ຂຽນເມື່ອ: ກ.ຍ.. 27, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ທ້າວແກ້ວລາວເຮັດວຽກອາສະໝັກ ຊ່ວຍເຫຼືອບັນເທົາຄວາມທຸກຍາກ, ວັນໜຶ່ງລາວໄດ້ລົງໄປທ້ອງຖິ່ນ ເພື່ອ ຊ່ວຍເຫຼືອປະຊາຊົນ, ເປັນເວລາຫຼາຍວັນແລ້ວທີ່ ອາສາສະໝັກມາບ້ານເຮົາ ທ້າວບຸນເດັກນັກຮຽນຊັ້ນປໍ ໓ ລາວ ສັງເກດເຫັນວ່າ ອາສາສະໝັກເຫຼົ່ານີ້ ເຂົາຕື່ນສວາຍ, ຕົກຍາມເຊົ້າຍາມແລງ ບໍ່ເຫັນເຂົາເຂົ້າຄົວ ຊ່ວຍເຈົ້າເຮືອນ ຄົວກິນ, ລົງທ່າຊ່ວຍປະຊາຊົນຫົດຜັກຫົດຫຍ້າ, ວັນນັ້ນກັບມາແຕ່ໂຮງເໝື່ອຍໆ ກໍເຫັນພາເຂົ້າບໍ່ທັນລ້າງຖິ້ມຊະຢູ່ ຊານເຮືອນ ທ້າວບຸນລາວກໍເກັບເອົາໄປລ້າງທ້າວແກ້ວ ກໍຢ່າງໄປຫາທ້າວບຸນແລ້ວຖາມວ່າ.
ທ້າວແກ້ວ: ບຸນນ້ອງເຮັດຫຍັງ ?
ທ້າວບຸນ: ລ້າງຖ້ວຍ.
ທ້າວແກ້ວ: ນ້ອງດີເນາະລ້າງຖ້ວຍກະເປັນ ?
ທ້າວບຸນ: ນ້ອງເຮັດມາແຕ່ຈື່ຄວາມໄດ້.
ທ້າວແກ້ວ: ຍັງດີກວ່າອ້າຍ ລ້າງຖ້ວຍບໍ່ເປັນເລີຍ.
ທ້າວບຸນ: ແມ່ນຊັ້ນບໍ ?
ທ້າວແກ້ວ: ແມ່ນ…ຕັ້ງແຕ່ອ້າຍເກີດມາ ບໍ່ເຄີຍລ້າງຖ້ວຍຢ່າງແມ່ຈະ ເປັນຄົນເຮັດເອງໝົດ.
ທ້າວບຸນ: ສົມພໍດອກ ເປັນເວລາສິບວັນແລ້ວ ບໍ່ເຫັນອ້າຍເຮັດຫຍັງຊ່ວຍ ປະຊາຊົນເລີຍ, ເປັນອາສາສະໝັກນີ້ດີເນາະ ເຮັດຫຍັງບໍ່ເປັນເລີຍ.