ຂຽນເມື່ອ: ພ.ພ.. 2, 2009
| ມີ
18 ຄຳເຫັນ
ແລະ
0 trackback(s)
ປະຫວັດສາດໄທຍ ທີ່ກ່າວເຖິງວ່າຄົນລາວເຂົ້າໄປຢູ່ປະເທດໄທຍນັ້ນ ແມ່ນຈະເນັ້ນວ່າ "ອົບພະຍົບເຂົ້າໄປເພິ່ງໂພທິສົມພານ" ແລະເຕັມໄປໂດຍການອົບພະຍົບ ຄື ຄົນລາວບໍ່ໄດ້ເປັນເຈົ້າຂອງດິນແດນທີ່ເປັນສ່ວນໃດສ່ວນໜຶ່ງຂອງປະເທດໄທຍນັ້ນແມ່ນແຕ່ເລັກນ້ອຍ ໂດຍສະເພາະດິນແດນອີສານ, ໃນຄວາມໝາຍຄຳວ່າ "ອົບພະຍົບ" ໝາຍຄວາມວ່າ ເຄື່ອນຍ້າຍຈາກທີ່ໜຶ່ງມາຢູ່ອີກທີ່ໜຶ່ງ.
ເຊິ່ງອິງຕາມປະຫວັດສາດທີ່ກ່ຽວກັບຄົນເຊື້ອສາຍລາວສ່ວນໃຫຍ່ໃນພາກກາງຂອງປະທດໄທຍ, ການອົບພະຍົບຂອງຄົນລາວເຂົ້າສູ່ປະເທດໄທຍ໌ນັບຕັ້ງ ແຕ່ກ່ອນປະຫວັດສາດ ເຊິ່ງຖືວ່າມະນຸດກຸ່ມແຮກໃນຄວາມໝາຍທາງປະຫວັດສາດໄທຍນັ້ນ ແມ່ນພວກລວ້ະ, ໄປຕັ້ງອານາຈັກຕ່າງຕັ້ງແຕ່ສະໄໝທວາຣະລະວະດີ(ເມືອງປາກທາງ) ໄດ້ແກ່ອານາຈັກລົບບູຣີ ແລະນະຄອນປະຖົມເປັນຕົ້ນ ເລື້ອຍມາຈົນເຖິງອານາຈັກສຸໂຂໄທ ອາຍຸທະຍາ, ແລະທີ່ເຫັນເປັນປາຈັກ ແລະມີຫຼັກຖານຢ່າງຫຼວງຫຼາຍແມ່ນໃນສະໄໝຣັດຕະນະໂກສິນ, ການອົບພະຍົບຂອງຄົນລາວເຂົ້າສູ່ແດນລາວໃນຍຸກນີ້ ຕາມຄວາມໝາຍທາງປະຫວັດສາດໄທຍ໌ ແມ່ນໜີສົງຄວາມ, ການໜີສົງຄາມໃນຕອນຕົ້ນຣັດຕະນະໂກສີນ ຄືຫຼັງ ຄ.ສ ໑໗໗໙ ແລະຫຼັງປີ ຄ.ສ ໑໘໒໗ ນັ້ນແມ່ນສົງຄາມລະຫວ່າງສຍາມ-ລາວ(ທີ່ບອກວ່າສົມຄາມ ສຍາມ-ລາວ ເພາະສົງຄາມ ໒ ຄັ້ງລະຫວ່າງລາວ-ສຍາມນັ້ນ ຄື ສຍາມເປັນຜູ້ກະທຳ ສ່ວນລາວເປັນຜູ້ຖືກກະທຳ) ຄົນ ລາວອົບພະຍົບເຂົ້າສູ່ສຍາມຄັ້ງນີ້ ເຕັມໄປດ້ວຍການກວາດຕ້ອນເອົາຄົນລາວໄປເປັນຂ້າທາດ ເນື່ອງຈາກຂະນະນັ້ນ ສຍາມກຳລັງຕິດຕໍ່ກັບຊາດຕະເວັນຕົກ ໃນຍຸກລ່າອະນານິຄົມ ໄທຍ໌ ຕ້ອງການຜລິດສິນຄ້າສົ່ງອອກ ຈຶ່ງຕ້ອງການແຮງງານ ສຍາມເອງກໍຕ້ອງການກຳລັງພົນຍາມສົງຄາມ ດ້ວຍເຫດນັ້ນສຍາມຈຶ່ງທຳສົງຄາມ ເພື່ອແຍ້ງປະຊາຊົນເອົາໄປເປັນທາດ ສະນັ້ນເຮົາຈຶ່ງເຫັນການອົບພະຍົບຄົນລາວເຂົ້າສູ່ໄທຍ໌ຄັ້ງນີ້ ຈຶ່ງເປັນການອົບພະຍົບດ້ວຍການ "ກວາດຕ້ອນ, ບັງຄັບ, ຄູ່ເຂັນ ຫຼືຕົວະຍົວະ", ກ່າວໄດ້ວ່າຄົນລາວໃນຫົວເມືອງສຳຄັນໆນັ້ນເກືອບບໍ່ເຫຼືອຫຼໍ່.
