ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມຸງຄຸນຕື່ນຂ່າວເລື່ອງລາວທີ່ຄວນສຶກສາ

 

 

        ມະນຸດທຸກຍຸກທຸກສະໄໝ ເມື່ອບໍ່ມີຄວາມໝັ້ນໃຈ ຜະສົມກັບປັນຍາຄວາມຮູ້ບໍ່ເທົ່າທັນກັບບັນຫາເມື່ອໃດ ມັກຈະເປັນທາດຂອງບັນຫາ ຫຼືບຸກຄົນທີ່ມີພະລັງທາງສະຕິປັນຍາເໜືອກວ່າສະເໝີໄປ.

          ເຫດການ ເຣື່ອງລາວ ຂ່າວຄາວຕ່າງໆທີ່ເກີດຂຶ້ນໃນສັງຄົມບ້ານເມືອງເຮົາ ທັງທີ່ເປັນເຣື່ອງດີ ແລະເຣື່ອງບໍ່ດີ, ເປັນເລື່ອງຈິງຫຼືບໍ່ຈິງ, ລ້ວນແຕ່ເປັນທີ່ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ແລະໄດ້ແຜ່ຂະຫຍາຍໄປຢ່າງ ໄວວາ ຈົນເຮັດໃຫ້ວົງການຂ່າວສານ ຫຼືສື່ສານ ທີ່ມີເຄື່ອງມືທີ່ທັນສະໄໝກວ່າແຕ່ເກົ່າກ່ອນນັ້ນ ຕ້ອງຕາມຫຼັງທຸກໆຄັ້ງ.

          ຂ່າວຄາວດີໆ ຈິງແທ້ແນ່ນອນນັ້ນ ບາງຄັ້ງອາດບໍ່ດັງ ແລະບໍ່ເດັ່ນ ບໍ່ເປັນທີ່ໜ້າສົນໃຈກວ່າ ຂ່າວທີ່ ຂ່າວຄາວທີ່ບໍ່ຈິງສາດ້ວຍຊຳ້, ອັນນີ້ມັນກະວັດຜົນວ່າສັງຄົມນັ້ນໆ ຕົກຢູ່ໃນສະພາບເວດລ້ອມແລະຍອມຮັບເອົາແຕ່ສິ່ງ ທີ່ໄຮ້ສາຣະໜ້າສົງສານ, ສາມາດມອງເຫັນພື້ນຖານຈິດຈາຣິດອັນເປັນພື້ນຖານແປກປອມຂອງສັງຄົມໄດ້ໂດຍແທ້.

