ເປັນອາທິດທີ່ສອງແລ້ວທີ່ປະກົດເຫັນຍິງ-ຊາຍຄູ່ໜຶ່ງມາເຂົ້າຮ້ານຄຣາໂອເກະ
ບ່ອນທີ່ຂ້ອຍເສີບຢູ່ໃນປະຈຸບັນນີ້, ບາງເທື່ອກໍ່ລຽນຄືນ,ບາງເທຶ່ອກໍ່ບາສອງຄຶນ.
ຜູ້ຊາຍນັ້ນຂ້ອຍບໍ່ຮູ້ຈັກພໍປານໃດຮູ້ແຕ່ວ່າເພີ່ນເປັນພະນັກງານຂອງບໍລິສັດຂົວທາງແຫ່ງໜຶ່ງ
ແຕ່ບໍ່ຊາບວ່າເປັນຂອງລັດຫຼືເອກະຊົນ, ສ່ວນຜູ້ຍິງຂ້ອຍຮູ້ຈັກດີ, ລາວແຕ່ງານໄດ້ສິບກວ່າປີແລ້ວ
ແຕ່ຮູບຮ່າງໜ້າຕາຍັງງາມທຳມະດາ, ຜົວຂອງລາວເປັນພະນັກງານຂອງລັດ,
ມີລູກນຳກັນ 3 ຄົນ,ເປັນຍິງ 2 ຄົນ,
ຜົວຂອງລາວເປັນຜູ້ຊາຍຂະຫຍັນຫຼາຍນອກຈາກມີອາຊີບເປັນພະນັກງານແລ້ວຍັງມີພອນສະຫວັນດ້ານຊ່າງເຮືອນ
ຈະເປັນວຽກປຸນ,ວຽກໄມ້,ທໍ່ນ້ຳ ແລະ ເດີນໄຟໃນເຮືອນກໍ່ເຮັດໄດ້ໝົດ,ນອກນັ້ນຍັງດຸໝັ່ນຫາກິນ.
ອາຫານໃນຕູ້ເຢັນມີບໍ່ຂາດເປັນຕົ້ນແມ່ນປາ ຫາກບໍ່ຢາກປ່ຽນອາຫານບໍ່ຈຳເປັນຊື້,
ຂ້ອຍເຄີຍໄປຊູມແຊວທີ່ເຮືອນຂອງເພີ່ນຫຼາຍຄັ້ງແລ້ວ
ເພີ່ນຕ້ອນຮັບແບບລາວໆດີທີ່ສຸດທັງຜົວແລະເມຍ,ຖານະຄອບຄົວດີມີເຮືອນເວລ່າທີ່ເຮັດດ້ວຍມືຕົນເອງທຸກໆວຽກ
ແຕ່ຕອນນີ້ຜົວຂອງຍິງຄົນນັ້ນຖືກໄປຮຽນຕໍ່ທີ່ສະຫວັນນະເຂດໃນກາງເດຶອນ ມັກກອງ 2011 ນີ້ເອງ ແລະ
ຄົງນຶກບໍ່ເຖິງດອກວ່າທາງເຮືອນມີຫຍັງເກີດຂຶ້ນໃໝ່ໆ, ບໍ່ວ່າແຕ່ລາວຢູ່ໃກ
ຄົນແຖວໃກ້ບໍ່ຍັງບໍ່ມີໃຜຮູ້ຈັກຊ້ຳດອກ,ມີແຕ່ຂ້ອຍທີ່ສະລອກກອກຊອກຫາເຫົາໃສ່ຫົວໂຕເອງທີີ່ຮູ້,
ມັນເປັນເລື່ອງຈິງຂອງສັງຄົມປະຈຸບັນ,ບໍ່ມີພຽງແຕ່ຊາຍ-ຍິງຄູ່ນີ້ດອກຍັງອີກຫຼາຍໆຄູ່ ແລະ
ເປັນມາໄດ້ຫຼາຍປີແລ້ວເກືອບຈະເວົ້າໄດ້ວ່າເປັນຂະບວນໄປສະແລ້ວລະ.
ບາງຄູ່ກໍ່ປະຮ້າງກັນໄປ,ບາງຄູ່ກໍ່ຜິດກັນຕີກັນໜ້າແຕກຫົວແຕກ,ບາງຄູ່ກໍ່ຍັງລອຍນວນຢູ່
ແຕ່ບໍ່ເຫັນວ່າຜົວເຂົາຈິງຈັງພໍປານໃດ ຫຼືວ່າຜົວເຂົາບໍ່ເປັນເອນບໍ່?
ສອງມື້ຜ່ານມາຊາຍນັ້ນຍັງເອົາລົດກະບະສີຂາວໄປຮັບແຟນມາຕາມເຄີຍ,ຂ້ອຍມີໂອກາດປາກນຳຜູ້ຊາຍຄົນນັ້ນ
ໃນຕອນຂ້ອບເສີບເບຍໃຫ້ເຂົາ ແລະ ກໍ່ເປັນເວລາທີ່ຜູ້ຍິງຄົນນັນເຂົາຫ້ອງນ້ຳ,ຂ້ອຍເອີ່ຍຂຶ້ນວ່າ:
( ຂ້ອຍອິດສາຜູ້ຍິງຄົນນັ້ນເຫຼືອເກີນ, ເຂົາຊ່າງເປັນຜູ້ໂຊກດີແທ້ໆ)
ຊາຍຄົນນັ້ນເອີ່ຍຂຶ້ນວ່າ: (ຢ່າປາກ! ຮັກເມຍເຂົາມັນເລົ້າໃຈ !)
ແຕ່ວ່າບໍ່ມີໂອກາດຖາມຕໍ່
ຄຳວ່າ: ( ເລົ້າໃຈ )ໝາຍວ່າແນວໃດ? ໃຜຮູ້ຊ່ວຍບອກແດ່