ເລນິນເວົ້າວ່າ: ຄະນະສືີ່ມວນຊົນປະຊາທິປະໄຕ ຍາມໃດກໍ່ເປັນຕາເປັນຫູໃຫ້ສັງຄົມ,ເຫັນໄດ້ທຸກປະກົດການ,
ຮູ້ໄດ້ທຸກບັນຫາ ແລະ ໄປເຖິງທຸກບ່ອນ.
ຕະຫຼອດໄລຍະຜ່ານມາບັນດາສື່ມວນຊົນລາວທັງຫຼາຍກໍ່ໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຕັ້ງໜ້າເຊັ່ນ: ໄດ້ຕອບສະໜອງຂໍ້ມູນຂ່າວສານ,ສາລະໜ້າຮູ້,ສາລະບັນເທິງ,ປຸກໃຫ້ສັງຄົມລຸກຂຶ້ນມາພັດທະນາຕົນເອງ,ກ້າວໄປຂ້າງໜ້າເລື່ອຍໆ ແລະ ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກເຮົາວາງອອກ ເວົ້າຫຍໍ້ໆແລ້ວບັນດາໝາກຜົນຂອງການປະຕິວັດປະເທດເຮົາແຕ່ລະໄລຍະແມ່ນສື່ມີສ່ວນຮ່ວມໂດຍກົງໃນຖານະເປັນຜູ້ອອກໜ້າ,
ເປັນທັງຜູ້ກວດກາ ແລະເປັນທັງຜູ້ສະຫຼຸບ ບັນດາຜົນງານເຫຼົ່ານັ້ນຫຼວງຫຼາຍບໍ່ສາມາດພັນລະນາໄດ້
ແຕ່ຄຽງຄູ່ກັບຜົນງານດ້ານດີນັ້ນຍັງເຫັນບາງຈຸດທີ່ສື່ເຮັດບໍ່ທັນໄດ້ ຫຼືວ່າເຮັດໄດ້ແຕ່ກໍ່ຍັງບໍ່ທັນຫຼາຍ, ບໍ່ທັນສົມກັບຖານະຂອງຕົວເອງທີ່ເປັນຜູ້ອອກໜ້າ,ກວດກາ ແລະ ສະຫຼຸບ ນັ້ນກໍ່ຄື: ສື່ບໍ່ຕໍານິວິຈານຕົວເອງ ຫຼື ຕຳນິວິຈານລະຫວ່າງສື່ດ້ວຍກັນ ເຊິ່ງມັນສະແດງອອກຢູ່ບ່ອນວ່າຢູ່ໃນໂຂງເຂດຖະແຫຼງຂ່າວວັດທະນະທຳ(ໂຂງເຂດສື່ມວນຊົນ)ກໍ່ມີປະກົດການຫຼາຍອັນທີ່ເປັນອັນອ່ອນ ເຊັ່ນ: ບັນດາໂຄງການກໍ່ສ້າງຈະເປັນສະຖານນີວິທະຍຸ -ໂທລະພາບ,ອາຄານສະຖານທີ່ຕ່າງໆທີ່ກ່ຽວພັນກັບໂຂງເຂດນີ້ ມີບາງໂຄງການກໍ່ຊັກຊ້າ,ມີບາງອັນບໍ່ຖືກຕ້ອງຕາມປະລັ່ງເດີວີ່,ບໍ່ໄດ້ມາດຖານຕາມເຕັກນິກ; ບັນຫາການໃຊ້ຈ່າຍເງິນຄຳຟູມເຟືອຍຕິດໜີ້ຕິດສິນແກ່ຍາວ; ບັນຫາການຫຼີ້ນເສັ້ນສາຍພັກພວກເອົາລັດເອົາປຽບ,ການຮັບເອົາພະນັກງານທີ່ຂາດຄຸນນະພາບ; ບັນຫາສື່ຂາດຄຸນະພາບ,ຂາດສີສັນ,ຂາດເນື້ອໃນ,ບໍ່ທັນສະພາບການ,ສື່ຂາດຈັນຍາບັນຮຽກຮ້ອງຄ່າຈ້າງລ້າງວັນທາງກົງ ແລະ ທາງອອ້ມໃນການສະເໜີຂ່າວ; ບັນຫາສັງຄົມເຂົ້າຮ້ານນ້ອຍ,ຮ້ານກາງ,ຮ້ານໃຫຍ່,ເຂົ້າຫ້ອງມືດຫ້ອງມົວ...ໃນໂຂງເຂດນີ້ກໍ່ມີຄືກັນກັບໂຂງເຂດອື່ນໆ ແຕ່ບໍ່ປະກົດເຫັນສື່ໃດໆບໍ່ວ່າຈະເປັນໜັງສືພີມ,ວິທະຍຸ ແລະ ໂທລະພາບກໍ່ຕາມ ບໍ່ມີຈັກເທື່ອວ່າຂຸດຄົ້ນມາວິເຄາະວິໃຈຕຳນິວິຈານຫຼືນຳມາສະເໜີຜ່ານສື່ມວນຊົນເພື່ອໃຫ້ສັງຄົມໄດ້ຖອດຖອນບົດຮຽນ,
