ຂຽນເມື່ອ: ສ.ຫ.. 23, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
- ວັນນັ້ນເດັກນ້ອຍຫຼາຍ ຄົນໄປທ່ຽວພຣະທາດຫຼວງ ເຫັນພຣະທາດຫຼວງແລ້ວເກີດຄວາມຄິດຂຶ້ນມາ ເດັດນ້ອຍຄົນທີ ໑ ຊື່ທ້າວແກ້ວ
໑. ທ້າວແກ້ວ: ໃຜຮູ້ວ່າພຣະທາດຫຼວງເປັນສັນຍາລັກຂອງຫຍັງ ?
໒. ທ້າວສັນ: ເປັນສັນຍາລັກຂອງກະທູບຈູດໄຫວ້ພຣະ.
໓. ທ້າວກຸ: ເວົ້າໄປທົ່ວທີບ ຊິມີຈັກເທື່ອ.
໔. ທ້າວສັນ: ແມ່ເຮົາເປັນຄົນຂາຍເອງ ຂາຍດິບຂາຍດີບໍ່ຢອກ,
໕. ທ້າວກຸ: ເປັນສັນຍາລັກຂອງຖົງຢາງລາວ,
໖. ທ້າວແກ້ວ: ຖົງຢາງຫຍັງ.
໗. ທ້າວສັນ: ຖົງຢາງໃສ່ຂອງກິນນີ້ແລ້ວ ແມ່ເຮົາມາແຕ່ຕະຫຼາດ ມາຫໍ່ຖົ່ວດິນຂາຍຕະຫຼອດ.
໘. ທ້າວສ້ອຍ: ບ້າ...ມັນບໍ່ແມ່ນດອກ ມັນເປັນສັນຍາລັກໄມ້ຈີ້ມແຂ້ວລາວ.
໙. ທ້າວສັນ: ໝໍສ້ອຍນີ້ແຮ່ງເວົ້າໄປທົ່ວທີບ, ມີຢູ່ໃສລະ ?
໑໐. ທ້າວສ້ອຍ: ມີ...ແຕ່ດຽວນີ້ ຄືບໍ່ມີແລ້ວ ສົງໃສໂຮງງານເຈັ້ງໄປແລ້ວ.
໑໑. ທ້າວອອນ: ພຣະທາດຫຼວງນີ້ເປັນຍາລັກຂອງກາຊາດ.
໑໒. ທ້າວສ້ອຍ: ແມ່ນຊັ້ນບໍ ?
໑໓. ທ້າວແກ້ວ: ໂອ່ຍ....ອັນນີ້ຮັບຮອງວ່າແມ່ນ ເພາະເຫັນຢູ່ໃນໝວກພໍ່ເຮົາ.
໑໔. ທ້າວກົງ: ພຣະທາດຫຼວງເປັນສັນຍາລັກຂອງພຸດທະເຈົ້າ ແລະພຸດທະສາສະໜາ,
໑໕. ທ້າວແກ້ວ: ເອີ....ອັນນີ້ ກະແມ່ນຄືກັນ ເພາະທຸກໆ ປີເຮົາກໍບຸນທາດຫຼວງ.
໑໖. ທ້າວສຸກ: ຂອງເຮົາແຫ່ງຄັກ,
໑໗, ເດັກທັງຫຼາຍງວກໄປຍັງທ້າວສຸກຄົນດຽວແລ້ວພ້ອມກັນເວົ້າວ່າ : ຄັກຈັ່ງໃດ ?
໑໘. ທ້າວສຸກ: ພຣະທາດຫຼວງເປັນສັນຍາລັກຂອງເບັຍລາວ.
໑໙. ເດັກທັງຫຼາຍ: ເຫັນຢູ່ໃສ ?
໒໐, ທ້າວສຸກ: ເຈົ້າບໍ່ເຫັນບໍ ຢູ່ຄໍແກ້ວເບັຍຫັ້ນ.
໒໑. ທ້າວແກ້ວ: ແລ້ວພວກເຮົາຊິຕົກລົງກັນວ່າ "ພຣະທາດຫຼວງສັນຍາລັກຂອງອີ່ສັງລະ".
໒໒. ເດັກນ້ອຍທັງຫຼາຍພ້ອມກັນ: ເປັນຫຍັງກະຊ່າງຫົວມັນເຖີດ ສຸດແລ້ວແຕ່ຜູ້ໃຫຍ່ເພິ່ນເທາະ.