          ຄວາມຈິງແລ້ວໃນໄລຍະປຕ່ປີ ໑໙໙໖ ເປັນຕົ້ນມາຂ່າວຄາວທີ່ດີ, ຈິງແທ້ແນ່ນອນ ຖືກຕ້ອງ ແລະເປັນທີ່ຍອມຮັບຂອງທາງການ ສາມາດພິສູດ ແລະອະທິບາຍດ້ວຍເຫດດ້ວຍຜົນໄດ້ນັ້ນ ໄດ້ເກີດຂຶ້ນໃນສັງຄົມບ້ານ ເມືອງເຮົາທົ່ວປະເທດ ເຊັ່ນ ຕົວຢ່າງ ຂ່າວຄາວການພົບຂຸດພົບພຣະພຸດທະຮູບທອງ, ຄຳ ແລະວັດຖຸມີຄ່າ ທີ່ບໍຣິເວນ ໂສກປ່າຫຼວງແລະອື່ນໆ ເລື້ອຍໆມາຈົນເຖິງປີ ໒໐໐໔ ການຄົ້ນພົບພຣະພຸດທະຮູບ ທີ່ຖຳ້ປາຝາ ເມືອງມະຫາໄຊ ແຂວງ ຄຳມ່ວນ, ການຂຸດຄົ້ນພົບເຄື່ອງຄຳ້ຂອງຄູນໃນຫຼາຍໆແຫ່ງທົ່ວປະເທດ ຈົນມາເຖິງປີ ໒໐໐໗-໐໘ ໄດ້ມີການຂຸດພົບຊາກກຳແພງວັງ ແລະຫຼັກວຽງ ທີ່ຖນົນໝາຍເລກໜຶ່ງການນະຄອນຫຼວງວຽງຈັນ ຕົ້ນປີ ໒໐໐໘ ທີ່ແຂວງສະຫວັນນະເຂດນັ້ນ ກໍໄດ້ຂຸດພົບຫຼາຍຢ່າງໂດຍສະເພາະແມ່ນ ຂ່າວການຂຸດພົບຄ້ອງບັ້ງຣຸ່ນໜຶ່ງ ທີ່ບໍ່ຄຳເຊ ໂປນ ແລະຂ່າວທີ່ສົນໃຈ ແລະຮືຮາກັນທີ່ສຸດນັ້ນແມ່ນການພົບວັດຖຸມີຄ່າ ຫຼາຍກວ່າຮ້ອຍສິ້ນທີ່ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ສ່ວນທີ່ຊ່າລືທາງວິຊາການ ແລະເປັນທີ່ໜ້າສົນໃຈທີ່ສຸດໃນຕ່າງປະເທດນັ້ນ ແມ່ນການອ່ານພົບ ອັກສອນລາວທີ່ມີອາຍຸເກົ່າແກ່ ທີ່ສຸດໃນວັດວິຊຸນນະຣາດ ແຂວງຫຼວງພຣະບາງນັ້ນ​, ຂ່າວທຸກຂ່າວທີ່ກ່າວມາຂ້າງເທິງ ນັ້ນລ້ວນແຕ່ເປັນຂອງຈິງ ແລະດັ່ງດັງໄປທົ່ວໂລກ ເປັນສິ່ງທີ່ໜ້າພາກພູມໃຈໃຫ້ແກ່ປະເທດຊາດບ້ານເມືອງລາວເຮົາ ຢ່າງຍິ່ງ.

          ນອກຈາກຂ່າວທີ່ດີນັ້ນແລ້ວຍັງມີສິ່ງທີ່ແຝງມານັ້ນ ຍັງມີຂ່າວອັນບໍ່ສົມມາພາຄວນ ແລະບໍ່ຖືກບໍ່ຕ້ອງ ທັງທີ່ບໍ່ມີມູນຄວາມຈິງ ແລະເຖິງມີມູນຄວາມຈິງ ແຕ່ເປັນສິ່ງຫຼອກລວງແອບແຝງເພື່ອຜົນປະໂຫຍດຂອງຄົນບາງກຸ່ມ ຫວັງຫຼອກລວງ ຫາປະໂຫຍດ ແລະທຳລາຍຊື່ສຽງຂອງບ້ານເມືອງລາວນັ້ນກໍມີມາໃຫ້ເຫັນ ເຊັ່ນກໍຣະນີ ຂ່າວສອງສາມ ຂ່າວເມື່ອງປີກາຍ ເຊັ່ນ ພຣະແກ້ວມໍຣະກົດກັບລາວ ທີ່ບ້ານໜຶ່ງແຖວບໍ່ໂອ, ຄວາຍປາກເປັນ ແລະຄົງຂັງທີ່ແຖວບ້ານ ອ່າງສັມປັນນາ, ພຣະຮ້ອງໃຫ້ທີ່ແຖວບ້ານເມືອງນ້ອຍ ເມືອງໄຊເຊດຖາ ແລະຂ່າວຫຼ້າສຸດ ແລະກຳລັງເປັນທີ່ສົນໃຈ ຂອງຄົນທົ່ວໄປນັ້ນແມ່ນ ພຣະຟູນຳ້ ທີ່ບ້ານເປັ້ງ ເມືອງຫາດຊາຍຟອງ ຂ່າວນີ້ໄດ້ສ້າງຄວາມໂກລາຫົນ ແລະສົນໃຈ ແກ່ສັງຄົມບໍ່ແມ່ນຂອງໜ້ອຍ ແຕ່ຄວາມຈິງກໍບໍ່ໜີຄວາມຈິງ ຂ່າວຄາວຫຼັງສຸດເຫດການທັງຫຼາຍທີ່ກ່າວມານັ້ນ ສັງຄົມຮູ້ ນຳຫຼັງວ່າ “ເປັນຂ່າວຫຼອກລວງ”, ຂ່າວເຫຼົ່ານີ້ ອາດຈະທຳລາຍຄວາມໜ້າເຊື່ອຖືຂ່າວທີ່ເປັນຈິງນັ້ນໄດ້.