ທັງເປັນການປັບປຸງບັນດາສື່ໃຫ້ມີຄຸນນະພາບ,ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຫຼືມີກໍ່ຍັງເປັນລັກສະນະລວມໆ,ບໍ່ຍົກຂຶ້ນມາສະເພາະເຈາະຈົງລົງເລິກຄືກັບຈຸດອ່ອນຂອງພາກສ່ວນອ່ືນໆ,
ເຮັດບໍ່ທັນໄດ້ສົມກັບຖານະຂອງຕົນທີ່ເປັນຜູ້ອອກໜ້າ,ເປັນຜູ້ກວດກາ ແລະ ເປັນຜູ້ສະຫຼຸບ. ຜ່ານມາສື່ໄດ້ຖະແຫຼງແປງວາດບໍ່ແມ່ນທໍາມະດາ ບຸດລະ ຄຸນສົມບັດຂອງປະທານໄກສອນ,ປະທານສຸພາ,ປະທານໜູຮັກ,ບຸດລະມະຕິນັ້ນມະຕິນີ້,ລຳລັດນັ້ນຂໍ້ຕົກລົງນີ້,ບຸດລະຜູ້ນັ້ນດີຜູ້ນີ້ອ່ອນ ເອົາຢູ່ພໍປານນັ້ນ ແຕ່ບໍ່ຮູ້ວ່າໂຂງເຂດສື່ເອງນັ້ນປະຕິບັດໄດ້ຈັກສ່ວນຮ້ອຍແລ້ວໃນຄວາມເປັນແບບຢ່າງເລົ່ານັ້ນ ຫຼືວ່າໄດ້ຮ້ອຍສ່ວນຮ້ອຍແລ້ວບໍ? ຈິງບໍ່ເຫັນມີໃຜເວົ້າຫຍັງອອກມາ
ເມື່ອເປັນແບບນີ້ ຖ້າສົມມຸດວ່າສື່ເປັນຕາເປັນຫູຂອງສັງຄົມກໍ່ຖືວ່າໃຊ້ການໄດ້ແຕ່ພຽງເບື້ອງດຽວ ສ່ວນອີກເບື້ອງໜຶ່ງຄັນຕາບໍ່ບອດກໍ່ຖືວ່າຕາຟາງ ເບິ່ງເຫັນໄດ້ແຕ່ຮອບຕົວຂອງຄົນອື່ນ ແຕ່ເບິ່ງມິນໝໍ້ຕິດໜ້າພາກຫຼືກາງຫຼັງຂອງຕົນເອງບໍ່ໄດ້,ຄັນເປັນຫູກໍ່ຖືວ່າໜວກເບື້ອງໜຶ່ງ ຫຼືວ່າຫູອື້ງ,ຫູກາຍ. ບໍ່ສາມາດດຟັງສຽງຮອບຕົວຂອງຕົນໄດ້ທຸກຂ້າງ. ສົມມຸດມີຄຳຖາມວ່າ ‘’ ໃຜຈະເປັນຜູ້ວິຈານສື່? ‘’ ສໍາລັບຂ້ອຍຄົງຕອບວ່າ ຖ້າບໍ່ແມ່ນສື່ວິຈານສື່ ແລ້ວແມ່ນຈະໃຜອີກລະ? ຫຼືວ່າຖ້າໃຫ້ຄົນອື່ນເປັນຜູ້ວິຈານ ເຂົາກໍ່ຈະຮູ້ໄດ້ພຽງແຕ່ວິຈານຢູ່ໃນວົງເຫຼົ້າວົງຢາ,ສະພາກາເຟເທົ່ານັ້ນ ຖ້າວິຈານແບບນີ້ຍິ່ງເຮັດໃຫ້ວົງການສື່ເສຍຫາຍໃນຄວາມເປັນແບບຢ່າງ,ເສຍຮູບການໂຄສະນາ ແລະ ສື່ກໍ່ບໍ່ຮູ້ສຶກວ່າຕົນເອງຍັງຂາດອັນໃດ,ຂາດບ່ອນໃດແດ່?