(ພາບຈຳລອງວັດສະໄໝລ້ານຊ້າງ ໃນພາກອີສານ ທີ່ເມືອງບູຮານ)
ເມື່ອປະຫວັດສາດກ່າວເຖິງຄົນລາວອີສານນັ້ນ ສ່ວນໃຫຍ່ຈະເນັ້ນໃນຍຸກຂອງພຣະວໍພຣະຕາ ເຊິ່ງໄດ້ອອກຈາກວຽງຈັນ ໄປສູ່ໜອງບົວລຳພູ ແລ້ວໄປຕັ້ງຖານທັບທີ່ເມືອງດອກບົວ(ອຸບົນ) ໃນຍຸກນີ້ໄທຍ໌ວ່າ "ຊາວລາວໄປເພິ່ງໂພທິສົມພານສຍາມ" ແລ້ວກໍດຶງເອົາຊາວລາວອີສານທັງໝົດເຂົ້າໄປເປັນບຸກຄົນອຸພະຍົບອີກ, ໃນຄວາມໝາຍຂອງປະຫວັດສາດອີສານທຸກແຂວງ ລ້ວນແລ້ວແຕ່ເນັ້ນເຖິງປະຫວັດສາດພຣະວໍພຣະຕາທັງໝົດ ຈຶ່ງເຮັດໃຫ້ປະຫວັດສາດຂອງອີສານຄັ້ງນີ້ ເປັນຈຸດແຍກຂອງປະຫວັດສາດອີສານໄປເລີຍ.
ເຖິງຢ່າງໃດກໍຕາມ ນັບຕັ້ງແຕ່ຍຸກກ່ອນປະຫວັດສາດ ຈົນຮອດຍຸກກາງຂອງປະຫວັດສາດ ຈະເຫັນການເຄື່ອນຍ້າຍຂອງຄົນລາວ ລົງສູ່ພາກກາງ ແລະພາກໃຕ້ຂອງປະເທດໄທຍ໌ ໂດຍສະເພາະແລ້ວ ແມ່ນດິນແດນອີສານນັ້ນປະຫວັດສາດທັງລາວ ແລະໄທຍ໌ກໍຮັບຮອງຢ່າງປະຕິເສດບໍ່ໄດ້ວ່າ ນັບແຕ່ປີ ໑໘໕໘ ກັບຄືນໄປນັ້ນ,(ຄືຫຼັງສົງຄາມສຍາມສຍາມ-ລາວ ສະໄໝພຣະເຈົ້າອະນຸ) ອານາຈັກລ້ານຊ້າງ ແລະອານາຈັກຣັດຕະນະໂກສິນ ກໍເປັນທີ່ປະຈັກຢູ່ແລ້ວວ່າເປັນອານາຈັກຂອງ ໒ ຊົນຊາດທີ່ມີເອກະລັກທາງວັດທະນະທັມ ການເມືອງ ແລະການປົກຄອງຢ່າງເປັນ ອິດສະຫຼະແກ່ກັນຢູ່ແ້ລ້ວ ກໍຄື ອານາຈັກລ້ານຊ້າງເປັນຂອງຊົນຊາດລາວ ອານາຈັກທົນບູຣີ-ຣັດຕະນະໂກສິນ(ສ້າງຂຶ້ນໃໝ່)ເປັນຂອງຄົນສຍາມ ເຖິງວ່າຄົນລາວທີ່ຢູ່ໃນດິນແສນສຍາມສ່ວນຫຼາຍ ກໍຕາມວ່າກຳນາດຣັດ ແລະອຳນາດທາງການເມືອງນັ້ນ ປົກຄອງໂດຍສະສຍາມ, ສ່ວນອານາຈັກລ້ານຊ້າງນຂະນະນັ້ນ ເຖິງວ່າຈະຖຶກກວາດຕ້ອນປະຊາຊົນໄປຍັງສຍາມຫຼາຍພຽງໃດກໍຕາມ ແຕ່ອຳນາດຣັດ ແລະອຳນາດທາງການເມືອງນັ້ນແມ່ນຂອງຄົນລາວ ຈຶ່ງເຮັດໃຫ້ລ້ານຊ້າງ ແລະຣັດຕະນະໂກສິນ ເປັນດິນແດນທີ່ ແຕ່ກຕ່າງທາງການເມືອງຢ່າງຈະແຈ້ງ ມີລາວ ແລະສຍາມເປັນເຈົ້າຂອງອານາຈັກຂອງໃຜຂອງມັນ.