        ຄວາມຈິງແລ້ວຂ່າວນັ້ນ ມັນເປັນສິ່ງຈຳເປັນແກ່ມະນຸດທີ່ສຸດ ເປັນປັດໄຈໜຶ່ງທີ່ຈຳເປັນໃນທຸກຍຸກທຸກສະໄໝ ຍິ່ງ ໃນສັງຄົມປັດຈຸບັນນີ້ ເປັນສັງຄົມທັນສະໄໝໂລກກວ້າງ ແຕ່ແນວຄິດສັງຄົມແຄບ ມະນຸດໃນສັງຄົມຍິ່ງຕ້ອງການຂ່າວ ສານທີ່ຖືກຕ້ອງ ແລະທັນສະໄໝ, ທັງນີ້ທັງນັ້ນ ຜູ້ບໍ່ລິໂພກຂ່າວເອງ ກໍຕ້ອງທັນສະໄໝກວ່າ ຄືມີແນວຄິດທີ່ທັນສະໄໝ ຮູ້້ແທ້, ຮູ້ຈິງ, ຮູ້ທັນ ແລະເຂົ້າໃຈຖືກຕໍ່ເຫດການ ແລະຂ່າວຄາວທຸກຂ່າວທີ່ເກີດຂຶ້ນນັ້ນ, ຫາກຜູ້ບໍລິໂພກຂ່າວ ພຽງ ແຕ່ຮູ້ຮັບຮູ້ຂ່າວ ແລະບໍ່ໄຈ້ແຍກໄດ້ວ່າ ຂ່າວໃດຖືກ ຂ່າວໃດບໍ່ຖືກ ລັກສະນະເຊັ່ນນີ້ ເຂົາຮຽກວ່າ “ສັງຄົມມຸງຄຸນຕື່ນ ຂ່າວ” ຍ່ອມສ້າງຄວາມເສັຍຫາຍ ແລະສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊີວິດຕົນ ສັງຄົມ ແລະປະເທດ ຊາດ ແນ່ນອນ.

        ໃນສະໄໝພຸດທະການ ມະນຸດກໍຕົກຢູ່ໃນສັງຄົມຕື່ນຂ່າວເຊັ່ນກັນ ແຕ່ມະນຸດໃນສະໄໝນັ້ນໂຊກດີກວ່າພວກເຮົາ ຫຼາ່ຍເນື່ອງຈາກໄດ້ພົບພຣະພຸດທະເຈົ້າ ຜູ້ເປັນຄຣູຂອງມະນຸດ ແລະເທວະດາທັງຫຼາຍທັງປວງ ສາມາດຊີ້ເຫດດີ ເຫດຊົ່ວ ຊີ້ຊ່ອງທາງອັນຖືກຕ້ອງໄດ້.

