລ້ວອອກປາຂໍອາຫານອັນປານີ(ອັນມີຊິ້ນແລະປາ), ເຊິ່ງອາດຈະເຮັດໃຫ້ເກີດຄວາມລຳບາກ ແລະຫຍຸ້ງຍາກຕໍ່ຊາວບ້ານ ໃນການທີ່ຈະຈັດຫາອາຫານອັນປານີດນັ້ນມາຖວາຍແກ່ພິກຂຸຕາມຄຳຂໍໄດ້, ອາດຈະນຳໄປສູ່ການຕິສິນນິນທາ ຕໍ່ຄະນະສົງໄດ້ ອັນນີ້ພຣະພຸດທະອົງເນັ້ນເຖິງບັນຫາສັງຄົມ(ຊາວບ້ານ) ແລະຄະນະສົງເປັນ ບັນຫາສັງຄົມ.
- ເຮົາແລ້ວວ່າ ພຣະພິກຂຸສັນຊີ້ນ ແລະປາຜິດວິໄນບໍ ? ຫຼືບໍ່ຜິດ, ເຮົາກໍຮູ້ຄຳຕອບແລ້ວວ່າ "ພິກຂຸສັນຊື້ນແລະປາ ມີທັງຜິດວິໄນ ແລະບໍ່ຜິດວິໄນໄປແລ້ວ ທີ່ນີ້ ເຮົາຕ້ອງມາພິຈາຣະນາໃຫ້ລົງໃນລາຍລະອຽດ ຂອງການຜິດວິໄນ ຫຼືບໍ່ຜິດວິໄນຈັ່ງໃດ ກໍໃຫ້ພິຈາຣະນາໃຫ້ບົດບັນຍັດ ແລະບົດຊົງອະນຸຍາດ ທີ່ຈະກ່າວໃນຂັ້ນຕໍ່ໄປ ຍັງບໍ່ທັນສະຫຼຸບວ່າ "ທັງພຣະພິຂຸ ຫຼືຄະຣືຫັດກິນເຈ ດີ ຫຼືບໍ່ດີຢ່າງໃດ ໃຫ້ລໍອ່ານວັນໜ້າ ຈະກັບມາວ່າກັນຕໍ່".