ຍຸກປະຈຸບັນນີ້ສື່ຍິ່ງມີຄວາມສໍາຄັນຫຼາຍ ປະທານໄກສອນພົມວິຫານ ຜູ້ນໍາທີ່ແສນເຄົ້າລົບຮັກຂອງພວກເຮົາເຄີຍເວົ້າວ່າ: ປະເທດເຮົາຫາກໍ່ມີສັນຕິພາບ,ໄດ້ເອກະລາດ ສ່ວນປະຊາທິປະໄຕນັ້ນຍັງເຮັດບໍ່ທັນໄດ້ພໍເທົ່າໃດ
ຕາມທັດສະນະຂອງຜູ້ຂຽນທີ່ຮູ້ບໍ່ຫຼາຍຄິດວ່າ ສື່ມີສ່ວນຮ່ວມໂດຍກົງໃນການສ້າງປະຊາທິປະໄຕ ແລະ ມັນຄົງເຖິງເວລາແລ້ວທີ່ບັນດາສື່ມວນຊົນລາວທັງຫຼາຍ ຄວນຕັດສິນໃຈອັນໃດຈັກຢ່າງ, ສະແດງຄວາມກ້າຫານໃນການຕຳນິວິຈານຕົວເອງ ແລະ ຄົນອື່ນໃຫ້ຫຼາຍກວ່າເກົ່າ ໃຫ້ສົມກັບຖານະບົດບາດຂອງຕົນເອງທີ່ເປັນຜູ້ອອກໜ້າ,ກວດກາ,ເປັນຜູ້ສະຫຼຸບ ແລະ ເປັນຕາເປັນຫູໃຫ້ສັງຄົມ, ທັງເປັນຕົວແບບໃນການໃຊ້ສິດປະຊາທິໄຕອັນເຕັມສ່ວນຕາມລະບອບປະຊາທິປະໄຕປະຊາຊົນ
ໃນໂອກາດປີໃໝ່ 2011 ນີ້ຂໍຝາກຄຳຖາມ(ໃຜຈະເປັນຜູ້ວິຈານສື່?)ໃຫ້ກັບສື່ທຸກຄົນ,ທຸກຂະ
ແໜງ ແທນຄໍາອວຍພອນ ຈົ່ງນໍາບົດນີ້ໄປປັບປຸງໃຫ້ເໝາະສົມແລ້ວສະເໜີຜ່ານສື່ອື່ນໃຫ້ແດ່
~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~
ຜິດພາດຂໍອະໄພ,ບໍ່ເຄີຍຂຽນ,ບໍ່ມີຜູ້ໃດບອກໃຫ້ຂຽນ ແຕ່ມີຜູ້ຊີ້ນຳຄື:
ກົດໝາຍສື່ມວນຊົນມາຕາທີ່ 14, 15, 16, 17 ສິດເສລີພາບຂອງພົນລະເມືອງລາວ ແລະ ມາດຕາ 37
(ຂໍຂອບໃຈ)