          ດັ່ງເລື່ອງກາລະມະສູດ ອັນເປັນຄຳພີໜຶ່ງໃນພຣະພຸດທະສາສະໜາ ເຊິ່ງປາກົດນາມສູດໃນພຣະໄຕປີດົກວ່າ ເກສະປຸຕຕະສູຕຣະ ທັງນ​​ີ້ໄດ້ກ່າວເຖິງພຣະພຸດທະເຈົ້າໄດ້ຊົງສະແດງພຣະສູດນີ້ ໃຫ້ແກ່ຊາວບ້ານກາລາມະ ເຊິ່ງຢູ່ໃນ ເຂດປຸດຕະນິຄົມ ແຕຄົນໃນບ້ານນີ້ ເປັນເຜົ່າຊົນດຽວກັນກັນຄື ເຜົ່າຊົນ(ສະກຸນ)ກາລາມະ ໃນພຣະສູດຈຶ່ງຮຽກຄົນເຫຼົ່າ ນີ້ວ່າ ກາລາມະຊົນ.

          ພຣະສູດນີ້ເປັນພຣະສູດບໍ່ຍາວ ແຕ່ມີຄວາມໝາຍເລີກເຊິ່ງປະກອບໄປດ້ວຍເຫດ ແລະຜົນ ເຊິ່ງ ຜູ້ນັບຖືພຣະພຸດທະສາສນາຄວນສຶກສາຢ່າງຍິ່ງ, ເພາະເປັນສູດທີ່ຊົງແນະນຳໃຫ້ໃຊ້ເຫດຜົນ ຕາມຫຼັກວິທະຍາສາດ, ດ້ວຍເຫດນັນນັກວິຊາການ ແລະວິທະຍາສາດຂອງໂລກທົ່ວໄປ ຈຶ່ງໄດ້ສົນໃຈສຶກສາກັນຢ່າງຍິ່ງໃນປັດຈຸບັນນີ້.

          ພຣະສູດນີ້ ມີຄວາມເປັນມາໂດຍສະຫຼຸບວ່າ “ສະໄໝໜຶ່ງພຣະພຸດທເຈົ້າ ສະເດັດໄປຍັງເກສະປຸຕຕະນິຄົມ ອັນເປັນທີ່ຢູ່ຂອງຊາວກາລາມະໂຄດ ຫຼືກາລາມະຊົນ ຊາວກາລາມະຊົນ ໃນເກສະປຸຕຕະຊາບຂ່າວມາກ່ອນ ແລ້ວວ່າພຣະພຸດທະເຈົ້າມີຊື່ສຽງໂດ່ງດັງຢ່າງໃດມາກ່ອນ ທີ່ພຣະພຸດທະອົງຈະສະເດັດມາກ່ອນໃນໝູ່ບ້ານນີ້ ຈຶ່ງພາກັນໄປເຝົ້າຢ່າງຫຼວງຫຼາຍ, ເພາະຊື່ສຽງຂອງພຣະອົງດັງກ້ອງໄປວ່າ.

        ເພາະເຫດນີ້ ພຣະພຸດທະເຈົ້າພຣະອົງນັ້ນ ເປັນພຣະອໍຣະຫັນ, ເປັນຜູ້ຕັດສະຮູ້ເອງໂດຍຊອບ, ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຈາຣະນະ, ສະເດັດໄປດີແລ້ວ ເປັນຜູ້ຮູ້ແຈ້ງໂລກ, ເປັນຜູ້ຝຶກຄົນທີ່ຄວນຝືກ, ບໍ່ມີຜູ້ອື່ນ ຍິ່ງກວ່າ, ເປັນຜູ້ຮູ້ ເປັນຜູ້ເບີກບານ ເປັນຜູ້ຈຳແນກແຈກທັມ ເປັນຕົ້ນ ດັ່ງທີ່ເຮົາສູດກັນໃນ ອິຕິປິໂສ ນັ້ນ.