ເມື່ອເຫັນຫຼັກຖານທາງປະຫວັດສາດເຊັ່ນນີ້ ເຮົາຈຶິ່ງເຫັນວ່າວັດທະນະທັມ ທາງພາສາ, ສາສນາ, ສະຖາປັດຕະຍະກຳ, ປະຕິມາກັມ, ຮີດຄອງປະເພນີ ແລະຄວາມເຊື່ອຂັ້ນ ພື້ນຖານຂອງລາວ ໃນສຍາມພົ້ນເດັ່ນໃນດິນແດນໄທຍ໌ແຕ່ອະດີດເທົ່າຮອດປັດຈຸບັນ, ສິ່ງຕ່າງໆເຫຼົ່ານີ້ເຮົາອາດປະຕິເສດບໍ່ໄດ້ວ່າ ເມື່ອຄົນຈຳນວນຫຼາຍ ເປັນເຈົ້າຂອງປະເທດແລ້ວ ຈະບໍ່ນຳເອົາວັດທະນະທຳຂອງຕົນໄປຜັນຂະຍາຍໃນດິນແດນຕອນນັ້ນແມ່ນບໍ່ມີ ໂດຍສະເພາະວັດທະນະທຳຈາຣີດ ປະເພນີ ອັນເປັນວັດທະນະ ທຳທີ່ເຄື່ອນຍ້າຍໄດ້ງ່າຍ ຊິບໍ່ໄດ້ຖືກຜັນຂະຫຍາຍໃນສັງຄົມຂອງພວກເຂົາຊິມີບໍ ?.
ເຖິງປະຫວັດສາດປະຕິເສດກໍຕາມ ແຕ່ຫຼັກຖານຄວາມຈິງ ແລະສິ່ງທັງຫຼາຍປາກົດໃຫ້ເຫັນເປັນປາຈັກ ເຖິງໃຜບໍ່ຂຽນໄວ້ ຫຼືຂຽນໄວ້ໃນຮູບທີ່ບໍ່ກົງກັບຄວາມຈິງ ແຕ່ມັນກະຈິງດັ່ງທີ່ມັນເປັນຈິງ ຂໍພຽງແຕ່ເຮົາສະແຫວງຄວາມຈິງ ເຮົາກໍຈັກເຫັນຈິງດັ່ງທີ່ເປັນ.
ສີລປະສະຖາປັດຕະຍະກັມສີລປະກັມໄທຍ໌ ທຸກຄົນຕ້ອງໄດ້ອ້າງອີງ ໃນການສຶດສາ
ອັນນີ້ຫຼັກຖານໜຶ່ງທີ່ນັກສຶກສາສີລປະກອນໃນໄທຍ໌ ຈັກຕ້ອງໄດ້ເອົາເປັນແມ່ນແບບ ແລະອ້າງອີງໃນການສຶກສາ ສະນັ້ນການຊິມຊັບວັດທະນະທັມຕັ້ງແຕ່ອະດີດ ແລະປັດຈຸບັນ ຈະປະຕິເສດແມ່ນບໍ່ໄດ້ເດັດຂາດ ເພາະຫຼັກຖານຫຼວງຫຼາຍໃນພາກອີສານຂອງໄທຍ໌