ຂຽນເມື່ອ: ພ.ຈ.. 20, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ຕາມທີ່ຂ້ອຍໄດ້ຕິດຕາມກໍ່ຄືຫຼາຍຄົນໃຫ້ຄຳເຫັນວ່າ: ການຖ່າຍທອດສົດຂອງ ທຊລ 3 ເປັນຕົ້ນການຖ່າຍທອດສົດ ເຕະບານຫຼາຍນັດຜ່ານມາຫຼືກິລາປະເພດອື່ນກໍ່ຕາມ ປະກົດວ່າບໍ່ມັກເຫັນພາບຊ້າ(ມີບໍ່ຫຼາຍ,ບໍ່ຄົບຖ້ວນ)
ເຊັ່ນການເຮັດຜິດກະຕິກາ,ການໄດ້ປຽບເສຍປຽບຂອງແຕ່ລະຝ່າຍ,ລູກເດັດໆຕະຫຼອດຮອດຄວາມສາມາດສະເພາະໂຕຂອງນັກກິລາ ແລະ ຈຸດເດັ່ນຂອງກອງເຊຍ ບໍ່ຄ່ອຍເຫັນເທົ່າທີຄວນ ນອກນັ້ນມູມກ້ອງກໍ່ມູມດຽວຫຼື 2-3 ມູມສູງສຸດ
ທັ້ງທີ່ພາບເຫຼົ່ານັ້ນສັງຄົມສົນໃຈຢາກເຫັນເພາະເຫັນບໍ່ຄັກ,ຢາກເບິ່ງຄຶນໃຫ້ຈະແຈ້ງ ແລະ ຈະນຳໄປເປັນບົດນຽນອັນລ້ຳຄ່າຂອງຕົນ ເຖິງຈະຜິດຫຼືຖຶກ,ໄດ້ຫຼືເສຍກໍ່ຕາມໃຫ້ມັນແຈບໃຈ
ການທີ່ເຮົາບໍ່ຕອບສະໜອງສິ່ງເຫຼົ່ານນັ້ນກໍ່ແມ່ນສາຍເຫດໜຶ່ງທີ່ພາໃຫ້ຜູ້ຊົມງຸດງິດ,ເບຶ່ອໜ່າຍກັບການຊົມ ,ສ້າງກະແສແນວຄິດບໍ່ເປັນເອກະພາບກັບການຕັດສິນ,ກັບນັກກິລາ ແລະ ຜູ້ຊົມຜູ້ເຊຍຂອງຝ່າຍກົງກັນຂ້າມ ແທນທີ່ຈະດຶງດູດຜູ້ຊົມຜູ້ເຊຍ ສຸດທ້າຍແຟນກິລາເສຍໃຈກຳລັງໃຈ ທັ້ງທີ່ເຫດການທີ່ເກີດບໍ່ມີບັນຫຍັງ
ອີກອັນໜື່ງ ການຖ່າຍທອດສົດງານສະແດງ 450 ໃນຕອນກາງຄຶນບາງຕອນບໍ່ຄົມຊັດມັກເປັນສີແດງທັງເວທີໄປເລີຍ ທັ້ງທີ່ເວທີ ແລະນັກສະແດງໃສ່ຊຸດບັກງ່າມໆ ແຕ່ອອກໃນໂທລະພາບບໍ່ເປັນຕາເບິ່ງ
ກໍລະນີແບບນີ້ອາດເກີດຂຶ້ນຫຼາຍສາຍເຫດເຊັ່ນ: ອຸປະກອນບໍ່ພຽງພໍ,ບໍ່ມີຄຸນະພາບ ແລະ ເຕັກນິກມີປະສົບການໜ້ອຍ ແຕ່ເຖິງຢ່າງໃດກໍ່ຕາມ ສັງຄົມກໍ່ເຂົ້າໃຈພຽງດ້ານດຽວຄື: ຄວາມຮັບຜິດຊອບຂອງສື່ມວນຊົນເທົ່ານັ້ົ້ນ
ນີ້ກໍ່ໜ້າເຫັນໃຈສື່ມວນຊົນລາວ ອຸດທິທັງໃຈ ແລະ ກາຍເພຶ່ອສັງຄົມທຸກຢ່າງ ຈົນເວົ້າໄດ້ວ່າ:( ເປັນສື່ບໍ່ເຄີຍຮັ່ງມີ) ສຸດທ້າຍ ສັງຄົມກໍ່ຍົນຄວາມຮັບຜິດຊອບໃຫ້ຜູ້ດຽວ
ຊ່າງເທາະເພື່ອນເອິຍບູຮານຍັງກ່າວວ່າ:
ເປັນເຈົ້າຊ້າງ ຍັງໄດ້ຍ່າງທາງດິນ
ເປັນອິນພົມ ຍັງໄດ້ມາໃຊ້ຊາດ