          ຊາວກາລາມະຊົນ ໃນສະໄໝນັ້ນ ອາດຊິຕ່າງຈາກຄົນລາວເຮົາໃນສະໄໝປັດຈຸບັນຢ່າງໜຶ່ງ ຄື ມັກຟັງ, ມັກອ່ານ, ມັກສຶກສາຄົ້ນຄວ້າ ແລະວິໄຈ ແຕ່ວ່າສິ່ງທີ່ເຂົາຮັບຮູ້ໃນສະໄໝນັ້ນ ມັນມີຄວາມຮູ້ຫຼວງຫຼາຍ ຈົນພວກເຂົາບໍ່ ສາມາດທີ່ຕັດສິນໃຈວ່າ ອັນໃດຖືກຕ້ອງ ອັນໃດບໍ່ຖືກຕ້ອງ ອັນໃດຄວນເຊື່ອຖື ແລະອັນໃດບໍ່ຄວນເຊື່ອຖື ເພາະຄວາມຮູ້ ທີ່ພວກເຂົາໄດ້ີຮັບຈາກຄຣູອາຈານທ່ານອື່ນໆນັ້ນຕ່າງກໍເວົ້າອະທິບາຍກັນໄປຄົນລະເລື່ອງ ຄົນລະລາວຕາມຄວາມເຂົ້າ ໃຈຂອງເຂົາ.

          ທີ່ນີ້ຊາວກາລາມະຊົນ ນັບວ່າເປັນນັກເຫດຜົນໂດຍຊາດ ໂດຍຕະກູນທັງໝູບ້ານ ຈຶ່ງຍັງບໍ່ທັນເຊື່ອສິ່ງທີ່ເຂົາຮູ້ ແລະເຫັນມາ ເມື່ອເຫັນພຣະພຸດທະເຈົ້າສະເດັດຍັງໝູ່ບ້ານເຂົາ ເຂົາຈຶ່ງໄປເຝົ້າພຣະພຸດທະອົງ ແລະທູນຖາມເຫດ ທີ່ຄວນເຊື່ອ ແລະບໍ່ຄວນເຊື່ອ ອັນເປັນຫຼັກຕັດສິນບັນຫາ ແລະຄວາມຮູ້ຄວາມເຫັນທີ່ໄດ້ຮັບມານັ້ນ ໃຫ້ຕົກລົງ ແລະສະຫຼຸບໄດ້ຖືກຕ້ອງວ່າ ອັນໃດຈິງ ອັນໃດບໍ່ຈິງ ຈຶ່ງສະຮູບເອົາແຕ່ຄຳຕອບຂອງພຣະພຸດທະອົງມາສະເໜີທ່ານ ແລະມີຊື່ວ່າ ສິ່ງທີ່ບໍ່ຄວນເຊື່ອ ໑໐ ປະການ ດັ່ງຕໍ່ໄປນີ້.

          ໑. ມາ ອະນຸສສະວະເນນະ:             ຢ່າເພິ່ງເຊື່ອ ໂດຍຟັງຕາມກັນມາ.

          ໒. ມາ ປະຣັມປຣາຍະ:                 ຢ່າເພິ່ງເຊື່ອ ໂດຍຖືວ່າເປັນຂອງເກົ່າເຫຼົ່າສືບໆກັນມາ.

          ໓. ມາ ອິຕິກະຣາຍະ:                    ຢ່າເພິ່ງເຊື່ອ ເພາະຂ່າວເລົ່າລື.

          ໔. ມາ ປິຕະກະສັມມາປະທາເນນະ:  ຢ່າເພິ່ງເຊື່ອ ໂດຍອ້າງຄຳພີຫຼືຕາຣາ.

          ໕. ມາ ຕັກກະເຫຕຸ:                      ຢ່າເພິ່ງເຊື່ອ ໂດຍເຫດເດົາເອົາເອງ.

          ໖. ມາ ນະຍະເຫຕຸ:                       ຢ່າເພິ່ງເຊື່ອ ໂດຍຄິດຄາດຄະເນອະນຸມານເອົາ.

          ໗. ມາ ອາກາຣະປະຣິວິຕັກເກນະ:   ຢ່າເພິ່ງເຊື່ອ ໂດຍການຕືກຕອງເອົາຕາມອາການທີ່ປາກົດ.

          ໘. ມາ ທິດຖີນິຊຊານັກຂັນຕິຍາ:     ຢ່າເພິ່ງເຊື່ອ ໂດຍເພາະເຫັນວ່າຖືກຕ້ອງກັບຄວາມເຫັນຂອງຕົນ.

          ໙. ມາ ພັບພຣູປະຕາ:                    ຢ່າເພິ່ງເຊື່ອ ໂດຍວ່າຜູ້ເວົ້ານັ້ນຄວນເຊື່ອໄດ້.

          ໑໐. ມາ ສະມະໂນ ໂນທ ຄຣູຕິ:                 ຢ່າເພິ່ງເຊື່ອ ໂດຍວ່າຜູ້ເວົ້ານັ້ນເປັນຄຣູຂອງເຮົາ.

          ຫຼັກການ ແລະເຫດຜົນທີ່ພຣະພຸດທະເຈົ້າຊົງສອນນີ້ ເປັນຫຼັກການທີ່ຊາວກາລາມະຊົນໄດ້ນຳເອົາໄປໃຊ້ ຈົນເປັນນິໄສສັງຄົມ ເພື່ອສຶກສາຕັກສິນໃຈໃນການທີ່ຈະຮັບ ຫຼືບໍ່ຮູ້ ຮູ້ເລື່ອງລາວທີ່ພວກເຂົາໄດ້ຮູ້, ໄດ້ເຫັນ, ໄດ້ຍິນ, ໄດ້ຟັງ ກໍເຮັດໃຫ້າວກາລາມະຊົນ ເປັນສັງຄົມທີ່ສະຫງົບສຸກເລື້ອຍມາ.

          ຊາວລາວເຮົາໃນຍຸກປັດຈຸບັນນີ້ ຕົກຢູ່ໃນສັງຄົມທີ່ມີສື່ ແຫຼ່ງເກີດຂອງສື່ ແລະເນື້ອໃນສື່ທີ່ຮັບມາໃນແຕ່ລະວັນ ທັງອັນດີ ອັນບໍ່ດີ ອັນຖືກ ອັນບໍ່ຖືກຫຼວງຫຼາຍ ຫາກນ້ອມນຳເອົາຫຼັກກາລາມະສູດນີ້ໄປໃຊ້ໃນສັງຄົມ ແລະ ການປະຕິບັດຕົນ ກໍນັບວ່າບໍ່ເສັຍຫາຍ ຍິ່ງຈະເຮັດໃຫ້ສັງຄົມເຮົາກ້າວໜ້າ ແລະພັດທະນາໄດ້, ຫາກສັງຄົມເຮົາຍັງບໍ່ທັນ ສາມາດທີ່ຮັບຮູ້ທິດສະດີນີ້ໄດ້ຢ່າງທົ່ວເຖິງ ຜູ້ທຳໜ້າທີ່ສື່ສານເອງ ຄວນຈະໄວ ແລະເອົາບັນຫາມາກະຈາຍ ອະທິບາຍ ສ້າງຄວາມຮູ້ ຄວາມເຂົ້າໃຈໂດຍໄວ ຊາວລາວເຮົາຈຶ່ງຊິບໍ່ເສັຍຫຼ່ຽມກົນການສະແຫວງປະໂຫຍດຂອງຄົນບໍ່ດີໄດ້, ທັງນີ້ຍັງເປັນການກຳຈັດຕັດຮາກຂະບວນການສະແຫວງປະໂຫຍດນັ້ນລົງໄດ້ອີກທາງໜຶ່ງ ເມື່ອສັງຄົມຮູ້ແທ້ ຮູ້ເທົ່າທັນເຂົານັ້ນເອງ.

 

  

         

 

Delicious Digg Fark Twitter